Hesperian Health Guides
ອາຫານແນວໃໝ່ ແລະ ບັນຫາສຸຂະພາບໃໝ່
ເຂົ້າໜົມອົມ, ນໍ້າອັດລົມ ແລະ ຂອງກິນຫຼິ້ນບັນຈຸກ່ອງອື່ນໆ ແມ່ນມີເກືອ, ນໍ້າຕານ ແລະ ໄຂມັນ ຫຼາຍໂພດ. ພວກມັນຍັງໃສ່ສານກັນບູດ ແລະ ສີ. ສ່ວນປະສົມອາຫານທີ່ບໍ່ມີປະໂຫຍດເຫຼົ່ານີ້ເປັນສາເຫດພາໃຫ້ເກີດບັນຫາສຸຂະພາບໃນໄລຍະຍາວ ເຊັ່ນ: ແຂ້ວແມງ, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ມະເຮັງບາງຊະນິດ. ອາຫານເຫຼົ່ານີ້ຍັງຂາດທາດວິຕາມິນ, ແຮ່ທາດ, ເສັ້ນໄຍອາຫານ ແລະ ທາດໂປຣຕິນ ທີ່ຮ່າງກາຍຕ້ອງການ ເຊິ່ງມັນບໍ່ຄືກັບອາຫານທີ່ເຮົາປຸງແຕ່ງກິນເອງຕາມຄົວເຮືອນ. ດ້ວຍເຫດນີ້ພວກເຮົາຈິ່ງເອີ້ນອາຫານເຫຼົ່ານີ້ວ່າ: “ອາຫານບໍ່ມີປະໂຫຍດ”.
ເຂົ້າຈີ່ຂາວຈາກໂຮງງານ, ອາຫານກະປ໋ອງ, ເຂົ້າໜົມຫວານ, ແລະ ເຂົ້າໜົມອົບແຫ້ງ ຫຼື ເສັ້ນໝີ່ສຳເລັດຮູບ ອາດເບິ່ງຄືວ່າມີປະໂຫຍດຕໍ່ຮ່າງກາຍຄືກັບທີ່ປຸງແຕ່ງເອງໃນຄົວເຮືອນ. ພວກເຮົາເຂົ້າໃຈເຊັ່ນນີ້ກໍ່ເພາະໂຄສະນາບອກກັບພວກເຮົາວ່າພວກມັນມີປະໂຫຍດ. ແຕ່ໃນຄວາມເປັນຈິງແລ້ວອາຫານເຫຼົ່ານີ້ແມ່ນມັກມີນໍ້າຕານ, ເກືອ ແລະ ສານເຄມີອື່ນໆຫຼາຍ ທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ; ແລະພວກມັນກໍ່ບໍ່ໄດ້ໃຫ້ສານອາຫານທີ່ມີປະໂຫຍດຄືກັນກັບອາຫານທີ່ເຮົາປຸງແຕ່ງກິນເອງໃນຄົວເຮືອນ. ອາຫານເຫຼົ່ານີ້ກໍ່ແມ່ນອາຫານບໍ່ມີປະໂຫຍດ ຄືກັນກັບເຂົ້າໜົມອົມ ແລະ ອາຫານກິນຫຼິ້ນບັນຈຸກ່ອງອື່ນໆ.
