Hesperian Health Guides
ຢາຕ້ານເຊື້ອແມ່ນຕໍ່ສູ້ກັບການຕິດເຊື້ອ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ການເບິ່ງແຍງເດັກ > ຢາຕ້ານເຊື້ອແມ່ນຕໍ່ສູ້ກັບການຕິດເຊື້ອ
- ຕາມປົກກະຕິແລ້ວ ຢາຕ້ານເຊື້ອໃນໝວດດຽວກັນ ແມ່ນສາມາດປິ່ນປົວພະຍາດດຽວກັນ. ນີ້ໝາຍຄວາມວ່າທ່ານສາມາດນໍາໃຊ້ຢາຕ້ານເຊື້ອທີ່ຢູ່ໃນໝວດຢາດຽວກັນນັ້ນແທນກັນໄດ້.
- ຕາມປົກກະຕິແລ້ວ ຢາຕ້ານເຊື້ອໃນໝວດດຽວກັນ ແມ່ນສາມາດປິ່ນປົວພະຍາດດຽວກັນ. ນີ້ໝາຍຄວາມວ່າທ່ານສາມາດນໍາໃຊ້ຢາຕ້ານເຊື້ອທີ່ຢູ່ໃນໝວດຢາດຽວກັນນັ້ນແທນກັນໄດ້.
ໃນການປິ່ນປົວອາການຕິດເຊື້ອນັ້ນ ເຈົ້າຕ້ອງໄດ້ກິນຢາຕ້ານເຊື້ອ “ຄົບຕາມກຳນົດເວລາ". ການຢຸດຢາກ່ອນເວລາທີ່ກຳນົດສຳລັບການປິ່ນປົວເຖິງແມ່ນວ່າເຈົ້າຈະດີຂຶ້ນແລ້ວກໍ່ຕາມ, ມັນສາມາດເຮັດໃຫ້ອາການຕິດເຊື້ອຮຸນແຮງກວ່າເກົ່າໄດ້.
ເນື້ອໃນ
- ໑ ໝວດຢາເປນີຊີລິນ Penicillins
- ໒ ຢາອັມປີຊີລີນ (ampicillin) ແລະ ຢາອາມ໊ອກຊີຊີລີນ (amoxicillin)
- ໓ ຫຼື
- ໔ ຢາເປນີຊີລິນຊະນິດກິນ, penicillin V, penicillin VK
- ໕ ຢາເປນີຊີລີນຊະນິດສັກ penicillin, penicillin G
- ໖ ຢາຕ້ານເຊື້ອຕົວອື່ນໆ
- ໗ ຢາອີຣີໂທຣໄມຊີນ (erythromycin)
- ໘ ໂຄທຣີມ໊ອກຊາໂຊນ Cotrimoxazole ຊັລຟາເມໂທຊາໂຊນ ກັບ ທຣີເມໂທພຣີມ sulfamethoxazole with trimethoprim, TMP-SMX
ໝວດຢາເປນີຊີລິນ Penicillins
ຢາທີ່ຢູ່ໃນໝວດຢາເປນີຊີລິນ (penicillin) ແມ່ນຢາຈຳພວກໜຶ່ງທີ່ນຳໃຊ້ຫຼາຍ. ໝວດຢາເປນີຊີລິນ (penicillins) ໃຊ້ໄດ້ຜົນໃນການຕິດເຊື້ອຫຼາຍໆຊະນິດ, ໂດຍສະເພາະປະເພດເຊື້ອທີ່ຜະລິດໜອງ.
ຢາເປນີຊີລິນ penicillin ແມ່ນຄິດໄລ່ເປັນ ມິລີກຼາມ (ມກ) ຫຼື ຫົວໜ່ວຍເປັນ ຢູນິດ. ສຳລັບ ຢາເປນີຊີລິນ penicillins G 250 ມກ = 400.000 U.
ສຳລັບຄົນສ່ວນຫຼາຍຢາເປນີຊີລິນ (penicillin) ແມ່ນ ຢາຊະນິດໜຶ່ງທີ່ປອດໄພ. ການໃຊ້ຢາຫຼາຍກວ່າຄຳແນະນຳຂອງແພດໝໍແມ່ນຈະເປືອງເງິນຊື່ໆແຕ່ມັນກໍ່ບໍ່ເປັນອັນຕະລາຍຫຼາຍສຳລັບຄົນເຈັບ.
ການດື້ຕໍ່ຢາເປນີຊີລິນ (penicillin)
ການຕິດເຊື້ອສ່ວນຫຼາຍມີໂອກາດດື້ຕໍ່ຢາເປນີຊີລິນ (penicillin), ນີ້ໝາຍຄວາມວ່າ ໃນແຕ່ກ່ອນຢານີ້ ສາມາດປິ່ນປົວຄົນເຈັບທີ່ມີການຕິດເຊື້ອໄດ້, ແຕ່ສຳລັບປະຈຸບັນໃຊ້ບໍ່ໄດ້ຜົນແລ້ວ. ຖ້າການຕິດເຊື້ອບໍ່ຕອບສະໜອງຕໍ່ຢາດັ່ງກ່າວ, ໃຫ້ພະຍາຍາມປ່ຽນໄປເປັນຢາຕ້ານເຊື້ອໝວດອື່ນເລີຍ. ຕົວຢ່າງ: ອັກເສບປອດ ບາງຄັ້ງກໍດື້ຕໍ່ຢາ ເປນີຊີລິນ (penicillin). ໃຫ້ໃຊ້ອາມ໊ອກຊີຊີລິນ amoxicillin ແທນ.
