Hesperian Health Guides
ການກິນອາຫານຫຼາຍປະເພດໃຫ້ຄົບໝວດໝູ່
ກິນແຕ່ເຂົ້າຢ່າງດຽວແມ່ນບໍ່ພຽງພໍທີ່ຈະສາມາດເຮັດໃຫ້ສຸຂະພາບດີໄດ້ | ຕ້ອງກິນໝາກຖົ່ວ, ຊີ້ນ, ນົມ, ໄຂ່, ຜັກ ຫຼື ໝາກໄມ້ ຕື່ມອີກເພື່ອເຮັດໃຫ້ສຸຂະພາບດີ. |
ເພື່ອສຸຂະພາບທີ່ດີ, ເຮົາຕ້ອງກິນ:
ການກິນອາຫານຫຼາຍປະເພດທີ່ເປັນອາຫານເພື່ອສຸຂະພາບໃນແຕ່ລະວັນ ຊ່ວຍປ້ອງກັນບັນຫາສຸຂະພາບທີ່ຮ້າຍແຮງໄດ້.
ເນື້ອໃນ
ອາຫານປະເພດແປ້ງທີ່ໃຫ້ພະລັງງານ
ອາຫານປະເພດທາດແປ້ງທີ່ພວກເຮົາກິນເປັນສ່ວນໃຫຍ່ແມ່ນໃຫ້ພະລັງງານຫຼາຍແກ່ຮ່າງກາຍຂອງຄົນເຮົາໃນການໃຊ້ຊີວິດປະຈໍາວັນ, ການເຮັດວຽກ, ເບິ່ງແຍງດູແລຕົນເອງ ແລະ ຄອບຄົວ. ອາຫານທີ່ເຮົາກິນໃນແຕ່ລະວັນ ແມ່ນຂຶ້ນກັບວ່າບ່ອນເຮົາດໍາລົງຊີວິດ ເຊິ່ງມັນອາດຈະມີ:
|
|
|
ອາຫານປະເພດທາດແປ້ງເຫຼົ່ານີ້ສາມາດປຸງແຕ່ງໃຫ້ເປັນເຂົ້າປຽກ, ອົບໃຫ້ເປັນແຜ່ນແປ້ງ ແລະ ເຂົ້າຈີ່, ຕໍາ ຫຼື ບົດໃຫ້ລະອຽດ ຫຼື ປຸງແຕ່ງທັງໝົດເລີຍ.
ເລືອກໃຊ້ເມັດພືດທັນຍາຫານທີ່ມີໃນທ້ອງຖິ່ນ
ຖ້າເຈົ້າມີທາງເລືອກໄດ້ວ່າຈະກິນອາຫານທາດແປ້ງປະເພດໃດ, ພືດທັນຍາຫານໃນທ້ອງຖິ່ນກໍ່ເປັນທາງເລືອກທີ່ດີ ເພາະພວກມັນສາມາດປູກໄດ້ງ່າຍ ບໍ່ຈໍາເປັນຕ້ອງໃສ່ຝຸ່ນເຄມີລາຄາແພງໃນການບົວລະບັດ ແລະ ຍັງເປັນອາຫານ ທີ່ມີໂພສະນາການສູງ ອີກດວ້ຍ. ສາລີ, ເຂົ້າເບຼ ແລະ ເຂົ້າ ກໍ່ເປັນພືດທັນຍາຫານທີ່ດີ, ແຕ່ວ່າສິ່ງທີ່ມີໃນທ້ອງຖິ່ນ ເຊັ່ນ: ເຂົ້າຟ່າງ ແລະໂຊບະ (ຫຼື ບັກຫວີດ (buckwheat)) ແມ່ນດີກວ່າ ເພາະວ່າພວກມັນມີທາດໂປຣຕິນ, ວິຕາມິນ ແລະ ແຮ່ທາດຕ່າງໆທີ່ມີປະໂຫຍດຕໍ່ຮ່າງກາຍ.
ເຂົ້າ ແລະ ເຂົ້າເບຼ
ຖ້າກິນເຂົ້າ ຫຼື ເຂົ້າເບຼເປັນສ່ວນໃຫຍ່, ການປຸງແຕ່ງພວກມັນໂດຍທີ່ຍັງມີຮຳ ແລະຫົວຈາວເຂົ້າຕິດກັບເມັດເຂົ້ານັ້ນແມ່ນດີຕໍ່ສຸຂະພາບທີ່ສຸດ. ເຂົ້າເບຼ ແລະເຂົ້າກ້ອງແມ່ນອຸດົມໄປດ້ວຍສານອາຫານ ແຕ່ຖ້າບົດໃຫ້ເປັນແປ້ງ ແລະ ສີໃຫ້ຂາວ ເຂົ້ານັ້ນກໍ່ຈະໃຫ້ໄດ້ແຕ່ພະລັງງານພຽງຢ່າງດຽວ.
