Hesperian Health Guides

ຢາສາມາດຊ່ວຍລົດຄວາມດັນເລືອດລົງໄດ້

ຢູ່ໃນພາກນີ້:

ອາຫານມີປະໂຫຍດ (ມີຄຸນຄ່າທາງໂພສະນາການ) ແລະການອອກກຳລັງກາຍໃຫ້ຫຼາຍຂຶ້ນ ຊ່ວຍເຮັດໃຫ້ສຸຂະພາບຄົນເຈັບໂລກຄວາມດັນເລືອດສູງເກືອບໝົດທຸກຄົນມີສຸຂະພາບດີ. ແຕ່ຄົນເຈັບຈຳນວນໜຶ່ງກໍ່ຍັງຈຳເປັນຕ້ອງໄດ້ໃຊ້ຢາເພື່ອລົດຄວາມດັນ ແລະຄວບຄຸມລະດັບຄວາມດັນເລືອດຂອງພວກເຂົາ. ຖ້າຄວາມດັນເລືອດຂອງເຈົ້າສູງ ພ້ອມນີ້ເຈົ້າກໍ່ຍັງມີບັນຫາສຸຂະພາບອື່ນໆອີກ, ການກິນຢາເປັນປະຈຳທຸກມື້ກໍ່ສາມາດປ້ອງກັນສຸຂະພາບຂອງເຈົ້າບໍ່ໃຫ້ຕົກຢູ່ໃນພາວະສຸກເສີນໄດ້.

NWTND heart Page 13-1.png

ຢາສຳລັບປິ່ນປົວ ຫຼື ຄວບຄຸມໂລກຄວາມດັນເລືອດສູງແມ່ນມີຫຼາຍຊະນິດ; ທຸກຊະນິດແມ່ນໃຫ້ຜົນດີທີ່ສຸດເມື່ອເຈົ້າກິນພວກມັນທຸກມື້. ຕາມປົກກະຕິແລ້ວ ຖ້າຫາກເຈົ້າເຊົາກິນຢາເຫຼົ່ານັ້ນ, ໂລກຄວາມດັນເລືອດຂອງເຈົ້າກໍ່ຈະກັບຄືນມາສູງອີກ. ເມື່ອຢາເຫຼົ່ານີ້ຈຳເປັນຕໍ່ການດຳລົງຊີວິດ (ການມີຊີວິດທີ່ດີ), ບັນດາຄົນເຈັບໂລກເບົາຫວານກໍ່ຈະສາມາດຄຸ້ນເຄີຍກັບການກິນຢາເຫຼົ່ານີ້ທຸກໆມື້.

ຢາປົວໂລກຄວາມດັນບາງຊະນິດສາມາດພາໃຫ້ເກີດອາການຂ້າງຄຽງທີ່ລົບກວນການດຳລົງຊີວິດປະຈຳວັນ ເຊັ່ນ: ຍ່ຽວເລື້ອຍ, ຖອກທ້ອງ, ອາການປຸ້ນທ້ອງປວດຮາກ, ຫຼື ໄອ. ແທນທີ່ຈະຢຸດເຊົາກິນຢາດັ່ງກ່າວນັ້ນໄປຊື່ໆ, ໃຫ້ເຈົ້າສອບຖາມນຳບຸກຄະລາກອນທາງການແພດເບິ່ງວ່າ ມີຢາຊະນິດອື່ນອີກບໍທີ່ຖືກກັບເຈົ້າໂດຍບໍ່ມີຜົນຂ້າງຄຽງຫຍັງ (ຫຼືມີໜ້ອຍກວ່າຢາທີ່ໃຊ້ຢູ່). ແຕ່ຖ້າກິນຢາແລ້ວ, ເຈົ້າເກີດມີຕຸ່ມຜື່ນແດງ ຫຼື ບວມໃຄ່ ໃຫ້ຢຸດຢາດັ່ງກ່າວນັ້ນ ແລະໄປປຶກທ່ານໝໍຂອງເຈົ້າ.

ຄົນເຈັບບາງຄົນອາດຈຳເປັນຕ້ອງກິນຢາປົວຄວາມດັນຫຼາຍກວ່າໜຶ່ງຊະນິດເພື່ອຄວບຄຸມຄວາມດັນເລືອດຂອງພວກເຂົາເຈົ້າ. ສຳລັບຄົນເຈັບທີ່ກິນຢາຄວາມດັນຫຼາຍກວ່າໜຶ່ງຊະນິດນັ້ນ, ມັນອາດຈະເປັນການດີທີ່ ໃຫ້ພວກເຂົາເຈົ້າກິນຢາແຕ່ລະຊະນິດໃນເວລາຕ່າງກັນຂອງມື້ (ກິນຄົນລະເວລາໃນແຕ່ລະມື້).

