Hesperian Health Guides
ການປ້ອງກັນຄວາມອຶດຫິວ
ເນື້ອໃນ
ການປູກພືດເປັນອາຫານ
ບໍ່ວ່າເຈົ້າຈະຢູ່ບ່ອນໃດກໍ່ຕາມ, ເຈົ້າກໍ່ສາມາດປູກພືດເປັນອາຫານໄດ້. ການປູກພືດເປັນອາຫານດ້ວຍຕົວເອງ ເປັນອີກວິທີທາງທີ່ດີທີ່ສຸດອີກຢ່າງໜຶ່ງ ເພື່ອຈະໄດ້ກິນອາຫານທີ່ດີມີປະໂຫຍດຕໍ່ສຸຂະພາບ, ແລະ ເຈົ້າກໍ່ຈະມີອາຫານກິນ ໃນຕອນທີ່ບໍ່ມີເງິນຊື້ອາຫານ.
ຄົນໃນເມືອງກໍ່ປູກພືດເປັນອາຫານຢູ່ຕາມດາດຟ້າຕຶກອາຄານ, ພື້ນທີ່ວ່າງ, ປູກໃສ່ໂຖ ຫຼື ຖົງບັນຈຸດິນວາງໄວ້ຕາມຂອບປ່ອງຢ້ຽມ. ພືດຜັກສອງສາມຢ່າງທີ່ປູກໄວ້ໃນໂຖນັ້ນ ອາດຈະໃຫ້ອາຫານແກ່ເຈົ້າໄດ້ບໍ່ຫຼາຍ ແຕ່ມັນເປັນອີກທາງໜຶ່ງ ຂອງການເລີ່ມຕົ້ນ. ບັນດາເດັກນ້ອຍມັກຊ່ວຍໃນການປູກພືດຕ່າງໆ ແລະ ດູແລພືດທີ່ປູກນັ້ນ ເຊິ່ງມັນເປັນທັກສະທີ່ມີຄຸນຄ່າ ທີ່ຈະສອນໃຫ້ພວກເຂົາເຈົ້າ. ໄປຮ່ວມເຮັດສວນກັບເພື່ອນບ້ານໃສ່ໃນດິນເປົ່າຫວ່າງ ແລະ ເຈົ້າກໍ່ສາມາດຈະປູກພືດຜັກໄດ້ຫຼາຍຂຶ້ນຕື່ມ.
ຖ້າເຈົ້າເຮັດສວນຢູ່ແລ້ວ, ແຕ່ວ່າໃນສວນນັ້ນ ສ່ວນໃຫຍ່ແມ່ນປູກພືດເປັນສິນຄ້າ ເຊັ່ນ: ຝ້າຍ, ກາເຟ, ເຂົ້າ ຫຼື ປູກຕົ້ນໂຄກາ (coca), ທ່ານຍັງປູກຜັກຈຳນວນໜຶ່ງເພື່ອເປັນອາຫານສຳລັບຄອບຄົວ ແລະ ຜູ້ຄົນໃນໝູ່ບ້ານ. ຫຼື ຂຸດໜອງປາ ຂະໜາດນ້ອຍໄວ້ລ້ຽງປາ. ຖ້າຫາກວ່າ ພືດທີ່ປູກເປັນສິນຄ້າຂອງເຈົ້າບໍ່ໄດ້ຮັບໝາກຜົນ ຫຼື ລາຄາຕົກຕໍ່າ, ເຈົ້າກໍ່ຍັງມີແນວໄວ້ກິນເປັນອາຫານຢູ່.
ສຳລັບແນວຄວາມຄິດເພີ່ມຕື່ມກ່ຽວກັບ ວິທີປູກພືດເປັນອາຫານດ້ວຍຕົວເອງ, ເບິ່ງໃນປຶ້ມຂອງອົງການເຮັດສະເປຣຽນ (Hesperian): ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ, ບົດທີ 12 ຫາ 15.
