Hesperian Health Guides

ພະຍາດຕິດຕໍ່ທາງເພດສຳພັນ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ​​ພະຍາດຕິດຕໍ່ທາງເພດສຳພັນ

ຢູ່ໃນພາກນີ້:

ຜູ້ຍິງເວົ້າຕໍ່ໜ້າກຸ່ມແມ່ຍິງໂດຍຖືປ້າຍທີ່ບອກເຖິງການມີເພດສຳພັນທີ່ປອດໄພ.
ມັນຍາກທີ່ຈະເວົ້າກ່ຽວກັບເລື່ອງນີ້!
ມື້ນີ້ເຮົາຈະມາແລກປ່ຽນຄວາມຄິດຄວາມເຫັນນຳກັນເພື່ອເຮັດໃຫ້ມັນງ່າຍຂຶ້ນ.
ມັນເປັນເລື່ອງຍາກທີ່ຈະເວົ້າເຖິງເລື່ອງເພດສຳພັນ! ການຊ່ວຍຜູ້ຄົນໃຫ້ປ້ອງກັນຕົວເອງ, ໄປຮັບການກວດ, ແລະ ປິ່ນປົວເພື່ອບໍ່ໃຫ້ພະຍາດ ພຕພ ແຜ່ເຊື້ອຫາຄົນອື່ນໄດ້.

ພະຍາດຕິດຕໍ່ທາງເພດສຳພັນ (STIs ຫຼື ພຕພ ) ແມ່ນ ການຕິດເຊື້ອທີ່ຜ່ານຈາກຄົນໜຶ່ງໄປຫາຄົນອື່ນໃນຂະນະຮ່ວມເພດ.

ການຮ່ວມເພດສ່ວນໃຫ່ຍສາມາດພາໃຫ້ເກີດມີການແຜ່ກະຈາຍເຊື້ອ ພຕພ. ມັນສາມາດຕິດຕໍ່ຈາກການຮ່ວມເພດ ໂດຍໃຊ້ອະໄວຍະວະເພດຊາຍເຂົ້າໃນຊ່ອງຄອດ, ຈາກການຮ່ວມເພດທາງຮູທະວານ, ຫຼື ການຮ່ວມເພດທາງປາກ (ໃຊ້ປາກກັບອະໄວຍະວະເພດຊາຍ, ໃຊ້ປາກກັບຊ່ອງຄອດ). ບາງເທື່ອການຕິດຕໍ່ເຊື້ອທາງເພດສຳພັນສາມາດຕິດຕໍ່ ຈາກການຮຸກຖູອະໄວຍະວະເພດຊາຍທີ່ມີການຕິດເຊື້ອ ຫຼືຊ່ອງຄອດທີ່ຕິດເຊື້ອຈາກອະໄວຍະເພດຄົນອື່ນ.

ອາການສະແດງທີ່ເກີດຈາກ ພຕພ ລວມມີ ອາການເຈັບຂະນະມີການຮ່ວມເພດ, ລົງຂາວແບບຜິດປົກກະຕິໄຫຼອອກ ມາຈາກຊ່ອງຄອດ, ອະໄວຍະວະເພດຊາຍ, ຫຼື ຮູທະວານ, ຫຼື ມີຕຸ່ມ, ບາດແຜ, ຫຼື ຕຸ່ມນໍ້າໃສຢູ່ອະໄວຍະວະເພດ.

ມັນແມ່ນສິ່ງທີ່ພົບເຫັນເລື້ອຍຈະເປັນ ພຕພ ແລະ ບໍ່ມີອາການສະແດງຫຍັງເລີຍ. ເຖິງແມ່ນວ່າມັນຈະບໍ່ມີອາການ ສະແດງ, ແຕ່ເຊື້ອ ພຕພ ສາມາດຕິດຕໍ່ຈາກຄົນໜຶ່ງໄປສູ່ຄົນອື່ນໄດ້. ການກວດຫາເຊື້ອແມ່ນ ວິທີທີ່ດີທີ່ສຸດເພື່ອກວດ ສອບເບິ່ງວ່າທ່ານມີເຊື້ອ ພຕພ ບໍ່ ແລະ ເພື່ອຊອກຫາວິທີການປິ່ນປົວທີ່ຖືກຕ້ອງ ເພື່ອປິ່ນປົວຮັກສາໃຫ້ຫາຍຂາດ. ໃນບ່ອນທີ່ບໍ່ມີການກວດ, ມັນຍັງເປັນສິ່ງສຳຄັນແມ່ນການປິ່ນປົວຮັກສາການຕິດເຊື້ອທັນທີທັນໃດ. ໃຫ້ຊ່ວຍເຫຼືອຄົນ ທີ່ທ່ານມີເພດສຳພັນນຳໂດຍການໄປຮັບການກວດ ແລະ ຮັບການປິ່ນປົວຮັກສາ. ຖ້າທ່ານທັງສອງບໍ່ໄດ້ຮັບການ ປິ່ນປົວຮັກສາ, ທ່ານຈະຕິດເຊື້ອຄືນອີກ ແລະ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້.

