Hesperian Health Guides

ການຂາດສານອາຫານ

ຢູ່ໃນພາກນີ້:

ໃນບ່ອນທີ່ເດັກນ້ອຍສ່ວນໃຫຍ່ຂາດສານອາຫານ, ເຈົ້າອາດຄິດວ່າເດັກນ້ອຍທີ່ຂາດສານອາຫານເບິ່ງຄືປົກກະຕິດີ. ແຕ່ວ່າເດັກນ້ອຍທີ່ມີຮູບຮ່າງນ້ອຍ, ອ່ອນເພຍ, ອາລົມຊຶມເສົ້າ ແລະ ມັກເຈັບເປັນຢູ່ຕະຫຼອດເວລານັ້ນ ບໍ່ໄດ້ມີສຸຂະພາບດີ ຫຼື ປົກກະຕິ ດັ່ງທີ່ຄິດ.
alt=A thin, malnourished child


ອາການ
  • ຮ່າງກາຍຈະເລີນເຕີບໃຫຍ່ຊ້າ ແລະ ຮູບຮ່າງນ້ອຍ
  • ຮ່າງກາຍຈ່ອຍຜອມ
  • ກ້າມຊີ້ນໜ້ອຍ: ຮ່າງກາຍຈະນຳເອົາເນື້ອເຍື້ອຈາກກ້າມຊີ້ນໄປປ່ຽນເປັນພະລັງງານໃຫ້ຮ່າງກາຍ
  • ສະໝອງຄິດຊ້າ ແລະ ອ່ອນເພຍ ເພາະວ່າສະໝອງບໍ່ໄດ້ຮັບພະລັງງານທີ່ຕ້ອງການພຽງພໍຕາມຄວາມຕ້ອງການ.
  • ເປັນພະຍາດ ແລະ ຕິດເຊື້ອພະຍາດຫຼາຍຢ່າງ
  • ມີອາການຖອກທ້ອງເລື້ອຍໆ, ເຮັດໃຫ້ຮ່າງກາຍທີ່ຂາດສານອາຫານຢູ່ແລ້ວ ຂາດສານອາຫານໜັກຂຶ້ນຕື່ມອີກ
A thin child having diarrhea, and a diagram explaining that malnutrition causes diarrhea and diarrhea causes malnutrition

ການຂາດສານອາຫານແມ່ນພົບຫຼາຍ ແລະ ເປັນຊຳເຮື້ອ. ດັ່ງນັ້ນ ພວກເຂົາເຈົ້າຈິງບໍ່ສູງໃຫຍ່ເທົ່າທີ່ຄວນ. ພວກເຂົາເຈົ້າມັກເຈັບເປັນເລື້ອຍໆຫຼາຍກວ່າຄົນປົກກະຕິ, ແລະ ພວກເຂົາເຈົ້າມັກເປັນຖອກທ້ອງ, ພະຍາດເລືອດຈາງ, ແລະ ມີບັນຫາສຸຂະພາບອື່ນເລື້ອຍໆ.

ການປິ່ນປົວ

ເຈົ້າສາມາດປິ່ນປົວພາວະຂາດສານອາຫານຊຳເຮື້ອໄດ້ ເຖິງແມ່ນວ່າເຈົ້າບໍ່ມີອາຫານຫຼາຍກໍ່ຕາມ, ໂດຍການໃຫ້ຄົນເຈັບໄດ້ກິນອາຫານທີ່ມີປະໂຫຍດທີ່ດີກວ່າໃນປະລິມານທີ່ຫຼາຍຂຶ້ນ.

ສຳລັບເດັກຕັ້ງແຕ່ເກີດຈົນຮອດ 6 ເດືອນ: ແມ່ນໃຫ້ກິນນົມແມ່ໃຫ້ຫຼາຍໆ ແລະບໍ່ໃຫ້ເອົາອາຫານອື່ນໃຫ້ເດັກກິນເທື່ອໃນຊ່ວງເວລານີ້. ອາຫານອື່ນໆ ນອກຈາກນົມແມ່ ແມ່ນມີແຕ່ຈະເຮັດໃຫ້ບັນຫາຂາດສານອາຫານໃນເດັກນັ້ນໜັກຂຶ້ນ. ເມື່ອເດັກນ້ອຍເຕີບໃຫຍ່ກາຍຊ່ວງອາຍຸດັ່ງກ່າວນັ້ນ ກໍ່ຍັງໃຫ້ເດັກສືບຕໍ່ກິນນົມແມ່ຕໍ່ໄປ ແລະ ໃຫ້ເພີ່ມອາຫານອື່ນໆໃຫ້ເດັກກິນຕື່ມນຳເຊັ່ນກັນ.

ສຳລັບທຸກຄົນທີ່ພົບວ່າມີອາການຂອງພາວະຂາດສານອາຫານ: ແມ່ນໃຫ້ກິນເຂົ້າປຽກເຂົ້າທີ່ໃຫ້ພະລັງງານສູງ. ໃຫ້ເລີ່ມດ້ວຍ ການຕົ້ມເຂົ້າປຽກຈາກທັນຍາພືດທີ່ເປັນອາຫານທາດແປ້ງຫຼັກຂອງເຈົ້າທີ່ມີ ແລ້ວຈາກນັ້ນກໍ່ຕື່ມສ່ວນປະກອບຕໍ່ໄປນີ້ລົງໃສ່ໃນໝໍ້ຕົ້ມເຂົ້າປຽກນັ້ນອີກ:

A spoonful of oil being added to a porridge, and eggs, bananas, and honey
  1. ອາຫານໃຫ້ທາດໂປຣຕິນ: ແປ້ງຖົ່ວດິນ, ເນີຍຖົ່ວດິນ ຫຼື ແປ້ງເຮັດຈາກແກ່ນນັດທ (nuts) ຊະນິດອື່ນໆ, ແປ້ງໝາກຖົ່ວ ຫຼືແປ້ງຖົ່ວປຽກ. ຫຼື ໝາກຖົ່ວຕົ້ມ, ໄຂ່ ຫຼື ປາ. ຫຼື ນົມ, ນົມສົ້ມ, ຫຼື ເນີຍແຂງ. ເລືອກໃຊ້ອາຫານໃຫ້ທາດໂປຣຕິນທີ່ເຈົ້າມີ ຫຼື ສາມາດຫາຊື້ໄດ້.
  2. ອາຫານໃຫ້ພະລັງງານ: ຕື່ມນໍ້າມັນໜຶ່ງບ່ວງ, ແລະ ຕື່ມນ້ຳຕານ, ນ້ຳເຜິ້ງ ຫຼື ເຄື່ອງຫວານອື່ນໆໃສ່ອີກໜຶ່ງບ່ວງ, ຫຼື ເອົາໝາກໄມ້ໃສ່.
  3. ອາຫານໃຫ້ວິຕາມິນ ແລະ ແຮ່ທາດ: ເຊິ່ງໄດ້ຈາກຜັກ ຫຼື ໝາກໄມ້.

