Hesperian Health Guides

ການອັກເສບກະດູກອ່າງຊາມຍ້ອນການຕິດເຊື້ອ

ຢູ່ໃນພາກນີ້:

ແມ່ນຍິງກຳລັງກຸມທ້ອງ

ການອັກເສບກະດູກອ່າງຊາມຍ້ອນການຕິດເຊື້ອ ຫຼື PID ແມ່ນຊື່ເອີ້ນຂອງການຕິດເຊື້ອສ່ວນຕ່າງໆ ຂອງລະບົບ ສືບພັນທີ່ຢູ່ພາກສ່ວນລຸ່ມຂອງຜູ້ຍິງ. ມັກເອີ້ນກັນວ່າ “ການຕິດເຊື້ອຂອງກະດູກອ່າງຊາມ”

ການຕິດເຊື້ອຂອງກະດູກອ່າງຊາມສາມາດເກີດຂຶ້ນໄດ້ຖ້າທ່ານມີການຕິດເຊື້ອທາງເພດສຳພັນທີ່ບໍ່ໄດ້ຮັບການປິ່ນປົວ ຮັກສາ, ໂດຍສະເພາະແມ່ນໜອງໃນແທ້ ຫຼື ໜອງໃນທຽມ. ແຕ່ PID ທຸກອັນເກີດມາຈາກການຕິດເຊື້ອທາງເພດສຳພັນ ສາເຫດອື່ນໆຂອງການເກີດ PID ລວມມີການຕິດເຊື້ອຫຼັງເກີດລູກ, ລຸລູກທຳມະຊາດ ແລະ ການລຸລູກແບບບັງຄັບ, ຫຼື ພົບເຫັນໜ້ອຍຈາກການໃສ່ຫວງ (IUD) ໝາຍເຖິງໃສ່ເຄື່ອງມືເຂົ້າໄປໃນມົດລູກໂດຍບໍ່ໄດ້ປະຕິບັດຕາມຂັ້ນຕອນການ ອະເຊື້ອ.

ເຊື້ອພະຍາດທີ່ເປັນສາເຫດການເກີດການຕິດເຊື້ອຂອງກະດູກອ່າງຊາມແມ່ນມາຈາກຊ່ອງຄອດໂດຍຜ່ານປາກມົດລູກ ແລະເຂົ້າໄປໃນມົດລູກ, ທໍ່ສົ່ງໄຂ່ ແລະຮວຍໄຂ່. ຖ້າວ່າການຕິດເຊື້ອນີ້ບໍ່ໄດ້ຮັບການປິ່ນປົວໃຫ້ທັນເວລາ, ມັນສາມາດເປັນສາເຫດເຮັດໃຫ້ເກີດການເຈັບປວດຊໍ້າເຮື້ອ, ມີລູກຍາກ, ເຈັບເປັນຮຸນແຮງ ຫຼືເສຍຊີວິດໄດ້.

ອາການຕ່າງໆ (ທ່ານອາດຈະມີໜຶ່ງ ຫຼືຫຼາຍອາການຂອງບັນດາອາການສະແດງເຫຼົ່ານີ້)
  • ເຈັບທ້ອງພາກສ່ວນລຸ່ມ (ອ່າງຊາມ) ອາດເຈັບໜ້ອຍໜຶ່ງ ຫຼື ຮຸນແຮງ
  • ເຈັບ ຫຼື ມີເລືອດອອກໃນລະຫວ່າງມີເພດສຳພັນ
  • ທ້ອງຕຶງເວລາກົດທ້ອງພາກສ່ວນລຸ່ມ
  • ໄຂ້
  • ຮູ້ສຶກບໍ່ສະບາຍ ແລະ ເມື່ອຍຫຼາຍ
  • ເລືອດໄຫຼຜິດປົກກະຕິ ຫຼື ລົງຂາວມີກິ່ນເໝັນອອກມາຈາກຊ່ອງຄອດ
ການປິ່ນປົວ

ຖ້າຫາກວ່າທ່ານບໍ່ສະບາຍຫຼາຍພ້ອມທັງມີໄຂ້ສູງ ຫຼື ຮາກ, ຫຼື ຖ້າວ່າທ່ານຖືພາ ຫຼື ຫາກໍ່ລຸລູກ ຫຼື ເກີດລູກມາຫວ່າງມໍ່ໆນີ້, ໃຫ້ທ່ານໄປສຸກສາລາ ຫຼືໂຮງໝໍທັນທີ. ທ່ານຈຳເປັນຈະຕ້ອງໄດ້ຮັບການປິ່ນປົວດ້ວຍຢາສັກທາງເສັ້ນເລືອດ.

ຖ້າວ່າອາການສະແດງກຳລັງເລີ່ມເປັນ ແລະ ຍັງບໍ່ທັນຮ້າຍແຮງ, ໃຫ້ປິ່ນປົວດ້ວຍການໃຫ້ກິນຢາເອົາ. ການຕິດ ເຊື້ອນີ້ປົກກະຕິມີສາເຫດເກີດຈາກເຊື້ອພະຍາດທີ່ປະສົມປະສານກັນ, ສະນັ້ນຈຳເປັນຢ່າງໜ້ອຍ ຕ້ອງມີຢາ 2 ຊະນິດ. ເບິ່ງການປິ່ນປົວດ້ວຍຢາແບບປະສົມປະສານເພື່ອປິ່ນປົວຮັກສາການຕິດເຊື້ອຂອງກະດູກອ່າງຊາມ. ເລີ່ມປິ່ນປົວຮັກສາທັນທີ. ຖ້າທ່ານບໍ່ຮູ້ສຶກມີອາການ ດີຂຶ້ນຫຼັງຈາກປິ່ນປົວໄປ 2 ວັນ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດຕື່ມ.

ຖ້າທ່ານມີ PID , ຄູ່ນອນ ຫຼື ຄູ່ຮ່ວມເພດຂອງທ່ານຈຳເປັນຈະຕ້ອງໄດ້ຮັບການກວດ ແລະ ປິ່ນປົວການຕິດ ເຊື້ອຄືກັນ.



This page was updated: ໑໑ ມີຖຸນາ ໒໐໑໙