ເນື້ອໃນ
ພະຍາດເບົາຫວານ ແລະ ພະຍາດຫົວໃຈ: ພະຍາດຂອງລະບົບອາຫານແບບໃໝ່
ພະຍາດເບົາຫວານ ແລະ ພະຍາດຫົວໃຈ ເປັນບັນຫາສຸຂະພາບທີ່ເກີດມາຈາກການປ່ຽນແປງພຶດຕິກໍາການກິນອາຫານ ແລະ ການເຮັດວຽກຂອງຄົນເຮົາ. ພະຍາດເຫຼົ່ານີ້ແມ່ນພົບເຫັນໜ້ອຍໃນບ່ອນທີ່ຜູ້ຄົນຍັງຫາອາຫານສົດ, ປູກຝັງພືດຜັກເປັນອາຫານ ແລະນຳມາປຸງແຕ່ງອາຫານກິນເອງ, ແລະ ເຮັດວຽກເປັນຊາວກະສິກອນ ຫຼື ເປັນຊ່າງສິລະປະກຳ. ແຕ່ເມື່ອຜູ້ຄົນຄວບຄຸມການເຮັດວຽກຂອງຮ່າງກາຍໄດ້ໜ້ອຍລົງ ແລະ ມີການອອກກໍາລັງກາຍໜ້ອຍລົງ (ຕົວຢ່າງ: ກໍາມະກອນທີ່ເຮັດວຽກໃນໂຮງງານ ແລະ ເຮັດວຽກຢູ່ໜ້າຄອມພີວເຕີ ເປັນຕົ້ນ) ແລະ ພວກເຂົາເຈົ້າກໍ່ເພິ່ງພາອາໃສອາຫານສໍາເລັດຮູບຈາກໂຮງງານຫຼາຍຂຶ້ນ, ແລະພະຍາດເບົາຫວານ ແລະ ພະຍາດຫົວໃຈກໍ່ເລີ່ມເປັນກັນຫຼາຍຂຶ້ນ. ພະຍາດເຫຼົ່ານີ້ແມ່ນບໍ່ໄດ້ເກີດຈາກເຊື້ອພະຍາດ ແລະຕິດຕໍ່ກັນໄດ້. ພວກມັນເກີດຈາກການຂາດການອອກກໍາລັງກາຍ, ກິນແຕ່ອາຫານບໍ່ມີປະໂຫຍດເປັນສ່ວນໃຫຍ່, ມີຄວາມກົດດັນ ຫຼື ເຄັ່ງຄຽດຈາກການເຮັດວຽກຫຼາຍຂຶ້ນ, ແລະ ຄວາມບໍ່ສົມດຸນກັນໃນການດຳລົງຊີວິດຂອງພວກເຮົາ. ເຊິ່ງຮ່າງກາຍຂອງພວກເຮົາກໍຈະເຮັດວຽກບໍ່ໄດ້ດີໃນສະພາບເຫຼົ່ານີ້.
ເຖິງແມ່ນວ່າພະຍາດເບົາຫວານ ແລະ ຫົວໃຈ ເປັນພະຍາດຄົນລະຊະນິດທີ່ແຕກຕ່າງກັນຫຼາຍ, ແຕ່ພວກມັນເກີດມາຈາກຫຼາຍສາຍເຫດທີ່ຄືກັນ. ແຕ່ລະຢ່າງໃນສອງອັນນີ້ ແມ່ນສາມາດເປັນສາເຫດຂອງກັນ ແລະກັນ ພ້ອມທັງວິທີການປິ່ນປົວ ແລະ ປ້ອງກັນຂອງໂລກແຕ່ລະຢ່າງກໍ່ຍັງຄືກັນ.
ພະຍາດເບົາຫວານ
ພະຍາດເບົາຫວານ ແມ່ນເປັນບັນຫາຄວາມຜິດປົກກະຕິຂອງຮ່າງກາຍທີ່ບໍ່ສາມາດນຳ ທາດນໍ້າຕານໃນອາຫານໄປໃຊ້ໄດ້ຢ່າງເໝາະສົມ ແລະເຮັດໃຫ້ມີນ້ຳຕານຄ້າງໃນເລືອດຫຼາຍເກີນໄປ. ເບົາຫວານສາມາດພາໃຫ້ມີບັນຫາໃນການເບິ່ງເຫັນ (ຕາບອດ), ສູນເສຍແຂນ ຫຼືຂາ, ເກີດອາການເສຍສະຕິ, ຫຼື ເສຍຊີວິດໄດ້. ຂໍ້ມູນເພີ່ມເຕີມກ່ຽວກັບພະຍາດເບົາຫວານຊະນິດຕ່າງໆ ແລະ ວິທີການປີ່ນປົວ, ໃຫ້ເບິ່ງໃນບົດ “ພະຍາດເບົາຫວານ”.
