Hesperian Health Guides

ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ​​ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ

ພະຍາດຫົວໃຈແມ່ນຫຍັງ?
NWTND heart Page 1-1.png
ຫົວໃຈເຮັດວຽກທັງເວັນແລະຄືນເພື່ອສູບສີດເລືອດໄປຫຼໍ່ລ້ຽງທົ່ວຮ່າງກາຍ. ໃຫ້ເອົານິ້ວມືຈັບກວດເບິ່ງບາດເຕັ້ນຫົວໃຈທີ່ຕີຢູ່ສະເໝີນັ້ນໄດ້ຢູ່ຂ້າງຄໍ ຫຼື ຢູ່ຂໍ້ມືຂອງເຈົ້າ.

ຮ່າງກາຍຂອງຄົນເຮົາຈຳເປັນຕ້ອງມີຫົວໃຈທີ່ແຂງແຮງ ແລະສົມບູນ ເພື່ອສູບສີດເລືອດຈາກຫົວໃຈໄປຫາອະໄວຍະວະໃນທຸກພາກສ່ວນຂອງຮ່າງກາຍຜ່ານທາງເສັ້ນເລືອດແດງ (arteries) ແລະຈາກນັ້ນກໍ່ກັບຄືນສູ່ຫົວໃຈຜ່ານທາງເສັ້ນເລືອດດຳ (veins). ຖ້າວ່າ ເສັ້ນເລືອດແດງເກີດມີການອຸດຕັນ ຫຼື ບອບບາງແຕກງ່າຍ, ປະລິມານເລືອດກັບຄືນສູ່ຫົວໃຈກໍ່ຈະບໍ່ພຽງພໍ, ເຊິ່ງຈະພາໃຫ້ຫົວໃຈອ່ອນແອ; ແລະຖ້າຫົວໃຈອ່ອນແອເກີນໄປ, ມັນກໍ່ຈະສູບສີດເລືອດບໍ່ໄດ້ດີ ແລະຕ້ອງໄດ້ເຮັດວຽກໜັກເກີນໄປ.

ຍ້ອນວ່າເລືອດເຮັດໜ້າທີ່ລຳລຽງເອົາອົກຊີແຊນ ແລະສານອາຫານຕ່າງໆໄປຫຼໍ່ລ້ຽງທຸກອະໄວຍະວະໃນທົ່ວຮ່າງກາຍ, ຫາກລະບົບໝູນວຽນເລືອດ ແລະຫົວໃຈເກີດບັນຫາຂຶ້ນມາ ມັນກໍ່ສາມາດສົ່ງຜົນກະທົບຕໍ່ທຸກອະໄວຍະວະໃນທົ່ວຮ່າງກາຍໄດ້. ລະບົບໝູນວຽນເລືອດໃນຮ່າງກາຍຄົນເຮົາກໍ່ຄ້າຍຄືກັບລະບົບນຳ້ປະປາ: ຖ້າວ່າເຄື່ອງສູບນຳ້ (ປຳ້ນຳ້) ເຮັດວຽກໜັກເກີນໄປມັນກໍ່ຈະໄໝ້; ຖ້າຫາກປຳ້ນຳ້ບໍ່ແຮງພໍ, ບ້ານເຮືອນຫຼາຍໆຫຼັງກໍ່ຈະບໍ່ມີນຳ້ໃຊ້. ຖ້າທໍ່ນຳ້ຕັນ ບັນດາເຮືອນຢູ່ຫຼັງທໍ່ທີ່ຕັນນັ້ນນຳ້ກໍ່ຈະບໍ່ອອກ ແລະໃນເຮືອນທີ່ນຳ້ບໍ່ມານັ້ນກໍ່ມີແນວໂນ້ມທີ່ອາດຈະມີບັນຫາ. ລະບົບໝູນວຽນເລືອດໃນຮ່າງກາຍຂອງຄົນເຮົາກໍ່ເຊັ່ນກັນ, ຫາກເສັ້ນເລືອດມີການອຸດຕັນ ອະໄວຍະວະທີ່ເລືອດໄປຫຼໍ່ລ້ຽງບໍ່ໄດ້ກໍ່ອາດຈະເກີດມີບັນຫາການເຈັບປ່ວຍເກີດຂຶ້ນໄດ້.

