Hesperian Health Guides
ໜອງໃນແທ້ ແລະໜອງໃນທຽມ
ຢູ່ໃນພາກນີ້:
- ພະຍາດຕິດຕໍ່ທາງເພດສຳພັນ
- ຂ້າພະເຈົ້າມີການຕິດເຊື້ອທາງເພດສຳພັນບໍ?
- ການຕິດເຊື້ອພະຍາດໃນຊ່ອງຄອດ (BV)
- ການຕິດເຊື້ອລາ (Moniliasis, Candida, Thrush)
- Trichomonas
- ໜອງໃນແທ້ ແລະໜອງໃນທຽມ
- ການອັກເສບກະດູກອ່າງຊາມຍ້ອນການຕິດເຊື້ອ
- ຊີຟີລິດ ແລະ ແຜກາມມະໂລກ
- ເຮີ້ນ/ຕຸ່ມນ້ຳໃສ ຢູ່ອະໄວຍະວະເພດ
- ໂລກຫອນໄກ່
- ການຕິດເຊື້ອ ໄວຣັສ໌ Papilloma ໃນຄົນ (HPV)
- ພະຍາດຕັບອັກເສບ B ແລະ C
- ພະຍາດ HIV
- ຮູ້ສຶກດີຂຶ້ນຄືແນວໃດໃນຂະນະທີ່ທ່ານຫາຍຈາກການຕິດເຊື້ອທາງເພດສຳພັນ
- ການຖືພາ ແລະ ພະຍາດ ພຕພ
- ການປ້ອງກັນການຕິດເຊື້ອຈາກການມີເພດສຳພັນ
- ຢາປິ່ນປົວ
ທັງຜູ້ຍິງ ແລະຜູ້ຊາຍສາມາດຕິເຊື້ອໜອງໃນແທ້ ແລະໜອງໃນທຽມໄດ້, ເຖິງແມ່ນວ່າເຂົາເຈົ້າຈະບໍ່ມີອາການສະແດງ ອອກໃຫ້ເຫັນ. ຖ້າວ່າໜອງໃນແທ້ ຫຼືໜອງໃນທຽມບໍ່ໄດ້ຮັບການປິ່ນປົວ, ມັນສາມາດນຳໄປສູ່ການຕິດເຊື້ອຮ້າຍແຮງ ຫຼື ມີລູກຍາກໃນຜູ້ຍິງ ແລະຜູ້ຊາຍ.
ຜູ້ຍິງຖືພາທຸກຄົນຄວນໄດ້ຮັບການກວດທົດສອບຫາເຊື້ອໜອງໃນແທ້ ແລະໜອງໃນທຽມເພາະວ່າລູກ ຂອງລາວສາ ມາດຕິດເຊື້ອເຫຼົ່ານີ້ໄດ້ໃນເວລາເກີດ. ຖ້າວ່າຜົນກວດທົດສອບສະແດງໃຫ້ເຫັນວ່າລາວຕິດເຊື້ອໜອງໃນແທ້ ຫຼື ໜອງໃນທຽມ ຫຼືຕິດທັງສອງ, ທັງລາວ ແລະຄູ່ນອນຂອງລາວຄວນໄດ້ຮັບການປິ່ນປົວ. ຖ້າວ່າລາວ ແລະຄູ່ນອນ ຂອງລາວມີອາການສະແດງຂອງການຕິດເຊື້ອ, ແຕ່ບໍ່ມີເຄື່ອງກວດ, ເຖິງຢ່າງໃດກໍ່ຕາມເຂົາເຈົ້າທັງສອງຄວນ ໄດ້ຮັບການປິ່ນປົວຮັກສາ. ໜອງໃນແທ້ ແລະໜອງໃນທຽມມີອາການສະແດງຄ້າຍຄືກັນ.
ອາການສະແດງໃນຜູ້ຍິງ
- ມີລົງຂາວສີເຫຼືອງ ຫຼືສີຂຽວຈາກຊ່ອງຄອດ ຫຼື ຮູທະວານ
- ເຈັບທ້ອງພາກສ່ວນລຸ່ມ
- ໄຂ້
- ເຈັບໃນລະຫວ່າງມີເພດສຳພັນ
- ຫຼືແສບອອກຮ້ອນເວລາຢ່ຽວ
ຖ້າວ່າຜູ້ຍິງຕິດເຊື້ອໜອງໃນແທ້ ຫຼື ໜອງໃນທຽມ ແລະມີໄຂ້ ແລະເຈັບທ້ອງພາກສ່ວນລຸ່ມ, ລາວອາດຈະມີການອັກເສບ ຂອງກະດູກອ່າງຊາມທີ່ເກີດຈາກການຕິດເຊື້ອ.