ມັນຕົ້ນ
ຫົວມັນຕົ້ນແມ່ນອາຫານຫຼັກທົ່ວໄປທີ່ໃຫ້ພະລັງງານຫຼວງຫຼາຍແກ່ຮ່າງກາຍແຕ່ມີສານອາຫານໜ້ອຍ. ແຕ່ຖ້າເຈົ້າກິນມັນຕົ້ນເປັນຫຼັກ ມັນຈຳເປັນໆພິເສດທີ່ຕ້ອງໄດ້ກິນອາຫານປະເພດອື່ນຕື່ມນໍາ ເຊັ່ນ: ປາແຫ້ງ, ຜັກ ຫຼືໝາກຖົ່ວ. ໃບມັນຕົ້ນແມ່ນອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດ ແຕ່ຕ້ອງປຸງແຕ່ງໃຫ້ສຸກກ່ອນຈຶ່ງກິນ. ມັນຕົ້ນບາງຊະນິດແມ່ນ ມີລົດຊາດຂົມຫຼາຍກວ່າເພາະວ່າ ພວກມັນມີສານໄຊຍະໄນ (cyanide) ໃນລະດັບສູງ (ສານພິດຊະນິດໜຶ່ງ). ປະຊາຊົນເຮົາສາມາດກິນມັນດ້າງປະເພດນີ້ໄດ້ໂດຍເອົາມັນມາຜ່ານຂະບວນການປຸງແຕ່ງເສຍກ່ອນ ເຊັ່ນ: ການຕຳ, ບົດ, ແຊ່ນໍ້າ ຫຼື ດອງ ເຊິ່ງເປັນ “ການທຳຄວາມສະອາດເອົາສານພິດອອກ”.
ສາລີ
ຖ້າວ່າທ່ານກິນສາລີເປັນອາຫານທາດແປ້ງຫຼັກ ໃຫ້ນຳເອົາສາລີນັ້ນມາແຊ່ໃນນ້ຳປູນຂາວໄວ້ເສຍກ່ອນເພື່ອໃຫ້ວິຕາມິນທີ່ມີໃນສາລີນັ້ນອອກມາ ແລະຮ່າງກາຍສາມາດລະລາຍມັນໄດ້ງ່າຍ.
ເຂົ້າຈີ່ ແລະ ເສັ້ນໝີ່ຈາກໂຮງງານແມ່ນບໍ່ມີສານອາຫານຫຼາຍເທົ່າກັບອາຫານແຕ່ງກິນເອງ
ເຂົ້າຈີ່, ເຂົ້າໜົມ ແລະ ເສັ້ນໝີ່ທີ່ຜະລິດຈາກໂຮງງານ ແມ່ນບໍ່ມີສານອາຫານທີ່ມີປະໂຫຍດຄືກັນກັບອາຫານຫຼັກທີ່ພວກເຮົາປຸງແຕ່ງກິນເອງໃນຄົວເຮືອນ (ເຂົ້າປຽກ ແລະ ເມັດທັນຍາພືດອື່ນໆ); ແລະ ອາຫານໂຮງງານນັ້ນສ່ວນຫຼາຍແມ່ນມີໄຂມັນ, ເກືອ ແລະ ນໍ້າຕານຫຼາຍໂພດ.
ອາຫານທີ່ອຸດົມໄປດວ້ຍໂປຣຕິນເຮັດໃຫ້ພວກເຮົາສຸຂະພາບແຂງແຮງ
ຄົນເຮົາທຸກຄົນແມ່ນຕ້ອງການທາດໂປຣຕິນເພື່ອໃຫ້ຮ່າງກາຍແຂງແຮງ, ເຕີບໃຫຍ່ ແລະ ຟື້ນຄືນຈາກການເຈັບເປັນ ແລະການບາດເຈັບ. ອາຫານທີ່ມີທາດໂປຣຕິນ ແມ່ນມີ:
- ແກ່ນໝາກຖົ່ວເລນຕິລ (lentils), ຖົ່ວ, ຖົ່ວຝັກຍາວ, ຫຼື ໝາກຖົ່ວປະເພດອື່ນໆ.
- ໝາກຖົ່ວດິນ, ໝາກກໍ ແລະ ແກ່ນໝາກໄມ້ຕະກຸນຖົ່ວອື່ນໆ.
- ໄຂ່ຊະນິດຕ່າງໆ.
- ຊີ້ນປະເພດຕ່າງໆທີ່ຫາໄດ້ງ່າຍໃນບ່ອນທີ່ເຈົ້າອາໃສຢູ່: ຊີ້ນສັດຂະໜາດໃຫຍ່ ຫຼື ນ້ອຍ, ຊີ້ນສັດປີກ, ປູປາກຸ້ງຫອຍ ຫຼື ແມງໄມ້ຕ່າງໆ.
- ນົມ, ເນີຍແຂງ, ແລະ ນົມສົ້ມ.
ເມັດເຂົ້າທີ່ຍັງມີກາກຮຳເຂົ້າຕິດຢູ່ເຊັ່ນ: ເຂົ້າກ້ອງ ແລະ ເຂົ້າໂຮລວີດ (whole wheat) ແມ່ນມີທາດໂປຣຕິນຢູ່. ແລະເຫັດຊະນິດຕ່າງໆທີ່ສາມາດກິນເປັນອາຫານໄດ້ກໍ່ມີທາດໂປຣຕິນເຊັ່ນດຽວກັນ.
