Hesperian Health Guides

ບັນຫາສຸຂະພາບຂອງເດັກ

ຢູ່ໃນພາກນີ້:

ບາງຄັ້ງເຖິງວ່າເຮົາຈະມີຄວາມພະຍາຍາມທີ່ດີທີ່ສຸດໃນການປ້ອງກັນເດັກຈາກການເຈັບເປັນ ແຕ່ເດັກກໍຍັງເຈັບເປັນ. ການເຈັບເປັນໃນເດັກກໍສາມາດຮຸນແຮງໄດ້ຢ່າງໄວວາ. ສິ່ງທີ່ສຳຄັນທີ່ສຸດຄືການສັງເກດອາການເບື້ອງຕົ້ນຂອງການເຈັບເປັນ ແລະ ໃຫ້ເຂົາໄດ້ຮັບການປິ່ນປົວທັນທີທັນໃດ.

  
Danger.png
 ອາການທີ່ອັນຕະລາຍ
ຫາກເດັກມີອາການໜຶ່ງໃນອາການຕໍ່ໄປນີ້ແມ່ນຕ້ອງການປິ່ນປົວທັນການ ແລະ ຕິດຕາມຢ່າງຕໍ່ເນື່ອງ. ເດັກຄວນໄດ້ຮັບການເບິ່ງແຍງທີ່ດີ. ຖ້າຫາກວ່າເດັກມີອາການຫຼາຍກວ່າໜຶ່ງໃນອາການດັ່ງຕໍ່ໄປນີ້ ຫຼືມີອາການທີ່ຮຸນແຮງກວ່ານີ້, ເດັກຈະຢູ່ໃນພາວະທີ່ອັນຕະລາຍເຊັ່ນ:
  • ອາການຂາດນໍ້າ. ຍ່ຽວໜ້ອຍ, ສົບແຫ້ງ, ຂະໝ່ອມລຸບ ອາການເຫຼົ່ານີ້ແມ່ນອາການຂາດນໍ້າ -ເຊິ່ງສາມາດເປັນບັນຫາເຖິງຂັ້ນເສຍຊີວິດໄດ້. ສຳຫຼັບການແກ້ໄຂບັນຫາດັ່ງກ່າວໃຫ້ອ່ານເພີ່ມດັ່ງລຸ່ມນີ້.
  • ການຊັກ. ອາດເປັນໃນທັນທີທັນໃດ, ມີການໝົດສະຕິໃນໄລຍະໃດໜຶ່ງສົມທົບການ ຊັກກະຕຸກສ່ວນໃຫຍ່ ແມ່ນເປັນໃນເວລາທີ່ມີໄຂ້ສູງ.
  • ບໍ່ກະຕືລືລົ້ນ ຫຼືບໍ່ມີຊີວິດຊີວາ. ອ່ອນເພຍ, ເມື່ອຍເປັນລັກສະນະບໍ່ຄືປົກກະຕິຄືທີ່ຜ່ານມາ. ບໍ່ຢາກອາຫານ ແລະ ມັກຫຼົງໜ້າຫຼົງຫຼັງ ໂດຍສະເພາະແມ່ນການໄຕ່ຕອງ. ທຸກໆການເຈັບເປັນສາມາດເຮັດໃຫ້ເກີດບັນຫາເຫຼົ່ານີ້ໄດ້.
  • ອາການຫາຍໃຈຍາກ ຫຼືຫາຍໃຈໄວກວ່າປົກກະຕິ. ອາການເຫຼົ່ານີ້ແມ່ນອາການຂອງພະຍາດປອດອັກເສບທີ່ເປັນສາເຫດການຕາຍໃນເດັກນ້ອຍໄດ້

ເນື້ອໃນ

ອາການຂາດນໍ້າ

ອາການຂາດນໍ້າແມ່ນການມີນໍ້າບໍ່ພຽງພໍໃນຮ່າງກາຍ. ເດັກສ່ວນໃຫ່ຍທີ່ເສຍຊີວິດຈາກການຖອກທ້ອງແມ່ນເກີດຈາກການ ຂາດນໍ້າ. ການປິ່ນປົວກໍງ່າຍດາຍໂດຍການໃຫ້ດື່ມນໍ້າທົດແທນນໍ້າທີ່ສູນເສຍໄປ. ນີ້ແມ່ນການທົດແທນເກືອແຮ່ທີ່ສູນເສຍໄປທີ່ໄດຂຽນອະທິບາຍໄວ້ໃນໜ້າ ໃນບົດທີ່ເວົ້າກ່ຽວກັບເຈັບທ້ອງ, ຖອກທ້ອງ ແລະ ແມ່ທ້ອງ. ໃຫ້ອ່ານບົດເຫຼົ່ານັ້ນເພື່ອຮຽນຮູ້ວິທີປິ່ນປົວອາການຂາດນໍ້າຈາກຖອກທ້ອງ, ຮາກ, ຫຼືສູນເສຍເຫື່ອຈາກການອອກແຮງງານໃນບ່ອນທີ່ອາກາດຮ້ອນ. ເພາະການຂາດນໍ້າຈາກການຖອກທ້ອງແມ່ນອັນຕະລາຍທີ່ສຸດສຳລັບເດັກ, ໃຫ້ເບິ່ງອາການ ດັ່ງຕໍ່ໄປນີ້ເປັນຕົ້ນ:

ອາການ
  • ອາການຖອກທ້ອງເຖິງວ່າຈະບໍ່ມີອາການຂາດນໍ້າກໍຕາມ.
  • ຫິວນໍ້າ (ແຕ່ເດັກມັກຈະບໍ່ບອກວ່າເຂົາຫິວນໍ້າກໍຕາມ).
  • ສົບ ແລະ ລີ້ນແຫ້ງ (ເມື່ອທ່ານເອົາມືຈັບເຂົ້າໄປໃນຜົ້ງປາກຂອງເດັກ, ມັນຈະຮູ້ສຶກວ່າແຫ້ງ).


ຍ່ຽວໜ້ອຍລົງ ແລະ ຍ່ຽວມີສີເຂັ້ມຂຶ້ນຄວນໃຫ້ການປິ່ນປົວທີ່ຖືກຕ້ອງກ່ອນທີ່ອາການຈະຮຸນແຮງໄປກວ່ານັ້ນ.

ອາການທີ່ບົ່ງບອກວ່າການຂາດນໍ້າກຳລັງຈະຢູ່ໃນພາວະຮຸນແຮງ
  • ຄວາມເຊື່ອງຊືມ: ອິດເມື່ອຍ, ບໍ່ມີແຮງ
  • ຫົວໃຈເຕັ້ນໄວ
  • ຫາຍໃຈເລີກຂື້ນ
  • ຕາໂກນເຂົ້າ, ຕາແຫ້ງ ຫຼືໄຫ້ບໍ່ມີນໍ້າຕາ
  • ເບິ່ງຜິວໜັງມາຍຊ້າ ເມື່ອເຮົາຈັບຜິວເດັກດຶງຂຶ້ນ


ໃຫ້ຈັບຜິວໜັງຢູ່ບໍລິເວນໜ້າທ້ອງຂຶ້ນ ດັ່ງທີ່ສະແດງໃຫ້ເຫັນໃນຮູບ ຖ້າຫາກຜິວໜັງຍັງບໍ່ມາຍໂຕເປັນປົກກະຕິ, ນັ້ນໝາຍຄວາມວ່າເດັກອາດມີອາການຂາດນໍ້າ.
A hand lifting some skin
Skin which remains raised


ຫາກມີອາການຂາດນໍ້າທີ່ຮຸນແຮງແບບນີ້, ເດັກຈະຢູ່ໃນພາວະທີ່ອັນຕະລາຍ. ຄວນໃຫ້ການປິ່ນປົວທັນທີເພື່ອຮັກສາຊີວິດຂອງເດັກ.

ການປິ່ນປົວ ແລະ ການປ້ອງກັນ

ສຳຫຼັບການປິ່ນປົວອາການຂາດນໍ້າແມ່ນບໍ່ໄດ້ຫຍຸ້ງຍາກ, ພຽງໃຫ້ເດັກດຶ່ມນຳ້. ຖ້າຫາກໃຫ້ເດັກດື່ມນໍ້າແລ້ວ ແຕ່ອາການຍັງບໍ່ດີຂຶ້ນຢ່າງໄວວາ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍ.

ນົມແມ່

ຖ້າວ່າທ່ານຍັງໃຫ້ນົມລູກຂອງທ່ານທີ່ຍັງມີອາການຂາດນໍ້າ, ໃຫ້ສືບຕໍ່ໃຫ້ນົມລູກຂອງທ່ານ ແລະ ພ້ອມກັນນັ້ນກໍໃຫ້ນໍ້າດື່ມເກືອແຮ່ໄປພ້ອມໆກັນ. ໃຫ້ເດັກດື່ມນົມແມ່ ເລື້ອຍໆຢ່າງໜ້ອຍທຸກໆ 2 ຊົ່ວໂມງ. ໃຫ້ເດັກໄດ້ຮັບນົມແມ່ໄດ້ເທົ່າທີ່ເຂົາຕ້ອງການ.

ຖອກທ້ອງ

ອາຈົມແຫຼວ, ຖ່າຍເປັນນໍ້າ ສິ່ງເຫຼົ່ານີ້ເຮົາເອີ້ນວ່າຖອກທ້ອງ. ມີຫຼາຍສາເຫດທີ່ສາມາດເຮັດໃຫ້ເດັກຖອກທ້ອງໄດ້, ສ່ວນໃຫຍ່ແລ້ວແມ່ນເຊື້ອພະຍາດທີ່ໄດ້ຈາກການສຸຂະອະນາໄມທີ່ບໍ່ດີ ແລະ ອາດເປັນຍ້ອນການໄດ້ຮັບສານອາຫານບໍ່ພຽງພໍ. ການຖອກທ້ອງສ່ວນໃຫຍ່ຈະຫາຍດີເອງໄດ້ໂດຍບໍ່ອາໃສຢາ. ແຕ່ກໍມີການປິ່ນປົວທີ່ສຳຄັນສຳລັບຄົນທີ່ຖອກທ້ອງ ແລະ ນັ້ນກໍຄືການໃຫ້ຄົນເຈັບດື່ມນໍ້າທົດແທນນໍ້າທີ່ສູນເສຍໄປໃນຊ່ວງທີ່ຖອກທ້ອງ. ຫາກບໍ່ດື່ມນໍ້າຫຍັງເລີຍເດັກທີ່ຖອກທ້ອງຈະຂາດນໍ້າ ແລະ ອາດເສຍຊີວິດໄດ້.

ເພື່ອຮັກສາຊີວິດເດັກ, ໃຫ້ເດັກດື່ມນໍ້າເພື່ອທົດແທນນໍ້າທີ່ເຂົາໄດ້ສູນເສຍໄປ.


ທ່ານມີຄວາມຄິດບໍ່ວ່າຫາກໃຫ້ນໍ້າແກ່ເດັກທີ່ຖອກທ້ອງດື່ມແລ້ວຈະເຮັດໃຫ້ເຂົາຖອກທ້ອງຫຼາຍຂື້ນກວ່າເກົ່າບໍ? ມັນກໍບໍ່ແປກທີ່ທ່ານຈະຄິດເຊັ່ນນັ້ນເພາະທ່ານເຫັນວ່າເດັກທີ່ຖອກທ້ອງຖ່າຍແຫຼວຄືກັນກັບນໍ້າ. ແຕ່ນໍ້າບໍ່ເຮັດໃຫ້ເກີດຖອກທ້ອງ.