ພະຍາດເບົາຫວານພົບຫຼາຍໃນບັນດາປະເທດທີ່ຮັ່ງມີ ເຊັ່ນ: ປະເທດສະຫະລັດອາເມລິກາ, ແລະ ປັດຈຸບັນນີ້ແມ່ນກໍາລັງເປັນຢ່າງແຜ່ຫຼາຍໃນທົ່ວໂລກ. ສາເຫດຂອງມັນທີ່ກ່ຽວຂ້ອງກັບພຶດຕິກໍາການກິນອາຫານຂອງຄົນເຮົາແມ່ນລວມມີເຖິງການກິນອາຫານຫຼາຍໂພດ, ກິນອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບ, ແລະ ຂາດການອອກກໍາລັງກາຍ. ຢູ່ນະແຫ່ງຫົນໃດກໍ່ຕາມ ທີ່ຜູ້ຄົນພາກັນກິນອາຫານຈາກໂຮງງານ ທີ່ເຮັດຂຶ້ນຈາກແປ້ງຂາວ ແລະ ມີນ້ຳຕານເປັນສ່ວນປະສົມໃນປະລິມານຫຼາຍ, ພະຍາດເບົາຫວານກໍ່ເກີດຈະຕາມມາ.
ພະຍາດຫົວໃຈ ແລະ ຫົວໃຈວາຍ
- ພະຍາດຄວາມດັນເລືອດສູງ
- ພະຍາດຫົວໃຈ
- ພະຍາດຫົວໃຈວາຍ
ສິ່ງເຫຼົ່ານີ້ເປັນສິ່ງທີ່ແຕກຕ່າງກັນຂອງບັນຫາສຸຂະພາບທີ່ເປັນອັນດຽວກັນັ້ນກໍຄື: ພະຍາດຫົວໃຈ. ການກິນອາຫານທີ່ບໍ່ມີປະໂຫຍດ ແລະ ຂາດການອອກກຳລັງກາຍ (ບວກໃສ່ກັບຄວາມຕຶງຄຽດ/ກົດດັນ ແລະ ສູບຢາ) ພາໃຫ້ເກີດມີໄຂມັນສະສົມຂຶ້ນໃນຫຼອດເລືອດຕ່າງໆ. ເພາະເຫດນີ້, ຫົວໃຈຕ້ອງໄດ້ເຮັດວຽກໜັກຂຶ້ນຕື່ມ ເພື່ອສູບສີດເລືອດໃຫ້ສາມາດໄຫຼຜ່ານຫຼອດເລືອດທີ່ຕີບໜາເຫຼົ່ານີ້ ເຊິ່ງເປັນຜົນໃຫ້ເກີດຄວາມດັນເລືອດສູງ. ໃນສະພາບການເຮັດວຽກໜັກແບບນີ້ ຫົວໃຈກໍ່ຈະອິດເມື່ອຍ ແລະອ່ອນແອລົງໄປເລື້ອຍໆ. ເລືອດທີ່ບໍ່ສາມາດໄຫຼໄດ້ສະດວກກໍ່ຈະຈັບຕົວກັນເປັນກ້ອນ, ແລະ ຫົວໃຈທີ່ອ່ອນເພຍຢູ່ແລ້ວ ແລະເມື່ອບໍ່ມີເລືອດໄຫຼເຂົ້າມາລ້ຽງຫົວໃຈ, ກໍ່ຈະຢຸດເຮັດວຽກ ພາໃຫ້ເກີດຫົວໃຈວາຍ.
ພະຍາດຫົວໃຈຣູມາຕິກ (rheumatic heart disease) ກໍ່ເປັນອີກສາເຫດໜຶ່ງທີ່ພາໃຫ້ເກີດບັນຫາຫົວໃຈ. ພະຍາດຫົວໃຈຣູມາຕິກນີ້ເກີດຈາກໄຂ້ຣູມາຕິກ (ໄຂ້ພ້ອມມີອາການຂໍ່ກະດູກອັກເສບ) ທີ່ເຄີຍໄດ້ເປັນເມື່ອຕອນຍັງເປັນເດັກນ້ອຍ.
