Hesperian Health Guides

ການຕິດເຊື້ອ ໄວຣັສ໌ Papilloma ໃນຄົນ (HPV)

ຢູ່ໃນພາກນີ້:

ຕົວຢ່າງການກວດໃຊ້ສຳລີເອົາຕົວຢ່າງຈາກປາກມົດລູກແມ່ນຖືກໃຊ້ເພື່ອກວດຫາ HPV.
ພະນັກງານສາທາລະນະສຸກຖືປາກເປັດ ແລະ ເວົ້າກັບແມ່ຍິງທີ່ກຳລັງນອນຢູ່ເທິງຕຽງກວດ

HPV ມີ ຫຼາຍຊະນິດ. HPV ບາງຊະນິດແມ່ນເຮັດໃຫ້ເກີດການເປັນເປັນໂລກຫອນໄກ່. HPV ບາງຊະນິດ ແມ່ນອັນຕະລາຍຫຼາຍ ແລະ ສາມາດເຮັດໃຫ້ເກີດມະເຮັງປາກມົດລູກ, ມະເຮັງຄໍ. ຫຼື ມະເຮັງໃນຜົ້ງປາກ. ຄົນສ່ວນໃຫຍ່ ທີ່ມີເຊື້ອ HPV ບໍ່ມີອາການສະແດງຂອງໄວຣັດສ.

ການກວດຄັດກອງແບບງ່າຍດາຍສາມາດສະແດງໃຫ້ເຫັນວ່າມີຈຸລັງຜິດປົກກະຕິຢູ່ປາກມົດລູກທີ່ເກີດຈາກເຊື້ອ HPV. ແຕ່ເຖິງແມ່ນວ່າການກວດພົບເຊື້ອ HPV, ມັນບໍ່ໄດ້ໝາຍຄວາມວ່າມັນເປັນມະເຮັງ.

ການປິ່ນປົວທີ່ປອດໄພ ແລະບໍ່ເຈັບປວດທີ່ເອີ້ນວ່າການຮັກສາດ້ວຍຄວາມເຢັນ cryotherapy freezes ແລະ ການທຳລາຍຈຸລັງຜິດປົກກະຕິໃນປາກມົດລູກແມ່ຍິງນັ້ນເຮັດໃຫ້ພວກມັນບໍ່ພັດທະນາເປັນມະເຮັງ. ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບການກວດ ແລະການປິ່ນປົວມະເຮັງປາກມົດລູກ, ເບິ່ງບົດກ່ຽວກັບມະເຮັງ.

ວັກເເຊັງສາມາດປ້ອງກັນເຊື້ອ HPV ຊະນິດທີ່ອັນຕະລາຍຫຼາຍທີ່ສຸດ, ລວມທັງຊະນິດຕ່າງໆທີ່ເຮັດໃຫ້ເກີດໂລກຫອນໄກ່ຫຼາຍທີ່ສຸດ. ການສັກຢາວັກແຊັງແບບເປັນປົກກະຕິ, ເຊິ່ງແມ່ນປົກກະຕິໃນລະຫວ່າງອາຍຸ 9 ຫາ 26 ປີ, ປ້ອງກັນ ການຕິດເຊື້ອ ຫຼືແຜ່ເຊື້ອ HPV ທີ່ສາມາດນໍາໄປສູ່ມະເຮັງ. ເບິ່ງບົດເວົ້າກ່ຽວກັບວັກປ້ອງກັນການເຈັບເປັນ.



This page was updated: ໐໙ ພຶດສະພາ ໒໐໑໙