Hesperian Health Guides

ວິຕະມິນ ແລະ ແຮ່ທາດ

ການເບິ່ງແຍງເດັກ: ຢາປິ່ນປົວ

ວິຕາມິນເອ


ວິຕາມິນເອ ຊວ່ຍປ້ອງກັນຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia).

ເພື່ອຈະໃຫ້ໄດ້ຮັບວິຕາມິນເອໃນປະລິມານທີ່ພຽງພໍ, ເຮົາຕອ້ງກິນໝາກໄມ້ທີ່ມີສີເຫືອງ ແລະ ຜັກປະເພດຕ່າງໆ, ພຶດຜັກໃບຂຽວ, ແລະ ອາຫານຕ່າງໆເຊັ່ນ: ໄຂ່, ປາ ແລະ ຕັບ. ໃນທອ້ງຖີ່ນທີ່ມັກເກີດພະຍາດຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia) ນີ້, ການກິນອາຫານທີ່ກ່າວມານີ້ໃຫ້ພຽງພໍແມ່ນບໍ່ຄ່ອຍມັກເປັນ, ດັ່ງນັ້ນ ຄວນໃຫ້ວິຕາມິນເອ ທຸກໆ 6 ເດືອນ.

ສິ່ງ​ສໍາຄັນNBgrnimportant.png

ຫ້າມບໍ່ໃຫ້ໆວິຕາມິນເອຫຼາຍເກີນກວ່າປະລິມານທີ່ໄດ້ກໍານົດໄວ້. ວິຕາມິນເອແບບແບບແຄບຊູນ, ແບບເມັດ ຫຼື ແບບນໍ້າມັນຫຼາຍເກີນໄປແມ່ນສາມາດເປັນອັນຕະລາຍໄດ້. ຫ້າມບໍ່ໃຫ້ວິຕາມິນເອໃນປະລິມານຕາມປົກກະຕິທີ່ໃຫ້ກັບຜູ້ໃຫ່ຍຄື 200,000 U ກັບເດັກຍິງ ຫຼື ແມ່ຍິງທີ່ຈະຖືພາ ຫຼື ຖືພາໄດ້ 3 ເດືອນແລ້ວເພາະວ່າຈະເປັນອັນຕະລາຍ ຕໍ່ການ ຂະຫຍາຍໂຕຂອງເດັກໃນທອ້ງ. ສໍາລັບແມ່ຍິງຖືພາຈະໄດ້ຮັບວິຕາມິນເອເປັນປົກກະຕິເທື່ອລະໜອ້ຍແທນທີ່ຈະໃຫ້ ໃນປະລິມານຫຼາຍບາດດຽວ.

ວິທີການນໍາໃຊ້NBgrnpill.png

ໃຫ້ກິນເປັນເມັດ ຫຼື ເປັນແຄັບຊູນ. ແຕ່ສໍາລັບເດັກນອ້ຍແມ່ນໃຫ້ບົດໃຫ້ມຸ່ນແລ້ວປົນກັບກັບນໍ້ານົມແມ່ ຫຼື ອາດຈະຕັດແຄັບຊູນ ແລະ ບີບນໍ້າຢາໃສ່ປາກເດັກນ້ອຍແທນ.

ປ້ອງກັນເດັກນອ້ຍບໍ່ໃຫ້ຂາດວິຕາມິນ

ເປັນສວ່ນໜຶ່ງຂອງໂຄງການປອ້ງກັນສຸຂະພາບ:

NWTND bag arrow.png
ເດັກນອ້ຍທີ່ມີອາຍຸ 6 ເດືອນ ຫາ 1 ປີ: ຄວນໃຫ້ກິນວິຕາມິນ 100,000 ຢູ່ 1 ຄັ້ງ.
ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີ ຂື້ນໄປ: ໃຫ້ກິນວິຕາມິນ 200,000 U 1 ຄັ້ງ ໃນທຸກໆ 6 ເດືອນ.

