Hesperian Health Guides

ວິຕາມິນ ແລະ ແຮ່ທາດ

ອາຫານເພື່ອສຸຂະພາບ: ຢາປິ່ນປົວ

ວິຕາມິນລວມ


ອາຫານທີ່ມີສານອາຫານອຸດົມສົມບູນນັ້ນເປັນແຫຼ່ງວິຕາມິນທີ່ດີທີ່ສຸດ. ແຕ່ວ່າ ເມື່ອບໍ່ມີອາຫານພຽງພໍ, ຫຼື ໃນຊ່ວງເວລາຂອງການຖືພາ ເຊິ່ງເປັນຊ່ວງເວລາທີ່ຜູ້ເປັນແມ່ຕ້ອງການສານອາຫານຫຼາຍກວ່າປົກກະຕິ, ໃນຊ່ວງເວລານີ້ ຈິ່ງຄວນໃຊ້ອາຫານເສີມປະເພດວິຕາມິນລວມ.

ອາຫານເສີມພວກວິຕາມິນ ແລະແຮ່ທາດ ແມ່ນມີຫຼາຍຮູບແບບ/ຊະນິດ, ແຕ່ຊະນິດເມັດແມ່ນມີລາຄາຖືກກວ່າໝູ່ໝົດ. ການສັກຢາວິຕາມິນລວມນັ້ນເປັນສິ່ງທີ່ບໍ່ຈຳເປັນ, ນອກນີ້ຍັງເປັນການສິ້ນເປືອງເງິນຄຳ, ແລະ ພາໃຫ້ເຈັບຕົວ ແລະເກີດການຕິດເຊື້ອໂດຍບໍ່ຈຳເປັນ. ຢາຊູກຳລັງ ແລະຢາອາຍຸວັດທະນະ ປົກກະຕິແລ້ວກໍ່ບໍ່ມີ ວິຕາມິນທີ່ມີປະໂຫຍດຈຳເປັນທີ່ສຸດສຳລັບຮ່າງກາຍ; ແລະມີລາຄາແພງ ທຽບກັບສັບພະຄຸນພຽງເລັກນ້ອຍຂອງພວກມັນຕໍ່ຮ່າງກາຍຄົນເຮົາ.

ວິທີການນໍາໃຊ້NBgrnpillspoon.png

ວິຕາມິນລວມຊະນິດເມັດຫຼາຍຊະນິດ ແມ່ນກິນມື້ລະເມັດ, ແຕ່ໃຫ້ອ່ານສະຫຼາກ/ເຈັ້ຍຄຳສັ່ງແນະນຳກ່ຽວກັບການໃຊ້ຢາໃຫ້ເຂົ້າໃຈດີ.

ວິຕາມິນເອ, ເຣຕິໂນລ (retinol)

ວິຕາມິນເອ ຊວ່ຍປ້ອງກັນຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia).

ເພື່ອຈະໃຫ້ໄດ້ຮັບວິຕາມິນເອໃນປະລິມານທີ່ພຽງພໍ, ເຮົາຕອ້ງກິນໝາກໄມ້ທີ່ມີສີເຫືອງ ແລະ ຜັກປະເພດຕ່າງໆ, ພຶດຜັກໃບຂຽວ, ແລະ ອາຫານຕ່າງໆເຊັ່ນ: ໄຂ່, ປາ ແລະ ຕັບ. ໃນທອ້ງຖີ່ນທີ່ມັກເກີດພະຍາດຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia) ນີ້, ການກິນອາຫານທີ່ກ່າວມານີ້ໃຫ້ພຽງພໍແມ່ນບໍ່ຄ່ອຍມັກເປັນ, ດັ່ງນັ້ນ ຄວນໃຫ້ວິຕາມິນເອ ທຸກໆ 6 ເດືອນ.