ປັບປຸງເພີ່ມຜົນຜະລິດຂອງເຈົ້າ
- ປັບປຸງດິນປູກຝັງດ້ວຍຝຸ່ນສັດ ແລະ ຝຸ່ນບົ່ມ. ປຸຍເຄມີ ຫຼື ປຸຍທີ່ຂາຍຕາມທ້ອງຕະຫຼາດ ເພີ່ມຜົນຜະລິດໃຫ້ສູງຂຶ້ນໄດ້ໃນໄລຍະເວລາສອງສາມປີ, ແຕ່ຫຼັງຈາກນັ້ນດິນປູກຝັງກໍ່ເຊື່ອມໂຊມ ແລະ ແຫຼ່ງນ້ຳກໍ່ເປັນພິດ. ປຸຍທຳມະຊາດຕ່າງໆ ເຊັ່ນ: ຝຸ່ນສັດ ຫຼື ຝຸ່ນບົ່ມ ຊ່ວຍປັບປຸງຄຸນນະພາບຂອງດິນໃຫ້ສາມາດປູກຝັງໄປໄດ້ໃນໄລຍະຍາວ. ສຳລັບສວນຄົວຂະໜາດນ້ອຍ, ໃຫ້ເກັບເສດອາຫານຂອງເຈົ້າໃສ່ໄວ້ໃນກະຖັງ ປະໃຫ້ມັນເນົ່າເປື່ອຍກາຍເປັນຝຸ່ນ, ແລະ ຈາກນັ້ນກໍ່ນຳເອົາຝຸ່ນບົ່ມນີ້ໄປໃສ່ສວນເພື່ອເຮັດໃຫ້ດິນປູກຝັງອຸດົມສົມບູນຂຶ້ນ.
|
ໂດຍຜ່ານບັນດາຮູນ້ອຍໆຕາມທໍ່ ຫຼື ທໍ່ສາຍຢາງນັ້ນ, ນ້ຳກໍ່ຈະໄຫຼລົງສູ່ດິນຢ່າງຊ້າໆ. |
ປີນີ້ປູກສາລີ. | ປີໜ້າປູກໝາກຖົ່ວ. |
- ປູກພືດໝູນວຽນ ເພື່ອປ້ອງກັນພະຍາດ ແລະ ເຮັດໃຫ້ດິນດີຂຶ້ນ.
- ປູກໝາກຖົ່ວລັນເຕົາ ຫຼື ໝາກຖົ່ວອື່ນໆ. ພວກມັນເປັນອາຫານທີ່ມີສານອາຫານທີ່ມີປະໂຫຍດຫຼາຍ ແລະ ຊ່ວຍປັບປຸງດິນໃຫ້ດີຂຶ້ນໃນເວລາທີ່ພວກມັນຈະເລີນເຕີບໂຕ.
- ຫຼີກລ້ຽງການໃຊ້ຢາຂ້າສັດຕູພືດ. ຢາຂ້າສັດຕູພືດຕ່າງໆແມ່ນເປັນພິດ. ມັນຂ້າສັດຕູພືດ ແລະ ຊ່ວຍປົກປ້ອງເຄື່ອງປູກຂອງຝັງໄດ້ໃນໄລຍະສັ້ນ, ແຕ່ວ່າພວກມັນຍັງເປັນອັນຕະລາຍຕໍ່ຄົນຜູ້ທີ່ນຳໃຊ້ພວກມັນ. ນົກ ແລະ ສັດນ້ອຍທີ່ກິນແມງໄມ້ນັ້ນກໍ່ອາດຈະເຈັບເປັນໄດ້. ຫາກບໍ່ສັດກິນແມງໄມ້ພວກນີ້, ສັດຕູພືດກໍ່ເພີ່ມຈຳນວນຂຶ້ນ ມາສ້າງຄວາມເສຍຫາຍໃຫ້ແກ່ພືດພັນທັນຍາຫານຕ່າງໆ. ເມື່ອເວລາຜ່ານໄປ, ແມງໄມ້ສັດຕູພືດກໍ່ຈະແຂງແຮງ ແລະທົນທານແມ່ນແຕ່ຢາຂ້າສັດຕູພືດຊະນິດແຮງກໍ່ຂ້າມັນບໍ່ໄດ້. ສານເຄມີທີ່ມີລາຄາແພງເຫຼົ່ານີ້ແມ່ນເປັນອັນຕະລາຍ ແລະ ຄວນຫຼີກເວັ້ນເມື່ອເປັນໄປໄດ້.