ການບໍ່ໃຫ້ເດັກດື່ມນໍ້າບໍ່ໄດ້ຊ່ວຍເຮັດໃຫ້ອາການຖອກທ້ອງດີຂື້ນ. ແຕ່ເຮັດໃຫ້ເດັກຕົກຢູ່ໃນພາວະທີ່ອັນຕະລາຍ.
A thin child having diarrhea
ການດື່ມນໍ້າເຮັດໃຫ້ດີຂຶ້ນເມື່ອມີອາການຖອກທ້ອງ.
A happy, healthy child with a cup of water

ຂໍ້ມູນເພີ່ມເຕີມກ່ຽວກັບການຖອກທ້ອງສາມາດອ່ານເພີ່ມໄດ້ຢູ່ໜ້າ ກ່ຽວກັບການເຈັບທ້ອງ, ຖອກທ້ອງ ແລະ ແມ່ທ້ອງ. ຂໍ້ມູນກ່ຽວກັບການປິ່ນປົວຕໍ່ໄປນີ້ ແມ່ນເນັ້ນສະເພາະເດັກ.

ການປິ່ນປົວ

A very thin and sick child sitting with a cup

  1. ໃຫ້ເຄື່ອງດື່ມທົດແທນເກືອແຮ່. ສຳລັບເດັກທີ່ມີອາຍຸຕໍ່າກວ່າ 2 ປີລົງມາ, ໃຫ້ນໍ້າ ¼ ຈອກຫຼັງຈາກ ເດັກຖ່າຍເປັນນໍ້າທຸກຄັ້ງ. ສ່ວນເດັກທີ່ໃຫຍ່ກວ່າ 2 ປີ ຂຶ້ນໄປ ຫຼືຫຼາຍກວ່ານັ້ນ, ໃຫ້ນໍ້າ ½ ຫາ 1 ຈອກຫຼັງຈາກຖ່າຍເປັນນໍ້າທຸກຄັ້ງຄືກັນ. ເຄື່ອງດື່ມເກືອແຮ່ທີ່ຕ້ອງໃຫ້ນີ້ແມ່ນນໍ້າຕົ້ມສຸກດີປະສົມເກືອ ແລະ ນໍ້າຕານ ຫຼື ພວກອາຫານພືດທັນຍາຫານທີ່ຖືກເຮັດໃຫ້ສຸກແລ້ວເລັກນ້ອຍ. ບາງຄົນກໍຕື່ມນໍ້າໝາກນາວ ໃສ່ເລັກນ້ອຍເພື່ອໃຫ້ມີລົດຊາດ.
  2. Woman cooking porridge
  3. ການໃຫ້ອາຫານ. ສ່ວນໃຫຍ່ແລ້ວເດັກບໍ່ຄ່ອຍຈະບອກວ່າເຂົາຫິວເຂົ້າ, ແຕ່ຫາກເດັກບໍ່ໄດ້ຮັບອາຫານ, ເຂົາກໍຈະອິດເມື່ອຍ ແລະ ບໍ່ສະບາຍຫຼາຍຂື້ນ. ໃຫ້ມີຄວາມອົດທົນເມື່ອທ່ານຕ້ອງເບິ່ງແຍງເດັກທີ່ບໍ່ສະບາຍ, ໃຫ້ປ້ອນເຂົ້າໃຫ້ເຂົາເຈົ້າຫຼາຍໆບ່ວງ ຢ່າງໜ້ອຍ 6 ຄັ້ງຕໍ່ມື້ ຫຼືຫຼາຍກວ່ານັ້ນ. ໃຫ້ເພີ່ມຂຶ້ນອີກຫາກເດັກມີອາການດີຂຶ້ນ. ໃຫ້ອາຫານທີ່ມີຄຸນຄ່າສານອາຫານສູງແກ່ເຂົາເຈົ້າເຊັ່ນ: ພວກຖົ່ວດິນ, ໄຂ່, ປາແຫ້ງ, ນົມສົ້ມ, ໝາກອາໂວກາໂດ, ຫຼືໝາກກ້ວຍເປັນຕົ້ນ. ຖ້າໃນເວລານັ້ນທ່ານຫາກຫາສິ່ງເຫຼົ່ານັ້ນບໍ່ໄດ້, ກໍໃຫ້ຫານໍ້າມັນພືດ ປະສົມໃສ່ກັບເຂົ້າ ຫຼືພືດທັນຍາຫານກໍໄດ້.
  4. A woman breastfeeding her baby
    ລ້ຽງລູກດ້ວຍນົມແມ່ເປັນການທົດແທນສານນໍ້າ ແລະ ສານອາຫານທີ່ດີທີ່ສຸດໃນໄລຍະທີ່ເດັກຖອກທ້ອງ.
  5. ຫຼີກເວັ້ນຢາແກ້ຖອກທ້ອງ. ມັນພຽງແຕ່ເປັນຢາລະຫງັບ ແລະ ເຮັດໃຫ້ກໍ່ໃຫ້ເກີດການບົ່ມເຊື້ອໄວ້ໃນຮ່າງກາຍຂອງເດັກ. ຢາຕ້ານເຊື້ອເທົ່ານັ້ນທີ່ຈະຊ່ວຍໄດ້ສຳລັບບາງກໍລະນີທີ່ຕິດເຊື້ອພະຍາດອະຫິວາ ຫຼືຖ່າຍເປັນນໍ້າແກມເລືອດ.
  6. ປ້ອງກັນການຖອກທ້ອງທີ່ອາດເກີດຂຶ້ນອີກໄດ້ ໂດຍປັບປຸງເລື່ອງສຸຂະອະນະໄມ ແລະ ໄດ້ຮັບສານອາຫານທີ່ຄົບຖ້ວນ.

ການຂາດສານອາຫານ ແລະ ຖອກທ້ອງ

ເດັກທີ່ໄດ້ຮັບສານອາຫານບໍ່ພຽງພໍຈະມີອາການຖອກທ້ອງເປັນປະຈຳ ແລະ ພວກເຂົາເອງກໍຈະດີຂື້ນໍຍາກໃນແຕ່ລະຄັ້ງທີ່ບໍ່ສະບາຍ. ນັ້ນກໍຍ້ອນວ່າພະຍາດ 2 ຊະນິດນີ້ເຮັດວຽກຮ່ວມກັນໃນມີວົງຈອນທີ່ອັນຕະລາຍ.

A malnourished child
1. ໄດ້ຮັບສານອາຫານບໍ່ພຽງພໍ (ຂາດສານອາຫານ) ເຮັດ ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍລວມເຖິງ ລະບົບລະລາຍອາຫານ.
2. ລະບົບລະລາຍອາຫານຖືກທຳລາຍຍ້ອນການຂາດສານອາຫານ,ເຮັດໃຫ້ດູດຊຶມສານອາຫານບໍ່ໄດ້. ອາຫານທີ່ກິນເຂົ້າໄປ ຜ່ານໄປໂດຍບໍ່ໄດ້ຖືກດູດຊຶມ, ເປັນສາເຫດເຮັດໃຫ້ເກີດ ຖອກທ້ອງ.
3. ອາຫານທີ່ກິນເຂົ້າໄປກໍຈະຖືກຂັບຖ່າຍອອກມາແບບທັນທີ. ໂພສະນາການທີ່ບໍ່ພຽງພໍເຮັດໃຫ້ຂາດສານອາຫານ.
ການຂາດສານອາຫານເປັນສາເຫດຂອງຖອກທ້ອງ, ຖອກທ້ອງເປັນສາເຫດຂອງການຂາດສານອາຫານ.

ການຢຸດວົງຈອນອັນຕະລາຍເຫຼົ່ານີ້ຈະຊ່ວຍປ້ອງກັນການຕາຍຂອງເດັກທີ່ເກີດຈາກຖອກທ້ອງ ແລະ ການຂາດສານ ອາຫານ ຫຼືຈາກໜຶ່ງໃນພະຍາດຊຶມເຊື້ອທີ່ສາມາດເຮັດໃຫ້ເດັກເຈັບເປັນໄດ້ທີ່ເກີດຈາກຖອກທ້ອງ ແລະ ອຶດຫິວ.

ຫາກທ່ານມີເງິນໜ້ອຍ ໃຫ້ໃຊ້ເງິນນັ້ນເພື່ອຊື້ອາຫານໃຫ້ລູກຂອງທ່ານ. ອາຫານຈະເຮັດໃຫ້ເດັກແຂງແຮງ ແລະ ດີຈາກການເຈັບເປັນໄດ້ໄວຂຶ້ນ ແລະ ຊ່ວຍບໍ່ໃຫ້ຖອກທ້ອງໄດ້ອີກ.

ເພື່ອປິ່ນປົວການຂາດສານອາຫານທີ່ຮຸນແຮງ ໃຫ້ອ່ານເພີ່ມໜ້າທີ ໃນບົດທີ່ເວົ້າກ່ຽວກັບອາຫານເພື່ອສຸຂະພາບ.

ທາດສັງກະສີຊ່ວຍຢຸດການຖອກທ້ອງ
ທາດສັງກະສີ (ທາດເກືອແຮ່) ຊ່ວຍລົດການຖອກທ້ອງໃນເດັກໄດ້. ດັ່ງນັ້ນມັນຈຶ່ງເປັນເຫດຜົນທີ່ເຮົາໃຫ້ເດັກກິນເວລາທີ່ເຂົາເຈົ້າຖອກທ້ອງ.

ສຳລັັບເດັກທີ່ອາຍຸຫຼາຍກວ່າ 6 ເດືອນ: ໃຫ້ທາດສັງກະສີ 10 ມກ ຕໍ່ມື້ເປັນເວລາ 10 ມື້. ບົດຢາໃຫ້ມຸ່ນ ແລະ ປະສົມກັບກັບນົມແມ່ໃຫ້ເດັກດື່ມ.

ສຳລັັບເດັກທີ່ອາຍຸຫຼາຍກວ່າ 6 ເດືອນ: ໃຫ້ທາດສັງກະສີ 10 ມກ ຕໍ່ມື້ເປັນເວລາ 10 ມື້. ບົດຢາໃຫ້ມຸ່ນ ແລະ ປະສົມກັບກັບນົມແມ່ໃຫ້ເດັກດື່ມ.

ການຮາກ

ເດັກບາງຄົນກໍມັກມີອາການຮາກຫຼາຍ. ແຕ່ເມື່ອເດັກຮາກຫຼາຍ ຫຼືສະແດງອາການຂາດນໍ້າ, ໃຫ້ເດັກດື່ມນໍ້າເກືອແຮ່ທົດແທນ. ໃນເບື້ອງຕົ້ນ, ໃຫ້ນໍ້າໜຶ່ງບ່ວງແກງທຸກໆ 15 ນາທີ, ເຖິງວ່າເຂົາເອງຈະຍັງສືບຕໍ່ຮາກກໍຕາມ. ຖ້າຫາກວ່າເດັກເລີ່ມມີອາການດີຂຶ້ນ, ໃຫ້ໜຶ່ງບ່ວງແກງທຸກໆ 5 ນາທີ. ຫຼັງຈາກນັ້ນຈຶງເພີ່ມປະລິມານຂຶ້ນ, ໂດຍໃຫ້ດື່ມນໍ້າເພີ່ມຂຶ້ນ ແລະ ໃຫ້ອາຫານທັນທີທີ່ເປັນໄປໄດ້, ດັ່ງນັ້ນ ທ່ານກໍສາມາດຊ່ວຍໃຫ້ເດັກມີອາການດີຂຶ້ນໄດ້.