ສິ່ງ​ສໍາຄັນNBgrnimportant.png

ຫ້າມບໍ່ໃຫ້ໆວິຕາມິນເອຫຼາຍເກີນກວ່າປະລິມານທີ່ໄດ້ກໍານົດໄວ້. ວິຕາມິນເອແບບແບບແຄບຊູນ, ແບບເມັດ ຫຼື ແບບນໍ້າມັນຫຼາຍເກີນໄປແມ່ນສາມາດເປັນອັນຕະລາຍໄດ້. ຫ້າມບໍ່ໃຫ້ວິຕາມິນເອໃນປະລິມານຕາມປົກກະຕິທີ່ໃຫ້ກັບຜູ້ໃຫ່ຍຄື 200,000 U ກັບເດັກຍິງ ຫຼື ແມ່ຍິງທີ່ຈະຖືພາ ຫຼື ຖືພາໄດ້ 3 ເດືອນແລ້ວເພາະວ່າຈະເປັນອັນຕະລາຍ ຕໍ່ການ ຂະຫຍາຍໂຕຂອງເດັກໃນທອ້ງ. ສໍາລັບແມ່ຍິງຖືພາຈະໄດ້ຮັບວິຕາມິນເອເປັນປົກກະຕິເທື່ອລະໜອ້ຍແທນທີ່ຈະໃຫ້ ໃນປະລິມານຫຼາຍບາດດຽວ.

ວິທີການນໍາໃຊ້NBgrnpill-drop.png

ໃຫ້ກິນເປັນເມັດ ຫຼື ເປັນແຄັບຊູນ. ແຕ່ສໍາລັບເດັກນອ້ຍແມ່ນໃຫ້ບົດໃຫ້ມຸ່ນແລ້ວປົນກັບກັບນໍ້ານົມແມ່ ຫຼື ອາດຈະຕັດແຄັບຊູນ ແລະ ບີບນໍ້າຢາໃສ່ປາກເດັກນ້ອຍແທນ.

ປ້ອງກັນເດັກນອ້ຍບໍ່ໃຫ້ຂາດວິຕາມິນ

ເປັນສວ່ນໜຶ່ງຂອງໂຄງການປອ້ງກັນສຸຂະພາບ:

NWTND bag arrow.png
ເດັກນອ້ຍທີ່ມີອາຍຸ 6 ເດືອນ ຫາ 1 ປີ: ຄວນໃຫ້ກິນວິຕາມິນ 100,000 ຢູ່ 1 ຄັ້ງ.
ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີ ຂື້ນໄປ: ໃຫ້ກິນວິຕາມິນ 200,000 U 1 ຄັ້ງ ໃນທຸກໆ 6 ເດືອນ.

ການປິ່ນປົວຮັກສາຄົນຕາບອດກາງຄືນs

ຖ້າຮູ້ວ່າຄົນເຈັບ ບໍ່ສາມາດເບິ່ງເຫັນໄດ້ຊັດເຈນ ຫຼື ມີອາການສະແດງອອກຂອງຕາບອດກາງຄືນ, ຄວນຈັດວິຕາມິນ 3 ໂດ (dose) ໃຫ້ກິນ. ເຊິ່ງວ່າ ໂດ (dose) ທ າອິດແມ່ນ ໃຫ້ກິນທັນທີເລີຍ, ໂດ (dose)ທີສອງຈະໃຫ້ກິນໃນມື້ຕໍ່ມາ ແລະ ໂດ (dose)ທີສາມຈະໃຫ້ອີກ 2 ອາທິດຕໍ່ມາ.

