Hesperian Health Guides
ພະຍາດຕິດຕໍ່ທາງເພດສຳພັນ (ພຕພ): ຢາປິ່ນປົວ
ຢາຕ່າງໆທີ່ໃຊ້ຮັກສາພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ຈະໄດ້ຮັບຜົນດີພຽງແຕ່ເມື່ອເຈົ້າກິນຢາຕາມຄຳແນະນຳ. ເຖິງວ່າອາການຕ່າງໆຈະຫາຍໄປ, ເຈົ້າຈະບໍ່ຖືກຮັກສາໃຫ້ຫາຍດີຈົນກວ່າຢາທັງໝົດຈະອອກລິດ. ຖ້າວ່າອາການຕ່າງໆຈະບໍ່ທັງຫາຍຫຼັງຈາກຮັບຢາໄດ້ 3 ມື້ແມ່ນໃຫ້ໄປພົບແພດ. ການເຈັບປວດ ຫຼືມີລົງຂາວມັນອາດຈະມີສາເຫດມາຈາກບັນຫາອຶ່ນໄດ້, ຫຼືວ່າເຈົ້າອາຈະຕ້ອງການໃຊ້ຢາຊະນິດອຶ່ນເພື່ອຮັກສາໃຫ້ດີ.
ໝາຍເຫດ: ປະລິມານຢາ (ໂດສ໌ຢາ) ແມ່ນສຳລັບຜູ້ໃຫ່ຍ ແລະເດັກນ້ອຍທີ່ອາຍຸຫຼາຍກວາ 12 ປີ.
ຢາຕ້ານເຊື້ອສາມາດຕໍ່ສູ້ກັບເຊື້ອພະຍາດຊະນິດຕ່າໆ. ຢາຕ້ານເຊື້ອຊະນິດຕ່າງກັນແມ່ນສາມາດໃຊ້ເພື່ອຕໍ່ສູ້ກັບເຊື້ອພະຍາດທີ່ແຕກຕ່າງກັນ. ການຕ້ານເຊື້ອທີ່ມີສວ່ນປະສົມທາງດ້ານເຄມີທີ່ຄືກັນແມ່ນຈະເວົ້າໄດ້ວ່າແມ່ນຢາຕ້ານເຊື້ອທີ່ມາຈາກໜວດຢາ ຫຼືກຸມຢາຊະນິດດຽວກັນ. ສະນັ້ນມັນຈິ່ງມີຄວາມສຳຄັນທີ່ຈະຮູ້ໝວດຢາຕ້ານເຊື້ອເພາະວ່າ:
- ຢາຕ້ານເຊື້ອທີ່ມາຈາກໝວດຢາດຽວກັນແມ່ນສາມາດຮັກສາພະຍາດທີ່ມີບັນຫາດຽວກັນ. ນີ້ແມ່ນໝາຍຄວາມວ່າບາງຄັ້ງເຈົ້າສາມາດໃຊ້ຢາທີ່ຕ່າງກັນແຕ່ມາຈາກໝວດຢາອັນດຽວກັນ.
- ຖ້າວ່າເຈົ້າແພ້ຢາຕ້ານເຊື້ອຊະນິດໃດໜຶ່ງ, ແມ່ນເຈົ້າອາດຈະແພ້ຢາຕ້ານເຊື້ອຊະນິດອຶ່ນໆທີ່ຢູ່ໃນໝວດຢາຊະນິດດຽວກັນ. ນີ້ໝາຍຄວາມວ່າເຈົ້າບໍ່ພຽງຕ້ອງຮັບຢາຊະນິດອຶ່ນເທົ່ານັ້ນ, ຢາຊະນິດນັ້ນຕ້ອງຢູ່ໝວດທີ່ຕ່າງກັນອີກດ້ວຍ.