ເຮົາສາມາດມີສຸຂະພາບດີໄດ້ໂດຍການກິນໝາກຖົ່ວ, ໜາກຖົ່ວດິນ ແລະ ພືດອື່ນໆທີ່ໃຫ້ທາດໂປຣຕິນ ເຊິ່ງມັນກໍ່ໄດ້ທາດໂປຣຕິນເທົ່າໆກັບທີ່ໄດ້ຈາກການກິນຊີ້ນ. ເມື່ອສົມທຽບກັນແລ້ວພືດທີ່ໃຫ້ທາດໂປຣຕິນແມ່ນ ມີລາຄາຖືກກວ່າ ບໍ່ວ່າຈະປູກ ຫຼື ຊື້ເອົາ.
ພວກເຮົາຕ້ອງກິນອາຫານທີ່ມີທາດໂປຣຕິນໃຫ້ເປັນປົກກະຕິ. ແມ່ຍິງຖືພາ, ເດັກນອ້ຍ, ຜູ້ສູງອາຍຸ ແລະ ຜູ້ປ່ວຍທີ່ຫາກໍ່ພື້ນຈາກການບາດເຈັບ ຫຼືເຈັບເປັນ ແມ່ນຕ້ອງການອາຫານທີ່ໃຫ້ທາດໂປຣຕິນທຸກມື້. ດັ່ງນັ້ນ, ຕ້ອງໃຫ້ແນ່ໃຈວ່າໄດ້ໃຫ້ອາຫານທີ່ໃຫ້ຄວາມແຂງແຮງເຫຼົ່ານີ້ກັບຜູ້ທີ່ມີຄວາມຕ້ອງການມັນທີ່ສຸດ.
ຜັກ ແລະ ໝາກໄມ້ຊ່ວຍປົກປ້ອງຮ່າງກາຍຂອງພວກເຮົາ
ພະຍາຍາມກິນຜັກ ແລະ ໝາກໄມ້ທຸກໆມື້ ເພາະວ່າພວກມັນມີວິຕາມິນ ແລະ ແຮ່ທາດຕ່າງໆທີ່ສໍາຄັນຕໍ່ຮ່າງກາຍຂອງຄົນເຮົາ ໂດຍຊ່ວຍໃນການ:
- ປົກປ້ອງຮັກສາອະໄວຍະວະພາຍໃນຕ່າງໆຂອງພວກເຮົາ.
- ບຳລຸງຮັກສາໃຫ້ສາຍຕາ, ຜິວໜັງ, ແຂ້ວ ແລະ ຜົມມີສຸຂະພາບດີ.
- ເຮັດໃຫ້ການຍ່ອຍອາຫານໄດ້ດີ ແລະ ການຂັບຖ່າຍເປັນປົກກະຕິ.
- ສ້າງພູມຄຸ້ມກັນພະຍາດຕ່າງໆ.
ໝາກໄມ້ ແລະ ຜັກ ທີ່ປູກເອງຕາມສວນຄົວ ຫຼື ໃນບ່ອນທີ່ເຈົ້າອາໃສ ແມ່ນດີຕໍ່ສຸຂະພາບຄືກັບກັບຜັກ ແລະ ໝາກໄມ້ທີ່ນໍາເຂົ້າຈາກຕ່າງປະເທດ. ແລະພວກມັນກໍ່ແມ່ນມີລາຄາຖືກກວ່າ ຫຼື ບໍ່ຕ້ອງໄດ້ຊື້ຫາ (ແບ່ງໃຫ້ກັນລ້າໆ).
ໃຫ້ກິນຜັກ ແລະ ໝາກໄມ້ຫຼາກຫຼາຍຊະນິດແຕກຕ່າງກັນ. ຜັກ ຫຼື ໝາກໄມ້ຊະນິດໃດໆກໍ່ລ້ວນແຕ່ດີຕໍ່ສຸຂະພາບ, ເຊັ່ນ:
- ໝາກອຶ.
- ໝາກແຕງ.
- ພິກໄທ ແລະ ໝາກເຜັດ.
- ໝາກຖົ່ວຂຽວ ແລະ ຖົ່ວຝັກຍາວ.
- ໝາກເບີຣີ, ລວມເຖິງໝາກເບີຣີປ່າທີ່ສາມາດກິນໄດ້.
- ໝາກມ່ວງ, ໝາກຮຸ່ງ, ໝາກສີດາ, ໝາກກ້ຽງ ແລະ ອື່ນໆ.
- ໝາກໄມ້ຈາກຕົ້ນໄມ້ກິນໝາກຢືນຕົ້ນຊະນິດຕ່າງໆ.
- ຜັກໃບຂຽວ - ຜັກທີ່ປູກຕາມສວນຄົວ ຫຼື ຜັກທີ່ເກີດຕາມທໍາມະຊາດທີ່ສາມາດກິນໄດ້ກໍ່ມີປະໂຫຍດຕໍ່ສຸຂະພາບ ເຊິ່ງລວມເຖິງໃບຜັກທີ່ເຮົາປູກເພື່ອກິນຫົວ ເຊັ່ນ: ໃບມັນດ້າງ, ໃບມັນແກວ ແລະ ເຜືອກ.