ການສີດນ້ຳສະບູອ່ອນໆໃສ່ພືດຜັກສາມາດຄວບຄຸມສັດຕູພືດໄດ້ ໂດຍປາດສະຈາກການໃຊ້ສານພິດທີ່ຮຸນແຮງ ແລະ ນ້ຳມັນພືດ ກໍ່ຍັງຂ້າແມງໄມ້ໄດ້ຫຼາຍຊະນິດ.
ເກັບຮັກສາອາຫານຈາກພືດທີ່ທ່ານປູກໄວ້
ການປູກພືດເປັນອາຫານແມ່ນຈະບໍ່ໄດ້ຮັບຜົນດີ ຖ້າວ່າພືດທີ່ປູກນັ້ນຈະເລີນເຕີບໂຕບໍ່ດີ ຫຼື ຖືກສັດຕູພືດກິນ. ການຕາກແຫ້ງ, ການດອງ, ການເອືອບເກືອ ແລະ ການໝັກແມ່ນວິທີພື້ນເມືອງເພື່ອຮັກສາອາຫານໃຫ້ປອດໄພໄວ້ກິນຍາວນານພາຍຫຼັງສິ້ນສຸດລະດູປູກຝັງແລ້ວ.
ສຳລັບເມັດພືດທັນຍາຫານ ແລະ ໝາກຖົ່ວ
- ຕາກແຫ້ງ ແລະ ເກັບເມັດພືດທັນຍາຫານໄວ້ໃຫ້ໄວ ພາຍຫຼັງເກັບກ່ຽວແລ້ວ. (ການປະເມັດພືດທັນຍາຫານໄວ້ຕາມໄຮ່, ນາ ຫຼື ໃນສວນ ພາໃຫ້ສູນເສຍເມັດພືດທີ່ເປັນຜົນຜະລິດເປັນຈຳນວນຫຼວງຫຼາຍ.)
- ເກັບເມັດພືດທັນຍາຫານທີ່ເກັບກ່ຽວມານັ້ນໄວ້ໃນບ່ອນທີ່ແຫ້ງ, ສູງຈາກໜ້າດິນ, ແລະ ເກັບມ້ຽນໄວ້ໃນເລົ້າ ຫຼືບ່ອນເກັບມ້ຽນ ທີ່ສາມາດອັດແຈບດີ. ສຳລັບຜົນຜະລິດທີ່ມີຫຼາຍ ເຈົ້າສາມາດເຮັດເລົ້າຄືໃນຮູບພາບນີ້. ສຳລັບ ຜົນຜະລິດຈຳນວນໜ້ອຍ ແມ່ນສາມາດເກັບໄວ້ໃນຖັງ ຫຼື ພາສະນະອື່ນໆທີ່ມີຝາອັດແຈບໄດ້.
ປອກເສົາ |
ເສຍຫຍ້າ ແລະ ເອົາສິ່ງທີ່ປົກຄຸມນັ້ນອອກຈາກ ບໍລິເວນທີ່ຈະເຮັດເລົ້າ ຫຼື ບ່ອນເກັບມ້ຽນຜົນລະປູກ. ສັດຈຳພວກໜູມັກມາກິນອາຫານທີ່ຕົກເຮັ່ຍ, ແລະມັກເຮັດຮັງລີ້ຊ້ອນຢູ່ໃນບໍລິເວນທີ່ມືດ. ສະນັ້ນ, ເຮັດຄວາມສະອາດເອົາສິ່ງທີ່ຮົກເຮື້ອປົກຄຸມນັ້ນອອກຈາກບໍລິເວນນັ້ນ.
