Hesperian Health Guides

ອາຫານເພື່ອສຸຂະພາບ: ຢາປິ່ນປົວ

ອາຫານເພື່ອສຸຂະພາບ: ຢາປິ່ນປົວ

ຢາຂ້າແມ່ທ້ອງ:ອາຫານເພື່ອສຸຂະພາບ


ການໃຊ້ຢາຂ້າແມ່ທ້ອງພຽງຢ່າງດຽວນັ້ນແມ່ນບໍ່ພຽງພໍ ໃນການກໍາຈັດການຕິດ ແມ່ທ້ອງ ຫຼືພະຍາດແມ່ກາຝາກໃນໄລຍະຍາວໄດ້. ການຮັກສາຄວາມສະອາດທັງສ່ວນບຸກຄົນ ແລະສາທາລະນະແມ່ນເປັນສິ່ງທີ່ຈໍາເປັນ. ການຕິດແມ່ທ້ອງສາມາດແຜ່ຂະຫຍາຍໄດ້ຢ່າງງ່າຍດາຍໃນບັນດາສະມາຊິກຄອບຄົວ, ສະນັ້ນ ໃນເວລາທີ່ສະມາຊິກຜູ້ໃດຫນຶ່ງຂອງຄອບຄົວມີແມ່ທ້ອງແລ້ວ ກໍ່ຄວນທີ່ຈະຮັກສາສະມາຊິກໃນຄອບຄົວໝົດທຸກຄົນເຊັ່ນດຽວກັນ.

ຢາມີເບນດາໂຊນ (mebendazole)


ຢາມີຢາມີເບນດາໂຊລ (mebendazole) ແມ່ນສາມາດຂ້າແມ່ພະຍາດປາກຂໍ, ພະຍາດແສ້ມ້າ ແລະແມ່ທ້ອງເຂັມມຸດ. ນອກນັ້ນ ມັນຍັງມີປະສິດທິພາບໃນການຂ້າແມ່ທ້ອງຊະນິດອື່ນໆໄດ້ນຳອີກ. ມັນອາດຈະສາມາດຂ້າແມ່ທ້ອງໂຕຈີດ (trichinosis) ໄດ້, ແຕ່ວ່າ ມັນກໍ່ບໍ່ແມ່ນ ຢາ ທີ່ດີທີ່ສຸດທີ່ສຸດສໍາລັບຂ້າແມ່ພະຍາດຊະນິດນີ້. ເຖິງແມ່ນວ່າ ຈະບໍ່ຄ່ອຍພົບວ່າມີຜົນຂ້າງຄຽງຈາກຢານີ້ປານໃດ, ແຕ່ມັນກໍ່ ອາດຈະມີອາການເຈັບທ້ອງ ຫຼື ອາການຖອກທ້ອງ ຖ້າຫາກວ່າ ຄົນເຈັບມີແມ່ທ້ອງຫຼາຍ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ຫຼີກເວັ້ນການໃຊ້ຢາມີເບນດາໂຊລ (mebendazole) ໃນຊ່ວງ 3 ເດືອນທຳອິດຂອງການຖືພາ ເພາະມັນສາມາດມີຜົນສະທ້ອນຕໍ່ກັບພັດທະນາການຂອງເດັກໃນທ້ອງໄດ້. ບໍ່ໃຫ້ໃຊ້ຢານີ້ກັບເດັກນ້ອຍອາຍຸຕ່ຳກວ່າ 1 ປີ.

ວິທີການນໍາໃຊ້NBgrnpill.png
ສຳລັບຂ້າແມ່ທ້ອງເຂັມໝຸດ
ເດັກອາຍຸ 1 ປີຫາຜູ້ໃຫ່ຍ: ໃຫ້ກິນ 100 ມກ ຄັ້ງດຽວ. ຖ້າຫາກວ່າຈຳເປັນແມ່ນ ໃຫ້ກິນອີກຄັ້ງຫຼັງຈາກສອງອາທິດ

ສຳລັບຂ້າແມ່ທ້ອງກົມຂີ້ກະເດືອນ (ascaris), ພະຍາດແສ້ມາ (trichuris), ແລະ ແມ່ພະຍາດປາກຂໍ
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະຜູ້ໃຫຍ່: ໃຫ້ກິນໃນປະລິມານ 100 ມກ, 2 ຄັ້ງ/ມື້ ເປັນເວລາ 3 ມື້ (ທັງໝົດ 6 ເມັດ). ຫຼື ໃຫ້ກິນໃນປະລິມານ 500 ມກ, ກິນຄັ້ງດຽວ.

