Hesperian Health Guides

ມະເຮັງ

ຢູ່ໃນພາກນີ້:

ມະເຮັງແມ່ນຫຍັງ?

woman looking through a microscope.
ຈຸລັງແມ່ນນ້ອຍຫຼາຍ ທ່ານສາມາດເບິ່ງເຫັນພວກມັນໄດ້ໂດຍຜ່ານທາງກ້ອງຈຸລະທັດເທົ່ານັ້ນ

ຮ່າງກາຍຂອງຄົນເຮົາ ແລະ ສິ່ງທີ່ມີຊີວິດຕ່າງໆລ້ວນແຕ່ຖືກສ້າງມາຈາກຈຸລັງ. ຈຸລັງແມ່ນຫົວໜ່ວຍໜ້ອຍໆເຊິ່ງມີຫຼາຍຊະນິດແຕກຕ່າງກັນທີ່ເຮັດວຽກຮ່ວມກັນເພື່ອເຮັດໃຫ້ມີຊີວິດຢູ່ໄດ້. ທຸກໆຈຸລັງກໍມີຊີວິດເຊັ່ນດຽວກັນ. ມັນແບ່ງຕົວອອກເພື່ອໃຫ້ໄດ້ຈຸລັງໃໝ່ ແລ້ວໃນທີ່ສຸດແຕ່ລະຈຸລັງກໍຕາຍໄປ.

ບາງຄັ້ງຈຸລັງໜື່ງກໍມີການສ້າງໃໝ່ທີ່ຜິດປົກກະຕິ ແລະ ກໍບໍ່ເປັນຜົນດີຕໍ່ສຸຂະພາບ. ຕາມປົກກະຕິແລ້ວມັນກໍບໍ່ເປັນຜົນຮ້າຍໃຫ້ຮ່າງກາຍທັງໝົດ ເພາະມັນເປັນພຽງຈຸລັງນ້ອຍໆດຽວຈຸລັງດຽວຂອງຈຳນວນຫຼາຍລ້ານຈຸລັງ ແລະ ມັນກໍຕາຍໄປຢ່າງໄວ. ແຕ່ບາງຄັ້ງຈຸລັງທີ່ເປັນຜົນຮ້າຍນັ້ນກໍແບ່ງຕົວ ແລະ ສ້າງຈຸລັງທີ່ຄ້າຍຄືກັນຫຼາຍຂື້ນ. ຈຸລັງເຫຼົ່ານີ້ມີການສ້າງໃໝ່ ແລະ ເປັນຮູບແບບເປັນກ້ອນທີ່ບໍ່ດີຕໍ່ສຸຂະພາບ ຫຼືມີການຂະຫຍາຍຕົວຢູ່ໃນຮ່າງກາຍທີ່ເອີ້ນວ່າກ້ອນເບົ້າ.

ກ້ອນເບົ້າສາມາດເປັນແບບບໍ່ຮ້າຍແຮງ ໝາຍຄວາມວ່າມັນບໍ່ມີການແຜ່ລາມ ແລະ ເຮັດໃຫ້ມີຜົນຮ້າຍ. ຫຼືມັນສາມາດເປັນແບບຮ້າຍແຮງ ໝາຍຄວາມວ່າມັນຂະຫຍາຍຕົວເລື່ອຍໆ ແລະ ຮຸກຮານພາກສ່ວນຕ່າງໆຂອງຮ່າງກາຍອັນນີ້ແມ່ນມະເຮັງ. ຂື້ນກັບຊະນິດຂອງຈຸລັງ ແລະ ບ່ອນທີ່ມັນຂະຫຍາຍຕົວ ມະເຮັງສາມາດຂະຫຍາຍຕົວຊ້າໆ ແລະ ບໍ່ເປັນອັນຕະລາຍ ຫຼືສາມາດເຮັດໃຫ້ເກີດການເຈັບເປັນທີ່ຮຸນແຮງ ແລະ ເສຍຊີວິດໄດ້.

ມະເຮັງບໍ່ແມ່ນພະຍາດໃດໜື່ງ, ທຸກຊະນິດຂອງມະເຮັງແມ່ນມີຄວາມແຕກຕ່າງກັນ. ມະເຮັງບາງຊະນິດແມ່ນສາມາດປ້ອງກັນໄດ້ ແລະ ບາງຊະນິດກໍປິ່ນປົວໄດ້ງ່າຍ ແລະ ປິ່ນປົວໃຫ້ຫາຍຂາດໄດ້. ສ່ວນຊະນິດອື່ນໆອີກແມ່ນເຮັດໃຫ້ເສຍຊີວິດໄດ້.

