Hesperian Health Guides

ຢາຂ້າແມ່ທ້ອງ

ການເບິ່ງແຍງເດັກ: ຢາປິ່ນປົວ

ການໃຊ້ຢາຂ້າແມ່ທ້ອງພຽງຢ່າງດຽວນັ້ນແມ່ນບໍ່ພຽງພໍໃນການກໍາຈັດການຕິດແມ່ທ້ອງ ຫຼືພະຍາດແມ່ກາຝາກໃນໄລຍະຍາວໄດ້. ການຮັກສາຄວາມສະອາດທັງສ່ວນບຸກຄົນ ແລະ ສາທາລະນະແມ່ນເປັນສິ່ງທີ່ຈໍາເປັນ. ການຕິດເຊື້ອແມ່ທ້ອງສາມາດແຜ່ຂະຫຍາຍໄດ້ຢ່າງງ່າຍດາຍໃນບັນດາສະມາຊິກຄອບຄົວ, ສະນັ້ນ ໃນເວລາທີ່ສະມາຊິກຜູ້ໃດຫນຶ່ງຂອງຄອບຄົວມີແມ່ທ້ອງແລ້ວກໍ່ຄວນທີ່ຈະປິ່ນປົວສະມາຊິກໃນຄອບຄົວໝົດທຸກຄົນເຊັ່ນດຽວກັນ.

ຢາມີເບນດາໂຊລ (mebendazole)


ຢາມີເບນດາໂຊລ (mebendazole) ແມ່ນໃຊ້ໃນການຂ້າແມ່ພະຍາດປາກຂໍ, ພະຍາດແສ້ມ້າ, ແມ່ທ້ອງໂຕກົມ, ແລະ ແມ່ທ້ອງເຂັມມຸດ. ນອກນັ້ນ ມັນຍັງມີປະສິດທິພາບໃນການຂ້າແມ່ທ້ອງຊະນິດອື່ນໆໄດ້ນຳອີກ. ມັນອາດຈະສາມາດຂ້າແມ່ທ້ອງກົມຈີດໄດ້, ແຕ່ວ່າ ມັນກໍ່ບໍ່ແມ່ນຢາທີ່ດີທີ່ສຸດສໍາລັບຂ້າແມ່ພະຍາດຊະນິດນີ້. ເຖິງແມ່ນວ່າຈະບໍ່ຄ່ອຍພົບວ່າມີຜົນຂ້າງຄຽງຈາກຢານີ້ປານໃດ, ແຕ່ມັນກໍ່ອາດຈະມີອາການເຈັບທ້ອງ ຫຼື ອາການຖອກທ້ອງ ຖ້າຫາກວ່າຄົນເຈັບມີແມ່ທ້ອງຫຼາຍ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ຫຼີກເວັ້ນການໃຊ້ຢາມີເບນດາໂຊລ (mebendazole) ໃນຊ່ວງ 3 ເດືອນທຳອິດຂອງການຖືພາ ເພາະມັນສາມາດມີຜົນສະທ້ອນຕໍ່ກັບພັດທະນາການຂອງເດັກໃນທ້ອງໄດ້. ບໍ່ໃຫ້ໃຊ້ຢານີ້ກັບເດັກນ້ອຍອາຍຸຕ່ຳກວ່າ 1 ປີ.

ວິທີການນໍາໃຊ້NBgrnpill.png
ສຳລັບຂ້າແມ່ທ້ອງເຂັມມຸດ
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະ ຜູ້ໃຫຍ່: ໃຫ້ກິນໃນປະລິມານ 100 ມກ, ໃຫ້ກິນຄັ້ງດຽວ. ຖ້າຈຳເປັນກໍ່ໃຫ້ກິນຊ້ຳອີກໃນສອງອາທິດຕໍ່ມາ.
ສຳລັບຂ້າແມ່ທ້ອງກົມຂີ້ກະເດືອນ, ແມ່ທ້ອງແສ້ມາ, ແລະ ແມ່ທ້ອງປາກຂໍ
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະ ຜູ້ໃຫຍ່: ໃຫ້ກິນໃນປະລິມານ 100 ມກ, 2 ຄັ້ງ/ມື້ ເປັນເວລາ 3 ມື້ (ທັງໝົດ 6 ເມັດ). ຫຼື
ໃຫ້ກິນໃນປະລິມານ 500 ມກ, ກິນຄັ້ງດຽວ.
ສຳລັບປ້ອງກັນແມ່ທ້ອງກົມ ໃນບ່ອນທີ່ຜູ້ຄົນມັກເປັນພະຍາດນີ້ຫຼາຍ.
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະຜູ້ໃຫຍ່: ໃຫ້ກິນໃນປະລິມານ 500 ມກ, ທຸກໆ 3 ຫາ 6 ເດືອນ.
ສຳລັບຂ້າແມ່ທ້ອງກົມຈີດ (trichinosis)
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະ ຜູ້ໃຫຍ່: ໃຫ້ກິນໃນປະລິມານ 200 ຫາ 400 ມກ, ກິນ 3 ຄັ້ງ/ມື້ ເປັນເວລາ 3 ມື້. ແລະຈາກນັ້ນແມ່ນໃຫ້ກິນໃນປະລິມານ 400 ຫາ 500 ມກ, ກິນ 3 ຄັ້ງ/ມື້ ເປັນເວລາ 10 ມື້. ຖ້າຫາກມີອາການປວດ ຫຼື ມີບັນຫາກ່ຽວກັບສາຍຕາ, ກໍ່ໃຫ້ກິນຢາພວກຮໍໂມນສະເຕີຣອຍ (steroid), ຕົວຢ່າງເຊັ່ນ: ຢາເປຣດນີໂຊໂລນ (prednisolone), ໃນປະລິມານ 40 ຫາ 60 ມກ, ມື້ລະຄັ້ງ ເປັນເວລາ 10 ຫາ 15 ມື້.