ອາດຈະມີຫຼາຍຄັ້ງ ທີ່ບໍ່ມີເຂົ້າປາອາຫານພຽງພໍ ທີ່ຈະໃຫ້ເດັກນ້ອຍໄດ້ກິນອາຫານເພື່ອສຸຂະພາບທີ່ມີປະກອບດ້ວຍທາດໂປຣຕິນ ແລະ ຜັກທຸກໆມື້. ແຕ່ເຖິງແນວນັ້ນກໍ່ຕາມ, ໃຫ້ພະຍາຍາມຫຼີກເວັ້ນການໃຫ້ເດັກກິນແຕ່ອາຫານທາດແປ້ງພຽງຢ່າງດຽວໂດຍບໍ່ປະສົມກັບສານອາຫານອື່ນ. ການກິນອາຫານທີ່ມີແຕ່ທາດແປ້ງຢ່າງດຽວ, ເດັກນ້ອຍກໍ່ຈະຮູ້ສຶກອີ່ມຢູ່ ແຕ່ຮ່າງກາຍກໍ່ຈະອ່ອນແອ ແລະ ເຈັບເປັນໄດ້ງ່າຍ. ໃຫ້ຕື່ມນ້ຳມັນໜຶ່ງບ່ວງ ໃສ່ໃນໝໍ້ຕົ້ມເຂົ້າປຽກນັ້ນ. ນ້ຳມັນໜຶ່ງບ່ວງບໍ່ໄດ້ທົດແທນໃຫ້ກັບທາດໂປຣຕິນ ແລະ ຜັກ ທີ່ຂາດໄປນັ້ນ. ແຕ່ມັນສາມາດໃຫ້ພະລັງງານແກ່ເດັກໄດ້ໃນເວລາອັນສັ້ນ ທີ່ເດັກນ້ອຍບໍ່ສາມາດໄດ້ຈາກອາຫານທາດແປ້ງພຽງຢ່າງດຽວ.

A child with a very large serving of rice, and a child with a much smaller serving of rice with a spoonful of oil
ເພື່ອໃຫ້ໄດ້ຮັບພະລັງງານພຽງພໍກັບຄວາມຕ້ອງການຂອງຮ່າງກາຍ, ເດັກນ້ອຍຈະຕ້ອງກິນເຂົ້າຕົ້ມໃຫ້ຫຼາຍຂະໜາດນີ້. ແຕ່ເມື່ອປະສົມນ້ຳມັນໃສ່ກັບເຂົ້າ, ເຂົ້າທີ່ເດັກຕ້ອງກິນກໍ່ມີປະລິມານຫຼາຍພຽງເທົ່ານີ້.

ໃຫ້ກວດຫາໂລກຂາດສານອາຫານໃນເດັກນ້ອຍທຸກຄົນ

ພາວະຂາດສານອາຫານຊຳເຮື້ອໃນເດັກນ້ອຍແມ່ນມັກເປັນໄປໂດຍສັງເກດບໍ່ອອກ. ເພື່ອກວດເບິ່ງວ່າເດັກຂາດສານອາຫານຫຼືບໍນັ້ນ ແມ່ນໃຫ້ຊັ່ງເບິ່ງນ້ຳໜັກຂອງເດັກນ້ອຍເປັນປະຈຳ ແລະໃຫ້ໝາຍບັນທຶກການຈະເລີນເຕີບໂຕຂອງເດັກລົງໃສ່ໄວ້ໃນແຜ່ນສະແດງເປັນຕົ້ນເຊັ່ນ “ແຜ່ນວາດເສັ້ນທາງສູ່ສຸຂະພາບດີ (ບັດກວດສຸຂະພາບເດັກ)”. ຖ້າເຈົ້າບໍ່ມີຊິງຊັ່ງ, ວິທີທາງອື່ນເພື່ອກວດຫາພາວະຂາດສານອາຫານໃນເດັກໄດ້ກໍ່ຄືການວັດແທກຮອບກົກແຂນຂອງເດັກ. ຕາມປົກກະຕິ ເພິ່ນມັກຈັດໃຫ້ມີໂຄງການ ຫຼື ຄຼີນິກ ສຳລັບວັດແທກການຈະເລີນເຕີບໂຕຂອງເດັກນ້ອຍ. ບັນດາໂຄງການເຫຼົ່ານີ້ ເປັນວິທີທາງທີ່ດີ ເພື່ອຮັບປະກັນໃຫ້ເດັກນ້ອຍຜູ້ອຶດຫິວ ໄດ້ຮັບການຊ່ວຍເຫຼືອແຕ່ຫົວທີ, ກ່ອນທີ່ພາວະຂາດສານອາຫານຈະເປັນເຖິງຂັ້ນອັນຕະລາຍສຳລັບເຂົາເຈົ້າ.

ເພື່ອຈະວັດແທກແຂນ, ໃຫ້ຕັດເຈ້ຍ, ຢາງ ຫຼື ຜ້າໃຫ້ເປັນແຖບແຜ່ນວັດແທກຍາວປະມານ 25 ຊັງຕີແມັດ (ຊມ).

ໃຫ້ໝາຍໃສ່ແຜ່ນແຖບວັດແທກເພື່ອບົ່ງບອກໃຫ້ຮູ້ວ່າ ບ່ອນໃດທີ່ສະແດງວ່າ ເດັກນ້ອຍຈ່ອຍຫຼາຍໂພດ, ຫຼື ເດັກນ້ອຍມີໄຂມັນ ແລະ ກ້າມຊີ້ນສົມສ່ວນ. ຢູ່ຈຸດ 0 ຊມ ໃຫ້ຂຽນ “ແທກຈາກຈຸດນີ້”, ຢູ່ຈຸດ 11.5 ຊມ ໃຫ້ຂຽນ “ຈ່ອຍໂພດ” ແລະ ຢູ່ຈຸດ 12.5 ຊມ ໃຫ້ຂຽນວ່າ “ຈະເລີນເຕີບໂຕດີ”. ຫຼື ຈະໃຊ້ສີ ຫຼື ເຄື່ອງໝາຍອື່ນ ທີ່ເຈົ້າເຂົ້າໃຈດີກວ່າມາໝາຍແທນກໍ່ໄດ້.

ແລ້ວກໍ່ໃຊ້ແຖບແຜ່ນວັດແທກນີ້ເພື່ອວັດແທກອ້ອມກົກແຂນເດັກນ້ອຍທີ່ມີອາຍຸລະຫວ່າງ 1 ຫາ 5 ປີ, ເພື່ອໃຫ້ແນ່ໃຈວ່າເດັກມີນ້ຳໜັກເພີ່ມຕາມປົກະຕິ.

(ການວັດແທກແຂນນີ້ແມ່ນບໍ່ໄດ້ຜົນດີ ເມື່ອເດັກນ້ອຍມີອາການພາວະຂາດອາຫານເອີ້ນວ່າ: ຄາວໍສີອໍເກີ (kwashiorkor), ເຊິ່ງເປັນພາວະຂາດສານອາຫານຮຸນແຮງຊະນິດໜຶ່ງ ທີ່ພາໃຫ້ແຂນ ແລະ ພາກສ່ວນອື່ນຂອງຮ່າງກາຍໃຄ່ບວມ).

