Hesperian Health Guides

ການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ໃນເວລາທີ່ເຈົ້າບໍ່ມີຫຼາຍ

ຢູ່ໃນພາກນີ້:

ກຸ່ມຄົນບາງຈຳນວນທີ່ມີເນື້ອທີ່ິ່ດິນ, ເງິນຄຳ ແລະຊັບພະຍາກອນຕ່າງໆຢ່າງຫຼວງຫຼາຍ ແລະບາງຈຳນວນກໍ “ບໍ່ມີຫຍັງເລີຍພວກເຂົາ ກໍ່ຈະອຶດຫິວເກີດຂຶ້ນຢູ່ຕະຫຼອດເວລາ. ຊ່ວງເວລາຂອງການຂາດແຄນອາຫານກໍ່ຈະສືບຕໍ່ໄປເມຶ່ອຍັງມີສົງຄາມຢູ່, ການແຜ່ລະບາດຂອງພະຍາດ, ມີມົນລະພິດຫຼາຍເກີນໄປ, ຂາດການດູແລເນື້ອທີ່ດິນປູກຝັງ, ແລະ ນະໂຍບາຍທາງດ້ານເສດຖະກິດ

ທີ່ເຮັດໃຫ້ຜູ້ຄົນຕ້ອງໄດ້ໂຍກຍ້າຍອອກຈາກບ່ອນທີ່ເຄີຍຢູ່ອາໃສ. ຕົ້ນເຫດຂອງຄວາມອຶດຫິວທີ່ເປັນຈິງເຫຼົ່ານີ້ຕ້ອງໄດ້ຮັບການແກ້ໄຂ ເພື່ອເປັນການຮັບປະກັນໃຫ້ທຸກໆຄົນໄດ້ມີຢູ່ມີກິນຢ່າງພຽງພໍ. ແຕ່ຕາມປົກກະຕິແລ້ວ ຄອບຄົວໜຶ່ງໆ ຫຼື ຊຸມຊົນໜຶ່ງໆກໍ່ສາມາດກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບໄດ້ ເຖິງຖານະຄອບຄົວ ຫຼື ຊຸມຊົນບໍ່ມີກໍ່ຕາມ. ແລະບາງທີການກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບນັ້ນ, ພວກເຂົາກໍ່ມີຄວາມແຂງແຮງສາມາດຢືນຢັດເພື່ອຄວາມເປັນທຳໃນສັງຄົມໄດ້.

A bowl with flour, rice, eggs, fruits and vegetables

ວິທີເພື່ອໃຫ້ໄດ້ກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບຫຼາຍຂຶ້ນ

  • ຊື້ອາຫານທຳມະດາສາມັນທີ່ລາຄາບໍ່ແພງ ເຊັ່ນ: ໝາກຖົ່ວ ແລະ ເມັດພືດທັນຍາຫານຊະນິດຕ່າງໆ. ພວກມັນເປັນອາຫານທີ່ມີສານອາຫານຫຼາຍ ແລະ ລາຄາກໍ່ຖືກກວ່າອາຫານສໍາເລັດຮູບທີ່ຜະລິດຈາກໂຮງງານເຊັ່ນ: ເຂົ້າຈີ່ຂາວ, ເຂົ້າໜົມປັງ, ນ້ຳຊຸບກະປອງ ຫຼື ອາຫານຫວ່າງຕ່າງໆ.
NWTND Nut Page 13-2.png
  • ຖ້າເຈົ້າດໍາລົງຊີວິດຢູ່ໃນເຂດຊົນນະບົດ, ກໍ່ໃຫ້ເຈົ້າຫາອາຫານພື້ນບ້ານມາກິນ ເຊັ່ນ: ຫາເກັບເຫັດທີ່ກິນໄດ້, ຜັກຂຽວຕາມທຳມະຊາດ ແລະ ໝາກເບີລີ, ຫຼືສັດນ້ອຍ, ຈັບແມງໄມ້ຊະນິດຕ່າງໆ ທີ່ສາມາດຫາໄດ້ມາເປັນອາຫານ. ອາຫານເຫຼົ່ານີ້ແມ່ນມີສານອາຫານຫຼາຍ ແລະກໍ່ບໍ່ຕ້ອງໄດ້ເສຍເງິນຊື້.