ຢາຕ້ານເຊື້ອຕ້ອງໄດ້ໃຫ້ຄົບຊຸດ. ການຢຸດຮັບຢາໄວ, ເຖິງແມ່ນວ່າເຈົ້າຮູ້ສຶກດີຂຶ້ນ, ມັນສາມາດເຮັດໃຫ້ການຕິດເຊື້ອກັບຄືນອີກ ແລະຍັງເຮັດໃຫ້ຮັກສາໄດ້ຍາກຂຶ້ນ. ແນວໃດກໍ່ຕາມ, ຖ້າວ່າມັນຈະມີຜົນຂ້າງຄຽງທີ່ຮຸນແຮງຂອງຢາຕ້ານເຊື້ອ ເຊັ່ນອາການຖອກທ້ອງເລື້ອຍໆ ຫຼືອາການມີຜື່ນຄັນທົ່ວຮ່າງກາຍຢ່າງໄວວາ, ເຈົ້າອາດຈະຢຸດໃຊ້ຢາຊະນິດນີ້ແລ້ວໄປໃຊ້ຢາຕ້ານເຊື້ອຊະນິດອຶ່ນແທນ. ເພື່ອຊ່ວຍໃນການຕັດສິນໃຈແມ່ນຕ້ອງເຂົ້າພົບແພດທັນທີ່ທັນໃດ.
ເນື້ອໃນ
- ໑ ຢາອາມົກຊີຊີລິນ (Amoxicillin)
- ໒ ອາຊີໂຕຼໄມຊີນ (Azithromycin)
- ໓ ເບັນຊາຕີນ ເປນີຊີລິນ (Benzathine penicillin)
- ໔ ເຊັບຟີຊີທ (cefixime)
- ໕ ເຊັບເທຼຍໂຊນ (ceftriaxone)
- ໖ ຊີໂປຼໂຟຼຊາຊີນ (ciprofloxacin)
- ໗ ຊຼີນດາໄມຊີນ (clindamycin)
- ໘ ໂດຊີໄຊຄຼີນ (doxycycline)
- ໙ ອີລີໂທຼໄມຊີນ (erythromycin)
- ໑໐ ເມໂທໄນດາໂຊນ (metronidazole)
- ໑໑ ສະເປ໋ດຕິໂນໄມຊີນ (spectinomycin)
- ໑໒ ເຕຕ້າໄຊຄຼີນ (tetracycline)
- ໑໓ ທີນີດາໂຊນ (tinidazone)
ຢາອາມົກຊີຊີລິນ (Amoxicillin)
Amoxicillin ແມ່ນຢາຕ້ານເຊື້ອທີ່ຢູ່ໃນໝວດຂອງຢາເປນີຊີລິນທີ່ໃຊ້ຮັກສາພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະການຕິດເຊື້ອຊະນິດຕ່າງໆ. ເພາະມັນເປັນການດື້ຢາ ມັນມີປະໂຫຍດຫຼາຍກວ່າທີ່ຜ່ານມາ.

