Hesperian Health Guides
ຢາປິ່ນປົວໂລກຫົວໃຈວາຍ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ > ຢາປິ່ນປົວໂລກຫົວໃຈວາຍ
ເຈົ້າຍັງສາມາດໃຫ້ຢາມໍພີນ (morphine) ແກ່ຄົນເຈັບເພື່ອຊ່ວຍບັນເທົາອາການເຈັບປວດ ແລະຄວາມຢ້ານ, ແລະຊ່ວຍໃຫ້ຫົວໃຈສູດສີດເລືອດໄດ້ສະດວກຍິ່ງຂຶ້ນ. ຂໍ້ມູນລາຍລະອຽດກ່ຽວກັບຢາມໍພີນ (morphine) ແມ່ນຢູ່ໃນບົດການປິ່ນປົວຄົນເຈັບເບື້ອງຕົ້ນ ຢູ່.
ຢາ nitroglycerin (Glyceryl trinitrate)
ຢາ nitroglycerin ໃຊ້ປິ່ນປົວອາການເຈັບເອິກເນື່ອງຈາກໂລກຫົວໃຈວາຍ. ມັນຊ່ວຍຂະຫາຍຫຼອດເລືອດ ເຮັດໃຫ້ຫົວໃຈສູບສີດເລືອດໄດ້ສະດວກຂຶ້ນ.

ບໍ່ໃຫ້ໃຊ້ຢາ nitroglycerin ກັບຄົນເຈັບທີ່ເປັນໂລກຄວາມດັນເລືອດຕຳ່ ຫຼື ຜູ້ທີ່ກິນຢາ sildenafil (Viagra) ໃນລະຍະເວລາ 24 ຊົ່ວໂມງຜ່ານມາ. ການໃຊ້ຢາທັງສອງຊະນິດນີ້ຮ່ວມກັນສາມາດພາໃຫ້ຄວາມດັນເລືອດຫຼຸດລົງຕຳ່ຫຼາຍເຖິງຂັ້ນອັນຕະລາຍ, ແລະ ອາດເປັນອັນຕະລາຍເຖິງຊີວິດໄດ້.

ຢາ nitroglycerin ອາດພາໃຫ້ເກີດອາການເຈັບຫົວຢ່າງຮຸນແຮງ, ຮູ້ສຶກຮ້ອນ, ຫຼື ວິນວຽນ.

ໃນກໍລະນີຄົນເຈັບມີອາການວິນວຽນຫົວ ຕາລາຍ, ພວກເຂົາເຈົ້າຄວນນັ່ງ ຫຼື ນອນຢູ່, ບໍ່ໃຫ້ຢືນ.

ສຳລັບຢາ ນີ້ແມ່ນບໍ່ໃຫ້ຫຍຳ້ ຫຼື ກືນລົງໄປເລີຍ. ໃນຂະນະທີ່ຢາລະລາຍຢູ່ກ້ອງລີ້ນນັ້ນ, ມັນຈະຮູ້ສຶກມຶນ ຫຼື ຮ້ອນໜ້ອຍໜຶ່ງ.