ອາການໃນຜູ້ຊາຍ

- ນ້ຳໜອງຍ້ອຍອອກມາຈາກອະໄວຍະວະເພດ ຫຼື ຮູທະວານ
- ລູກອັນທະໄຄ່ບວມ ແລະເຈັບປວດ
- ເຈັບ ຫຼື ແສບອອກຮ້ອນເວລາຢ່ຽວ
ໃນຜູ້ຊາຍ, ອາການທຳອິດເລີ່ມຕົ້ນໃນ 2 ຫາ 5 ມື້ (ຫຼື ຈົນຮອດ 3 ອາທິດ ຫຼື ຫຼາຍກວ່ານັ້ນ) ຫຼັງຈາກທີ່ມີເພດສຳພັນ ກັບຄົນທີ່ຕິດເຊື້ອ. ໃນຜູ້ຍິງ, ອາການອາດຈະບໍ່ລໍຖ້າຈົນຮອດເປັນອາທິດ ຫຼືເປັນເດືອນຈຶ່ງມີອາການສະແດງອອກ ແຕ່ບຸກຄົນຜູ້ທີ່ບໍ່ມີອາການໃດໆຍັງສາມາດແຜ່ເຊື້ອພະຍາດໄປຫາຄົນອື່ນໄດ້, ໂດຍເລີ່ມຈາກສອງສາມມື້ຫຼັງ ຈາກມີການຕິດເຊື້ອ.
ການຮັກສາປິ່ນປົວ
ການຮັກສາປິ່ນປົວໄດ້ຜົນດີທີ່ສຸດຖ້າເລີ່ມຕົ້ນປິ່ນປົວໄວ. ໃຫ້ແນ່ໃຈວ່າໄດ້ກິນຢາຄົບ, ເຖິງແມ່ນວ່າທ່ານຈະຮູ້ສຶກວ່າ ມີອາການດີຂຶ້ນແດ່ແລ້ວກໍ່ຕາມ. ປິ່ນປົວຄູ່ຮ່ວມເພດ ຫຼື ຄູ່ນອນດ້ວຍຢາຊະນິດດຽວກັນ
ດີທີ່ສຸດແມ່ນໃຫ້ປິ່ນປົວການຕິດເຊື້ອທັງໜອງໃນແທ້ ແລະ ໜອງໃນທຽມ, ເວັ້ນເສຍແຕ່ວ່າການກວດທົດສອບຢືນຢັນ ວ່າຜູ້ນັ້ນຕິດເຊື້ອພຽງເຊື້ອຊະນິດດຽວ. ໃຊ້ຢາ 2 ຊະນິດຮ່ວມກັນເພື່ອປິ່ນປົວໜອງໃນແທ້ ເຊິ່ງມັນຈະ ຊ່ວຍປິ່ນປົວ ໜອງໃນທຽມພ້ອມ. ແຕ່ຖ້າວ່າການກວດທົດສອບສະແດງໃຫ້ເຫັນວ່າມີການຕິດເຊື້ອໜອງໃນທຽມຢ່າງດຽວບໍ່ມີການ ຕິດເຊື້ອໜອງໃນແທ້, ໃຊ້ພຽງຢາດຽວເພື່ອປິ່ນປົວ. ແຜ່ນວາດໜ້ ໃນການປິ່ນປົວດ້ວຍຢາປິ່ນປົວແບບປະສົມ ເພື່ອປິ່ນປົວໜອງໃນແທ້ ແລະໜອງໃນທຽມ Medicine Combinations to Treat Gonorrhea and Chlamydia ຊີ້ໃຫ້ເຫັນການໃຊ້ຢາແບບປະສົມ ແລະ ການປິ່ນປົວທີ່ມີຄວາມແຕກຕ່າງ ກັນ ເຊິ່ງຂຶ້ນກັບຢາທີ່ມີຢູ່.
ຍ້ອນວ່າໜອງໃນແທ້ກຳລັງເລີ່ມມີການດື້ຕໍ່ຢາຕ້ານເຊື້ອຫຼາຍຂຶ້ນ, ສິ່ງທີ່ດີທີ່ສຸດແມ່ນການຊອກຫາຄຳແນະນຳ ໃນທ້ອງຖິ່ນກ່ຽວກັບຢາວ່າມີຢາໃດທີ່ມີປະສິດທິພາບ, ຍັງໃຊ້ຢູ່ ແລະ ລາຄາຖືກໃນທ້ອງຖິ່ນຂອງທ່ານ. ຖ້າວ່າ ອາການນໍ້າໜອງຍ້ອຍ ແລະ ອາການເຈັບຍັງບໍ່ຫາຍຂາດໃນຊ່ວງ 2 ຫຼື 3 ວັນຫຼັງຈາກເລີ່ມຕົ້ນໃຫ້ການປິ່ນປົວ, ມັນອາດຈະໝາຍຄວາມວ່າໜອງໃນແທ້ມີການດື້ຕໍ່ຢາ ແລະ ຈຳເປັນຕ້ອງໃຊ້ຢາອື່ນ.