Hesperian Health Guides

ຢາປະສົມທີ່ໃຊ້ຮັກສາໂລກໜອງໃນແທ້ ແລະໜອງໃນທຽມ

ພະຍາດຕິດຕໍ່ທາງເພດສຳພັນ (ພຕພ): ຢາປິ່ນປົວ

ໂລກໜອງໃນແທ້ ແລະໂລກໜອງໃນທຽມແມ່ນ 2 ພະຍາດຕິດຕໍ່ທາງເພດສຳພັນ (STIs) ທີ່ມັກເກີດຂຶ້ນໃນເວລາດຽວກັນ. ການຮັກສາແມ່ນໃຊ້ຢາ 2 ຊະນິດແຕກຕ່າງກັນ. ໃຫ້ເລືອກເອົາຢາ 1 ຊະນິດຈາກແຕ່ລະໝວດຢາຂ້າງລຸ່ມນີ້. ແຕ່ລະໝວດຢາ, ຕົວເລືອກທີ່ດີທີ່ສຸດແມ່ນຖືກຈັດໄວ້ກ່ອນ ແລະຕາມລຳດັບລົງມາ. ຕົວຢ່າງ, ຢາປະສົມທີ່ດີທີ່ສຸດແມ່ນ ຢາ ceftriaxone ແລະ azithromycin.

ນອກຈາກນັ້ນແມ່ນຮັກສາຄູ່ຮັກຂອງຄົນເຈັບດ້ວຍຢາຊະນິດດຽວກັນ.









ຢາ ປະລິມານຢາ ວິທີການໃຊ້ຢາ
ceftriaxone 250 ມກ ສັກໃສກ້າມຊີ້ນພຽງແຕ່ຄັ້ງດຽວ
ຫຼື ຢາ cefixime 400 ມກ ກິນເອົາພຽງແຕ່ 1 ຄັ້ງ
ຫຼື ຢາ spectinomycin 2 ກຼາມ (2000 ມກ ) ສັກໃສກ້າມຊີ້ນພຽງແຕ່ຄັ້ງດຽວ
ແລະ
ຢາ azithromycin 1 ກຼາມ (1000 mມກ) iສັກໃສກ້າມຊີ້ນພຽງແຕ່ຄັ້ງດຽວ ແລະກິນເອົາ ພຽງແຕ່ 1 ຄັ້ງ
ຫຼື ຢາ doxycycline
(ບໍ່ໃຫ້ໃຊ້ຢາ doxycycline ຖ້າວ່າເຈົ້າຖືພາ ແລະຫຼີກເວັ້ນການນຳໃຊ້ຢາຊະນິກນີ້ຖ້າວ່າເຈົ້າໃຫ້ນົມລູກ)
100 ມກ ກິນເອົາ 2 ຄັ້ງຕໍ່ມື້ເປັນເວລາ 7 ມື້.
ຫຼື ຢາ erythromycin 500 ມກ ກິນເອົາ 4 ເທື່ອຕໍ່ມື້ເປັນເວລາ 7 ມື້.
ຫຼື ຢາ tetracycline
(ບໍ່ໃຫ້ໃຊ້ຢາ tetracycline ຖ້າວ່າເຈົ້າຖືພາ ແລະໃຫ້ນົມລູກ)
500 ມກ ກິນເອົາ 4 ເທື່ອຕໍ່ມື້ເປັນເວລາ 7 ມື້.
ຫຼື ຢາ amoxicillin
(ຢາ amoxicillin ສາມາດໃຊ້ເວລາຖືພາ, ຖ້າບໍ່ມີຢາ azithromycin ແລະ erythromycin)
500 ມກ ກິນເອົາ 3 ເທື່ອຕໍ່ມື້ເປັນເວລາ 7 ມື້.



This page was updated: ໐໕ ມັງກອນ ໒໐໒໔