ປະລິມານ (ຫຼື ໂດ (dose))ວິຕາມິນເອທີ່ໃຫ້ແຕ່ເທື່ອໃນຈໍານວນ 3 ເທື່ອ:

NWTND bag arrow.png
ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 6 ເດືອນ: ໃຫ້ເດັກກິນຢາ 50, 000 U.
ສໍາລັບເດັກນ້ອຍອາຍຸ 6 ເດືອນ - 1 ປີ: ໃຫ້ເດັກກິນຢາປະລິມານ 100, 000 U ແຕ່ລະເທື່ອ.
ສໍາລັບເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີຂື້ນໄປ: ໃຫ້ເດັກກິນຢາໃນປະລິມານ 200, 000 U ແຕ່ລະເທື່ອ.
NWTND bag arrow.png
ສໍາລັບແມ່ມານ: ໃຫ້ກິນປະລິມານ 25,000 U ອາທິດລະຄັ້ງ ເປັນເວລາ 12 ອາທິດຂອງໄລຍະການຖືພາ. ຖ້າວ່າຄົນເຈັບຍັງສືບຕໍ່ມີອາການຕາບອດກາງຄືນ ຫຼື ມີບັນຫາຕາທີ່ຮ້າຍແຮງອື່ນອີກສືບເນື່ອງມາຈາກການຂາດວິຕາມິນເອ, ບຸກຄະລາກອນການແພດຜູ້ມີປະສົບການຫຼາຍກໍ່ອາດຈະ ໃຫ້ແມ່ຍິງຖືພາດັ່ງກ່າວກິນວິຕາມິນເອ ໃນປະລິມານທີ່ຫຼາຍຂຶ້ນຕື່ມ.

ສໍາລັບເດັກນອ້ຍທີ່ເປັນໝາກແດງ

ວິຕາມິນເອ ສາມາດຊ່ວຍປ້ອງກັນປອດອັກເສບ (ຫຼື ປອດບວມ) ແລະ ຕາບອດໄດ້ - ເຊິ່ງເປັນອາການສົນສອງຢ່າງທີ່ມັກເກີດກັບຄົນເຈັບເປັນພະຍາດໝາກແດງ.

NWTND bag arrow.png
ເດັກນ້ອຍອາຍຸ ຕໍ່າກວ່າ 6 ເດືອນ: ໃຫ້ກິນໃນປະລິມານ 50,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.
ເດັກນ້ອຍອາຍຸແຕ່ 6 ເດືອນ ຫາ 1 ປີ: ໃຫ້ກິນໃນປະລິມານ 100,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.
ເດັກອາຍຸແຕ່ 1 ປີ ຂຶ້ນໄປ: ໃຫ້ກິນໃນປະລິມານ 200,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.

ຖ້າວ່າເດັກໄດ້ຮັບວິຕາມິນເອ ຕາມໂດ (dose) ໃດໜຶ່ງໃນຂ້າງເທິງນີ້ແລ້ວ ໃນໄລຍະ 6 ເດືອນທີ່ຜ່ານມາ, ແມ່ນໃຫ້ເດັກກິນຢາວິຕາມິນເອ ຕາມໂດ ຫຼືປະລິມານທີ່ເຄີຍໄດ້ຮັບມານັ້ນອີກ ແຕ່ເທື່ອນີ້ແມ່ນໃຫ້ກິນພຽງແຕ່ມື້ດຽວເທົ່ານັ້ນ. ຖ້າຄົນເຈັບເປັນໝາກແດງ ມີສະພາວະຂາດສານອາຫານຮຸນແຮງ ຫຼືເລີ່ມສູນເສຍການເບິ່ງເຫັນໄປແລ້ວ, ແມ່ນໃຫ້ຄົນເຈັບກິນວິຕາມິນເອ ໂດທີ 3 ອີກ ຫຼັງຈາກນັ້ນ 2 ອາທິດ.

ວິຕາມິນ B6, ຢາໄພຣີດົກຊີນ (pyridoxine)


ບາງຄັ້ງ ຄົນເຈັບວັນນະໂລກ ທີ່ກຳລັງປິ່ນປົວດ້ວຍຢາໄອໂຊໄນອະຊິດ (isoniazid (INH)) ກໍ່ເກີດມີອາການຂາດ ວິຕາມິນ B6. ອາການທີ່ບົ່ງບອກເຖິງການຂາດວິຕາມິນບີ 6 ມີຄື: ມີອາການເຈັບປວດ ຫຼື ມືນຊາຕາມຕີນ ຫຼື ມື, ກ້າມຊີ້ນກະຕຸກ, ມີອາການທາງປະສາດ ແລະນອນບໍ່ຫຼັບ.

