Hesperian Health Guides

ຢາຕ້ານເຊື້ອ

ອາຫານເພື່ອສຸຂະພາບ: ຢາປິ່ນປົວ

ໂຄທຣີມ໊ອກຊາໂຊນ Cotrimoxazoleແມ່ນຢາປະສົມ ຊູນຟາເມໂທຊາໂຊລ ກັບ ທຣີເມໂທພຣີມ sulfamethoxazole with trimethoprim, TMP-SMX


ການໃຊ້ຢາຕ້ານເຊື້ອ 2 ຊະນິດຮ່ວມກັນແມ່ນມີລາຄາບໍ່ແພງ ແລະ ສາມາດປິ່ນປົວການຕິດເຊື້ອໄດ້ຫຼາຍຊະນິດ. ມັນເປັນຢາທີ່ດີລັບຄົນທີ່ຕິດເຊື້ອເອັດໄອວີ HIV ແລະສາມາດປ້ອງກັນການຕິດເຊື້ອໄດ້ຫຼາຍຊະນິດທີ່ມັກເກີດໃນຄົນທີ່ຕິດເຊື້ອເອັດໄອວີ HIV. ໃຫ້ອ່ານບົດ ເຊື້ອເອັດໄອວີ HIV ແລະ ພະຍາດເອດສ AIDS.

ສິ່ງ​ສໍາຄັນNBgrnimportant.png

ຫຼີກເວັ້ນການໃຫ້ໂຄທຣີມ້ອກຊາໂຊລ (cotrimoxazole) ໃນເດັກທີ່ອາຍຸຕໍ່າກວ່າ 6 ອາທິດ ແລະ ແມ່ຍິງທີ່ຖືພາໄຕມາດທີ 3. ອາການແພ້ຢາຊະນິດນີ້ແມ່ນມີຫຼາຍ. ປະຕິກິລິຍາຂອງການແພ້ແມ່ນມີໄຂ້, ຫາຍໃຈຍາກ, ຫຼືມີຜື່ນ. ຢຸດໃຫ້ໂຄທຣີມ໊ອກຊາໂຊລ (cotrimoxazole) ຫາກເດັກເລີ່ມມີຜື່ນຂຶ້ນ ຫຼື ທ່ານຄິດວ່າເຂົາເຈົ້າອາດຈະມີອາການແພ້.

ວິທີການນໍາໃຊ້NBgrnpill.png
ໂຄທຣີມ໊ອກຊາໂຊລ (Cotrimoxazole) ແມ່ນຢາປະສົມ 2 ຕົວທີ່ມີລິດແຕກຕ່າງກັນ ແລະປະລິມານທີ່ແຕກຕ່າງກັນ. ດັ່ງນັ້ນ ອາດສາມາດເວົ້າ ໄດ້ວ່າໃນຢາ 200/40 (ມີ sulfamethoxazole 200 ມກ ແລະ trimethoprim 40 ມກ) ຫຼື 400/80 ຫຼື 800/160. ບາງຄັ້ງປະລິມານຢາທີ່ໄດ້ຖືກຂຽນໄວ້ກໍອາດ ແມ່ນປະລິມານຢາຂອງ trimethoprim (ຕົວເລກທີ 2).
ອາຍຸ 6 ອາທິດ ຫາ 5 ເດືອນ: ໃຫ້ຢາ sulfamethoxazole 100 ມກ + trimethoprim 20 ມກ, 2 ຄັ້ງ/ມື້ ເປັນເວລາ 5 ມື້.
ອາຍຸ 6 ເດືອນ ຫາ 5 ປີ: ໃຫ້ຢາ sulfamethoxazole 200 ມກ + trimethoprim 40 ມກ, 2 ຄັ້ງ/ມື້ ເປັນເວລາ 5 ມື້.
ອາຍຸ 6 ຫາ 12 ປີ: ໃຫ້ sulfamethoxazole 400 ມກ + trimethoprim 80 ມກ, 2 ຄັ້ງ/ມື້ ເປັນເວລາ 5 ມື້.
ຫຼາຍກວ່າ 12 ປີ: ໃຫ້ຢາ sulfamethoxazole 800 ມກ + trimethoprim 160 ມກ, 2 ຄັ້ງ/ມື້ ເປັນເວລາ 5 ມື້.