NWTND heart Page 1-2.png

ບັນຫາໃນເສັ້ນເລືອດແດງ ແລະ ເສັ້ນເລືອດດຳ ແລະບັນຫາກ່ຽວກັບລີ້ນຫົວໃຈ (valves) ທັງໝົດນີ້ເອີ້ນວ່າ ພະຍາດຫົວໃຈ. ພະຍາດຫົວໃຈທີ່ມັກພົບເຫັນທົ່ວໄປ (ເຊິ່ງມັກເອີ້ນອີກຊື່ໜຶ່ງວ່າ ພະຍາດຫົວໃຈແລະເສັ້ນເລືອດ) ແມ່ນລວມມີ:

  • ໂລກເສັ້ນເລືອດແດງແຂງ (arteriolosclerosis): ເມື່ອເສັ້ນເລືອດແດງທີ່ສົ່ງເລືອດຈາກຫົວໃຈໄປຫຼໍ່ລ້ຽງທົ່ວຮ່າງກາຍ ເກີດມີສະພາວະແຂງ, ຕີບ ຫຼື ອຸດຕັນ — ການທີ່ເປັນເຊັ່ນນີ້ຕາມປົກກະຕິແລ້ວກໍ່ເນື່ອງມາຈາກການກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍໃນປະລິມານຫຼາຍເກີນໄປ — ເມື່ອເສັ້ນເລືອດແດງແຂງ, ຕີບ ຫຼື ອຸດຕັນແລ້ວກໍ່ເຮັດໃຫ້ເລືອດກັບຄືນສູ່ຫົວໃຈບໍ່ພຽງພໍ.
  • ໂລກຫົວໃຈຊຸດໂຊມ (congestive heart failure): ເມື່ອຫົວໃຈບໍ່ແຂງແຮງພໍທີ່ຈະສາມາດສູບສີດເລືອດໄດ້ດີ, ສະພາວະນີ້ເອີ້ນວ່າ ຫົວໃຈຊຸດໂຊມ. ມັນເຮັດໃຫ້ຄົນເຈັບເປັນອັນຕະລາຍໄດ້ ເພາະວ່າເລືອດບໍ່ໄປຫຼໍ່ລ້ຽງອະໄວຍະວະຕ່າງໆໃນຮ່າງກາຍໄດ້ຢ່າງພຽງພໍແລະທົ່ວເຖິງ. ດ້ວຍປະລິມານເລືອດໄປລ້ຽງອະໄວຍະວະຕ່າງໆໜ້ອຍ, ຄົນເຈັບກໍ່ເມື່ອຍງ່າຍຂຶ້ນ. ການຂາດການໝູນວຽນເລືອດທີ່ດີກໍ່ສາມາດ
  • ໂລກຫົວໃຈວາຍ (heart attack): ເມື່ອເລືອດມາຂັງຢູ່ພາຍໃນຫົວໃຈ, ກ້າມຊີ້ນຫົວໃຈກໍ່ຈະເກີດຄວາມເສຍຫາຍ ແລະ ຫົວໃຈກໍ່ຈະຢູ່ໃນພາວະອ່ອນແອເກີນໄປທີ່ຈະເຮັດວຽກໄດ້ຕາມປົກກະຕິ. ພາວະດັ່ງກ່າວນີ້ແມ່ນພາວະສຸກເສີນ.
  • ເສັ້ນເລືອດສະໝອງຕີບ ຫຼືແຕກ (stroke): ເມື່ອເລືອດຂຶ້ນມາຫຼໍ່ລ້ຽງສະໝອງມີການອຸດຕັນ ຫຼື ເມື່ອເສັ້ນເລືອດຝອຍໃນສະໝອງແຕກ, ເປັນຜົນໃຫ້ສະໝອງເສຍຫາຍ. ພາວະດັ່ງກ່າວນີ້ແມ່ນພາວະສຸກເສີນ.
  • ໂລກຫົວໃຈຣູມາຕິກ (rheumatic heart disease): ໂລກນີ້ເກີດຂຶ້ນໃນເວລາທີ່ໄຂ້ rheumatic fever ເຮັດໃຫ້ຫົວໃຈເດັກນ້ອຍເກີດຄວາມເສຍຫາຍ (ເບິ່ງໜ້າ 22). ໂລກດ່ັງກ່າວນີ້ສາມາດປິ່ນປົວໄດ້ດ້ວຍການໃຫ້ຢາ ຫຼື ດ້ວຍການຜ່າຕັດ.
  • ໂລກຫົວໃຈໃນເດັກແດງ (newborn heart problems): ເມື່ອເດັກເກີດມາ ໂດຍທີ່ຫົວໃຈມີຮູຮົ່ວ ຫຼື ຫົວໃຈບໍ່ສົມບູນ ມັນອາດຈະພາໃຫ້ເດັກດັ່ງກ່າວນັ້ນມີບັນຫາທາງສຸຂະພາບຫຼາຍຢ່າງ. ບັນຫາຫົວໃຈບົກຜ່ອງນີ້ແມ່ນແກ້ໄຂໄດ້ດ້ວຍການຜ່າຕັດເທົ່ານັ້ນ. ບັນຫາຜິດປົກກະຕິທາງຫົວໃຈເຫຼົ່ານີ້ເອີ້ນວ່າຫົວໃຈບໍ່ສົມບູນ ຫຼື ຫົວໃຈພິການ.

