Hesperian Health Guides

ການບາດເຈັບ ແລະ ອຸບັດຕິເຫດ

ຢູ່ໃນພາກນີ້:

ເດັກມັກຈະເກີດການບາດເຈັບ ແລະ ອຸບັດຕິເຫດຫຼາຍກວ່າຜູ້ໃຫຍ່, ແຕ່ສ່ວນຫຼາຍແລ້ວການປິ່ນປົວສຳລັບການບາດຈາກອຸບັດຕິເຫດ ແລະ ການບາດເຈັບຕ່າງໆແມ່ນໃຊ້ວິທີການປິ່ນປົວແບບດຽວກັນກັບຜູ້ໃຫຍ່. ໃຫ້ຮຽນຮູ້ກ່ຽວກັບການປິ່ນປົວການບາດເຈັບທີ່ສະເພາະເຈາະຈົງໃນບົດທີ່ເວົ້າກ່ຽວກັບການປະຖົມພະຍາບານເບື້ອງຕົ້ນ.

ການບາດເຈັບສ່ວນໃຫຍ່ໃນເດັກສາມາດປ້ອງກັນໄດ້.

ການສະໝັກອາຫານ

ການສະໝັກເປັນບັນຫາໜຶ່ງທີ່ຂ້ອນຂ້າງຮ້າຍແຮງໃນເດັກທີ່ອາຍຸຕໍ່າກວ່າ 2 ປີ. ຫາກວ່າເດັກມີໄອ ຫຼື ເວົ້າໄດ້, ໃຫ້ເບິ່ງຈົນວ່າເດັກໄອເອົາສິ່ງທີ່ສະໝັກອອກມາໄດ້. ຫາກເດັກບໍ່ສາມາດໄອ ຫຼືເວົ້າໄດ້, ໃຫ້ຊ່ວຍເດັກດ້ວຍການຍູ້ຈາກດ້ານຫຼັງ ແລະ ດັນແຮງໃສ່ໜ້າເອິກຂອງເດັກ, ຫຼືເດັກທີ່ອາຍຸຫຼາຍກວ່າ 1 ປີຂຶ້ນໄປ ໃຫ້ດັນມືໃສ່ກ້ອງລີ້ນປີ່ເພື່ອດັນເອົາສິ່ງທີ່ຄາຄໍເດັກອອກ.

ວັດຖຸທີມີຮູບຊົງເປັນວົງມົນ, ອາຫານທີ່ເປັນລັກສະນະເປັນວຸ້ນສ່ວນໃຫຍ່ແລ້ວເປັນສາເຫດໃຫ້ເກີດອາການສະໝັກໃນເດັກນ້ອຍ. ຫຼີກເວັ້ນການເອົາເຂົ້າໜົມອົມ, ໝາກຖົ່ວດິນ, ລູກຊີ້ນກ້ອນ, ຊີດສກ້ອນ ຫຼື ຜັກທີຕັດເປັນກ້ອນໃຫ້ເດັກກິນ. ອາຫານທີ່ເໝາະສົມສໍາລັບເດັກນ້ອຍຄວນເປັນອາຫານທີ່ອ່ອນ ແລະ ຕັດໃຫ້ພໍດີຄຳ ກືນໄດ້ງ່າຍ.

A baby reaching for some small balls
ເຄື່ອງຫຼິ້ນ, ໝາກບີ່ , ຫຼຽນ ແລະ ປູມເປົ້າແມ່ນສາເຫດຫຼັກໆທີ່ເຮັດໃຫ້ເກີດການສະໝັກ ແລະ ຄວນເກັບໃຫ້ຫ່າງຈາກເດັກນ້ອຍ.

ສານພິດ

ສານພິດລວມມີຢາຂ້າແມງໄມ້ ແລະ ນໍ້າຢາເຮັດຄວາມສະອາດຕ່າງໆຄວນເກັບໄວ້ໃນຕູ້ ຫຼື ຖ້ານທີ່ຢູ່ສູງ ລ໋ອກໃສ່ກຸນແຈໄວ້ບໍ່ໃຫ້ເດັກສາມາດເອົາໄດ້.

A mop and bucket
ເດັກທີ່ອາຍຸປະມານ 1 ປີ ສາມາດເຂົ້າໄປຄາໃນຄຸໄດ້ ແລະ ເຮັດໃຫ້ເຂົາຈົມນໍ້າໄດ້.