ວິທີການນໍາໃຊ້NBgrnpill.png

ສຳລັບຄົນເຈັບວັນນະໂລກ ທີ່ກຳລັງປິ່ນປົວດ້ວຍຢາໄອໂຊໄນອະຊິດ (isoniazid) ແມ່ນໃຫ້ກິນຢາວິຕາມິນ B6 ທຸກມື້.

ເພື່ອປ້ອງກັນອາການຂາດວິຕາມິນ B6
ແອນ້ອຍ ແລະເດັກນ້ອຍ: ໃຫ້ກິນໃນປະລິມານ 10 ມກ/ມື້.
ເດັກໃຫຍ່ ແລະຜູ້ໃຫຍ່: ໃຫ້ກິນໃນປະລິມານ 25 ມກ/ມື້.

ເພື່ອປິ່ນປົວອາການຂາດວິຕາມິນ B6
ແອນ້ອຍເກີດໃໝ່ ຫາ ອາຍຸ 2 ເດືອນ: ໃຫ້ກິນໃນປະລິມານ 10 ມກ/ມື້, ກິນໄປຈົນກວ່າຈະບໍ່ມີອາການຂາດວິຕາມິນບີ 6 ສະແດງໃຫ້ເຫັນ.
ເດັກນ້ອຍອາຍຸຫຼາຍກວ່າ 2 ເດືອນ ຂຶ້ນໄປ: ໃຫ້ກິນໃນປະລິມານ 10 ຫາ 20 ມກ, ກິນ 3 ຄັ້ງ/ມື້, ກິນໄປຈົນກວ່າຈະບໍ່ມີອາການຂາດວິຕາມິນບີ 6 ສະແດງໃຫ້ເຫັນ.
ຜູ້ໃຫຍ່: ໃຫ້ກິນໃນປະລິມານ 50 ມກ, ກິນ 3 ຄັ້ງ/ມື້, ກິນໄປຈົນກວ່າຈະບໍ່ມີອາການຂາດວິຕະມິນບີ 6 ສະແດງໃຫ້ເຫັນ.

ສານໄອໂອດິນ


ການໃຫ້ກິນ ເກືອໄອໂອດິນ ແລະອາຫານທະເລ ເປັນວິທີການທີ່ດີທີ່ສຸດເພື່ອໃຫ້ຮ່າງກາຍໄດ້ຮັບສານໄອໂອດິນຢ່າງພຽງພໍ. ສຳລັບສະຖານທີ່ໆ ບໍ່ມີທັງເກືອໄອໂອດິນ ແລະອາຫານທະເລ, ແລະໃນບ່ອນທີ່ມີຄົນເປັນພະຍາດຄໍໜຽງ ຫຼື ຂາດຮໍໂມນໄທຣອຍ (hypothyroidism) (ໂລກເຄຣທິນິຊຶມ (cretinism)), ເຈົ້າສາມາດໃຫ້ສານໄອໂອດິນເສີມແກ່ຄົນເຈັບໄດ້.