ຖ້າທ່ານກັງວົນວ່າທ່ານອາດຈະເປັນມະເຮັງ

a woman talking to a man.
ມັນສາມາດເປັນມະເຮັງ ຫຼື ມັນສາມາດເປັນການຕິດເຊື້ອທຳມະດາໄດ້

ການທີ່ທ່ານມີຄວາມຄິດວ່າທ່ານອາດຈະເປັນມະເຮັງສາມາດເຮັດໃຫ້ມີຄວາມວິຕົກກັງວົນຫຼາຍ. ຢ່າຊ້າທີ່ຈະຂໍຄວາມຊ່ວຍເຫຼືອເມື່ອທ່ານມີອາການສະແດງທີ່ສາມາດເປັນມະເຮັງໄດ້ ແຕ່ໃຫ້ໃຈເຢັນໆ ແລະ ໃຫ້ຈື່ໄວ້ວ່າອາການສະແດງຂອງມະເຮັງກໍແມ່ນອາການດຽວກັນກັບອາການຂອງພະຍາດອື່ນໆທີ່ບໍ່ເປັນບັນຫາຮ້າຍແຮງ.

ສຳລັບມະເຮັງສ່ວນຫຼາຍແລ້ວ ວິທີທີ່ຈະໝັ້ນໃຈໄດ້ວ່າທ່ານເປັນມະເຮັງແມ່ນການຜ່າຕັດເພື່ອການກວດຊອກຫາມັນທີ່ເອີ້ນວ່າ: ການເອົາຊິ້ນສ່ວນໄປວິໃຈທີ່ສາມາດເຮັດໄດ້ໃນບາງສະຖານທີ່ໃຫ້ການບໍລິການສຸຂະພາບ ແລະ ໂຮງໝໍຕ່າງໆ. ໃນການເອົາຊິ້ນສ່ວນໄຖ້າຫາກວ່າກ້ອນທີ່ຢູ່ກ້ອງຜິວໜັງ ຫຼືບ່ອນອື່ນໆໃນຮ່າງກາຍກຳລັງຂະຫຍາຍຕົວໃຫ່ຍຂື້ນ ຫຼືມີອາການເຈັບມັນຄວນຈະໄດ້ຮັບການກວດກາ. ການກວດນີ້ມີຄວາມສຳຄັນຫຼາຍໂດຍສະເພາະແມ່ນກ້ອນທີ່ແຂງ ແລະ ມັນກໍບໍ່ເຄື່ອນ ເໜັງ.

ຖ້າຫາກວ່າກ້ອນທີ່ຢູ່ກ້ອງຜິວໜັງ ຫຼືບ່ອນອື່ນໆໃນຮ່າງກາຍກຳລັງຂະຫຍາຍຕົວໃຫ່ຍຂື້ນ ຫຼືມີອາການເຈັບມັນຄວນຈະໄດ້ຮັບການກວດກາ. ກາານກວດນີ້ມີຄວາມສຳຄັນຫຼາຍໂດຍສະເພາະແມ່ນກ້ອນທີ່ແຂງ ແລະ ມັນກໍບໍ່ເຄື່ອນ ເໜັງ. ກ້ອນນັ້ນສາມາດເກີດຈາກການຕິດເຊື້ອ ຫຼືການກະທົບທີ່ບໍ່ເປັນອັນຕະລາຍ ແລະ ມັນກໍຈະຫາຍດີເອງ ແຕ່ມັນກໍສາມາດເປັນອາການສະແດງທີ່ສາມາດພົບໃນໄລຍະເລີ່ມຕົ້ນຂອງມະເຮັງໄດ້ ແລະ ກໍໃຫ້ຮັບການປິ່ນປົວ. ໃຫ້ຖາມຜູ້ໃຫ້ບໍລິການດ້ານສຸຂະພາບກ່ຽວກັບກ້ອນເມື່ອ:


a man with lumps on his neck and groin.
  • ຂະໜາດມັນໃຫ່ຍຂື້ນ
  • ເກີດຂື້ນໃໝ່ ແລະ ບໍ່ດີຂື້ນພາຍໃນ 2-3 ອາທິດ
  • ມີອາການເຈັບ
  • ກ້ອນແຂງ

ຮ່າງກາຍຄົນເຮົາຕໍ່ສູ້ກັບການຕິດເຊື້ອຜ່ານທາງລະບົບນຳ້ຢາງເຫຼືອງ ແຕ່ຕ່ອມນຳ້ເຫຼືອງກໍສາມາດເປັນບ່ອນທີ່ມະເຮັງເກີດຂື້ນໄດ້. ໃຫ້ໄປພົບຜູ້ໃຫ້ບໍລິການດ້ານສຸຂະພາບກ່ຽວກັບການໃຄ່ບວມ ຫຼືກ້ອນຕ່າງໆທີ່ບໍ່ຫາຍດີໂດຍສະເພາະແມ່ນ:

