Hesperian Health Guides
ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ: ຢາປິ່ນປົວ
ຢາປົວຄວາມດັນເລືອດສູງໃຫ້ຜົນຮັບທີ່ແຕກຕ່າງກັນເລັກນ້ອຍໃນຄົນເຈັບແຕ່ລະຄົນ ແລະບັນຫາກ່ຽວກັບຫົວໃຈຂອງຄົນເຈັບແຕ່ລະຄົນກໍ່ອາດແຕກຕ່າງກັນ. ໃນເວລາທີ່ບຸກຄະລາກອນທາງການແພດໃຊ້ຢາເພື່ອປິ່ນປົວຄວາມດັນເລືອດສູງ ແລະໂລກກ່ຽວກັບຫົວໃຈອື່ນໆ, ຕາມທຳມະດາແລ້ວ ພວກເຂົາເຈົ້າເລີ່ມຕົ້ນດ້ວຍໂດຢາຕຳ່ກ່ອນ. ມັນກໍ່ຂຶ້ນກັບວ່າຢາທີ່ໃຊ້ນັ້ນໃຫ້ຜົນໃນການປິ່ນປົວອາການຄົນເຈັບໄດ້ດີພຽງໃດ, ແລະຊ່ວຍລົດຄວາມດັນເລືອດລົງໄດ້ພໍດີບໍ, ແລ້ວກໍ່ມີການປັບໂດຢາຂຶ້ນ ຫຼື ລົງໜ້ອຍໜຶ່ງເພື່ອໃຫ້ມັນພໍດີກັບຄົນເຈັບນັ້ນໆ. ຢາຊະນິດອື່ນກໍ່ອາດຈະໃຫ້ເພີ່ມຕື່ມກັບຢາທີ່ໃຫ້ກ່ອນນັ້ນໄດ້, ຫຼື ໃຊ້ແທນຢາທີ່ໃຫ້ກ່ອນນັ້ນ. ເມື່ອຜົນກວດຄວາມດັນເລືອດອອກມາຢູ່ໃນລະດັບປົກກະຕິ, ສະແດງວ່າ ເຈົ້າກິນຢາຖືກຊະນິດ ແລະ ຖືກໂດ (ຂະໜາດ) ສຳລັບປິ່ນປົວອາການຄວາມດັນເລືອດສູງຂອງເຈົ້າ; ນີ້ເອີ້ນວ່າ ຄວາມດັນເລືອດສູງຂອງເຈົ້າຢູ່ໃຕ້ການຄວບຄຸມ ຫຼື ປິ່ນປົວໄດ້ແລ້ວ. ເມື່ອເລີ່ມການປິ່ນປົວຄວາມດັນເລືອດສູງ, ໃຫ້ກວດຄວາມດັນເລືອດໃນທຸກໆສອງ ຫຼື ສາມອາທິດ.
ພ້ອມນີ້ ບຸກຄະລາກອນທາງການແພດກໍ່ຍັງຕິດຕາມເບິ່ງຜົນຂ້າງຄຽງຂອງຢາທີ່ໃຊ້ກັບຄົນເຈັບນັ້ນນຳ, ຖ້າມີ, ແລະຮູ້ວ່າຢາທີ່ໃຊ້ປິ່ນປົວນັ້ນສາມາດຫາໄດ້ທົ່ວໄປບໍ ແລະ ລາຄາພໍຊື້ຫາມາໃຊ້ໄດ້ບໍ ຫຼືບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ. ຖ້າຫາກຄົນເຈັບຢຸດກິນຢາປົວຄວາມດັນຍ້ອນຜົນຂ້າງຄຽງຂອງມັນ ຫຼື ຍ້ອນລາຄາຢາແພງ, ບຸກຄະລາກອນທາງການແພດທີ່ກ່ຽວຂ້ອງສາມາດຫາທາງຊ່ວຍແກ້ໄຂບັນຫານັ້ນໃຫ້ຄົນເຈັບ.
ຢາປົວຄວາມດັນເລືອດສູງສຳລັບຜູ້ໃຫຍ່ທີ່ມັກໃຊ້ກັນທົ່ວໄປລວມມີ:
- ຢາ hydrochlorothiazide (HCTZ) ຫຼື ຢາຂັບຍ່ຽວຊະນິດອື່ນໆ (“ຢາຂັບນຳ້”)
- amlodipine ຫຼື ຢາ calcium channel blocker ອື່ນໆ (ຊື່ຢາເຫຼົ່ານີ້ແມ່ນມັກລົງທ້າຍດ້ວຍ -dipine)
- ) ຢາ captopril, enalaril ຫຼື ຢາ ACE inhibitor ອື່ນໆ (ຊື່ຢາເຫຼົ່ານີ້ແມ່ນມັກລົງທ້າຍດ້ວຍ -pril)
- ຢາ losartan ຫຼື ຢາ ARB ອື່ນໆ (ຊື່ຢາເຫຼົ່ານີ້ແມ່ນມັກລົງທ້າຍດ້ວຍ -sarten)
- ຢາ atenolol ຫຼື ຢາ beta blocker ອື່ນໆ (ຊື່ຢາເຫຼົ່ານີ້ແມ່ນມັກລົງທ້າຍດ້ວຍ -lol). ເມື່ອໃຊ້ຢາ beta blockers ເພື່ອປິ່ນປົວຄວາມດັນເລືອດສູງ, ພວກມັນຈະໃຊ້ຮ່ວມກັບຢາອື່ນໆນຳ.
ນອກນີ້ກໍ່ຍັງມີຢາຫຼາຍຊະນິດ ທີ່ລວມຢາປົວຫົວໃຈສອງຢ່າງໄວ້ໃນເມັດດຽວ. ຢາເຫຼົ່ານີ້ອາດມີລາຄາແພງກວ່າຊື້ແຍກຢ່າງລະເມັດ, ແຕ່ມັນອາດສະດວກສະບາຍກວ່າ.
