Hesperian Health Guides

ຂ້າພະເຈົ້າມີການຕິດເຊື້ອທາງເພດສຳພັນບໍ?

ຢູ່ໃນພາກນີ້:

ອາການສະແດງຂອງການຕິດເຊື້ອທາງເພດສຳພັນລວມມີ ລົງຂາວ, ອາການເຈັບປວດ, ແລະ ບາດແຜຢູ່ ອະໄວຍະ ວະເພດ. ແຕ່ການຕິດເຊື້ອ ພຕພ ສ່ວນຫຼາຍແມ່ນ ບໍ່ມີອາການສະແດງ. ເຖິງແມ່ນວ່າບໍ່ມີອາການສະແດງ, ພຕພ ສາມາດຕິດຕໍ່ຈາກຄົນໜຶ່ງໄປສູ່ຄົນອື່ນໃນລະຫວ່າງມີເພດສຳພັນໂດຍບໍ່ໃສ່ຖົງຢາງອານະໄມ. ການກວດເລືອດ, ນໍ້າຢ່ຽວ ຫຼື ການຕ້ວຍບ່ອນທີ່ຕິດເຊື້ອແມ່ນ ນໍາມາໃຊ້ເພື່ອໃຫ້ຮູ້ວ່າບຸກຄົນນັ້ນມີເຊື້ອ ພຕພ ບໍ່. ການກວດ ຍັງເປັນສ່ວນ ໜຶ່ງຂອງການດູແລຮັກສາສຸຂະພາບຕາມປົກກະຕິ, ເພື່ອຊອກຫາ ແລະ ປິ່ນປົວ ພຕພ ທີ່ບໍ່ສະແດງອາການ.

ການກວດຫາເຊື້ອ ພຕພ

ການກວດຫາເຊື້ອ ພຕພ , ພະນັກງານສາທາລະນະສຸກຈະເອົາຕົວຢ່າງຈາກບຸກຄົນ ແລະ ອາດຈະໃຊ້ຊຸດກວດ ທົດສອບ ຫຼື ຊອກຫາການຕິດເຊື້ອໂດຍການໃຊ້ກ້ອງຈຸລະທັດ. ປະເພດຂອງການກວດຫາ ເຊື້ອ ພຕພ ລວມມີ:

ພະນັກງານສາທາລະນະສຸກເຈາະເອົາຕົວຢ່າງເລືອດ
ການກວດເລືອດສາມາດກວດເຫັນ ເຊື້ອ ພຕພ ບາງຊະນິດ.
  • ການໃຊ້ສຳລີເພື່ອຕ້ອຍເອົາຕົວຢ່າງຢູ່ບໍລິເວນອະໄວຍະວະເພດໄປກວດທົດສອບຫາເຊື້ອໜອງໃນທຽມ (chlamydia ), ໜອງໃນແທ້ (gonorrhea ), ຕຸ່ມນໍ້າໃສຢູ່ອະໄວຍະວະເພດ (genital herpes ), ບາດແຜກາມມະໂລກ (chancroid), ຫຼື ການຕິດເຊື້ອ trichomonas. ການໃຊ້ສຳລີເພື່ອຕ້ອຍເອົາຕົວຢ່າງຢູ່ບໍລິເວນ ຜົ້ງປາກສາມາດກວດຫາເຊື້ອ HIV. ການໃຊ້ສຳລີເພື່ອຕ້ອຍເອົາຕົວຢ່າງຢູ່ບໍລິເວນຄໍ ຫຼື ຮູທະວານ ບາງເທື່ອ ຈຳເປັນຕ້ອງກວດເພື່ອຊອກຫາການຕິດຕໍ່ເຊື້ອທາງເພດສຳ ພັນຈາກການ ມີເພດສຳພັນ ທາງປາກ ຫຼື ຮູທະວານ. ການໃຊ້ສຳລີເພື່ອຕ້ອຍເອົາຕົວຢ່າງຢູ່ບໍລິເວນປາກມົດລູກສາມາດ ຊອກຫາການຕິດເຊື້ອ HPV.
  • ກວດຢ່ຽວສາມາດຊອກຫາເຊື້ອໜອງໃນທຽມ ແລະ ໜອງໃນແທ້.
  • ກວດເລືອດສາມາດຊອກຫາ syphilis, ຕຸ່ມນໍ້າໃສຢູ່ອະໄວຍະວະເພດ (genital herpes), ຕັບອັກເສບ (hepatitis) ແລະ ເຊື້ອ HIV.

ການກວດຫາເຊື້ອ ພຕພ ແມ່ນ ແນວຄິດທີ່ດີສຳລັບທຸກຄົນທີ່ສຸຂະພາບທາງເພດຍັງແຂງແຮງດີ. ຄວາມຖີ່ຂອງ ການກວດແມ່ນ ຂຶ້ນຢູ່ກັບວ່າທ່ານມີຄູ່ນອນໃໝ່ຫຼາຍກວ່າໜຶ່ງຄົນ, ຫຼື ມີເຫດຜົນທີ່ຄິດວ່າທ່ານອາດຈະມີ ການຕິດຕໍ່ ເຊື້ອທາງເພດສຳພັນ. ຖ້າວ່າທ່ານກຳລັງຖືພາ, ມັນແມ່ນເລື່ອງປົກກະຕິ ທີ່ຕ້ອງກວດທົດສອບການຕິດຕໍ່ເຊື້ອ ທາງເພດສຳພັນ, ເຊິ່ງມັນສາມາດເປັນອັນຕະລາຍແກ່ລູກຂອງທ່ານ ຫຼື ເປັນອັນຕະລາຍຕໍ່ຕົວທ່ານເອງ.

