Hesperian Health Guides

ການຕິດເຊື້ອລາ (Moniliasis, Candida, Thrush)

ຢູ່ໃນພາກນີ້:

NWTND sti Page 7-1.png

ເຊື້ອລາສົ່ງຜົນກະທົບຕໍ່ກັບອະໄວຍະວະເພດ ແລະ ເຮັດໃຫ້ຄົນເຮົາຄິດວ່າມັນແມ່ນ ການຕິດເຊື້ອທາງເພດສຳພັນ, ແຕ່ເຊື້ອລາປົກກະຕິບໍ່ຕິດຕໍ່ຜ່ານການມີເພດສຳພັນ. ປົກກະຕິແລ້ວເຊື້ອລາບໍ່ເປັນອັນຕະລາຍ ແຕ່ມັນອາດເຮັດໃຫ້ຮູ້ສຶກ ອຶດອັດບໍ່ສະບາຍໃຈ. ທ່ານມັກຈະຕິດເຊື້ອລາໄດ້ງ່າຍໃນເວລາທ່ານຖືພາ, ໃຊ້ຢາຕ້ານເຊື້ອ, ຫຼືມີການເຈັບເປັນອື່ນໆ ເປັນຕົ້ນແມ່ນ ພະຍາດເບົາຫວານ ຫຼື ຕິດເຊື້ອ HIV. ເຊື້ອລາພົບເຫັນເລື້ອຍ ໃນແມ່ຍິງແຕ່ຜູ້ຊາຍສາມາດ ຕິດເຊື້ອລາ ໄດ້ຄືກັນ. ໃນຜູ້ຊາຍມັນສາມາດນຳໄປສູ່ການອັກເສບຂອງຫົວອະໄວຍະວະເພດຊາຍ ແລະ ຄັນຖົງອັນທະ. ທັງໃນຜູ້ ຊາຍ ແລະ ແມ່ຍິງສາມາດຕິດເຊື້ອລາຢູ່ຄໍໄດ້.

ເຊື້ອລາສາມາດປະກົດໃຫ້ເຫັນໄດ້ຢູ່ຂາໂຕ້ດ້ານໃນ, ຂີ້ແຮ້, ກ້ອງນົມ ຫຼື ອ້ອມຮູທະວານ. ເຊື້ອລາພົບເຫັນເລື້ອຍ ຢູ່ສ່ວນຕ່າງໆຂອງຮ່າງກາຍທີ່ສຳພັດກັນໄດ້ ແລະ ຖືກປົກຄຸມ, ເຊິ່ງສະພາບເງື່ອນໄຂນີ້ເຮັດໃຫ້ຜິວໜັງຊຸມຊື່ນ.

ອາການສະແດງໃນແມ່ຍິງ
  • ມີລົງຂາວສີຂາວ, ເປັນກ້ອນອອກມາຈາກຊ່ອງຄອດ, ຄ້າຍຄືນົມສົ້ມ ຫຼື ໂຢເກິດ
  • ຜິວໜັງຊ່ອງຄອດດ້ານນອກ ແລະ ດ້ານໃນເປັນສີແດງເຊິ່ງອາດຈະມີເລືອດໄຫຼ
  • ຮູ້ສຶກຄັນຢູ່ດ້ານໃນ ຫຼື ດ້ານນອກຂອງຊ່ອງຄອດ
  • ຮູ້ສຶກແສບອອກຮ້ອນເວລາຢ່ຽວ
ອາການສະແດງໃນຜູ້ຊາຍ
  • ເກັບຂອງແຫຼວສີຂາວ, ໜາຢູ່ໜັງພັບ ແລະ ກ້ອງໜັງຫຸ້ມອະໄວຍະວະເພດຊາຍ
  • ຕຸ່ມແດງຢູ່ຫົວອະໄວຍະວະເພດຊາຍ
  • ການຄັນ, ແສບອອກຮ້ອນ, ຫຼື ແດງຢູ່ອະໄວຍະວະເພດຊາຍ, ຫຼື ຖົງອັນທະ.
ແມ່ຍິງນັ່ງແຊ່ຢູ່ໃນຊາມ
ການປິ່ນປົວ

ການຕິດເຊື້ອລາເລັກໜ້ອຍບາງຄັ້ງອາດຈະຫາຍຂາດໂດຍບໍ່ຕ້ອງໃຊ້ຢາ. ການປິ່ນປົວດ້ວຍວິທີແບບທຳມະຊາດສາມາດຫຼຸດຜ່ອນອາການຄັນໄດ້.