ໄຂ້

ອາການໄຂ້ຂອງເດັກສ່ວນໃຫຍ່ແລ້ວແມ່ນການທີ່ຮ່າງກາຍຂອງເຂົາເຈົ້າກຳລັງຕໍ່ຕ້ານກັບເຊື້ອພະຍາດໃດໜຶ່ງຢູ່ ແລະ ຈະເຮັດໃຫ້ເກີດມີອາການໄຂ້ຮ້ອນສູງ. ວິທີທີ່ຈະຊ່ວຍໃຫ້ເດັກທຸເລົາລົງແມ່ນການໃຫ້ຢາປາຣາເຊຕາໂມນ paracetamol (acetaminophen)) ຫຼືຢາຢາໄອບູໂພຣເຟັນ (ibuprofen). ເວລາເດັກໄຂ້ໃຫ້ໃຊ້ຜ້າຈຸບນໍ້າເຢັນເຊັດໂຕກໍຈະຊ່ວຍທຸເລົາອາການໄຂ້ໄດ້. ໃຫ້ເດັກດື່ມນໍ້າຫຼາຍໆເພື່ອປ້ອງກັນການເກີດການຂາດນໍ້າ. ອາການໄຂ້ຮ້ອນສູງສາມາດເຮັດໃຫ້ເດັກນ້ອຍຊັກໄດ້. ແຕ່ອາການໄຂ້ -ໂດຍສະເພາະໄຂ້ຮ້ອນສູງ -ເປັນອີກອາການໜຶ່ງທີ່ບົ່ງບອກວ່າມີການຕິດເຊື້ອທີ່ຮຸນແຮງ. ສິ່ງທີ່ສຳຄັນໃນການ ເບິ່ງແຍງເດັກທີ່ເປັນໄຂ້ແມ່ນຄົ້ນຫາ ແລະ ປິ່ນປົວສາເຫດຂອງອາການໄຂ້.

ອາການທີ່ບົ່ງບອກວ່າອັນຕະລາຍ ແລະ ສາເຫດຂອງການໄຂ້
ບັນຫາທີ່ພົບຮ່ວມ່ກັບໄຂ້ດັ່ງຕໍ່ໄປນີ້ ສາມາດເປັນ...
ຄໍແຂງ ຫຼື ເຈັບຫົວຢ່າງຮຸນແຮງ ເຍື່ອຫຸ້ມສະໝອງອັກເສບ
ມີຜື່ນຂຶ້ນຕາມຕົນຕົວ ໄຂ້ໝາກແດງ
ມີໄອແບບຊຳເຮື້ອ ມີໄອແບບຊຳເຮື້ອ
ເຈັບກະເພາະ ແລະ ຖອກທ້ອງ ຫຼືທ້ອງຜູກ ບາງຄັ້ງອາດພົບມີຈຸດຈໍ້າສີບົວຢູ່ບໍລິເວນໜ້າທ້ອງ ຫຼືບ່ອນອື່ນໆ. (ໃນໄຂ້ທໍລະພິດ. ອາການໄຂ້ສ່ວນໃຫຍ່ມັກກວມເປັນອາທິດ ຈາກນັ້ນກໍມີອາການເຈັບກະເພາະຕາມມາ.) ໄຂ້ທໍລະພິດ
ການຕິດເຊື້ອທີ່ຮຸນ ແຮງ (ກຳລັງຂຽນຂຶ້ນຢູ່).
ໜາວສັ່ນ ຫຼື ໄຂ້ ຖ້າຫາກວ່າອາໃສຢູ່ເຂດຂອງໄຂ້ມາລາເລຍ ໄຂ້ມາລາເລຍ
A thermometer showing the range of a fever as above 37.5 degrees Celsius and a high fever as above 39 degrees
ອົງສາເຊ
ອົງສາຟາເລັນໄຮ
ຕ່ຳເກີນໄປ
ປົກກະຕິ
ມີໄຂ້
ມີໄຂ້ສູງ

ໄຂ້ມາລາເລຍ

ໄຂ້ມາລາເລຍໄດ້ຖືກອະທິບາຍໄວ້ໃນບົດ ການເຈັບເປັນທີ່ເກີດຈາກຍຸງ. ມັນເປັນໜຶ່ງໃນສາເຫດຂອງການເສຍຊີວິດໃນເດັກໃນບ່ອນທີ່ມີການລະບາດຂອງພະຍາດຊະນິດນີ້.

ອາການ
  • ມີໄຂ້
  • ໜາວສັ່ນ ຫຼືເຫື່ອອອກ
  • ໜາວສັ່ນ ຫຼືເຫື່ອອອກ
  • ຮາກ ຫຼືຖອກທ້ອງ
ການປິ່ນປົວ

ຖ້າຫາກເປັນໄປໄດ້ໃຫ້ກວດກ່ອນທ່ານຈະໃຫ້ການປິ່ນປົວໄຂ້ມາລາເລຍ. ແຕ່ຫາກວ່າທ່ານບໍ່ສາມາດກວດໄດ້ ແລະ ໄຂ້ມາລາເລຍກໍເກີດຂຶ້ນຫຼາຍໃນບໍລິເວນທີ່ທ່ານອາໃສຢູ່ ແລະ ທ່ານເອງກໍບໍ່ສາມາດຫາສາເຫດທີ່ເຮັດໃຫ້ເກີດອາການໄຂ້ໄດ້ ຄວນເລີ່ມໃຫ້ຢາປົວມາລາເລຍເລີຍ. ພາວະເລືອດຈາງແມ່ນມັກເກີດກັບເດັກທີ່ເປັນໄຂ້ມາລາເລຍ,ດັ່ງນັ້ນຄວນໃຫ້ທາດເຫຼັກບຳລຸງຮ່ວມນຳ .

ອາການທີ່ອັນຕະລາຍ

ອາການເຫຼົ່ານີ້ເປັນອາການທີ່ອັນຕະລາຍເຖິງຊີວິດທີ່ເດັກຕ້ອງໄດ້ຮັບການປິ່ນປົວໂດຍດ່ວນ. ໃຫ້ຢາສັກ ອາເທຊູເນັດ (artesunate) ໃນເບື້ອງຕົ້ນ. ຫາກວ່າທ່ານບໍ່ມີຢາສັກ ອາເທຊູເນັດ, ໃຫ້ຊັກຄີນິນ (quinine).

ການປ້ອງກັນ

ໃຫ້ອ່ານບົດ ການເຈັບເປັນທີ່ເກີດຈາກຍຸງ ສຳລັບວິທີທາງທີ່ຈະຫຼຸດຜ່ອນການເປັນໄຂ້ມາລາເລຍສຳລັບຄົນໃນຄອບຄົວ ແລະ ຊຸມຊົນຂອງທ່ານ.

A baby on a bed protected from a big mosquito by a net
ການເຈັບເປັນທີ່ເກີດຈາກຍຸງ

ການຊັກ, ຊັກກະຕຸກ

A child having a seizure

ຊັກແມ່ນເກີດຂຶ້ນແບບກະທັນຫັນ ສ່ວນຫຼາຍເປັນແບບສັ້ນໆ, ມີໄລຍະຂອງການບໍ່ຮູ້ສະຕິ ຫຼືມີການປ່ຽນແປງສະພາບຈິດໃຈ, ສວ່ນຫຼາຍແມ່ນມີອາການຊັກກະຕຸກພ້ອມ. ສ່ວນໃຫຍ່ແລ້ວແມ່ນມັກເກີດຂຶ້ນນຳເດັກນ້ອຍ.

ເດັກນ້ອຍສາມາດເກີດມີອາການຊັກໄດ້ເນື່ອງຈາກໄຂ້ຮ້ອນສູງ, ຂາດນໍ້າ, ເກີດການບາດເຈັບ, ໄຂ້ມາລາເລຍ, ຫຼືອາດຍ້ອນເຫດຜົນອື່ນໆ. ການຊັກທີ່ເປັນກັບຄືນອີກຄັ້ງເອີ້ນວ່າ ຊັກບ້າໝູ. ການຊັກທີ່່ເປັນກັບຄືນອີງຄັ້ງແມ່ນໄດ້ຖືກ ອະທິບາຍໄວ້ໃນບົດທີ່ເວົ້າກ່ຽວກັບບັນຫາກ່ຽວກັບຫົວ ແລະ ສະໝອງ (ກຳລັງຂຽນຂຶ້ນຢູ່).

ໃນຊ່ວງເວລາຊັກ ໃຫ້ເກັບເອົາເຄື່ອງຂອງຕ່າງທີ່ຢູ້ອ້ອມບໍລິເວນໂຕເດັກນັ້ນອອກເພື່ອບໍ່ໃຫ້ເດັກໄດ້ຮັບບາດເຈັບ. ຈັດທ່າໃຫ້ເດັກໃນທ່ານອນແຄງເພາະວ່າຖ້າເດັກຮາກ, ມັນສາມາດປ້ອງກັນບໍ່ໃຫ້ເຂົາສະໝັກ. ບໍ່ໃຫ້ຈັບຄົນເຈັບໄວ້ ຫຼືພະຍາຍາມເອົາຫຍັງມາງັດລີ້ນໄວ້. .

  • ສຳລັບຊັກທີ່ເກີດຈາກພະຍາດໄຂ້ມາເລເລຍ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ. ເຖິງຢ່າງໃດກໍຕາມໃຫ້ຢາ diazepam, ໃຫ້ປົວດ້ວຍຢາມາເລເລຍ (ຫ້ເບິ່ງບົດໃການເຈັບເປັນທີ່ເກີດຈາກຍຸງ -ກຳລັງຂຽນຂຶ້ນຢູ່).
  • ສຳລັບອາການຊັກທີ່ເກີດມາຈາກຂາດນ້ຳ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ. ຫຼັງຈາກທີ່ຊັກຢຸດແລ້ວ. ໃຫ້ທົດແທນນ້ຳ.
  • ສຳລັບຊັກທີ່ເກີດມາຈາກເຍື່ອຫຸ້ມສະໝອງອັກເສບ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ.

ຖ້າອາການອັນຕະລາຍຕ່າງໆບໍ່ໄດ້ເປັນສາເຫດຂອງການຊັກ, ການຊັກເກີດຂຶ້ນພຽງແຕ່ຄັ້ງດຽວອາດຈະບໍ່ເປັນບັນຫາ (ເຖິງແມ່ນວ່າມັນສາມາດເຮັດໃຫ້ຢ້ານໃນການສັງເກດເບິ່ງອາການຊັກ, ແຕ່ກໍ່ຕ້ອງໄດ້ຕິດຕາມເບິ່ງ). ຖ້າວ່າອາການຊັກເກີດຂຶ້ນອີກ, ໃຫ້ໄປພົບພະນັກງານສາທາລະນະສຸກ.

ການຊັກກະຕຸກຈາກບາດທະຍັກກໍສາມາດເຮັດໃຫ້ເຂົ້າໃຈຜິດວ່າເປັນການຊັກແບບທົ່ວໄປໄດ້. ຄາງກະໄຕແຂງລັກສະນະຄືກັດປາກໄວ້ ແລະ ແອ່ນຕົວໄປທາງໜ້າເວລາຊັກ. ໃຫ້ສຶກສາເພີ່ມເຕີມກ່ຽວກັບອາການຂອງບາດທະຍັກ.

A boy lying down with his back arched and his body rigid from tetanus

ເຍື່ອຫຸ້ມສະໝອງອັກເສບ

ເຍື່ອຫຸ້ມສະໝອງອັກເສບແມ່ນພົບໜ້ອຍ ແຕ່ເປັນການຕິດເຊື້ອຂອງສະໝອງ ແລະ ແອ້ສັນຫຼັງທີ່ຮຸນແຮງ. ສ່ວນໃຫຍ່ແມ່ນມັກເກີດໂດຍເລີ່ມມີສາເຫດທີ່ບໍ່ຊັດເຈນ ແລະ ມີໄຂ້ມາກ່ອນເປັນອາການເລີ່ມຕົ້ນ. ບາງເທື່ອກໍມັກມີອາການ ຮ່ວມຈາກການເປັນວັນນະໂລກ, ໄຂ້ໝາກແດງ ຫຼື ໄຂ້ໝາກເບີດເປັນຕົ້ນ.