Amoxicillin ອາດຈະເປັນສາເຫດຂອງການຖອກທ້ອງ, ຜື່ນຄັນ, ວິນຫົວ, ຫຼືການຮາກ. ມັນອາດຈະເປັນສາເຫດຂອງການຕິດເຊື້ອລາໃນແມ່ຍິງ ຫຼືຜື່ນຄັນໃນເດັກ.

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຖ້າວ່າມີອາການແພ້ໃນໝວດຢາເປນີຊີລິນ.
ຖ້າວ່າເຈົ້າອາການບໍ່ດີຂຶ້ນພາຍໃນ 3 ມື້, ເຈົ້າອາດຈະຕ້ອງການຮັບຢາຊະນີດທີ່ແຕກຕ່າງອອກໄປ.

ຮັບຢາກັນການຮັບປະທານອາຫານ.
ສຳລັບຕິດເຊື້ອຄຼາມີເດຍ (chlamydia)

ສຳລັບພະຍາດທີ່ເກີດຈາກການຕິດເຊື້ອໃນຊ່ອງຄອດ (PID):

ceftriaxone ຫຼື spectinomycin ເພື່ອຮັກສາສຳລັບພະຍາດທີ່ເກີດຈາກການຕິດເຊື້ອໃນຊ່ອງຄອດ (PID). ໃຫ້ໃຊ້ຢາ amoxicillin ເພື່ອຮັກສາ PID ນອກຈາກບໍ່ມີຢາຕ້ານເຊື້ອຕ່າງໆຄື: azithromycin, doxycycline ຫຼື erythromycin.
ອາຊີໂຕຼໄມຊີນ (Azithromycin)
Azithromycin ແມ່ນຢາຕ້ານເຊື້ອໃນໝວດຢາ macrolide ເພື່ອໃຊ້ຮັກສາພະຍາດຕິດຕໍ່ທາງເພດສຳພັນ (STIs) ປະເພດຕ່ສາງໆ. ມັນປອດໄພແມ່ຍິງທີ່ຖືພາ ແລະໃຫ້ນົມລູກ.

Azithromycin ແມ່ນເປັນສາເຫດໃຫ້ມີການຖອກທ້ອງ, ວິນວຽນ, ຮາກ, ແລະອາການເຈັບທ້ອງ.

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຊະນິດນີ້ຖ້າວ່າມີອາການແພ້ຢາ erythromycin ຫຼືຢາໃນໝວດຢາຕ້ານເຊື້ອຊະນິດໃນໝວດ macrolide.

ພະຍາດໜອງໃນແທ້, ພະຍາດໜອງໃນທຽມ, ຫຼືບາດແຜກາມມະໂລກ

ສຳລັບພະຍາດທີ່ເກີດຈາກການຕິດເຊື້ອໃນຊ່ອງຄອດ (PID):

ເບັນຊາຕີນ ເປນີຊີລິນ (Benzathine penicillin)
Benzathine penicillin ແມ່ນຢາ ເຮັດໜ້າແທນທີ່ຕ້ານເຊື້ອໃນໝວດຢາ penicillin ທີ່ຖືກໃຊ້ຮັກສາພະຍາດຊີຟີລິດສ໌ (syphilis) ແລະບາດແຜທີ່ເກີດຈາກກາມມະໂລກ. ສ່ວນຫຼາຍຢາຊະນິດນີ້ແມ່ນສັກໃສ່ກ້າມຊິ້ນເອົາ.

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຊະນິດນີ້ຖ້າເຈົ້າແພ້ຢາໃນໝວດຢາ penicillin. ໃຫ້ມີຫໍໂມນ epinephrine ໄວ້ເມື່ອສັກຢາ penicillin.
ສັງເກດເບິ່ງວ່າມີອາການແພ້ ແລະຊອ໋ກບໍພາຍໃນເຊິ່ງມັນອາດຈະເລີ່ມຂຶ້ນໃນເວລາ 30 ນາທີ.

ມັນອາດຈະເຈັບເວລາສັກຢາ. ປະສົມກັບ 1% lidocaine ຖ້າວ່າເຈົ້າຮູ້ວິທີປະສົມ.
ສຳລັບພະຍາດຊີຟີລິດສ໌ (syphilis)

ຖ້າວ່າເບິ່ງຄືວ່າມີຜູ້ໃດຜູ້ໜຶ່ງທີ່ຕິດເຊື້ອ syphilis ເປັນເວລາຫຼາຍກວ່າໜຶ່ງປີແລ້ວ ຫຼືມີປັນຫາທາງຈິດ ຫຼືບັນຫາອື່ນໆທີ່ຕາມມາຫຼັງຈາກເປັນ syphilis ໄດ້ຫຼາຍປີ, ຢາໃນປະລິມານຊະໜາດນີ້ພຽງຄັ້ງດຽວແມ່ນບໍ່ພຽງພໍ. ເມື່ອຜົນກວດອອກມາວ່າຕິດເຊື້ອ syphilis ແລະອາດຈະຕິດເຊື້ອຫຼາຍກວ່າຢ່າງໜ້ອຍ 2 ປີກ່ອນໜ້າ ຫຼືຫຼາຍກວ່ານັ້ນ, ແມ່ນໃຫ້ສັກຢາ 2.4 ລ້ານ unit ໃສ່ກ້າມຊີ້ນ 1 ຄັ້ງເປັນເວລາ 3 ອາທິດຕິດຕໍ່ກັນ. ໃຫ້ຄວາມຊ່ວຍເຫຼືອແກ່ຄົນຈັບໄດ້ຮັບການກວດຢ່າງຖືກຕ້ອງ ແລະການປິ່ນປົວຮັກສາຈາກພະນັກງານສາທາລະນະສຸກທີ່ມີປະສົບການ.
ເຊັບຟີຊີທ (cefixime)
Cefixime ແມ່ນຢາຕ້ານເຊື້ອທີ່ຢູ່ໃນໝວດຢາ cephalosporin ທີ່ໃຊ້ໃນການຮັກສາການຕິດເຊື້ອຕ່າງໆ ເຊິ່ງປະກອບມີ ພະຍາດໜອງໃນ.