ການກິນຜັກ ແລະໝາກໄມ້ທີ່ມີສີສັນແຕກຕ່າງກັນ ເຮັດໃຫ້ຮ່າງກາຍເຮົາໄດ້ຮັບວິຕາມິນ ແລະ ແຮ່ທາດຫຼາຍຊະນິດ.
ບັນຫາສຸຂະພາບທີ່ເກີດຈາກການກິນອາຫານບໍ່ຄົບໝູ່
ເມື່ອພວກເຮົາກິນອາຫານບໍ່ຄົບໝູ່ ຈະເຮັດໃຫ້ເຮົາບໍ່ໄດ້ຮັບທາດວິຕາມິນ ແລະ ເກືອແຮ່ທີ່ສໍາຄັນທີ່ຮ່າງກາຍຕ້ອງການໄດ້ຢ່າງພຽງພໍ ເຊິ່ງສຸດທ້າຍເຮົາກໍ່ຈະພາໃຫ້ເກີດການເຈັບເປັນໄດ້.
ພະຍາດເລືອດຈາງ ແລະ ທາດເຫຼັກ
ອາການເມື່ອຍ, ອອ່ນເພຍ ແລະ ຫາຍໃຈຫອບແມ່ນເປັນອາການຂອງພະຍາດເລືອດຈາງ - ເຊິ່ງມີສາເຫດມາຈາກການຂາດທາດເຫຼັກໃນເລືອດ.
ປົກກະຕິແລ້ວ ພະຍາດເລືອດຈາງມັກຈະເກີດກັບແມ່ຍິງ ເນື່ອງຈາກວ່າແມ່ຍິງສູນເສຍທາດເຫຼັກຫຼາຍໃນໄລຍະລົງເລືອດປະຈໍາເດືອນ. ພະຍເດເລືອດຈາງຍັງສາມາດເຮັດໃຫ້ເດັກເກີດໃໝ່ມີນ້ຳໜັກນ້ອຍກວ່າປົກກະຕິ ແລະ ເຮັດໃຫ້ຜູ້ເປັນແມ່ມີເລືອດອອກຫຼາຍ ໃນເວລາເກີດລູກເຊິ່ງຖືເປັນອັນຕະລາຍຫຼາຍສໍາລັບແມ່ຍິງ.
ກວດເລືອດຈະຮູ້ເຖິງລະດັບຂອງເຮໂມໂກຼບິນ (hemoglobin) ແລະກວດຫາປະລິມານຂອງທາດເຫຼັກໃນເລືອດ.
ອາການຂອງພະຍາດເລືອດຈາງ
- ໜັງຕາຊັ້ນໃນ ແລະ ເຫງືອກຈືດ
- ຮູ້ສຶກອອ່ນເພຍ
- ຮູ້ສຶກອິດເມື່ອຍ
- ມີອາການວິນຫົວ
- ຫາຍໃຈບໍ່ສະດວກ
ການປິ່ນປົວ ແລະ ປ້ອງກັນ
ກິນອາຫານທີ່ໃຫ້ທາດເຫຼັກຫຼາຍ ເຊັ່ນ:
- ຖົ່ວຝັກຍາວ, ຖົ່ວ, ແລະ ໝາກຖົ່ວເລນຕິລ (lentils)
- ຜັກໃບຂຽວ ແລະ ສາຫຼ່າຍທະເລ
- ໄຂ່
- ແກ່ນພືດ ແລະ ແກ່ນນັທສ (nuts) - ແກ່ນໝາກໄມ້ເປືອກແຂງຕ່າງໆ)
- ຊີ້ນປະເພດຕ່າງໆເຊັ່ນ: ຊີ້ນສັດປີກ, ປາ, ປູ, ກຸ້ງ, ຫອຍ ຫຼື ຊີ້ນສັດນ້ອຍອື່ນໆ.
ແຕ່ງອາຫານໃສ່ໝໍ້ເຫຼັກ, ສາມາດຕື່ມທາດເຫຼັກເຂົ້າໄປໃນອາຫານໄດ້ |
ເຄື່ອງໃນສັດ ເຊັ່ນ: ຕັບ, ຫົວໃຈ ແລະ ອາຫານທີ່ປຸງແຕ່ງປະສົມກັບເລືອດ ແມ່ນ ອຸດົມໄປດວ້ຍທາດເຫຼັກຫຼາຍເປັນພິເສດ ແລະ ລາຄາກໍ່ບໍ່ແພງອີກດວ້ຍ.
ບາງຄົນທີ່ຜິວໜັງຈືດ ຫຼື ຊີດເຫຼືອງ, ຮູ້ສຶກອິດເມື່ອຍ ຫຼື ອອ່ນເພຍ ຫຼື ຜູ້ທີ່ມີເລືອດອອກຫຼາຍ ອາດມີພາວະເລືອດຈາງຂັ້ນຮ້າຍແຮງ ແລະ ຕ້ອງໄດ້ກິນຢາບໍາລຸງທາດເຫຼັກ.