Someone measuring the center of a child's left upper arm with a strip of paper
ແທກຈາກກາງຂອງກົກແຂນເບື້ອງຊ້າຍ

ເມື່ອວັດແທກແຂນເດັກນ້ອຍໄດ້ຜົນຕໍ່າກ່ວາ 11,5 ຊມ (ຕ່ຳກວ່າເສັ້ນ “ຈ່ອຍໂພດ”), ຫຼື ຂໍ້ມູນການເຕີບໂຕຂອງລາວທີ່ບັນທຶກໝາຍໄວ້ໃນ ແຜ່ນວາດເສັ້ນທາງສູ່ສຸຂະພາບດີ ນັ້ນຢູ່ຕາມຫຼັງເກນມາດຕະຖານທີ່ກຳນົດ, ຫຼື ມີອາການບົ່ງບອກວ່າ ລາວຂາດສານອາຫານກະທັນຫັນ ທີ່ລະບຸໄວ້ໃນໜ້າຕໍ່ໄປ, ລາວແມ່ນຂາດສານອາຫານຫຼາຍ ຈົນເຮັດໃຫ້ລາວບໍ່ສະບາຍ. ລາວຈຳເປັນຕ້ອງໄດ້ຮັບການປິ່ນປົວຢ່າງຮີບດ່ວນ ແລະ ເຈົ້າສາມາດຊ່ວຍເຫຼືອຊີວິດເດັກນ້ອຍຄົນນີ້ໄດ້ ໂດຍການໃຫ້ລາວໄດ້ຮັບອາຫານທີ່ມີພະລັງງານສູງ

A measuring strip for a child's arm showing up to 11.5cm as the "too thin" range, 11.5 to 12.5 cm as the "dangerous" range and above 12.5cm as the "growing well" range
ໝາຍເຫດ: ຮູບພາບທີ່ເຫັນນີ້ອາດພິມໃນຫຼາຍຂະໜາດທີ່ແຕກຕ່າງກັນ, ດັ່ງນັ້ນ ໃຫ້ໃຊ້ໄມ້ບັນທັດແທກ ເພື່ອໃຫ້ແນ່ໃຈວ່າ ແຜ່ນແຖບວັດແທກ ຂອງເຈົ້າມີມາດຕາວັດທີ່ຖືກຕ້ອງ. ແດງ (ຈ່ອຍໂພດ) ແຖບສີເຫຼືອງ (ຂັ້ນອັນຕະລາຍ)
ຖ້າຄ່າວັດແທກແຂນຂອງເດັກນ້ອຍຕົກຢູ່ເຂດສີເຫຼືອງນີ້ໝາຍວ່າລາວມີຄວາມສ່ຽງທີ່ຈະຂາດສານອາຫານ. ໃຫ້ອາຫານເພີ່ມພິເສດແກ່ລາວ, ຕິດຕາມການຈະເລີນເຕີບໂຕຂອງລາວ, ແລະ ສັງເກດເບິ່ງລາວຢ່າງໃກ້ຊິດເພື່ອວ່າລາວຈະບໍ່ຂາດສານອາຫານ.

ການຂາດສານອາຫານຮຸນແຮງກະທັນຫັນ

ການຂາດສານອາຫານຮຸນແຮງກະທັນຫັນເກີດຂຶ້ນໃນເວລາສົງຄາມ, ໄພແຫ້ງແລ້ງ, ຫຼື ມີໄພທຳມະຊາດ ເມື່ອການສະໜອງອາຫານເກີດຕິດຂັດ. ຫຼື ມັນສາມາດເກີດຂຶ້ນກັບບາງຄົນຜູ້ທີ່ບໍ່ໍ່ໄດ້ຮັບສານອາຫານຢ່າງພຽງພໍມາເປັນເວລາດົນນານ, ແຕ່ວ່າ ມີບາງສິ່ງປ່ຽນແປງເຮັດໃຫ້ ປະລິມານອາຫານທີ່ພວກເຂົາເຈົ້າເຄີຍກິນຢູ່ນັ້ນຫຼຸດລົງ ຫຼື ພວກເຂົາເຈົ້າຈຳເປັນຕ້ອງໃຊ້ພະລັງງານເພີ່ມຫຼາຍຂຶ້ນ. ຕົວຢ່າງ: ເມື່ອເດັກນ້ອຍຄົນໜຶ່ງທີ່ຢູ່ໃນສະພາບອຶດຫິວຢູ່ແລ້ວເລີ່ມມີ “ການຈະເລີນເຕີບໂຕຢ່າງໄວວາ” ແລະ ຮ່າງກາຍຈຳເປັນຕ້ອງໃຊ້ພະລັງງານຫຼາຍຂຶ້ນ. ຫຼື ເມື່ອຄົນທີ່ຂາດສານອາຫານຢູ່ນັ້ນເກີດຕິດເຊື້ອເອດສ ໄອ ວີ HIV, ເປັນໄຂ້ມາລາເລຍ, ລີດສມາເນຍສິດສ (leishmaniasis), ໝາກແດງ, ແລະ ພະຍາດອື່ນໆ, ແລະ ຕ້ອງການອາຫານຫຼາຍຂຶ້ນເພື່ອມີພະລັງງານຕໍ່ສູ້ກັບການຕິດເຊື້ອນັ້ນ. ເມື່ອສະຖານະການປ່ຽນໄປຢ່າງໄວວາ ອາຫານໃນປະລິມານ “ພໍດີ” ທີ່ພວກເຂົາເຈົ້າມີຊີວິດຢູ່ລອດໄດ້ຄືທີ່ເຄີຍເປັນມານັ້ນ ກໍ່ບໍ່ພຽງພໍອີກຕໍ່ໄປ.

ຂໍ້ມູນກ່ຽວກັບພາວະຂາດສານອາຫານ ໃນທີ່ນີ້ ແມ່ນເນັ້ນໃສ່ເດັກນ້ອຍເປັນຫຼັກ ເພາະວ່າເດັກນ້ອຍ ແມ່ນໄດ້ຮັບຜົນກະທົບ ຫຼາຍທີ່ສຸດຈາກພາວະດັ່ງກ່າວ. ພວກເຂົາເຈົ້ານ້ຳໜັກຫຼຸດລົງໄວຫຼາຍ ແລະ ຈາກນັ້ນກໍ່ບໍ່ຢາກອາຫານ, ແລະ ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ ເພື່ອຟື້ນຟູ ແລະໃຫ້ມີຊີວິດລອດໄດ້. ຖ້າປາດສະຈາກການຊ່ວຍເຫຼືອ, ຄວາມເສຍຫາຍຈາກການຂາດສານອາຫານ ສາມາດເປັນຜົນຮ້າຍຕໍ່ພວກເຂົາໄປຕະຫຼອດຊີວິດໄດ້. ຜູ້ໃຫຍ່ກໍ່ຂາດສານອາຫານແບບກະທັນຫັນໄດ້ເຊັ່ນກັນ, ແລະການປິ່ນປົວສຳລັບຜູ້ໃຫຍ່ກໍ່ແມ່ນເຮັດຄືກັນກັບການປິ່ນປົວເດັກນ້ອຍ.