ສຳລັບທຸກໆຊະນິດຂອງໝວດຢາເປນີຊີລິນ penicillin (ປະກອບດ້ວຍ ampicillin ແລະ amoxicillin)
ສຳລັບທຸກໆຊະນິດຂອງໝວດຢາເປນີຊີລິນ penicillin (ປະກອບດ້ວຍ ampicillin ແລະ amoxicillin)
ສ່ວນໜ້ອຍຢາເປນີຊີລິນ (penicillin) ເປັນສາເຫດທີ່ເຮັດມີການແພ້ທີ່ຮຸນແຮງເອີ້ນວ່າ ແພ້ແລ້ວເກີດພາວະຊ໋ອກ. ມັນຈະເກີດຂຶ້ນພາຍໃນ 2 ຫາ 3 ນາທີ ຫຼື ຊົ່ວໂມງຫຼັງຈາກໄດ້ຮັບຢາ, ຄົນເຈັບເລີ່ມມີອາການໜ້າແດງ, ຮີມສົບ ແລະ ຄໍບວມ, ເຮັດໃຫ້ມີບັນຫາທາງລະບົບຫາຍໃຈ, ຮູ້ສຶກເປັນລົມ ແລະ ກ້າວໄປເຖິງພາວະຊ໋ອກ, ແບບນີ້ອັນຕະລາຍຫຼາຍ. ຕ້ອງໄດ້ສັກຢາ ອາເດຣານາລິນ Epinephrin (adrenalin) ໃຫ້. ທຸກຄັ້ງທີ່ສັກຢາ ເປນີຊີລິນ (penicillin) ທ່ານຕ້ອງມີ epinephrine ກຽມພ້ອມໄວ້ທຸກຄັ້ງສະເໝີ.
ສຳລັບບາງຄົນທີ່ມີປະຫວັດການແພ້ຕໍ່ຢາເປນີຊີລິນ (penicillin) 1 ຄັ້ງ ແມ່ນຫ້າມໃຫ້ຢາອຶ່ນທີ່ຢູ່ໃນໝວດຢາດຽວ ກັນກັບຢາເປນີຊີລິນ (penicillin) ອີກເຊັ່ນ: ampicillin, amoxicillin ຫຼື ຢາໂຕອື່ນໆ, ບໍ່ວ່າຈະເປັນການກິນ ຫຼື ການສັກກໍຕາມ. ເພາະວ່າການຕອບສະໜອງຕໍ່ແພ້ຄັ້ງຕໍ່ໄປຈະຮ້າຍແຮງຂຶ້ນ ແລະ ສາມາດເສຍຊິວິດໄດ້. ສຳລັບຄົນທີ່ແພ້ຢາໝວດນີ້ສາມາດໃຊ້ erythromycin ຫຼື ຢາຕ້ານເຊື້ອກຸ່ມອື່ນໄດ້.
ການສັກຢາ
ຢາເປນີຊີລິນ (penicillin) ສ່ວນຫຼາຍຈະໃຫ້ກິນເອົາ. ໃນຮູບແບບການສັກສາມາດເຮັດໃຫ້ອັນຕະລາຍໄດ້. ມີໂອກາດທີ່ເປັນສາເຫດໃຫ້ເກີດການແພ້ຮຸນແຮງ ແລະ ບັນຫາອຶ່ນໆ, ແລະຕ້ອງໃຊ້ຢ່າງລະມັດລະວັງ. ການນຳໃຊ້ໃນຮູບແບບສັກ, ໃຊ້ສະເພາະການຕິດເຊື້ອທີ່ຮູນແຮງ ແລະ ອັນຕະລາຍເທົ່ານັ້ນ.
ຢາອັມປີຊີລີນ (ampicillin) ແລະ ຢາອາມ໊ອກຊີຊີລີນ (amoxicillin)
ຢາອັມປີຊີລີນ (ampicillin) ແລະ ຢາອາມ໊ອກຊີຊີລີນ (amoxicillin) ເປັນຢາໃນກຸ່ມຢາເປນີຊີລີນທີ່ອອກລິດກວ້າງ ນັ້ນໝາຍຄວາມວ່າພວກມັນສາມາດຂ້າເຊື້ອແບັກທີເຣັຍໄດ້ຫຼາຍຊະນິດ. ຢາທັງສອງຊະນິດນີ້ແມ່ນຈະສາມາດໃຊ້ປ່ຽນແທນກັນໄດ້. ໃນເວລາທີ່ເຈົ້າເຫັນໃບສັ່ງຢາໃນປຶ້ມຫົວນີ້ ທີ່ໃຫ້ໃຊ້ຢາອັມປີຊີລີນ, ເຈົ້າກໍ່ຈະສາມາດນໍາໃຊ້ຢາອາມ໊ອກຊີຊີລີນແທນກໍ່ໄດ້, ໂດຍໃຊ້ໃນປະລິມານທີ່ຖືກຕ້ອງ.
ຢາອັມປີຊີລີນ (ampicillin) ແລະ ຢາມ໊ອົກຊີຊີລີນ (amoxicillin) ແມ່ນມີຄວາມປອດໄພ ແລະ ມີປະໂຫຍດຫຼາຍໂດຍສະເພາະສໍາລັບແອນ້ອຍ ແລະ ເດັກນ້ອຍ. ຢາທັງສອງຢ່າງນີ້ໃຊ້ໄວ້ປິ່ນປົວຫູຕິດເຊື້ອ. ຢາອັມປີຊີລີນ (ampicillin) ແມ່ນໃຊ້ເພື່ອປິ່ນປົວເຍື່ອຫຸ້ມສະໝອງອັກເສບ ແລະ ການຕິດເຊື້ອອື່ນໆໃນເດັກເກີດໃຫມ່ ແລະ ຢາອາມ໊ອົກຊີຊີລີນ (amoxicillin) ແມ່ນໃຊ້ເພື່ອປົວປອດອັກເສບ.
ຢາທັງສອງຊະນິດນີ້ໂດຍສະເພາະຢາອັມປີຊີລີນ (ampicillin) ແມ່ນມັກມີແນວໂນ້ມທີ່ຈະພາໃຫ້ເກີດອາການປວດຮາກ ແລະ ອາການຖອກທ້ອງ. ຖ້າເຈົ້າສາມາດໃຫ້ຢາຕ້ານເຊື້ອຊະນິດອື່ນແທນໄດ້, ກໍ່ຈົ່ງໃຫ້ຫຼີກເວັ້ນການໃຫ້ຢາທັງສອງຊະນິດນີ້ແກ່ຄົນເຈັບຜູ້ທີ່ມີອາການຖອກທ້ອງຢູ່ແລ້ວ.