ໃຫ້ຮຽນຮູ້ຈາກບຸກຄະລາກອນທາງການແພດຜູ້ມີປະສົບການ ວ່າຢາຊະນິດໃດແດ່ສາມາດໃຊ້ຮ່ວມກັນໄດ້. ຮຽນຮູ້ວ່າຢາຊະນິດໃດມີຂະໜາດ (ຫຼື ໂດ) ຢາເລີ່ມຕົ້ນສຳ່ໃດຈິ່ງຈະໄດ້ຜົນດີທີ່ສຸດ ໃນເວລາຄົນເຈັບມີຄວາມດັນເລືອດສູງຮ່ວມກັບບັນຫາສຸຂະພາບອັນອື່ນນຳ ເຊັ່ນ: ຫົວໃຈຊຸດໂຊມ (congestive heart failure), ໄຂມັນ cholesterol ສູງ, ໂລກເບົາຫວານ, ຫຼື ໝາກໄຂ່ຫຼັງມີບັນຫາ.
ສຳລັບຄົນເຈັບ ອາຍຸ 60 ປີຂຶ້ນໄປ ທີ່ເລີ່ມກິນຢາລົດຄວາມດັນເລືອດສູງເທື່ອທຳອິດ, ແມ່ນໃຫ້ເລີ່ມຈາກຂະໜາດຢາທີ່ຕຳ່ທີ່ສຸດ.
ຖ້າເຫັນວ່າຢາທີ່ໃຊ້ນັ້ນຄືຈະບໍ່ໄດ້ຜົນ, ໃຫ້ກວດເບິ່ງວ່າ ຄົນເຈັບເປັນພະຍາດໝາກໄຂ່ຫຼັງບໍ, ມີບັນຫາການກິນຢາບໍ່ຖືກຂະໜາດ (ໂດ) ບໍ, ມີຢາຕົວອື່ນອີກບໍທີ່ຄົນເຈັບກິນ, ຫຼືມີບັນຫາກ່ຽວກັບຕ່ອມໄທຣອຍບໍ.
ເນື້ອໃນ
ຢາຂັບຍ່ຽວ (“ຢາຂັບນຳ້”)
ຢາ hydrochlorothiazide (HCTZ), chlorthalidone, spironolactone, bendroflumethazide, triamterene ແລະ ຢາ furosemide ແມ່ນຢາຂັບຍ່ຽວ (“ຢາຂັບນຳ້”).
ຢາຂັບຍ່ຽວຊ່ວຍໃຫ້ໝາກໄຂ່ຫຼັງຂັບສານນຳ້ສ່ວນເກີນ ແລະ ໂຊດຽມ (sodium) ອອກຈາກຮ່າງກາຍໂດຍການເຮັດໃຫ້ຄົນເຈັບຍ່ຽວເລື້ອຍຂຶ້ນ. ເມື່ອສານນຳ້ໃນຮ່າງກາຍໜ້ອຍລົງ, ຄວາມດັນເລືອດກໍ່ລົດລົງ. ຢາຂັບຍ່ຽວບາງຊະນິດຊ່ວຍໃຫ້ເສັ້ນເລືອດຂະຫຍາຍກວ້າງອອກເພື່ອຊ່ວຍລົດຄວາມດັນເລືອດລົງ.
ບາງຄັ້ງກໍ່ໃຊ້ ຢາຂັບຍ່ຽວ ເພື່ອປິ່ນປົວອາການໃຄ່ບວມນຳ້ເນື່ອງມາຈາກຫົວໃຈຊຸດໂຊມ (congestive heart failure) ຖ້າບຸກຄະລາກອນທາງການແພດສາມາດຕິດຕາມຜົນຂອງຢາທີ່ໃຊ້ວ່າໄດ້ຜົນດີຫຼືບໍ່ໂດຍການເບິ່ງຈາກຜົນກວດຈາກຫ້ອງແລັບ (lab).
ມີອາການ ວິນວຽນຫົວ, ຍ່ຽວເລື້ອຍ, ເຈັບຫົວ, ຮູ້ສຶກຫິວນຳ້, ກ້າມຊີ້ນປັ້ນ, ແລະເຈັບປວດທ້ອງ. ຄົນເຈັບສ່ວນຫຼວງຫຼາຍມັກຈະກິນຢາຂັບຍ່ຽວໃນເວລາຕອນເຊົ້າ ເພື່ອຫຼີກລ້ຽງການທຽວຍ່ຽວເລື້ອຍໃນເວລາກາງຄືນ.
ແມ່ຍິງຖືພາບໍ່ຄວນໃຊ້ຢາຂັບຍ່ຽວ ເວັ້ນເສຍແຕ່ໃນກໍລະນີທີ່ຢາຊະນິດອື່ນໆບໍ່ສາມາດຄວບຄຸມຄວາມດັນເລືອດລາວໃຫ້ລົດລົງໄດ້.
ອາການສັນຍານອັນຕະລາຍ: ຜື່ນແດງຢ່າງຮຸນແຮງ, ຫາຍໃຈຍາກ, ມີບັນຫາໃນການກືນອາຫານ, ແລະເຈັບປວດຕາມຂໍ້ຕ່າງໆ, ໂດຍສະເພາະໃນຕີນ. ໃຫ້ໄປຫາແພດໝໍເພື່ອປິ່ນປົວທັນທີ
ຢາຂັບຍ່ຽວ ເຊັ່ນ: ຢາ HCTZ, chlorthalidone, ແລະ furosemide ເຮັດໃຫ້ຮ່າງກາຍສູນເສຍທາດໂພຕັດຊຽມ (potassium). ໃຫ້ກິນກ້ວຍ, ໝາກກ້ຽງ, ໝາກນາວ ຫຼື ໝາກອາໂວຄາໂດເລື້ອຍໆເພື່ອທົດແທນທາດໂພຕັດຊຽມທີ່ສູນເສຍໄປ. ຖ້າຜົນກວດເລືອດຊີ້ວ່າລະດັບ potassium ຕຳ່, ຄົນເຈັບບາງຄົນຈຳເປັນຕ້ອງໄດ້ກິນຢາ potassium ຕື່ມ. ຢາ spironolactone ແລະ triamterene ຮັກສາທາດ potassium ໃນຮ່າງກາຍໄວ້. ບາງຄັ້ງກໍ່ໃຊ້ຢາສອງຊະນິດນີ້ຮ່ວມກັບຢາຂັບຍ່ຽວອື່ນໆ ເພື່ອຮັກສາໃຫ້ທາດ potassium ຢູ່ໃນລະດັບປົກກະຕິ ແຕ່ຕ້ອງໄດ້ລະວັງຖ້າໃຊ້ຮ່ວມກັບ ຢາ ACE inhibitor ຫຼື ຢາ ARBs.