ການປິ່ນປົວຮັກສາຄົນຕາບອດກາງຄືນs

ຖ້າຮູ້ວ່າຄົນເຈັບ ບໍ່ສາມາດເບິ່ງເຫັນໄດ້ຊັດເຈນ ຫຼື ມີອາການສະແດງອອກຂອງຕາບອດກາງຄືນ, ຄວນຈັດວິຕາມິນ 3 ໂດ (dose) ໃຫ້ກິນ. ເຊິ່ງວ່າ ໂດ (dose) ທ າອິດແມ່ນ ໃຫ້ກິນທັນທີເລີຍ, ໂດ (dose)ທີສອງຈະໃຫ້ກິນໃນມື້ຕໍ່ມາ ແລະ ໂດ (dose)ທີສາມຈະໃຫ້ອີກ 2 ອາທິດຕໍ່ມາ.

ປະລິມານ (ຫຼື ໂດ (dose))ວິຕາມິນເອທີ່ໃຫ້ແຕ່ເທື່ອໃນຈໍານວນ 3 ເທື່ອ:

NWTND bag arrow.png
ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 6 ເດືອນ: ໃຫ້ເດັກກິນຢາ 50, 000 U.
ສໍາລັບເດັກນ້ອຍອາຍຸ 6 ເດືອນ - 1 ປີ: ໃຫ້ເດັກກິນຢາປະລິມານ 100, 000 U ແຕ່ລະເທື່ອ.
ສໍາລັບເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີຂື້ນໄປ: ໃຫ້ເດັກກິນຢາໃນປະລິມານ 200, 000 U ແຕ່ລະເທື່ອ.
NWTND bag arrow.png
ສໍາລັບແມ່ມານ: ໃຫ້ກິນປະລິມານ 25,000 U ອາທິດລະຄັ້ງ ເປັນເວລາ 12 ອາທິດຂອງໄລຍະການຖືພາ. ຖ້າວ່າຄົນເຈັບຍັງສືບຕໍ່ມີອາການຕາບອດກາງຄືນ ຫຼື ມີບັນຫາຕາທີ່ຮ້າຍແຮງອື່ນອີກສືບເນື່ອງມາຈາກການຂາດວິຕາມິນເອ, ບຸກຄະລາກອນການແພດຜູ້ມີປະສົບການຫຼາຍກໍ່ອາດຈະ ໃຫ້ແມ່ຍິງຖືພາດັ່ງກ່າວກິນວິຕາມິນເອ ໃນປະລິມານທີ່ຫຼາຍຂຶ້ນຕື່ມ.

ສໍາລັບເດັກນອ້ຍທີ່ເປັນໝາກແດງ

ວິຕາມິນເອ ສາມາດຊ່ວຍປ້ອງກັນປອດອັກເສບ (ຫຼື ປອດບວມ) ແລະ ຕາບອດໄດ້ - ເຊິ່ງເປັນອາການສົນສອງຢ່າງທີ່ມັກເກີດກັບຄົນເຈັບເປັນພະຍາດໝາກແດງ.

NWTND bag arrow.png
ເດັກນ້ອຍອາຍຸ ຕໍ່າກວ່າ 6 ເດືອນ: ໃຫ້ກິນໃນປະລິມານ 50,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.
ເດັກນ້ອຍອາຍຸແຕ່ 6 ເດືອນ ຫາ 1 ປີ: ໃຫ້ກິນໃນປະລິມານ 100,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.
ເດັກອາຍຸແຕ່ 1 ປີ ຂຶ້ນໄປ: ໃຫ້ກິນໃນປະລິມານ 200,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.

ຖ້າວ່າເດັກໄດ້ຮັບວິຕາມິນເອ ຕາມໂດ (dose) ໃດໜຶ່ງໃນຂ້າງເທິງນີ້ແລ້ວ ໃນໄລຍະ 6 ເດືອນທີ່ຜ່ານມາ, ແມ່ນໃຫ້ເດັກກິນຢາວິຕາມິນເອ ຕາມໂດ ຫຼືປະລິມານທີ່ເຄີຍໄດ້ຮັບມານັ້ນອີກ ແຕ່ເທື່ອນີ້ແມ່ນໃຫ້ກິນພຽງແຕ່ມື້ດຽວເທົ່ານັ້ນ. ຖ້າຄົນເຈັບເປັນໝາກແດງ ມີສະພາວະຂາດສານອາຫານຮຸນແຮງ ຫຼືເລີ່ມສູນເສຍການເບິ່ງເຫັນໄປແລ້ວ, ແມ່ນໃຫ້ຄົນເຈັບກິນວິຕາມິນເອ ໂດທີ 3 ອີກ ຫຼັງຈາກນັ້ນ 2 ອາທິດ.

