Hesperian Health Guides

ຢາປະສົມທີ່ໃຊ້ເພື່ອຮັກສາການຕິດເຊື້ອໃນກະດູກອ່າງຊາມ

ພະຍາດຕິດຕໍ່ທາງເພດສຳພັນ (ພຕພ): ຢາປິ່ນປົວ

ຖ້າວ່າອາການຕ່າງໆແມ່ນສຳລັບການຕິດເຊື້ອກະດູກອ່າງຊາມ (PID) ແລະມັນມີອາການຮຸນແຮງ ຫຼືຄົນເຈັບແມ່ນແມ່ຍິງຖືພາ, ລາວຈະຕ້ອງການໃຫ້ຢາໂດຍການສັກເສັ້ນເລືອດດຳ (IV).

ຖ້າວ່າອາການຕ່າງໆແມ່ນຢູ່ໃນຂັ້ນເລີ່ມຕົ້ນ ແລະບໍ່ທັນຮຸນແຮງ, ໃຫ້ກິນຢາເອົາ. ການຕິດເຊື້ອຊະນິດນີ້ແມ່ນຕາມທຳມະດາແລ້ວແມ່ນມີສາເຫດມາຈາກການປະສົມເຊື້ອພະຍາດ 6 ຢ່າງ, ສະນັ້ນຢ່າງໜ້ອຍຕ້ອງໃຊ້ຢາ 2 ຊະນິດເພື່ອຮັກສາໂລກນີ້. ໃຫ້ເລືອກເອົາຢາ 1 ຊະນິດຈາກແຕ່ລະໝວດຢາຂ້າງລຸ່ມນີ້ ຖ້າເປັນໄປໄດ້ໃຫ້ຢາ metronidazole (ໃນຕາຕະລາງອັນທີ່ 3). ຢາທີ່ດີແມ່ນຈະຖືກຈັດໄວ້ອັນດັບໜຶ່ງ ແລະຮອງລົງມາຕາມລຳດັບ. ຕົວຢ່າງ, ຢາປະສົມທີ່ດີທີ່ສຸດແມ່ນໃຫ້ຢາ ceftriaxone, doxycycline, ແລະ metronidazole. ຫຼັງຈາກໃຊ້ຢາ 2 ມື້ແລ້ວອາການຍັງບໍ່ດີຂຶ້ນ ແມ່ນໃຫ້ໄປພົບແພດເພື່ອຂໍຄວາມຊ່ວຍເຫຼືອ.

ນອກຈາກນັ້ນແມ່ນຮັກສາຄູ່ຮັກຂອງຄົນເຈັບດ້ວຍຢາຊະນິດດຽວກັນສຳລັບໂລກໜອງໃນແທ້ ແລະ ໜອງໃນທຽມ.





ຢາຕ່າງໆທີ່ໃຊ້ສຳລັບການຕິດເຊື້ອຈາກໜອງໃນແທ້. ປະລິມານຢາ ວິທີການໃຊ້ຢາ
ຢາ ceftriaxone 250 ມກ ສັກໃສກ້າມຊີ້ນພຽງແຕ່ຄັ້ງດຽວ
ຫຼື ຢາ spectinomycin 2 ກຼາມ (2000 ມກ) ສັກໃສກ້າມຊີ້ນພຽງແຕ່ຄັ້ງດຽວ
ແລະ
ຢາຕ່າງໆທີ່ໃຊ້ສຳລັບການຕິດເຊື້ອຈາກໜອງໃນທຽມ.
ໃຫ້ໃຊ້ພຽງແຕ່ຊະນິດດຽວ
ປະລິມານຢາ ວິທີການໃຊ້ຢາ
ຢາ doxycycline
(ບໍ່ໃຫ້ໃຊ້ຢາ doxycycline ຖ້າວ່າເຈົ້າຖືພາ ແລະຫຼີກເວັ້ນນຳໃຊ້ຢາຊະນິດນີ້ຖ້າວ່າເຈົ້າໃຫ້ນົມລູກ
100 ມກ ກິນເອົາ 2 ຄັ້ງຕໍ່ມື້ ເປັນເວລາ 14 ມື້.
ຫຼື ຢາ azithromycin
(ໃຫ້ໃຊ້ຢາຊະນິດນີ້ກັບການກິນອາຫານ ມັນປອດໄພສຳລັບແມ່ຍິງຖືພາ)
1 ກຼາມ (1000 ມກ ) ກິນເອົາ 1 ຄັ້ງທຳອິດ, ແລະຄັ້ງທີ່ 2 ແມ່ນອີກ 1 ອາທິດຫຼັງຈາກຄັ້ງທຳອິດ.
ຫຼື ຢາ azithromycin
(ມັນປອດໄພສຳລັບແມ່ຍິງຖືພາ)
500 ມກ ກິນເອົາ 4 ຄັ້ງຕໍ່ມື້ ເປັນເວລາ 14 ມື້.
ຫຼື ຢາ amoxicillin
(ຢາ amoxicillin ສາມາດຖືກໃຊ້ເມື່ອເຈົ້າຖືພາ ແລະ ບໍ່ມີຢາ azithromycin ແລະ erythromycin)
500 ມກ ກິນເອົາ 3 ຄັ້ງຕໍ່ມື້ ເປັນເວລາ 14 ມື້.
ແລະ
ຢາທີ່ໃຊ້ສຳລັບການຕິດເຊື້ອ (ໃຊ້ຖ້າວ່າມີ). ປະລິມານຢາ ວິທີການໃຊ້ຢາ
ຢາ metronidazole 400 to 500 ມກ ກິນເອົາ 3 ຄັ້ງຕໍ່ມື້ ເປັນເວລາ 14 ມື້.
ຂໍ້ຄວນລະວັງ! ໍ່ໃຫ້ດື່ມເຫຼົ້າໃນຂະນະທີ່ກິນຢາຊະນິດນີ້.



This page was updated: ໐໕ ມັງກອນ ໒໐໒໔