ການປິ່ນປົວ ແລະ ປ້ອງກັນ
ມີຫຼາຍສິ່ງທີ່ພວກເຮົາສາມາດປະຕິບັດໄດ້ໃນສ່ວນບຸກຄົນ ແລະປະຕິບັດຮ່ວມກັນເປັນຄອບຄົວ ເພື່ອປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານ ແລະ ພະຍາດຫົວໃຈ. ແຕ່ວ່າການປ່ຽນແປງເພື່ອປ້ອງກັນ ແລະ ປິ່ນປົວພະຍາດເຫຼົ່ານີ້ ໃນລະດັບຊຸມຊົນ ແລະ ລະດັບຊາດກໍ່ຈຳເປັນເຊັ່ນກັນ.
ການອອກກຳລັງກາຍ: ການຍ່າງໄວ, ເຕັ້ນລຳ, ຫຼິ້ນກິລາຕ່າງໆ ຫຼື ອອກກຳລັງກາຍແບບໃດກໍ່ໄດ້ ທີ່ເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈເຕັ້ນໄວຂຶ້ນ ໃນມື້ໜຶ່ງ ໃຊ້ເວລາ 30 ນາທີ ຫຼື ຫຼາຍກວ່ານັ້ນ ເພື່ອໃຫ້ທຸກລະບົບໃນຮ່າງກາຍເຮັດວຽກໄດ້ດີ. ການອອກກຳລັງກາຍເຮັດໃຫ້ກະດູກແຂງແຮງ, ຮູ້ສຶກມີເຫື່ອມີແຮງ, ເຮັດໃຫ້ອາລົມດີ ແລະ ຊ່ວຍໃຫ້ອາຍຸຢືນ. ມັນເປັນວິທີທີ່ສຳຄັນທີ່ສຸດເພື່ອປ້ອງກັນ ແລະ ປິ່ນປົວທັງພະຍາດເບົາຫວານ ແລະ ພະຍາດຫົວໃຈ.
ອາຫານ: ການຄວບຄຸມເລື່ອງອາຫານການກິນ ໂດຍກິນຜັກສົດ, ເມັດພືດທັນຍາຫານ (grains) ຕ່າງໆ ແລະ ໝາກຖົ່ວຕ່າງໆໃຫ້ຫຼາຍ ແມ່ນເປັນສິ່ງທີ່ດີທີ່ສຸດ ສຳລັບການປ້ອງກັນ ແລະ ປິ່ນປົວ ທັງພະຍາດຫົວໃຈ ແລະ ພະຍາດເບົາຫວານ.
- ຊີ້ນແດງ, ຜະລິດຕະພັນອາຫານຈາກນົມ, ແລະ ໄຂ່ ແມ່ນອາຫານເພື່ອສຸຂະພາບ, ແຕ່ຖ້າກິນທຸກຄາບ ຫຼື ກິນທຸກມື້ ພວກມັນອາດຈະເຮັດໃຫ້ເກີດເປັນພະຍາດຫົວໃຈໄດ້. ດັ່ງນັ້ນ ຈິ່ງໃຫ້ກິນອາຫານເຫຼົ່ານີ້ 2-3 ຄັ້ງຕໍ່ອາທິດ ຫຼື ກິນໜ້ອຍຄັ້ງກວ່ານັ້ນ.
- ອາຫານຫວານ ແລະອາຫານເຮັດຈາກແປ້ງສີຂາວ ແມ່ນບໍ່ມີຄວາມຈຳເປັນ, ແລະ ການກິນອາຫານເຫຼົ່ານີ້ທຸກມື້ ສາມາດພາໃຫ້ເປັນພະຍາດເບົາຫວານໄດ້.