Cefixime ສາມາດເປັນສາເຫດໃຫ້ເກີດເຈັບທ້ອງ, ຖອກທ້ອງ ແລະເຈັບຫົວ.

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຊະນິດຖ້າວ່າເຈົ້າແພ້ຢາໃນໝວດ cephalosporin. ເບິ່ງອາການແພ້ທີ່ຈະສະແດງອອກ. ໃຫ້ກຽມພ້ອມສະເໝີເພື່ອປິ່ນປົວຮັກສາອາການແພ້ ແລະຊ໋ອກເພື່ອສັກຢາຕ້ານເຊື້ອ.
ຄົນທີ່ມີບັນຫາກ່ຽວກັບຕັບຄວນຈະລະວັງເມື່ອຮັບຢາ Cefixime.

ເພື່ອຮັກສາພະຍາດໜອງໃນ

ເຊັບເທຼຍໂຊນ (ceftriaxone)
Ceftriaxone ແມ່ນຢາຕ້ານເຊື້ອທີ່ຢູ່ໃນໝວດຢາ cephalosporin ທີ່ສັກເຂົ້າກ້າມຊີ້ນ ຫຼືທາງເສັ້ນເລືອດດຳ. ມັນຖືກໃຊ້ກັບສຳລັບການຕິດເຊື້ອຫຼາຍຊະນິດ ເຊິ່ງປະກອບມີພະຍາດໜອງໃນ ແລະ ການຕິດເຊື້ອໃນຊ່ອງຄອດ (PID).

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຊະນິດຖ້າວ່າເຈົ້າແພ້ຢາໃນໝວດ cephalosporin. ເບິ່ງອາການແພ້ທີ່ຈະສະແດງອອກ. ໃຫ້ກຽມພ້ອມສະເໝີເພື່ອປິ່ນປົວຮັກສາອາການແພ້ ແລະຊ໋ອກເພື່ອສັກຢາຕ້ານເຊື້ອ.

ມັນອາດຈະເຈັບເວລາສັກຢາ. ປະສົມກັບ 1% lidocaine ຖ້າວ່າເຈົ້າຮູ້ວິທີປະສົມ.
ສຳລັບພະຍາດໜອງໃນໃນຜູ້ໃຫ່ຍ:


ຊີໂປຼໂຟຼຊາຊີນ (ciprofloxacin)
Ciprofloxacin ແມ່ນຢາຕ້ານເຊື້ອໃນໝວດ quinolone ທີ່ຖືກໃຊ້ສຳລັບການຕິດເຊື້ອປະເພດຕ່າງໆເຊິ່ງລວມມີບາດແຜກາມມະໂລກ.

Ciprofloxacin ສາມາດເປັນສາເຫດກໍ່ໃຫ້ເກີດອາການວິນຫົວ, ຖອກທ້ອງ, ຮາກ, ຫຼື ເຈັບຫົວ.

ບໍ່ໃຫ້ໃຊ້ເມື່ອເຈົ້າຖືພາ, ໃຫ້ນົມລູກ ຫຼືເດັກນ້ອຍທີ່ອາຍຸຕ່ຳກວ່າ 16 ປີ.
ບໍ່ໃຫ້ກິນຮ່ວມກັບຜະລິດຕະພັນທີ່ມີສ່ວນປະສົມຂອງນົມ.