NWTND heart Page 13-2.png ໃຊ້ກັບບັນຈຸຢາກິນສຳລັບ 7 ມື້ ເພື່ອຊ່ວຍໃຫ້ເຈົ້າບໍ່ລືມກິນຢາຂອງແຕ່ລະມື້ໃຫ້ຄົບຖ້ວນ. ເຈົ້າກໍ່ສາມາດເຮັດກັບໃສ່ຢາມາໃຊ້ເອງໄດ້. ເອົາຢາໃສ່ໃນກັບດັ່ງກ່າວນັ້ນທິດລະເທື່ອ. NWTND heart Page 13-3.png

ຊະນິດຢາປົວຄວາມດັນເລືອດສູງທີ່ມັກໃຊ້ກັນທົ່ວໄປຫຼາຍທີ່ສຸດ ແມ່ນ:

  • ຢາຂັບຍ່ຽວ (diuretics). ຕົວຢ່າງຢາໃນໝວດນີ້ມີ hydrochlorothiazide ແລະ chlorthalidone. ພວກມັນຈະເຮັດໃຫ້ເຈົ້າທຽວຍ່ຽວເລື້ອຍ. ການໃຊ້ຢາໝວດນີ້ຈະຊ່ວຍລົດປະລິມານນຳ້ໃນຮ່າງກາຍລົງ ແລະເຮັດໃຫ້ຄວາມດັນເລືອດຫຼຸດລົງ.
  • ຢາ Calcium channel blockers. ຢາໃນໝວດຢານີ້ລວມມີ: amlodipine, nifedipine, diltiazem, ແລະ verapamil. ຢາດັ່ງກ່າວເຫຼົ່ານີ້ຊ່ວຍປ້ອງກັນເສັ້ນເລືອດຕີບ ເຊິ່ງຈະຊ່ວຍໃຫ້ຄວາມດັນເລືອດຫຼຸດລົງ.
  • ຢາ ACE inhibitors ແລະ ARBs. ຕົວຢ່າງຢາໃນໝວດນີ້ມີ captopril, enalapril, lisinopril, ແລະ losartan. ຢາດັ່ງກ່າວເຫຼົ່ານີ້ຊ່ວຍປ້ອງກັນເສັ້ນເລືອດຕີບ ເຊິ່ງຈະຊ່ວຍໃຫ້ຄວາມດັນເລືອດຫຼຸດລົງ. ຢາເຫຼົ່ານີ້ຍັງຊ່ວຍປົກປ້ອງໝາກໄຂ່ຫຼັງ ແລະມັກໃຊ້ກັບຄົນເຈັບໂລກເບົາຫວານ ທີ່ຈຳເປັນຕ້ອງໄດ້ລົດຄວາມດັນເລືອດນຳ.
  • ຢາ Beta blockers. ຕົວຢ່າງຢາໃນໝວດຢານີ້ມີ atenolol, metoprolol, bisoprolol, ແລະ carvedilol. ພວກມັນຈະເຮັດໃຫ້ຫົວໃຈຕີ (ເຕັ້ນ) ຊ້າລົງໜ້ອຍໜຶ່ງ ແລະຫົວໃຈກໍ່ສູບສີດເລືອດດ້ວຍກຳລັງທີ່ອ່ອນລົງ ເຊິ່ງຈະພາໃຫ້ຄວາມດັນເລືອດຫຼຸດລົງ. ໃນເວລາໃຊ້ beta blockers ເພື່ອປິ່ນປົວໂລກຄວາມດັນເລືອດສູງ ແມ່ນຈະໃຊ້ມັນຮ່ວມກັບຢາຂັບຍ່ຽວ (diuretics) ຫຼື ຢາປົວຄວາມດັນອື່ນໆ.

