Hesperian Health Guides

ຄວາມທຸກຍາກ ແລະຄວາມບໍ່ສະເໝີພາບພາໃຫ້ເກີດພະຍາດຫົວໃຈ

ຢູ່ໃນພາກນີ້:

ພະຍາດຫົວໃຈ, ຄວາມດັນເລືອດສູງ ແລະ ໂລກເບົາຫວານກຳລັງເຮັດໃຫ້ຊີວິດຜູ້ຄົນຍາກລຳບາກຫຼາຍຍິ່ງຂຶ້ນ ແລະກຳລັງເປັນສາເຫດຂອງການເສຍຊີວິດທີ່ເພີ່ມຂຶ້ນ ທັງໃນປະເທດທີ່ທຸກຍາກແລະປະເທດທີ່ຮັ່ງມີ. ສະພາບການປ່ຽນແປງດັ່ງກ່າວນີ້ສ່ວນໃຫຍ່ແມ່ນເປັນຍ້ອນລະບົບເສດຖະກິດທີ່ເຮັດໃຫ້ເກີດມີຄວາມບໍ່ສະເໝີພາບຫຼາຍຂຶ້ນ, ບີບໃຫ້ປະຊາຊົນຜູ້ທຸກຍາກຕ້ອງໄດ້ໃຊ້ຈ່າຍຫຼາຍຂຶ້ນເພື່ອໃຫ້ມີຊີວິດຢູ່ລອດ, ແລະປ່ອຍໃຫ້ອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບ ແລະເຄື່ອງດື່ມພວກນຳ້ຫວານທີ່ຜະລິດໂດຍທຸລະກິດຂະໜາດໃຫຍ່ເຂົ້າມາວາງຈຳໜ່າຍໃຫ້ຊື້ຫາໄດ້ງ່າຍກວ່າອາຫານທີ່ປູກ ຫຼື ປຸງແຕ່ງເອງໃນທ້ອງຖິ່ນ. ຄວາມທຸກຍາກຍັງບີບໃຫ້ປະຊາຊົນຜູ້ທຸກຍາກຕ້ອງໄດ້ມາໃຊ້ຊີວິດຢູ່ໃນສະພາບທີ່ແອອັດ, ມີມົນລະພິດທາງອາກາດ ຫຼື ມົນລະພິດທາງນຳ້, ບໍ່ມີສະຖານທີ່ໆປອດໄພເພື່ອໄປຍ່າງອອກກຳລັງກາຍ ຫຼື ຫຼິ້ນ. ໝາກຜົນທັງໝົດຂອງສິ່ງດັ່ງກ່າວນີ້ກໍ່ຄືຜູ້ຄົນເປັນພະຍາດຫົວໃຈ ແລະ ໂລກເບົາຫວານເພີ່ມຫຼາຍຂຶ້ນ. ໂລກພະຍາດເຫຼົ່ານີ້ເປັນສິ່ງທີ່ຮ້າຍແຮງຫຼາຍສຳລັບຜູ້ຄົນທຸກຍາກທີ່ບໍ່ສາມາດເຂົ້າເຖິງການດູແລຮັກສາສຸຂະພາບ ຫຼື ຢາປິ່ນປົວພະຍາດທີ່ພວກເຂົາເຈົ້າຕ້ອງການ. Lo NWTND heart Page 24-1.png