ໃຫ້ດື່ມນ້ຳໜຶ່ງຈອກຫຼັງຈາກກິນຢາຊະນິດນີ້.
ສຳລັບບາດແຜກາມມະໂລກ:

ຊຼີນດາໄມຊີນ (clindamycin)
Clindamycin ແມ່ນຢາຕ້ານເຊື້ອທີ່ຖືກໃຊ້ສຳລັບການຕິດເຊື້ອປະເພດຕ່າງໆເຊິ່ງລວມເຊື້ອພະຍາດໃນຊ່ອງຄອດ.

ອາການວິນຫົວ, ຮາກ, ແລະ ຖອກທ້ອງສາມາດເກີດຂຶ້ນໄດ້ພາຍໃນສອງສາມອາທິດໃນການໃຊ້ຢາ clindamycin. ຖ້າວ່າເຈົ້າມີຜື່ນຕາມຜີວໜັງ, ໃຫ້ເຊົາໃຊ້ຢາຊະນິດນີ້ ແລະໃຫ້ໄປພົບແພດ (ພະນັກງານສາທາລະນະສຸກ).

ຖ້າເຈົ້າໃຫ້ນົມລູກ ແລະຢາຊະນິດນີ້ເຮັດໃຫ້ລູກຂອງເຈົ້າຖອກທ້ອງແມ່ນໃຫ້ເຊົາໃຊ້ຢາຊະນິດນີ້.
ການໃຊ້ຢາຊະນິດນີ້ຫຼາຍກວ່າ 30 ວັນສາມາດນຳໄປສູ່ການເກີດການຕິດເຊື້ອລາໃນຊ່ອງຄອດ, ແລະມັນຍັງເປັນອັນຕະລາຍແກ່ຜູ້ທີ່ມີບັນຫາໝາກໄຂ່ຫຼັງ ຫຼື ຕັບ. ຄຼີມສຳລັບທາຊ່ອງຄອດສາມາດເຮັດໃຫ້ປະສິດທິພາບຂອງຖົງຢາງອານາໄມຫຼຸດລົງປະມານ 3 ມື້ຫຼັງຈາກໃຊ້ຄີມຊະນິດນີ້.

ມັນຈະມາໃນຮູບແບບແຄບຊູນແມ່ນກິນເອົາ ແລະແບບຄຼີມ.
ສຳລັບການຕິດເຊື້ອພະຍາດໃນຊ່ອງຄອດ (BV):

ຫຼື
ໃຫ້ທາຢາ 5 ກຼາມ ຂອງ 2 % ຂອງຄີມ (ໃນການທາ 1 ເທື່ອ) ໃສ່ໃນຊ່ອງຄອດແຕ່ລະຄືນເປັນເວລາ 7 ມື້.
ໂດຊີໄຊຄຼີນ (doxycycline)
Doxycycline ແມ່ນຢາຕ້ານເຊື້ອໃນໝວດ tetracycline ທີ່ໃຊ້ໃນການຕິດເຊື້ອຫຼາຍຊະນິດຂອງ STIs. ມັນສາມາດໃຊ້ແທນຢາ tetracycline ແລະມັນໃຊ້ງ່າຍກວ່າເພາະວ່າມັນຮັບຢາສອງສາມຄັ້ງແຕ່ລະມື້.

Doxycycline ສາມາດເປັນສາເຫດໃຫ້ເກີດການຖອກທ້ອງ ຫຼືເຈັບທ້ອງ. ບາງຄົນແມ່ນມີຜື່ນຂຶ້ນຫຼັງຈາກຕາກແດດເປັນເວລາດົນ.

ບໍ່ໃຫ້ໃຊ້ຢາຕ້ານເຊື້ອຊະນິດຖ້າວ່າເຈົ້າແພ້ຢາຕ້ານເຊື້ອໃນໝວດ tetracycline.
ບໍ່ໃຫ້ໃຊ້ຢາ doxycycline ຖ້າວ່າເຈົ້າຖືພາ ແລະພະຍາຍາມຫຼີກລ້ຽງຖ້າວ່າໃຫ້ນົມລູກ.

