Hesperian Health Guides
ຢາຕ້ານເຊື້ອລາ
ເນື້ອໃນ
ໂຄຼທຼີມາໂຊນ (Clotrimazole)
Clotrimazole ແມ່ນຢາຕ້ານເຊື້ອລາທີ່ໃຊ້ຮັກສາການຕິດເຊື້ອລາຕ່າງໆໃນຊ່ອງຄອດ, ອະໄວຍະວະເພດຊາຍ, ປາກ ແລະຜິວໜັງ.

Clotrimazole ອາດຈະເຮັດໃຫ້ລະຄາຍເຄືອງຜິວໜັງ. ໃຫ້ຢຸດໃຊ້ຖ້າວ່າເຈົ້າມີຜືນຂຶ້ນ.

ຢາຊະນິດນີ້ມາໃນຮູບແບບສຳລັບຍັດເຂົ້າໃນຊ່ອງຄອດ ແລະ ເປັນຄຼີມ.
ສຳລັບເຊື້ອລາໃນຊ່ອງຄອດ:
ຫຼື
ຖ້າໃຊ້ແບບຄຼີມ 2%: ໃຫ້ຍັດຄຼີມ 5 ກຼາມໃສ່ໃນຊ່ອງຄອດທຸກໆຄືນເປັນເວລາ 3 ຄືນ.
ຫຼື
ຖ້າໃຊ້ແບບຍັດເອົາ, ແມ່ນໃຫ້ສອດໃສໃນຊ່ອງຄອດທຸກໆຄືນ ລວມທັງເວລາເປັນປະຈຳເດືອນ. ໃຫ້ໃຊ້ 100 ມກແບບຍັດເອົາເປັນເວລາ 7 ຄືນ, 200 ມກ ແບບຍັດເອົາເປັນເວລາ 3 ຄືນ, ຫຼື 500 ມກ ແບບຍັດເອົາເປັນເວລາພຽງແຕ່ 1 ຄືນ.

Gຢາຂ້າເຊື້ອຊະນິດໜຶ່ງທີ່ມີສີມ້ອງ (GV, methylrosanilinium chloride)
ຢາຂ້າເຊື້ອຊະນິດໜຶ່ງທີ່ມີສີມ້ອງ (GV) ແມ່ນສານທີ່ໃຊ້ຂ້າເຊື້ອໂລກໃຊ້ເພື່ອຊ່ວຍຕໍ່ສູ້ກັບການຕິດເຊື້ອຂອງຊ່ອງຄອດ, ປາກ, ແລະຜິວໜັງ.

ຢາຂ້າເຊື້ອຊະນິດໜຶ່ງທີ່ມີສີມ້ອງ (GV) ແມ່ນຈະເຮັດທຸກໆເປັນສີມ້ອງ. ມັນລຸດອອກຈາກຜີວໜັງສອງສາມມື້ແຕ່ວ່າມັນສາມາດຕິດນ້ຳເສື້ອຜ້າຖາວອນ.


ໄມໂຄນາໂຊນ (Miconazole)
Miconazole ແມ່ນຢາຕ້ານເຊື້ອລາທີ່ໃຊ້ເພື່ອຮັກສາເຊື້ອລາ ແລະການຕິດເຊື້ອລາຂອງຊ່ອງຄອດ, ອະໄວຍະວະເພດຊາຍ, ແລະຜິວໜັງ.

Miconazole ອາດຈະເຮັດໃຫ້ລະຄາຍເຄືອງຜິວໜັງ. ໃຫ້ຢຸດໃຊ້ຖ້າວ່າເຈົ້າມີຜື່ນຂຶ້ນ.

ຢາຊະນິດນີ້ມາໃນຮູບແບບສຳລັບຍັດເຂົ້າໃນຊ່ອງຄອດ ແລະ ເປັນຄຼີມ.
ສຳລັບເຊື້ອລາໃນຊ່ອງຄອດ:
ຫຼື
ຖ້າໃຊ້ແບບຍັດເອົາ, ແມ່ນໃຫ້ສອດໃສໃນຊ່ອງຄອດທຸກໆຄືນ ລວມທັງເວລາເປັນປະຈຳເດືອນ. ໃຫ້ໃຊ້ 100 ມກແບບຍັດເອົາເປັນເວລາ 7 ຄືນ, 200 ມກ ແບບຍັດເອົາເປັນເວລາ 3 ຄືນ.

ໄນສເຕຕິນ (nystatin)
Nystatin ແມ່ນຢາຕ້ານເຊື້ອລາທີ່ໃຊ້ເພື່ອຮັກສາເຊື້ອລາ ແລະການຕິດເຊື້ອລາຂອງຊ່ອງຄອດ, ອະໄວຍະວະເພດຊາຍ, ປາກ, ແລະຜິວໜັງ.

Nystatin ອາດຈະເຮັດໃຫ້ລະຄາຍເຄືອງຜິວໜັງ. ໃຫ້ຢຸດໃຊ້ຖ້າວ່າເຈົ້າມີຜືນຂຶ້ນ.

ຢາຊະນິດນີ້ມາໃນຮູບແບບສຳລັບຍັດເຂົ້າໃນຊ່ອງຄອດ ແລະ ເປັນຄຼີມ.
ສຳລັບເຊື້ອລາໃນຊ່ອງຄອດ:
ຫຼື
ຖ້າໃຊ້ແບບຍັດເອົາ: ທຳອິດເຮັດໃຫ້ມັນປຽກ ແລະຫຼັງຈາກນັ້ນແມ່ນໃຫ້ໃສ່ 100000 IU ສອດໃສໃນຊ່ອງຄອດທຸກໆຄືນ ລວມທັງເວລາເປັນປະຈຳເດືອນເປັນເວລາ 14 ຄືນ.