ພ້ອມນີ້ ຢາຂັບຍ່ຽວກໍ່ຍັງເຮັດໃຫ້ຮ່າງກາຍສູນເສຍທາດແມັກນີຊຽມ (magnesium). ໃຫ້ກິນຜັກຂຽວ, ນົມສົ້ມ (yogurt), ແລະແກ່ນໝາກອຶເພື່ອທົດແທນທາດແມັກເນຊຽມທີ່ສູນເສຍໄປນັ້ນ.
ຄວນກວດລະດັບທາດ potassium ແລະການເຮັດວຽກຂອງໝາກໄຂ່ຫຼັງ ໃນຫ້ອງແລັບ ພາຍຫຼັງເລີ່ມໃຊ້ຢາຂັບຍ່ຽວ ມາໄດ້ສອງສາມອາທິດ ແລະຈາກນັ້ນໃຫ້ກວດໃນທຸກ 6 - 12 ເດືອນ ຖ້າເຈົ້າກິນຢາ hydroclorothiazide, ແລະໃຫ້ກວດຖີ່ຂຶ້ນກວ່ານັ້ນ ຖ້າເຈົ້າກຳລັງກິນຢາ furosemide. ເພາະຢາ furosemide ເປັນຢາຂັບຍ່ຽວທີ່ແຮງກວ່າໝູ່ ແລະຄົນເຈັບທີ່ໃຊ້ມັນກໍ່ຈຳເປັນຕ້ອງໄດ້ມີການຕິດຕາມອາການຢ່າງໃກ້ຊິດ.
ຢາ HYDROCHLOROTHIAZIDE (HCTZ)
ຢາ hydrochlorothiazide (HCTZ) ແມ່ນມີທັງເມັດຂະໜາດ 25 mg ແລະ 50 mg.
ສຳລັບປິ່ນປົວຄວາມດັນເລືອດສູງ
ຖ້າຫາກຄວາມດັນເລືອດຍັງບໍ່ລົງພາຍຫຼັງໃຫ້ຢາໃນຂະໜາດຕຳ່ມາໄດ້ສອງສາມອາທິດແລ້ວ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນມາເປັນ 25 mg ໂດຍໃຫ້ກິນມື້ລະຄັ້ງ.
ຫ້າມບໍ່ໃຫ້ກິນເກີນ 25 mg ຕໍ່ມື້. ການກິນຢາຫຼາຍເກີນນີ້ ແມ່ນບໍ່ເຮັດໃຫ້ຄວາມດັນເລືອດຂອງເຈົ້າລົດລົງ, ມັນມີແຕ່ຈະພາໃຫ້ເກີດຜົນຂ້າງຄຽງຫຼາຍຂຶ້ນ.
ຢາໃນໝວດ calcium channel blockers
ຢາ amlodipine, nifedipine, diltiazem, ແລະ verapamil ແມ່ນຢາໃນໝວດ calcium channel blockers.
ຢາໃນໝວດ calcium channel blockers ປ້ອງກັນບໍ່ໃຫ້ທາດແຄນຊຽມເຂົ້າໄປໃນເສັ້ນເລືອດ ແລະຫົວໃຈ. ສິ່ງນີ້ເຮັດໃຫ້ເສັ້ນເລືອດຜ່ອນຄາຍ ເຊິ່ງກໍ່ເປັນການຊ່ວຍລົດຄວາມດັນເລືອດລົງ.
ຢາໃນໝວດ calcium channel blockers ກໍ່ຍັງໃຊ້ໃນການປິ່ນປົວອາການເຈັບເອິກນຳ (angina).
ຄົນເຈັບໂລກເບົາຫວານກໍ່ສາມາດກິນ ຢາໃນໝວດ calcium channel blockers ໄດ້.
ຢາ amlodipine ແລະ nifedipine ສາມາດພາໃຫ້ຂໍ້ຕີນໃຄ່ບວມໄດ້. ປ້ອງກັນອາການໃຄ່ບວມດັ່ງກ່າວດ້ວຍການຫຼີກລ້ຽງອາຫານເຄັມ, ການອອກກຳລັງກາຍ, ແລະເວລານັ່ງບໍ່ນັ່ງຫຍ່ອນຂາລົງ (ຮັກສາຂາໄວ້ໃນລະດັບສູງ). ຖ້າຫາກອາການບວມຍັງສືບຕໍ່ເປັນຢູ່, ເຈົ້າອາດຕ້ອງໄດ້ປ່ຽນໄປໃຊ້ຢາໃໝ່.
ຜົນຂ້າງຄຽງເລັກນ້ອຍຕ່າງໆ ເຊັ່ນ: ເຈັບຫົວບໍ່ແຮງ, ຮູ້ສຶກງ່ວງຊຶມ, ຫຼື ເຈັບປວດທ້ອງ ເຊິ່ງບາງຄັ້ງກໍ່ເຊົາໄປເອງພາຍຫຼັງເລີ່ມໃຊ້ຢາດັ່ງກ່າວໄປໄດ້ໜຶ່ງ ຫຼື ສອງອາທິດ. ຖ້າຫາກຜົນຂ້າງຄຽງຂອງມັນຍັງສືບຕໍ່ມີຢູ່, ໃຫ້ປຶກສານຳບຸກຄະລາກອນທາງການແພດເພື່ອປ່ຽນໄປໃຊ້ຢາໃໝ່.
ຢາບາງຊະນິດ ໃນໝວດ calcium channel blockers ແມ່ນບໍ່ສາມາດໃຊ້ກັບແມ່ຍິງຖືພາໄດ້ (ຫຼື ເວົ້າອີກຢ່າງໜຶ່ງວ່າ, ບໍ່ແມ່ນວ່າ ຢາທຸກຊະນິດໃນໝວດ calcium channel blockers ຈະສາມາດໃຊ້ກັບແມ່ຍິງຖືພາໄດ້).