ອາຫານທີ່ອຸດົມໄປດວ້ຍວິຕາມິນຊີ ຍັງຊ່ວຍເຮັດໃຫ້ຮ່າງກາຍເຮົາຮັບເອົາທາດເຫຼັກຈາກອາຫານຕ່າງໆທີ່ພວກເຮົາກິນລົງໄປໄດ້ຫຼາຍຂຶ້ນ. ດັ່ງນັ້ນ, ໃນເວລາກິນອາຫານ ໃຫ້ກິນອາຫານທີ່ໃຫ້ວິຕາມີນຊີ ແລະ ອາຫານທີ່ໃຫ້ທາດເຫຼັກໄປພ້ອມໆກັນ.
ຕາບອດກາງຄືນ ແລະ ວິຕາມິນເອ
ການຂາດວິຕະມິນ ເອ ເຮັດໃຫ້ສາຍຕາເຮົາບໍ່ສາມາດເບິ່ງເຫັນໄດ້ຊັດເຈນໃນສະຖານທີ່ໆບໍ່ມີແສງສະຫວ່າງພຽງພໍ (ຕາບອດກາງຄືນ) ແລະ ໃນທີ່ສຸດກໍ່ຈະເຮັດໃຫ້ຕາບອດສະນິດເບິ່ງບໍ່ເຫັນຫຍັງເລີຍ. ນອກຈາກວິຕະມິນເອ ຈະມີປະໂຫຍດກັບສາຍຕາແລ້ວ ມັນຍັງມີປະໂຫຍດຕໍ່ຜິວໜັງ ແລະກະດູກເພຶ່ອຕ້ານການຕິດເ້ອຕ່າງໆ. ກຸ່ມຄົນທີ່ມັກຂາດທາດວິຕາມິນເອ ສວ່ນຫຼາຍແມ່ນ ແມ່ຍິງ ແລະ ເດັກນ້ອຍ. ເມື່ອເຈົ້າກິນອາຫານທີ່ບໍ່ມີວິຕາມິນເອຢ່າງພຽງພໍ ຈະມີອາການດັ່ງຕໍ່ໄປນີ້:
ປ້ອງກັນຜົນຮ້າຍທີ່ຈະເກີດກັບຕາອັນເນື່ອງຈາກຂາດວິຕາມິນເອ ໂດຍການກິນອາຫານທີ່ອຸດົມໄປດ້ວຍວິຕາມິນເອ ທີ່ມີຢູ່ຕາມທ້ອງຖິ່ນທີ່ຢູ່ອາໃສຂອງເຈົ້າ ເຊັ່ນ:
- ໝາກໄມ້ ແລະ ຜັກຕ່າງໆທີ່ມີສີນ້ຳໝາກກ້ຽງສ່ວນຫຼາຍ ເຊັ່ນ: ໝາກອຶ, ຫົວກາລົດ, ໝາກພິກໄທ, ໝາກແຕງ, ໝາກກ້ຽງ, ໝາກຮຸ່ງສຸກ, ໝາກມ່ວງສຸກ, ຫຼື ຫົວມັນດ້າງທີ່ມີສີນ້ຳໝາກກ້ຽງ.
- ຜັກສີຂຽວສ່ວນຫຼວງຫຼາຍ ເຊັ່ນ: ຜັກໃບຂຽວ, ຖົ່ວຂຽວ ແລະ ໃບຜັກທີ່ເກີດຕາມທໍາມະຊາດທີ່ສາມາດກິນໄດ້.
- ຕັບ
- ໄຂ່
ຖ້າຫາກມີອາການຜິດປົກກະຕິເກີດຂຶ້ນກັບຕາອັນເນື່ອງມາຈາກການຂາດວິຕາມິນຊະນິດນີ້, ຄວນໃຫ້ວິຕາມິນເອເສີມ (ປົກກະຕິແມ່ນໃຫ້ໂດຍການຢອດ). ການໃຫ້ວິຕາມິນເອເສີມນັ້ນ ແມ່ນສາມາດໃຫ້ໄດ້ໃນຊ່ວງທີ່ໃຫ້ວັກຊີນແກ່ເດັກນ້ອຍກໍ່ໄດ້ ຫຼື ເພື່ອປ້ອງກັນ ຕາບອດໃນເດັກນ້ອຍ ໃນຊ່ວງທີ່ມີການລະບາດຂອງພະຍາດໝາກສຸກໝາກໃສກໍ່ໄດ້.
ພະຍາດຄໍໜຽງ ແລະ ທາດໄອໂອດີນ
ພະຍາດຄໍໜຽງແມ່ນພາວະທີ່ຕ່ອມໄທຣອຍໃຄ່ໃຫຍ່ຂຶ້ນກວ່າປົກກະຕິ ເຊິ່ງເກີດຈາກການຂາດທາດໄອໂອດີນໃນອາຫານ. ແມ່ຍິງຖືພາທີ່ຂາດທາດໄອໂອດີນ ຈະສາມາດພາໃຫ້ລູກນ້ອຍເກີດມາຫູໜວກ ແລະ ພິການທາງດ້ານຮ່າງກາຍ ແລະ ຈິດໃຈອື່ນໆ. ເຖິງແມ່ນວ່າຜູ້ເປັນແມ່ຈະບໍ່ໄດ້ເປັນພະຍາດຄໍໜຽງກໍ່ຕາມ ຄວາມຜິດປົກກະຕິດັ່ງກ່າວນັ້ນ ກໍ່ສາມາດເກີດກັບລູກນ້ອຍທີ່ເກີດມາໄດ້.