ຖ້າທ່ານຕິດຕໍ່ເຊື້ອທາງເພດສຳພັນ, ໄປຮັບການກວດ ຄືກັນກັບການກວດທົດສອບການຕິດຕໍ່ເຊື້ອທາງເພດສຳພັນ ອື່ນໆ ເພາະວ່າການຕິດເຊື້ອສອງຢ່າງ ຫຼື ຫຼາຍກວ່າ ມັກຈະສົ່ງຕໍ່ການຕິດເຊື້ອໃນເວລາດຽວກັນ.




ອາການສະແດງທີ່ສາມາດເປັນ ພະຍາດ ພຕພ

ຄວາມເຈັບປວດ ຫຼື ມີລົງຂາວໄຫຼອອກມາຈາກຊ່ອງຄອດຜິດປົກກະຕິໃນຜູ້ຍິງ
ມີອາການເຈັບທ້ອງນ້ອຍ ຫຼື ເຈັບໃນຂະນະມີເພດສຳພັນບໍ?
ນີ້ອາດຈະແມ່ນການອັກເສບກະດູກອ່າງຊາມ(PID).
ມີອາການເຈັບ ຫຼື ແສບອອກຮ້ອນເວລາຖ່າຍເບົາບໍ?
ນີ້ອາດຈະແມ່ນການຕິດເຊື້ອທາງລະບົບຖ່າຍເທ, ບໍ່ແມ່ນ ພຕພ (ເບິ່ງບົດທີ່ເວົ້າເຖິງງການຢ່ຽວຍາກ, ກຳລັງຢູ່ໃນການພັດທະນາ). ຫຼື ນີ້ອາດຈະແມ່ນ ການຕິດ ເຊື້ອ trichomonas, ໜອງໃນແທ້ (gonorrhea ) ຫຼື ເຊື້ອໜອງໃນທຽມ (chlamydia).
ມີລົງຂາວເປັນສີຂາວ ຫຼື ສີຂີ້ເທົ່າ ແລະ ມີກິ່ນເໝັນ ຫຼື ຄ້າຍຄືກິ່ນ ປາບໍ, ໂດຍສະເພາະຫຼັງຈາກ ມີເພດສຳພັນ ?
ນີ້ອາດແມ່ນການຕິດເຊື້ອໃນຊ່ອງຄອດ. ຫຼື ພົບເຫັນໜ້ອຍກວ່າປົກກະຕິ, ການຕິດເຊື້ອ trichomonas.
ມີລົງຂາວສີເຫຼືອງ ຫຼື ສີຂຽວບໍ?
ນີ້ອາດແມ່ນໜອງໃນແທ້ ຫຼືໜອງໃນທຽມ. ມັນອາດແມ່ນການຕິດເຊື້ອ trichomonas.
ມີລົງຂາວສີຂາວ, ຄ້າຍຄືເນີຍແຂງ ເປັນກ້ອນມຸ່ນໆ ຫຼື ຄາບນໍ້າ ນົມ,ແລະ ມີກິ່ນຄ້າຍຄື ເຊື້ອເຫັດ ເຊື້ອລາບໍ?
ນີ້ອາດແມ່ນການຕິດເຊື້ອເຫັດ, ເຊິ່ງບໍ່ແມ່ນ STI.
ເຈັບປວດ ຫຼື ມີຂອງແຫຼວແບບຜິດປົກກະຕິໄຫຼອອກມາຈາກອະໄວຍະວະເພດຊາຍ
ມີອາການເຈັບ ຫຼື ແສບອອກຮ້ອນເວລາຢ່ຽວບໍ?
ນີ້ອາດແມ່ນໜອງໃນແທ້ ຫຼື ໜອງໃນທຽມ9. ຫຼື ພົບເຫັນໜ້ອຍເຊັ່ນການຕິດເຊື້ອ trichomonas.
ມີອາການເຈັບ ຫຼື ອາການບວມຢູ່ລູກອັນທະບໍ?
ນີ້ອາດແມ່ນ

ໜອງໃນແທ້ ຫຼື ໜອງໃນທຽມ, ສາເຫດອື່ນໆກໍ່ຕ້ອງໄດ້ຮັບການ ປິ່ນປົວ ດັ່ງນັ້ນຕ້ອງໄດ້ໂອ້ລົມ ປຶກສາກັບພະນັກງານສາທາລະນະສຸກ.

ມີຂອງແຫຼວໄຫຼອອກມາຈາກອະໄວຍະເພດຊາຍທີ່ຫາກໍ່ຍ້ອຍ ຫຼື ຍ້ອຍອອກມາບໍ?
ນີ້ອາດແມ່ນໜອງໃນແທ້.