ຄົນເຈັບເປັນໂລກຫົວໃຈຊຸດໂຊມ ແລະ ພະຍາດຫົວໃຈອື່ນໆ ບໍ່ຄວນໃຊ້ຢາໃນໝວດ calcium channel blockers.
ຄົນເຈັບທີ່ກິນຢາໃນໝວດ calcium channel blockers ແລະຍັງກິນຢາໃນໝວດ statins ໄປພ້ອມນັ້ນ ຈຳເປັນຕ້ອງກິນຢາໃນໝວດ statins ໃນຂະໜາດ (ໂດ) ທີ່ຕຳ່ກວ່າ.
ອາການສັນຍານອັນຕະລາຍ: ອາການຜື່ນແດງຮຸນແຮງ, ເຈັບເອິກ, ເປັນວິນ, ຫົວໃຈເຕັ້ນຜິດປົກກະຕິ, ມີອາການໃຄ່ບວມຕາມໃບໜ້າ, ປາກ, ແຂນ, ຫຼືຂາ. ໃຫ້ໄປພົບແພດເພື່ອປິ່ນປົວທັນທີ.
ຢາ amlodipine ແມ່ນມີສອງຂະໜາດຄື: ເມັດຂະໜາດ 5 mg ແລະ ເມັດຂະໜາດ 10 mg.
ສຳລັບປິ່ນປົວຄວາມດັນເລືອດສູງ
ພາຍຫຼັງກິນຢາໄດ້ສອງສາມອາທິດແລ້ວ, ໃຫ້ກວດເບິ່ງຄວາມດັນເລືອດວ່າຢູ່ໃນລະດັບປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນເປັນ 10 mg ໄດ້.
ຫ້າມບໍ່ໃຫ້ກິນເກີນ10 mg ຕໍ່ມື້.
ຢາລົດຄວາມດັນເລືອດໃນໝວດ ACE inhibitors ແລະ ARBs
ຕົວຢັບຢັ້ງແອງຈິໂອເທນຊິນ ຄອນເວີ້ດຕິ້ງເອັນໄຊມ໌ (angiotensin-Converting Enzyme (ACE) inhibitors) ແລະ ແອງຈິໂອເທນຊິນ ຣີເຊັບເຕີ້ ບລ໋ອກເກີ້ (Angiotensin Receptor Blockers (ARBs)) ແມ່ນຢາສອງໝວດທີ່ໃຫ້ຜົນຄ້າຍຄືກັນໃນການລົດຄວາມດັນເລືອດ. ຢາທັງສອງໝວດນີ້ແມ່ນໃຊ້ລົດຄວາມດັນເລືອດໃນຄົນເຈັບໂລກຫົວໃຈຊຸດໂຊມ (congestive heart failure) ແລະຄົນເຈັບພະຍາດຫົວໃຈອື່ນໆ, ແລະກໍ່ຍັງໃຊ້ເພື່ອຊ່ວຍປົກປ້ອງໝາກໄຂ່ຫຼັງຂອງຄົນເຈັບໂລກເບົາຫວານນຳອີກ.
ຢາໃນໝວດ ACE inhibitors ແລະ ARBs ຊ່ວຍຢັບຢັ້ງສານໃນເລືອດທີ່ເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ຕີບເຂົ້າ. ເມື່ອເສັ້ນເລືອດຄາຍຕົວອອກ, ຄວາມດັນເລືອດກໍ່ລົດລົງ.
ຢາ captopril, enalapril ແລະ lisinopril ແມ່ນຢາໃນໝວດ ACE inhibitors. ຢາ losartan ແມ່ນຢາໃນໝວດ ARB.
ຢາໃນໝວດ ACE inhibitors ສາມາດພາໃຫ້ເກີດມີອາການໄອແຫ້ງໄດ້. ຖ້າເຈົ້າເປັນໄອແຫ້ງ, ໃຫ້ປ່ຽນໄປໃຊ້ຢາໃນໝວດ ARBs ແທນ, ເຊັ່ນວ່າ: ຢາ losartan, ເຊິ່ງເປັັນຢາທີ່ບໍ່ພາໃຫ້ມີອາການໄອ.
ຜົນຂ້າງຄຽງອື່ນໆທີ່ອາດເປັນໄປໄດ້ແມ່ນ: ຜື່ນແດງ, ວິນວຽນຫົວ, ຮູ້ສຶກເມື່ອຍ, ເຈັບຫົວ, ມີບັນຫານອນບໍ່ຫຼັບ, ຫຼື ຫົວໃຈເຕັ້ນໄວຜິດປົກກະຕິ.
ບໍ່ໃຫ້ໃຊ້ຢາສອງໝວດນີ້ກັບແມ່ຍິງຖືພາ ຫຼື ແມ່ຍິງທີ່ອາດກຳລັງຈະຖືພາ. ເພາະວ່າ ຢາໃນໝວດ ACE inhibitors ແລະ ARBs ເປັນອັນຕະລາຍຕໍ່ການພັດທະນາຂອງເດັກໃນທ້ອງ.
ໃຫ້ຫຼີກລ້ຽງການໃຊ້ຢາໃນໝວດ ACE inhibitors ແລະ ARBs ກັບຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງຮຸນແຮງ.
ໃຫ້ຫຼີກລ້ຽງການໃຊ້ຢາ ibuprofen ແລະຢາຕ້ານການອັກເສບຊະນິດອື່ນໆ ໃນເວລາທີ່ກິນຢາໃນໝວດ ACE inhibitors ແລະ ARBs ນີ້ຢູ່.
ອາການສັນຍານອັນຕະລາຍ: ເຈັບເອິກ, ຫາຍໃຈຍາກ, ກືນອາຫານຍາກ, ມີອາການໃຄ່ບວມຕາມໃບໜ້າ, ປາກ, ຫຼືຂາ. ໃຫ້ໄປພົບແພດເພື່ອປິ່ນປົວທັນທີ.