ຫຼີກລ້ຽງການດື່ມນົມ, ຢາທີ່ມີທາດຫຼັກ, ແລະຢາລົດກົດເປັນເວລາ 2 ຊົ່ວໂມງກ່ອນ ຫຼືຫຼັງກິນຢາ. ບໍ່ໃຫ້ໃຊ້ກ່ອນນອນຫຍຽດລົງ. ໃຫ້ນັ່ງກິນຢາ ແລະດື່ມນ້ຳໃຫ້ຫຼາຍເພື່ອປ້ອງກັນການລະຄາຍເຄືອງເພາະເວລາກືນຢາສາມາດເປັນສາເຫດເກີດອາການນີ້ໄດ້.
ສຳລັບພະຍາດໜອງໃນ ຫຼື ພະຍາດໜອງໃນທຽມ:
ສຳລັບພະຍາດຊີຟີລິດຂັ້ນເລີ່ມຕົ້ນ (syphilis):


ໃຫ້ກິນຢາ 100 ມກ 2 ຄັ້ງຕໍ່ມື້ເປັນເວລາ 14 ມື້. (ເພື່ອຮັກສາ ພະຍາດຕິດເຊື້ອໃນຊ່ອງຄອດ (PID), ຍັງໃຫ້ຢາ ceftriaxone ຫຼື spectinomycin).
ອີລີໂທຼໄມຊີນ (erythromycin)
Erythromycin ແມ່ນຢາຕ້ານເຊື້ອໃນໝວດ macrolide ໃຊ້ເພື່ອປິ່ນປົວການຕິດເຊື້ອຫຼາຍຊະນິດ ເຊິ່ງປະກອບມີ ພະຍາດ ພຕພ ບາງຊະນິດ. ມັນປອດໄພທີ່ໃຊ້ໃນຂະນະຖືກພາ ແລະມີການໃຊ້ຢ່າງກວ້າງຂວາງ, ແຕ່ວ່າມັນສຳລັບພະຍາດ ພຕພ ສວ່ນໃຫ່ຍມັນບໍ່ຄ່ອຍມີປະສິດທິຜົນເຊັ່ນກັບຢາຕ້າຍເຊື້ອຊະນິດອຶ່ນໆ.

Erythromycin ອາດຈະເຮັດໃຫ້ເຈັບທ້ອງ ຫຼືເປັນສາເຫດຂອງການວິນຫົວ, ຮາກ, ແລະຖອກທ້ອງ.

ບໍ່ໃຫ້ໃຊ້ຢາຊະນິດນີ້ຖ້າວ່າເຈົ້າແພ້ຢາຕ້ານເຊື້ອໃນໝວດ macrolide.

Erythromycin ມັນອອກລິດໄດ້ດີທີ່ສຸດເມື່ອຮັບຢາໜຶ່ງຊົ່ວໂມງກ່ອນ ຫຼື 2 ຊົ່ວໂມງຫຼັງຈາກແຕ່ລະຄາບເຂົ້າ. ຖ້າວ່າຢາຊະນິດນີ້ເຮັດໃຫ້ເຈົ້າເຈັບທ້ອງຫຼາຍເກີນໄປ, ໃຫ້ກິນອາຫານຈັກເລັກໜ້ອຍ. ບໍ່ໃຫ້ແບ່ງຢາເມັດເພາະວ່າພວກມັນເພື່ອປົກຫຸ້ມເພື່ອປ້ອງກັນນ້ຳຍ່ອຍໃນກະເພາະກ່ອນທີ່ມັນຈະເລີ່ມເຮັດວຽກໃນກະເພາະອາຫານ.
ສຳລັບຕິດເຊື້ອຄຼາມີເດຍ
ສຳລັບບາດແຜກາມມະໂລກ:

ສຳລັບພະຍາດຊີຟີລິດ (syphilis):

ສຳລັບພະຍາດທີ່ເກີດຈາກການຕິດເຊື້ອໃນຊ່ອງຄອດ (PID):

ເມໂທໄນດາໂຊນ (metronidazole)
Metronidazole ແມ່ນຢາຕ້ານເຊື້ອທີ່ໃຊ້ປິ່ນປົວການຕິດເຊື້ອໃນຊ່ອງຄອດ (BV), ໂປໂຕຼຊົວຊະນິດໜຶ່ງທີ່ກໍ່ໃຫ້ເກີດການຕິດເຊື້ອໃນຊອ່ງຄອດ (trichomonas), ຫຼື PID.