ວິທີການນໍາໃຊ້NBgrnpill-drop.png
ຊະນິດເມັດແຄັບຊູນ:
ແອນ້ອຍເກີດໃໝ່ ຫາອາຍຸ 1 ປີ: ໃຫ້ກິນໃນປະລິມານ 100 ມກ, ປີລະຄັ້ງ.
ຖ້າເຈົ້າມີຢາເມັດໄອໂອດິນ ຂະໜາດ 200 ມກ ເມັດໜຶ່ງ, ໃຫ້ຕັດເປີດເມັດຢາໄອໂອດິນອອກ ແລະບີບຢາລົງໃສ່ໃນຈອກ, ແລະປ້ອນຢາໄອໂອດິນນັ້ນ ໃຫ້ແອນ້ອຍກິນໃນປະລິມານເຄິ່ງໜຶ່ງ (½) ຂອງເມັດຢານັ້ນ. ປະລິມານຢາໄອໂອດິນທີ່ແບ່ງປ້ອນໃຫ້ແອນ້ອຍນັ້ນ ບໍ່ຈຳເປັນຕ້ອງໃຫ້ເຄິ່ງແທ້ໆກໍ່ໄດ້, ແຕ່ບໍ່ໃຫ້ປ້ອນຢາແອນ້ອຍຈົນໝົດເມັດ.
ອາຍຸ 1 ຫາ 5 ປີ: ໃຫ້ກິນໃນປະລິມານ 200 ມກ, ປີລະຄັ້ງ.
ອາຍຸ 6 ປີຂຶ້ນໄປ: ໃຫ້ກິນໃນປະລິມານ 400 ມກ, ປີລະຄັ້ງ.
For pregnant women,ສຳລັບແມ່ຍິງຖືພາ, ເພື່ອປ້ອງກັນຜູ້ເປັນແມ່ຈາກພະຍາດຄໍໜຽງ ແລະ ປ້ອງກັນລູກໃນທ້ອງບໍ່ໃຫ້ເກີດມາພິການ: ໃຫ້ກິນໃນປະລິມານ 400 ມກ ກິນຄັ້ງດຽວ ໃນຊ່ວງໄລຍະທີ່ຖືພາ. ໃຫ້ກິນໃນຊ່ວງຕົ້ນໆຂອງການຖືພາໄດ້ຍິ່ງເປັນການດີ, ແຕ່ຖ້າບໍ່ໄດ້ກິນໃນຊ່ວງຕົ້ນ ກໍ່ໃຫ້ກິນຊ່ວງໃດກໍ່ໄດ້ໃນໄລຍະຖືພານັ້ນ.
ໄອໂອດີນຊະນິດສັກ
ອາຍຸ 1 ຫາ 5 ປີ: ໃຫ້ສັກຢາໃນປະລິມານ 0.5 ມລ (240 ມກ), ປີລະຄັ້ງ.
ອາຍຸ 6 ປີຂຶ້ນໄປ: ໃຫ້ສັກຢາໃນປະລິມານ 0.5 ຫາ 1 ມລ (480 ມກ), ປີລະຄັ້ງ.
ສຳລັບແມ່ຍິງຖືພາ: ໃຫ້ສັກຢາໃນປະລິມານ 1 ມລ (480 ມກ) ຄັ້ງດຽວ ຖ້າເປັນໄປໄດ້ ໃຫ້ສັກໃນຊ່ວງໄລຍະຕົ້ນໆຂອງການຖືພາໄດ້ຍິ່ງເປັນການດີ. ໃຫ້ສັກອີກຄັ້ງໜຶ່ງ ພາຍຫຼັງເກີດລູກໄດ້ປີໜຶ່ງແລ້ວ.

ທາດເຫຼັກ, ເຟີຣັສ ຊັລເຟດ ferrous sulfate, ເຟີຣັສ ກລູໂກເນດ ferrous gluconate


ທາດເຫຼັກແມ່ນຖືກນຳໃຊ້ຫຼາຍເພື່ອປິ່ນປົວ ແລະປ້ອງກັນການເກີດພາວະເລືອດຈາງ. ການປິ່ນປົວດ້ວຍທາດເຫຼັກແມ່ນໃຫ້ແນວກິນເປັນຈົນຮອດໄລຍະເວລາ 3 ເດືອນ.