ເດັກນ້ອຍຜູ້ທີ່ຂາດສານອາຫານຢ່າງຮຸນແຮງອາດເບິ່ງມີລັກສະນະຄືແນວນີ້:

A small, thin child with thin hair, wasting arms and legs, and visible bones
ຜົມລົ່ນງ່າຍ
ຜິວໜັງແຫ້ງ ບາງ - ຜິວໜັງອາດເບິ່ງຄືວ່າຍານໆ
. ໂລກຂາດອາຫານປະເພດນີ້ເອີ້ນວ່າ: ມາຣາມັດສ (marasmus)
ກ້າມຊີ້ນອ່ອນແຮງ, ພ້ອມທັງແຂນ ແລະ ຂາຈ່ອຍລີບ
ຈ່ອຍ ແລະນ້ອຍຫຼາຍ



ຫຼື ເດັກນ້ອຍຜູ້ທີ່ຂາດສານອາຫານຢ່າງຮຸນແຮງອາດເບິ່ງມີລັກສະນະຄືແນວນີ້:

A bigger, less thin child with light, thin hair, a swollen belly and ankles, and dark patches on the skin
ຜົມແຫ້ງບາງ ສີຈືດຈາງ ແລະ ກາຍເປັນສີແດງ, ເຫຼືອງ ຫຼື ຂາວ
ຜິວໜັງແຫ້ງແຕກ ແລະ ລອກອອກ
ທ້ອງປຸ້ງສວດອອກ
ມີແຜ ຫຼື ຮອຍດຳຊໍ້າຕາມຜິວໜັງ
. ໂລກຂາດສານອາຫານປະເພດນີ້ເອີ້ນວ່າ ຄາວໍສີອໍເກີ (kwashiorkor)
ໃຄ່ບວມຕາມບໍລິເວນຂອບຕາ, ຕີນ ແລະ ຂໍ້ຕີນ
ນ້ຳໜັກໂຕຂອງເດັກອາດຈະເປັນປົກກະຕິ - ລາວເບິ່ງບໍ່ຈ່ອຍ
ເມື່ອຍ ຫຼື ບໍ່ຢາກເຄື່ອນໄຫວໄປມາ
A finger pushing into an ankle, and a dent remaining when the finger is taken away
ຖ້າເຈົ້າບີບລົງບໍລິເວນຂໍ້ຕີນ, ເມື່ອເອົາມືອອກແລ້ວຈະເຫັນເປັນຮອຍມືຫຼຸບຢູ່.

ບາງຄັ້ງບັນດາເດັກນ້ອຍກໍ່ສະແດງອາການຂອງພາວະຂາດສານອາຫານທັງສອງຊະນິດປົນກັນອອກມາໃຫ້ເຫັນ.

ຜູ້ຄົນທີ່ຕິດເຊື້ອເອັດສ໌ໄອວີ (HIV), ວັນນະໂລກ, ມີພະຍາດແມ່ກາຝາກ, ຫຼືພະຍາດຊຳເຮື້ອອື່ນໆ ອາດຂາດສານອາຫານໄດ້ ເຖິງແມ່ນວ່າພວກເຂົາເຈົ້າຈະກິນອາຫານປົກກະຕິກໍ່ຕາມ. ຖ້າວ່າ ເດັກນ້ອຍ ຫຼື ຜູ້ໃຫຍ່ກິນອາຫານຫຼາຍ ແຕ່ຍັງເຫັນວ່າພວກເຂົາຍັງຂາດສານອາຫານຢູ່, ນັ້ນອາດໝາຍວ່າພວກເຂົາອາດມີອາການເຈັບເປັນທີ່ຮ້າຍແຮງ. ສ່ວນສຳຄັນທີ່ສຸດເພື່ອໃຫ້ມີສຸຂະພາບດີ ໃນເວລາທີ່ເປັນພະຍາດຊຳເຮື້ອໃດໜຶ່ງກໍ່ຄືກິນອາຫານໃຫ້ຫຼາຍຂຶ້ນຕື່ມ. ແຕ່ພ້ອມກັນນັ້ນ ກໍ່ຕ້ອງພະຍາຍາມຊອກຫາວ່າສາເຫດຂອງບັນຫາສຸຂະພາບທີ່ເປັນຢູ່ນັ້ນ.

Two photographs, the first of a very thin, crying child, and the second of the same child, a healthy weight and much happier
ນາງນ້ອຍອະຊິກາແມ່ນ ຂາດສານອາຫານຮຸນແຮງຕອນທີ່ລາວມາກວດຢູ່ຄລີນິກນັ້ນ. ຫຼັງຈາກນັ້ນສອງສາມອາທິດຕໍ່ມາ, ອາຫານທີ່ມີປະໂຫຍດທີ່ລາວໄດ້ກິນຊ່ວຍໃຫ້ອາການຂອງລາວຫາຍດີ.

ຮູບພາບສອງແຜ່ນນີ້ແມ່ນຮູບຂອງເດັກນ້ອຍຍິງ ນາງ ອາຊິກາ ອາຍຸ 2 ປີ. ນາງໄດ້ມາທີ່ ສູນບຳບັດດ້ານໂພສະນາການ (Nutritional Rehabilitation Home (NRH)) ໃນນະຄອນຫຼວງກັດມັນດູ, ປະເທດເນປານ ຍ້ອນເປັນພາວະຂາດສານອາຫານຮຸນແຮງ. ຫຼັງຈາກປິ່ນປົວເປັນເວລາ 26 ມື້ ດ້ວຍສູດອາຫານເສີມນົມ ແລະອາຫານທີ່ປຸງແຕ່ງຂຶ້ນຈາກບັນດາອາຫານທີ່ມີໃນທ້ອງຖິ່ນ, ນາງກໍ່ມີນ້ຳໜັກຂື້ນຢູ່ໃນເກນຂອງການມີສຸຂະພາບຮ່າງກາຍແຂງແຮງສຳລັບໄວອາຍຸຂອງລາວ, ແລ້ວກັບບ້ານພ້ອມກັບແມ່ຂອງລາວ. ສູນບຳບັດດ້ານໂພສະນາການນີ້ບໍ່ແມ່ນໂຮງໝໍ, ມັນແມ່ນເຮືອນຫຼັງໃຫຍ່ ມີຕຽງນອນສຳລັບຄົນເຈັບຫຼາຍຕຽງ, ມີສວນຜັກ ແລະ ພະນັກງານດູແລປະຈຳ. ໃນແຕ່ລະເດືອນ ພວກເຂົາເຈົ້າໃຫ້ ການຊ່ວຍເຫຼືອເດັກນ້ອຍ ປະມານ 20 ຄົນທີ່ຂາດສານອາຫານຮຸນແຮງ ອັນເນື່ອງມາຈາກຄວາມທຸກຍາກ, ການເຈັບເປັນອື່ນໆ ແລະ ການຂາດຄວາມຮັບຮູ້ກ່ຽວກັບເລື່ອງໂພສະນາການ, ຍ້ອນໄພສົງຄາມ ແລະ ໄພອຶດຫິວ. ແມ່ຂອງເດັກນ້ອຍເຫຼົ່ານັ້ນຍັງໄດ້ມີສ່ວນຮ່ວມໃນການປິ່ນປົວລູກຂອງພວກເຂົາເຈົ້າ. ພວກເຂົາເຈົ້າໄດ້ຮຽນກ່ຽວກັບໂພສະນະການ ດັ່ງນັ້ນ ພວກເຂົາເຈົ້າຈິ່ງສາມາດຊ່ວຍເຫຼືອຄົນອື່ນໆໄດ້ ເມື່ອເວລາທີ່ ພວກເຂົາກັບເມືອບ້ານຂອງພວກເຂົາເຈົ້າ. ສູນບຳບັດດ້ານໂພສະນາການແບບນີ້ ຊ່ວຍຊີວິດເດັກນ້ອຍໄດ້ເກືອບທັງໝົດທີ່ເຂົ້າມາປິ່ນປົວ.