ການບໍ່ໄດ້ຮັບຄວາມສະເໝີພາບ ຫຼື ໂອກາດໃນການມີຊີວິດທີ່ດີກວ່ານັ້ນບໍ່ພຽງແຕ່ບໍ່ເປັນທຳແຕ່ມັນຍັງເປັນອັນຕະລາຍຕໍ່ສຸຂະພາບຂອງເຈົ້ານຳ. ມັນອາດຈະເຮັດໃຫ້ເຈົ້າບໍ່ໄດ້ກິນອາຫານທີ່ມີປະໂຫຍດ, ມັນເຮັດໃຫ້ເຈົ້າຕ້ອງເລືອກລະຫວ່າງວຽກທີ່ສ່ຽງອັນຕະລາຍ ຫຼື ບໍ່ມີວຽກເຮັດເລີຍ, ມັນຍັງບີບໃຫ້ເຈົ້າຕ້ອງໄດ້ອອກຈາກເຮືອນໄປເຮັດວຽກບ່ອນອື່ນ, ຫຼືປະປ່ອຍໃຫ້ເຈົ້າປະເຊີນໜ້າກັບຄວາມຮຸນແຮງໃນທ້ອງຖິ່ນ. ແລະຖ້າເຈົ້າພະຍາຍາມປ່ຽນແປງສະພາບທີ່ບໍ່ພຶງປະສົງນັ້ນ ມັນກໍ່ອາດເກີນຄວາມອາດສາມາດເຈົ້າທີ່ຈະເຮັດໄດ້. ສະພາບຫຍຸ້ງຍາກນີ້ພາໃຫ້ເກີດຄວາມຮູ້ສຶກຕຶງຄຽດ (ຄວາມກົດດັນ). ຄວາມກົດດັນ (ຄວາມຕຶງຄຽດ) ແມ່ນໝາຍເຖິງທັງຄວາມຮູ້ສຶກຂອງພວກເຮົາ — ຄວາມໂສກເສົ້າ, ຄວາມວິຕົກກັງວົນ, ຄວາມຢ້ານ — ແລະວິທີການທີ່ຮ່າງກາຍພວກເຮົາມີປະຕິກິລິຍາໃນເວລາຈັດການຮັບມືກັບສະຖານະການທີ່ຫຍຸ້ງຍາກດັ່ງກ່າວນັ້ນ.

ສະພາບການຫຍຸ້ງຍາກພາໃຫ້ເກີດຄວາມຕຶງຄຽດ

ເມື່ອມີບັນຫາເກີດຂຶ້ນ, ພວກເຮົາກໍ່ຈະຮູ້ສຶກຕຶງຄຽດໄປນຳ. ຄວາມຕຶງຄຽດເປັນສາເຫດພາໃຫ້ຮ່າງກາຍມີປະຕິກິລິຍາໂຕ້ຕອບຂຶ້ນພາຍໃນ ເຊັ່ນ: ຫົວໃຈເຕັ້ນໄວ, ເຫື່ອອອກຕາມຝາມື, ຫຼື ຮູ້ສຶກຄືຊິເປັນລົມ. ການປ່ຽນແປງທາງຮ່າງກາຍເຫຼົ່ານີ້ເກີດຂຶ້ນຍ້ອນຮ່າງກາຍປ່ອຍສານເຄມີ (ຮໍໂມນ) ອອກມາຕາມທຳມະຊາດເພື່ອໂຕ້ຕອບກັບບາງສິ່ງບາງຢ່າງທີ່ເປັນຕາຢ້ານກົວ ຫຼື ເຮັດໃຫ້ພວກເຮົາວິຕົກກັງວົນໃຈ. ຖ້າເບິ່ງໃນດ້ານບວກ, ຮໍໂມນທີ່ຮ່າງກາຍປ່ອຍອອກມານັ້ນເຕືອນຮ່າງກາຍເຮົາໃຫ້ແລ່ນໜີ ຫຼື ຕໍ່ສູ້ກັບຜູ້ ຫຼື ສິ່ງທີ່ຈະມາທຳຮ້າຍເຮົານັ້ນ. ຮໍໂມນແຫ່ງຄວາມຕຶງຄຽດ ແລະຜົນກະທົບຂອງພວກມັນຫາຍໄປຢ່າງໄວວາ ຖ້າສາເຫດຂອງຄວາມຕຶງຄຽດໝົດໄປ. ແຕ່ສຳລັບຄົນທີ່ຕຶງຄຽດຢູ່ຕະຫຼອດເວລານັ້ນ, ຮ່າງກາຍຂອງພວກເຂົາເຈົ້າບໍ່ມີໂອກາດໄດ້ຟື້ນຄືນສູ່ສະພາບປົກກະຕິ, ຜົນກະທົບຂອງຄວາມຕຶງຄຽດກໍ່ສະສົມຫຼາຍຂຶ້ນເລື້ອຍໆ, ແລະພວກເຂົາເຈົ້າກໍ່ຈະເຈັບປ່ວຍເລື້ອຍ. ເຖິງແມ່ນວ່າ ພວກເຮົາຈະຄຸ້ນເຄີຍກັບການດຳລົງຊີວິດໃນສະພາບທີ່ຫຍຸ້ງຍາກ ແລະຮູ້ສຶກວ່າມີຄວາມຕຶງຄຽດໜ້ອຍລົງ, ແຕ່ເຖິງກະນັ້ນ ມັນກໍ່ຍັງເປັນອັນຕະລາຍຕໍ່ຮ່າງກາຍພວກເຮົາຢູ່.