ຜົນຂ້າງຄຽງອື່ນໆຈາກຢາທັງສອງຊະນິດນີ້ ທີ່ມັກພົບເຫັນທົ່ວໄປແມ່ນມີຜື່ນແດງຕາມຜິວໜັງ. ຜິວໜັງເກີດເປັນຕຸ່ມຜື່ນແດງຄັນທີ່ເປັນ ແລະ ເຊົາໄປໃນບໍ່ເທົ່າໃດຊົ່ວໂມງ ນັ້ນອາດຈະເປັນອາການຂອງການແພ້ຢາໃນໝວດຢາເປນີຊີລີນ (penicillin). ໃຫ້ຢຸດໃຊ້ຢາຊະນິດນີ້ທັນທີ ແລະ ບໍ່ໃຫ້ຢາໃນກຸ່ມຢາເປນີຊີລິນກັບຄົນເຈັບຜູ້ດັ່ງກ່າວອີກຕໍ່ໄປ. ເພາະວ່າອາການແພ້ຢາໃນເທື່ອຕໍ່ໄປນັ້ນອາດຈະຮຸນແຮງກວ່າເກົ່າຫຼາຍ ແລະ ອາດເຖິງຂັ້ນເສຍຊີວິດໄດ້. ສໍາລັບປິ່ນປົວບັນຫາບາງຢ່າງກໍ່ສາມາດໃຊ້ ຢາອີຣີໂຕຣໄມຊີນ (erythromycin) ແທນຢາໃນກຸ່ມນີ້ກໍ່ໄດ້. ຜື່ນແດງທີ່ເບິ່ງຄືກັບໝາກແດງ, ເຊິ່ງປົກກະຕິແລ້ວແມ່ນ ເລີ່ມເປັນຫຼັງການໃຊ້ຢາໄປໄດ້ໜຶ່ງອາທິດແລ້ວ ແລະ ມັນໃຊ້ເວລາຫຼາຍມື້ຈຶ່ງເຊົາ, ສິ່ງນີ້ອາດຈະບໍ່ແມ່ນອາການຂອງການແພ້ຢາກໍ່ໄດ້. ແຕ່ວ່າມັນເປັນການຍາກທີ່ຈະຮູ້ໄດ້ຢ່າງແນ່ນອນວ່າຜື່ນແດງນັ້ນແມ່ນມາຈາກອາການແພ້ຢາ ຫຼືບໍ່, ສະນັ້ນ ທາງທີ່ດີກໍ່ຄືໃຫ້ຢຸດໃຊ້ຢານັ້ນຈະດີກວ່າ.
ການດື້ຕໍ່ຢາຕ້ານເຊື້ອ ຢາອັມປີຊີລີນ (ampicillin) ແລະ ຢາອາມ໊ອກຊີຊີລີນ (amoxicillin) ນີ້ແມ່ນມີໃຫ້ເຫັນທົ່ວໄປຫຼາຍຂຶ້ນ. ມັນກໍ່ຂຶ້ນກັບທ້ອງຖິ່ນທີ່ເຈົ້າຢູ່, ຢາຕ້ານເຊື້ອດັ່ງກ່າວອາດຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປແລ້ວກັບເຊື້ອສະຕັບຟີໂລໂຄຄັສ (staphylococcus), ເຊື້ອຊິເກລາ (shigella), ຫຼື ການຊຶມເຊື້ອອື່ນໆ.
ຢາອັມປີຊີລີນ (ampicillin) ແລະ ຢາອາມ໊ອກຊີຊີລີນ (amoxicillin) ໃຊ້ໄດ້ຜົນດີໂດຍການກິນເອົາ. ຢາອັມປີຊີລີນ (ampicillin) ຍັງສາມາດໃຊ້ໄດ້ໂດຍການສັກ ສຳລັບການເຈັບປ່ວຍທີ່ຮຸນແຮງເຊັ່ນ: ເຍື່ອຫຸ້ມສະໜອງອັກເສບ ຫຼື ເມື່ອເດັກຮາກ ຫຼືບໍ່ສາມາດກິນຢາໄດ້.
ຄືກັບຢາຕ້ານເຊື້ອຊະນິດອື່ນ, ຕາມປົກກະຕິແລ້ວການໃຫ້ຢາຊະນິດນີ້ແມ່ນໃຫ້ໃນໄລຍະສັ້ນດັ່ງທີ່ກ່າວໃນປຶ້ມຫົວນີ້. ຖ້າຄົນເຈັບຍັງມີອາການຂອງການຕິດເຊື້ອຢູ່, ໃຫ້ສືບຕໍ່ການໃຫ້ຢາໃນປະລິມານເທົ່າເດີມ ທຸກໆມື້ຈົນກວ່າອາການຂອງການຕິດເຊື້ອຫາຍໄປຢ່າງໜ້ອຍ 24 ຊົ່ວໂມງ. ແຕ່ຖ້າຫາກວ່າໃຫ້ຢາໄປຮອດຫຼາຍມື້ແລ້ວ ແລ້ວຄົນເຈັບຍັງອາການບໍ່ດີຂຶ້ນ, ໃຫ້ຢຸດຢາຕ້ານເຊື້ອ ແລະ ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍ.ສຳລັບຄົນເຈັບທີ່ຕິດເຊື້ອເອັສໄອວີແມ່ນ ໃຫ້ຢາຈົນຮອດຈຳນວນມື້ເທົ່າທີ່ກຳນົດໄວ້.