ເຍື່ອຫຸ້ມສະໝອງອັກເສບສາເຫດຈາກເຊື້ອວັນນະໂລກອາດຈະໃຊ້ເວລາຫຼາຍອາທິດກ່ອນທີ່ຈະສະແດງອາການ.

ອາການ
  • ໄຂ້
  • ເຈັບຫົວຮຸນແຮງ
  • ຮາກ
  • ຊັກ
  • ຄໍແຂງ - ເວລາເຮົາພັບຕົວເດັກແຕ່ຫົວຫາຫົວເຂົ່າແມ່ນບໍ່ສາມາດເຮັດໄດ້.
  • ຄົນເຈັບບໍ່ຕ້ອງການໃຫ້ແຕະຕ້ອງຕົວຂອງເຂົາເຈົ້າ - ຫາກພະຍາຍາມຈະຈັບເດັກກໍຈະເຮັດໃຫ້ເດັກໄຫ້ເປັນຕົ້ນ.
  • ຍ້ານແສງ
  • ແອ່ວ, ບໍ່ໃຫ້ການຮ່ວມມື ແລະ ໂສກເສົ້າ
  • ອິດເມື່ອຍ: ອ່ອນແຮງ, ງ່ວງນອນຕະຫຼອດ, ຫຼືໝົດສະຕິ
ອາການທີ່ພົບໃນເດັກແດງ

ຂະໝ່ອມໜ້າຈະສວດຂຶ້ນ. ເດັກອາດຈະມີຮາກ ຫຼືຖອກທ້ອງເປັນຕົ້ນ. ບາງເທື່ອອາດມີໄຂ້ ຫຼື ອາດຕົວເຢັນກວ່າປົກກະຕິ.

A baby with a hand holding its head and a bent neck
An unhappy baby with a stiff neck and back
ໃນເດັກປົກກະຕິທ່ານສາມາດທົບຄໍເດັກໃຫ້ຄາງມາຈຸໃສ່ໜ້າເອິກຂອງເຂົາໄດ້.
ສ່ວນຄໍຂອງເດັກທີ່ເປັນເຍື່ອຫຸ້ມສະໝອງອັກເສບຈະແຂງເມື່ອທ່ານທົບຄໍຂອງເດັກ, ຫຼັງຂອງເດັກກໍງໍຕາມ.
ການປິ່ນປົວ

ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍທັນທີເດັກຈຳເປັນຕ້ອງໄດ້ໃຫ້ຢາຕ້ານເຊື້ອທີ່ສະເພາະ.

ຖ້າເຍື່ອຫຸ້ມສະໝອງອັກເສບເປັນຫຼັງຈາກການຕິດເຊື້ອວັນນະໂລກ, ໃຫ້ປິ່ນປົວວັນນະໂລກເຊັນດຽວກັນ.

ປອດອັກເສບ

ໄອ, ໄຂ້ຫວັດ ແລະ ມີບັນຫາໃນການຫາຍໃຈເລັກໜ້ອຍບໍ່ ຫຼືຮຸນແຮງ. ບັນຫາທີ່ຮຸນແຮງທີ່ສຸດຂອງປອດອັກເສບແມ່ນປອດຕິດເຊື້ອ. ລາຍລະອຽດຂອງປອດອັກເສບໄດ້ ຖືກອະທິບາຍໄວ້ໃນບັນຫາຂອງການຫາຍໃຈ ແລະ ໄອ (ກຳລັງຂຽນຂຶ້ນຢູ່). ມັນແມ່ນໜຶ່ງໃນສາເຫດທີ່ພົບເລື້ອຍໆທີ່ເຮັດໃຫ້ເດັກເສຍຊີວິດ

A child whose skin on his chest is sucking in
ອາການ
  • ການຫາຍໃຈໄວແມ່ນອາການທີ່ສຳຄັນທີ່ສຸດໃນປອດອັກເສບ. ການຫາຍໃຈໄວໝາຍເຖິງ:
    ໃນເດັກເກີດໃໝ່ຫາອາຍຸ 2 ເດືອນ: ມີອັດຕາການຫາຍໃຈຫຼາຍກວ່າ 60 ເທື່ອຕໍ່ນາທີຂຶ້ນໄປ.
    ເດັກອາຍຸ 2 ເດືອນຫາ 12 ເດືອນ: ອັດຕາການຫາຍໃຈຫຼາຍກວ່າ 50 ເທື່ອຕໍ່ນາທີ.
    ຈາກອາຍຸ 12 ເດືອນຫາ 5 ປີ: ອັດຕາການຫາຍໃຈຫຼາຍກວ່າ 40 ເທື່ອຕໍ່ນາທີ.
    All children breathe fast when they are crying. ເດັກທຸກຄົນຈະຫາຍໃຈໄວເມື່ອພວກເຂົາກໍາລັງຮ້ອງໄຫ້, ພະຍາຍາມໃຫ້ເດັກເຊົາໄຫ້, ເມື່ອເດັກເຊົາໄຫ້ແລ້ວ, ໃຫ້ເອົາມືວາງໃສ່ໜ້າທ້ອງຂອງເດັກເພື່ອທ່ານນັບການຫາຍໃຈ, ໃຫ້ສັງເກດ ແລະ ນັບຈຳນວນຄັ້ງຂອງການຫາຍໃຈຕໍ່ນາທີ.
  • ໄຂ້
  • ໄອ
  • ມີການຈ່ອງດຶງຂອງໜ້າເອິກເວລາຫາຍໃຈແຕ່ລະຄັ້ງ
  • ກິນອາຫານໄດ້ໜ້ອຍ (ເດັກບໍ່ຢາກກິນອາຫານ)
ການປິ່ນປົວ

ຫາກທ່ານຄິດວ່າເດັກອາດເປັນປອດອັກເສບ, ໃຫ້ປົວເດັກດ້ວຍ ອາມ໊ອກຊີຊີລິນ (amoxicillin) ຫຼື ໂຄທີຣມ໊ອກຊາໂຊນ (cotrimoxazole).

ເດັກຄວນຈະເລີ່ມມີອາການດີຂຶ້ນພາຍໃນ 2 ມື້ພາຍຫຼັງການໃຫ້ຢາ. ແຕ່ຫາກວ່າ ບໍ່ດີຂຶ້ນ, ນັ້ນອາດເກີດຈາກສາເຫດອື່ນເຊັ່ນ: ວັນນະໂລກ, ຫອບຫືດ, ຫຼືການຕິດເຊື້ອຈາກແມ່ກາຝາກຊະນິດໃດໜຶ່ງທີ່ສາມາດແຜ່ລາມໄປຫາປອດ. ຫາກເດັກມີອາການຮຸນແຮງຂຶ້ນ, ມີບັນຫາຂອງການຫາຍໃຈ, ໝົດສະຕິ, ຫຼືຊັກ, ຄວນໃຫ້ແພດຊ່ວຍ. ເດັກຈຳເປັນຕ້ອງໄດ້ຮັບຢາຕ້ານເຊື້ອ ອັມປີຊີລິນແນວສັກ ແລະ ເຊັຟໄທຣອາໂຊນ (ຫຼື ຢາອັມປີຊີລິນ ແລະ ເຈັນທາໄມຊີນຫາກເດັກ ຕໍ່າກວ່າ 1 ເດືອນ).


ການປ້ອງກັນ

ທຸກໆສິ່ງທີ່ເຮັດໃຫ້ປອດລະຄາຍເຄືອງສາມາດເຮັດໃຫ້ປອດຕິດເຊື້ອໄດ້ຢ່າງງ່າຍດາຍ. ຢາສູບເຮັດໃຫ້ປອດອ່ອນແອ ແລະ ກໍເຮັດໃຫ້ເປັນປອດອັກເສບເລື້ອຍໆ. ແຕ່ຫາກມີຄົນໃນຄອບຄົວສູບຢາ ເຂົາເຈົ້າຄວນສູບນອກບ້ານ ແລະ ໃຫ້ຫ່າງໄກຈາກເດັກ.

ເຕົາເຜົາ ຫຼືການມີເຕົາຖ່ານໃນບ້ານກໍຄວນມີປ່ອງ ຫຼືອັນດູດອາກາດເພື່ອໃຫ້ຄວັນທີ່ເກີດຈາກການແຕ່ງຢູ່ຄົວກິນອອກໄປຈາກບ້ານ, ເພື່ອປ້ອງກັນບໍ່ໃຫ້ເດັກ ແລະ ຄົນໃນບ້ານຫາຍໃຈເອົາຄວັນດັ່ງກ່າວ.

ປອດອັກເສບ ແລະ ການຂາດສານອາຫານ

ເດັກທີ່ຜູ້ທີ່ເສຍຊີວິດຈາກປອດອັກເສບສ່ວນໃຫຍ່ແມ່ນເດັກທີ່ຂາດສານອາຫານ. ການຂາດສານອາຫານເຮັດໃຫ້ເດັກອ່ອນແຮງທີ່ຈະຕໍ່ສູ້ກັບການຕິດເຊື້ອຕ່າງໆ.

A thin boy begging

ເດັກຈະຫາຍໃຈໄດ້ສະດວກກໍຕໍ່ເມື່ອເຂົາໄດ້ຮັບສານອາຫານຄົບຖ້ວນໃນແຕ່ລະມື້.


ໄອ

ສາເຫດຂອງການໄອສ່ວນໃຫຍ່ແມ່ນຈາກການເປັນຫວັດທົ່ວໄປ ແລະ ບໍ່ຄວນໃຊ້ຢາໃນການປິ່ນປົວ. ບັນເທົາອາການຂອງເດັກດ້ວຍການໃຫ້ເດັກດື່ມນ້ຳອຸ່ນ, ຊາຫວານ, ຮົມດ້ວຍອາຍນ້ຳ, ຫຼືໂດຍການກອດໃຫ້ຄວາມອົບອຸ່ນເຂົາກໍໄດ້. ເດັກຈະຫາຍດີເອງພາຍໃນ 1 ອາທິດ.

ອາການຂອງການໄອທີ່ອັນຕະລາຍ
ອາການ ສາມາດເປັນ...
ໄອເປັນເວລາ 2 ອາທິດ ຫຼືຫຼາຍກວ່ານັ້ນ, ນໍ້າໜັກຫຼຸດ ແລະ ມີໄຂ້ ວັນນະໂລກ
ບົດທີ່ເວົ້າກ່ຽວກັບບັນຫາຂອງການຫາຍໃຈ ແລະ ມີໄອ (ກຳລັງຂຽນຂຶ້ນຢູ່).
ໄອພ້ອມກັບຫາຍໃຈໄວ ປອດອັກເສບ
ໄອແຫ້ງໃນຕອນກາງຄືນເຊິ່ງກ່ອນໜ້ານີ້ຄືເດັກບໍ່ໄດ້ເຈັບເປັນຫຍັງມາກ່ອນ (ໂດຍສະເພາະເວລາເດັກຫາຍໃຈມີສຽງຫີວດ) ຫອບຫືດ
See ບົດທີ່ເວົ້າກ່ຽວກັບບັນຫາຂອງການຫາຍໃຈ ແລະ ມີໄອ (ກຳລັງຂຽນຂຶ້ນຢູ່).

ຫຼອດສຽງອັກເສບ (ໄອຄືສຽງເຫົ່າ)

ສຽງໄອທີ່ມີລັກສະນະຄ້າຍຄືສຽງເຫົ່າ ຫຼືໄອທີ່ມີສຽງແຫບອາດຈະແມ່ນຫຼອດສຽງອັກເສບ. ບາງຄັ້ງທ່ານອາດໄດ້ຍິນສຽງຫີວດເວລາທີ່ເດັກຫາຍໃຈເຂົ້າ.