Metronidazole ສາມາດເປັນສາເຫດຂອງປາກບໍ່ຮູ້ລົດ, ຍ່ຽວເປັນສີເຂັ້ມ, ເຈັບທ້ອງ ຫຼື ວິນຫົວ, ແລະເຈັບຫົວ.

ບໍ່ໃຫ້ໃຊ້ຢາຊະນິດນີ້ຖ້າເຈົ້າເປັນຂີ້ໝາກເຫຼືອງ (ຕາເຫຼືອງ) ຫຼື ມີບັນຫາເລື່ອງຕັບອຶ່ນໆ.
ຢຸດໃຊ້ຢາຊະນິດນີ້ຖ້າວ່າມັນເຮັດໃຫ້ເຈົ້າຮູ້ສຶກມື່ນຊາ.
ບໍ່ໃຫ້ດື່ມເຫຼົ້າ, ບໍ່ວ່າຈະແມ່ນເບຍພຽງແຕ່ 1 ຈອກ ໃນຂະນະທີ່ກິນຢາ metronidazole ມັນຈະເຮັດໃຫ້ເຈົ້າຮູ້ສຶກປວດຮາກ.

ຢາຊະນິດນີ້ມາໃນຮູບແບບຢາຍັດສຳລັບຍັດເຂົ້າໃນຊ່ອງຄອດ ແລະແບບເມັດສຳລັບກິນເອົາ.
ສຳລັບການຕິດເຊື້ອໃນຊ່ອງຄອດ (BV) ຫຼື ໂປໂຕຼຊົວຊະນິດໜຶ່ງທີ່ກໍ່ໃຫ້ເກີດການຕິດເຊື້ອໃນຊອ່ງຄອດ (trichomonas):
ຫຼື
ໃຫ້ກິນຢາ 400 ຫາ 500 ມກ 2 ຄັ້ງຕໍ່ມື້ເປັນເວລາ 7 ມື້.
ຫຼື
ຍັດຢາທີ່ມີປະລິມານ 500 ມກເຂົ້າໃນຊ່ອງຄອດ, ທຸກໆຄືນເປັນເວລາ 7 ຄືນ.

ສະເປ໋ດຕິໂນໄມຊີນ (spectinomycin)
Spectinomycin ແມ່ນຢາຕ້ານເຊື້ອ aminocyclitol ທີ່ໃຊ້ເພື່ອຮັກສາພະຍາດຕິດເຊື້ອທາງຊ່ອງຄອດ PID ແລະ ພະຍາດໜອງໃນ, ແຕ່ວ່າມັນຈະໃຊ້ບໍ່ໄດ້ຜົນກັບໂລກໜອງໃນຮູຄໍ. ມັນມີປະໂຫຍດສະເພາະແມ່ນສຳລັບຄົນທີ່ແພ້ຢາຕ້ານເຊື້ອ penicillin ແລະ cephalosporin.

ມັນສາມາດເປັນສາເຫດໃຫ້ມີອາການໜາວສັ່ນ, ເຈັບປວດ ຫຼື ເກີດຜື່ນແດງໃນບ່ອນທີ່ສັກ, ວິນຫົວ, ແລະ ອາການປວດຮາກ.

