Hesperian Health Guides

ຢາຕ້ານເຊື້ອໄວຣັດສ

ພະຍາດຕິດຕໍ່ທາງເພດສຳພັນ (ພຕພ): ຢາປິ່ນປົວ

ອາຊີໂຄຼວຽຍ (Acyclovir)


Acyclovir ແມ່ນຢາທີ່ໃຊ້ຕໍ່ສູ້ກັບໄວຣັດຫຼາບຊະນິດທີ່ເຮັດໃຫ້ເປັນຕຸ່ມໂພງ. Acyclovir ບໍ່ສາມາດຮັກສາຕຸ່ມໂພງໄດ້, ແຕ່ວ່າມັນສາມາດເຮັດໃຫ້ອາຈານເຈັບປວດຫຼຸດໜ້ອຍລົງ ແລະຮັກສາບໍ່ໃຫ້ມັນລາມໄປບ່ອນອຶ່ນ.

ຜົນ​ຂ້າງຄຽງGreen-effects.png

Acyclovir ບາງຄັ້ງອາດຈະເປັນສາເຫດໃຫ້ເຈັບຫົວ, ວິນຫົວ, ປວດຮາກ, ແລະຮາກ.

ສິ່ງ​ສໍາຄັນNBgrnimportant.png

ບໍ່ໃຫ້ໃຊ້ຢາຊະນິດນີ້ຖ້າວ່າເຈົ້າມີບັນຫາໝາກໄຂຫຼັງ.

ວິທີການນໍາໃຊ້NBgrnpill.png

ໃຫ້ເລີ່ມໃຊ້ຢາ acyclovir ທັນທີທັນໃດທີ່ອາການເລີ່ມປາກົດໃຫ້ເຫັນ.

ສຳລັບການຕິດເຊື້ອເຮັດໃຫ້ມີຕຸ່ມໂພງຢູ່ອະໄວຍະວະເພດເປັນຄັ້ງທຳອິດ:
NWTND bag arrow.png
ໃຫ້ກິນຢາ 200 ມກ 5 ຄັ້ງເປັນເວລາ 7 ມື້.
ຫຼື
ໃຫ້ກິນຢາ 400 ມກ 3 ຄັ້ງເປັນເວລາ 7 ມື້.


ຖ້າວ່າເຈົ້າເຄີຍຕິດເຊື້ອເຮັດໃຫ້ມີຕຸ່ມໂພງຢູ່ອະໄວຍະວະເພດມາກ່ອນໜ້ານີ້ແລ້ວ:
NWTND bag arrow.png
ໃຫ້ກິນຢາ 200 ມກ 5 ຄັ້ງເປັນເວລາ 5 ມື້.
ຫຼື
ໃຫ້ກິນຢາ 400 ມກ 3 ຄັ້ງເປັນເວລາ 5 ມື້.

ແບບຮຸນແຮງເປັນ 6 ຄັ້ງ ຫຼື ຫຼາຍກວ່າໃນປີໜຶ່ງງແມ່ນໃຫ້ໄປປຶກສານຳແພດຜູ້ຊ່ຽວຊານເພື່ອເບິ່ງວ່າຖ້າໃຊ້ acyclovir ເປັນເວລາດົນຈະຊ່ວຍໄດ້ບໍ.


This page was updated: ໐໕ ມັງກອນ ໒໐໒໔