ຫຼອດສຽງອັກເສບເກີດຈາກການອັກເສບຂອງທໍ່ຫາຍໃຈບໍລິເວນຮູຄໍ. ຕາມປົກກະຕິແລ້ວຢາຕ້ານເຊື້ອບໍ່ຊ່ວຍຫັຍງໄດ້. ດັ່ງນັ້ນການໃຫ້ເດັກຮົມຢາເອົາອາຍນໍ້າ ຫຼືເອົາເດັກໄປສູດເອົາອາກາດເຢັນຢູ່ນອກໃນຕອນກາງຄືນກໍສາມາດເຮັດໃຫ້ອາການທຸເລົາລົງໄດ້.

ບາງຄັ້ງທາງໃນຂອງຮູຄໍນັ້ນອາດຈະບວມ ແລະ ເຮັດໃຫ້ເດັກມີບັນຫາຂອງການຫາຍໃຈ. ໃຫ້ຟັງສຽງຫາຍໃຈຂອງເດັກ ແລະ ໃຫ້ພາເດັກໄປພົບແພດເມື່ອທ່ານເຫັນວ່າເດັກເລີ່ມມີອາການຫາຍໃຈບໍ່ສະດວກ. ມີຢາຫຼາຍຊະນິດທີ່ຊ່ວຍລົດອາການບວມ.

A child coughing hard with watering eyes

ໄອສຽງໂຫ່ (ໄອໄກ່)

ໄອໄກ່ເລີ່ມຈາກການເປັນໄຂ້ຫວັດທົ່ວໄປ - ມີໄຂ້, ນໍ້າມູກຍ້ອຍ, ແລະ ໄອ. ໜຶ່ງງອາທິດ ຫຼື 2 ອາທິດຫຼັງຈາກນັ້ນ, ອາການໄອຈະຮຸນແຮງຂຶ້ນກວ່າເກົ່າ. ມັນເກີດຂື້ນແບບທີ່ບໍ່ສາມາດບັງຄັບໄດ້ ເພາະມັນມີອາການໄອທີ່ເກີດຂຶ້ນລຽນຕິດກັນເລີຍ. ການໄອຮຸນແຮງສາມາດເຮັດໃຫ້ຄົນເຈັບຮາກໄດ້.

ຫຼັງຈາກທີ່ໄອຢ່າງຮຸນແຮງ, ເດັກຈະມີອາການຫາຍໃຈແບບຕິດຂັດຕ້ອງການອາກາດ. ເມື່ອເດັກຫາຍໃຈເຂົ້າ, ເຮົາອາດຈະໄດ້ຍິນສຽງໄອ “ໂຫ່”, ການໄອແບບນີ້ສາມາດເປັນມີອາການເປັນຫຼາຍເດືອນ. ໄອໄກ່ນີ້ອາດເປັນເລື່ອງທີ່ຍາກສຳລັບຄົນທົ່ວໄປ ແຕ່ມັນຍິ່ງມີຄວາມລຳບາກເປັນຫຼາຍເທົ່າຕົວຖ້າຫາກເກີດກັບເດັກ. ເດັກທີ່ອາຍຸຕໍ່າກວ່າ 1 ປີອາດເສຍຊີວະດໄດ້ຈາກການໄອແບບນີ້. ບໍ່ແມ່ນເດັກທຸກຄົນທີ່ຈະມີສຽງໄອທີ່ ເປັນເອກະລັກທີ່ເຮົາສາມາດຈຳແນກໄດ້ ແລະ ມັນກໍເປັນການຍາກທີ່ຈະຮູ້ໄດ້ວ່າເດັກຕິດເຊື້ອຊະນິດນີ້.

ການປິ່ນປົວ
  • ໃຫ້ພັກຜ່ອນເພື່ອຫຼີກເວັ້ນສິ່ງກະຕຸ້ນທີ່ເຮັດໃຫ້ມີອາການໄອ.
  • ໃຫ້ສືບຕໍ່ລ້ຽງເດັກດ້ວຍນົມແມ່ເຊັ່ນເດີມ, ຫຼືອາດໃຫ້ນໍ້າ ແລະ ອາຫານເພີ່ມ.
  • ຫາກວ່າເດັກມີນໍ້າໜັກຫຼຸດລົງ ຫຼືເບິ່ງຄືວ່າຈະມີບັນຫາຂອງການຫາຍໃຈ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍ.

ວິທີທີ່ດີທີ່ສຸດທີຊ່ວຍປ້ອງກັນບໍ່ໃຫ້ເດັກເປັນໄອໄກ່ແມ່ນໃຫ້ເດັກໄດ້ຮັບຢາວັກຊີນ ປ້ອງກັນໄອໄກ່ (DPT). ໃຫ້ອ່ານບົດກ່ຽວກັບວັກຊີນ.

ວັນນະໂລກ

ເດັກມີຄວາມສ່ຽງທີ່ຈະຕິດເຊື້ອວັນນະໂລກໄດ້ໄວກວ່າຜູ້ໃຫຍ່. ສຳລັບເດັກທີມີອາການໄອຫຼາຍກວ່າ 3 ອາທິດ ຂຶ້ນໄປ, ໂດຍສະເພາະຫາກວ່າມີໄຂ້ ຫຼືມີຄົນທີ່ເປັນວັນນະໂລກອາໃສຢູ່ໃນເຮືອນດຽວກັນ ເດັກຜູ້ນັ້ນອາດເປັນວັນນະໂລກໄດ້. ໃຫ້ອ່ານບົດບັນຫາຂອງລະບົບຫາຍໃຈ ແລະ ໄອ (ກຳລັງຂຽນຂຶ້ນຢູ່).

ຫາຍໃຈມີສຽງຫວີດ

ສຽງຫວີດແມ່ນສຽງທີ່ສູງເຮົາຈະໄດ້ຍິນສຽງຫວີດເມື່ອເວລາຫາຍໃຈ. ເຊິ່ງເກີດຈາກການອຸດຕັນພາຍໃນປອດ ຫຼືບໍລິເວນຮູຄໍ ແລະ ສາມາດມາກັບອາການເປັນຫວັດ ຫຼືການເຈັບເປັນທີ່ຮຸນແຮງກວ່ານີ້ໄດ້. ຖ້າມີອາການຫາຍໃຈສຽງຫວີດເປັນຄືນກັບມາອີກຫຼາຍຄັ້ງ ນັ້ນອາດແມ່ນພະຍາດຫອບຫືດກໍເປັນໄດ້. ບາງຄັ້ງອາດແມ່ນອາການຂອງວັນນະໂລກ, ໂດຍສະເພາະຫາກທ່ານໄດ້ຍິນສຽງຫວີດທີ່ປອດເບື້ອງດຽວ. ໃຫ້ອ່ານບົດກ່ຽວກັບບັນຫາຂອງລະບົບຫາຍໃຈ ແລະ ໄອ (ກຳລັງຂຽນຂຶ້ນຢູ່)..

ຫວັດ

A child sneezing ນໍ້າມູກໄຫຼ, ເຈັບຄໍ, ຫຼືໄອໃນເດັກຈະຄ່ອຍເຊົາໄປເອງໂດຍການໄດ້ພັກຜ່ອນ, ດື່ມນໍ້າຫຼາຍໆ ແລະ ກິນອາຫານໃຫ້ພງພໍ. ເດັກຈະມີອາການດີຂຶ້ນໂດຍບໍ່ຈຳເປັນຕ້ອງໃຊ້ຢາ. ການໃຊ້ຢາຕ້ານເຊື້ອແມ່ນ ບໍ່ໄດ້ຊ່ວຍຫຍັງເລີຍສຳລັບການເປັນຫວັດ. ບາງຄັ້ງຫວັດອາດພາໃຫ້ເກີດການຕິດເຊື້ອຢູ່ຫູ ຫຼື ຕິດເຊື້ອຢູ່ຮູຄໍ.

ຕິດເຊື້ອຢູ່ຫູ

ຫາກສັງເກດເຫັນເດັກມັກຖູບໍລິເວນຫູ ແລະ ໄຫ້, ຕິດເຊື້ອຢູ່ຫູອາດເປັນໜຶ່ງໃນສາເຫດຂອງການເຈັບນີ້ກໍເປັນໄດ້. ຕິດເຊື້ອຢູ່ຫູມັກເກີດຂຶ້ນໃນເດັກໂດຍສະເພາະຫຼັງຈາກເດັກເປັນໄຂ້ຫວັດ ຫຼືນໍ້າມູກໄຫຼ. ພາກສ່ວນຂອງຜົ້ງດັງມີບ່ອນທີ່ເຊື່ອມຕໍ່ກັບພາກສ່ວນຂອງຫູ ແລະ ເຊື້ອພະຍາດກໍສາມາດຜ່ານເຂົ້າໄປຫາກັນໄດ້ຢ່າງງ່າຍດາຍ ລະຫວ່າງສອງພາກສ່ວນນີ້.

ອາການ
  • ສຳລັບເດັກທີ່ໃຫຍ່ແລ້ວເຂົາສາມາດບອກທ່ານໄດ້ວ່າມີອາການເຈັບຫູ.
  • ເດັກໄຫ້ ຫຼືຖູບໍລິເວນຫູ ຫຼືບໍລິເວນຫົວເບື້ອງໃດໜຶ່ງ.
  • ເດັກອາດມີອາການໄຂ້, ກິນດື່ມໜ້ອຍລົງ, ນອນຍາກ ຫຼືໄຫ້ແອ່ວ.
ການປິ່ນປົວ
Two cloves of garlic in a jar of oil

ຕິດເຊື້ອຢູ່ຫູອາດມີອາການເຈັບປວດແຮງ ແລະ ເຮັດໃຫ້ເດັກໄຫ້ຫຼາຍ. ແຕ່ຫາກວ່າເດັກທີ່ ຂ້ອນຂ້າງມີສຸຂະພາບດີ ແລະໄດ້ຮັບສານອາຫານດີ, ອາການດັ່ງກ່າວຈະຫາຍດີເອງ. ການໃຫ້ຢາແກ້ປວດ ປາຣາເຊຕາໂມນ (ອາເຊຕາມີໂນເຟັນ) ສາມາດຫຼຸດຜ່ອນອາການເຈັບປວດໄດ້.

ຕິດເຊື້ອຢູ່ຫູອາດມີອາການເຈັບປວດແຮງ ແລະ ເຮັດໃຫ້ເດັກໄຫ້ຫຼາຍ. ແຕ່ຫາກວ່າເດັກທີ່ ຂ້ອນຂ້າງມີສຸຂະພາບດີ ແລະໄດ້ຮັບສານອາຫານດີ, ອາການດັ່ງກ່າວຈະຫາຍດີເອງ. ການໃຫ້ຢາແກ້ປວດ ປາຣາເຊຕາໂມນ (ອາເຊຕາມີໂນເຟັນ) ສາມາດຫຼຸດຜ່ອນອາການເຈັບປວດໄດ້.