  • ກ້ອນຢູ່ຫຼັງຫູ
  • ກ້ອນຢູ່ກ້ານຄໍ ຫຼື ກ້ອງຄາງກະໄຕ
  • ກ້ອນຢູ່ຂີ້ແຮ້ ແລະ ແອບແອ້ຂາ


ຖ້າຫາກວ່າມີກ້ອນມາເປັນເວລາຫຼາຍປີແລ້ວ ແລະ ມັນກໍບໍ່ຂະຫຍາຍຕົວ ຫຼືມີການປ່ຽນແປງ ມັນອາດຈະບໍ່ແມ່ນມະເຮັງ.

ມີຫຼາຍອາການສະແດງທີ່ພົບເລື້ອຍຂອງມະເຮັງ ຫຼາຍໆຊະນິດແຕ່ບໍ່ແມ່ນທຸກຊະນິດທີ່ມີອາການ ສະແດງເຫຼົ່ານີ້. ພ້ອມກັນນັ້ນອາການສະແດງ ເຫຼົ່ານີ້ຍັງສາມາດເປັນອາການສະແດງຂອງ ບັນຫາເຈັບເປັນຊຳເຮື້ອອື່ນໆທີ່ບໍ່ແມ່ນມະເຮັງ.ໃນບົດນີ້ແມ່ນໃຫ້ອ່ານກ່ຽວກັບອາການສະແດງທີ່ສະເພາະຂອງມະເຮັງແຕ່ລະຊະນິດ.

ອາການສະແດງທີ່ພົບເລື້ອຍໃນມະເຮັງຫຼາຍໆຊະນິດ

ຕາມປົກກະຕິແລ້ວອາການເຫຼົ່ານີ້ສະແດງອອກເມື່ອມະເຮັງເປັນຂັ້ນສຸດທ້າຍແລ້ວ. ດັ່ງນັ້ນມັນຈຶ່ງແມ່ນອາການສະແດງທີ່ບໍ່ດີທີ່ພົບແລ້ວຈະບອກວ່າເປັນມະເຮັງໄລຍະເລີ່ມຕົ້ນ.

a woman in the waiting room of a cancer screening clinic. Sign says "Breast cancer screening every afternoon."
ການກວດຊອກຫາມະເຮັງຊ່ວຍຊີວິດຄົນໄດ້. ທຸກຄົນຄວນໄດ້ຮັບການກວດຊອກຫາມະເຮັງ.
  • ນຳ້ໜັກຫຼຸດ
  • ຮູ້ສືກເມື່ອຍຕະຫຼອດ
  • ມີອາການເຈັບແຮງທີ່ບໍ່ດີຂື້ນ


ຖ້າທ່ານເປັນມະເຮັງ ໃຫ້ໄປພົບຜູ້ໃຫ້ບໍລິການດ້ານສຸຂະພາບທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈວ່າມີທາງເລືອກໃດແດ່ຂອງການປິ່ນປົວ ແລະ ຈະໄປຮັບການປິ່ນປົວຢູ່ໃສ. ເມື່ອທ່ານນັດພົບຜູ້ໃຫ້ບໍລິການດ້ານສຸຂະພາບແມ່ນໃຫ້ພາຄົນໄປນຳເພື່ອຊ່ວຍຖາມຄຳຖາມ ແລະ ຈື່ຈຳຂໍ້ມູນຕ່າງໆ.

ໂຄງການການກວດຊອກຫາມະເຮັງ

ມະເຮັງບາງຊະນິດສາມາດພົບໄດ້ໃນເບື້ອງຕົ້ນກ່ອນທີ່ມັນຈະສະແດງອາການໂດຍຜ່ານໂຄງການການກວດຊອກຫາມະເຮັງໃນຄົນທີ່ມີປັດໃຈສ່ຽງສະເພາະຕໍ່ຊະນິດຕ່າງໆຂອງມະເຮັງ. ສ່ວນໃຫ່ຍໂຄງການການກວດຊອກຫາມະເຮັງແມ່ນໃຊ້ກວດຫາມະເຮັງປາກມົດລູກ ແລະ ມະເຮັງເຕົ້ານົມ. ເນື່ອງຈາກວ່າມັນສາມາດພົບມະເຮັງເຫຼົ່ານີ້ໄດ້ກ່ອນທີ່ມັນຈະເຮັດໃຫ້ເກີດອັນຕະລາຍ ແລະ ສ່ວນໃຫ່ຍມະເຮັງເຫຼົ່ານີ້ກໍຍັງສາມາດປິ່ນປົວໄດ້ໃນກໍລະນີທີ່ພົບໃນໄລຍະທຳອິດ.