ການປິ່ນປົວພາວະຂາດສານອາຫານກະທັນຫັນ

ເດັກນ້ອຍທີ່ຂາດສານອາຫານແບບກະທັນຫັນ ແມ່ນຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອຈາກແພດທັນທີ. ຖ້າມີສູນບຳບັດດ້ານໂພສະນາການໃນເຂດບ້ານຂອງເຈົ້າ ແມ່ນໃຫ້ພາລູກຫຼານຂອງເຈົ້າໄປຫາສູນນັ້ນ, ຫຼື ເຈົ້າອາດຈຳເປັນຕ້ອງໄດ້ໃຫ້ການປິ່ນປົວອາການນີ້ດ້ວຍຕົວເອງ. ໃຫ້ເດັກໄດ້ຮັບສິ່ງຕ່າງໆຕໍ່ໄປນີ້:

  • ອາຫານ
  • ເຄື່ອງດື່ມ (ເຄື່ອງດື່ມທົດແທນນ້ຳ ແລະເກຶອແຮ່)
  • ຄວາມອົບອຸ່ນ, ໂດຍສະເພາະໃນຍາມກາງຄືນ
  • ຢາປົວພະຍາດ

ອາຫານ

ໃຫ້ກິນອາຫານທີ່ມີຄວາມເຂັ້ມຂຸ້ນພະລັງງານສູງ (concentrated food) ເພື່ອສະໜອງພະລັງງານ ແລະ ສານອາຫານໃຫ້ແກ່ຮ່າງກາຍໄດ້ຢ່າງວ່ອງໄວ. ເຂົ້າປຽກເຂົ້າທີ່ມີທາດແປ້ງທຳມະດາແມ່ນບໍ່ພຽງພໍ.

ທ່ານສາມາດເຮັດອາຫານທີ່ໃຫ້ພະລັງງານສູງທີ່ເຮືອນດ້ວຍຕົວຂອງທ່ານເອງໄດ້. ອາຫານໃຫ້ພະລັງງານສູງທີ່ເຮັດເອງຕາມບ້ານເຮືອນນີ້ ແມ່ນດີເທົ່າກັນກັບ ອາຫານສະເພາະສຳລັບ “ປິ່ນປົວພະຍາດ” ເຊັ່ນ: ອາຫານເສີມຍີ່ຫໍ້ ພລັມປີນັທ (Plumpy’ nut) ແລະ ບາງເທື່ອອາດຈະດີກວ່າອີກຊ້ຳ. ມັນຍັງເປັນອາຫານທີ່ດີສຳລັບເດັກນ້ອຍ ຫຼື ເດັກໃຫ່ຍ, ເພາະວ່າເດັກນ້ອຍທຸກຄົນແມ່ນຕ້ອງການພະລັງງານ ແລະ ສານອາຫານຫຼາຍ ເພື່ອຈະເລີນເຕີບໂຕ ແລະ ມີສຸຂະພາບດີ.

ນຳໃຊ້ສ່ວນປະກອບຂອງອາຫານ 4 ຢ່າງ ທີ່ຫາໄດ້ຕາມທ້ອງຖິ່ນທີ່ເຈົ້າອາໃສຢູ່ ມາປຸງແຕ່ງປົນກັນເປັນອາຫານ ເຊັ່ນ: ເຂົ້າປຽກເຂົ້າ, ໂປຣຕິນ, ໄຂມັນ ຫຼື ນ້ຳມັນ ແລະ ຜັກ.

  1. ເຮັດເຂົ້າປຽກເຂົ້າຖ້ວຍໜຶ່ງຈາກອາຫານທາດແປ້ງໃຫ້ພະລັງງານ.
    ເລືອກເອົາສິ່ງໜຶ່ງຈາກຂ້າງລຸ່ມນີ້:
    A bowl of porridge with a spoon
    ໃຊ້ອາຫານທີ່ໃຫ້ທາດແປ້ງທີ່ເຈົ້າແຕ່ງໃຫ້ທຸກຄົນໃນຄອບຄົວກິນຕາມປົກກະຕິນັ້ນ, ຕົ້ມຂ້ຽວເຂົ້າຈົນມັນຂຸ້ນໜຽວ (ບໍ່ຄືແກງຈືດ)
    • ເຂົ້າມີເລັທ (millet)
    • ສາລີ
    • ເຂົ້າ
    • ເຂົ້າຫວີດ (wheat)
    • ມັນຕົ້ນ
    • ມັນດ້າງ ຫຼື ມັນຝະລັ່ງ
  2. NWTND Nut Page 25-2.png
  3. ຕື່ມອາຫານປະເພດມີໂປຣຕີນສູງໃສ່
    ເລືອກເອົາສິ່ງໜຶ່ງຈາກຂ້າງລຸ່ມນີ້:
    • ນົມຜົງ 2 ບ່ວງແກງ
    • ໄຂ່ 1 ໜ່ວຍ
    • ແກ່ນນັດທ (nuts) ຫຼື ໝາກຖົ່ວ ຂົ້ວ ຕຳ ຫຼື ບົດໃຫ້ມຸ່ນ, ໃນປະລິມານ ½ ຖ້ວຍນ້ອຍ
    • ໝາກຖົ່ວ, ໝາກຖົ່ວເລັນທິລ (lentil) ຫຼື ໝາກຖົ່ວລັນເຕົາ (pea) ຕົ້ມ ບົດໃຫ້ມຸ່ນ, ໃນປະລິມານ ½ ຖ້ວຍນ້ອຍ
    • ໝາກຖົ່ວຕົ້ມ ຫຼື ແປ້ງໝາກຖົ່ວລັນເຕົາ (pea), ໃນປະລິມານ ½ ຖ້ວຍນ້ອຍ
    • ປາແຫ້ງບົດ, ໃນປະລິມານ ½ ຖ້ວຍນ້ອຍ
    • ຊີ້ນ ຫຼື ເຄື່ອງໃນຕົ້ມສຸກດີແລ້ວ ຟັກໃຫ້ມຸ່ນລະອຽດ, ໃນປະລິມານ ¼ ຖ້ວຍນ້ອຍ
  4. ຕື່ມໄຂມັນ ຫຼື ນ້ຳມັນໃສ່ 2 ບ່ວງແກງ.
    ເລືອກເອົາໜຶ່ງຢ່າງໃນສິ່ງຕໍ່ໄປນີ້:
    NWTND Nut Page 26-1.png
    • ນ້ຳມັນພືດ ຫຼື ນ້ຳມັນຈາກແກ່ນນັດທ (nut), ເນີຍ, ຫຼື ນ້ຳມັນໝູ 1 ບ່ວງ
  5. ຕື່ມ ຜັກສຸກເຄິ່ງ (½) ຖ້ວຍນ້ອຍ
    Choose ເລືອກເອົາໜຶ່ງຢ່າງໃນນີ້:
    • ໝາກເລັ່ນ
    NWTND Nut Page 26-2.png
    • ຜັກໃບຂຽວ
    • ໝາກນ້ຳ
    • ໝາກອຶ
    • ໝາກຖົ່ວຂຽວ
    • ໝາກຖົ່ວລັນເຕົາສົດ
    • ໝາກກະຈຽບຂຽວ
    • ຜັກອື່ນໆ