ໃຜແດ່ມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈ?

ພະຍາດຫົວໃຈສ່ວນໃຫຍ່ແມ່ນໄດ້ຄ່ອຍເປັນຂຶ້ນມາເທື່ອລະໜ້ອຍຜ່ານວັນເວລາດົນນານກ່ອນທີ່ຈະມີອາການສະແດງອອກໃຫ້ເຫັນ. ແຕ່ມັນກໍ່ມີເງື່ອນໄຂ ຫຼືສາເຫດສະເພາະຂອງມັນໆຈິ່ງພາໃຫ້ເກີດພະຍາດຫົວໃຈໄດ້, ສະນັ້ນ ມັນຈິ່ງເປັນການງ່າຍໃນການຄາດການໄດ້ວ່າ ຄົນທີ່ມີ 2 ຫຼື ຫຼາຍເງື່ອນໄຂໃນຂ້າງລຸ່ມນີ້ ແມ່ນມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈໃນອີກສອງສາມປີຂ້າງໜ້າ:

  • ມີຄວາມດັນເລືອດສູງກວ່າ 140/90 ໃນທຸກໆຄັ້ງທີ່ວັດແທກ
  • ນຳ້ໜັກຫຼາຍເກີນໄປ
NWTND heart Page 3-1.png
ລາວມັກມີສະພາວະຫາຍໃຈຫອບ (ຫາຍໃຈບໍ່ທັນ) ຢູ່ເລື້ອຍໆ, ແຕ່ພວກເຮົາກໍ່ບໍ່ເຄີຍຄິດເລີຍວ່າມັນເປັນຍ້ອນຫົວໃຈຂອງລາວ.
ໂລກຫົວໃຈວາຍ ຫຼື ພະຍາດເສັ້ນເລືອດສະໝອງຕີບ ຫຼືແຕກ (stroke) ເບິ່ງຄືວ່າມັນເກີດຂຶ້ນກະທັນຫັນ, ແຕ່ພະຍາດຫົວໃຈແມ່ນເລີ່ມເກີດໃນເວລາທີ່ເຈົ້າຍັງໜຸ່ມ ແລະມັນກໍ່ເປັນໜັກຂຶ້ນເມື່ອເວລາຜ່ານໄປຫຼາຍປີ.
  • ເປັນໂລກເບົາຫວານ
  • ສູບຢາ
  • ຜູ້ຊາຍອາຍຸສູງກວ່າ 55 ປີ ຫຼື ແມ່ຍິງອາຍຸສູງກວ່າ 65 ປີ


ບຸກຄະລາກອນທາງການແພດກໍ່ສາມາດປຸກລະດົມຂົນຂວາຍໃຫ້ບັນດາຜູ້ທີ່ມີເງື່ອນໄຂສ່ຽງທີ່ຈະເກີດພະຍາດຫົວໃຈ ໃຫ້ໄປກວດໂລກຄວາມດັນເລືອດ, ເບົາຫວານ ແລະ ລະດັບໄຂມັນໃນເລືອດ (cholesterol levels).