ຢາອາມົກຊີຊີລິນ (ຢາກິນ)


ຢາອາມ໊ອກຊີຊີລີນ (amoxicillin) ເປັນຢາໃນກຸ່ມຢາເປນີຊີລີນທີ່ອອກລິດກວ້າງ ນັ້ນໝາຍຄວາມວ່າພວກມັນສາມາດຂ້າເຊື້ອຈຸລີນຊີ (ແບັກທີເຣັຍ) ໄດ້ຫຼາຍຊະນິດ. ມັນມັກຈະໃຊ້ປ່ຽນແທນກັນໄດ້ກັບ ຢາອັມປີຊີລີນ (ampicillin). ໃນເວລາທີ່ເຈົ້າເຫັນໃບສັ່ງຢາໃນປຶ້ມຫົວນີ້ ທີ່ໃຫ້ໃຊ້ ຢາອາມ໊ອກຊີລີນ, ເຈົ້າກໍ່ຈະສາມາດນໍາໃຊ້ຢາ ອັມປີຊີລີນ ແທນກໍ່ໄດ້, ໂດຍໃຊ້ໃນປະລິມານທີ່ຖືກຕ້ອງ. ຢາທັງສອງຊະນິດນີ້ແມ່ນມີຄວາມປອດໄພໃນການໃຊ້ຫຼາຍ ໂດຍສະເພາະແມ່ນມີປະໂຫຍດສຳລັບແອນ້ອຍ ແລະເດັກນ້ອຍ.

ຜົນ​ຂ້າງຄຽງGreen-effects.png

ຢາ ອາມົກຊີຊີລີນ (amoxicillin) ແມ່ນມັກຈະພາໃຫ້ເກີດອາການປວດຮາກ ແລະອາການຖອກທ້ອງ (ແຕ່ກໍ່ບໍ່ຫຼາຍຄືກັບ ຢາອັມປີຊີລີນ (ampicillin)), ຖ້າເຈົ້າສາມາດໃຫ້ຢາຕ້ານເຊື້ອຊະນິດອື່ນແທນໄດ້, ກໍ່ຈົ່ງໃຫ້ຫຼີກເວັ້ນການໃຫ້ຢານີ້ ແກ່ຄົນເຈັບ ຜູ້ທີ່ມີອາການຖອກທ້ອງຢູ່ແລ້ວ.

ຜົນຂ້າງຄຽງອື່ນໆ ທີ່ມັກພົບເຫັນທົ່ວໄປ ຈາກຢາຊະນິດນີ້ ແມ່ນມີຜື່ນແດງຕາມຜິວໜັງ. ແຕ່ຜິວໜັງເກີດເປັນຕຸ່ມຜື່ນແດງຄັນ ທີ່ເປັນ ແລະເຊົາໄປໃນບໍ່ເທົ່າໃດຊົ່ວໂມງນັ້ນ ອາດຈະເປັນອາການຂອງການແພ້ຢາໃນໝວດຢາເປນີຊີລີນ (penicillin). ໃຫ້ຢຸດໃຊ້ຢາຊະນິດ ນີ້ທັນທີ ແລະບໍ່ໃຫ້ຢາໃນກຸ່ມຢາເປນີຊີລິນກັບຄົນເຈັບຜູ້ດັ່ງກ່າວອີກຕໍ່ໄປ. ເພາະວ່າອາການແພ້ຢາໃນເທື່ອຕໍ່ໄປນັ້ນອາດຈະຮຸນແຮງ ກວ່າເກົ່າຫຼາຍ ແລະ ອາດເຖິງຂັ້ນເສຍຊີວິດໄດ້. ສໍາລັບປິ່ນປົວບັນຫາສຸຂະພາບບາງຢ່າງ ກໍ່ສາມາດໃຊ້ ຢາເອຣີໂທຣໄມຊີນ (erythromycin) ແທນຢາໃນກຸ່ມນີ້ກໍ່ໄດ້. . ຜື່ນແດງທີ່ເບິ່ງຄືກັບພະຍາດມາກແດງ, ເຊິ່ງປົກກະຕິແລ້ວ ແມ່ນເລີ່ມເປັນຫຼັງການໃຊ້ຢາໄປໄດ້ໜຶ່ງອາທິດແລ້ວ ແລະ ມັນໃຊ້ເວລາຫຼາຍມື້ຈຶ່ງເຊົາ, ສິ່ງນີ້ອາດຈະບໍ່ແມ່ນອາການຂອງການ ແພ້ຢາກໍ່ໄດ້. ແຕ່ວ່າມັນເປັນການຍາກທີ່ຈະຮູ້ໄດ້ຢ່າງແນ່ນອນວ່າຜື່ນແດງນັ້ນແມ່ນມາຈາກອາການແພ້ຢາຫຼືບໍ່, ສະນັ້ນທາງທີ່ດີ ກໍ່ຄືໃຫ້ຢຸດໃຊ້ຢານັ້ນຈະດີກວ່າ.

ສິ່ງ​ສໍາຄັນNBgrnimportant.png

ການດື້ຕໍ່ຢາອາມ໊ອກຊີຊີລີນ (amoxicillin) ນີ້ແມ່ນມີໃຫ້ເຫັນທົ່ວໄປຫຼາຍຂຶ້ນ. ມັນກໍ່ຂຶ້ນກັບທ້ອງຖິ່ນທີ່ເຈົ້າຢູ່ວ່າຢູ່ໃສ, ຢາຕ້ານເຊື້ອ ດັ່ງກ່າວອາດຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປແລ້ວ ກັບເຊື້ອສະຕັບຟີໂລໂຄຄັດສ (staphylococcus), ເຊື້ອຊິເກລາ (shigella), ຫຼື ການຊຶມເຊື້ອອື່ນໆ.

