Hesperian Health Guides
ຢາປະສົມທີ່ໃຊ້ເພື່ອຮັກສາທັງພະຍາດຊີຟີລິດ (syphilis) ແລະບາດແຜກາມມະໂລ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ພະຍາດຕິດຕໍ່ທາງເພດສຳພັນ > ຢາປະສົມທີ່ໃຊ້ເພື່ອຮັກສາທັງພະຍາດຊີຟີລິດ (syphilis) ແລະບາດແຜກາມມະໂລ
ຢາທີ່ໃຊ້ຮັກສາພະຍາດຊີຟີລິດສ໌ (syphilis). ໃຫ້ໃຊ້ພຽງແຕ່ຊະນິດດຽວ. | ປະລິມານຢາ | ວິທີການໃຊ້ຢາ |
ຢາ benzathine penicillin (ສາມາດໃຊ້ເມື່ອຖືພາ) | 2.4 ລ້ານ ຢູນິດ Units | ສັກໃສ່ກ້າມຊີ້ນພຽງແຕ່ຄັ້ງດຽວ |
ຫຼື ຢາ doxycycline (ບໍ່ໃຫ້ໃຊ້ຢາ doxycycline ຖ້າເຈົ້າຖືພາ ຫຼື ຫຼີກເວັ້ນການໃຊ້ຢາຊະນິດນີ້ເມື່ອໃຫ້ນົມລູກ) |
100 ມກ | ກິນເອົາ 2 ຄັ້ງຕໍ່ມື້ ເປັນເວລາ 14 ມື້. |
ຫຼື ຢາ erythromycin (ພຽງແຕ່ໃຊ້ຢາຊະນິດນີ້ຖ້າເຈົ້າຖືພາ ຫຼື ເມື່ອໃຫ້ນົມລູກ ແລະແພ້ຢາ penicillin. ຢາຊະນິດນີ້ຈະສາມາດຮັກສາຊີຟີລິດສ໌ໃນແມ່, ແຕ່ຫຼັງຈາກເກີດລູກ, ເດັກນ້ອຍຈະຕ້ອງໄດ້ຮັບການປິນປົວຕື່ມ) |
500 ມກ | ກິນເອົາ 4 ຄັ້ງຕໍ່ມື້ ເປັນເວລາ 15 ມື້. |
ແລະ | ||
ຢາທີ່ໃຊ້ຮັກສາບາດແຜກາມມະໂລກ. ໃຫ້ໃຊ້ພຽງແຕ່ຊະນິດດຽວ. | ປະລິມານຢາ | ວິທີການໃຊ້ຢາ |
ຢາ azithromycin | 1 ກຼາມ (1000 ມກ) | ກິນເອົາພຽງແຕ່ຄັ້ງດຽວ |
ຫຼື ຢາ ceftriaxone | 250 ມກ | ສັກໃສ່ກ້າມຊີ້ນພຽງແຕ່ຄັ້ງດຽວ |
ຫຼື ciprofloxacin (ບໍ່ໃຫ້ໃຊ້ກັບແມ່ຍິງຖືພາ ຫຼືໃຫ້ນົມລູກ ຫຼືອາຍຸຕ່ຳກວ່າ16) |
500 ມກ | ກິນເອົາ 2 ຄັ້ງຕໍ່ມື້ ເປັນເວລາ 3 ມື້. |
ຫຼື ຢາ erythromycin | 500 ມກ | ກິນເອົາ 4 ຄັ້ງຕໍ່ມື້ ເປັນເວລາ 7 ມື້. |
This page was updated: ໐໕ ມັງກອນ ໒໐໒໔