ເຈົ້າກໍ່ສາມາດເຮັດໃຫ້ຄວາມສ່ຽງໃນການເປັນໂລກຫົວໃຈຫຼຸດລົງໄດ້, ແລະພ້ອມດຽວກັນນັ້ນກໍ່ຍັງເປັນການປັບປຸງໃຫ້ໂລກຫົວໃຈທີ່ເປັນຢູ່ນັ້ນດີຂຶ້ນ. ສິ່ງທີ່ເຈົ້າເຮັດໄດ້ກໍ່ຄື: ເຊົາສູບຢາ, ປິ່ນປົວໂລກເບົາຫວານ, ໃຫ້ພະຍາຍາມຫຼີກລ້ຽງອາຫານເຄັມ ແລະອາຫານສຳເລັດຮູບທີ່ບໍ່ເປັນປະໂຫຍດຕໍ່ສຸຂະພາບ, ອອກກຳລັງກາຍໃຫ້ຫຼາຍຂຶ້ນ, ແລະຜ່ອນຄາຍຄວາມຕຶງຄຽດ (stress). ບັນດາການປ່ຽນແປງດັ່ງກ່າວນີ້ຈະຊ່ວຍໃຫ້ຫົວໃຈຂອງເຈົ້າແຂງແຮງ. ຂໍຄຳແນະນຳຈາກບຸກຄະລາກອນທາງການແພດຂອງເຈົ້າ ກ່ຽວກັບ ວິທີການໃນການລົດຄວາມດັນເລືອດ ແລະຊ່ວຍໃຫ້ຫົວໃຈແຂງແຮງ.

ວິທີກວດຫົວໃຈ ແລະລະບົບໝູນວຽນເລືອດ

ບຸກຄະລາກອນທາງການແພດຈະກວດເບິ່ງຫົວໃຈຂອງເຈົ້າເພື່ອຈະໄດ້ຮູ້ວ່າ ຫົວໃຈຂອງເຈົ້າເຮັດວຽກໄດ້ດີຫຼາຍພຽງໃດ, ລາວກວດໂດຍ:

  • ການວັດແທກຄວາມດັນເລືອດ. ການວັດແທກຄວາມດັນນີ້ຈະສະແດງໃຫ້ຮູ້ວ່າ ຫົວໃຈຂອງເຈົ້າເຮັດວຽກໜັກເກີນໄປຫຼືບໍ່ໃນການສົ່ງເລືອດໄປທົ່ວຮ່າງກາຍ. ຫາກຜົນການກວດຄວາມດັນເລືອດໃນແຕ່ລະເທື່ອອອກມາສູງສະເໝີ, ນີ້ເປັນສັນຍານເຕືອນວ່າເຈົ້າເປັນ ຫຼືອາດກຳລັງຈະເປັນໂລກຫົວໃຈ (ຫຼືຫົວໃຈມີບັນຫາ) ທີ່ສາມາດນຳໄປສູ່ຫົວໃຈວາຍ ຫຼື ເສັ້ນເລືອດສະໝອງຕີບ ຫຼືແຕກ (stroke).
  • ການກວດເລືອດເພື່ອເບິ່ງລະດັບໄຂມັນໂຄເລັດສະເຕີໂຣລ໌ (cholesterol) ໃນເລືອດ. ໂຄເລັດສະເຕີໂຣລ໌ (cholesterol) ແມ່ນສານໄຂມັນຊະນິດໜຶ່ງທີ່ຮ່າງກາຍສ້າງຂຶ້ນ (ເບິ່ງໜ້າ 16). ຮ່າງກາຍຄົນເຮົາຕ້ອງການໂຄເລັດສະເຕີໂຣລ໌ (cholesterol) ຈຳນວນໜຶ່ງ, ແຕ່ຖ້າ ໂຄເລັດສະເຕີໂຣລ໌ (cholesterol) ມີປະລິມານຫຼາຍເກີນໄປ ແມ່ນເປັນອາການສະແດງອອກເຊິ່ງບອກໃຫ້ຮູ້ວ່າໂລກຫົວໃຈກຳລັງຈະມາ.