ຍິ່ງໄປກວ່ານັ້ນ, ປະລິມານຂອງຢາຕ້ານເຊື້ອທີ່ຈະໃຫ້ແມ່ນຂຶ້ນກັບອາຍຸ ຫຼື ນ້ຳໜັກຂອງຄົນເຈັບ ແລະ ຄວາມຮ້າຍແຮງຂອງພະຍາດ. ໂດຍທົ່ວໄປແລ້ວ, ແມ່ນໃຫ້ຢາໃນຂະໜາດຕ່ໍາສໍາລັບຄົນເຈັບທີ່ຈ່ອຍ (ນ້ຳໜັກໜ້ອຍ) ຫຼື ສຳລັບພະຍາດຊຶມເຊື້ອທີ່ມີຄວາມຮຸນແຮງໜ້ອຍ, ແລະ ໃຫ້ຢາໃນຂະໜາດທີ່ສູງຂຶ້ນສໍາລັບຄົນເຈັບທີ່ມີນ້ຳໜັກຫຼາຍ (ຕຸ້ຍ) ຫຼື ສຳລັບການຊຶມເຊື້ອທີ່ມີຄວາມຮຸນແຮງຫຼາຍກວ່າ.
ຢາອາມ໊ອກຊີຊີລິນ AMOXICILLIN (ຊະນິດກິນ)ສຳລັບການຕິດເຊື້ອສ່ວນໃຫ່ຍໃນເດັກນ້ອຍ
ອາຍຸຕ່ຳກວ່າ 3 ເດືອນ: ໃຫ້ຢາໃນປະລິມານ 125 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 3 ເດືອນ ຫາ 3 ປີ: ໃຫ້ຢາໃນປະລິມານ 250 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 4 ປີ ຫາ 7 ປີ: ໃຫ້ຢາໃນປະລິມານ 375 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 8 ປີ ຫາ 12 ປີ: ໃຫ້ຢາໃນປະລິມານ 500 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນປະລິມານ 500 ຫາ 875 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ເດັກອາຍຸ 2 ຫາ 12 ເດືອນ: ໃຫ້ຢາໃນປະລິມານ 250 ມກ, 2 ເທື່ອຕໍ່ມື້ພາຍໃນ 3 ຫາ 5 ມື້.
ເດັກອາຍຸ 12 ເດືອນ ຫາ 3 ປີ: ໃຫ້ຢາໃນປະລິມານ 500 ມກ, 2 ເທື່ອຕໍ່ມື້ພາຍໃນ 3 ຫາ 5 ມື້.
ເດັກອາຍຸ 3 ຫາ 5 ປີ: ໃຫ້ຢາໃນປະລິມານ 750 ມກ, 2 ເທື່ອຕໍ່ມື້ພາຍໃນ 3 ຫາ 5 ມື້.
ອາຍຸຕ່ຳກວ່າ 1 ປີ: ໃຫ້ຢາໃນປະລິມານ 100 ມກ, ແບ່ງກິນ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 1 ຫາ 3 ປີ: ໃຫ້ຢາໃນປະລິມານ 125 ມກ, ແບ່ງກິນ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນປະລິມານ 250 ມກ, ແບ່ງກິນ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນປະລິມານ 375 ມກ, ແບ່ງກິນ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນປະລິມານ 500 ມກ, ແບ່ງກິນ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ຢາອັມປີຊີລີນໃຊ້ສັກໃຫ້ກັບຄົນເຈັບທີ່ມີພະຍາດຮ້າຍແຮງ, ຫຼືເມື່ອຄົນເຈັບມີອາການຮາກ ຫຼືບໍ່ສາມາດກິນອາຫານໄດ້.
ອາຍຸຕ່ຳກວ່າ 1 ປີ: ໃຫ້ສັກຢາໃນປະລິມານ 100 ມກ, ແບ່ງສັກ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 1 ຫາ 5 ປີ: ໃຫ້ສັກຢາໃນປະລິມານ 300 ມກ, ແບ່ງສັກ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 6 ຫາ 12 ປີ: ໃຫ້ສັກຢາໃນປະລິມານ 625 ມກ, ແບ່ງສັກ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ສັກຢາໃນປະລິມານ 875 ມກ, ແບ່ງສັກ 4 ຄັ້ງ/ມື້ ເປັນເວລາ 7 ມື້.
ສຳລັບການປິ່ນປົວເຍື່ອຫຸ້ມສະໝອງອັກເສບໃນຂະນະທີ່ເດັກນອນໂຮງໝໍ ການໃຫ້ຢາສັກຮ່ວມກັບຢາຕໍ່ໄປນີ້ທາງກ້າມຊີ້ນ ຫຼືເສັ້ນເລືອດ. ໃຫ້ສັກເຂົ້າທາງເສັ້ນເລືອດພຽງທາງດຽວຫາກທ່ານໄດ້ຖືກເຝິກມາຢ່າງດີ. ແຕ່ຫາກບໍ່ເຄີຍ, ໃຫ້ສັກເຂົ້າກ້າມຊີ້ນເອົາ.
ອັມປີຊີລິນ (ampicillin) ແລະ ຢາເຊັຟໄທຣອາໂຊນ (ceftriaxone)
ປະສົມຫຼອດຢາອັມປີຊີລິນ (ampicillin) ທີ່ເປັນຜົງແປ້ງແນວສັກກັບນໍ້າກັ່ນ 2.1 ມລ. ດັ່ງນັ້ນເຮົາກໍຈະ ໄດ້ຢາທີ່ມີຄວາມເຂັ້ມຂຸ້ນ 500 ມກ ໃນນໍ້າກັ່ນ 2.5 ມລ.
ປະສົມຫຼອດຢາເຊັຟໄທຣອາໂຊນ (ceftriaxone) ທີ່ເປັນຜົງແປ້ງແນວສັກກັບນໍ້າກັ່ນ 3.5 ມລ. ດັ່ງນັ້ນເຮົາກໍຈະໄດ້ຢາທີ່ມີຄວາມເຂັ້ມຂຸ້ນ 1 ກຼາມໃນນໍ້າກັ່ນ 4 ມລ.