ບາດແຜເປື່ອຍ, ບາດແຜ ແລະ ການຂະຫຍາຍຕົວເພີ່ມຂຶ້ນຂອງອະໄວຍະເພດ ຫຼື ໃກ້ກັບຮູທະວານ
ມີບາດແຜເປີດທີ່ບໍ່ເຈັບ, ມີຂອບບາດແຜເພີ່ມສູງຂຶ້ນບໍ?
ນີ້ອາດແມ່ນການຕິດເຊື້ອຊີຟີລິດສ໌ (syphilis).
ມີບາດແຜ 1 ຫຼື ຫຼາຍກວ່າ ໜຶ່ງບາດແຜ ທີ່ເຈັບປວດເຊິ່ງ ມັນບວມ ແລະ ເຫັນເສັ້ນ ເລືອດງ່າຍບໍ?
ນີ້ອາດແມ່ນບາດແຜກາມມະໂລກ.
ມີຕຸ່ມນໍ້າໃສນ້ອຍໆທີ່ແຕກຍ້ອຍ ແລະ ເຈັບປວດຈາກບາດແຜ ເປີດບໍ?
ນີ້ອາດແມ່ນການຕິດເຊື້ອໂລກຜີວໜັງໂພງ.


ອາການສະແດງອື່ນໆໃນຜູ້ຊາຍ ຫຼື ໃນແມ່ຍິງຢູ່ອະໄວຍະວະເພດ ຫຼືຮູທະວານ
ມີອາການຄັນຮູທະວານ ຫຼືເຈັບເວລາຖ່າຍໜັກ ເຊິ່ງບາງເທື່ອອາດແມ່ນອາການສະແດງ ຂອງການຕິດ ເຊື້ອ ພຕພ. ນອກຈາກນີ້ຖ້າທ່ານສັງເກດ ເຫັນວ່າມີຂອງແຫຼວໄຫຼອອກມາຈາກຮູທະວານຂອງທ່ານ ຫຼື ມັນໝື່ນໆແຫຼວ ເວລາເຊັດອະນາໄມຮູທະວານຂອງທ່ານ, ນີ້ອາດແມ່ນອາການສະແດງຂອງໜອງໃນແທ້, ຫຼື ໜອງໃນທຽມ.
ໄປຮັບການປິ່ນປົວທາງການແພດ ສຳລັບອາການສະແດງການຕິດເຊື້ອຮຸນແຮງເຊິ່ງລວມທັງມີຂອງແຫຼວ

ໄຫຼຼອອກມາຈາກຊ່ອງຄອດ, ອະໄວຍະວະເພດຊາຍ, ຫຼື ຮູທະວານ ທີ່ມີລັກສະນະເປັນເລືອດ ຫຼື ສີນໍ້າຕານ.

ມີອາການຄັນຢູ່ບໍລິເວນຊ່ອງຄອດ,
ກົກຂາ ຫຼືບໍລິເວນທີ່ນໍ້າຢ່ຽວໄຫຼອອກມາ ເຊິ່ງອາດຈະແມ່ນເຊື້ອເຫັດ ຫຼື ສຳລັບຜູ້ຍິງ, ອາດແມ່ນອາການສະແດງຂອງການຕິດເຊື້ອ trichomonas.

ຄັນອະໄວຍະວະເພດອາດຈະແມ່ນມີເຫັບຢູ່ຕາມເສັ້ນໝອຍ ຫຼື ຂີ້ຫິດ, ເຊິ່ງແມ່ນເຫັບ ຫຼືເຫົາເຫົາໂຕນ້ອຍໆທີ່ອາໃສຢູ່ ເທິງຜິວໜັງ, ປິ່ນປົວດ້ວຍຢາທາຜິວໜັງ, ເຊັ່ນວ່າຜູ້ທີ່ໃຊ້ຢາ permethrin (ເບິ່ງເລື່ອງບັນຫາກ່ຽວກັບຜິວໜັງ, ກຳລັງພັດທະນາຢູ່). ຂີ້ຫິດແຜ່ກະຈາຍງ່າຍລະຫວ່າງສະມາຊິກໃນຄອບຄົວ, ເຊິ່ງພົບເຫັນເລື້ອຍໃນເດັກນ້ອຍ, ແລະ ສົ່ງຜົນ ກະທົບຕໍ່ສ່ວນຕ່າງໆຂອງຮ່າງກາຍ.

ອາການຄັນຍັງມີສາເຫດມາຈາກສະບູ, ນໍ້າຫອມ, ຫຼື ສານເຄມີທີ່ໃຊ້ຢູ່ເທິງ ຫຼື ຢູ່ໃນອະໄວຍະວະເພດ. ການລ້າງອານະ ໄມດ້ານນອກຂອງອະໄວຍະວະເພດດ້ວຍນໍ້າທຳມະດາເພື່ອເບິ່ງວ່າອາການຄັນເຊົາຫາຍໄປ ຫຼືບໍ່.


This page was updated: ໑໒ ມີຖຸນາ ໒໐໑໙