 ແມ່ຍິງຍັດຢາໃສ່ໃນຊ່ອງຄອດ

ການປິ່ນປົວດ້ວຍວິທີແບບທຳມະຊາດ
ລ້າງອະນາໄມລົງຂາວດ້ວຍນໍ້າສະອາດຈະຊ່ວຍໄດ້. ຫຼື ປະສົມກັບນົມສົ້ມແບບທຳມະດາ (ບໍ່ມີນໍ້າຕານ ຫຼື ບໍ່ມີການປຸງ ແຕ່ງລົດຊາດ) ຫຼື ນໍ້າສົ້ມສາຍຊູ ¼ ຖ້ວຍປະສົມລົງໃນຊາມນໍ້າອຸ່ນທີ່ສະອາດ. ນັ່ງແຊ່ໃນຊາມນໍ້າທີ່ປະສົມແລ້ວນັ້ນເປັນເວລາ 20 ຫາ 30 ນາທີ. ຖ້າມັນຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ, ໃຫ້ນັ່ງແຊ່ 2 ຄັ້ງຕໍ່ມື້.

ຫຼື ປະສົມນໍ້າສົ້ມສາຍຊູ 3 ບ່ວງແກງກັບນໍ້າເຢັນ 1 ລິດທີ່ຕົ້ມສຸກແລ້ວ. ໃຊ້ສຳລີຈຸ່ມລົງນໍ້າທີ່ປະສົມກັນແລ້ວນີ້ ແລະ ຢັດສຳລີເຂົ້າໄປໃນຊ່ອງຄອດທຸກໆແລງເປັນເວລາ 3 ຄືນ. ດຶງສຳລີອອກຈາກຊ່ອງຄອດ ໃນແຕ່ລະເຊົ້າຫຼັງຈາກ ທີ່ຢັດສຳລີຕອນກາງຄືນ. ຜູ້ຊາຍສາມາດໃຊ້ສຳລີທີ່ກະກຽມໄວ້ແບບດຽວກັນນີ້ເພື່ອມາເຊັດອະນາໄມອະໄວຍະວະເພດ ຫຼື ລູກອັນທະ.

ການປິ່ນປົວຮັກສາດ້ວຍຢາ
ໃຊ້ຢາໃດໜຶ່ງໃນບັນດາຢາເຫຼົ່ານີ້: ໃຊ້ຢາ Gentian violet liquid ທາຊ່ອງຄອດ, ອະໄວຍະວະເພດຊາຍ ຫຼື ລູກອັນທະ ແຕ່ລະຄືນເປັນເວລາ 7 ຄືນ.

ຫຼື

ໃຊ້ຄີມ Miconazole, nystatin ຫຼື clotrimazole ຊະນິດຄີມທາ ຫຼື ຊະນິດເມັດຢັດເຂົ້າໃນຊ່ອງຄອດ ຫຼື ທາອະໄວຍະວະເພດຊາຍ ຫຼື ທາລູກອັນທະ, ແຕ່ລະຄືນເປັນເວລາ 7 ຄືນ. ຢາເຫຼົ່ານີ້ແມ່ນປອດໄພທີ່ຈະໃຊ້ຢັດຊ່ອງຄອດໃນຊ່ວງທີ່ຖືພາ.

ຜູ້ຊາຍອາດໃຊ້ເວລາດົນໃນການປິ່ນປົວ.

ການປ້ອງກັນ

ໃຫ້ນຸ່ງເຄື່ອງຫຼົ່ມໆ ແລະຊຸດຊ້ອນໃນໃຫ້ອາກາດລ່ວງເຂົ້າໄປຫາອະໄວຍະວະເພດ. ນີ້ມັນຊ່ວຍປ້ອງກັນເຊື້ອລາ. ລ້າງມື ຫຼືປ່ຽນຊຸດຊ້ອນໃນເລື້ອຍໆ. ບໍ່ໃຫ້ເອົາສະບູ່ໃສ່ໃນຊ່ອງຄອດໃນເວລາອາບນ້ຳ. ບໍ່ໃຫ້ສີດລ້າງຮ່າງກາຍ. ຖ້າວ່າເຈົ້າເປັນພະຍາດເບົາຫວານ ຫຼື HIV ໃຫ້ໃຊ້ຢາຢ່າງຖືກຕ້ອງງແລະດູແລສຸຂະພາບເພື່ອຊ່ວຍຫຼີກລ້ຽງຈາກບັນຫາເຊື້ອລາ.



This page was updated: ໐໙ ພຶດສະພາ ໒໐໑໙