ແລະ
ຢາເຊັຟໄຕຣອາໂຊນ (ceftriaxone) 100 ມກ ຕໍ່ນໍ້າໜ້າຕົວ 1 ກລ, ໃຫ້ 1 ຄັ້ງ/ມື້ ຢ່າງໜ້ອຍ 5 ມື້,
ຢາເຊັຟໄຕຣອາໂຊນ (ceftriaxone) 100 ມກ ຕໍ່ນໍ້າໜ້າຕົວ 1 ກລ, ໃຫ້ 1 ຄັ້ງ/ມື້ ຢ່າງໜ້ອຍ 5 ມື້,
ຢາເຊັຟໄຕຣອາໂຊນ (ceftriaxone) 2 ມກ 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ອາຍຸ 1 ຫາ 3 ປີ: ສັກຢາອັມປີຊີລິນ (ampicillin) 3 ມລ 4 ຄັ້ງ/ມື້, ແລະ
ເຊັຟໄທຣອາໂຊນ (ceftriaxone) 4 ມກ 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ອາຍຸ 4 ຫາ 5 ປີ: ສັກຢາອັມປີຊີລິນ (ampicillin) 5 ມລ 4 ຄັ້ງ/ມື້, ແລະ
ເຊັຟໄທຣອາໂຊນ (ceftriaxone) 6 ມກ 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ຫຼື
ອັມປີຊີລິນ (ampicillin) ແລະ ຢາເຈັນທາໄມຊີນ (gentamicin)
ປະສົມອັມປີຊີລິນ (ampicillin) ແນວສັກ 500 ມກໃສ່ນໍ້າກັ່ນ 2.1 ມລ. ເຮົາກໍຈະໄດ້ຄວາມເຂັ້ມຂຸ້ນ 500 ມລ ຕໍ່ 2.5 ມລ.
ໃຊ້ຢາເຈັນທາໄມຊີນ (gentamicin) ຂອດແກ້ວ 2 ມລ ທີ່ບໍ່ໄດ້ປະສົມຫັຍງເທື່ອ 40 ມກ ຕໍ່ 1 ມລ.
ຢາເຈັນທາໄມຊີນ (gentamicin) ແມ່ນຢາຕ້ານເຊື້ອຊະນິດແຮງແມ່ນໃນຢູ່ກຸ່ມຂອງຢາຕ້ານເຊື້ອ aminoglycoside. ມັນສາມາດໃຊ້ໂດຍການສັກທາງກ້າມຊີ້ນ ຫຼື ທາງເສັ້ນເລືອດເທົ່ານັ້ນ. ຢາຊະນິດນີ້ມັນສາມາດທຳລາຍໝາກໄຂ່ຫຼັງ ແລະ ການໄດ້ຍີນ, ສະນັ້ນຄວນຈະຖືກໃຊ້ພຽງແຕ່ໃນກໍລະນີສຸກເສີນໃນຂະນະນຳສົ່ງຄົນເຈັບໄປໂຮງໝໍ. ຢາເຈັນທາໄມຊີນ (gentamicin) ຕ້ອງໃຫ້ໃນປະລິມາທີ່ຖືກຕ້ອງ.
ຫາກວ່າເດັກມີອາການຂາດນໍ້າ (ສົບແຫ້ງຫຼາຍ ແລະ ບໍ່ຍ່ຽວ)ໃຫ້ເດັກດື່ມນໍ້າທົດແທນສານເກືອແຮ່ຈົນກວ່າອາການຂາດນໍ້າຈະຫາຍໄປກ່ອນທີ່ທ່ານຈະສັກຢາເຈັນທາໄມຊີນ (gentamicin).
ສໍາລັບເດັກທີ່ມີອາຍຸນ້ອຍກວ່າ 1 ອາທິດ
ສັກຢາອັມປີຊີລິນ (ampicillin) 50 ມກ ຕໍ່ນໍ້າໜັກໂຕ 1 ກລ, 2 ຄັ້ງ/ມື ຢ່າງໜ້ອຍ 5 ມື້,
ແລະ
ສັກຢາເຈັນທາໄມຊີນ (gentamicin) 5 ມກ ຕໍ່ນໍ້າໜັກໂຕ 1 ກລ, 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ຫ້າມໃຫ້ເກີນກວ່າ 10 ມື້.
ສຳລັບເດັກອາຍຸ 1 ອາທິດ ຫາ 1 ເດືອນ
ສັກຢາອັມປີຊີລິນ (ampicillin) 50 ມກ ຕໍ່ນໍ້າໜັກໂຕ 1 ກລ, 3 ຄັ້ງ/ມື ຢ່າງໜ້ອຍ 5 ມື້,
ແລະ
GENTAMICIN: ສັກຢາເຈັນທາໄມຊີນ (gentamicin) 7.5 ມກ ຕໍ່ນໍ້າໜັກໂຕ 1 ກລ, 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ຫ້າມໃຫ້ເກີນກວ່າ 10 ມື້.
ສໍາລັບເດັກໃຫຍ່ ແລະ ເດັກນ້ອຍທີ່ອາຍຸຫຼາຍກວ່າ 1 ເດືອນ
ສໍາລັບເດັກໃຫຍ່ ແລະ ເດັກນ້ອຍທີ່ອາຍຸຫຼາຍກວ່າ 1 ເດືອນ
ແລະ
ສັກຢາເຈັນທາໄມຊີນ (gentamicin) 7.5 ມກ ຕໍ່ນໍ້າໜັກໂຕ 1 ກລ, 1 ຄັ້ງ/ມື້, ໃຫ້ຢ່າງໜ້ອຍ 5 ມື້.
ຫ້າມໃຫ້ເກີນກວ່າ 10 ມື້.