- ໄຂມັນໃນປະລິມານໜ້ອຍແມ່ນຈຳເປັນຕໍ່ຮ່າງກາຍ ແຕ່ຖ້າກິນໃນປະລິມານຫຼາຍ ມັນກໍ່ຈະພາໃຫ້ເປັນພະຍາດຫົວໃຈ ແລະ ພະຍາດເບົາຫວານ. ຊີ້ນແດງ, ນ້ຳມັນປາມ, ອາຫານຈືນ, ແລະ ອາຫານໂຮງງານແມ່ນເປັນແຫຼ່ງໄຂມັນຫຼັກທີ່ບໍ່ດີຕໍ່ສຸຂະພາບ. ພະຍາຍາມກິນອາຫານດັ່ງກ່າວມານີ້ໃຫ້ໜ້ອຍລົງ. ແກ່ນນັດທ (nuts), ໝາກອາໂວກາໂດ, ແລະ ປາ ແມ່ນເປັນແຫຼ່ງໄຂມັນທີ່ດີຕໍ່ສຸຂະພາບ ແລະ ໃຫ້ສານອາຫານອື່ນໆເຊັ່ນກັນ, ດັ່ງນັ້ນ ພວກມັນຈິ່ງເປັນທາງເລືອກທີ່ດີກວ່າ.
- ເກືອຍັງເຮັດໃຫ້ພະຍາດຫົວໃຈເປັນແຮງຂຶ້ນ ຖ້າກິນໃນປະລິມານຫຼາຍ. ຖ້າເຈົ້າເປັນພະຍາດຫົວໃຈ ຫຼື ພະຍາດຄວາມດັນເລືອດສູງ, ໃຫ້ຫຼີກເວັ້ນອາຫານສຳເລັດຮູບບັນຈຸຫໍ່ທີ່ມີລົດຊາດເຄັມ. ອາຫານກະປ໋ອງສ່ວນໃຫຍ່ ແມ່ນມີເກືອປົນຢູ່ໃນປະລິມານຫຼາຍເກີນໄປ. ເມື່ອປຸງລົດອາຫານ, ໃຫ້ໃຊ້ເກືອໜ້ອຍໜຶ່ງ, ຫຼື ໃຊ້ສະໝູນໄພ ຫຼື ເຄື່ອງເທດແທນກໍ່ໄດ້.
ເຄື່ອງດື່ມໂຄກ' ແລະ ນ້ຳຫວານແກ້ວ ແລະ ນ້ຳຫວານກະປ໋ອງ ແມ່ນເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ. ໂດຍພື້ນຖານແລ້ວ ພວກມັນປະກອບດ້ວຍນ້ຳ ແລະ ນ້ຳຕານເທົ່ານັ້ນ, ເຊິ່ງໃສ່ສານເຄມີຕື່ມເຂົ້າໄປເພື່ອໃຫ້ມີສີສັນໜ້າສົນໃຈ ແລະ ລົດຊາດດີ. ການດື່ມເຄື່ອງດື່ມເຫຼົ່ານີ້ທຸກໆມື້ສາມາດເປັນສາເຫດເຮັດໃຫ້ເປັນພະຍາດເບົາຫວານ ຫຼື ພາໃຫ້ພະຍາດເບົາຫວານເປັນແຮງຂຶ້ນ, ເປັນແຂ້ວແມງ, ແລະ ເຮັດໃຫ້ຮ່າງກາຍສະສົມສິ່ງທີ່ບໍ່ມີປະໂຫຍດໄວ້.