ໃຫ້ກິນເຂົ້າປຽກເຂົ້າທີ່ມີພະລັງງານສູງນີ້ 4 ຫຼື 5 ຄັ້ງຕໍ່ມື້.

ເດັກນ້ອຍທີ່ຂາດສານອາຫານອາດຈະບໍ່ຢາກກິນອາຫານ ຫຼື ອາດຈະມີແຮງພໍກິນອາຫານໄດ້ຢ່າງຊ້າໆເທົ່ານັ້ນ. ເອົາອາຫານ ໃຫ້ເດັກນ້ອຍກິນເທື່ອລະໜ້ອຍໃນທຸກໆຊົ່ວໂມງ ຫຼື ສອງຊົ່ວໂມງ. ຈົ່ງອົດທົນ ແລະເຮັດໃຫ້ສະເໝີຕົ້ນສະເໝີປາຍ. ໃຫ້ອາຫານທີ່ມີພະລັງງານສູງນີ້ແກ່ເດັກນ້ອຍຈົນກວ່າລາວເລີ່ມມີນ້ຳໜັກໂຕຫຼາຍຂຶ້ນ ແລະ ມີແຮງກາຍແຮງໃຈດີກັບມາ.

A mother holding her malnourished child, feeding him with a bowl and a spoon

ໃຫ້ລ້າງມືຂອງເຈົ້າໃຫ້ສະອາດກ່ອນລົງມືແຕ່ງອາຫານ ຫຼື ປ້ອນອາຫານໃຫ້ເດັກນ້ອຍ, ໃຊ້ຖ້ວຍສະອາດ, ແລະ ໃຫ້ກິນອາຫານທີ່ປຸງແຕ່ງນັ້ນໃຫ້ໝົດພາຍໃນໜຶ່ງ ຫຼື ສອງມື້. ເຊັ່ນດຽວກັບອາຫານອື່ນໆ, ອາຫານທີ່ໃຫ້ພະລັງງານສູງນີ້ ເມື່ອເວລາຜ່ານໄປມັນກໍ່ຈະບູດເນົ່າ, ແລະ ຈະບູດເນົ່າໄວຂຶ້ນຕື່ມອີກ ຖ້າບ່ອນທີ່ເຈົ້າອາໃສຢູ່ບ່ອນທີ່ອາກາດຮ້ອນອົບເອົ້າ.

ຖ້າເດັກນ້ອຍຍັງຢູ່ໃນຊ່ວງກິນນົມແມ່ຢູ່, ໃຫ້ເດັກກິນນົມແມ່ກ່ອນ ແລະ ຈາກນັ້ນກໍ່ເອົາອາຫານທີ່ໃຫ້ພະລັງງານສູງນີ້ໃຫ້ເດັກກິນ. ໃຫ້ເດັກກິນນົມແມ່ເລື້ອຍຂຶ້ນກວ່າປົກກະຕິ - ເພາະວ່າເດັກນ້ອຍທີ່ຂາດສານອາຫານອາດຈະອ່ອນເພຍຫຼາຍເກີນກວ່າຈະກິນນົມແມ່ໄດ້ຢ່າງພຽງພໍໃນເວລາກິນນົມແຕ່ລະຄັ້ງ.

ພ້ອມກັນນັ້ນ ກໍ່ຍັງຕ້ອງໃຫ້ເດັກກິນອາຫານປະເພດໝາກໄມ້ນຳໃນແຕ່ລະມື້. ໝາກໄມ້ແຕ່ລະຊະນິດຈະໃຫ້ທາດວິຕາມິນຕ່າງໆ. ແຕ່ຖ້າເຮັດໄດ້, ໃນແຕ່ລະມື້ໃຫ້ປ່ຽນຊະນິດໝາກໄມ້ໃຫ້ເດັກກິນ (ບໍ່ໃຫ້ກິນຊະນິດດຽວທຸກມື້) - ເພື່ອໃຫ້ເດັກນ້ອຍໄດ້ຮັບວິຕາມິນຫຼາຍຢ່າງທີ່ແຕກຕ່າງກັນຢ່າງພຽງພໍ.

ເຄື່ອງດື່ມ (ເຄື່ອງດື່ມທົດແທນນ້ຳແລະເກຶອແຮ່)

ເດັກນ້ອຍທີ່ຂາດສານອາຫານສ່ວນຫຼວງຫຼາຍແມ່ນສູນເສຍນ້ຳຈາກອາການຖອກທ້ອງນຳອີກ. ຖ້າເດັກຍັງກິນນົມແມ່ຢູ່, ແມ່ກໍ່ຄວນສືບຕໍ່ໃຫ້ລູກກິນນົມໃຫ້ເລື້ອຍເທົ່າທີ່ຈະສາມາດກິນໄດ້.