ສຳລັບປ້ອງກັນແມ່ທ້ອງກົມ ໃນບ່ອນທີ່ຜູ້ຄົນມັກເປັນພະຍາດນີ້ຫຼາຍ.
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະຜູ້ໃຫຍ່: ໃຫ້ກິນໃນປະລິມານ 500 ມກ, ທຸກໆ 3 ຫາ 6 ເດືອນ.

ສຳລັບຂ້າແມ່ທ້ອງໂຕຈີດ (trichinosis)
ເດັກນ້ອຍ ອາຍຸ 1 ປີຂຶ້ນໄປ ແລະຜູ້ໃຫຍ່: ໃຫ້ກິນໃນປະລິມານ 200 ຫາ 400 ມກ, ກິນ 3 ຄັ້ງ/ມື້ ເປັນເວລາ 3 ມື້. ແລະຈາກນັ້ນແມ່ນໃຫ້ກິນໃນປະລິມານ 400 ຫາ 500 ມກ, ກິນ 3 ຄັ້ງ/ມື້ ເປັນເວລາ 10 ມື້. ຖ້າຫາກມີອາການປວດ ຫຼື ມີບັນຫາກ່ຽວກັບສາຍຕາ, ກໍ່ໃຫ້ກິນຢາພວກ ສະເຕຣອຍ (steroid) ນໍາ, ຕົວຢ່າງເຊັ່ນ: ຢາ ເພຣດນີໂຊໂລນ (prednisolone), ໃນປະລິມານ 40 ຫາ 60 ມກ, ມື້ລະຄັ້ງ ເປັນເວລາ 10 ຫາ 15 ມື້.

ຢາອັລເບນດາໂຊນລ (Albendazole)


ຢາອັລເບນດາໂຊລ (Albendazole) ແມ່ນຄ້າຍຄືກັນກັບຢາ ມີເບນດາໂຊລ (mebendazole) ແຕ່ມັນມີລາຄາທີ່ແພງກວ່າ. ມັນສາມາດຂ້າແມ່ພະຍາດປາກຂໍ, ພະຍາດແສ້ມ້າ, ແມ່ທ້ອງໂຕກົມ, ພະຍາດເຂັມມຸດ ແລະແມ່ທ້ອງໂຕຈີດ (trichinosis) ແລະ ຜົນຂ້າງຄຽງຈາກຢານີ້ກໍບໍ່ຄ່ອຍມີປານໃດ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ຫຼີກເວັ້ນການໃຊ້ຢາອັລເບນດາໂຊລ (Albendazole) ໃນຊ່ວງ 3 ເດືອນທຳອິດຂອງການຖືພາ ເພາະມັນສາມາດມີຜົນສະທ້ອນ ຕໍ່ກັບພັດທະນາການຂອງເດັກໃນທ້ອງໄດ້. ບໍ່ໃຫ້ໃຊ້ຢານີ້ກັບເດັກນ້ອຍອາຍຸຕ່ຳກວ່າ 1 ປີ.

ວິທີການນໍາໃຊ້NBgrnpill.png
ສຳລັບຂ້າແມ່ພະຍາດເຂັມມຸດ, ແມ່ທ້ອງກົມຂີ້ກະເດືອນ (ascaris), ພະຍາດແສ້ມາ (trichuris), ແລະ ແມ່ພະຍາດປາກຂໍ
ເດັກນ້ອຍ ອາຍຸ 1 ຫາ 2 ີ: ໃຫ້ກິນໃນປະລິມານ 200 ມກ, ກິນຄັ້ງດຽວ.
ເດັກນ້ອຍ ອາຍຸ 2 ປີຂຶ້ນໄປ: ໃຫ້ກິນໃນປະລິມານ 400 ມກ, ກິນຄັ້ງດຽວ. ໃຫ້ກິນຊ້ຳອີກໃນ 2 ອາທິດ ຖ້າເຫັນວ່າຈຳເປັນ.

ສຳລັບຂ້າແມ່ທ້ອງກົມໂຕຈີດ (trichinosis)
ໃຫ້ກິນໃນປະລິມານ 400 ມກ, ກິນ 2 ຄັ້ງ/ມື້ ເປັນເວລາ 8 ຫາ 14 ມື້. ຖ້າຫາກມີອາການປວດ ຫຼື ມີບັນຫາກ່ຽວກັບສາຍຕາ, ກໍ່ໃຫ້ກິນຢາພວກ ສະເຕີຣອຍ (steroid) ນໍາ, ຕົວຢ່າງເຊັ່ນ: ຢາເພຣດນີໂຊໂລນ (prednisolone), ໃນປະລິມານ 40 ຫາ 60 ມກ, ມື້ລະຄັ້ງ ເປັນເວລາ 10 ຫາ 15 ມື້.