ມັນເບິ່ງຄືວ່າຄວາມຕຶງຄຽດບໍ່ມີມື້ໝົດເປັນຈັກເທື່ອ ແລະມີເຕັມໄປໝົດ. ຄວາມຕຶງຄຽດທີ່ເກີດຈາກການມີຊີວິດໃນພາວະສົງຄາມ, ການຍົກຍ້າຍໄປຢູ່ບ່ອນໃໝ່ທີ່ຕົນບໍ່ຮູ້ພາສາ ຫຼື ຮີດຄອງປະເພນີໃນສະຖານທີ່ໃໝ່, ບັນຫາຄອບຄົວ ຫຼື ບັນຫາຄວາມສຳພັນສັ່ນຄອນ, ບັນຫາທີ່ພັກອາໃສ ຫຼື ບັນຫາວຽກເຮັດງານທຳ, ຄວາມວິຕົກກັງວົນຢ້ານບໍ່ປອດໄພ, ການຈຳແນກເຊື້ອຊາດວັນນະ — ຄວາມຕຶງຄຽດຈາກສິ່ງທັງໝົດເຫຼົ່ານີ້ເປັນບັນຫາລົບກວນຈິດໃຈ ແລະເຮັດໃຫ້ຮ່າງກາຍອ່ອນແອ. ຮ່າງກາຍອ່ອນແອບໍ່ສາມາດຕ້ານທານການຕິດເຊື້ອ ແລະການເຈັບເປັນໄດ້ດີຄືເກົ່າ, ແລະມີແນວໂນ້ມຫຼືຄວາມສ່ຽງທີ່ຈະມີບັນຫາສຸຂະພາບເກີດຂຶ້ນຫຼາຍຢ່າງ. ທັງຍິງແລະຊາຍຜູ້ທີ່ມີຄວາມຕຶງຄຽດຢູ່ຕະຫຼອດເວລາແມ່ນມີຄວາມສ່ຽງທີ່ຈະເກີດພະຍາດຫົວໃຈ ແລະໂລກເບົາຫວານຫຼາຍກວ່າຜູ້ທີ່ບໍ່ມີຄວາມຕຶງຄຽດຫຼາຍ.

ຄວາມຕຶງຄຽດ — ແລະໂລກໄພໄຂ້ເຈັບຈາກຄວາມຕຶງຄຽດ — ແມ່ນຜົນຂອງຄວາມບໍ່ເປັນທຳ ແລະຄວາມບໍ່ສະເໝີພາບ. ການປ່ຽນແປງສິ່ງນີ້ແມ່ນສຳຄັນສຳລັບການປັບປຸງສຸຂະພາບໃຫ້ດີຂຶ້ນ.