ຢາອັລເບນດາໂຊລ (Albendazole)


ຢາອັລເບນດາໂຊລ (Albendazole) ແມ່ນມີຊັບພະຄຸນຄ້າຍຄືກັນກັບຢາມີເບນດາໂຊລ (mebendazole) ແຕ່ມັນມີລາຄາທີ່ແພງກວ່າ. ແມ່ນມີຊັບພະຄຸນໃນການຂ້າແມ່ພະຍາດປາກຂໍ, ພະຍາດແສ້ມ້າ, ແມ່ທ້ອງໂຕກົມ, ພະຍາດເຂັມມຸດ ແລະ ແມ່ທ້ອງກົມຈີດ. ຜົນຂ້າງຄຽງຈາກຢານີ້ແມ່ນບໍ່ຄ່ອຍມີປານໃດ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ຫຼີກເວັ້ນການໃຊ້ຢາອັລເບນດາໂຊລ (Albendazole) ໃນຊ່ວງ 3 ເດືອນທຳອິດຂອງການຖືພາ ເພາະມັນສາມາດມີຜົນສະທ້ອນຕໍ່ກັບພັດທະນາການຂອງເດັກໃນທ້ອງໄດ້. ບໍ່ໃຫ້ໃຊ້ຢານີ້ກັບເດັກນ້ອຍອາຍຸຕ່ຳກວ່າ 1 ປີ.

ວິທີການນໍາໃຊ້NBgrnpill.png
ສຳລັບຂ້າແມ່ພະຍາດເຂັມມຸດ, ແມ່ທ້ອງກົມຂີ້ກະເດືອນ, ແມ່ທ້ອງແສ້ມາ, ແລະ ແມ່ທ້ອງປາກຂໍ
ເດັກນ້ອຍ ອາຍຸ 1 ຫາ 2 ປີ: ໃຫ້ກິນໃນປະລິມານ 200 ມກ, ກິນຄັ້ງດຽວ.
ເດັກນ້ອຍ ອາຍຸ 2 ປີຂຶ້ນໄປ: ໃຫ້ກິນໃນປະລິມານ 400 ມກ, ກິນຄັ້ງດຽວ. ໃຫ້ກິນຊ້ຳອີກໃນ 2 ອາທິດ ຖ້າເຫັນວ່າຈຳເປັນ.

ສຳລັບຂ້າແມ່ທ້ອງກົມຈີດ
ໃຫ້ກິນໃນປະລິມານ 400 ມກ, ກິນ 2 ຄັ້ງ/ມື້ ເປັນເວລາ 8 ຫາ 14 ມື້. ຖ້າຫາກມີອາການປວດ ຫຼື ມີບັນຫາກ່ຽວກັບສາຍຕາ, ກໍ່ໃຫ້ກິນຢາພວກຮໍໂມນສະເຕີຣອຍ (steroid), ຕົວຢ່າງເຊັ່ນ: ຢາເປຣດນີໂຊໂລນ (prednisolone), ໃນປະລິມານ 40 ຫາ 60 ມກ, ມື້ລະຄັ້ງ ເປັນເວລາ 10 ຫາ 15 ມື້.