ພືດໄມ້ສະໝູນໄພບາງຊະນິດອາດຊ່ວຍລົດຄວາມດັນເລືອດໄດ້

NWTND heart Page 15-1.png
ໃບຕຳແຍມີທາດແຄນຊຽມ (calcium), ວິຕາມິນເຄ (K), ອາຊິດໂຟລິກ (folic acid), ແລະສານອາຫານສຳຄັນອື່ນໆ, ແລະອາດຊ່ວຍລົດຄວາມດັນເລືອດໄດ້. ປອດໄພສຳລັບໃຊ້ກັບແມ່ຍິງຖືພາ. ແຕ່ໃນເວລາເກັບເອົາພວກມັນນັ້ນ ແມ່ນໃຫ້ປ້ອງກັນມືຂອງເຈົ້າໃຫ້ດີ ຖ້າບໍ່ດັ່ງນັ້ນເຈົ້າຈະມີອາການຄັນຄາຍ!

ພືດໄມ້ສະໝູນໄພທີ່ມີໃນຂົງເຂດທີ່ເຈົ້າອາໄສ ອາດສາມາດນຳມາໃຊ້ເປັນຢາລົດຄວາມດັນເລືອດໄດ້. ຕົວຢ່າງເຊັ່ນ: ໃບຕຳແຍ (stinging nettle (urtica dioica)), ຊ່ວຍໃຫ້ເຈົ້າຍ່ຽວຫຼາຍຂຶ້ນ ແລະຊ່ວຍລົດປະລິມານຂອງແຫຼວໃນຮ່າງກາຍລົງ, ເຊິ່ງນີ້ກໍ່ເປັນວິທີທາງອັນໜຶ່ງໃນການລົດຄວາມດັນເລືອດ. ຕົ້ນສົ້ມພໍດີ (hibiscus sabdariffa) ກໍ່ສາມາດຊ່ວຍລົດຄວາມດັນເລືອດໄດ້, ແລະມັນກໍ່ມີຢູ່ໃນຫຼາຍໆເຂດ. ໝາກ ແລະ ດອກຂອງຕົ້ນຮໍທອນເບີຣີສ໌ (hawthorn berries (crataegus)) ອາດຈະສາມາດຊ່ວຍລົດ cholesterol ແລະ ລົດຄວາມດັນເລືອດລົງ ໂດຍທີ່ມັນຊ່ວຍໃຫ້ເລືອດໝູນວຽນໃນຮ່າງກາຍໄດ້ດີຂຶ້ນ. ແຕ່ວ່າ, ບໍ່ຄວນໃຊ້ຕົ້ນ hawthorn ກັບແມ່ຍິງຖືພາ. ການນຳໃຊ້ຜັກກະທຽມ ແລະ ຂີ້ໝິ້ນ (turmeric) ເປັນສ່ວນປະສົມໃນອາຫານທີ່ເຈົ້າກິນ ກໍ່ອາດຈະຊ່ວຍລົດຄວາມດັນເລືອດໄດ້ເຊັ່ນກັນ.

ພືດສະໝູນໄພເຫຼົ່ານີ້ແມ່ນມັກເອົາມາຕົ້ມດື່ມກິນຄືກັບນຳ້ຊາ ຫຼື ເອົາມາສະກັດເປັນຢາປົວພະຍາດ. ໃຫ້ສອບຖາມນຳໝໍຕຳແຍ, ໝໍຢາພື້ນເມືອງ ແລະແມ່ຍິງຊະລາໃນຊຸມຊົນເບິ່ງວ່າພວກເຂົາເຈົ້າຮູ້ຈັກພືດໄມ້ທີ່ມີປະໂຫຍດຕໍ່ສຸຂະພາບ ແລະພືດໄມ້ທີ່ເປັນຢາສະໝູນໄພອັນໃດແດ່, ຫາ ຫຼື ຊື້ໄດ້ຢູ່ໃສໃນລາຄາຖືກ, ວິທີການໃນການປຸງແຕ່ງເປັນຢາ ແລະວິທີການນຳໃຊ້ຢ່າງປອດໄພໂດຍບໍ່ມີອັນຕະລາຍຕໍ່ສຸຂະພາບ.