ມັນຈະປອດໄພກວ່າຫາກວ່າເຮົາໃຫ້ຢາເຈັນທາໄມຊີນ (gentamicin) ໃນປະລິມານຢາທີ່ຖືກຕ້ອງໂດຍອີງຕາມນໍ້າໜັກຂອງເດັກ, ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້ ກໍ່ໃຫ້ສັກຢາໃນປະລິມານຕາມອາຍຸຂອງຄົນເຈັບ ດັ່ງລຸ່ມນີ້:
ອາຍຸ 1 ຫາ 4 ເດືອນ: ໃຫ້ສັກຢາອັມປີຊີລິນ (ampicillin) 1.5 ມລ 4 ຄັ້ງ/ມື້, ແລະ
ສັກຢາເຈັນທາໄມຊີນ (gentamicin) 1 ມລ 1 ຄັ້ງ/ມື້, ຢ່າງໜ້ອຍ 5 ມື້.
ອາຍຸ 4 ຫາ 12 ເດືອນ: ໃຫ້ສັກຢາອັມປີຊີລິນ (ampicillin) 2 ມລ 4 ຄັ້ງ/ມື້, ແລະ
ສັກຢາເຈັນທາໄມຊີນ (gentamicin) 1.5 ມລ 1 ຄັ້ງ/ມື້, ຢ່າງໜ້ອຍ 5 ມື້.
ອາຍຸ 1 ຫາ 3 ປີ: ໃຫ້ສັກຢາອັມປີຊີລິນ (ampicillin) 3 ມລ 4 ຄັ້ງ/ມື້, ແລະ
ສັກຢາ ເຈັນທາ ໄມ ຊີນ (gentamicin) 2 ມລ 1 ຄັ້ງ/ມື້, ຢ່າງໜ້ອຍ 5 ມື້.
ອາຍຸ 4 ຫາ 5 ປີ: ໃຫ້ສັກຢາອັມປີຊີລິນ (ampicillin) 5 ມລ 4 ຄັ້ງ/ມື້, ແລະ
ສັກຢາ ເຈັນທາ ໄມ ຊີນ (gentamicin) 3 ມລ 1 ຄັ້ງ/ມື້, ຢ່າງໜ້ອຍ 5 ມື້.
ຢາເປນີຊີລິນຊະນິດກິນ, penicillin V, penicillin VK
ຢາເປນີຊີລິນ penicillin ຊະນິດກິນເອົາແມ່ນໃຊ້ຫຼາຍກວ່າຢາສັກ, ເພາະມັນສາມາດໃຊ້ໄດ້ໃນຄົນເຈັບທີ່ຕິດເຊື້ອຂັ້ນເລັກໜ້ອຍ ແລະ ຮຸນແຮງລະດັບປານກາງໄດ້:
- ເຈັບຄໍແບບກະທັນຫັນ, ໄຂ້ສູງ (ຮູຄໍຕິດເຊື້ອ)
- ຫູຕິດເຊື້ອ
- ອັກເສບຜົ້ງໄຊນັສ
- ໄຂ້ ແລະ ມີອັກເສບຂໍ່
- ປອດອັກເສບ
ເຖິງວ່າທ່ານເລີ່ມການປິ່ນປົວດ້ວຍຢາເປນີຊີລິນ (penicillin) ແນວສັກສຳລັບການຕິດເຊື້ອຮຸນແຮງ, ທ່ານສາມາດປ່ຽນມາເປັນແນວກິນໄດ້ເມື່ອຄົນເຈັບມີອາການດີຂຶ້ນ. ແຕ່ຖ້າວ່າບໍ່ດີຂຶ້ນພາຍໃນ 2 ຫາ 3 ວັນໃຫ້ປ່ຽນໃຊ້ຢາຕ້ານເຊື້ອໝວດອື່ນເລີຍ ຫຼື ໄປຂໍຄຳແນະນຳຈາກທ່ານໝໍໃນການປິ່ນປົວ.
ພື່ອໃຫ້ຮ່າງກາຍດູດຊຶມຢາໄດ້ດີຂຶ້ນ, ແມ່ນໃຫ້ກິນຢາຕອນທ້ອງວ່າງ, ຢ່າງໜ້ອຍ 1 ກ່ອນ ຫຼື 2 ຊົ່ວໂມງຫຼັງກິນອາຫານ.
ອາຍຸຕ່ຳກວ່າ 1 ປີ: ໃຫ້ຢາໃນປະລິມານ 62 ມກ, 4 ຄັ້ງ/ມື້ ເປັນເວລາ 10 ມື້.
ອາຍຸ 1 ຫາ 5 ປີ: ໃຫ້ຢາໃນປະລິມານ 125 ມກ, 4 ຄັ້ງ/ມື້ ເປັນເວລາ 10 ມື້.
ອາຍຸ 6 ຫາ 12 ປີ: ໃຫ້ຢາໃນປະລິມານ 125 ຫາ 250 ມກ, 4 ຄັ້ງ/ມື້ ເປັນເວລາ 10 ມື້.
ອາຍຸເກີນ 12 ປີ: ໃຫ້ໃຫ້ ຢາໃນ ປະ ລິ ມານ 250 ຫາ 500 ມກ, 4 ຄັ້ງ/ມື້ ເປັນເວລາ 10 ມື້.
ສຳລັບການຕິດເຊື້ອຂັ້ນຮຸນແຮງ, ໃຫ້ເພີ່ມປະລິມານຢາເປັນສອງເທົ່າ.
ຜູ້ໃຫຍ່: ໃຫ້ຢາໃນປະລິມານ 500 ມກ, 2 ຄັ້ງ/ມື້ເປັນເວລາ 10 ມື້.
ຢາເປນີຊີລີນຊະນິດສັກ penicillin, penicillin G
ຢາເປນີຊີລີນ penicillin ປະເພດສັກ ແມ່ນຄວນຖືກໃຊ້ສຳລັບການຕິດເຊື້ອທີ່ຮຸນແຮງ, ເຊິ່ງລວມມີ:
- ພະຍາດບາດທະຍັກ.
