Hesperian Health Guides
ເອກະສານຊ້ອນທ້າຍ A: ຕາຕະລາງພັດທະນາການຂອງເດັກ
ວິທີການນໍາໃຊ້ແຜນຜັງພັດທະນາການຂອງເດັກ
ພັດທະນາການຂອງເດັກແມ່ນວັດໄດ້ຈາກຫຼາຍໆດ້ານ: ທາງດ້ານຮ່າງກາຍ, ຄວາມຄິດ, ການສື່ສານ (ທ່າທາງ ແລະ ການເວົ້າ), ແລະ ສັງຄົມ (ຄວາມສຳພັນກັບຄົນອື່ນໆ). ບາງທັກສະເດັກສາມາດຮຽນຮູ້ໄດ້ຈາກດ້ານຕ່າງໆເຫຼົ່ານັ້ນ. ຕົວຢ່າງ, ເມື່ອເດັກຕ້ອງການໃຫ້ທ່ານອຸ້ມເຂົາເຈົ້າ, ເດັກຈະຕ້ອງໃຊ້:
- ທັກສະດ້ານຮ່າງກາຍ - ເດັກຈະຍົກເອົາແຂນຂຶ້ນ.
- ທັກສະດ້ານຄວາມຄິດ - ເດັກຈະເບິ່ງທ່ານເພື່ອຮັບຮູ້ວ່າແມ່ນໃຜ.
- ທັກສະການສື່ສານ - ເດັກຈະບອກທ່ານວ່າສິ່ງໃດທີ່ເຂົາເຈົ້າຕ້ອງການ.
- ທັກສະດ້ານສັງຄົມ - ເດັກຈະມີຄວາມສຸກເວລາທີ່ທ່ານອຸ້ມເຂົາເຈົ້າ.
ແຜນຜັງໃນໜ້າຕໍ່ໄປຈະບອກທັກສະບາງອັນທີ່ເດັກຮຽນຮູ້ ແລະ ເດັກສ່ວນໃຫຍ່ຈະຮຽນຮູ້ໄດ້ເອງ. ທ່ານສາມາດນໍາໃຊ້ແຜນຜັງເຫຼົ່ານັ້ນເພື່ອເຂົ້າໃຈຂໍ້ມູນໂດຍທົ່ວໄປກ່ຽວກັບພັດທະນາການຂອງເດັກ ແລະ ຊ່ວຍໃຫ້ທ່ານຮູ້ວ່າພັດທະນາການອັນໃດທີ່ເດັກຈຳເປັນຕ້ອງໄດ້ຮຽນຮູ້.
ເພື່ອຊ່ວຍໃຫ້ທ່ານຕັດສິນໃຈວ່າທັກສະໃດທີ່ເດັກຕ້ອງໄດ້ຮຽນຮູ້ໃຫ້ເລືອກແຜນຜັງສຳລັບກຸ່ມອາຍຸທີ່ໃກ້ຄຽງທີ່ສຸດຂອງອາຍຸເດັກ. ໃນແຜນຜັງນັ້ນ, ໃຫ້ໝາຍວົງມົນເອົາທັກສະທີ່ເດັກມີ ຫຼືເຮັດໄດ້. ທ່ານອາດເຫັນວ່າລູກຂອງທ່ານອາດບໍ່ມີທັກສະທີ່ເດັກໃນໄວອາຍຸດຽວກັບເຂົາເຈົ້າມີ. ການຮູ້ສິ່ງເຫຼົ່ານີ້ຊ່ວຍໃຫ້ທ່ານຕັດສິນໃຈໄດ້ວ່າກິດຈະກໍາໃດທີ່ທ່ານຕ້ອງໄດ້ພາເຂົາເຈົ້າເຮັດ. ![]() ໃນແຜນຜັງຂ້າງເທິງ, ໃຫ້ແມ່ຂີດອ້ອມເອົາທັກສະຂອງລູກອາຍຸ 20 ເດືອນທີ່ສາມາດເຮັດໄດ້. ເດັກຕ້ອງການເຮັດກິດຈະກຳຕ່າງເພື່ອເສີມສ້າງທັກສະທາງຮ່າງກາຍ ແລະ ການສື່ສານຕ່າງໆ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 3 ເດືອນ.