ຄຽງຄູ່ໄປກັບການກິນນົມແມ່, ກໍ່ໃຫ້ເດັກກິນເຄື່ອງດື່ມທົດແທນນ້ຳແລະເກຶອແຮ່ນຳ. ເດັກນ້ອຍທີ່ຂາດສານອາຫານຮຸນແຮງ ແມ່ນຕ້ອງການເກືອໜ້ອຍ ແລະ ຕ້ອງການນ້ຳຕານຫຼາຍກວ່າທີ່ມີຢູ່ໃນສູດເຮັດເຄື່ອງດື່ມແກ້ອາການຂາດນ້ຳນັ້ນ. ສະນັ້ນ:

A 1 liter bottle of water ນ້ຳສະອາດ 1 ລິດ
One quarter teaspoon of salt

ປະສົມ ເກືອ ¼ ບ່ວງກະເຟ

ຊິມເບິ່ງນ້ຳປະສົມເກືອນີ້. ມັນຄວນຈະມີລົດເຄັມໜ້ອຍກວ່ານ້ຳຕາ.
Nine teaspoons of sugar

ຈາກນັ້ນກໍ່ປະສົມນ້ຳຕານ 9 ບ່ວງກະເຟ

ເອົານ້ຳດື່ມທີ່ປະສົມຂຶ້ນນີ້ໃຫ້ເດັກກິນ ໂດຍໃຊ້ບ່ວງແກງຕັກເຕັມບ່ວງປ້ອນເດັກທຸກໆ 2-3 ນາທີ. ຄົນເຈັບທີ່ຂາດສານອາຫານອາດຈະອ່ອນແອເຖິງຂັ້ນດື່ມຫຍັງບໍ່ໄດ້. ຊ່ວຍໂຊມຫົວລາວຂຶ້ນ ໃນຂະນະດຽວກັນ ກໍ່ໃຊ້ບ່ວງຕັກເຄື່ອງດື່ມທີ່ຫາກໍ່ປຸງມານັ້ນປ້ອນໃສ່ປາກລາວ.

ຄວາມອົບອຸ່ນ

ເມື່ອຂາດສານອາຫານຮຸນແຮງ, ຄົນເຈັບຈະບໍ່ມີພະລັງງານທີ່ຈະມາໃຫ້ຄວາມອົບອຸ່ນແກ່ຮ່າງກາຍຕົວເອງໄດ້ຢ່າງພຽງພໍ. ໃຫ້ກວດເບິ່ງອຸນະພູມຂອງຄົນເຈັບເປັນປະຈຳ. ຮັກສາໃຫ້ຮ່າງກາຍຂອງລາວອົບອຸ່ນຢູ່ສະເໝີໂດຍໃຫ້ຫົ່ມຜ້າເປັນເວລາຫຼາຍມື້, ຈົນກວ່າລາວຈະເລີ່ມຟື້ນຄືນມາມີສຸຂະພາບດີ. ຜູ້ຄົນຈະໜາວທີ່ສຸດແມ່ນໃນຍາມກາງຄືນ, ດັ່ງນັ້ນ ຕ້ອງຫາຜ້າຫົ່ມມາຫົ່ມເພີ່ມພິເສດໃຫ້ແກ່ຄົນເຈັບເນື່ອງຈາກວ່າລາວຈະໜາວຫຼາຍກວ່າຄົນປົກກະຕິ.

ຢາປົວພະຍາດ

ພາວະຂາດສານອາຫານຮຸນແຮງ ແມ່ນການເຈັບເປັນຊະນິດໜຶ່ງ ແລະ ກໍ່ຕ້ອງການຢາເພື່ອປິ່ນປົວ. ເດັກນ້ອຍທີ່ຂາດສານອາຫານຮຸນແຮງແມ່ນມັກຈະເກີດມີການຕິດເຊື້ອ. ແຕ່ຮ່າງກາຍຂອງລາວແມ່ນອ່ອນເພຍຫຼາຍ, ມັນອາດຈະບໍ່ສາມາດສະແດງອາການທີ່ມັກເປັນສັນຍານບອກໃຫ້ພວກເຮົາຮູ້ເມື່ອເຂົາເຈົ້າບໍ່ສະບາຍ ຫຼືມີຄວາມຜິດປົກກະຕິໃນຮ່າງກາຍ. ເພາະສະນັ້ນ, ແມ່ນໃຫ້ຢາຕ້ານການຕິດເຊື້ອ, ເຖິງແມ່ນວ່າ ລາວຈະບໍ່ມີໄຂ້ ຫຼື ບໍ່ມີອາການຕິດເຊື້ອທີ່ຈະແຈ້ງກໍ່ຕາມ.ໃຫ້ຢາຂ້າງລຸ່ມນີ້ແກ່ເດັກນ້ອຍທີ່ຂາດສານອາຫານຮຸນແຮງກະທັນຫັນ:

NWTND Nut Page 27-4.png
  • ຢາອາມ໊ອກຊີລິນ (Amoxilline) ຫຼື ຢາຕ້ານເຊື້ອຊະນິດອື່ນ, 3 ຄັ້ງ/ມື້ ເປັນເວລາ 7 ມື້.
  • ຢາວັກຊີນປ້ອງກັນໝາກແດງ (ເວັ້ນເສຍແຕ່ ເຈົ້າແນ່ໃຈວ່າເດັກນ້ອຍໄດ້ຮັບວັກຊີນປ້ອງກັນໝາກແດງຄົບຖ້ວນແລ້ວ), ເບິ່ງລາຍລະອຽດເພີ່ມເຕີມໃນບົດ “ຢາວັກຊີນ”.
  • ວິຕາມິນເອ.
  • ອາຫານເສີມແຮ່ທາດສັງກະສີ.
  • ຢາເມເບນດາໂຊນ (mebendazole) (ຖ້າມີຜູ້ຄົນຕິດເຊື້ອພະຍາດແມ່ກາຝາກຫຼາຍ ໃນພື້ນທີ່ໆເຈົ້າອາໃສຢູ່ນັ້ນ).

ເຝົ້າຕິດຕາມເບິ່ງອາການເດັກນ້ອຍຢ່າງໃກ້ຊິດ

A woman holding a malnourished child, feeding him with a cup and spoon

ເດັກນ້ອຍທີ່ຂາດສານອາຫານສາມາດມີອາການໜັກຂຶ້ນໄດ້ຢ່າງໄວວາ, ແລະ ຕ້ອງໄດ້ຮັບການເອົາໃຈໃສ່ຕິດຕາມດູແລຢ່າງໃກ້ຊິດ.

ເມື່ອເຈົ້າເລີ່ມໃຫ້ນ້ຳ ແລະ ອາຫານແກ່ເດັກນ້ອຍ, ໃຫ້ກວດເບິ່ງອັດຕາການເຕັ້ນຂອງຫົວໃຈ ແລະອັດຕາການຫາຍໃຈຂອງເດັກນ້ອຍ (ເບິ່ງລາຍລະອຽດໃນບົດ “ການກວດຄົນເຈັບ” - ກຳລັງຂຽນຂຶ້ນຢູ່). ຖ້າວ່າອັດຕາການເຕັ້ນຫົວໃຈ ແລະ ອັດຕາການຫາຍໃຈເພີ່ມຂຶ້ນ ໃນຂະນະທີ່ເຈົ້າໃຫ້ເຄື່ອງດື່ມທົດແທນນ້ຳແລະເກຶອແຮ່ນັ້ນ, ແມ່ນໃຫ້ຢຸດໃຫ້ສານນ້ຳນັ້ນ ແລະ ພາໄປຫາໝໍເພື່ອຮັບຄວາມຊ່ວຍເຫຼືອ. ຫົວໃຈຂອງລາວອາດຈະມີບັນຫາໃນການປັບຕົວເຂົ້າກັບສານນ້ຳທີ່ໄດ້ຮັບເຂົ້າໄປນັ້ນ.