ພະຍາດ ພຕພ ສ່ວນໃຫ່ຍແມ່ນ ປິ່ນປົວຫາຍຂາດໄດ້ດ້ວຍການໃຊ້ຢາຕ້ານເຊື້ອ. ສ່ວນການຕິດຕໍ່ເຊື້ອທາງເພດສຳພັນ ອື່ນໆບໍ່ສາມາດຫາຍຂາດໄດ້ ແຕ່ສາມາດປິ່ນປົວຄຸ້ມຄອງດ້ວຍຢາ. ນອກຈາກນີ້ຍັງມີການປິ່ນປົວຮັກສາເພື່ອຫຼຸດຜ່ອນ ອາການເຈັບປວດ ແລະ ຊ່ວຍອາການຮູ້ສຶກບໍ່ສະບາຍໂຕໃນຊ່ວງທີ່ໃຊ້ຢາປິ່ນປົວຮັກສາ (ໃຫ້ເບິ່ງວິທີການທີ່ຈະເຮັດໃຫ້ຮູ້ສຶກໃຫ້ດີຂຶ້ນໃນຂະນະທີ່ທ່ານຫາຍຈາກການຕິດຕໍ່ເຊື້ອທາງເພດສຳພັນ).

ບໍ່ມີເພດສຳພັນ ຫຼື ມີຄູ່ນອນຄົນດຽວທີ່ບໍ່ຕິດຕໍ່ເຊື້ອທາງເພດສຳພັນແມ່ນ ວິທີທີ່ດີທີ່ສຸດໃນການປ້ອງກັນການ ຕິດຕໍ່ເຊື້ອທາງເພດສຳພັນ. ເນື່ອງຈາກວ່າບໍ່ສາມາດເຮັດໄດ້ຕະຫຼອດ, ການປ້ອງກັນການຕິດເຊື້ອຈາກການ ມີເພດສຳພັນແມ່ນ ການໃຊ້ຖົງຢາງອານະໄມທຸກຄັ້ງເຊິ່ງຖືວ່າເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ມີໂອກາດຕິດເຊື້ອ ພຕພ ໜ້ອຍລົງ. ພະນັກງານແພດມີບົດບາດສຳຄັນໃນການປິ່ນປົວຮັກສາຄົນທີ່ຕິດເຊື້ອ ພຕພ ດ້ວຍຄວາມ ເຄົາລົບນັບຖື ແລະ ໃຫ້ກຽດ.

NWTND sti Page 2-1.png

ເປັນຫຍັງ ພະຍາດ ພຕພ ຈຶ່ງເປັນບັນຫາທີ່ຮ້າຍແຮງ

ຍ້ອນວ່າການມີເພດສຳພັນແມ່ນ ເລື່ອງປົກກະຕິ ແລະ ເລື່ອງທຳມະດາທີ່ພົບເຫັນເລື້ອຍ, ການຕິດເຊື້ອ ພຕພ ກໍ່ເປັນເລື່ອງທີ່ພົບເຫັນເລື້ອຍເຊັ່ນກັນ. ເມື່ອພະຍາດ ພຕພ ບໍ່ໄດ້ຮັບການປິ່ນປົວ, ມັນສາມາດເປັນອັນຕະລາຍ ຕໍ່ກັບຜູ້ຍິງ, ຜູ້ຊາຍ, ແລະ ເດັກນ້ອຍ. ພຕພ ສາມາດພາໃຫ້ເກີດ:

  • ມີລູກຍາກທັງໃນຜູ້ຍິງ ແລະ ຜູ້ຊາຍ.
  • ເດັກເກີດກ່ອນກຳນົດ, ເດັກໂຕນ້ອຍ, ຕາບອດ, ເຈັບເປັນ ຫຼື ເສຍຊີວິດ.
  • ເສຍຊີວິດຈາກການຕິດເຊື້ອຮຸນແຮງ.
  • ເຈັບປວດຍາວນານ.
  • ມະເຮັງປາກມົດລູກ ຫຼື ຄໍ ຫຼື ຮູທະວານ.
  • ຄວາມສ່ຽງສູງໃນການຕິດເຊື້ອ ພຕພ ອື່ນໆ, ລວມທັງການຕິດເຊື້ອ HIV.

ເຊື້ອ ພຕພ ແຜ່ໄປສູ່ຄົນອື່ນໂດຍຜ່ານການມີເພດສຳພັນແນວໃດ

ຜູ້ຍິງກຳລັງເບິ່ງປ້າຍສຳລັບການກວດຫາເຊື້ອ ພຕພ ຟຼີ

ທັງຜູ້ຊາຍ ແລະ ແມ່ຍິງສາມາດຕິດເຊື້ອ ພຕພ ໄດ້. ແຕ່ວ່າຜູ້ເຮັດບົດບາດເປັນຜູ້ຮັບໃນຊ່ວງສຸດທ້າຍຂອງການມີ ເພດສຳພັນ, ຈະມີການສອດອະໄວຍະວະເພດຊາຍເຂົ້າໃນຊ່ອງຄອດ ຫຼື ຮູທະວານເຊິ່ງເຮັດໃຫ້ເກີດມີຄວາມສ່ຽງສູງຫຼາຍກວ່າ. ຖ້າບໍ່ໃສ່ຖົງຢາງອານະໄມ, ນໍ້າອະສຸຈິອາດຈະນຳພາເຊື້ອເຂົ້າໄປໃນຊ່ອງຄອດ, ຮູທະວານ ຫຼື ປາກ. ການສອດອະໄວຍະວະເພດສາມາດເຮັດໃຫ້ເກີດມີການຮຸກຖູ ແລະ ເຮັດໃຫ້ໜັງຊ່ອງຄອດ ຫຼື ຮູທະວານເປີດອອກ, ເຊິ່ງເຮັດໃຫ້ເພີ່ມຄວາມເປັນໄປໄດ້ຂອງການຕິດເຊື້ອເຂົ້າສູ່ຮ່າງກາຍ. ສິ່ງນີ້ມັນຈະເກີດຂຶ້ນເຖິງແມ່ນວ່າ ບຸກຄົນນັ້ນ ບໍ່ໄດ້ສັງເກດວ່າມີບາດແຜໃນຊ່ອງຄອດ ຫຼື ຮູທະວານ. ບາດແຜ ຫຼື ການລະຄາຍເຄືອງຢູ່ບໍລິເວນດ້ານນອກຂອງອະ ໄວຍະວະເພດສາມາດສົ່ງຕໍ່ເຊື້ອ ພຕພ ໄດ້, ລວມທັງການຕິດເຊື້ອ HIV ກໍ່ຈະງ່າຍຂຶ້ນ.

ທ່ານຄວນເຮັດຫຍັງແດ່ຖ້າທ່ານອາດມີ ເຊື້ອ ພຕພ

  • ໄປຮັບການກວດ ຖ້າວ່າມີເຄື່ອງກວດ
  • ໄປຮັບການປິ່ນປົວຮັກສາການຕິດເຊື້ອທັນທີທັນໃດ, ໂດຍບໍ່ຕ້ອງລໍຖ້າໃຫ້ເຈັບຫຼາຍຂຶ້ນ.
  • ຊ່ວຍຄູ່ນອນຂອງທ່ານໃຫ້ໄດ້ຮັບການປິ່ນປົວຮັກສາໃນເວລາດຽວກັນ. ນັ້ນແມ່ນວິທີທ່ານຈະບໍ່ຕິດເຊື້ອຄືນອີກຖ້າທ່ານມີເພດສຳພັນຮ່ວມກັນ.



This page was updated: ໒໐ ມີນາ ໒໐໒໔