ມະເຮັງທີ່ພົບໃນໄລຍະເລີ່ມຕົ້ນມີໂອກາດທີ່ຈະປິ່ນປົວໄດ້ສູງ.


ການກວດຊອກຫາມະເຮັງຊ່ວຍຊີວິດຄົນໄດ້. ທຸກຄົນຄວນໄດ້ຮັບການກວດຊອກຫາມະເຮັງ.

ພວກເຮົາຮູ້ຈັກຫຼາຍສິ່ງຫຼາຍຢ່າງທີ່ເປັນສາເຫດຂອງມະເຮັງ ແຕ່ກໍບໍ່ສະເໝີໄປວ່າເປັນຫຍັງບາງຄົນຈຶ່ງເປັນມະ ເຮັງ ແລະ ບາງຄົນຈຶ່ງບໍ່ເປັນ. ທຸກຄົນສາມາດເປັນມະເຮັງ ແລະ ມີໂອກາດຈະເປັນຫຼາຍຂື້ນເມື່ອອາຍຸເພີ່ມຂື້ນ. ສຳລັບມະເຮັງບາງຊະນິດ (ໂດຍສະເພາະແມ່ນມະເຮັງເຕົ້ານົມ) ເມື່ອມີຄົນໃນຄອບຄົວເປັນແລ້ວ ຈະເຮັດໃຫ້ຄົນ ອື່ນທີ່ຢູ່ໃນຄອບຄົວດຽວກັນມີໂອກາດເປັນ. ແຕ່ມະເຮັງສ່ວນຫຼາຍນັ້ນບໍ່ສົ່ງຜ່ານທາງຄອບຄົວ. ພວກເຮົາຮູ້ແລ້ວວ່າ:

  • ເວດມັນ, ຄຳສາບແຊ່ງ ຫຼືສາຍຕາຜີສາດບໍ່ແມ່ນສາເຫດຂອງມະເຮັງ.
  • ວິທີການຄຸມກຳເນີດ (ເບິ່ງບົດ ການວາງແຜນຄອບຄົວ) ບໍ່ແມ່ນສາເຫດຂອງມະເຮັງ.
  • ມະເຮັງບໍ່ແມ່ນການລົງໂທດທີ່ເກີດຈາກການເຮັດຫຍັງຜິດມາກ່ອນ.
  • ມະເຮັງບໍ່ຕິດຕໍ່ຈາກຄົນຫາຄົນ, ມັນເປັນໄປບໍ່ໄດ້ທີ່ຈະຕິດມະເຮັງເມື່ອຢູ່ໃກ້ກັນ, ຢູ່ນຳກັນ ຫຼືເບິ່ງແຍງຄົນທີ່ເປັນມະເຮັງ.


ບາງກິດຈະກຳເຊັ່ນ: ການສູບຢາເຮັດໃຫ້ເກີດມະເຮັງ. ສານເຄມີບາງຢ່າງທີ່ເຂົ້າໄປໃນຮ່າງກາຍເຮົາຈາກສະຖານທີ່ເຮັດວຽກ ຫຼືຈາກອາຫານ, ສີນຄ້າທີ່ເຮົາໃຊ້ ແລະ ຈາກອາກາດ ຫຼືມົນລະພິດທາງນຳ້ລ້ວນແຕ່ເປັນສາເຫດຂອງມະເຮັງ. ເຫຼົ່ານີ້ແມ່ນວິທີ່ປ້ອງກັນມະເຮັງ ແຕ່ມີຫຼາຍຢ່າງທີ່ເປັນສາເຫດຂອງມະເຮັງທີ່ຜູ້ຄົນຄອບຄຸມໄດ້ພຽງເລັກນ້ອຍ.

ແມ້ກະທັ້ງວ່າຄົນສອງຄົນຈະໄດ້ຮັບສິ່ງທີ່ເປັນອັນຕະລາຍຄືກັນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາທັງສອງຈະເປັນມະເຮັງ. ເພາະວ່າມະເຮັງ ແລະ ສາເຫດຂອງມັນສາມາດເປັນເລື່ອງທີ່ຫາຄຳຕອບໄດ້ຍາກ ຄົນທີ່ເປັນມະເຮັງບາງຄັ້ງກໍຖືກຄົນອື່ນລັງກຽດ ຫຼືປະຕິບັດບໍ່ດີນຳ. ສິ່ງນີ້ເຮັດໃຫ້ອາການເຈັບເປັນໜັກຂື້ນ. ຄົນທີ່ເປັນມະເຮັງຕ້ອງການຄວາມຮັກ ແລະ ກຳລັງໃຈຈາກພວກເຮົາ.



This page was updated: ໒໐ ມີນາ ໒໐໒໔