ຢາໄພຣັນເທລ ພາໂມເອທ (Pyrantel pamoate), ຢາໄພຣັນເທລ ເອມໂບເນທ (pyrantel embonate)


ລັບຂ້າແມ່ຢາໄພຣັນເທລ ພາໂມເອທ ໃຊ້ຂ້າແມ່ທ້ອງເຂັມມຸດ, ແມ່ທ້ອງປາກຂໍ, ແລະ ແມ່ທ້ອງກົມຂີ້ກະເດືອນ, ແຕ່ມັນອາດມີລາຄາແພງ. ບາງຄັ້ງຄາວມັນກໍ່ພາໃຫ້ມີອາການຮາກ, ວິນຫົວ, ຫຼື ເຈັບຫົວ. ຫ້າມບໍ່ໃຫ້ຢານີ້ກັບຄົນເຈັບທີ່ກຳລັງໃຊ້ຢາປີເປີຣາຊີນ (piperazine - ຢາຂ້າແມ່ທ້ອງອີກຊະນິດໜຶ່ງ).

ວິທີການນໍາໃຊ້NBgrnpill.png
ສຳລັບແມ່ທ້ອງປາກຂໍ ແລະ ແມ່ທ້ອງກົມຂີ້ກະເດືອນ: ໃຫ້ກິນຄັ້ງດຽວເທົ່ານັ້ນ.
ສຳລັບຖ່າຍພະຍາດເຂັມມຸດ: ໃຫ້ກິນຄັ້ງດຽວ, ຫຼັງຈາກນັ້ນຖ້າໄປອີກ 2 ອາທິດ ຈຶ່ງໃຫ້ກິນອີກຄັ້ງໜຶ່ງ.
ໃຫ້ກິນໃນຂະໜາດ 10 ມກ/ກກ. ຖ້າບໍ່ສາມາດຊັ່ງເບິ່ງນ້ຳໜັກຂອງຄົນເຈັບໄດ້ ກໍ່ໃຫ້ຢາຕາມອາຍຸຂອງລາວ:
ອາຍຸຕ່ຳກວ່າ 2 ປີ: ໃຫ້ກິນໃນຂະໜາດ 62 ມກ (ຫຼື ¼ ຂອງເມັດຢາ ຂະໜາດ 250 ມກ).
ອາຍຸ 2 ຫາ 5 ປີ: ໃຫ້ກິນໃນຂະໜາດ 125 ມກ (ຫຼື ½ ຂອງເມັດຢາ ຂະໜາດ 250 ມກ).
ອາຍຸ 6 ຫາ 9 ປີ: ໃຫ້ກິນໃນຂະໜາດ 250 ມກ (ຫຼື ຢາຂະໜາດ 250 ມກ ໜຶ່ງເມັດ).
ອາຍຸ 10 ຫາ 14 ປີ: ໃຫ້ກິນໃນຂະໜາດ 500 ມກ (ຫຼື ຢາຂະໜາດ 250 ມກ ສອງເມັດ).
ອາຍຸ 14 ປີຂຶ້ນໄປ: ໃຫ້ກິນໃນຂະໜາດ 750 ມກ (ຫຼື ຢາຂະໜາດ 250 ມກ ສາມເມັດ).

ສຳລັບຂ້າແມ່ທ້ອງແປ

ແມ່ທ້ອງແປແມ່ນມີຫຼາຍຊະນິດ. ທັງຢາປຣາຊີຄວັນເທລ (praziquantel) ຫຼື ຢານີໂຄຼຊາໄມດ (niclosamide) ແມ່ນສາມາດຂ້າແມ່ທ້ອງແປໄດ້ທຸກຊະນິດ. ຖ້າຫາກເກີດການຕິດເຊື້ອແມ່ທ້ອງແປໃນສະໝອງ ຫຼືມັນເປັນສາເຫດພາໃຫ້ເກີດມີອາການຊັກ, ຄົນເຈັບຈຳເປັນຕ້ອງໄດ້ຮັບຢາອັລເບນດາໂຊນ (albendazole) ແລະ ຢາປົວອາການຊັກແທນຢາປຣາຊີຄວັນເທລ (praziquantel) ຫຼື ຢານີໂຄຼຊາໄມດ໌ (niclosamide) ແລະ ຄວນຈະໄດ້ຮັບການຊ່ວຍເຫຼືອຈາກແພດໝໍ.

ຢາປຣາຊີຄວັນເທລ (praziquantel)


ຜົນ​ຂ້າງຄຽງGreen-effects.png

ຢາປຣາຊີຄວັນເທລ (praziquantel) ອາດພາໃຫ້ເກີດອາການອ່ອນເພຍ, ວິນຫົວ, ເຈັບຫົວ, ບໍ່ຢາກອາຫານ, ແລະ ມີອາການປຸ້ນທ້ອງປວດຮາກ, ແຕ່ຜົນຂ້າງຄຽງດັ່ງກ່າວເຫຼົ່ານີ້ແມ່ນບໍ່ຄ່ອຍມີເມື່ອໃຊ້ຢານີ້ໃນປະລິມານຕ່ໍາ.