ທາດສັງກະສີ


ທາດສັງກະສີຊ່ວຍໃຫ້ເດັກທີ່ຖອກທ້ອງມີອາການດີຂຶ້ນ. ເຮົາຄວນຈະໃຫ້ຮ່ວມກັນກັບນໍ້າເກືອແຮ່ໄປພ້ອມໆກັນ.

ວິທີການນໍາໃຊ້NBgrnpill.png
ສຳລັບເດັກນ້ອຍ, ແນວເມັດສາມາດບົດ ແລະ ປະສົມໃສ່ກັບນົມແມ່ ຫຼືນໍ້າດື່ມເລັກໜ້ອຍກໍໄດ້. ທ່ານສາມາດເອົາຢາແນວເມັດໃສ່ໃນນໍ້າເຊິ່ງລະລາຍໄດ້ງ່າຍ ແລະ ໄວ.
ເດັກເກີດໃຫມ່ ຫາ 6 ເດືອນ: ໃຫ້ໃນປະລິມານ 10 ມກ, 1 ຄັ້ງຕໍ່ມື້ເປັນເວລາ 10 ຫາ 14ມື້.
ເດັກຫຼາຍກວ່າ 6 ເດືອນ: ໃຫ້ໃນປະລິມານ 20 ມກ, 1 ຄັ້ງຕໍ່ມື້ເປັນເວລາ 10 ຫາ 14ມື້.

ທາດເຫຼັກ, sulfate ferrous, gluconate ferrous


ທາດເຫຼັກແມ່ນຖືກນຳໃຊ້ຫຼາຍເພື່ອປິ່ນປົວ ແລະ ປ້ອງກັນພາວະເລືອດຈາງ. ການປິ່ນປົວດ້ວຍທາດເຫຼັກແມ່ນໃຫ້ແນວກິນເປັນປະຈຳຈົນຮອດ 3 ເດືອນ.
ທາດເຫຼັກສາມາດສາມາດໄດ້ຮັບຜົນດີກວ່າໃນເວລາທີໃຊ້ຮ່ວມກັບວິຕະມິນຊີ C (ບໍ່ວ່າຈະໂດຍການກິນອາຫານໝາກໄມ້ ແລະຜັກ ຫຼື ກິນວິຕະມິນຊີຊະນິດເມັດ).

ຜົນ​ຂ້າງຄຽງGreen-effects.png

ທາດເຫຼັກບາງຄັ້ງເຮັດໃຫ້ບໍ່ສະບາຍກະເພາະ ແລະ ສິ່ງທີ່ດີທີ່ສຸດລະແມ່ນໃຫ້ກິນພ້ອມອາຫານ. ນອກຈາກນັ້ນ, ມັນສາມາດເຮັດໃຫ້ທ້ອງຜູກໂດຍສະເພາະແມ່ນຜູ້ສູງອາຍຸ ແລະ ມັນອາດຈະເຮັດໃຫ້ອາຈົມ (ຂີ້) ເປັນສີດໍາ.
ດື່ມນ້ຳທີ່ມີທາດເຫຼັກແມ່ນຈະເຮັດໃຫ້ແຂ້ວດຳ ສະນັ້ນຄວນຈະໃຊ້ທໍ່ດູດເອົາ ຫຼືຖູແຂ້ວທຸກໆຄັ້ງຫຼັກຈາກດື່ມ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ແນ່ໃຈວ່າປະລິມານທີ່ຖືກຕ້ອງເພາະວ່າຖ້າປະລິມານ sulfate ferrous ຫຼາຍເກີນໄປມັນກໍ່ເປັນພິດ. ບໍ່ໃຫ້ທາດເຫຼັກແກ່ບຸກຄົນທີ່ຂາດສານອາຫານຂັ້ນຮຸນແຮງໃຫ້ລໍຖ້າຈົນກ່ວາພວກເຂົາເຈົ້າໄດ້ຟື້ນຟູສຸຂະພາບຂອງເຂົາເຈົ້າເສຍກ່ອນ.