|
ເຮັດເລົ້າ ຫຼື ບ່ອນເກັບມ້ຽນເມັດພືດທັນຍາຫານໄວ້ໃຫ້ຢູ່ສູງຈາກໜ້າດິນ.
|
- ຢູ່ໃນຫຼາຍເຂດໃນປະເທດອິນເດຍ, ຊາວກະເສດທັງຫຼາຍໄດ້ນຳເອົາໃບຂົມກະເດົາໃສ່ໃນການເກັບເມັດພືດທັນຍາຫານ ເພາະວ່າໃບຂົມກະເດົາແມ່ນພຶດທຳມະຊາດທີ່ສາມາດເປັນຢາປ້ອງກັນສັດຕູພືດ ແລະ ແມງໄມ້ບໍ່ໃຫ້ມາທຳລາຍ. ຢູ່ໃນປະເທດຄາມາລູນ (Cameroon), ຊາວກະເສດໄດ້ເກັບຮັກສາພືດຈຳພວກໝາກຖົ່ວແຫ້ງຢ່າງດີໂດຍການນຳໝາກຖົ່ວ ແລະຂີ້ເທົ່າໄປໃສ່ໃນໄຫດີນແລ້ວອັດໄວ້ຢ່າງແໜ້ນໜາ. ເພາະວ່າຂີ້ເທົາສາມາດຮັກສາບໍ່ໃຫ້ມີມອດເຈາະ. ໃນພື້ນທີ່ອື່ນໆແມ່ນພວກເຂົາເກັບຮັກສາໝາກຖົ່ວໂດຍການໃຊ້ນ້ຳມັນ. ວິທີການເຫຼົ່ານີ້ແມ່ນເປັນວິທີທີ່ດີເລີດທີ່ສາມາດຊ່ວຍເຈົ້າເກັບຮັກສາທັນຍາທືນ ແລະຖົ່ວຕ່າງໆໄວ້ໃຊ້ໃນຕໍ່ໜ້າ.
- ພືດທັນຍາຫານທີ່ເປັນເຊື້ອລາ ຫຼືຕົກໂໝກຄວນຈະຖືກທໍາລາຍ. ເພາະວ່າເຊື້ອລາປະກອບມີສານພິດ.
ການຕາກແຫ້ງ
ປາ, ໝາກໄມ້, ຊີ້ນ ແລະ ຜັກແຫ້ງ ສາມາດໃຫ້ວິຕາມິນຕ່າງໆ, ເກືອແຮ່ ແລະ ໂປຣຕິນ ໃນເວລາທີ່ທ່ານບໍ່ສາມາດປູກ ຫຼື ຜະລິດອາຫານໄດ້. ເຮົາສາມາດຖະໜອມອາຫານໂດການຕາກໃຫ້ແຫ້ງດີ ແລະຮັກສາບໍ່ໃຫ້ຖືກຝຸ່ນໂດຍໃຫ້ເອົາໄວ້ສູງຈາກພື້ນດິນ. ເຊິ່ງສາມາດໃຊ້ກະຕ່າກົ້ນໂລ່ງທີ່ກົ້ນເປັນຕາຫ່າງ, ເປັນຕາໜ່າງເພື່ອໃຫ້ມີລົມລວ່ງໄດ້, ເພາະຈະເຮັດໃຫ້ອາຫານແຫ້ງໄວຂື້ນ. ເຮົາສາມາດເອົາຜ້າບາງໆປົກເພື່ອປ້ອງກັນອາຫານທີ່ແຫ້ງຈາກສັດ ແລະ ສິ່ງເປີເປື້ອນ.
ຜັກຊະນິດຕ່າງໆຕາມປົກກະຕິຄວນລວກກ່ອນຈະນຳເອົາໄປຕາກແຫ້ງ. ຕາກຜັກ ແລະ ໝາກໄມ້ຈົນກວ່າມັນເກືອບແຫ້ງ, ແຕ່ວ່າໃຫ້ມັນຍັງຄົງຄວາມຊຸ່ມໄວ້ເພື່ອໃຫ້ມີລົດຊາດດີ. ຊີ້ນ ແລະ ປາສາມາດຢ້າງໄຟໄດ້.