ກິນທາດເຫຼັກຈະໄດ້ຮັບຜົນດີໃນເວລາທີກິນຮ່ວມກັບວິຕະມິນ C (ບໍ່ວ່າຈະໂດຍການກິນໝາກໄມ້ ແລະຜັກ ຫຼື ກິນວິຕະມິນ ຊະນິດເມັດ).

ຜົນ​ຂ້າງຄຽງGreen-effects.png

ກິນທາດເຫຼັກບາງຄັ້ງເຮັດໃຫ້ຮູ້ສຶກບໍ່ສະບາຍກະເພາະ ແລະສິ່ງທີ່ດີທີ່ສຸດແມ່ນໃຫ້ກິນພ້ອມແຕ່ລະຄາບເຂົ້າ. ນອກຈາກນັ້ນ, ມັນສາມາດ ເຮັດໃຫ້ທ້ອງຜູກໂດຍສະເພາະແມ່ນຜູ້ໃຫ່ຍ ແລະມັນອາດຈະເຮັດໃຫ້ອາຈົມ (ຂີ້) ເປັນສີດໍາ.

ກິນທາດເຫຼັກຊະນິດນ້ຳແມ່ນຈະເຮັດໃຫ້ແຂວດຳ ສະນັ້ນຄວນຈະໃຊ້ທໍ່ດູດເອົາ ຫຼືຖູແຂ້ວທຸກໆຄັ້ງຫຼັກຈາກກິນ.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ແນ່ໃຈວ່າປະລິມານທີ່ໃຫ້ນັ້ນຖືກຕ້ອງ ເພາະວ່າຖ້າປະລິມານ sulfate ferrous ຫຼາຍເກີນໄປມັນກໍ່ເປັນພິດ. ບໍ່ໃຫ້ທາດເຫຼັກແກ່ບຸກຄົນທີ່ຂາດສານອາຫານຂັ້ນຮຸນແຮງໃຫ້ລໍຖ້າຈົນກ່ວາພວກເຂົາເຈົ້າມີອາການດີຂື້ນເສຍກ່ອນ.

ວິທີການນໍາໃຊ້NBgrnpillspoon.png

ຢາເສີມທາດເຫຼັກມີຫຼາຍຮູບແບບທີ່ແຕກຕ່າງກັນ ແລະປະກອບໄປດ້ວຍຈຳນວນຂອງທາດເຫຼັກທີ່ແຕກຕ່າງກັນ. ຕົວຢ່າງວ່າ ເຟີຣັສ ຊັລເຟດ 300 ມກ 1 ເມັດປະກອບດ້ວຍທາດເຫຼັກ 60 ມກ. ແຕ່ 325 ມກ ຂອງ ເຟີຣັສ ກລູໂຄເນດ ປະກອບດ້ວຍທາດເຫຼັກ 36 ມກ. ດັ່ງນັ້ນ ໃຫ້ອ່ານໃບສະຫຼາກຢາທຸກຄັ້ງທີ່ຈະໃຊ້ ບໍ່ວ່າຈະເປັນຊະນິດນໍ້າ, ຫຼື ສານອາຫານເສີມທາດເຫຼັກຕ່າງໆ.

ເພື່ອປ້ອງກັນການຂາດເລືອດໃນແມ່ຍິງຖືພາ ແລະແມ່ທີ່ກຳລັງໃຫ້ນົມລູກ
ໃຫ້ຢາ ເຟີຣັສ ຊັລເຟັດ (ferrous sulfate) ໃນປະລິມານ 300 ມກ (ມີທາດເຫຼັກ 60 ມກ) ຕໍ່ມື້. ນອກນັ້ນກໍຄວນໃຫ້ແມ່ຍິງທີ່ກໍາລັງວາງແຜນທີ່ຈະມີລູກກິນແຕ່ລະມື້ເຊັ່ນກັນ. ການໃຫ້ທາດເຫຼັກຮ່ວມກັບທາດ ໂຟລິກ ອາຊິດໄປນໍາຮ່ວມກັນແມ່ນດີກວ່າເພາະວ່າທາດໂຟລິກ ອາຊິດກໍຍັງຊ່ວຍປ້ອງກັນຄວາມຜິດປົກະຕິຂອງເດັກໄດ້ອີກດ້ວຍ.