ເມື່ອໃດທີ່ເຮົາຄວນໃຫ້ຢາຕ້ານເຊື້ອ
A person using a twist of paper to wick pus from a boy's ear
ດູດນຳ້ໜອງອອກໂດຍໃຊ້ເຈັຍອ່ອນໆ ຫຼືຜ້າໝູນບິດເຂົ້າກັນເປັນກຽວ

ການປິ່ນປົວດ້ວຍຢາ ອາມ໊ອກຊີຊີລິນ (amoxicillin) ຫຼື ໂຄທີຣມ໊ອກຊາໂຊນ (cotrimoxazole) ອາດເປັນທາງເລືອກທີ່ດີອັນໜຶ່ງໃຫ້ເດັກທີ່ມີສຸຂະພາບບໍ່ແຂງແຮງມາກ່ອນ. ເດັກເຫຼົ່ານີ້ຮ່າງກາຍຂອງເຂົາເຈົ້າບໍ່ສາມາດຕໍ່ສູ້ກັບເຊື້ອພະຍາດໄດ້, ດັ່ງນັ້ນ ການຕິດເຊື້ອຢູ່ຫູມີແນວໂນ້ມທີ່ຈະເປັນແບບຊຳເຮື້ອ, ການຕິດເຊື້ອແບບຊຳເຮື້ອ ຫຼືການຕິດເຊື້ອຢູ່ຫູນີ້ສາມາດພາໃຫ້ເກີດຫູ ໜວກໄດ້. ຄວນໃຫ້ຢາຕ້ານເຊື້ອເມື່ອ:

  • ສັງເກດເຫັນວ່າມີນໍ້າໜອງ ຫຼື ເລືອດໄຫຼອອກມາຈາກຮູຫູ.
  • ການອັກເສບຫູຍັງບໍ່ດີຂຶ້ນຫຼັງຈາກເປັນມາ 2-3 ມື້ແລ້ວ.
  • ເດັກທີ່ມີອາຍຸ 6 ເດືອນ ຫຼືນ້ອຍກວ່ານັ້ນທີ່ມີການຕິດເຊື້ອຢູ່ຫູ.
ອາການທີ່ອັນຕະລາຍ

ຕ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກແພດໝໍຫາກເດັກມີອາການດັ່ງຕໍ່ໄປນີ້:

NWTND cfc Page 19-1.png
ມີອາການເຈັບເວລາລູບຄຳ ແລະ ບວມບໍລິເວນຫຼັງຫູເຊິ່ງອາດເຮັດໃຫ້ມີຄວາມສ່ຽງເຮັດໃຫ້ເກີດການຕິດເຊື້ອຂອງບໍລິເວນຫຼັງຫູເອີ້ນວ່າ ກະດູກຫຼັງຫູອັກເສບ.
  • ເຈັບກະດູກຫົວບໍລິເວນຫຼັງກັບຫູ.
  • ເຈັບຫົວ, ວິນຫົວ ຫຼື ຊັກ.
  • ອິດເມື່ອຍ (ອິດເມື່ອຍຫຼາຍ ຫຼື ອ່ອນເພຍ).
  • ສູນເສຍການໄດ້ຍິນ, ຫູໜວກ.
ການປ້ອງກັນ

ບາງຄັ້ງເດັກອາດມີສິ່ງໃດສິ່ງໜຶ່ງເຂົ້າໄປອຸດຕັນຮູຫູຂອງເດັກ. ພະຍາຍາມລອງເອົາສະແຣງທີ່ເອົາເຂັມອອກ ແລະ ປະສົມນໍ້າສະອາດເຄິ່ງໜຶ່ງກັບນໍ້າຢາລ້າງຫູຢອດໃສ່ຫູເພື່ອລ້າງທຳຄວາມສະອາດ. ຫຼືຖ້າຫາກວ່າທ່ານບໍ່ຍາກເອົາສິ່ງເຫຼົ່ານັ້ນຢອດໃສ່ຫູເດັກໃຫ້ລອງເອົາແໜບຄ່ອຍໆຄີບເອົາສິ່ງແປກປອມນັ້ນອອກ. ເຖິງຢ່າງໃດກໍຕາມ, ໃຫ້ຫຼີກເວັ້ນການເອົາສິ່ງແປກປອມເຂົ້າໄປໃນຮູຫູ, ເພາະມັນສາມາດເຮັດໃຫ້ເກີດຫູອັກເສບໄດ້ ເນື່ອງຈາກອາດມີເຊື້ອພະຍາດເຂົ້າໄປໃນຫູ ຫຼື ອາດໄປເຮັດໃຫ້ເຈ້ຍຫູຊອດໄດ້. ພຽງແຕ່ການເອົາຫຍັງເຂົ້າໄປເລັກນ້ອຍກໍສາມາດເຮັດໃຫ້ມັນຕິດເຊື້ອໄດ້.

A woman breastfeeding her baby

ການລ້ຽງເດັກດ້ວຍນົມແມ່ຊ່ວຍຫຼຸດຜ່ອນການເກີດຕິດເຊື້ອຢູ່ຫູໄດ້.


Illustration of swollen tonsils
ຕ່ອມທອນຊິນ

ເຈັບຄໍ

ສ່ວນໃຫຍ່ການເຈັບຄໍມັກເກີດຈາກການເປັນຫວັດ. ອາດສັງເກດເຫັນວ່າຮູຄໍແດງ ແລະ ເຈັບເມື່ອເດັກກືນອາຫານ. ຕ່ອມທອນຊິນ (ຕ່ອມນໍ້າເຫຼືອງ 2 ທ່ອນທີ່ສາມາດເຫັນໄດ້ທາງໃນຜົ້ງປາກທັງສອງຂ້າງ) ອາດມີລັກສະນະໃຫຍ່ຂຶ້ນ ແລະ ເຈັບປວດ ຫຼືມີນໍ້າໜອງໄຫຼອອກມາ.

ການປິ່ນປົວ
  • ໃຫ້ດື່ມນໍ້າໝາກໄມ້, ຊາ ຫຼືນໍ້າອຸ່ນກໍໄດ້.
  • ສອນໃຫ້ເດັກຮູ້ວິທີບ້ວນປາກໃສ່ນໍ້າເກືອອຸ່ນ (ເກືອເຄິ່ງບ່ວງກາເຟໃນນໍ້າໜຶ່ງຈອກ).
  • ສຳລັບປະລິມານຢາທີ່ຄວນໃຫ້.ໃຫ້ຢາແກ້ປວດ ປາຣາເຊຕາໂມນ.

ສຳລັບການເຈັບຮູຄໍສ່ວນໃຫຍ່ແລ້ວ, ການໃຫ້ຢາຕ້ານເຊື້ອບໍ່ໄດ້ຊ່ວຍຫຍັງ ແລ ະບໍ່ຄວນໃຊ້. ແຕ່ມີການເຈັບຄໍຊະນິດໜຶ່ງທີ່ມັກເກີດໃນເດັກ - ເຮົາເອີ້ນວ່າຄໍອັກເສບຍ້ອນເຊື້ອແບັກທີເຣັຍ - ມັນເປັນການອັກເສບທີ່ອັນຕະລາຍ ແລະ ຄວນປິ່ນປົວດ້ວຍຢາເປນີຊີລິນ (penicillin).

ອາການຂອງການອັກເສບຮູຄໍອັກເສບຍ້ອນເຊື້ອແບັກທີເຣັຍ
  • ມີອາການບວມ ແລະ ເປັນໜອງ (ເຫັນເປັນແຜ່ນສີຂາວ) ບໍລິເວນຮູຄໍ.
  • ຕ່ອມນໍ້າເຫຼືອງບໍລິເວນຄໍໃຫຍ່ບວມ ແລະ ເຈັບ, ສາມາດລູບຄຳໄດ້ບໍລິເວນຫຼັງຫູ.
  • ມີໄຂ້.
  • ບໍ່ໄອ ຫຼື ນໍ້າມູກຍ້ອຍ.

ຫາກວ່າເດັກມີອາການ 3 ຫຼື 4 ອາການໃນອາການເຫຼົ່ານັ້ນ, ການຕິດເຊື້ອນີ້ມີຄວາມເປັນໄປໄດ້ວ່າແມ່ນຄໍອັກເສບຍ້ອນເຊື້ອແບັກທີເຣັຍ ແລະ ຄວນປິ່ນປົວໄດ້ ດ້ວຍຢາເປນີຊີລິນ (penicillin) ຫຼື ອາມ໊ອກຊີຊີລິນ (amoxicillin) ໂດຍໃຫ້ກິນລຽນຕິດກັນ 10 ມື້, ຫຼື ໃຫ້ຢາເພນີຊີລິນ (penicillin) ແບບຊັກກໍໄດ້. ການຕ້ວຍເອົາຄໍໄປປູກເຊື້ອເປັນວິທີດຽວທີ່ຈະບົ່ງມະຕິໄດ້ແນ່ນອນວ່າເດັກເປັນຄໍອັກເສບຍ້ອນເຊື້ອແບັກທີເຣຍ ແລະ ຄວນຕ້ອງໄດ້ຮັບການກວດໃນບ່ອນທີ່ມີເງື່ອນໄຂ.

ການປະປ່ອຍບໍ່ໃຫ້ການປິ່ນປົວ, ສາມາດເຮັດໃຫ້ຄໍອັກເສບມີອາການເຈັບ ແລະ ອັນຕະລາຍເຮົາເອີ້ນວ່າພະຍາດໄຂ້ ແລະ ມີຂໍ່ອັກເສບ.

ພະຍາດໄຂ້ ແລະ ມີຂໍ່ອັກເສບ
ພະຍາດໄຂ້ ແລະ ມີຂໍ່ອັກເສບມັກເກີດຫຼັງຈາກການອັກເສບຮູຄໍຍ້ອນເຊື້ອແບັກທີເຮັຍ ແລະ ມັກເກີດກັບເດັກທີ່ມີອາຍຸລະຫວ່າງ 5 ຫາ 15 ປີ. ຫາກເດັກມີອາການເຫຼົ່ານີ້ 2 ຫາ 4 ອາທິດຫຼັງຈາກເຈັບຄໍ, ເດັກອາດເປັນພະຍາດພະຍາດໄຂ້ ແລະ ມີຂໍ່ອັກເສບກໍເປັນໄປໄດ້:

  • ເຈັບຕາມຂໍ່ກະດູກ, ໂດຍສະເພາະຂໍ່ມື ແລະ ຂໍ່ຕີນ
  • ບວມ, ຮ້ອນ ແລະ ແດງຕາມຂໍ່ທີ່ເຈັບ
  • ມີໄຂ້
  • ອາດສັງເກດເຫັນວ່າມີຜື່ນຂຶ້ນເປັນວົງຢູ່ລຸ່ມຜິວໜັງບໍລິເວນຕົນຕົວ, ແຂນ, ຫຼື ຂາ, ແຕ່ຈະບໍ່ເກີດຢູ່ໜ້າ
  • ການເຄື່ອນໄຫວທີ່ບໍ່ສາມາດຄວບຄຸມໄດ້ບໍລິເວນໃບໜ້າ, ຕີນ ຫຼືມື (ເຮົາເອີ້ນອາການນີ້ວ່າການກະຕຸກທີ່ຄວບຄຸມບໍ່ໄດ້)
  • ອິດເມື່ອຍອ່ອນແຮງ, ຫາຍໃຈຫອບ, ເຈັບໜ້າເອິກ.

A child with swollen, hot joints

ຫາກວ່າທ່ານຄິດວ່າເດັກໜ້າຈະເປັນພະຍາດໄຂ້ ແລະ ມີຂໍ່ອັກເສບ, ໃຫ້ຢາເປນີຊີລິນ ສໍາລັບການ ປິ່ນປົວພະຍາດດັ່ງກ່າວ.ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍເພື່ອການປິ່ນປົວ. ພະຍາດໄຂ້ ແລະ ມີຂໍ່ອັກເສບສາມາດເຮັດໃຫ້ແຕະຕ້ອງລະບົບຫົວໃຈໄດ້. ເຮົາເອີ້ນວ່າພະຍາດຫົວໃຈຍ້ອນຂໍ່ອັກເສບ ແລະ ສາມາດເຮັດໃຫ້ເດັກພິການ ຫຼືເສຍຊີວິດແຕ່ຍັງນ້ອຍໄດ້.