ບັນດາຜູ້ຄົນເຮັດວຽກເພື່ອປັບປຸງຊ່ວຍເຫຼືອຜູ້ອື່ນໆໃຫ້ມີຄວາມສຸກແລະສຸຂະພາບທີ່ດີກວ່າ

ການສ້າງຊຸມຊົມທີ່ເຂັ້ມແຂງເພື່ອແກ້ໄຂ ບັນຫາຄວາມຮຸນແຮງຕໍ່ແມ່ຍິງ, ການໃຫ້ການສຶກສາທີ່ດີກວ່າແກ່ເດັກນ້ອຍ, ການບໍລິການທີ່ສະເໝີພາບຈາກສຳນັກງານອົງການໆຈັດຕັ້ງຂອງລັດໃນແຕ່ລະເຂດແຂວງ ຫຼື ນະຄອນ, ຫຼື ເພື່ອແກ້ໄຂບັນຫາສຳຄັນຕ່າງໆທີ່ຊຸມຊົມກຳລັງປະເຊີນຢູ່; ການທີ່ຊຸມຊົນສາມັກຄີກັນແກ້ໄຂບັນຫາຕ່າງໆທີ່ກ່າວມານີ້ ກໍ່ຈະສາມາດລົດຄວາມຮູ້ສຶກຕຶງຄຽດລົງໄດ້. ສິ່ງນີ້ມັນບໍ່ແມ່ນເລື່ອງງ່າຍ ທີ່ຈະເຮັດໄດ້. ແຕ່ ດ້ວຍຄວາມອົດທົນ ແລະຄວາມດຸໝັ່ນບຸກບືນຂອງຊຸມຊົນກໍ່ຈະນຳຄວາມປ່ຽນແປງທີ່ສາມາດຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ຄົນໃນຊຸມຊົນໃຫ້ດີຂຶ້ນໄດ້. ເບິ່ງ ກິດຈະກໍາ ເພື່ອສຸຂະພາບແມ່ຍິງ, ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ, Workers’ Guide to Health and Safety (ຄູ່ມືຜູ້ອອກແຮງງານເພື່ອສຸຂະພາບແລະຄວາມປອດໄພ) ແລະ ແຫຼ່ງຊັບພະຍາກອນອື່ນໆຂອງອົງການ Hesperian ທີ່ເວົ້າເຖິງວິທີການໃນການປັບປຸງສຸຂະພາບໂດຍການເນັ້ນໃສ່ແກ້ໄຂບັນຫາຕ່າງໆທີ່ຊຸມຊົມກຳລັງປະເຊີນຢູ່.

Lo NWTND heart Page 25-1.png
ການຕໍ່ສູ້ກັບຄວາມທຸກຍາກ, ການຈຳແນກຊົນຊັ້ນວັນນະ, ຄວາມຮຸນແຮງ, ແລະຄວາມໂດດດ່ຽວປ່ຽວພອຍ ຊ່ວຍໃຫ້ສະພາບເງື່ອນໄຂການດຳລົງຊີວິດດີຂຶ້ນ ແລະວຽກເຮັດທີ່ມີອັນຕະລາຍໜ້ອຍລົງ. ການເຮັດວຽກຮ່ວມກັນກັບຜູ້ອື່ນໆເພື່ອນຳມາຊຶ່ງການປ່ຽນແປງທີ່ດີກວ່າ ເຮັດໃຫ້ພວກເຮົາຮູ້ສຶກມີພະລັງແລະໝັ້ນໃຈຫຼາຍຂຶ້ນ, ເປັນສ່ວນໜຶ່ງຂອງບາງສິ່ງທີ່ໃຫຍ່ກວ່າ, ແລະມີຄວາມສຳພັນອັນດີກັບຜູ້ອື່ນໆທີ່ເຮັດວຽກຮ່ວມກັນ. ຄວາມຮູ້ສຶກເຫຼົ່ານີ້ສາມາດຊ່ວຍໃຫ້ຜ່ອນຄາຍຄວາມຕຶງຄຽດໄດ້.

ເອົາອາຫານບໍ່ມີປະໂຫຍດອອກໄປ ແລ້ວເອົາອາຫານທີ່ມີປະໂຫຍດ ແລະການອອກກຳລັງກາຍເຂົ້າມາແທນ

Lo NWTND heart Page 26-1.png
ປະຫຍັດເງິນເຈົ້າໄວ້ຊື້ອາຫານທີ່ມີປະໂຫຍດຕໍ່ສຸຂະພາບ. ອາຫານບາງຢ່າງພາໃຫ້ຮ່າງກາຍເຈົ້າແຂງແຮງ, ແຕ່ອາຫານອື່ນໆມີແຕ່ສ້າງຮັ່ງຄູນມີໃຫ້ບໍລິສັດໃຫຍ່ໆທັງຫຼາຍ.