ຢາໄພຣັນເທລ ພາໂມເອດທ (Pyrantel pamoate), ຢາໄພຣັນເທລ ເອມໂບເນດທ (pyrantel embonate)


ຢາໄພຣັນເທລແມ່ນສຳລັບຂ້າແມ່ພະຍາດເຂັມມຸດ, ແມ່ພະຍາດປາກຂໍ, ແລະ ແມ່ທ້ອງກົມຂີ້ກະເດືອນ, ແຕ່ມັນອາດມີລາຄາແພງ. ບາງຄັ້ງ ມັນກໍ່ພາໃຫ້ມີອາການຮາກ, ວິນຫົວ, ຫຼື ເຈັບຫົວ. ຫ້າມບໍ່ໃຫ້ຢານີ້ກັບຄົນເຈັບທີ່ກຳລັງໃຊ້ຢາປີເປີຣາຊີນ (piperazine - ຢາຂ້າແມ່ທ້ອງອີກຊະນິດໜຶ່ງ).

ວິທີການນໍາໃຊ້NBgrnpill.png

ສຳລັບຂ້າພະຍາດປາກຂໍ ແລະ ແມ່ທ້ອງກົມ: ໃຫ້ກິນຄັ້ງດຽວເທົ່ານັ້ນ.
ສຳລັບຂ້າພະຍາດເຂັມມຸດ: ໃຫ້ກິນຄັ້ງດຽວ, ຫຼັງຈາກນັ້ນຖ້າໄປອີກ 2 ອາທິດ ຈຶ່ງໃຫ້ກິນອີກຄັ້ງໜຶ່ງ.

ໃຫ້ກິນໃນຂະໜາດ 10 ມກ/ກກ. ຖ້າບໍ່ສາມາດຊັ່ງເບິ່ງນ້ຳໜັກຂອງຄົນເຈັບໄດ້ ກໍ່ໃຫ້ຢາຕາມອາຍຸຂອງລາວ:
ອາຍຸຕ່ຳກວ່າ 2 ປີ: ໃຫ້ກິນໃນຂະໜາດ 62 ມກ (ຫຼື ¼ ຂອງເມັດຢາ ຂະໜາດ 250 ມກ).
ອາຍຸ 2 ຫາ 5 ປີ: ໃຫ້ກິນໃນຂະໜາດ 125 ມກ (ຫຼື &#189 ຂອງເມັດຢາ ຂະໜາດ 250 ມກ)..
ອາຍຸ 6 ຫາ 9 ປີ: ໃຫ້ກິນໃນຂະໜາດ 250 ມກ (ຫຼື ຢາຂະໜາດ 250 ມກ ໜຶ່ງເມັດ).
ອາຍຸ 10 ຫາ 14 ປີ: ໃຫ້ກິນໃນຂະໜາດ 500 ມກ (ຫຼື ຢາຂະໜາດ 250 ມກ ສອງເມັດ).
ອາຍຸ 14 ປີຂຶ້ນໄປ: ໃຫ້ກິນໃນຂະໜາດ 750 ມກ (ຫຼື ຢາຂະໜາດ 250 ມກ ສາມເມັດ).

ສຳລັບຂ້າແມ່ທ້ອງແປ

ແມ່ທ້ອງແປແມ່ນມີຫຼາຍຊະນິດ. ທັງຢາ ປຣາຊີຄວັນເທລ (praziquantel) ຫຼື ຢາ ນິໂຄຼຊາໄມດ (niclosamide) ແມ່ນສາມາດຂ້າແມ່ທ້ອງແປໄດ້ທຸກຊະນິດ. ຖ້າຫາກເກີດແມ່ທ້ອງແປໃນສະໝອງ ຫຼືມັນເປັນສາເຫດພາໃຫ້ເກີດມີ ອາການຊັກ, ຄົນເຈັບຈຳເປັນຕ້ອງໄດ້ຮັບຢາ ອັລເບນດາໂຊລ (albendazole) ແລະ ຢາປົວອາການຊັກ ແທນຢາ ປຣາຊີກວັນເທລ (praziquantel) ຫຼື ຢານີໂຄຼຊາໄມດ (niclosamide), ແລະຄວນຈະໄດ້ຮັບການຊ່ວຍເຫຼືອຈາກແພດໝໍ.

ຢາ ປຣາຊີຄວັນເທລ (praziquantel)


ຜົນ​ຂ້າງຄຽງGreen-effects.png

ຢາ ປຣາຊີຄວັນເທລ (praziquantel) ອາດພາໃຫ້ເກີດອາການອິດເມື່ອຍ, ວິນຫົວ, ເຈັບຫົວ, ບໍ່ຢາກອາຫານ, ແລະມີອາການປຸ້ນທ້ອງປວດຮາກ, ແຕ່ຜົນຂ້າງຄຽງເຫຼົ່ານີ້ແມ່ນບໍ່ຄ່ອຍມີ ເມື່ອໃຊ້ຢານີ້ໃນປະລິມານຕ່ໍາເພື່ອຂ້າແມ່ທ້ອງໂຕແປ.