ເກັບຮັກສາອາຫານໄວ້ບ່ອນທີ່ມີຄວາມມືດ ແລະ ເຢັນ, ໃນຖົງ ຫຼື ພາສະນະທີ່ປິດແຈບດີ.
ແບ່ງປັນອາຫານກັບເພື່ອນບ້ານຂອງເຈົ້າ
ບາງຊຸມຊົນແມ່ນມີປະເພນີໃນການແບ່ງປັນອາຫານການກິນກັບເພື່ອນບ້ານຜູ້ທີ່ຈຳເປັນຕ້ອງການມັນ. ຕົວຢ່າງ, ເມື່ອມີຫຼາຍຄອບຄົວໄປຮ່ວມງານທາງສາດສະໜາຕ່າງໆ, ພວກເຂົາໄດ້ນໍາເອັາເມັດພືດທັນຍາຫານ ມາໜຶ່ງກໍາມືເພື່ອມາແບ່ງປັນໃຫ້ກັບຄົນ. ເພາະວ່າຈໍານວນພຽງເລັກນ້ອຍຈາກຫຼາຍຄອບຄົວໂຮມເຂົ້າກັນເຮັດໃຫ້ສາມາດເປັນຈຳນວນຫຼາຍໄດ້ໂດຍທີ່ສາມາດເກັບຮັກສາໄວ້. ຫຼັງຈາກນັ້ນຖ້າວ່າມີ ຄອບຄົວໃດໜຶ່ງມີຜົນລະປູກບໍ່ໄດ້ຮັບຜົນດີ, ເມັດພືດທັນຍາຫານ ທີ່ເກັບໄວ້ນັ້ນຈະຖືກແບ່ງໃຫ້ຄອບຄົວທີ່ປະເສີນກັບບັນຫາເຫຼົ່ານັ້ນໄດ້. ບາງກຸ່ມກໍ່ດຳເນີນການກໍ່ຕັ້ງ “ທະນາຄານເຂົ້າ” ຊຶ່ງເປັນບ່ອນທີ່ຫຼາຍໆຄອບຄົວເອົາເຂົ້າມາຝາກໄວ້ໃນຍາມເກັບກ່ຽວແລ້ວ ເຂົ້າເຫຼົ່ານີ້ສາມາດໃຫ້ຜູ້ຂາດເຂີນກູ້ຢືມໃນເວລາທີ່ມີຄວາມຈຳເປັນໃນຊ່ວງລະດູແລ້ງ.
ການແກ້ຂບັນຫາການອຶດຫິວແມ່ນເລີ່ມຈາກພື້ນຖານໃນວົງແຄບສູ່ວົງກວ້າງກໍຄືຊົມຊົນ
ໃນຕົວເມືອງ ເບໂລ ໂຮຣີຊອນ (Belo Horizonte) ໃນປະເທດບຣາຊິວ ແມ່ນກຳລັງດຳເນີນການໃນການຢຸດຢັ້ງຄວາມອຶດຫິວ ແລະຄວາມທຸກຍາກໃຫ້ກັບປະຊາຊົນຂອງໃນເມືອງນີ້ ແລະກໍ່ຍັງເຮັດເພື່ອຊາວກະເສດທີ່ອາໃສຢູ່ໃນເມືອງໃກ້ຄຽງເຊັ່ນກັນ. ໃນຊຸມປີ 1990, ລັດຖະບານໃນທ້ອງຖິ່ນໄດ້ປະກາດວ່າບັນຫາເລື່ອງອາຫານແມ່ນບັນຫາເລື່ອງສິດທິມະນຸດ, ແລະ ພວກເຂົາໄດ້ລິເລີ່ມໂຄງການເພື່ອສະໜັບສະໜູນກ່ຽວກັບສິດທິນີ້. ຕົວຢ່າງດັ່ງລຸ່ມນີ້:
- ເດັກນ້ອຍໃນໂຮງຮຽນຕ່າງແມ່ນໄດ້ຮັບອາຫານຄົບໜູ່ເພື່ອສຸຂະພາບທີ່ດີ.