ຄືກັນກັບການໃຊ້ຢາປົວພະຍາດອື່ນໆ ໃນເວລາໃຊ້ພືດໄມ້ຢາສະໝູນໄພນັ້ນກໍ່ໃຫ້ໃຊ້ດ້ວຍຄວາມລະມັດລະວັງ. ໃຫ້ຊອກຮູ້ລາຍລະອຽດກ່ຽວກັບພືດຢາສະໝູນໄພນັ້ນວ່າ ປະລິມານທີ່ຖືກຕ້ອງໃນການກິນຢານັ້ນແມ່ນຫຼາຍພຽງໃດຈິ່ງພໍດີ, ມັນມີປະຕິກິລິຍາກັບພືດໄມ້ ຫຼື ຢາປົວພະຍາດຊະນິດອື່ນໆບໍທີ່ເຈົ້າອາດຈະກິນ, ແລະຊອກຮູ້ວ່າມັນປອດໄພບໍສຳລັບໃຊ້ໃນລະຍະຖືພາ. ພືດໄມ້ສະໝູນໄພບາງຊະນິດທີ່ໃຊ້ປິ່ນປົວໂລກອື່ນ ຫຼື ອາການອື່ນອາດຈະພາໃຫ້ຄວາມດັນເລືອດສູງຂຶ້ນໄດ້, ດັ່ງນັ້ນ ໃຫ້ຊອກຮູ້ກ່ຽວກັບ ພືດໄມ້ສະໝູນໄພ ທີ່ເຈົ້າກິນຢູ່ນັ້ນເພື່ອໃຫ້ຮູ້ວ່າ ມັນອາດກຳລັງເຮັດໃຫ້ຄວາມດັນເລືອດເຈົ້າສູງຂຶ້ນຫຼືບໍ່.

ສຳລັບຄົນທີ່ເປັນຄວາມດັນເລືອດສູງເກືອບໝົດທຸກຄົນ, ບໍ່ວ່າຈະເປັນຢາສະໝູນໄພ ຫຼື ຢາສະໄໝໃໝ່ກໍ່ຈະບໍ່ຊ່ວຍຫຍັງໄດ້ຫຼາຍ ຖ້າພວກເຂົາເຈົ້າບໍ່ກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ແລະອອກກຳລັງກາຍໃຫ້ພຽງພໍ. ອາຫານມີປະໂຫຍດ, ນຳ້ສະອາດ, ຄວາມປອດໄພຂັ້ນພື້ນຖານ, ແລະວິຖີການດຳລົງຊີວິດທີ່ດີ ສິ່ງທັງໝົດເຫຼົ່ານີ້ແມ່ນສຳຄັນທີ່ສຸດ.

NWTND heart Page 15-2.png ມີການນຳໃຊ້ຕົ້ນສົ້ມພໍດີ (hibiscus) ເພື່ອປິ່ນປົວຄວາມດັນເລືອດສູງຢ່າງກວ້າງຂວາງໃນທົ່ວໂລກ. ນອກຈາກຊື່ສົ້ມພໍດີແລ້ວ ພືດໄມ້ດອກສີແດງນີ້ກໍ່ຍັງມີຊື່ທີ່ເປັນທີ່ຮູ້ຈັກກັນທົ່ວໄປຄື: ຕົ້ນກະຈຽບ (roselle, rosella,…). ກະກຽມເຮັດນຳ້ກະຈຽບ (ສົ້ມພໍດີ) ດື່ມ ໂດຍການເອົາດອກສົ້ມພໍດີແຫ້ງລົງແຊ່ໄວ້ໃນຈອກນຳ້ຮ້ອນປະມານ 5 ຫຼື 6 ນາທີ ແລ້ວຈິ່ງເອົາມາດື່ມ. ໃຫ້ດື່ມນຳ້້ສົ້ມພໍດີນີ້ ເທື່ອລະໜຶ່ງຈອກແກ້ວ ດື່ມເວລາມັນອຸ່ນ ຫຼື ເຢັນກໍ່ໄດ້, ກິນທຸກມື້ໆລະ 3 ຄັ້ງ, ເປັນເວລາ 5 ຫຼື 6 ອາທິດ. ດື່ມຕໍ່ໄປເປັນເວລາຫຼາຍກວ່ານັ້ນກໍ່ບໍ່ມີອັນຕະລາຍຫຍັງ. ການດື່ມນຳ້ສົ້ມພໍດີໂດຍບໍ່ໃສ່ນຳ້ຕານ ຫຼືໃສ່ນຳ້ຕານໜ້ອຍໜຶ່ງແມ່ນດີທີ່ສຸດ, ເພາະວ່ານຳ້ຕານເຮັດໃຫ້ຫົວໃຈເກີດບັນຫາ, ໂລກເບົາຫວານ, ແລະເຮັດໃຫ້ບັນຫາສຸຂະພາບອື່ນໆທີ່ເປັນຢູ່ນັ້ນຊຸດໂຊມລົງ.



This page was updated: ໐໙ ພຶດສະພາ ໒໐໑໙