ທັງຊຸມຊົນ ແລະລັດຖະບານຕ້ອງໄດ້ເອົາໃຈໃສ່ເຖິງສາເຫດວ່າເປັນຍ້ອນຫຍັງປະຊາຊົນຈິ່ງບໍ່ໄດ້ອອກກຳລັງກາຍພຽງພໍ, ຍ້ອນສາເຫດໃດການຊອກຊື້ຫາອາຫານສົດແລະມີປະໂຫຍດຕໍ່ສຸຂະພາບມາກິນຈິ່ງເປັນການຍາກ, ແລະຍ້ອນເຫດໃດຈິ່ງມີອາຫານບໍ່ມີປະໂຫຍດ ຈຳໜ່າຍຢູ່ທົ່ວທຸກບ່ອນ ແລະມີລາຄາຖືກອີກ. ວິທີທາງບາງຢ່າງທີ່ທາງຊຸມຊົມສາມາດນຳມາໃຊ້ເພື່ອປັບປຸງສຸຂະພາບຊຸມຊົນໃຫ້ດີຂຶ້ນໄດ້ເຊັ່ນ:

  • ການຂຶ້ນພາສີຢາສູບ ແລະເຄື່ອງດື່ມປະເພດນຳ້ຫວານ ເຊັ່ນ: Coca-Cola ເພື່ອປະຊາຊົນຈະຊື້ພວກມັນໜ້ອຍລົງ. ຈາກນັ້ນກໍ່ຈະມີໜ້ອຍຄົນທີ່ເປັນໂລກຕຸ້ຍ, ໂລກເບົາຫວານ ແລະ ພະຍາດຫົວໃຈ.
  • ເຮັດສວນຄົວຂອງໂຮງຮຽນເພື່ອສະໜອງອາຫານທີ່ມີປະໂຫຍດໃຫ້ແກ່ນັກຮຽນ. ບໍ່ໃຫ້ຜູ້ຄ້າຂາຍມາຂາຍອາຫານການກິນທີ່ບໍ່ມີປະໂຫຍດຢູ່ໃກ້ບໍລິເວນໂຮງຮຽນ. ສິ່ງນີ້ຈະປ່ຽນສິ່ງທີ່ນັກຮຽນກິນເປັນອາຫານ ແລະພ້ອມນີ້ກໍ່ຍັງປ່ຽນແປງສິ່ງທີ່ພວກເຂົາເຈົ້າເຄີຍກິນ.
  • ການມີມາດຕະການລົດຜ່ອນການຈໍລະຈອນໃຫ້ເບົາບາງ ເພື່ອໃຫ້ມີຄວາມປອດໄພຫຼາຍຍິ່ງຂຶ້ນໃນການຍ່າງໄປໂຮງຮຽນ, ໄປເຮັດວຽກ, ແລະຕະຫຼາດ. ເຮັດໃຫ້ມັນງ່າຍຂຶ້ນ ແລະປອດໄພຫຼາຍຍິ່ງຂຶ້ນ ໃນການອອກກຳລັງກາຍໃຫ້ໄດ້ຫຼາຍຂຶ້ນ.
  • ເພີ່ມໂອກາດໃຫ້ຜູ້ຄົນໄດ້ເຂົ້າຊົມໃຊ້ສວນສາທາລະນະ ແລະສະຖານທີ່ອື່ນໆ ເຊິ່ງເປັນບ່ອນທີ່ບັນດາຜູ້ຄົນສາມາດຫຼິ້ນກິລາ, ເຕັ້ນລຳ, ຍ່າງ, ຫຼື ອອກກຳລັງກາຍນຳໝູ່. ເມື່ອຜູ້ຄົນຮ່ວມມືກັນເຮັດເພື່ອການປ່ຽນແປງໄປໃນທາງທີ່ດີກວ່າ ພວກເຂົາເຈົ້າກໍ່ຈະຮູ້ສຶກບໍ່ໂດດດ່ຽວ ແລະຮູ້ສຶກຕຶງຄຽດໜ້ອຍລົງ. ອັນນີ້ເປັນຜົນດີຕໍ່ສຸຂະພາບຫົວໃຈ ຫຼື ເຮັດໃຫ້ຫົວໃຈແຂງແຮງຂຶ້ນ.
NWTND heart Page 26-2.png
ຂ້ອຍດີໃຈຫຼາຍທີ່ຄະນະກຳມະການບໍລິຫານຊຸມຊົມສ້າງທາງຍ່າງຂຶ້ນມາ. ດຽວນີ້ພວກເຮົາກໍ່ສາມາດຍ່າງອ້ອມເມືອງ ແລະໄດ້ອອກກຳລັງກາຍ. ມັນດີຕໍ່ສຸຂະພາບຫົວໃຈ ແລະ ຂາຂອງພວກເຮົາ!