- ຄົນທຸກຍາກຈະໄດ້ຮັບຖົງອາການທີ່ປະກອບມີອາຫານການກິນທີ່ເປັນພື້ນຖານ ແລະ ຄົບໜູ່ອາທິດລະໜຶ່ງຄັ້ງ.
- ມີຮ້ານອາຫານໃຫ່ຍໃນແຖບໃກ້ຄຽງ 3 ແຫ່ງທີ່ຂາຍອາຫານທີ່ທຳມະດາ, ເປັນອາຫານທີ່ຄົບໜູ່ໃນລາຄາຖືກ.
- ເມືອງນີ້ໄດ້ຊື້ໝາກໄມ້, ຜັກ ສຳລັບໂຄງການອາຫານຂອງພວກເຂົາໂດຍກົງຈາກຊາວກະເສດຂະໜາດໜ້ອຍຜູ້ທີ່ອາໃສຢູ່ໃກ້ກັບຕົວເມືອງ. ນອກຈາກນັ້ນຍັງມີການສ້າງຕະຫຼາດເພື່ອຊາວກະເສດບ່ອນທີ່ພວກເຂົາສາມາດຂາຍຜົນຜະລິດໃນລາຄາທີ່ຍຸດຕິທຳ. ສິ່ງນີ້ມັນສາມາດເຮັດໃຫ້ສາມາດຮັກສາຊາວກະເສດຂະໜາດນ້ອຍເອົາໄວ້ຢູ່ໃນທ້ອງຖິ່ນຂອງຕົນເອງ ໂດຍທີ່ພວກເຂົາບໍ່ຈຳຕ້ອງຍ້າຍເຂົ້າໃນເມືອງ. ນອກຈານັ້ນມັນຍັງເປັນການຮັບປະກັນການສະໜອງຜັກ ແລະ ໝາກໄມ້ສົດທີ່ພຽງພໍສຳລັບຄົນທີ່ຢູ່ໃນຕົວເມືອງອີກດ້ວຍ.
- ໄດ້ມີການຕິດຕາມລາຄາຂອງສິນຄ້າເຊັ່ນອາຫານການກິນຕ່າງໆໃນທ້ອງຕະຫຼາຍແຫ່ງ. ຈາກນັ້ນກໍ່ມີການແຈ້ງລາຄາເຫຼົ່າໃຫ້ປະຊາຊົນຮັບຮູ້ໂດຍຜ່ານທາງການຕິດໂປຼດສະເຕີ້ຕາມສະຖານທີ່ສາທາລະນະ, ອອກຂ່າວທາງໂທລະພາບ, ແລະ ວິທະຍຸ ດັ່ງນັ້ນຜູ້ຄົນຈຶ່ງຮູ້ໄດ້ວ່າບ່ອນໃດທີ່ພວກເຂົາຈະສາມາດຊື້ຫາໄດ້ໃນລາຄາດີທີ່ສຸດ ແລະ ຕະຫຼາດເອກະຊົນຕ່າງໆກໍ່ຕ້ອງຂາຍເຄື່ອງໃນລາຄາຍຸດຕິທຳ.
ໂຄງການເຫຼົ່ານີ້ແມ່ນສາມາດຊ່ວຍປັບປຸງສຸຂະພາບຂອງປະຊາຊົນຊາວເມືອງເບໂລ ໂຮຣິຊອນ (Belo Horizonte) ຢ່າງໄວວາ ແລະ ດີທີສຸດ. ຈຳນວນຂອງເດັກເສຍຊີວິດແມ່ນຫຼຸດລົງທົບເຄິ່ງນັບຕັ້ງແຕ່ເລີ່ມໂຄງການນີ້ມາ.