Hesperian Health Guides

ການຕິດເຊື້ອພະຍາດໃນຊ່ອງຄອດ (BV)

ຢູ່ໃນພາກນີ້:

ການຕິດເຊື້ອພະຍາດໃນຊ່ອງຄອດ (BV) ແມ່ນການຕິດເຊື້ອພະຍາດໃນຊ່ອງຄອດ. ສະບູ, ນໍ້າຫອມ, ຫຼື ແນວດັບກິ່ນ ທີ່ໃຊ້ເຂົ້າໃນຊ່ອງຄອດສາມາດເຮັດໃຫ້ຕິດເຊື້ອນີ້ງ່າຍຂຶ້ນ. ຖ້າວ່າມີເພດສຳພັນທີ່ເຮັດໃຫ້ ເກີດການລະຄາຍເຄືອງ ໃນຊ່ອງຄອດ, ມັນເຮັດໃຫ້ເຊື້ອ BV ມີໂອກາດເພີ່ມຫຼາຍຂຶ້ນ. ປົກກະຕິແລ້ວມັນຈະ ບໍ່ເປັນອັນຕະລາຍຫຍັງ, ແຕ່ສາມາດເປັນສາເຫດໃຫ້ຜູ້ຍິງຖືພາເກີດລູກກ່ອນກຳນົດ ແລະ ຕິດເຊື້ອຫຼັງຈາກເກີດລູກໄດ້.

a woman putting medicine into her vagina
ກວດສອບເບິ່ງວ່າຢາທີ່ນຳມາໃຊ້ນັ້ນແມ່ນໃຫ້ກິນທາງປາກ ຫຼື ໃຫ້ຢັດຊ່ອງຄອດ
ອາການສະແດງ
  • ມີລົງຂາວຫຼາຍກວ່າປົກກະຕິ
  • ມີກິ່ນເໝັນ, ກິ່ນຄາວຄືປາຈາກຊ່ອງຄອດ, ໂດຍສະເພາະຫຼັງຈາກມີເພດສຳພັນ
  • ອາການຄັນເລັກໜ້ອຍ


ການປິ່ນປົວ

ໃຊ້ຢາໃດຢາໜຶ່ງໃນບັນດາຢາເຫຼົ່ານີ້: ໃຊ້ຢາ metronidazole ກິນເອົາ ຫຼື ຢັດຊ່ອງຄອດ, ໃຊ້ກິນຢາ tinidazole ຫຼື ຢາ clindamycin ກິນເອົາ ຫຼື ຢັດຊ່ອງຄອດ. ຖ້າວ່າທ່ານຖືພາ, ໃຊ້ກິນຢາ metronidazole.


This page was updated: ໐໙ ພຶດສະພາ ໒໐໑໙