Hesperian Health Guides

Trichomonas

ຢູ່ໃນພາກນີ້:

Trichomonas ແມ່ນການຕິດເຊື້ອທີ່ມີສາເຫດມາຈາກກາຝາກ. ສຳລັບຜູ້ຍິງ, ມັນແມ່ນຄວາມຮູ້ສຶກອຶດອັດ ແລະ ມີອາການຄັນຫຼາຍ. ປົກກະຕິຜູ້ຊາຍມັກຈະບໍ່ມີອາການສະແດງອອກ. ຖ້າວ່າການຕິດເຊື້ອຢູ່ໃນອະໄວຍະວະເພດຊາຍ, ມັນສາມາດແຜ່ເຊື້ອໄປສູ່ຜູ້ຍິງໃນລະຫວ່າງມີເພດສຳພັນໂດຍບໍ່ໃສ່ຖົງຢາງອານະໄມ.

Trichomonas ບໍ່ເປັນອັນຕະລາຍແຕ່ສາມາດເຮັດໃຫ້ຊ່ອງຄອດມີການລະຄາຍເຄືອງ, ເຊິ່ງເຮັດໃຫ້ແມ່ຍິງ ຕິດເຊື້ອ ພຕພ ອື່ນໆໄດ້ງ່າຍລວມທັງການຕິດເຊື້ອ HIV.

ອາການຕ່າງໆ
a woman smelling her fingers
ລົງຂາວທີ່ມາຈາກຊ່ອງຄອດມີກິ່ນເໝັນເຊິ່ງມັກຈະແມ່ນການຕິດເຊື້ອ trichomonas.
  • ລົງຂາວເປັນສີຂີ້ເທົ່າ, ສີເຫຼືອງ ຫຼື ສີຂຽວ
  • ລົງຂາວມີກິ່ນເໝັນ
  • ຊ່ອງຄອດແດງ ແລະ ມີອາການຄັນ
  • ເຈັບ ຫຼື ແສບອອກຮ້ອນເວລາຍ່ຽວ
ການປິ່ນປົວ

ໃຊ້ກິນຢາ metronidazole ຫຼື ກິນຢາ tinidazole. ຜູ້ຍິງຖືພາບໍ່ຄວນໃຊ້ຢາ tinidazole.

ປິ່ນປົວຄູ່ນອນ ຫຼື ຄູ່ຮ່ວມເພດດ້ວຍຢາຊະນິດດຽວກັນ.

ເພື່ອເຮັດໃຫ້ຮູ້ສຶກມີອາການດີຂຶ້ນແມ່ນໃຫ້ນັ່ງແຊ່ໃນຊາມນໍ້າສະອາດ, ນໍ້າອຸ່ນເປັນເວລາ 15 ນາທີ ເຮັດເລື້ອຍໆເທົ່າ ທີ່ເຮັດໄດ້. ນີ້ແມ່ນການບັນເທົາຄວາມເຈັບປວດຢູ່ອະໄວຍະວະເພດ ແລະ ຈະຊ່ວຍ ເລັ່ງໃຫ້ບາດແຜຫາຍດີໄວຂຶ້ນ. ຫຼີກລ້ຽງການມີເພດສຳພັນຈົນກວ່າທ່ານແລະຄູ່ນອນຂອງທ່ານສຳເລັດ ການປິ່ນປົວຈົນຫາຍດີ ແລະ ອາການຕ່າງໆ ທັງໝົດຂາດຫາຍໄປ.


This page was updated: ໑໒ ມີຖຸນາ ໒໐໑໙