ມັນມາໃນຮູບແບບເປັນແກ້ວໜ້ອຍໆສຳລັບສັກໃນປະລິມານ 2 ກຼາມ.
ສຳລັບພະຍາດໜອງໃນ ຫຼື PID:
ເຕຕ້າໄຊຄຼີນ (tetracycline)
Tetracycline ແມ່ນຢາຕ້ານເຊື້ອໃນໝວດ tetracycline ໃຊ້ເພື່ອຮັກສາພະຍາດຕິດເຊື້ອຫຼາຍຊະນິດແຕກຕ່າງກັນ ເຊິ່ງລວມມີ ເຊື້ອຄຼາມີເດຍ. Doxycycline ແມ່ນສາມາດໄດ້ຜົນດີຕໍ່ກັບການຕິດເຊື້ອທີ່ຄືກັນ ອາດຈະມີລາຄາໜ້ອຍ ແລະມັນງ່າຍທີ່ຈະໃຊ້.

ຖ້າວ່າເຈົ້າຢູ່ກາງແດດດົນ, ມັນຈະເປັນສາເຫດໃຫ້ມີຜິວໜັງຜື່ນຄັນ. ມັນອາຈະມັຮຫາເຫດໃຫ້ຖອກທ້ອງ ຫຼືເຈັບທ້ອງ.

ບໍ່ໃຫ້ໃຊ້ຢາຊະນິດນີ້ຖ້າວ່າແພ້ຢາຕ້ານເຊື້ອໃນໝວດ tetracycline.
ບໍ່ໃຫ້ໃຊ້ຢາຕ້ານເຊື້ອໃນໝວດ tetracycline ຖ້າວ່າເຈົ້າຖືພາ ຫຼືໃຫ້ນົມລູກ.

ຫຼີກລ້ຽງດື່ມນົມ, ຢາເມັດທາດເຫຼັກ, ແລະຢາລົດກົດປະມານ 2 ຊົ່ວໂມງກ່ອນ ຫຼືຫຼັງຈະໃຊ້ຢາ.
ສຳລັບຕິດເຊື້ອຄຼາມີເດຍ (chlamydia)
ທີນີດາໂຊນ (tinidazone)
Tinidazole ແມ່ນຢາຕ້ານເຊື້ອທີ່ຄືກັບຢາ metronidazole ໃຊ້ເພື່ອຮັກສາການຕິດເຊື້ອໃນຊ່ອງຄອດບາງຊະນິດ.

Tinidazole ສາມາດເປັນສາເຫດຂອງປາກບໍ່ຮູ້ລົດ, ເຈັບທ້ອງ ຫຼື ວິນຫົວ, ແລະເຈັບຫົວ.

ບໍ່ໃຫ້ໃຊ້ຢາຊະນິດນີ້ ຖ້າວ່າເຈົ້າຖືພາ.
ບໍ່ໃຫ້ດື່ມເຫຼົ້າ, ບໍ່ວ່າຈະແມ່ນເບຍພຽງແຕ່ 1 ຈອກ ໃນຂະນະທີ່ກິນຢາ tinidazole ຫຼືໃຊ້ຢາໄດ້ 3 ມື້ຫຼັງຈາກໃຊ້ຢາ. ມັນຈະເຮັດໃຫ້ເຈົ້າຮູ້ສຶກປວດຮາກຫຼາຍໆ.

ດື່ມນ້ຳໜຶ່ງຈອກຫຼັງຈາກໃຊ້ຢາຊະນິດນີ້.
ສຳລັບເຊື້ອພະຍາດໃນຊ່ອງຄອດ ຫຼືໂປໂຕຼຊົວຊະນິດໜຶ່ງທີ່ກໍ່ໃຫ້ເກີດການຕິດເຊື້ອໃນຊອ່ງຄອດ (trichomonas):
ຫຼື

ກັບໂປໂຕຼຊົວຊະນິດໜຶ່ງທີ່ກໍ່ໃຫ້ເກີດການຕິດເຊື້ອໃນຊອ່ງຄອດ (trichomonas), ຍັງຕ້ອງໄດ້ຮັກສາປິ່ນປົວຄູ່ຮ່ວມເພດສຳພັນ ແຕ່ບໍ່ຈຳເປັນວ່າມີການຕິດເຊື້ອຊ່ອງຄອດ (BV).