![]() 3
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
![]() ຕອບສະໜອງຕໍ່ສຽງ ຫຼື ໃບໜ້າທີ່ລຶ້ງເຄີຍ
![]() ຕອບສະໜອງທັນທີຕໍ່ສຽງ ຫຼື ການເຄື່ອນໄຫວ
![]() ຮັບຮູ້ເຖິງຄົນທີ່ເບິ່ງແຍງເປັນຫຼັກ
![]() ໄຫ້ເວລາທີ່ຫິວ ຫຼື ຮູ້ສຶກບໍ່ສະບາຍ
![]() ຖືກອອຍດ້ວຍສຽງ ຫຼື ການສຳພັດ
![]() ຍິ້ມເວລາມີຄົນຫຼີ້ນນຳ
![]() ຮູ້ຈັກມື (ໃຊ້ມື)
![]() ຮູ້ດູດນົມແມ່
![]() ຍົກຫົວຂຶ້ນເວລານອນຄວ້ຳ ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການສື່ສານ: ບໍ່ຈຳເປັນຕ້ອງຮອດຫຼິ້ນຄຸ່ຍ! ຕ້ອງຖາມຕົວທ່ານເອງວ່າເດັກຕອບສະໜອງຕໍ່ສຽງທັນທີ່ເລີຍບໍ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 6 ເດືອນ.
![]() 6
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
![]() ເຮັດສຽງ ຫຼື ທ່າທາງງ່າຍໆ
ອາອາ
![]() ໂງ່ຫົວໄປຕາມສຽງ ຫຼື ການເຄື່ອນໄຫວ້
![]() ຈັບເອົາສິ່ງຂອງ ແລະ ເອົາເຂົ້າປາກ
![]() ຫຼິ້ນຂອງຫຼິ້ນຫຼາຍແບບ
![]() ສົນໃຈຂອງຕ່າງໆ
![]() ສະແດງທ່າຢ້ານກົວຄົນແປກໜ້າ
![]() ເຮັດທ່າທາງຮຽກຮ້ອງຄວາມສົນໃຈ
![]() ຮັບຮູ້ວ່າມີຫຼາຍຄົນ
![]() ປີ້ນໂຕ(ຄວ້ຳ) ແຕ່ໜ້າໄປຫາຫຼັງ ແລະ ປິ້ນກັບຈາກຫຼັງຫາໜ້າ
![]() ນັ່ງໄດ້ໂດຍມີບ່ອນອີງ
![]() ແກ່ວງ ແລະ ເຕະແຂນ ແລະ ຂາ ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການຮ່າງກາຍ: ເດັກບໍ່ຈຳເປັນຕ້ອງຮອດວ່າສັ່ນແກ່ວງແຮງໆ! ຕ້ອງຖາມຕົວທ່ານເອງວ່າເດັກແກ່ວງ ແລະ ເຕະໄດ້ກໍ່ພໍ.
ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 12 ເດືອນ.
![]() 12
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
ເຂົ້າໃຈຄຳເວົ້າ ຫຼື ທ່າທາງສັນຍານທີ່ງ່າຍໆ
ເອົາມັນມາໃຫ້ແດ່
![]() ![]() ![]() ໃຊ້ສຽງລວມກັນ
ຮູ້ຈັກຊື່ສິ່ງຂອງ
ບ໋າບ໋າ ກ໋າກ໋າ
ວ໋າວ໋າ
![]() ຮຽນຮູ້ວ່າມີສິ່ງຂອງຢູ່ບ່ອນໃດໂດຍທີ່ບໍ່ໄດ້ຍິນສຽງມັນ
![]() ເຮັດບາງຢ່າງເພື່ອແກ້ບັນຫາງ່າຍໆ
![]() ເລີ້ມຮັບຮູ້ວ່າມັນມີເຫດ ແລະ ຜົນ
![]() ຮູ້ໃຊ້ທ່າທາງ
![]() ຮ້ອງໄຫ້ເມື່ອຜູ້ດູແລບໍ່ຢູ່ນຳ
![]() ເລີ້ມຮູ້ສຶກມ່ວນເວລາຫຼິ້ນຈະເອ໋
![]() ນັ່ງໄດ້ເອງ
![]() ຄານ
![]() ຈ່ອງເພື່ອຢືນຂຶ້ນ
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງຫຼິ້ນ ຈະເອ໋ ກັບທ່ານໄດ້! ຕ້ອງຖາມຕົວທ່ານເອງວ່າເດັກມີຄວາມສຸກໃນການຫຼິ້ນນຳກັນບໍ.
ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົງຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 2 ປີ.