ປ່ຽນແປງຂໍ້ຄວາມ!

Lo NWTND heart Page 27-3.png

ໃຫ້ມັນມີລັກສະນະສ້າງສັນໃນການໃຫ້ຜູ້ຄົນໂອ້ລົມສົນທະນາ ແລະສະແດງຄວາມຄິດເຫັນກ່ຽວກັບ ອັນຕະລາຍ (ຫຼື ຜົນຮ້າຍ) ຂອງຜະລິດຕະພັນທີ່ບໍ່ມີປະໂຫຍດຕໍ່ສຸຂະພາບ ແລະໃຜໄດ້ຮັບຜົນປະໂຫຍດຈາກການຂາຍຜະລິດຕະພັນດັ່ງກ່າວ. ຍົກຕົວຢ່າງ, ການເຮັດໃຫ້ຜູ້ຄົນຫັນມາໃສ່ໃຈແລະຄຳນຶງເຖິງໄພອັນຕະລາຍຈາກຜະລິດຕະພັນເຫຼົ່ານັ້ນ ໂດຍການນຳເອົາໂຄສະນາຜະລິດຕະພັນດັ່ງກ່າວ ຈາກໜັງສືພິມ ຫຼື ຈາກແຜ່ນປ້າຍໂຄສະນາຂະໜາດໃຫຍ່ (billboard) ນັ້ນມາ, ແລະ ປ່ຽນແປງຂໍ້ຄວາມໃນໂຄສະນານັ້ນ ເພື່ອຊີ້ໃຫ້ຮູ້ຄວາມເປັນຈິງກ່ຽວກັບຜົນອັນບໍ່ພຶງປາດຖະໜາຈາກຜະລິດຕະພັນດັ່ງກ່າວ ຫຼືເຮັດໃຫ້ຜູ້ເບິ່ງຫຼືອ່ານໂຄສະນານັ້ນມີຄວາມຮູ້ສຶກກົງກັນຂ້າມກັບສິ່ງທີ່ທາງບໍລິສັດຜູ້ຜະລິດສິນຄ້ານັ້ນຕັ້ງໃຈໄວ້. ສິ່ງງ່າຍໆທີ່ສາມາດເຮັດໄດ້ເພື່ອດຶງຄວາມສົນໃຈຜູ້ຄົນໃຫ້ຄຳນຶງເຖິງຜົນຮ້າຍຂອງຜະລິດຕະພັນຕ່າງໆທີ່ມີຕໍ່ສຸຂະພາບ ຄືການເອົາຂໍ້ຄວາມໃໝ່ມາຕິດປ່ຽນຄຳບັນຍາຍໃນໃບເຈັ້ຍໂຄສະນານັ້ນ. ຈາກນັ້ນກໍ່ຖ່າຍຮູບໃບໂຄສະນານັ້ນໄປໃຫ້ໝູ່ຜູ້ອື່ນໆເບິ່ງ ຫຼື ແບ່ງປັນໃຫ້ໝູ່ເບິ່ງທາງອອນລາຍ (online). ຫຼື ເຮັດພາບອິນເຕີເນັດ ຫຼື ອິນເຕີເນັດມີມ (internet meme) ເພື່ອສົ່ງເສີມສຸຂະພາບ ແລະຄວາມເປັນທຳໃນສັງຄົມ. ໃນປຶ້ມຄູ່ມືຂອງທາງອົງການ Hesperian: ກິດຈະກໍາ ເພື່ອສຸຂະພາບແມ່ຍິງ (Health Action for Women) ແມ່ນໄດ້ນຳສະເໜີແນວຄວາມຄິດກ່ຽວກັບກິດຈະກຳຕ່າງໆທີ່ເຮັດເປັນກຸ່ມເພື່ອແກ້ໄຂບັນຫາສຸຂະພາບໃນຫຼາຍປະເທດ, ເຊິ່ງເຈົ້າສາມາດນຳມາປະຍຸກໃຊ້ເພື່ອແກ້ໄຂບັນຫາສຸຂະພາບອັນສຳຄັນໃຫ້ຊຸມຊົນຂອງເຈົ້າ.


This page was updated: ໐໙ ພຶດສະພາ ໒໐໑໙