- ປອດອັກເສບຮຸນແຮງ
- ແຜທີ່ມີການຕິດເຊື້ອຮ້າຍແຮງ
- ເມື່ອກະດູກຊອດແທງອອກມາຖືກຜິວໜັງ
- ຊີຟີລິສ
ຢາເປນີຊີລີນ penicillin ປະເພດສັກ ມີຫຼາຍຮູບແບບແຕກຕ່າງກັນ. ສິ່ງແຕກຕ່າງທີ່ຕົ້ນຕໍກໍຄື ລິດຂອງຢາທີ່ອອກລິດໃນຮ່າງກາຍ: ອອກລິດສັ້ນ, ອອກລິດປານກາງ ຫຼື ອອກລິດຍາວ.
PROCAINE PENICILL IN, PROCAINE BENZYLPENICILLIN ອອກລິດປານກາງ
ສັກສະເພາະກ້າມຊີ້ນ (IM), ຫ້າມສັກໃສ່ເສັນເລືອດນິ້ງ (IV).
ອາຍຸ 2 ເດືອນ ຫາ 3 ປີ: ສັກຢາໃນປະລິມານ 150.000 ຢູນິດ, 1 ຄັ້ງ/ມື້ ເປັນເວລາ 10 ຫາ 15 ມື້.
ອາຍຸ 4 ຫາ 7 ປີ: ສັກຢາໃນປະລິມານ 300.000 ຢູນິດ, 1 ຄັ້ງ/ມື້ ເປັນເວລາ 10 ຫາ 15 ມື້.
ອາຍຸ 8 ຫາ 12 ປີ: ສັກຢາໃນປະລິມານ 600.000 ຢູນິດ, 1 ຄັ້ງ/ມື້ ເປັນເວລາ 10 ຫາ15 ມື້.
ອາຍຸຫຼາຍກວ່າ 12 ປີ: ສັກຢາໃນປະລິມານ 600.000-4.800.000 ຢູນິດ, 1 ຄັ້ງ/ມື້ ເປັນເວລາ 10 ຫາ 15 ມື້.
ຫ້າມສັກຢາຊະນິດນີ້ໃຫ້ໃນເດັກນ້ອຍທີ່ອາຍຸຕ່ຳກວ່າ 2 ເດືອນ, ຍົກເວັ້ນເສຍແຕ່ບໍ່ມີຢາ penicillin ໂຕອື່ນ ຫຼື ampicillin. ຖ້າໃນກໍລະນີມີພຽງທາງເລືອກດຽວ, ສັກໃນປະລິມານ 50.000 ຢູນິດ, 1 ຄັ້ງ/ມື້, ເປັນເວລາ 10 ຫາ 15 ມື້.
ສຳລັບການຕິດເຊື້ອທີ່ຮຸນແຮງຫຼາຍໃນທຸກກຸ່ມອາຍຸ, ໃຫ້ເພີ່ມປະລິມານຢາເປັນສອງເທົ່າຂອງປະລິມານຢາທີ່ຢູ່ຂ້າງເທິງ. ຫ້າມໃຫ້ຢາເກີນປະລິມານ 4.800.000 ຢູນິດ/ມື້.
BENZATHINE BENZYLPENICILLIN, BENZATHINE PENICILLIN (ອອກລິດຍາວ)
ໃຫ້ສັກໃສ່ກ້າມຊີ້ນເທົ່ານັ້ນ (IM), ຫ້າມໃຫ້ທາງເສັ້ນເລືອດ(IV).
ຜູ້ໃຫຍ່ ແລະ ເດັກທີ່ມີນໍ້າໜັກຫຼາຍກວ່າ 30 ກລ, ຫຼືອາຍຸຫຼາຍກວ່າ 8 ປີ: ໃຫ້ສັກ 1,200,000 ຢູນິດ. ສຳລັບການຕິດເຊື້ອເລັກໜ້ອຍ, ອາດຈະສັກ 1 ຄັ້ງກໍພຽງພໍແລ້ວ.
ສຳລັບຄໍອັກເສບ, ໃຫ້ສັກ 1 ຄັ້ງຕາມປະລິມານຢາທີ່ໄດ້ກ່າວມາຂ້າງເທິງນັ້ນ.
ສໍາລັບຄົນທີ່ມີໄຂ້ ແລະ ມີອັກເສບຂໍ່, ຕາມປະລິມານຢາທີ່ໄດ້ກ່າວມາຂ້າງເທິງນັ້ນ 1 ຄັ້ງທຸກໆ 4 ອາທິດ. ສືບຕໍ່ໃຫ້ການປິ່ນປົວເປັນເວລາ 5 ຫາ 10 ປີເພື່ອປ້ອງກັນພະຍາດໄຂ້ອັກເສບຂໍ່ລົງຫົວໃຈໄດ້.
ສໍາລັບຄົນທີ່ມີໄຂ້ ແລະ ມີອັກເສບຂໍ່, ຕາມປະລິມານຢາທີ່ໄດ້ກ່າວມາຂ້າງເທິງນັ້ນ 1 ຄັ້ງທຸກໆ 4 ອາທິດ. ສືບຕໍ່ໃຫ້ການປິ່ນປົວເປັນເວລາ 5 ຫາ 10 ປີເພື່ອປ້ອງກັນພະຍາດໄຂ້ອັກເສບຂໍ່ລົງຫົວໃຈໄດ້.
ຢາຕ້ານເຊື້ອຕົວອື່ນໆ
ຢາອີຣີໂທຣໄມຊີນ (erythromycin)
ຢາອີຣີໂທຣໄມຊີນ (erythromycin) ປິ່ນປົວພະຍາດຊຶມເຊື້ອຈາກເຊື້ອແບັກທີເຣັຍໄດ້ຫຼາຍຊະນິດ ຄືກັນກັບຢາເປນີຊີລີນ (penicillin), ແລະມັນຍັງສາມາດໃຊ້ກັບຄົນເຈັບທີ່ມີອາການແພ້ຢາເປນີຊີລີນ (penicillin) ໄດ້. ສຳລັບການຕິດເຊື້ອອື່ນໆມັນສາມາດໃຊ້ ເຕຕຣາໄຊຄລີນ tetracycline ແທນກໍໄດ້. ນອກນີ້ຍັງສາມາດໃຊ້ປົວພະຍາດຄໍຕີບ ແລະ ໄອໄກ່ໄດ້. ສຳລັບຄົນເຈັບທີ່ມີອາການແພ້ຢາເປນີຊີລີນ (penicillin), ມັນດີທີ່ຈະໃຊ້ຢາອີຣີໂທຣໄມຊີນ (erythromycin) ແທນສຳລັບການຕິດເຊື້ອອື່ນໆ, ມັນຍັງສາມາດໃຊ້ແທນ tetracycline ແທນກໍໄດ້.