![]() 2
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
ໃຊ້ 2 ຫາ 3 ປະໂຫຍກ
ຫຼິ້ນໝາກບານ
![]() ພໍ່, ພໍ່
ພໍ່, ພໍ່
![]() ![]() ໃຊ້ ຄຳເວົ້າງ່າຍໆ
ຮຽນແບບຄຳເວົ້າ ຫຼື ທ່າທາງ
ຈອກ
![]() ຈັບກຸ່ມສິ່ງຂອງທີ່ຄືກັນ
![]() ປະຕິດປະຕໍ່ສິ່ງຕ່າງໆໃສ່ກັນໄດ້
![]() ມີຄວາມຕັ້ງໃຈເຮັດກິດຈະກຳໃດໜຶ່ງເປັນເວລາດົນ
![]() ຫຼິ້ນນຳເດັກຄົນອື່ນ
![]() ຮຽນແບບການດູແລ
![]() ຂໍຄວາມຊ່ວຍເຫຼືອເວລາທີ່ຕ້ອງການ
![]() ກອງຕໍ່ ຂອງຫຼິ້ນໃຫຍ່ໆ
![]() ຍ່າງ
![]() ນັ່ງຍ່ອງຍໍ້ ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການໃຊ້ຄວາມຄິດ: ເດັກບໍ່ຈຳເປັນຕ້ອງຮອດວ່າຕີກອງເປັນ! ຕ້ອງຖາມຕົວທ່ານເອງວ່າເດັກສາມາດໃຊ້ສິ່ງຂອງ 2 ຢ່າງນຳກັນໄດ້ກໍ່ພໍ.
ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບ ແມ່ນເປັນຕົງຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 3 ຂວບ.
![]() 3
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
![]() ປາກເຈົ້າຢູ່ໃສ?
![]() ສື່ສານໄດ້ຊັດເຈນ
ຂ້ອຍຢາກໄປກັບພໍ່.
ເຂົ້າໃຈພາສາຄຳເວົ້າທີ່ງ່າຍໆ
![]() ເອົາສິ່ງຂອງທີ່ມີຮູບຮ່າງພໍດີໃສ່ໃນຮູ ຫຼື ຊ່ອງຫວ່າງ.
![]() ແຍກປະເພດສິ່ງຂອງ
![]() ເອົາສິ່ງຂອງອອກຈາກກັນ ແລະ ເອົາມັນໃສ່ກັນຄືນ
![]() ມັກໃຫ້ຍ້ອງຫຼັງຈາກເຮັດສິ່ງໃດໜຶ່ງສຳເລັດ
Thank you
for helping ![]() ມ່ວນໃນການຊ່ວຍວຽກເຮືອນ
![]() ຮັບຮູ້ຄວາມຮູ້ສຶກຄົນອື່ນ
![]() ແລ່ນ, ໂດດ, ປີນ
![]() ໃຊ້ມືເຮັດໄດ້ຫຼາຍອັນຕື່ມ
![]() ໂຍນໝາກບານ ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງກວດພື້ນໄດ້! ຕ້ອງຖາມຕົວທ່ານເອງວ່າເດັກມີຄວາມສຸກໃນການໄດ້ຊ່ວຍວຽກນຳຄອບຄົວໄດ້ກໍ່ພໍ.
ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.
ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບ ແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 5 ຂວບ.
![]() 5
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
![]() ຂ້ອຍຕົກນ້ຳ
![]() ຖາມຄຳຖາມຫຼາຍຄຳຖາມ
ແມ່ນໃຜຢູ່ຫັ້ນ?
ເຈົ້າກຳລັງເຮັດຫຍັງຢູ່? ເວົ້າ ຫຼື ເຮັດທ່າທາງຕອນທີ່ລາວໄດ້ເຮັດສິ່ງໃດໜຶ່ງ
![]() ເຮັດຕາມຄຳສັ່ງງ່າຍໆ
![]() ຕໍ່ຮູບພາບໄດ້
![]() ເຂົ້າໃຈການນັບເລກ
![]() ເຂົ້າໃຈກົດລະບຽບຕ່າງ
![]() ຫຼິ້ນກັບເດັກຄົນອື່ນ
![]() ສະແດງອາລົມໄດ້ຫຼາກຫຼາຍ
![]() ຮຽນແຕ້ມແບບຮູບງ່າຍໆ
![]() ຢ່າງຖອຍຫຼັງໄດ້ໜ້ອຍໜຶ່ງ
![]() ໂດດເຕັ້ນຂາດຽວ
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງສາມາດຟັງແຕ່ນາຍຄູ! ຕ້ອງຖາມຕົວທ່ານເອງວ່າເດັກສາມາດເຂົ້າໃຈກົດລະບຽບຄືກັບເດັກຄົນອື່ນໄດ້ກໍ່ພໍ.
ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.
This page was updated: ໒໕ ຕຸລາ ໒໐໒໔
|