ອາການສະແດງອອກອື່ນໆທີ່ອາດຊີ້ເຖິງໂລກຫົວໃຈ (ຫົວໃຈມີບັນຫາ), ໂດຍສະເພາະ ຖ້າເຈົ້າຮູ້ສຶກວ່າມີອາການນັ້ນເປັນຂຶ້ນມາເລື້ອຍໆ ເຊັ່ນ:

  • ຫົວໃຈເຕັ້ນໄວເກີນໄປ, ຫົວໃຈເຕັ້ນຊ້າເກີນໄປ, ຫຼື ບາດເຕັ້ນຫົວໃຈປ່ຽນແປງຢູ່ເລື້ອຍໆ (ຫົວໃຈເຕັ້ນຜິດຈັ່ງຫວະ (arrhythmia)))
  • ເຈັບໜ້າເອິກ (angina)
  • ມີບັນຫາໃນການຫາຍໃຈ ຫຼື ຮູ້ສຶກຫາຍໃຈຍາກ
  • ມີອາການບວມໃຄ່ຕາມຂາແລະຕີນທັງສອງຂ້າງ
  • ມີບັນຫາໃນການນອນຢຽດຊື່ຕາມປົກກະຕິບໍ່ໄດ້ໃນເວລາກາງຄືນ

ການປ້ອງກັນພະຍາດຫົວໃຈ

ໂລກພະຍາດຫົວໃຈສ່ວນໃຫຍ່ແມ່ນມີສາເຫດມາຈາກອາຫານການກິນ ແລະ ວິຖີການດຳລົງຊີວິດ. ພວກເຮົາສາມາດຄວບຄຸມສິ່ງທີ່ເຮົາກິນແລະວິຖີການດຳລົງຊີວິດໄດ້ບາງສ່ວນ ແຕ່ສ່ວນທີ່ເຫຼືອອີກຫຼາຍຢ່າງແມ່ນຢູ່ນອກເໜືອການຄວບຄຸມຂອງພວກເຮົາ. ມີທີ່ພັກອາໃສທີ່ຖືກສຸກຂະອະນາໄມ ຫຼື ອາຫານການກິນທີ່ມີປະໂຫຍດບໍ ແລະພໍຈະສາມາດຈັດຫາຊື້ມາໃຊ້ໄດ້ບໍ? ເງິນເດືອນພໍໃຊ້ບໍ? ມີສະຖານທີ່ໆປອດໄພສຳລັບອອກກຳລັງກາຍ ແລະໃຫ້ເດັກນ້ອຍໄດ້ຫຼິ້ນບໍ? ມີມົນລະພິດ ຫຼື ຄວັນຢາສູບຢູ່ທົ່ວທຸກສະຖານທີ່ບໍ? ມີການຈຳແນກຊົນຊັ້ນ, ຄວາມທຸກຍາກ, ຊີວິດທີ່ຍາກລຳບາກສຳລັບແມ່ຍິງບໍ? ຫຼື ຄວາມຮຸນແຮງເຮັດໃຫ້ຊີວິດຂອງພວກເຮົາເຄັ່ງຄຽດຢູ່ຕະຫຼອດບໍ? ບົດນີ້ຈະອະທິບາຍເຖິງກົນໄກການເຮັດວຽກຂອງພະຍາດຫົວໃຈ, ແລະພ້ອມນີ້ກໍ່ຍັງໄດ້ແບ່ງປັນແນວຄວາມຄິດກ່ຽວກັບວ່າ ບຸກຄົນ ຄອບຄົວ ແລະຊຸມຊົນຈະສາມາດປ້ອງກັນພະຍາດຫົວໃຈ ເພື່ອໃຫ້ມີຊີວິດທີ່ດີແລະຍືນຍາວຫຼາຍຂຶ້ນໄດ້ແນວໃດ.

NWTND heart Page 4-1.png ເມື່ອເດັກນ້ອຍສາມາດຫຼິ້ນຢ່າງປອດໄພ ແລະໄດ້ກິນອາຫານທີ່ມີປະໂຫຍດໃນແຕ່ລະມື້, ພວກເຂົາເຈົ້າກໍ່ຈະບໍ່ມີບັນຫາສຸຂະພາບຫຼາຍເມື່ອພວກເຂົາເຈົ້າເຕີບໃຫຍ່ຂຶ້ນໄປ.



This page was updated: ໐໙ ພຶດສະພາ ໒໐໑໙