Hesperian Health Guides

ການບັນເທົາອາການເຈັບຮຸນແຮງຂອງມະເຮັງ

ຢູ່ໃນພາກນີ້:

ອາການເຈັບຂອງມະເຮັງອາດມາຈາກມະເຮັງເອງ ຫຼືມາຈາກການປິ່ນປົວ. ຕົວຢ່າງ: ຄົນທີ່ຮັບການປິ່ນປົວດ້ວຍເຄມີບຳບັດອາດມີອາການເຈັບປາກ.

ເມື່ອໃດທີ່ມະເຮັງຮ້າຍແຮງຂື້ນ ອາການເຈັບທີ່ເກີດຈາກມະເຮັງກໍຍິ່ງແຮງຂື້ນ. ຢາແກ້ເຈັບທີ່ອອກລິດແຮງ (ເຊັ່ນ: ມໍຟິນ morphine ຫຼືໂຄເດອີນ codeine) ຫຼຸດອາການເຈັບໄດ້ດີທີ່ສຸດ ແລະ ຂະໜາດຂອງຢາເຫຼົ່ານີ້ອາດຈະໄດ້ເພີ່ມຂື້ນເລື້ອຍໆຈາກໜ້ອຍຫາຫຼາຍຈົນໄດ້ຜົນດີ.

ເນື່ງຈາກວ່າມັນເປັນຢາທີ່ເຮັດໃຫ້ຕິດ ແລະ ເປັນຢາທີ່ອອກລິດແຮງມັນຈຶ່ງບໍ່ມີທົ່ວໄປ. ລັດຖະບານ ແລະ ແມ້ກະທັ້ງວ່າຜູ້ໃຫ້ບໍລິການ ດ້ານສຸຂະພາບທີ່ຮູ້ຈັກມັນດີກໍຍັງຈຳກັດການໃຊ້ເພື່ອຢ້ານບໍ່ໃຫ້ໃຊ້ໃນທາງທີ່ຜິດ ຫຼືເຮັດໃຫ້ຕິດ. ຢາເຫຼົ່ານີ້ເຮັດໃຫ້ບໍ່ທຸກທົນກັບມະເຮັງ ແລະ ການເຈັບເປັນຊຳເຮື້ອອື່ນໆ. ຢາເຫຼົ່ານີ້ແມ່ນຈັດຢູ່ໃນລາຍການຢາທີ່ສຳຄັນຂອງອົງການອະນາໄມໂລກ ແຕ່ມັນກໍຕ້ອງການຫຼາຍເພື່ອຮັບປະກັນວ່າຢາເຫຼົ່ານີ້ມີໄວ້ສຳລັບຄົນທີ່ເປັນມະເຮັງ ແລະ ອາການເຈັບທີ່ຮຸນແຮງຈາກການເຈັບເປັນອື່ນໆ. ພວກເຮົາຄວນເຮັດວຽກຕໍ່ສູ້ກັບບັນຫາຂອງຢາເຫຼົ່ານີ້ ແລະ ຮູ້ໄວ້ວ່າໃຊ້ເພື່ອຫຼຸດຜ່ອນອາການເຈັບໃຫ້ຖືກຕ້ອງໃນຄົນ.

ວິທີການອື່ນໆທີ່ຫຼຸດຜ່ອນອາການເຈັບຈາກມະເຮັງ ຫຼືຈາກການປິ່ນປົວມະເຮັງປະກອບດ້ວຍການປັກເຂັມ, ການນວດ ແລະ ການບຳບັດຮ່າງກາຍ.

ການເບິ່ງແຍງໄລຍະສຸດທ້າຍຂອງຊີວິດ

ມີມະເຮັງຫຼາຍຊະນິດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ເຊິ່ງມັນບໍ່ຂື້ນກັບວ່າທ່ານອາໃສຢູ່ໃສ ທ່ານໃຊ້ຈ່າຍເງີນຫຼາຍປານໃດ. ໃນເມື່ອມັນຈະບໍ່ເຮັດໃຫ້ມະເຮັງຫາຍຂາດໄດ້, ຄວາມຄິດທາງບວກຈະຊ່ວຍເພີ່ມຄວາມຄິດດ້ານຈິດໃຈ ພ້ອມທັງເຮັດໃຫ້ຄົນເປັນມະເຮັງ ແລະ ຄົນຮັກຂອງລາວມີຊີວິດທີ່ດີຂື້ນ. ການທີ່ມີຄວາມຄິດທີ່ດີສາມາດຊ່ວຍໃຫ້ມີຄວາມແຂງແຮງເພື່ອຢູ່ຜ່ານແຕ່ລະມື້ໄປໄດ້ ເຖິງແມ້ວ່າລາວຈະຮັບການປິ່ນປົວ ຫຼືບໍ່ໄດ້ຮັບການປິ່ນປົວຢູ່ກໍຕາມ.

a family around the bed of a dying woman.

ສຳລັບມະເຮັງທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ໃນທີ່ສຸດກໍຈະເຖິງເວລາທີ່ເດັນຊັດທີ່ຄົນຈະເສຍຊີວິດ. ເມືອເກີດເຊັ່ນນີ້ ໃຫ້ຊ່ວຍຄົນທີ່ເປັນມະເຮັງ ແລະ ຄົນຮັກຂອງລາວໃຫ້ເຂົ້າໃຈກ່ຽວກັບເຫດການທີ່ຈະເກີດຂື້ນພ້ອມກັບໃຫ້ທຳໃຈໄວ້. ເຕືອນໃຫ້ລາວຮູ້ວ່າທ່ານຈະຢູ່ກັບລາວໃນຕອນທີ່ລາວຍັງມີຊີວິດຢູ່ ພ້ອມກັບຕອນທີ່ລາວກຳລັງຈະເສຍຊີວິດ. ລາວອາດຕ້ອງການຢາແກ້ອາການເຈັບ ແລະ ການເບິ່ງແຍງດ້ວຍຄວາມຮັກເພື່ອເຮັດໃຫ້ສະບາຍ ແລະ ຫຼຸດຜ່ອນໃນຂະນະທີກຳລັງຈະເສຍຊີວິດ. ເບິ່ງບົດ ການເບິ່ງແຍງຄົນທີ່ບໍ່ສະບາຍ (ກຳລັງຂຽນຢູ່) ເພີ່ມກ່ຽວກັບການເບິ່ງແຍງຄົນທີ່ຈະເສຍຊີວິດ.


This page was updated: ໑໔ ມີນາ ໒໐໑໘