ວິທີການນໍາໃຊ້NBgrnpill.png
ສຳລັບຖ່າຍແມ່ທ້ອງແປເກືອບທຸກຊະນິດ ລວມທັງແມ່ທ້ອງແປງົວ ແລະ ແມ່ທ້ອງແປໝູ.
ໃຊ້ໂດຢາໃນຂະໜາດ 5 ຫາ 10 ມກ/ກກ, ໃຫ້ກິນຄັ້ງດຽວເທົ່ານັ້ນ. ຫຼືໃຫ້ໂດຢາຕາມອາຍຸກໍ່ໄດ້.
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນຂະໜາດ 150 ມກ (¼ ເມັດ), ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນຂະໜາດ 300 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນຂະໜາດ 600 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.


ສຳລັບຖ່າຍແມ່ທ້ອງແປແຄະ (h. nana)
ໃຊ້ໂດຢາໃນຂະໜາດ 25 ມກ/ກກ, ໃຫ້ກິນຄັ້ງດຽວ. ຫຼັງຈາກນັ້ນ 10 ມື້ ໃຫ້ກິນຊ້ຳອີກ. ຫຼືໃຫ້ໂດຢາຕາມອາຍຸກໍ່ໄດ້:
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນຂະໜາດ 300 ຫາ 600 ມກ (ເຄິ່ງ (½) ເມັດ ຫາ 1 ເມັດ) ຕໍ່ໂດ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນຂະໜາດ 600 ຫາ 1200 ມກ ຕໍ່ໂດ.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນຂະໜາດ 1500 ມກ ຕໍ່ໂດ.

ຢານີໂຄຼຊາໄມດ (niclosamide)


ໂຄຼຊາໄມດ (niclosamide) ໃຊ້ຂ້າແມ່ທ້ອງແປທີ່ຢູ່ໃນລຳໄສ້, ແຕ່ບໍ່ມີຜົນກັບແມ່ພະຍາດຕົວອ່ອນໃນຖົງນຳ້ (cysts) ທີ່ຢູ່ນອກລຳໄສ້.

ວິທີການນໍາໃຊ້NBgrnpill.png

ໃຫ້ກິນຢາ ນີໂຄຼຊາໄມດ (niclosamide) ຫຼັງຈາກກິນອາຫານເຊົ້າເລັກນ້ອຍ. ໃຫ້ຫຍ້ຳຢາເມັດໃຫ້ມຸ່ນດີແລ້ວຈິ່ງກືນກິນ. ຂະໜາດຢາທີ່ກິນອາດຈະແຕກຕ່າງກັນໄປຂຶ້ນກັບແຕ່ລະຊະນິດຂອງແມ່ທ້ອງແປ, ສະນັ້ນ ແພດໝໍໃນໂຮງໝໍ ຫຼືສຸກສາລາໃກ້ບ້ານເຈົ້າອາດຈະມີຄໍາແນະນໍາທີ່ດີໃນເລື່ອງນີ້ໃຫ້ກັບເຈົ້າ.ຖ້າຫາກວ່າບໍ່ມີ, ກໍ່ໃຫ້ນໍາໃຊ້ຢາຕາມຂະໜາດຂ້າງລຸ່ມນີ້. ການກິນຢານັ້ນແມ່ນໃຫ້ຫຍ້ຳໃຫ້ມຸ່ນດີແລ້ວຈຶ່ງກືນກິນ. ຖ້າເປັນເດັກນ້ອຍທີ່ຍັງບໍ່ສາມາດຫຍ້ຳໄດ້ເທື່ອກໍ່ໃຫ້ບົດຢານັ້ນໃຫ້ມຸ່ນດີ ແລະ ປະສົມກັບນ້ໍານົມແມ່ເລັກນ້ອຍ ຫຼືປະສົມກັບອາຫານອາຫານໃຫ້ເດັກກິນກໍ່ໄດ້.


ອາຍຸຕ່ຳກວ່າ 2 ປີ: ໃຫ້ຢາໃນຂະໜາດ 500 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 2 ຫາ 6 ປີ: ໃຫ້ຢາໃນຂະໜາດ 1 ກຼາມ (1000 ມກ), ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 6 ປີຂຶ້ນໄປ: ໃຫ້ຢາໃນຂະໜາດ 2 ກຼາມ, ໃຫ້ກິນຄັ້ງດຽວເທົ່ານັ້ນ.


This page was updated: ໐໕ ມັງກອນ ໒໐໒໔