ວິທີການນໍາໃຊ້NBgrnpill.png
ສຳລັບຂ້າແມ່ທ້ອງແປເກືອບທຸກຊະນິດ ລວມທັງແມ່ທ້ອງແປງົວ ແລະ ແມ່ທ້ອງແປໝູ.
ໃຊ້ໂດຢາໃນຂະໜາດ 5 ຫາ 10 ມກ/ກກ, ໃຫ້ກິນຄັ້ງດຽວເທົ່ານັ້ນ. ຫຼືໃຫ້ໂດຢາຕາມອາຍຸກໍ່ໄດ້.
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນຂະໜາດ 150 ມກ (¼ ເມັດ), ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນຂະໜາດ 300 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນຂະໜາດ 600 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.
ສຳລັບຂ້າແມ່ທ້ອງແປແຄະ (h. nana)
ໃຊ້ໂດຢາໃນຂະໜາດ 25 ມກ/ກກ, ໃຫ້ກິນຄັ້ງດຽວ. ຫຼັງຈາກນັ້ນ 10 ມື້ ໃຫ້ກິນຊ້ຳອີກ. ຫຼືໃຫ້ໂດຢາຕາມອາຍຸກໍ່ໄດ້.
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນຂະໜາດ 300 ຫາ 600 ມກ (ເຄິ່ງ (1/2) ເມັດ ຫາ 1 ເມັດ) ຕໍ່ໂດ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນຂະໜາດ 600 ຫາ 1200 ມກ ຕໍ່ໂດ.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນຂະໜາດ 1500 ມກ ຕໍ່ໂດ.

ຢາ ນິໂຄຼຊາໄມດ (niclosamide)


ຢາ ນິໂຄຼຊາໄມດ (niclosamide) ໃຊ້ຂ້າແມ່ທ້ອງແປທີ່ຢູ່ໃນລຳໄສ້, ແຕ່ບໍ່ມີຜົນກັບແມ່ພະຍາດຕົວອ່ອນໃນຖົງຊິດສທ (cysts) ທີ່ຢູ່ນອກລຳໄສ້.

ວິທີການນໍາໃຊ້NBgrnpill.png
ໃຫ້ກິນຢາ ນິໂຄຼຊາໄມດ (niclosamide) ຫຼັງຈາກກິນອາຫານເຊົ້າແລ້ວເລັກນ້ອຍ. ໃຫ້ຫຍ້ຳຢາເມັດໃຫ້ມຸ່ນດີແລ້ວຈິ່ງກືນກິນ. ປະລິມານຢາທີ່ກິນອາດຈະແຕກຕ່າງກັນໄປ ຂຶ້ນກັບແຕ່ລະຊະນິດຂອງແມ່ທ້ອງແປ, ສະນັ້ນ ແພດໝໍໃນໂຮງໝໍ ຫຼືສຸກສາລາໃກ້ບ້ານເຈົ້າ ອາດຈະມີຄໍາແນະນໍາທີ່ດີໃນເລື່ອງນີ້ໃຫ້ກັບເຈົ້າ.ຖ້າຫາກວ່າບໍ່ມີ, ກໍ່ໃຫ້ນໍາໃຊ້ຢາຕາມຂະໜາດຂ້າງລຸ່ມນີ້.

ການກິນຢານັ້ນ ແມ່ນໃຫ້ຫຍ້ຳໃຫ້ມຸ່ນດີແລ້ວຈິ່ງກືນລົງໄປ. ຖ້າເປັນເດັກນ້ອຍທີ່ຍັງບໍ່ສາມາດຫຍ້ຳໄດ້ເທື່ອ ກໍ່ໃຫ້ບົດຢານັ້ນໃຫ້ມຸ່ນດີ ແລະປະສົມກັບນ້ໍານົມແມ່ເລັກນ້ອຍ ຫຼືປະສົມກັບອາຫານອາຫານໃຫ້ເດັກກິນກໍ່ໄດ້.
ອາຍຸຕ່ຳກວ່າ 2 ປີ: ໃຫ້ຢາໃນຂະໜາດ 500 ມກ, ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 2 ຫາ 6 ປີ: ໃຫ້ຢາໃນຂະໜາດ 1 ກຼາມ (1000 ມກ), ໃຫ້ກິນຄັ້ງດຽວເທົ່ານັ້ນ.
ອາຍຸ 6 ປີ ຂຶ້ນໄປ: ໃຫ້ຢາໃນຂະໜາດ 2 ກຼາມ, ໃຫ້ກິນຄັ້ງດຽວເທົ່ານັ້ນ.


This page was updated: ໐໕ ມັງກອນ ໒໐໒໔