ຢາໃນໝວດ ACE inhibitors ແລະ ARBs ເຮັດໃຫ້ລະດັບທາດໂພຕັດຊຽມ (potassium) ໃນເລືອດສູງຂຶ້ນ. ຄວນມີການກວດເລືອດຫຼັງຈາກເລີ່ມກິນຢາໃນໝວດ ACE inhibitors ໄດ້ສອງສາມອາທິດແລ້ວ ເພື່ອຕິດຕາມສຸຂະພາບຂອງໝາກໄຂ່ຫຼັງ ແລະ ລະດັບ potassium ໃນເລືອດ. ສິ່ງນີ້ແມ່ນສຳຄັນເປັນພິເສດໂດຍສະເພາະ ຖ້າຄົນເຈັບເປັນພະຍາດໝາກໄຂ່ຫຼັງບໍ່ແຮງ. ໃຫ້ເອົາໃຈໃສ່ລະວັງເປັນພິເສດຕໍ່ກັບລະດັບ potassium ໃນເລືອດ ແລະໃຫ້ກວດເລືອດເພື່ອຕິດຕາມມັນຢ່າງໃກ້ຊິດ ຖ້າຄົນເຈັບຍັງກິນຢາຂັບຍ່ຽວຊະນິດໃດໜຶ່ງຕໍ່ໄປນີ້: spironolactone ຫຼື triamterene.
ຢາ Captopril
ຢາ captopril ມີເມັດຂະໜາດ 25 mg ແລະ 50 mg.
ສຳລັບປິ່ນປົວຄວາມດັນເລືອດສູງ
ຜູ້ໃຫຍ່: ເມື່ອໃຊ້ຢາ captopril ຢ່າງດຽວ, ໂດຍບໍ່ໄດ້ໃຊ້ຢາປິ່ນປົວຫົວໃຈອື່ນນຳ, ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 25 mg ຕໍ່ມື້, ແບ່ງເຄິ່ງ ກິນ 2 ຄັ້ງ/ມື້ (12.5 mg/ຄັ້ງ).ຫຼັງຈາກກິນຢາໄດ້ສອງສາມທິດແລ້ວ, ວັດແທກຄວາມດັນເລືອດເບິ່ງວ່າຢູ່ໃນເກນປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນຕື່ມອີກໄດ້.
ຂະໜາດຢາທີ່ຈະລອງໃຫ້ໃນຄັ້ງຕໍ່ໄປ 50 mg/ມື້, ແບ່ງເຄິ່ງ ກິນ 2 ຄັ້ງ/ມື້ (25 mg/ຄັ້ງ). ຖ້າຈຳເປັນ, ຢານີ້ກໍ່ສາມາດເພີ່ມຂະໜາດຢາຂຶ້ນຕື່ມເປັນ 100 mg/ມື້, ແບ່ງເຄິ່ງ ກິນ 2 ຄັ້ງ/ມື້ (50 mg/ຄັ້ງ).
ຖ້າໃຊ້ຢາ captopril ຮ່ວມກັບຢາຂັບຍ່ຽວ ຫຼື ໃຊ້ກັບຄົນເຈັບອາຍຸ 60 ປີ ຂຶ້ນເມືອ, ຂະໜາດຢາເລີ່ມຕົ້ນແມ່ນ 12.5 mg ຕໍ່ມື້. ແບ່ງເຄິ່ງ, ກິນ 2 ຄັ້ງ/ມື້ (6.25 mg/ຄັ້ງ).
ຫ້າມບໍ່ໃຫ້ກິນເກີນ 100 mg ຕໍ່ມື້.
ຢາ Enalapril
ຢາ Enalapril ມີເມັດຂະໜາດ 2.5 mg, 5 mg, 10 mg ແລະ 20 mg. ສຳລັບປິ່ນປົວຄວາມດັນເລືອດສູງ
ຜູ້ໃຫຍ່: ເມື່ອໃຊ້ຢາ enalapril ພຽງຢ່າງດຽວ, ໂດຍບໍ່ໄດ້ໃຊ້ຢາປິ່ນປົວຫົວໃຈອື່ນນຳ, ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 5 mg ຕໍ່ມື້.ຫຼັງຈາກກິນຢາໄດ້ສອງສາມທິດແລ້ວ, ວັດແທກຄວາມດັນເລືອດເບິ່ງວ່າຢູ່ໃນເກນປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນຕື່ມອີກໄດ້. ຂະໜາດຢາທີ່ພໍດີສຳລັບຄົນເຈັບສ່ວນໃຫຍ່ແມ່ນຢູ່ລະຫວ່າງ 10 mg ຫາ 20 mg ຕໍ່ມື້. ເມື່ອໃຊ້ຢາໃນຂະໜາດຢາ 10 mg ຫຼື ໃຊ້ຂະໜາດສູງກວ່ານີ້, ມັນຈະໃຫ້ຜົນທີ່ດີກວ່າ ຖ້າແບ່ງເຄິ່ງ ແລະໃຫ້ກິນ 2 ຄັ້ງ/ມື້.
ຖ້າຢາ enalapril ໃຊ້ຮ່ວມກັບຢາຂັບຍ່ຽວ, ຄົນເຈັບອາຍຸ 60 ປີ ຂຶ້ນເມືອ, ຫຼືຄົນເຈັບເປັນໂລກໝາກໄຂ່ຫຼັງບໍ່ແຮງ, ໃຫ້ເລີ່ມຕົ້ນດ້ວຍຢາຂະໜາດຢາ 2.5 mg ຕໍ່ມື້.
ຫ້າມບໍ່ໃຫ້ກິນເກີນ 40 mg ຕໍ່ມື້.
ຢາ Losartan
Losartan comes in 25 mg, 50 mg, and 100 mg tablets.