ວິທີການນໍາໃຊ້NBgrnpill.png

ຢາອາມ໊ອກຊີຊີລີນ (amoxicillin) ໃຊ້ໄດ້ຜົນດີໂດຍການກິນເອົາ. ເມື່ອຈະໃຫ້ຢາທີ່ເປັນແບບເມັດ ຫຼື ເປັນແບບແຄບຊູນແກ່ເດັກ ແມ່ນສຳລັບຊະນິດເມັດແມ່ນຕ້ອງບົດໃຫ້ມຸ່ນ, ສວ່ນຊະນິດແຄບຊູນແມ່ນໃຫ້ເອົາເປືອບທາງນອກອອກ ແລ້ວແບ່ງເອົາຝຸ່ນຢາໃນປະລິມານທີ່ຕ້ອງການ. ຫຼັງຈາກນັ້ນໃຫ້ປົນກັບນ້ຳແມ່ ແລ້ວເອົາໃຫ້ເດັກກິນດ້ວຍຈອກ ຫຼືບ່ວງ.

ຄືກັບຢາຕ້ານເຊື້ອຊະນິດອື່ນ, ຕາມປົກກະຕິແລ້ວການໃຫ້ຢາຊະນິດນີ້ແມ່ນໃຫ້ໃນໄລຍະສັ້ນດັ່ງທີ່ກ່າວໃນປຶ້ມຫົວນີ້. ຖ້າຄົນເຈັບຍັງມີອາການຂອງການຕິດເຊື້ອຢູ່, ໃຫ້ສືບຕໍ່ການໃຫ້ຢາໃນປະລິມານເທົ່າເດີມ ທຸກໆມື້ຈົນກວ່າອາການຂອງ ການຕິດເຊື້ອຫາຍໄປຢ່າງໜ້ອຍ 24 ຊົ່ວໂມງ. ແຕ່ຖ້າຫາກວ່າໃຫ້ຢາໄປຫຼາຍມື້ແລ້ວ ແລ້ວຄົນເຈັບຍັງອາການບໍ່ດີຂຶ້ນ, ໃຫ້ຢຸດຢາຕ້ານເຊື້ອ ແລະ ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍ.ສຳລັບຄົນເຈັບທີ່ຕິດເຊື້ອເອັດສໄວວີ HIV ແມ່ນ ໃຫ້ຢາຈົນຮອດຈຳນວນມື້ຫຼາຍເທົ່າທີ່ກຳນົດໄວ້.

ຍິ່ງໄປກວ່ານັ້ນ, ປະລິມານຂອງຢາຕ້ານເຊື້ອທີ່ຈະໃຫ້ແມ່ນຂຶ້ນກັບ ອາຍຸ ຫຼື ນ້ຳໜັກຂອງຄົນເຈັບ ແລະ ຄວາມຮ້າຍແຮງຂອງພະຍາດ. ໂດຍທົ່ວໄປແລ້ວ, ແມ່ນໃຫ້ຢາໃນຂະໜາດຕ່ໍາສໍາລັບຄົນເຈັບທີ່ຈ່ອຍ (ນ້ຳໜັກໜ້ອຍ) ຫຼື ສຳລັບພະຍາດຊຶມເຊື້ອທີ່ມີຄວາມຮຸນແຮງໜ້ອຍ, ແລະໃຫ້ຢາໃນຂະໜາດທີ່ສູງຂຶ້ນສໍາລັບຄົນເຈັບທີ່ມີນ້ຳໜັກຫຼາຍ (ຕຸ້ຍ) ຫຼື ສຳລັບການຊຶມເຊື້ອທີ່ມີຄວາມຮຸນແຮງຫຼາຍກວ່າ.

ໃຫ້ຢາໃນຂະໜາດ 45 ຫາ 50 ມກ/ກິໂລກຼາມ/ມື້, ໂດຍແບ່ງໃຫ້ກິນ 2 ຄັ້ງຕໍ່ມື້. ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້ ກໍ່ໃຫ້ຢາຕາມອາຍຸຂອງຄົນເຈັບ ດັ່ງລຸ່ມນີ້:
ອາຍຸຕ່ຳກວ່າ 3 ເດືອນ: ໃຫ້ຢາໃນປະລິມານ 125 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 3 ເດືອນ ຫາ 3 ປີ: ໃຫ້ຢາໃນປະລິມານ 250 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 4 ຫາ 7 ປີ: ໃຫ້ຢາໃນປະລິມານ 375 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນປະລິມານ 500 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.
ອາຍຸ 12 ປີ ຂຶ້ນໄປ: ໃຫ້ຢາໃນປະລິມານ 500 ຫາ 875 ມກ, ແບ່ງກິນ 2 ຄັ້ງ/ມື້ ເປັນເວລາ 7 ຫາ 10 ມື້.



This page was updated: ໒໔ ກໍລະກົດ ໒໐໑໗