ວິທີປ້ອງກັນພະຍາດຄໍໜຽງ ແລະ ການຂາດທາດໄອໂອດີນທີ່ງ່າຍທີ່ສຸດ ກໍ່ຄືໃຊ້ເກືອໄອໂອດີນ (ເກືອທີ່ປະສົມສານໄອໂອດີນໃນເວລາຜະລິດ) ໃນເວລາປຸງແຕ່ງອາຫານ. ວິທີນີ້ສາມາດປ້ອງກັນ ແລະປິ່ນປົວພະຍາດຄໍໜຽງໃຫ້ຫາຍດີໄດ້. (ຄໍໜຽງທີ່ເປັນມາເປັນເວລາດົນ ແລະແຂງ ສາມາດປິ່ນປົວໄດ້ດ້ວຍການຜ່າຕັດເອົາອອກ ເຊິ່ງປັນວິທີດຽວໃນການປິ່ນປົວ, ແຕ່ມັນກໍ່ບໍ່ຈຳເປັນຕ້ອງໄດ້ປິ່ນປົວດ້ວຍວິທີນີ້ສະເໝີດອກ). ເພື່ອໃຫ້ໄດ້ຮັບທາດໄອໂອດີນ ເຈົ້າສາມາດກິນອາຫານທີ່ມີທາດໄອໂອດີນ ເຊັ່ນ: ປາ, ປູ, ກຸ້ງ, ສາຫຼ່າຍ ແລະ ອາຫານທະເລອື່ນໆ. ແຕ່ໃນພື້ນທີ່ເຂດພູດອຍ ເຊິ່ງໃສຢູ່ຫ່າງໄກ ແລະມັນກໍ່ເປັນການຍາກທີ່ຈະໄດ້ຮັບທາດໄອໂອດີນໄດ້ຢ່າງພຽງພໍຈາກອາຫານທີ່ກິນໃນແຕ່ລະມື້.
|
ເກືອໄອໂອດີນແມ່ນມີລາຄາແພງກວ່າເກືອທໍາມະດາພຽງເລັກນ້ອຍ ແລະມັນກໍ່ມີຜົນປະໂຫຍດຕໍ່ສຸຂະພາບຂອງເຈົ້າຫຼາຍກວ່າເກືອທຳມະດາ. |
ຖ້າວ່າເຈົ້າບໍ່ສາມາດຫາເກືອໄອໂອດີນມາບໍລິໂພກໄດ້, ເຈົ້າອາດຕ້ອງໄດ້ໃຊ້ໄອໂອດີນເສີມ.
ວິຕາມິນ ແລະ ແຮ່ທາດສໍາຄັນອື່ນໆ
ການທີ່ຈະມີສຸຂະພາບດີໄດ້ ພວກເຮົາຍັງຕ້ອງການວິຕາມິນ ແລະ ແຮ່ທາດທີ່ສໍາຄັນອື່ນໆອີກຫຼາຍຊະນິດ, ເຊິ່ງເຮົາສາມາດຮັບວິຕາມິນ ແລະແຮ່ທາດເຫຼົ່ານັ້ນໄດ້ຈາກ ການກິນອາຫານຫຼາກຫຼາຍຊະນິດໃນແຕ່ລະມື້. ການທີ່ໄດ້ຮັບວິຕາມິນເປັນປົກກະຕິຈາກການກິນອາຫານ (ບໍ່ແມ່ນຈາກການກິນຢາວິຕາມິນ ຫຼືຢາບໍາລຸງອື່ນໆ) ແມ່ນເປັນວິທີທີ່ດີທີ່ສຸດທີ່ຮ່າງກາຍຂອງພວກເຮົາຈະໃຊ້ວິຕາມິນເຫຼົ່ານັ້ນໄດ້. ໃນຕາຕະລາງຕໍ່ໄປນີ້ແມ່ນບັນດາວິຕາມິນ ແລະແຮ່ທາດຈໍານວນໜຶ່ງທີ່ສໍາຄັນທີ່ສຸດຕໍ່ຮ່າງກາຍຂອງຄົນເຮົາ.
