Hesperian Health Guides

ຢາສຳລັບອາການຊັກ

ການເບິ່ງແຍງເດັກ: ຢາປິ່ນປົວ

ຢາ ໄດອາເຊປັມ (diazepam)


ຢາໄດອາເຊແປມ (diazepam) ສາມາດໃຊ້ເພື່ອຜ່ອນຄາຍກ້າມເນື້ອ ແລະ ໃຊ້ລົດອາການເຈັບໄດ້. ມັນສາມາດໃຊ້ເພື່ອຢຸດອາການຊັກທີ່ເປັນພຽງຄັ້ງດຽວ. ສຳລັບຄົນມີອາການຊັກເປັນປະຈຳເຊັ່ນ ຜູ້ທີ່ເປັນພະຍາດເອປີເລັບຊີ (ຊັກບ້າໝູ) ແມ່ນໃຫ້ໃຊ້ຢາຊະນິດອື່ນທີ່ສາມາດໃຊ້ທຸກໆມື້ໄດ້.

ຜົນ​ຂ້າງຄຽງGreen-effects.png

ງ້ວງນອນ

ສິ່ງ​ສໍາຄັນNBgrnimportant.png
  • ຢາໄດອາເຊປັມ (diazepam) ຫຼາຍເກີນໄປສາມາດເຮັດໃຫ້ການຫາຍໃຈຊ້າລົງ ຫຼືຢຸດຫາຍໃຈ. ບໍ່ໃຫ້ໃຫ້ຢາໃນປະລິມານຫຼາຍກວ່າຄຳແນະນຳຂອງໝໍ ແລະ ບໍ່ໃຫ້ຢາຫຼາຍກວ່າ 2 ຄັ້ງ.
  • ເມື່ອໃຊ້ຢາຊະນິດນີ້ແມ່ນນີ້ເຮັດໃຫ້ຕິດໄດ້. ໃຫ້ຫຼີກເວັ້ນການໃຊ້ຢານີ້ເປັນເວລາດົນ ຫຼື ໃຊ້ເລື້ອຍໆ.
  • ບໍ່ໃຫ້ໃຊ້ໃນໄລຍະຖືພາ ຫຼືລ້ຽງລູກດ້ວຍນົມແມ່ເວັ້ນເສຍແຕ່ແມ່ຍິງຜູ້ນັ້ນມີອາການຊັກ (ຕົວຢ່າງ ເນື່ອງຈາກຄັນເປັນພິດ).
  • ບໍ່ໃຫ້ສັກຢາ ຢາໄດອາເຊປັມ (diazepam) ໃຫ້ຄົນເຈັບເວັ້ນເສຍແຕ່ວ່າເຈົ້າມີປະສົບການ ຫຼືໄດ້ຮັບການເຝິກຝົນໃນການສັກຢາຊະນິດນີ້. ຖ້າວ່າມັນຍາກທີ່ຈະສັກຢ່າງປອດໄພແມ່ນເຈົ້າສາມາດເອົາຍັດໃສ່ທາງຮູທະວານໃນຂະນະທີ່ມີອາການຊັກ.

ວິທີການໃຊ້

ເພື່ອຜ່ອນຄາຍກ້າມຊີ້ນ ແລະ ເຮັດໃຫ້ຄົນເຈັບສະຫງົບລົງ
ໃຫ້ກິນຢາໄດອາເຊປັມ (diazepam) ແນວເມັດ 45 ນາທີ ກ່ອນທີ່ຈະເຂົ້າສູ່ຂັ້ນຕອນທີ່ເຮັດໃຫ້ເຈັບປວດເຊັ່ນ: ການຍັດໄສ້ລົງຫຳ ຫຼື ແປງກະດູກ. ໃຫ້ກິນຢາໄດອາເຊແປັມ (diazepam) ແນວເມັດ 45 ນາທີ ກ່ອນທີ່ຈະເຂົ້າສູ່ຂັ້ນຕອນທີ່ເຮັດໃຫ້ເຈັບປວດເຊັ່ນ: ການຍັດໄສ້ລົງຫຳ ຫຼື ແປງກະດູກ. ໃຫ້ຢາໃນປະລິມານ 0.2-0.3 ມກ ຕໍ່ ກິໂລ. ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້ ກໍ່ໃຫ້ໃຊ້ໃນປະລິມານຕາມອາຍຸຂອງຄົນເຈັບ ດັ່ງລຸ່ມນີ້:

ອາຍຸຕ່ຳກວ່າ 5 ປີ: ໃຫ້ຢາໃນປະລິມານ 1 ມກ.
ອາຍຸຫຼາຍກວ່າ 5 ປີ: ໃຫ້ຢາໃນປະລິມານ 2 ມກ.


ສຳລັບອາການຊັກ:
ໃຊ້ຢາຊະນິດທີ່ສັກເອົາ ຫຼືຊະນິດກ້ອນໂດຍການບົດໃຫ້ມຸ່ນ ແລະ ປົນໃສ່ນ້ຳໜ້ອຍໜຶ່ງ. ໃຫ້ເອົາເຂັມອອກຈາກສະແລງ ແລ້ວເອົາໄປດູດຢາທີ່ປົນໄວ້ນັ້ນ. ຫຼືໃຊ້ຢາໄດອາເຊປັມ (diazepam) ຊະນິດເຈວທີ່ໃຊ້ສຳລັບຮູທະວານ. ໃຫ້ຄົນເຈັບນອນແຄງ ແລະ ໃຊ້ສະແລງທີ່ບໍ່ມີເຂັມທີ່ດູດຢາໄວ້ແລ້ວຊີດໃສ່ໃນຮູທະວານຂອງລາວ. ຫຼັງຈາກນັ້ນໃຫ້ຈັບກົ້ນຂອງຄົນເຈັບຍຸ້ມໄວ້ ປະມານ 10 ນາທີເພື່ອບໍ່ໃຫ້ນ້ຳຢາໄຫຼອອກມາຈາກຮູທະວານ.
ອາຍຸຕ່ຳກວ່າ 7 ປີ: ໃຫ້ຢາໃນປະລິມານ 0.2 ມກ ຕໍ່ ກິໂລ, 1 ຄັ້ງ.
ອາຍຸ 7 ຫາ 12 ປີ: ໃຫ້ຢາໃນປະລິມານ 3 ຫາ 5 ມກ, 1 ຄັ້ງ.
ອາຍຸຫຼາຍກວ່າ 12 ປີ: ໃຫ້ຢາໃນປະລິມານ 5 ຫາ 10 ມກ, 1 ຄັ້ງ.

ຖ້າວ່າອາການຊັກຍັງບໍ່ສາມາດຄວບຄຸມໄດ້ 15 ນາທີຫຼັງຈາກໃຫ້ຢາ, ໃຫ້ຢາອີກຄືນໃໝ່ໂດຍໃຫ້ປະລິມານເທົ່າເດີມ. ບໍ່ໃຫ້ກັບມາໃສ່ຢາຄືນເກີນ 1 ຄັ້ງ.


This page was updated: ໐໕ ມັງກອນ ໒໐໒໔