Hesperian Health Guides

ພະຍາດ HIV

ຢູ່ໃນພາກນີ້:

ການມີພູມຄຸ້ມກັນບົກຜ່ອງໂດຍຕິດເຊື້ອໄວຣັສ໌, HIV ແມ່ນພະຍາດ ພຕພ ທີ່ສາມາດແຜ່ເຊື້ອຈາກຄົນໜຶ່ງໄປຫາຜູ້ອື່ນໂດຍການມີເພດສຳພັນ, ແຜ່ໂດຍເຂັມທີ່ບໍ່ສະອາດ, ແລະ ໂດຍການສຳພັດກັບເລືອດທີ່ມີເຊື້ອ. HIV ຈະບໍ່ແຜ່ເຊື້ອໂດຍກິດຈະກຳ ເຊັ່ນ: ການຈັບມື, ການກອດ ຫຼື້ ການຈູບ; ການໃຊ້ຊີວິດປະຈຳວັນ, ການຫຼິ້ນ ຫຼື ການກິນ ຫຼື ໃຊ້ຈອກຮ່ວມກັນ. ເຖິງແມ່ນວ່າຄົນຈະມັກຄິດວ່າ HIV ແລະ AIDS ແມ່ນ ອັນດຽວກັນ, AIDS ແມ່ນ ການເຈັບເປັນ ຫຼັງຈາກບຸກຄົນນັ້ນຕິດເຊື້ອ HIV ເປັນມາໄດ້ໄລຍະເວລາໃດໜຶ່ງແລ້ວບໍ່ໄດ້ຖືກຮັບການປິ່ນປົວມັນ.

HIV ບໍ່ມີອາການສະແດງອອກໃນຊ່ວງເລີ້ມຕົ້ນຂອງການຕິດເຊື້ອ. ບາງຄົນທີ່ເບິ່ງຄື ແລະ ຮູ້ສຶກວ່າແຂງແຮງນັ້ນກໍ່ສາມາດມີເຊື້ອ ແລະ ແຜ່ເຊື້ອ HIV ໄດ້. ມັນອາດໃຊ້ເວລາເປັນຫຼາຍປີທີ່ຈະສະແດງອາການເຈັບເປັນທຳອິດອອກມາ. ມີພຽງທາງດຽວເທົ່ານັ້ນທີ່ຈະຮູ້ວ່າທ່ານມີເຊື້ອ ຫຼື ບໍ່ມີເຊື້ອ HIV ນັ້ນແມ່ ຕ້ອງໄປກວດຫາ HIV ເທົ່ານັ້ນ. ການກວດນັ້ນຈະມີຢູ່ທຸກສະຖານທີ່ໃຫ້ບໍລິການສຸຂະພາບໂດຍບໍ່ໄດ້ເສຍຄ່າກວດ ຫຼື ເສຍຄ່າກວດໜ້ອຍສຸດ.

ການປິ່ນປົວ HIV/AIDS (ຢາ antiretroviral) ໃນປະຈຸບັນນີ້ແມ່ນ ມີຫຼາຍຊະນິດ ແລະ ມີຜົນຂ້າງຄຽງໜ້ອຍ ລົງ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຮັບການປິ່ນປົວ, ຄົນທີ່ກິນຢາຕ້ານເຊື້ອ HIV ຈະບໍ່ພັດທະນາໄປເປັນເອດສ໌ AIDS ແຕ່ແທນທີ່ນັ້ນ ເຂົາຈະມີຊີວິດຢູ່ໃນສຸຂະພາບປົກະຕິ ແລະ ນໍາໄປສູ່ໃຊ້ຊີວິດປະຈໍາວັນ ເປັນປົກກະຕິໄດ້. ຢາ antiretroviral ຈະຢູ່ໃນຮ່າງກາຍຂອງພວກເຂົາ ແລະ ນີ້ຊ່ວຍປ້ອງກັນການແຜ່ເຊື້ອ HIV ໃຫ້ຜູ້ອື່ນ.

ຖ້າທ່ານຄິດວ່າທ່ານອາດຈະມີເຊື້ອ HIV, ໃຫ້ທ່ານໄດ້ຮັບການກວດ ດັ່ງນັ້ນ ທ່ານຈຶ່ງສາມາດເລີ່ມຮັບ ການປິ່ນປົວໄດ້ໄວທີ່ສຸດ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ HIV, ເບິ່ງບົດກ່ຽວກັບ HIV ແລະ AIDS (ກຳລັງພັດທະນາຢູ່).


ພະນັກງານ 5 ຄົນໃຫ້ບໍລິການດ້ານສຸຂະພາບໃສ່ເສື້ອທີ່ມີກາຂຽນວ່າ "ໃຊ້ຊີວິດດ້ານບວກກັບ HIV"
ການສິ້ນສຸດຂອງເຊື້ອ HIV ຈະມາເຖິງເມື່ອຜູ້ທີ່ຕິດເຊື້ອ HIV ໄດ້ຮັບການປິ່ນປົວຄືກັບຄົນອື່ນ ແລະ ຢາຕ້ານເຊື້ອ HIV ແມ່ນມີໃຫ້ຫມົດທຸກຄົນ.


This page was updated: ໐໙ ພຶດສະພາ ໒໐໑໙