ຊື່ວິຕາມິນ ຫຼື ແຮ່ທາດ | ອາຫານທີ່ໃຫ້ທາດວິຕາມິນ ຫຼື ແຮ່ທາດ | ຄຸນປະໂຫຍດຕໍ່ຮ່າງກາຍພວກເຮົາ | ບັນຫາສຸຂະພາບເມື່ອຮ່າງກາຍຂາດວິຕາມິນ ຫຼື ແຮ່ທາດດັ່ງກ່າວ |
ສັງກະສີ |
ຊີ້ນ, ກຸ້ງ ປູ, ໝາກຖົ່ວ, ຜະລິດຕະພັນອາຫານຈາກນົມ, ເມັດພືດທັນຍາຫານ (ເຂົ້າຟ່າງ, ເຂົ້າກ້ອງ, ຫຼື ເຂົ້າຫວີດ)
|
ຕ້ອງການສໍາລັບ ການຈະເລີນເຕີບໂຕຂອງຮ່າງກາຍ, ພະລັງງານ, ພູມຄຸ້ມກັນຮ່າງກາຍ, ແລະ ບັນດາໜ້າທີ່ຕ່າງໆຂອງຮ່າງກາຍ. | ມັກເກີດມີການຕິດເຊື້ອພະຍາດ. ເດັກມັກເກີດເປັນພະຍາດຖອກທ້ອງແຮງ ແລະ ໃຊ້ເວລາດົນກວ່າປົກກະຕິ ໃນການປິ່ນປົວໃຫ້ຫາຍດີ. |
ວິຕາມິນບ |
ຊີ້ນ, ປາ, ຕັບ, ໄຂ່, ເມັດທັນຍາພືດ, ຜັກ, ອາຫານປະເພດດອງ ແລະໝັກ (ເຊັ່ນ: ເຂົ້າຈີ່).
|
ຊ່ວຍໃນການເຮັດວຽກຂອງຈຸລັງຕ່າງໆ, ເສັ້ນປະສາດ, ກ້າມຊີ້ນ ແລະ ລະບົບພູມຄຸ້ມກັນ ຂອງຮ່າງກາຍ. | ເມື່ອຜູ້ຄົນມີອາຫານພຽງຢ່າງດຽວກິນໃນເວລາທີ່ເກີດໄພອຶດຫິວຮຸນແຮງ, ສິ່ງນີ້ຈະພາໃຫ້ຂາດທາດວິຕາມິນບີ ຢ່າງຮຸນແຮງ, ເຊິ່ງເອີ້ນວ່າ: ເພລາກຣາ (pellagra) - ຜິວໜັງລອກ, ຖອກທ້ອງ, ແລະພາວະຈິດສັບສົນ.
|
ອາຊິດ ໂຟລິກ |
ຜັກໃບຂຽວ, ໝາກຖົ່ວ, ໝາກຖົ່ວຂຽວ, ໝາກໄມ້, ໝາກອາໂວກາໂດ, ເຫັດ, ຕັບ.
|
ເປັນສິ່ງທີ່ຈຳເປັນຕ້ອງການສໍາລັບແມ່ຍິງ ກ່ອນ ແລະ ໃນຊ່ວງຖືພາ ເພາະມັນ ຊ່ວຍໃຫ້ເດັກໃນທ້ອງ ເຕີບໃຫຍ່ຕາມປົກກະຕິ. |
ເດັກທີ່ເກີດຈາກແມ່ທີ່ຂາດທາດອາຊິດຟໍລິກ (ກຳລັງຂຽນຂຶ້ນຢູ່) ສ່ວນຫຼາຍມັກເກີດອອກມາຕົນໂຕນ້ອຍ ຫຼື ເກີດອອກມາຮ່າງກາຍບໍ່ສົມບູນ. |
ທາດແຄລຊຽມ | ຜະລິດຕະພັນອາຫານຈາກນົມ, ສາຫຼ່າຍທະເລ, ຜັກໃບຂຽວເຂັ້ມ, ແກ່ນນັທ (nuts) ແລະ ແກ່ນໝາກໄມ້ອື່ນໆທີ່ກິນໄດ້. ປານ້ອຍ ທີ່ສາມາດກິນໄດ້ທັງກະດູກ ນັ້ນເປັນແຫຼ່ງທາດແຄລຊຽມທີ່ດີ ເພາະວ່າກະດູກປາແມ່ນມີທາດແຄລຊຽມບໍລິສຸດຫຼາຍທີ່ສຸດ. ເປືອກໄຂ່ບົດລະອຽດກໍ່ແມ່ນແຫຼ່ງແຄລຊຽມອີກອັນໜຶ່ງເຊັ່ນກັນ. |
ຊ່ວຍເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ. ຊ່ວຍບຳລຸງ ກ້າມຊີ້ນ ແລະ ເສັ້ນປະສາດ.
ກະດູກອ່ອນແອ ຜ່ອຍແຕກຫັກງ່າຍ | |
ເສັ້ນໄຍ | ໝາກຖົ່ວ, ເມັດທັນຍະພືດ, ຜັກ ແລະ ໝາກໄມ້, ແກ່ນນັທ (nuts) ແລະ ແກ່ນໝາກໄມ້ອື່ນໆທີ່ກິນໄດ້.