ຖ້າເຈົ້າຕຸ້ຍ: ການລົດນ້ຳໜັກ ຊ່ວຍປ້ອງກັນເຈົ້າຈາກພະຍາດເບົາຫວານ ແລະ ພະຍາດຫົວໃຈໄດ້. ການລົດນ້ຳໜັກເທື່ອລະໜ້ອຍແມ່ນປອດໄພກວ່າການລົດນ້ຳໜັກຫຼາຍບາດດຽວພາຍໃນເວລາອັນສັ້ນ. ວິທີການລົດນ້ຳໜັກທີ່ດີຕໍ່ສຸຂະພາບທີ່ສຸດ ແລະໄດ້ຜົນຍາວນານທີ່ສຸດ ກໍ່ຄື ການອອກກຳລັງກາຍເລື້ອຍໆ (ອອກກຳລັງກາຍ 5 ມື້ຕໍ່ອາທິດ ຫຼື ຫຼາຍກວ່ານັ້ນ) ແລະ ກິນອາຫານໃນແຕ່ລະຄາບໃຫ້ພໍປະມານ. ໃຫ້ພະຍາຍາມຫຼີກເວັ້ນ ການກິນອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບຕາມລາຍການທີ່ກ່າວໃນຂ້າງເທິງນັ້ນ.
ການເຊົາສູບຢາກໍ່ເປັນອີກວິທີໜຶ່ງເພື່ອໃຫ້ມີຊີວິດທີ່ຍືນຍາວ ແລະ ດີຂຶ້ນກວ່າເກົ່າ. ການເຊົາສູບຢາຈະຊ່ວຍປ້ອງກັນເຈົ້າຈາກພະຍາດຫົວໃຈ, ພະຍາດເບົາຫວານ ແລະ ພະຍາດມະເຮັງ ນຳອີກ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອັນຕະລາຍຂອງການຢາສູບ, ເບິ່ງໃນບົດ "ຢາເສບຕິດ, ເຫຼົ້າ ແລະ ຢາສູບ” (ກຳລັງຂຽນຂຶ້ນຢູ່).
ສຸຂະພາບເປັນບັນຫາຂອງຊຸມຊົນ
ອາຫານທີ່ພວກເຮົາກິນ ແລະ ວິຖີການດຳລົງຊີວິດຂອງພວກເຮົາ ແມ່ນເປັນຜົນສ່ວນໜຶ່ງຈາກທາງເລືອກຂອງພວກເຮົາເອງ, ແຕ່ອີກສ່ວນໜຶ່ງກໍ່ແມ່ນຈາກອາຫານ, ອາຊີບ ແລະ ບ່ອນຢູ່ອາໃສທີ່ມີ ແລະ ຄວາມສາມາດຊື້ຫາໄດ້. ພວກເຮົາຍັງສາມາດພັດທະນານິດໄສການກິນອາຫານທີ່ດີຕໍ່ສຸຂະພາບ ແລະ ນິດໄສໃນການອອກກຳລັງກາຍ, ແຕ່ວ່າທາງເລືອກຂອງພວກເຮົາກໍ່ມັກມີຂອບເຂດທີ່ຈຳກັດ. ຕົວຢ່າງ: ສິ່ງທີ່ພວກເຮົາຕ້ອງການກິນ ແລະ ຖ້າວ່າພວກເຮົາມີເວລາໃນການແຕ່ງອາຫານດີໆກິນ ແມ່ນຂຶ້ນຢູ່ກັບຫຼາຍປັດໄຈ ເຊິ່ງມັນເປັນການຍາກສຳລັບຄົນບຸກຄົນໜຶ່ງໆຈະຄວບຄຸມມັນໄດ້ ເຊັ່ນ: ການໂຄສະນາ, ວິທີເຮັດວຽກຂອງພວກເຮົາ, ແລະ ການເຂົ້າເຖິງນໍ້າສະອາດ ແລະ ມີເຮືອນຄົວທີ່ສະອາດດີສຳລັບພວກເຮົາບໍ. ຄົນສ່ວນຫຼວງຫຼາຍຮູ້ ແລະພາກັນປະຕິບັດຕາມສະພາບເງື່ອນໄຂເຫຼົ່ານີ້ ແລະ ສິ່ງເຫຼົ່ານີ້ສາມາດປ່ຽນແປງໄດ້ດ້ວຍການລົງມືປະຕິບັດຮ່ວມກັນ ຫຼື ຜ່ານທາງນະໂຍບາຍຂອງລັດຖະບານ.