ສຳລັບປິ່ນປົວຄວາມດັນເລືອດສູງ
ຜູ້ໃຫຍ່: ເມື່ອໃຊ້ຢາ losartan ພຽງຢ່າງດຽວ, ໂດຍບໍ່ໄດ້ໃຊ້ຢາປິ່ນປົວຫົວໃຈອື່ນນຳ, ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 50 mg ຕໍ່ມື້, ກິນຄັ້ງດຽວ ຫຼື ແບ່ງເຄິ່ງກິນ 2 ຄັ້ງ/ມື້ ກໍ່ໄດ້ (25 mg/ຄັ້ງ).ຫຼັງຈາກກິນຢາໄດ້ສອງສາມທິດແລ້ວ, ວັດແທກຄວາມດັນເລືອດເບິ່ງວ່າຢູ່ໃນເກນປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນເປັນ 100 mg/ມື້, ກິນຄັ້ງດຽວ/ມື້, ຫຼື ແບ່ງເຄິ່ງກິນ 2 ຄັ້ງ/ມື້ ກໍ່ໄດ້ (50 mg/ຄັ້ງ).
ຖ້າຢາ losartan ໃຊ້ຮ່ວມກັບຢາຂັບຍ່ຽວ, ໃຫ້ຢາເລີ່ມຕົ້ນຂະໜາດທັງໝົດແມ່ນ 25 mg/ມື້.
ຫ້າມບໍ່ໃຫ້ກິນເກີນ 100 mg ຕໍ່ມື້.
ຢາ beta blocker
ຢາ beta blocker ເຮັດໃຫ້ຫົວໃຈເຕັ້ນຊ້າລົງ ສະນັ້ນ ຫົວໃຈກໍ່ຈະສູບສີດເລືອດດ້ວຍກຳລັງທີ່ຄ່ອຍລົງ, ແລະພາໃຫ້ຄວາມດັນເລືອດຫຼຸດລົງ. ຖ້າກິນຢາ beta blocker ທຸກມື້, ມັນກໍ່ຈະຊ່ວຍລົດຄວາມດັນເລືອດ ແລະຊ່ວຍບັນເທົາອາການເຈັບເອິກໄດ້. ຕາມປົກກະຕິແລ້ວແມ່ນໃຊ້ ຢາ beta blocker ຮ່ວມກັບຢາຂັບຍ່ຽວ ຫຼືຢາອື່ນ ເພື່ອລົດຄວາມດັນເລືອດໃຫ້ຫຼຸດລົງ. ຢາ beta blocker ບາງຊະນິດແມ່ນໃຊ້ປິ່ນປົວພະຍາດຫົວໃຈຊຸດໂຊມ.
ຢາໃນໝວດ beta blockers ລວມມີ ຢາ atenolol, metoprolol, bisoprolol, ແລະ carvedilol.
ຮູ້ສຶກເມື່ອຍ , ເຈັບປວດທ້ອງ, ເຈັບຫົວ, ວິນວຽນຫົວ, ທ້ອງຜູກ, ຖອກທ້ອງ, ຮູ້ສຶກວິນຫົວຄ້າຍຈະເປັນລົມ.
ຖ້າອາການເຫຼົ່ານີ້ບໍ່ແຮງ, ພວກມັນກໍ່ຈະເຊົາໄປ ຫຼັງຈາກກິນຢາໄດ້ ສອງສາມອາທິດ.
ຢາບາງຊະນິດໃນໝວດ beta blockers ອາດໃຊ້ກັບແມ່ຍິງຖືພາບໍ່ໄດ້.
ຖ້າຄົນເຈັບໂລກເບົາຫວານກຳລັງຢູ່ຊ່ວງນຳ້ຕານໃນເລືອດຕຳ່ ຄວນໃຊ້ຢາໃນໝວດ beta blockers ດ້ວຍຄວາມລະວັງ.
ຢາໃນໝວດ beta blockers ສາມາດພາໃຫ້ໂລກຫອບຫືດເປັນແຮງຂຶ້ນໄດ້, ສະນັ້ນ ຄົນເຈັບທີ່ເປັນໂລກຫອບຫືດ ຄວນໃຊ້ຢາໃນໝວດດັ່ງກ່າວນີ້ດ້ວຍຄວາມລະວັງ. ນອກນີ້ ຢາໃນໝວດ beta blockers ກໍ່ຍັງສາມາດເຮັດໃຫ້ກຳມະຈອນເຕັ້ນຊ້າລົງໄດ້. ໃຫ້ລົດຂະໜາດຢາລົງ ຖ້າຫາກວ່າ ກຳມະຈອນເຕັ້ນໜ້ອຍກວ່າ 60 ຄັ້ງ/ນາທ.
ອາການສັນຍານອັນຕະລາຍ: ເຈັບເອິກ, ມີບັນຫາຫາຍໃຈຍາກ, ຫົວໃຈເຕັ້ນຊ້າ, ມີອາການບວມໃຄ່ຕາມ ຕີນ ມື ຫຼື ຂາ.
ຢາໃນໝວດ beta blockers ນີ້ ຄວນເລີ່ມໃຊ້ໂດຍເລີ່ມດ້ວຍຂະໜາດຕຳ່ ແລະຄ່ອຍໆເພີ່ມຂຶ້ນໃນທຸກໆ 1 ອາທິດ ຫຼື 2 ອາທິດ. ຖ້າເຈົ້າກິນຢາໃນໝວດນີ້ໃນຂະໜາດສູງ ແລະຈຳເປັນຕ້ອງຢຸດຢາທີ່ກິນຢູ່ນັ້ນ, ໃຫ້ຄ່ອຍໆລົດຂະໜາດຢາທີ່ກິນຢູ່ນັ້ນລົງເທື່ອລະໜ້ອຍໃນຊ່ວງເວລາສອງສາມອາທິດຕໍ່ມາ.
ຢາ Atenolol
ຢາ atenolol ມີເມັດຂະໜາດ 25 mg ແລະ 50 mg.