A child with his mouth open

ພະຍາດຄໍຕີບ

ພະຍາດຄໍຕີບເປັນພະຍາດທີ່ອັນຕະລາຍເຊິ່ງມັນເລີ່ມຈາກການເຈັບຄໍ ແລະ ມີໄຂ້ເລັກໜ້ອຍ. ຫຼັງຈາກນັ້ນ ສອງສາມມື້ຕໍ່ມາ, ອາດສັງເກດເຫັນວ່າມີຝ້າສີຂາວ ຫຼືມົ່ນປົກຢູ່ທາງຫຼັງຂອງຮູຄໍ. ສ່ວນໃຫຍ່ສຽງຂອງເດັກຈະແຫບ, ຄໍບວມໃຫຍ່ ແລະ ລົມຫາຍໃຈມີກິ່ນເໝັນ. ຝ້າສີຂາວ ຫຼືມົ່ນທີ່ປົກຢູ່ຫຼັງຮູຄໍ ແລະ ການບວມນັ້ນເຮັດໃຫ້ມີການຫາຍໃຈຍາກ ຫຼືຫາຍໃຈບໍ່ໄດ້.

ການປິ່ນປົວ

ຫາກວ່າຝ້າທີ່ປົກໃນຮູຄໍໜາຂຶ້ນ ນັ້ນອາດເຮັດໃຫ້ເດັກມີບັນຫາໃນການຫາຍໃຈ, ໃຫ້ເຊັດບໍລິເວນນັ້ນດ້ວຍຜ້າທີ່ສະອາດ.

ພະຍາດຄໍຕີບສາມາດປ້ອງກັນໄດ້ຢ່າງງ່າຍດາຍດ້ວຍການສັກວັກຊີນ DPT. ໃຫ້ແນ່ໃຈວ່າວັກຊີນເຫຼົ່ານີ້ມີໃນຊຸມຊົນຂອງທ່ານ ແລະ ຄວນເອົາລູກຂອງທ່ານໄປສັກເພື່ອປ້ອງກັນໄວ້.

ໄຂ້ໝາກແດງນ້ອຍ

A child with a rash on her face and chest

ອາການເລີ່ມຕົ້ນຂອງໄຂ້ໝາກແດງນ້ອຍແມ່ນ ໄຂ້, ນໍ້າມູກຍ້ອຍ, ເຈັບຕາ ແລະ ຕາແດງ, ມີໄອ ຮ່ວມນຳ. ອາການເຫຼົ່ານີ້ເລີ່ມເປັນໄດ້ 10 ມື້ ຫຼັງຈາກໄດ້ສໍາຜັດກັບຄົນທີ່ເປັນໝາກແດງ. ຈາກນັ້ນກໍຈະມີອາການເຈັບປາກ ແລະ ຖອກທ້ອງກໍຕາມມາ. ສຸດທ້າຍຜື່ນກໍຈະປາກົດອອກມາທາງດ້ານຫຼັງໃບຫູ ແລະຄໍ, ລາມໄປຫາໃບໜ້າ ແລະ ຕົນໂຕ, ຕາມແຂນ ແລະຂາ.

ການປິ່ນປົວ

ເດັກທີ່ເປັນໄຂ້ໝາກແດງນ້ອຍສາມາດຫາຍດີໄດ້ພາຍໃນ 5 ຫາ 10 ມື້ ຖ້າຫາກທ່ານຊ່ວຍໃຫ້ເຂົາກິນດື່ມອາຫານໄດ້ ແລະພັກຜ່ອນໃຫ້ພຽງພໍ:

  • ໃຫ້ເຂົາດື່ມນໍ້າໃຫ້ພຽງພໍ. ຫາກເດັກຖອກທ້ອງ ຫຼືມີອາການຂາດນໍ້າ, ໃຫ້ດື່ມນໍ້າເກືອແຮ່ເລື້ອຍໆ.
  • ສືບຕໍ່ລ້ຽງເດັກດ້ວຍນົມແມ່ຫາກເດັກຍັງກິນນົມແມ່ຢູ່. ໃຫ້ເດັກດື່ມນໍ້າເລື້ອຍໆເທົ່າທີ່ເຂົາຕ້ອງການ ຫຼືສາມາດຮັບໄດ້. ຫາກວ່າເດັກມີບັນຫາໃນການດູດນົມແມ່, ໃຫ້ປ້ອນເດັກດ້ວຍບ່ວງກໍໄດ້.
  • ໃຫ້ເດັກກິນອາຫານຫຼາຍໆຄັ້ງໃນໜຶ່ງມື້. ຫາກວ່າເດັກບໍ່ສາມາດກືນໄດ້ ຫຼືກືນລໍາບາກ, ໃຫ້ເດັກຊົດນໍ້າແກງ, ເຂົ້າຕົ້ມ ແລະ ນໍ້າໝາກໄມ້ເອົາກໍໄດ້.
  • ໃຫ້ຢາແກ້ໄຂ້ ປາຣາເຊຕາໂມນ (ອາເຊຕາມີໂນເຟັນ ຫຼືແກ້ປວດ ໄອບູໂພຣເຟັນເພື່ອບັນເທົາອາການເຈັບ ແລະ ໄຂ້.
  • ໃຫ້ວິຕາມິນ ເອ.


ອາການທີ່ອັນຕະລາຍຂອງໄຂ້ໝາກແດງນ້ອຍແມ່ນມັນສາມາດພາໃຫ້ເກີດເປັນພະຍາດອື່ນທີ່ຮຸນແຮງໄດ້. ນີ້ເປັນສິ່ງທີ່ສໍາຄັນທີ່ມັກເກີດໃນເດັກທີ່ຂາດສານອາຫານ ຫຼືຕິດເຊື້ອເອັສໄອວີ ຫຼື ພະຍາດອື່ນໆ. ໃຫ້ເບິ່ງບັນຫາດັ່ງຕໍ່ໄປນີ້ ແລະ ການປິ່ນປົວໂດຍດ່ວນ:

  • ບັນຫາຂອງສາຍຕາ: ໄຂ້ໝາກແດງນ້ອຍສາມາດພາໃຫ້ຕາບອດໄດ້. [[[New_Where_There_Is_No_Doctor:ວິຕະມິນ_ແລະ_ແຮ່ທາດ:_ການເບິ່ງແຍງເດັກ#vita|ປ້ອງກັນບັນຫາດັ່ງກ່າວໂດຍໃຫ້ຢາວິຕາມິນ ເອໃນເດັກທຸກຄົນທີ່ເປັນໄຂ້ໝາກແດງນ້ອຍ]].
  • ປອດອັກເສບ: ຫາກເດັກທີ່ເປັນໄຂ້ໝາກແດງນ້ອຍມີອາການຫາຍໃຈໄວກວ່າປົກກະຕິ, ຫຼືຫາຍໃຈຍາກຂຶ້ນ, ໃຫ້ການປິ່ນປົວແບບປອດອັກເສບ.
  • ເຍື່ອຫຸ້ມສະຫມອງອັກເສບ: ໃຫ້ການປິ່ນປົວດ້ວຍຢາຫາກສັງເກດວ່າເດັກມີລັກສະນະສັບສົນ, ເຈັບຫົວແຮງ, ມີຊັກ, ຫຼືໝົດສະຕິ.
ການປ້ອງກັນ

ເດັກທຸກຄົນຄວນໄດ້ຮັບການສັກຢາວັກຊີນຕ້ານໄຂ້ໝາກແດງ (ເບິ່ງບົດກ່ຽວກັບວັກຊີນ - ກຳລັງຂຽນຂຶ້ນຢູ່). ຫາກເດັກຄົນໃດໜຶ່ງຕິດເຊື້ອໝາກແດງ, ທ່ານກໍສາມາດປົກປ້ອງເດັກຄົນອື່ນໆທີ່ຢູ່ໃນຄອບຄົວ ຫຼືໂຮງຮຽນດ້ວຍ ການໃຫ້ຢາວັກຊີນໂດຍດ່ວນ. ໃຫ້ເດັກທີ່ຕິດເຊື້ອພັກຜ່ອນຢູ່ເຮືອນ ແລະ ຫາກເປັນໄປໄດ້ຄວນແຍກເຂົາອອກຈາກ ອ້າຍເອື້ອຍນ້ອງທີ່ຍັງບໍ່ທັນໄດ້ເຈັບເປັນ. ເຖິງຢ່າງໃດກໍຕາມ, ພີ່ນ້ອງກໍສາມາດຕິດເຊື້ອໄດ້ເຖິງວ່າເຂົາເຈົ້າບໍ່ມີອາການຂອງໄຂ້ໝາກແດງນ້ອຍກໍຕາມ. ດັ່ງນັ້ນທາງທີ່ດີກໍຄວນໃຫ້ເຂົາເຈົ້າພັກຢູ່ບ້ານຈົນກວ່າເຂົາເຈົ້າແຂງແຮງດີແທ້. ສິ່ງນີ້ຈະຊ່ວຍປ້ອງກັນບໍ່ໃຫ້ມີການແຜ່ລາມຂອງພະຍາດໃຫ້ຄົນອື່ນ ແລະ ຄົນໃນຊຸມຊົນ. ທ່ານຈະຕິດເຊື້ອໝາກແດງນ້ອຍພຽງແຕ່ຄັ້ງດຽວເທົ່ານັ້ນ, ຫຼັງຈາກນັ້ນກໍ່ມີພູມຄຸ້ມກັນປ້ອງກັນພະຍາດນີ້ໄດ້.

ໄຂ້ໝາກແດງໃຫຍ່

A pregnant woman keeping away from a mother with a child with a rash
ໄຂ້ໝາກແດງໃຫຍ່ສາມາດເຮັດໃຫ້ເກີດບັນຫາທີ່ຮຸນແຮງໄດ້ໃນແມ່ຍິງຖືພາ. ແມ່ຍິງທີ່ຖືພາຄວນຢູ່ໃຫ້ຫ່າງຈາກເດັກທີ່ເປັນໄຂ້ໝາກແດງໃຫຍ່.
ອາການ
  • ໄຂ້ຕໍ່າ, ຕໍ່າກວ່າ 38.3 ອົງຊາເຊ (100 ອົງສາຟາເຣັນຮາຍ)
  • ຜື່ນເລັກໜ້ອຍເລີ່ມຈາກໜ້າ ແລະ ລາມໄປຫາຕົນໂຕ.
  • ຄຳພົບຕ່ອມນໍ້າເຫຼືອງບວມຫຼັງຫູ, ດ້ານຫຼັງກ້ານຄໍ ແລະ ຫົວ.

ໃນເດັກ ແລະ ຄົນໜຸ່ມ, ໝາກແດງໃຫຍ່ແມ່ນບໍ່ຮຸນແຮງຫາກທຽບໃສ່ໝາກແດງນ້ອຍ. ມັນສາມາດຫາຍດີເອງໄດ້ພາຍໃນ 3 ຫາ 4 ມື້.

ໃນຜູ້ຍິງ, ໄຂ້ໝາກແດງໃຫຍ່ສາມາດເຮັດໃຫ້ເກີດການເຈັບຂໍ່ຫົວເຂົ່າ, ມື ແລະ ນິ້ວໄດ້.

ສິ່ງທີ່ຈະຊ່ວຍປ້ອງກັນແມ່ຍິງຖືພາຈາກໝາກແດງໃຫຍ່ແມ່ນການໃຫ້ຢາວັກຊີນໃນເດັກທຸກຄົນໃນຊຸມຊົນຂອງທ່ານ.


ໝາກສຸກໝາກໃສ

ໝາກສຸກໝາກໃສເຮັດໃຫ້ເກີດມີໄຂ້ຕໍ່າໆ, ມີຜື່ນແດງ ແລະ ຄັນ. ຜື່ນມັກຈະເກີດຂຶ້ນຕາມຕົນໂຕ ແລະ ລາມໄປຫາໃບໜ້າ, ແຂນ ແລະ ຂາທັງສອງເບື້ອງ. ຈາກນັ້ນຕຸ່ມຈະກາຍເປັນລັກສະນະເປັນຕຸ່ມນໍ້າໂພງ ແລະ ແຕກອອກເປັນສະເກັດແຜເປື່ອຍ.