ການປິ່ນປົວພາວະເລືອດຈາງໃນເດັກ
ໃຫ້ຢາ ເຟີຣັສ ຊັລເຟັດ (ferrous sulfate) 1 ຄັ້ງຕໍ່ມື້, ຫຼືແບ່ງໃຫ້ 2 ຄັ້ງຫາກວ່າເດັກມີອາການເຈັບກະເພາະ.


ປະລິມານທາດເຫຼັກສຳລັບແຕ່ລະກຸ່ມອາຍຸ
ກຸ່ມອາຍຸ ປະລິມານຫຼາຍປານໃດ ຢາຈັກກ້ອນສຳລັບຢາ 300 ມກ ລວມແລ້ວມີທາດເຫຼັກຫຼາຍປານໃດ
ຕ່ຳກວ່າ 2 ປີ ທາດເຫຼັກ ເຟີຣັສ ຊັລເຟດ 125 ມີລີກຼາມ ໃຫ້ທາດເຫຼັກ ຊະນິດນໍ້າ, ຫຼື ບົດຢາທາດເຫຼັກ ເຟີຣັສ ຊັລເຟດ ຊະນິດເມັດປະລິມານ 300 ມິລີກຼາມປົນໃສ່ກັບນົມແມ່ໃຫ້ເດັກກິນ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 25 ມິລີກຼາມ
2 ປີ ຫາ 12 ປີ ເຟີຣັສ ຊັລເຟດ 300 ມີລີກຼາມ ໃຫ້ຢາທາດເຫຼັກ ເຟີຣັສ ຊັລເຟດ 300 ມີລີກຼາມ 1 ເມັດ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 60 ມິລີກຼາມ
ຫຼາຍກວ່າ 12 ປີ ເຟີຣັສ ຊັລເຟດ 600 ມີລີກຼາມ ໃຫ້ຢາ ເຟີຣັສ ຊັລເຟດ 300 ມີລີກຼາມ 2 ເມັດ ໃຫ້ມັນພຽງພໍທີ່ຈະສະໜອງ ທາດເຫຼັກໄດ້ 125 ມິລີກຼາມ

ທາດສັງກະສີ


ທາດສັງກະສີຊ່ວຍໃຫ້ເດັກທີ່ຖອກທ້ອງມີອາການດີຂຶ້ນໄວ. ມັນຄວນຈະຖືກໃຫ້ຮ່ວມກັບເຮົາຕ້ອງ ນໍ້າເກືອແຮ່ໄປພ້ອມໆກັນ.

ວິທີການນໍາໃຊ້NBgrnpill.png
ສຳລັບເດັກນ້ອຍ, ແນວເມັດສາມາດບົດ ແລະປະສົມໃສ່ກັບນົມແມ່ ຫຼືນໍ້າດື່ມເລັກໜ້ອຍກໍໄດ້. ທ່ານສາມາດໃຫ້ຢາແນວເມັດໃສ່ໃນນໍ້າເຊິ່ງລະລາຍໄດ້ງ່າຍ ແລະໄວ.
ເດັກເກີດໃຫມ່ ຫາ 6 ເດືອນ: ໃຫ້ໃນປະລິມານ 10 ມກ, 1 ຄັ້ງຕໍ່ມື້ເປັນເວລາ 10 ຫາ 14ມື້.
ເດັກຫຼາຍກວ່າ 6 ເດືອນ: ໃຫ້ໃນປະລິມານ 20 ມກ, 1 ຄັ້ງຕໍ່ມື້ເປັນເວລາ 10 ຫາ 14ມື້.


This page was updated: ໐໕ ມັງກອນ ໒໐໒໔