ວິທີການນໍາໃຊ້NBgrnpillspoon.png

ຮູບແບບທີ່ແຕກຕ່າງກັນຂອງທາດເຫຼັກປະກອບໄປດ້ວຍທາດເກືອແຮ່ທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ: Ferrous sulfate 300 ມກ 1 ເມັດປະກອບດ້ວຍທາດເຫຼັກ 60 ມກ. ແຕ່ 325 ມກ ຂອງ Ferrous gluconate ປະກອບດ້ວຍທາດເຫຼັກ 36 ມກ. ດັ່ງນັ້ນ ໃຫ້ອ່ານໃບກຳກັບ ຢາທຸກຄັ້ງທີ່ຈະໃຊ້ ບໍ່ວ່າຈະເປັນແນວນໍ້າ, ຫຼື ສານອາຫານເສີມທາດເຫຼັກຕ່າງໆ.

ເພື່ອປ້ອງກັນການພາວະລືອດຈາງໃນແມ່ຍິງຖືພາ ແລະ ແມ່ທີ່ກຳລັງໃຫ້ນົມລູກ
ໃຫ້ ferrous sulfate ໃນປະລິມານ 300 ມກ (ມີທາດເຫຼັກ 60 ມກ) ຕໍ່ມື້. ນອກນັ້ນກໍຄວນໃຫ້ແມ່ຍິງທີ່ກໍາລັງວາງແຜນທີ່ຈະມີລູກກິນແຕ່ລະມື້ເຊັ່ນກັນ. ການໃຫ້ທາດເຫຼັກຮ່ວມກັບທາດໂຟລິກອາຊິດ ຮ່ວມກັນແມ່ນດີກວ່າເພາະວ່າທາດໂຟລິກອາຊິດກໍຍັງຊ່ວຍປ້ອງກັນຄວາມຜິດປົກກະຕິຂອງເດັກໄດ້ອີກດ້ວຍ.
ການປິ່ນປົວພາວະເລືອດຈາງໃນເດັກ
ໃຫ້ ferrous sulfate 1 ຄັ້ງຕໍ່ມື້, ຫຼືແບ່ງໃຫ້ 2 ຄັ້ງຫາກວ່າເດັກມີອາການເຈັບກະເພາະອາຫານ.
ປະລິມານທາດເຫຼັກສຳລັບແຕ່ລະກຸ່ມອາຍຸ
ກຸ່ມອາຍຸ ປະລິມານຫຼາຍປານໃດ ຢາຈັກກ້ອນສຳລັບຢາ 300 ມກ ລວມແລ້ວມີທາດເຫຼັກຫຼາຍປານໃດ
ຕ່ຳກວ່າ 2 ປີ ferrous sulfate 125 ມກ ໃຫ້ທາດເຫຼັກຊະນິດນໍ້າ, ຫຼື ບົດຢາ ferrous sulfate ຊະນິດເມັດປະລິມານ 300 ມິລີກຼາມປົນໃສ່ກັບນົມແມ່ໃຫ້ເດັກກິນ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 25 ມິລີກຼາມ
ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 25 ມິລີກຼາມ ferrous sulfate 300 ມກ ໃຫ້ຢາ ferrous sulfate 300 ມີລີກຼາມ 1 ເມັດ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 60 ມິລີກຼາມ
ຫຼາຍກວ່າ 12 ປີ ferrous sulfate 600 ມກ ໃຫ້ຢາ ferrous sulfate 300 ມີລີກຼາມ 2 ເມັດ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 125 ມິລີກຼາມ


This page was updated: ໐໕ ມັງກອນ ໒໐໒໔