ຢາອີຣີໂທຣໄມຊີນ (erythromycin) ມັກພາໃຫ້ເກີດອາການປຸ້ນທ້ອງປວດຮາກ ແລະ ຖອກທ້ອງ, ໂດຍສະເພາະກັບເດັກນ້ອຍ. ຫ້າມບໍ່ໃຫ້ໃຊ້ເກີນກວ່າ 2 ອາທິດ ເພາະມັນອາດຈະພາໃຫ້ເກີດມີອາການຕາເຫຼືອງໂຕເຫຼືອງໄດ້.
ເດັກເກີດໃໝ່ຈົນເຖິງ 1 ເດືອນ: ໃຫ້ຢາໃນປະລິມານ 62 ມກ, ໃຫ້ 3 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 1 ເດືອນ ຫາ 2 ປີ: ໃຫ້ຢາໃນປະລິມານ 125 ມກ, ໃຫ້ 3 ຫາ 4 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
2 ຫາ 8 ປີ: ໃຫ້ຢາໃນປະລິມານ 250 ມກ, ໃຫ້ 3 ຫາ 4 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ຫຼາຍກວ່າ 8 ປີ: ໃຫ້ຢາໃນປະລິມານ 250 ຫາ 500 ມກ, 4 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ສຳລັບການຕິດເຊື້ອທີ່ຮຸນແຮງ, ໃຫ້ເພີ່ມເປັນ 2 ເທົ່າຂອງປະລິມານຢາທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ.
ໂຄທຣີມ໊ອກຊາໂຊນ Cotrimoxazole ຊັລຟາເມໂທຊາໂຊນ ກັບ ທຣີເມໂທພຣີມ sulfamethoxazole with trimethoprim, TMP-SMX
ການໃຊ້ຢາຕ້ານເຊື້ອ 2 ຊະນິດຮ່ວມກັນແມ່ນມີລາຄາບໍ່ແພງ ແລະ ສາມາດປິ່ນປົວການຕິດເຊື້ອໄດ້ຫຼາຍຊະນິດ. ມັນເປັນຢາທີ່ສຳຄັນສຳລັບຄົນທີ່ຕິດເຊື້ອເອັດສໄອວີ HIV ແລະ ສາມາດປ້ອງກັນການຕິດເຊື້ອໄດ້ຫຼາຍຊະນິດທີ່ມັກເກີດໃນຄົນທີ່ຕິດເຊື້ອເອັສໄອວີ. ໃຫ້ອ່ານບົດ ເຊື້ອເອັສໄອວີ ແລະ ເອດສ (ກຳລັງຂຽນຂຶ້ນຢູ່).
ຫຼີກເວັ້ນການໃຫ້ໂຄທຣີມ໊ອກຊາໂຊນ (cotrimoxazole) ໃນເດັກທີ່ອາຍຸຕໍ່າກວ່າ 6 ອາທິດ ແລະ ແມ່ຍິງທີ່ຖືພາຕໍ່າກວ່າ 3 ເດືອນ. ອາການແພ້ຢາຊະນິດນີ້ແມ່ນມີຫຼາຍ. ປະຕິກິລິຍາຂອງການແພ້ແມ່ນມີໄຂ້, ຫາຍໃຈຍາກ, ຫຼືມີຜື່ນ. ຢຸດໃຫ້ໂຄທຣີມ໊ອກຊາໂຊນ (cotrimoxazole) ຫາກເດັກເລີ່ມມີຜື່ນຂຶ້ນ ຫຼື ທ່ານຄິດວ່າເຂົາເຈົ້າອາດຈະມີອາການແພ້.
ໂຄທຣີມ໊ອກຊາໂຊນ (Cotrimoxazole) ແມ່ນມີລິດແຕກຕ່າງກັນ ແລະ ມີສວ່ນປະສົມຂອງຢາສອງຊະນິດໃນປະລິມານທີ່ແຕກຕ່າງກັນ. ດັ່ງນັ້ນ ອາດສາມາດເວົ້າ ໄດ້ວ່າໃນຢາ 200/40 (ມີ sulfamethoxazole 200 ມກ ແລະ trimethoprim 40 ມກ) ຫຼື 400/80 ຫຼື 800/160. ບາງຄັ້ງປະລິມານຢາທີ່ໄດ້ຖືກຂຽນໄວ້ກໍອາດ ແມ່ນປະລິມານຢາຂອງ trimethoprim (ຕົວເລກທີ 2).
ສຳລັບການຕິດເຊື້ອສ່ວນຫຼາຍອາ ຍຸ 6 ເດືອນ ຫາ 5 ປີ: ໃຫ້ ຢາ sulfamethoxazole 200 ມກ + trimethoprim 40 ມກ, 2 ຄັ້ງ/ມື້
ເປັນເວລາ 5 ມື້.
ອາຍຸ 6 ຫາ 12 ປີ: ໃຫ້ sulfamethoxazole 400 ມກ + trimethoprim 80 ມກ, 2 ຄັ້ງ/ມື້ ເປັນເວລາ 5 ມື້.
ຫຼາຍກວ່າ 12 ປີ: ໃຫ້ຢາ sulfamethoxazole 800 ມກ + trimethoprim 160 ມກ, 2 ຄັ້ງ/ມື້ ເປັນເວລາ