A woman growing plants in the fire escape outside her apartment

  • ລ້ຽງໄກ່ໄວ້ເພື່ອເອົາໄຂ່ ແລະ ຊີ້ນມາເປັນອາຫານ. ບາງຄົນເຮັດໜອງລ້ຽງປາເພື່ອນຳມາເປັນອາຫານ.
  • ປູກພືດຜັກຕ່າງໆໃສ່ກະຖັງ ຫຼື ເຮັດສວນຄົວ.
  • ຊື້ອາຫານຈໍານວນຫຼາຍ. ການຊື້ໃນປະລິມານໜ້ອຍເປັນຫໍ່ ຫຼືກ່ອງແມ່ນມີລາຄາແພງກວ່າການຊື້ອາຫານໃນປະລິມານຫຼາຍທີ່ເຈົ້າສາມາດໃຊ້ກິນໄດ້ເປັນເວລາດົນກວ່າ. ຖ້າເຈົ້າຄົນດຽວບໍ່ສາມາດຊື້ອາຫານເປັນຈໍານວນຫຼາຍໄດ້, ບາງທີເຈົ້າອາດຈະຊື້ຮ່ວມກັນກັບເພື່ອນບ້ານ ຫຼື ສະມາຊິກໃນຄອບຄົວ ແລະ ແບ່ງກັນອອກຄ່າໃຊ້ຈ່າຍນັ້ນ.
A woman breastfeeding her baby
  • ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍຕ້ອງການນ້ຳນົມແມ່ - ບໍ່ແມ່ນນົມງົວ ຫຼື ນົມຜົງ. ນົມແມ່ແມ່ນອາຫານທີ່ດີທີ່ສຸດສໍາລັບເດັກ ແລະ ມັນກໍ່ບໍ່ຕ້ອງໄດ້ຊື້ຫາ.
  • ຫຼີກເວັ້ນອາຫານຊີຣຽວ (cereals) ແລະ ນົມປຸງແຕ່ງຈາກໂຮງງານ ທີ່ຂາຍສໍາລັບເດັກອ່ອນ ແລະ ເດັກນ້ອຍທົ່ວໄປ. ສິ່ງເຫຼົ່ານີ້ແມ່ນເປັນການສິ້ນເປືອງເງິນຄຳ. ສໍາລັບເດັກນ້ອຍແລ້ວ ນໍ້ານົມສົດທຳມະດາ, ຫຼື ອາຫານທີ່ປຸງແຕ່ງໃຫ້ສຸກດີ ແລະບົດໃຫ້ລະອຽດນັ້ນແມ່ນປະຢັດກວ່າ ແລະ ມີສານອາຫານຫຼາຍກວ່າ “ອາຫານສໍາລັບເດັກ” ຫຼື “ນໍ້ານົມສໍາລັບເດັກ” ທີ່ບັນຈຸກ່ອງຈາກໂຮງງານ.
A tub of powdered baby milk, with a label saying that it has fewer vitamins and minerals and more sugar and fat than real food, and is more expensive
  • ຢ່າຖີ້ມນໍ້າຕົ້ມໝາກຖົ່ວ, ນ້ຳຕົ້ມຊີ້ນ ຫຼື ຜັກຕ່າງໆ. ເພາະວ່ານໍ້າຕົ້ມ (ນໍ້າແກງ) ນີ້ແມ່ນອຸດົມໄປດ້ວຍສານອາຫານຕ່າງໆ ແລະ ສາມາດຊ່ວຍປ້ອງກັນພາວະເລືອດຈາງໄດ້. ໃຫ້ກິນ ຫຼື ນໍານ້ຳຕົ້ມດັ່ງກ່າວມາຕົ້ມກັບເມັດພືດທັນຍາຫານ ແລະ ປຸງແຕ່ງກັບອາຫານປະເພດອື່ນໆ, ຫຼື ນຳມາຕົ້ມປົນກັບນ້ຳສະອາດໜ້ອຍໜຶ່ງ ແລະໃຊ້ຝາໝໍ້ປິດ - ເພື່ອຮັກສາສານອາຫານທີ່ມີປະໂຫຍດເຫຼົ່ານັ້ນໄວ້.
  • ໃຊ້ເງິນທີ່ເຈົ້າມີນັ້ນຊື້ອາຫານທີ່ມີປະໂຫຍດມາກິນ. ເຫຼົ້າເບຍ, ຢາສູບ ແລະ ເຄື່ອງດື່ມພວກນໍ້າຫວານກະປ໋ອງ ຫຼືແກ້ວ ແມ່ນເປັນການສິ້ນເປືອງເງິນຄຳຫຼາຍ ແລະພວກມັນກໍ່ບໍ່ມີສານອາຫານຫຍັງທີ່ມີປະໂຫຍດແກ່ຮ່າງກາຍ.



This page was updated: ໒໔ ກໍລະກົດ ໒໐໑໗