|
ເສັ້ນໄຍອາຫານນັ້ນ ບໍ່ແມ່ນ ທາດວິຕາມິນ ຫຼື ແຮ່ທາດ, ແຕ່ມັນຊ່ວຍໃຫ້ການຍ່ອຍອາຫານ ແລະ ການຂັບຖ່າຍເປັນປົກກະຕິດີ. | ເກີດມີອາການທ້ອງຜູກ ແລະ ເຈັບກະເພາະ. ການຂາດເສັ້ນໄຍອາຫານເປັນເວລາຫຼາຍປີສາມາດພາໃຫ້ເປັນມະເຮັງລຳໄສ້ ແລະພະຍາດລຳໄສ້ອື່ນໆຫຼາຍຂຶ້ນ. |
ຢາວິຕາມິນຊະນິດເມັດ ແລະສັກ
ບາງຄົນຄິດວ່າ ບາງຄົນຄິດວ່າວິຕາມິນ ບໍ່ວ່າຈະເປັນຊະນິດເມັດ, ຊະນິດນໍ້າເຊື້ອມ ຫຼື ຊະນິດສັກຈະຊ່ວຍປົວໄດ້ທຸກຢ່າງນັບແຕ່ອາການອິດເມື່ອຍໄປຮອດບັນຫາກ່ຽວກັບຄວາມສາມາດທາງເພດເປັນຕົ້ນ. ເມື່ອທັງທ່ານໝໍຜູ້ທີ່ໄດ້ຮັບໃບອະນຸຍາດປະກອບອາຊີບທາງການແພດ ແລະ ໝໍ ທີ່ເອີ້ນກັນວ່າ “ໝໍສັກຢາ” ໄດ້ພາກັນສົ່ງເສີມໃຫ້ໃຊ້ ຢາວິຕາມິນ ໂດຍໃຫ້ເຫດຜົນວ່າ ຢາວິຕາມິນສາມາດປິ່ນປົວໄດ້ທຸກບັນຫາ ເຊິ່ງສິ່ງດັ່ງກ່າວນີ້ບໍ່ພຽງເຮັດໃຫ້ບັນຫາສຸຂະພາບທີ່ເປັນນັ້ນເປັນໜັກກວ່າເກົ່າ ແຕ່ຍັງເຮັດໃຫ້ສິ້ນເປືອງເງິນຄຳໄປລ້າໆໂດຍບໍ່ມີປະໂຫຍດ.
ຜູ້ທີ່ກິນອາຫານຫຼາກຫຼາຍຊະນິດຄົບໝວດໝູ່, ເຊິ່ງລວມມີທັງຜັກ ແລະໝາກໄມ້, ແມ່ນຈະໄດ້ຮັບທາດວິຕາມິນທັງໝົດຢ່າງພຽງພໍຕາມທີ່ຮ່າງກາຍຕ້ອງການ.' ສະນັ້ນ, ໃຫ້ປະຢັດເງິນຂອງເຈົ້າໄວ້ຊື້ອາຫານສົດທີ່ມີປະໂຫຍດ - ດີກວ່າຈະໄປຊື້ວິຕາມິນເສີມລາຄາແພງຕ່າງໆນັ້ນມາກິນ.
ວິຕາມິນເສີມມັນກໍ່ເປັນຢາຊະນິດໜຶ່ງ, ເຊິ່ງການນຳໃຊ້ກໍ່ຄືກັນກັບຢາອື່ນໆ ເຊິ່ງພວກເຮົາຈະໃຊ້ມັນໃນເວລາທີ່ຈໍາເປັນຕ້ອງໃຊ້ເທົ່ານັ້ນ. ຢາວິຕາມິນຈະຖືກນຳໃຊ້ໃນກໍລະນີຂາດສານອາຫານຢ່າງຮ້າຍແຮງ, ຫຼື ໃນຊ່ວງເວລາຖືພາ ເຊິ່ງເປັນເວລາທີ່ຮ່າງກາຍຂອງຜູ້ເປັນແມ່ ມີຄວາມຕ້ອງການສານອາຫານ ແລະທາດບຳລຸງລ້ຽງຕ່າງໆເພີ່ມຫຼາຍຂຶ້ນ. ນອກຈາກກໍລະນີດັ່ງກ່າວນັ້ນແລ້ວ, ກໍ່ບໍ່ຈຳເປັນຕ້ອງໃຊ້ຢາວິຕາມິນເສີມ ເພາະພວກມັນບໍ່ໄດ້ຊ່ວຍເຮັດໃຫ້ສຸຂະພາບດີຂຶ້ນ ຫຼື ຊ່ວຍເຮັດໃຫ້ເດັກນ້ອຍເຕີບໂຕ.
ໃຫ້ຫຼີກເວັ້ນການສັກຢາວິຕາມິນ. ການສັກຢາວິຕາມິນ ແມ່ນໃຊ້ໃນກໍລະນີ້ທີ່ຄົນເຈັບຂາດທາດວິຕາມິນຢ່າງຮ້າຍແຮງເທົ່ານັ້ນ. ຫຼີກເວັ້ນການໃຊ້ເຂັມສັກຢາຮ່ວມກັບຄົນອື່ນ ເຊິ່ງມັນຈະສ່ຽງຕໍ່ການແຜ່ເຊື້ອພະຍາດ ແລະສາມາດພາໃຫ້ເກີດການຝີ (ອັບແຊ), ພະຍາດຕັບອັກເສບ ແລະ ເຊື້ອໂລກເອດ (HIV).