Cໝາກສຸກໝາກໃສມັກຈະຫາຍດີເອງພາຍໃນເວລາໜຶ່ງອາທິດ. ແຕ່ເມື່ອໃຊ້ມີເກົາຕຸ່ມຄັນສາມາດເຮັດໃຫ້ເຊື້ອແຜ່ກະຈາຍ ແລະ ສາມາດເຮັດໃຫ້ຜິວໜັງເກີດມີການຕິດເຊື້ອໄດ້.ຊ່ວຍເດັກບໍ່ໃຫ້ເຂົາເກົາຕຸ່ມຜື່ນຫຼາຍຈົນເກີນໄປ. ຕັດເລັບຂອງເດັກໃຫ້ສັ້ນ ແລະ ມືຕ້ອງສະອາດຢູ່ສະເໝີ. ຫຼືທ່ານອາດຈະໃສ່ຖົງມືໃຫ້ເດັກເພື່ອຫຼີກເວັ້ນການເກົາ. ບັນເທົາອາການຄັນໃຫ້ເດັກໂດຍການສວມໃສ່ເສື້ອຜ້າ ທີ່ສະບາຍ ແລະ ບໍ່ຮ້ອນ, ໃຫ້ເດັກກິນພືດທັນຍາຫານ ແລະ ອາຫານທີ່ມີປະໂຫຍດພ້ອມທັງດື່ມນໍ້າໃຫ້ພຽງພໍ. ການໃຫ້ຢາ ລົດອາການຄັນເຊັ່ນ ຄລໍເຟນິຣາມິນກໍສາມາດຊ່ວຍບັນເທົາອາການຄັນໄດ້ຄືກັນ.

ໝາກສຸກໝາກໃສກໍສາມາດປ້ອງກັນໄດ້ດ້ວຍການຮັບວັກຊີນປ້ອງກັນ (ເບິ່ງບົດທີ່ເວົ້າກ່ຽວກັບວັກຊີນ -ກຳລັງຂຽນຂຶ້ນຢູ່). ຖ້າວ່າທ່ານໄດ້ຮັບຢາວັກຊີນ ຫຼືເຄີຍເປັນໝາກສຸກໝາກໃສມາກ່ອນ, ນັ້ນແມ່ນທ່ານມີພູມຄຸ້ມກັນຕໍ່ພະຍາດນີ້ແລ້ວ.

ຂີ້ຫິດ

ຂີ້ຫິດເຮັດໃຫ້ເກີດມີອາການຄັນໄປຕາມຕົນໂຕ, ມື, ແຂນ, ຂາ ແລະ ບໍລິເວນອະໄວຍະວະເພດ. ສ່ວນໃຫຍ່ແລ້ວມັກເກີດຂຶ້ນໃນເດັກ. ຂໍ້ມູນເພີ່ມເຕີມກ່ຽວກັບພະຍາດຂີ້ຫິດ ແລະ ບັນຫາພະຍາດຜິວໜັງອື່ນໆ, ໃຫ້ອ່ານເພີ່ມໃນບົດກ່ຽວກັບບັນຫາຂອງຜິວໜັງ, ເລັບ ແລະ ຜົມ (ກຳລັງຂຽນຂຶ້ນຢູ່).

ໝາກເບີດ

A child with swelling at his jaw on one side of his face

ໝາກເບີດເລີ່ມຈາກການມີໄຂ້, ອິດເມື່ອຍ, ເຈັບຫົວ ແລະ ກິນອາຫານໄດ້ໜ້ອຍລົງ. ທ່ານອາດຈະຮູ້ສຶກເຈັບເວລາອ້າປາກ ຫຼືກິນອາຫານ. ສອງມື້ຕໍ່ມາ, ອາການບວມເຈັບຈຶ່ງຄ່ອຍປາກົດໃຫ້ເຫັນບໍລິເວນຫຼັງຫູຫາລຸ່ມກ້ອງຄາງກະໄຕ, ດັ່ງເຊັ່ນໃນຮູບນີ້. ມັນອາດເປັນເບື້ອງໃດເບື້ອງໜຶ່ງ ແລະ ລາມໄປຫາອີກເບື້ອງໜຶ່ງໄດ້.

ໝາກເບີດຈະຫາຍດີເອງໄດ້ປະມານ 10 ມື້. ຫາກອາການບວມຍັງບໍ່ຫາຍໄປ, ມັນອາດເກີດຈາກບັນຫາອື່ນ. ຂາດສານອາຫານ (ອ່ານໜ້າທີ 20 ໃນອາຫານທີ່ດີເຮັດໃຫ້ສຸຂະພາບແຂງແຮງ) ແລະ ຕິດເຊື້ອ HIV (ອ່ານການຕິດເຊື້ອເອັດໄອວີ HIV ແລະ AIDS ເອດສ- ກຳລັງຂຽນຂຶ້ນຢູ່) ທັງສອງພະຍາດນີ້ ສາມາດເຮັດໃຫ້ເກີດການບວມແບບຊໍາເຮື້ອ ແລະ ຕ່ອມນໍ້າເຫຼືອງຢູ່ກ້ອງຫູເຊິ່ງອາດມີລັກສະນະຄ້າຍກັບໝາກເບີດ.

ບໍ່ຄ່ອຍພົບການຕິດເຊື້ອໝາກເບີດທີ່ສາມາດລາມໄປຫາຫູ ຫຼືສະໝອງ. ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍທັນທີທັນໃດຖ້າວ່າບາງຄົນມີອາການໃດໜຶ່ງຂອງເຍື່ອຫຸ້ມສະໝອງອັກເສບ ຫຼືເດັກມີບັນຫາຂອງການໄດ້ຍິນ.

ໝາກເບີດສາມາດປ້ອງກັນໄດ້ດ້ວຍການໄດ້ຮັບວັກຊີນ (ເບິ່ງບົດກ່ຽວກັບວັກຊີນ -ກຳລັງຂຽນຂຶ້ນຢູ່).

ໂປລິໂອ

A child with two crutches

ໂປລິໂອຖືວ່າເປັນພະຍາດທີ່ຮ້າຍແຮງ. ມັກເລີ່ມເກີດຈາກການເປັນໄຂ້ຫວັດ, ມີໄຂ້, ຖອກທ້ອງ, ຮາກ ແລະ ເຈັບຕາມກ້າມຊີ້ນ. ເດັກໂດຍສ່ວນໃຫຍ່ແລ້ວຈະຫາຍດີໄດ້ໄວ. ແຕ່ສຳລັບເດັກຈຳນວນໜຶ່ງ, ໂປລິໂອແມ່ນເປັນອັນຕະລາຍຕໍ່ກ້າມຊີ້ນເດັກ.

ເດັກເຫຼົ່ານີ້ຈະມີອາການອ່ອນແຮງ, ສ່ວນໃຫຍ່ມັກເກີດຢູ່ຂາເບື້ອງໃດໜຶ່ງ. ບາງຄັ້ງອາດເຮັດໃຫ້ຂາເປ້ຍລ່ອຍໄດ້. ຫາກມີອາການເປ້ຍລ່ອຍ, ມັນຈະເຮັດໃຫ້ຂາເດັກລີບເຂົ້າ ແລະ ນ້ອຍລົງໃນຂະນະທີ່ຂາອີກເບື້ອງໜຶ່ງຍັງເປັນປົກກະຕິ. ຫາກທ່ານສັງເກດເຫັນເດັກມີການເຄື່ອນໄຫວທີ່ມີລັກສະນະເປ້ຍລ່ອຍເບື້ອງໃດໜຶ່ງ ຫຼືທັງສອງເບື້ອງ, ໃຫ້ພາໄປພົບແພດເພື່ອໃຫ້ການປິ່ນປົວທັນທີທັນໃດ.

ໂປລິໂອສາມາດເຮັດໃຫ້ເຈັບປວດໄດ້. ການໃຫ້ຢາແກ້ປວດ ປາຣາເຊຕາໂມນ (ອາເຊຕາມີໂນເຟັນ) ຫຼື ໄອບູໂຟຣເຟັນ ibuprofen ກໍສາມາດຊ່ວຍບັນເທົາອາການເຈັບໄດ້. ໃຫ້ເອົາຂາເດັກແຊ່ໃນນໍ້າອຸ່ນ, ເຝິກແອບບໍລິເວນແຂນ-ຂາທີ່ຖືກເເຕະຕ້ອງໃຫ້ເດັກແມ່ນມີຄວາມຈໍາເປັນເພື່ອຫຼຸດຜ່ອນບໍ່ໃຫ້ເດັກພິການໄດ້.

ການປ້ອງກັນ

ໃຫ້ເດັກໄດ້ຮັບຢາວັກຊີນປ້ອງກັນພະຍາດໂປລິໂອ. ການໂຄສະນາວັກຊີນເປັນທາງທີ່ດີທີ່ສຸດທີ່ຊ່ວຍເຮັດໃຫ້ ໂປລິໂອຫາຍໄປຈາກຫຼາຍໆປະເທດໃນໂລກນີ້. ຫາກເດັກທຸກຄົນໄດ້ຮັບຢາວັກຊີນ, ພະຍາດນີ້ກໍຈະຫາຍໄປ.

ການຕິດເຊື້ອ ເອັສໄອວີ HIV ແລະ AIDS ເອດສ

ການຕິດເຊື້ອ ເອັສໄອວີ ເຮັດໃຫ້ຮ່າງກາຍອ່ອນເພຍ, ເຮັດໃຫ້ພູມຄຸ້ມກັນຕໍ່າເຊິ່ງເຮັດໃຫ້ເປັນພະຍາດປອດອັກເສບ, ວັນນະໂລກ, ຖອກທ້ອງ ແລະ ເປັນພະຍາດອື່ນໆໄດ້ງ່າຍ. ມັນເປັນສິ່ງທີ່ຈໍາເປັນທີ່ສຸດທີ່ທ່ານຕ້ອງບົ່ງມະຕິໃຫ້ໄວຫາກເດັກມີເຊື້ອ ເອັສໄອວີ.

ຫາກທ່ານຕອບວ່າ “ແມ່ນ” ໃນຄຳຖາມເຫຼົ່ານີ້, ກະລຸນາອ່ານບົດ ການຕິດເຊື້ອ ເອັສໄອວີ ແລະ ເອດສ (ກຳລັງຂຽນຂຶ້ນຢູ່).

  • ມີການລະບາດຂອງເຊື້ອ ເອັສໄອວີ ໃນບໍລິເວນທີ່ທ່ານອາໃສຢູ່ບໍ?
  • ເຈົ້າເປັນພໍ່ ຫຼື ແມ່ທີ່ໜ້າຈະມີເຊື້ອ ເອັສໄອວີ ຫຼືບໍ?
  • ເຈົ້າເປັນພໍ່ ຫຼື ແມ່ທີ່ໜ້າຈະມີເຊື້ອ ເອັສໄອວີ ຫຼືບໍ?
  • ທ່ານໄດ້ດູແລເດັກທີ່ອາດຈະຕິດເຊື້ອ ເອັສໄອວີ ຫຼື ບໍ?
  • ທ່ານໄດ້ເບິ່ງແຍງເດັກທີ່ເຕີບໂຕຊ້າ ແລະ ເຈັບເປັນຫຼາຍກວ່າເດັກທົ່ວໄປ ຫຼື ບໍ?

ຢາປິ່ນປົວ ເອັສໄອວີ ສາມາດຊ່ວຍໃຫ້ເດັກທີ່ຕິດເຊື້ອ ເອັສໄອວີ ໃຫ້ເຂົາມີອາຍຸຢືນ, ສຸຂະພາບດີໄດ້.



This page was updated: ໑໑ ມີຖຸນາ ໒໐໑໙