ເດັກນ້ອຍນັ້ນມີອາການດີຂຶ້ນບໍ? ຖ້າວ່າລາວບໍ່ດີຂຶ້ນພາຍຫຼັງ 2-3 ມື້ ທີ່ໄດ້ຮັບການປິ່ນປົວ, ລາວອາດຈະມີການຕິດເຊື້ອ ຫຼື ການເຈັບເປັນທີ່ພາໃຫ້ເກີດມີບັນຫາສຸຂະພາບຫຼາຍຢ່າງແກ່ລາວ. ເຈົ້າອາດຈຳເປັນຕ້ອງໄດ້ພາລາວໄປໂຮງໝໍ. ໃຫ້ຂໍຄວາມຊ່ວຍເຫຼືອນຳແພດໝໍ ຫຼືຖ້າເວລາໃດທີ່ເດັກໝົດສະຕິ, ມີອາການຊັກ, ຫຼື ເປັນໄຂ້, ມີອຸນຫະພູມຮ່າງກາຍ 38 ºC (100.4 ºF) ຫຼື ສູງກວ່າ.

A woman cradling a malnourished child on her knees, while another strokes the child's head

ຊ່ວຍໃຫ້ຜູ້ດູແລຫຼັກຂອງເດັກເຂົ້າໃຈຢ່າງແທ້ຈິງໃນສິ່ງຈຳເປັນທີ່ເດັກນ້ອຍຄົນນີ້ຕ້ອງການເພື່ອໃຫ້ລອດຊີວິດ ແລະ ມີສຸຂະພາບດີຂຶ້ນ. ອະທິບາຍໃຫ້ຈະແຈ້ງກ່ຽວກັບຄື່ອງດື່ມທົດແທນນ້ຳ ແລະເກຶອແຮ່, ອາຫານ ແລະ ຢາປົວພະຍາດທີ່ຈຳເປັນອື່ນໆ ລວມໄປເຖິງ ວິທີທາງໃນການຊ່ວຍໃຫ້ເດັກກິນອາຫານໄດ້ຫຼາຍຂຶ້ນໃນອະນາຄົດ. ເຕືອນຜູ້ດູແລເດັກໃຫ້ມີຄວາມອົດທົນ ແລະ ປະຕິບັດໃຫ້ສະເໝີຕົ້ນສະເໝີປາຍ ໃນການປ້ອນອາຫານເດັກ. ຖ້າບໍ່ເອົາໃຈໃສ່ໃນເລື່ອງອາຫານ ແລະ ການດູແລເດັກ, ເດັກກໍ່ສາມາດທີ່ຈະກັບມາຂາດສານອາຫານໄດ້ຢ່າງໄວວາອີກ. ບອກໃຫ້ຜູ້ດູແລເດັກ ອະທິບາຍ, ແນະນຳໃນການດູແລເດັກນັ້ນຄືນໃຫ້ທ່ານຟັງເບິ່ງ, ເພື່ອໃຫ້ໝັ້ນໃຈວ່າພວກເຂົາເຂົ້າໃຈ. ແລະໃຫ້ເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອໃຫ້ການຊ່ວຍເຫຼືອພວກເຂົາເຈົ້າ. ຕາມປົກກະຕິແລ້ວ ການດູແລເດັກທີ່ຂາດສານອາຫານ ແມ່ນເປັນພາລະຂອງຜູ້ເປັນແມ່ ທີ່ມີວຽກລົ້ນມືໃນການດູແລລູກຄົນອື່ນໆ ແລະ ທັງເຮັດວຽກເຮືອນນຳ, ແລະຍັງເປັນຜູ້ທີ່ກິນອາຫານບໍ່ພຽງພໍ. ການຊ່ວຍເຫຼືອແມ່ກໍ່ເທົ່າກັບຊ່ວຍຜູ້ເປັນລູກນ້ອຍນຳ.

ເຖິງວ່າເດັກນ້ອຍຈະຟື້ນຄືນມາເປັນປົກກະຕິໄດ້ດີແລ້ວ, ເດັກຜູ້ທີ່ເຄີຍຂາດສານອາຫານຮຸນແຮງນັ້ນ ຈຳເປັນຕ້ອງໄດ້ຮັບການກວດຢ່າງເປັນປົກກະຕິເພື່ອໃຫ້ແນ່ໃຈວ່າສະພາບຮ່າງກາຍ ແລະ ຈິດໃຈຂອງລາວຈະເລີນເຕີບໂຕ ແລະ ແຂງແຮງດີ.

ອາຫານພ້ອມໃຊ້ເພື່ອການປິ່ນປົວ (ພາວະຂາດສານອາຫານ)

ເມື່ອຜູ້ຄົນເກີດຄວາມອຶດຫີວ, ເຈົ້າອາດສາມາດຫາ “ອາຫານພ້ອມໃຊ້ເພື່ອການປິ່ນປົວ” (RUTF) ທີ່ເປັນຫໍ່ສຳເລັດຮູບມາກິນໄດ້. ອາຫານທີ່ໃຫ້ພະລັງງານສູງເຫຼົ່ານີ້ສາມາດຊ່ວຍຊີວິດໄດ້ ເມື່ອເຈົ້າບໍ່ມີແນວອື່ນໃຫ້ກິນເປັນອາຫານ; ຕົວຢ່າງຄືຢູ່ໃນຄ້າຍອົບພະຍົບ. ແຕ່ວ່າ ອາຫານເຫຼົ່ານັ້ນກໍ່ມີບັນຫາ ຫຼື ຂໍ້ຈຳກັດຂອງພວກມັນ. ຄືດັ່ງ ດຣ. ມາສິໂມ ເຊີເວັນຕີ (Dr. Massimo Serventi) ແພດຊ່ຽວຊານເດັກ ໃນປະເທດທານສະເນຍ (Tanzania) ໄດ້ຂຽນມາຫາພວກເຮົາ ສະແດງຄວາມເປັນຫ່ວງໄຍກ່ຽວກັບ ອາຫານພ້ອມໃຊ້ສຳລັບການປິ່ນປົວ (RUTF) ຍີ່ຫໍ້ ພລຳປີນັດທ (Plumpy nut) ທີ່ເປັນທີ່ຮູ້ຈັກກັນດີ; ໃນຈົດໝາຍລາວຂຽນວ່າ:

(ພາຍຫຼັງການອອກມາຮຽກຮ້ອງໂດຍອົງການແພດໄຮ້ພົມແດນ (Medecins Sans Frontieres), ບໍລິສັດຜູ້ຜະລິດ ‘ພລຳປີນັດ (Plumpy’ nut)’ ກໍ່ໄດ້ຕົກລົງອະນຸຍາດໃຫ້ບໍລິສັດໃນທ້ອງຖິ່ນຕ່າງໆສາມາດທຳການຜະລິດອາຫານໂດຍໃຊ້ສູດ ‘ພລຳປີນັດ (Plumpy’ nut)’ ໄດ້.)


This page was updated: ໑໑ ມີຖຸນາ ໒໐໑໙