ການຈົມນໍ້າ

ເດັກສາມາດທີ່ຈະຈົມນໍ້າໃນໜອງ, ຮ່ອງນໍ້າ ຫຼືແມ້ແຕ່ຄຸນໍ້າກໍເປັນໄປໄດ້. ເຮົາຕ້ອງໄດ້ເບິ່ງແຍງເດັກຕະຫຼອດເວລາ ເມື່ອເຂົາຢູ່ໃກ້ບ່ອນທີ່ມີນໍ້າ. ເດັກທີ່ໃຫຍ່ແດ່ແລ້ວ, ໂດຍສະເພາະເດັກຜູ້ຊາຍ, ມັກຈະຈົມນໍ້າຍ້ອນຂາດຄວາມລະວັງ ເມື່ອເດັກລອຍນໍ້າໃນບ່ອນທີ່ເລິກ ແລະ ນໍ້າແຮງ. ໃຫ້ແນ່ໃຈວ່າບ່ອນທີ່ເດັກໄປລອຍນໍ້າ ແລະ ຂົວມີຄວາມປອດໄພ ແລະ ການສອນໃຫ້ເດັກລອຍນໍ້ານີ້ເປັນສິ່ງທີ່ຈຳເປັນທີ່ສຸດໃນການເຮັດໃຫ້ຊຸມຊົນຂອງທ່ານປອດໄພ.

ໄຟໄໝ້ ຫຼື ນຳ້ຮ້ອນລວກ

ໄຟໄໝ້ ຫຼືນຳ້ຮ້ອນລວກສາມາດປ້ອງກັນໄດ້ດ້ວຍການໃຫ້ເດັກຢູ່ຫ່າງຈາກເຕົາໄຟ, ໝໍ້ແກງ ແລະ ກະທະທີ່ຮ້ອນ, ໄຟ ແລະ ຫຼອດໄຟ. ແຕ່ຫາກມີການບາດເຈັບທີ່ເກີດຈາກຫຼືນຳ້ຮ້ອນລວກແລ້ວ, ສິ່ງທີ່ສຳຄັນທີ່ສຸດຄືໃຫ້ການປິ່ນປົວເຂົາໂດຍດ່ວນ, ເພື່ອລົດຜ່ອນອາການເຈັບ ແລະ ປ້ອງກັນການຕິດເຊື້ອເຊິ່ງສາມາດເຮັດໃຫ້ເຈັບເປັນຢ່າງຮຸນແຮງຫຼັງຈາກຖືກໄໝ້ ຫຼືນຳ້ຮ້ອນລວກ. ການຖືກໄຟໄຫມ້ ຫຼືນຳ້ຮ້ອນລວກຢ່າງຮຸນແຮງໃນບາງກໍໍລະນີອາດບໍ່ເຈັບຫຼາຍຍ້ອນວ່າເສັ້ນປະສາດສ່ວນນັ້ນໄດ້ຖືກທຳລາຍໄປຈາກທາງໃນຂອງຜິວຫນັງ. ເຖິງຈະບໍ່ມີອາການເຈັບກໍຕາມ,

ອຸບັດຕິເຫດຕາມທ້ອງຖະໜົນ

leftalt=Two adults and two children wearing helmets and riding a motorcycle
ປ້ອງກັນລູກຂອງທ່ານດ້ວຍການໃສ່ໝວກກັນກະທົບໃຫ້ເຂົາເຈົ້າ ແລະ ທ່ານເອງກໍຄວນປ້ອງກັນຕົວທ່ານເອງດ້ວຍການໃສ່ເຊັ່ນດຽວກັນ.

ໝວກກັນກະທົບ ແລະ ສາຍເຂັມຂັດນີລະໄພສາມາດປ້ອງກັນການບາດເຈັບ ແລະ ການເສຍຊີວິດຈາກອຸບັດຕິເຫດຈາກການ ຂັບຂີ່ຍານພາຫະນະເຊັ່ນ: ລົດຈັກ, ລົດຖີບ, ແລະ ລົດໃຫ່ຍ. ໂດຍການເຮັດໃຫ້ຖະໜົນຫົນທາງປອດໄພສາລັບຄົນຍ່າງ ແລະ ຄົນຂີ່ລົດຖີບ, ການບາດເຈັບ ແລະ ການເສຍຊີວິດຈາກອຸບັດຕິເຫດເຫຼົ່ານີ້ສາມາດປ້ອງກັນໄດ້.

ການທາຮຸນນະກຳ

ຄວາມຮຸນແຮງ ແລະ ການທາຮຸນນະກຳເດັກແມ່ນບັນຫາທີ່ຮຸນແຮງທີ່ເກີດປະຈຳ ແລະ ສາມາດສ້າງຄວາມເຈັບປວດໃຫ້ເດັກໄດ້ - ບໍ່ພຽງແຕ່ຮ່າງກາຍ, ແຕ່ຍັງລວມເຖິງຈິດໃຈຂອງເຂົາເຈົ້ານຳ. ເບິ່ງແຍງເດັກໃຫ້ປອດໄພຈາກການທາຮຸນນະກຳແມ່ນໜ້າທີ່ຂອງຜູ້ໃຫຍ່ທຸກຄົນ. ວິທີການສັງເກດວ່າເດັກຖືກກະທຳຮຸນແຮງ ແລະ ຂໍ້ມູນກ່ຽວກັບເລື່ອງນີ້, ໃຫ້ອ່ານບົດກ່ຽວກັບການທາຮຸນນະກຳ (ກຳລັງຂຽນຂຶ້ນຢູ່).


This page was updated: ໑໐ ພຶດສະພາ ໒໐໑໘