ສຳລັບປິ່ນປົວຄວາມດັນເລືອດສູງ
ຜູ້ໃຫຍ່: ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 25 mg, ກິນຄັ້ງດຽວ/ມື້.ຫຼັງຈາກກິນຢາໄດ້ສອງສາມທິດແລ້ວ, ວັດແທກຄວາມດັນເລືອດເບິ່ງວ່າຢູ່ໃນເກນປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນໄດ້ ໂດຍຕື່ມອີກ 25 mg ໃຫ້ເປັນຂະໜາດທັງໝົດ 50 mg/ມື້. ຫຼັງຈາກ 2 ອາທິດ ຫຼື ຫຼາຍກວ່າ, ວັດແທກເບິ່ງຄວາມດັນເລືອດອີກ ແລະເພີ່ມຂະໜາດຢາຂຶ້ນ ຖ້າເຫັນວ່າຈຳເປັນ (ເພີ່ມຂຶ້ນມາເປັນ 75 mg ຕໍ່ມື້, ກິນຄັ້ງດຽວ), ແລະໃນອີກ 4 ອາທິດ ໃຫ້ກວດຄວາມດັນເລືອດອີກ ແລະເພີ່ມຂະໜາດຢາຂຶ້ນອີກ, ຖ້າເຫັນວ່າຈຳເປັນ (ເພີ່ມຂຶ້ນມາເປັນ 100 mg ຕໍ່ມື້, ກິນຄັ້ງດຽວ).
ຫ້າມບໍ່ໃຫ້ກິນເກີນ 100 mg ຕໍ່ມື້.
ຢາ Metoprolol Tartrate
ຢາ Metoprolol Tartrate ເປັນຢາຊະນິດອອກລິດໄລຍະສັ້ນ ເຊິ່ງໃຫ້ກິນ 2 ຄັ້ງ/ມື້. ມັນເປັນຢາທີ່ແຕກຕ່າງຈາກຢາ metoprolol succinate ເຊິ່ງເປັນຢາຊະນິດທີ່ອອກລິດໄລຍະຍາວ.
ຢາ Metoprolol Tartrate ມີເມັດຂະໜາດ 50 mg ແລະ 100 mg.
ສຳລັບປິ່ນປົວຄວາມດັນເລືອດສູງ
ຜູ້ໃຫຍ່: ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 50 mg ຫາ 100 mg ຕໍ່ມື້, ຫຼື ແບ່ງເຄິ່ງກິນ 2 ຄັ້ງ/ມື້ (25 mg/ຄັ້ງ ຫຼື 50 mg/ຄັ້ງ).ຫຼັງຈາກກິນຢາໄດ້ສອງສາມທິດແລ້ວ, ວັດແທກຄວາມດັນເລືອດເບິ່ງວ່າຢູ່ໃນເກນປົກກະຕິແລ້ວບໍ. ຖ້າຈຳເປັນ, ກໍ່ສາມາດເພີ່ມຂະໜາດຢາຂຶ້ນໄດ້ ໂດຍຕື່ມອີກ 50 mg ໃສ່ຂະໜາດຢາທີ່ກິນຢູ່ຕໍ່ມື້ນັ້ນ. ຫຼັງຈາກ 2 ອາທິດ ຫຼື ຫຼາຍກວ່າ, ໃຫ້ວັດແທກເບິ່ງຄວາມດັນເລືອດອີກ ແລະເພີ່ມຂະໜາດຢາຂຶ້ນອີກ ຖ້າເຫັນວ່າຈຳເປັນ. ຂະໜາດຢາທີ່ໃຫ້ກິນຕາມປົກກະຕິໃນແຕ່ລະມື້ ແມ່ນ 200 mg ຫາ 400 mg, ແບ່ງເຄິ່ງ ກິນ 2 ຄັ້ງ/ມື້ (ຄັ້ງລະ 100 mg ຫາ 200 mg).
ຫ້າມບໍ່ໃຫ້ກິນເກີນ 400 mg ຕໍ່ມື້.
ໝວດຢາ statins
ຢາໃນໝວດ statins ລວມມີ ຢາ simvastatin, lovastatin, atorvastatin, ແລະ ຢາ pravastatin.
ຢາໃນໝວດ statins ອອກລິດເຮັດໃຫ້ຕັບຄົນເຮົາຜະລິດໄຂມັນ cholesterol ໜ້ອຍລົງ. ຫາກມີ cholesterol ຫຼາຍເກີນໄປ ກໍ່ເຮັດໃຫ້ການໝູນວຽນຂອງເລືອດບໍ່ສະດວກ ແລະຫົວໃຈກໍ່ສູບສີດເລືອດໄດ້ຍາກຂຶ້ນ.
ຢາໃນໝວດ statins ແມ່ນໃຊ້ເພື່ອປ້ອງກັນໂລກຫົວໃຈວາຍ ແລະໂລກພະຍາດເສັ້ນເລືອດສະໝອງຕີບ ຫຼືແຕກ (stroke) ໃນຄົນເຈັບທີ່ໄດ້ເປັນໂລກດັ່ງກ່າວນີ້ມາແລ້ວ. ນອກນີ້ ກໍ່ຍັງໃຊ້ຢາໝວດນີ້ເພື່ອປ້ອງກັນພາວະສຸກເສີນກ່ຽວກັບຫົວໃຈ ໃນຄົນເຈັບໂລກເບົາຫວານ ຫຼື ບັນຫາສຸຂະພາບອື່ນໆທີ່ພາໃຫ້ມີຄວາມສ່ຽງທີ່ຈະເກີດຫົວໃຈວາຍ ຫຼື ໂລກເສັ້ນເລືອດສະໝອງຕີບ ຫຼື ແຕກ.
ຢາໃນໝວດ statins ເປັນຢາທີ່ເປັນປະໂຫຍດຫຼາຍສຳລັບຄົນເຈັບທີ່ມີບັນຫາຫົວໃຈວາຍ ແລະເສັ້ນເລືອດສະໝອງຕີບ ຮຸນແຮງ. ນອກນີ້ ກໍ່ຍັງໃຊ້ ຢາໃນໝວດ statins ເພື່ອລົດລະດັບ cholesterol ທີ່ບໍ່ດີຕໍ່ສຸຂະພາບລົງ.
ຢາໃນໝວດ statins ແມ່ນມີທັງຢາແຮງພໍປານກາງ (ເຊັ່ນ: ຢາ simvastatin) ແລະ ຢາແຮງຫຼາຍ (ເຊັ່ນ: ຢາ atorvastatin) ເຊິ່ງໃຊ້ກັບຄົນເຈັບທີ່ມີຄວາມສ່ຽງສູງທີ່ຈະເກີດເປັນຫົວໃຈວາຍ.