ການປະຕິບັດຕ່າງໆເພື່ອປ່ຽນແປງ ສາມາດມີຈຸດສຸມທີ່ສະເພາະ ເຊັ່ນ: ການຫ້າມຈຳໜ່າຍເຄື່ອງດື່ມໂຄກ ແລະ ເຄື່ອງດື່ມອື່ນໆທີ່ມີນ້ຳຕານຢູ່ຕາມໂຮງຮຽນຕ່າງໆ, ຫຼື ຈັດໃຫ້ມີອາຫານທ່ຽງເພື່ອສຸຂະພາບໃຫ້ກັບນັກຮຽນທຸກໆຄົນ. ກິດຈະກຳເພື່ອສຸຂະພາບຕ່າງໆສາມາດຈັດຕັ້ງປະຕິບັດໄດ້ທົ່ວຕົວເມືອງ ເຊັ່ນ: ໂຄງການພາອອກກຳລັງກາຍລາຍວັນໂດຍບໍ່ເສຍຄ່າ ຈັດໂດຍ ນະຄອນຫຼວງບາງກອກ, ປະເທດໄທ, ຫຼື ເລື່ອງ “ຊີໂຄຼເວຍ”
(Ciclovía) ຫຼືຄວາມໝາຍໃນພາສາລາວວ່າ “ທາງລົດຖີບ” ຢູ່ໜ້າຕໍ່ໄປ. ແທນທີ່ຈະເພື່ອຜົນກຳໄລຂອງບັນດາບໍລິສັດກະສິກຳຂະໜາດໃຫຍ່ທັງຫຼາຍ, ນະໂຍບາຍທ້ອງຖິ່ນ ແລະ ນະໂຍບາຍໃນລະດັບປະເທດ ກໍ່ສາມາດວາງອອກມາເພື່ອຜົນປະໂຫຍດຂອງຊາວກະສິກຳລາຍຍ່ອຍ ແລະ ຕະຫຼາດໃນທ້ອງຖິ່ນໄດ້. ເພື່ອປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານ ແລະ ພະຍາດຫົວໃຈໃຫ້ປະສົບຜົນສຳເລັດໄດ້, ແມ່ນຕ້ອງໄດ້ມີການປ່ຽນແປງໃນທຸກລະດັບຂັ້ນ.ທາງລົດຖີບ “ຊີໂຄຼເວຍ” (Ciclovía)
ປະຊາຊົນໃນນະຄອນຫຼວງໂບໂກຕ້າ (Bogota), ປະເທດໂຄໂລມເບຍ (ເຊິ່ງເປັນຕົວເມືອງໃຫຍ່ແຫ່ງໜຶ່ງໃນອາເມລິກາໃຕ້) ຮູ້ສຶກເບື່ອກັບອັນຕະລາຍຈາກຖະໜົນທີ່ແອອັດ ແລະມົນລະພິດທາງອາກາດ. ໂດຍການນຳພາຂອງຄະນະນຳນະຄອນໂບໂກຕ້າທີ່ມີແນວຄິດກວ້າງໄກເພື່ອອະນາຄົດ, ພວກເຂົາໄດ້ຕັດສິນໃຈເຮັດບາງຢ່າງກັບບັນຫາທີ່ປະເຊີນຢູ່: ພວກເຂົາເຈົ້າໄດ້ເອົາພື້ນທີ່ຖະໜົນບາງສ່ວນຂອງຕົວເມືອງກັບຄືນມາຈາກການໃຊ້ລົດໃຫ່ຍ ແລະລົດບັນທຸກ, ແລ້ວເຮັດໃຫ້ເປັນຕົວເມືອງທີ່ໜ້າຢູ່ຂຶ້ນສຳລັບຊາວເມືອງ. ພວກເຂົາເຈົ້າຈັດສັນພື້ນທີ່ໃນຕົວເມືອງຄືນໃໝ່ໂດຍການຍົກເລີກບໍ່ໃຫ້ມີບ່ອນຈອດລົດໃຫ່ຍຫຼາຍຮ້ອຍບ່ອນ, ສ້າງເສັ້ນທາງສຳລັບລົດຖີບ ທີ່ມີລະຍະທາງຍາວຫຼາຍກ່ວາ 300 ກິໂລແມັດ, ແລະ ຈຳກັດຈຳນວນລົດໃຫຍ່ທີ່ໃຫ້ແລ່ນຕາມທ້ອງຖະໜົນໃນເມືອງໃນເວລາທີ່ລົດຕິດໃຫ້ໜ້ອຍລົງ.