ຢາໃນໝວດ statins ສາມາດພາໃຫ້ເກີດອາການເຈັບປວດກ້າມຊີ້ນ. ເມື່ອອາການປວດກ້າມຊີ້ນບໍ່ແຮງ ແລະບໍ່ເປັນໄປທົ່ວຮ່າງກາຍ, ກໍ່ສາມາດລົດຂະໜາດຢາລົງໄດ້ເພື່ອໃຫ້ຄົນເຈັບສະບາຍຕົວຂຶ້ນ. ແຕ່ຖ້າວ່າອາການເຈັບປວດກ້າມຊີ້ນນັ້ນຮຸນແຮງ ຫຼື ຮູ້ສຶກເຈັບປວດໄປທົ່ວຕົນຕົວ (ຄືກັບອາການປວດຕົນໂຕໃນເວລາເປັນໄຂ້ຫວັດໃຫຍ່), ໃຫ້ຢຸດຢາໃນໝວດ statin ແລະໄປພົບແພດ (ບຸກຄະລາກອນທາງການແພດ).
ຜົນຂ້າງຄຽງເລັກນ້ອຍຂອງຢາໃນໝວດນີ້ແມ່ນ: ເຈັບຫົວ, ເຈັບປວດທ້ອງ ຫຼື ທ້ອງຜູກ; ອາການເຫຼົ່ານີ້ແມ່ນຜົນຂ້າງຄຽງທີ່ເກີດຂຶ້ນເລື້ອຍໆ ແລະອາການເຫຼົ່ານີ້ກໍ່ຈະຫາຍໄປເມື່ອຮ່າງກາຍເລີ່ມຄຸ້ນເຄີຍກັບຢາໃນໝວດນີ້.
ຢາໃນໝວດ statins ແມ່ນບໍ່ຄວນໃຊ້ກັບແມ່ຍິງກຳລັງຖືພາ ແລະບໍ່ຄ່ອຍໄດ້ໃຊ້ກັບແມ່ຍິງທີ່ອາດກຳລັງຈະຕັ້ງທ້ອງ.
ຢາບາງຊະນິດໃນໝວດ statins ແມ່ນບໍ່ຄວນໃຊ້ປົນກັບຢາອື່ນ. ບາງຄັ້ງການໃຊ້ຢາປົນກັນກໍ່ປ່ຽນແປງຂະໜາດຂອງຢາໃດໜຶ່ງ ຫຼືທັງສອງຊະນິດໄດ້. ຕົວຢ່າງ, ຄົນເຈັບທີ່ກິນຢາ amlodipine ແມ່ນບໍ່ສາມາດກິນຢາ simvastatin ເກີນ 20 mg. ຢ່າລືມບອກໃຫ້ບຸກຄະລາກອນທາງການແພດໄດ້ຮູ້ວ່າ ຢາທັງໝົດທີ່ເຈົ້າກຳລັງກິນຢູ່ນັ້ນມີຫຍັງແດ່ ເພື່ອໃຫ້ບຸກຄະລາກອນທາງການແພດກວດເບິ່ງວ່າມີຢາໃດແດ່ທີ່ມີປະຕິກິລິຍາກັບຢາໃນໝວດ statin.
ອາການສັນຍານອັນຕະລາຍ: ອາການເຈັບປວດກ້າມຊີ້ນຮຸນແຮງ ຫຼືການເຈັບປວດກ້າມຊີ້ນທີ່ສົ່ງຜົນກະທົບໄປທົ່ວຮ່າງກາຍ. ໃຫ້ຢຸດຢາໃນໝວດ statin ແລະໄປພົບແພດ (ບຸກຄະລາກອນທາງການແພດ).
ການໃຫ້ ຢາໃນໝວດ statin ຕາມປົກກະຕິແລ້ວ ແມ່ນເລີ່ມໃຫ້ໃນຂະໜາດກາງກ່ອນ ແລະຈະຫຼຸດຂະໜາດຢາລົງຖ້າມີຜົນຂ້າງຄຽງເກີດຂຶ້ນ. ການໃຫ້ຢາໃນໝວດນີ້ແມ່ນແຕກຕ່າງໄປຈາກຢາປົວຄວາມດັນເລືອດສູງຈຳນວນໜຶ່ງ ເຊິ່ງລອງໃຫ້ຢາໃນຂະໜາດຕຳ່ກ່ອນ ແລະຄ່ອຍໆເພີ່ມຂະໜາດຢາຂຶ້ນ.
ການໃຊ້ຢາໃນໝວດ statin ຈະໄດ້ຜົນດີທີ່ສຸດ ຖ້າກິນຢາ ກ່ອນນອນ.
ຢາ Simvastatin
ຢາ simvastatin ມີເມັດຂະໜາດ 5 mg, 10 mg, 20 mg ແລະ 40 mg.
ໃຊ້ລົດໄຂມັນ cholesterol ສຳລັບຄົນເຈັບທີ່ມີຄວາມສ່ຽງສູງທີ່ຈະເປັນຫົວໃຈວາຍ.
ຜູ້ໃຫຍ່: ຂະໜາດຢາເລີ່ມຕົ້ນຕາມປົກກະຕິແມ່ນ 20 mg, ກິນມື້ລະ 1 ຄັ້ງ.ຄົນເຈັບສ່ວນໃຫຍ່ມັກຈະໃຊ້ຢາທີ່ມີໂດຢາ 10 mg ຫາ 40 mg. ເມື່ອໃຊ້ຮ່ວມກັບຢາຊະນິດອື່ນ, ກໍ່ຈະໃຊ້ຢາ simvastatin ນີ້ໃນຂະໜາດທີ່ໜ້ອຍລົງ. ການຮູ້ຢາທັງໝົດທີ່ຄົນເຈັບກຳລັງກິນຢູ່ກ່ອນເລີ່ມກິນຢາ simvastatin ນັ້ນເປັນສິ່ງສຳຄັນ.
ບໍ່ໃຫ້ກິນເກີນ 40 mg ຕໍ່ມື້.