ແນວຄວາມຄິດສ້າງສັນອັນໜ້າຕື່ນເຕັ້ນທີ່ສຸດຂອງພວກເຂົາ (ໃນປະຈຸບັນນີ້ມີຫຼາຍປະເທດໃນທົ່ວໂລກໄດ້ເຮັດຕາມແນວຄິດນີ້ແລ້ວ) ແມ່ນ “ຊີໂຄຼເວຍ” (Ciclovía) ຫຼື “ທາງລົດຖີບ”: ທຸກໆວັນອາທິດ, ຖະໜົນຫຼັກຫຼາຍເສັ້ນໄດ້ຖືກປິດບໍ່ໃຫ້ລົດໃຫຍ່ສັນຈອນ. ເປີດໃຫ້ສະເພາະ ຄົນຂີ່ລົດຖີບ, ນັກຫຼິ້ນສະເກັດ, ຄົນນັ່ງລົດເຂັນ ແລະ ຄົນຍ່າງເຂົ້າມາໃຊ້ແທນ. ໃນສວນສາທາລະນະ, ແມ່ນໄດ້ຈັດໃຫ້ມີຊົ່ວໂມງສອນນຳພາເຕັ້ນ-ອອກກໍາລັງກາຍໃຫ້ປະຊົນໂດຍບໍ່ຄິດຄ່າ. ແລະກໍ່ມີລົດຖີບໄວ້ໃຫ້ຢືມຂີ່ໂດຍບໍ່ໄດ້ເສຍຄ່າເຊົ່າເຊັ່ນກັນ.
ເຖິງແມ່ນວ່າມັນເປັນການຈັດຕັ້ງເພື່ອແກ້ໄຂບັນຫາໃຫຍ່ຂອງຕົວເມືອງ, ແຕ່ “ຊີໂຄຼເວຍ” (Ciclovía) ກໍ່ເປັນອັນມ່ວນຊື່ນ. ເຊິ່ງມັນຄ້າຍໆກັບວ່າເປັນງານປາຕີ້ປະຈຳອາທິດທີ່ທຸກໆຄົນໃນເມືອງຖືກເຊີນມາຮ່ວມ. ເດັກນ້ອຍ ແລະ ພໍ່ຕູ້ແມ່ຕູ້ມາເຕັ້ນ-ອອກກຳລັງກາຍ ຮ່ວມກັນຕາມສວນສາທາລະນະ ແລະ ຜູ້ຄົນທຸກເພດທຸກໄວມາຂີ່ລົດຖີບຫຼິ້ນອອກກຳລັງກາຍ, ຫຼິ້ນສະເກັດ ແລະ ແລ່ນອອກກຳລັງກາຍໄປມາຕາມທ້ອງຖະໜົນ ທີ່ຕາມວັນເວລາປົກກະຕິແມ່ນແອອັດໄປດ້ວຍຍານພາຫະນະໃຫຍ່ນ້ອຍຕ່າງໆ. ມັນເປັນວິທີການທີ່ມ່ວນຊື່ນໃນການອອກກຳລັງກາຍ, ໄດ້ພົບປະກັບເພື່ອນບ້ານ, ເພື່ອນຮ່ວມວຽກ, ແລະ ສ້າງໝູ່ໃໝ່. ມັນເປັນວິທີການດຳລົງຊີວິດໃນຕົວເມືອງທີ່ແຕກຕ່າງ ແລະ ດີຂື້ນ.