Hesperian Health Guides

ຖ້າທ່ານເປັນມະເຮັງ

ຢູ່ໃນພາກນີ້:

ການທີ່ພົບວ່າທ່ານເປັນມະເຮັງແມ່ນເປັນເລື່ອງທີ່ໜ້າຕົກໃຈທີ່ຈະບອກວ່າມັນເປັນເລື່ອງເລັກນ້ອຍ. ແຕ່ມັນກໍມີບາງສິ່ງທີ່ຈະຊ່ວຍໃຫ້ທ່ານຕໍ່ສູ້ກັບມະເຮັງ ແລະ ເຮັດໃຫ້ຮູ້ສຶກດີຂື້ນ.

  • ຖ້າຫາກວ່າທ່ານຄິດວ່າທ່ານເປັນມະເຮັງແມ່ນໃຫ້ໄປພົບທ່ານໝໍ ຫຼືສະຖານທີ່ໃຫ້ການບໍລິການສຸຂະພາບທີ່ມີປະສົບການ. ທ່ານອາດຕ້ອງໄດ້ກວດຫຼາຍກວ່າ 1 ວິທີເພື່ອຢັ້ງຢືນ.
  • ຖ້າທ່ານຮູ້ວ່າທ່ານເປັນມະເຮັງ ໃຫ້ທ່ານຖາມທ່ານໝໍກ່ຽວກັບພະຍາດຂອງທ່ານ. ມີປັນຫາໃດເກີດຂື້ນກັບກຸ່ມຄົນສ່ວນຫຼາຍທີ່ເປັນມະເຮັງຊະນິດນີ້? ທ່ານສາມາດເຮັດແນວໃດໃຫ້ມີຊີວິດຢືນຍາວ ແລະ ມີຊີວິດຢູ່ລອດກັບມັນໄດ້ແນວໃດ?
  • ໃຫ້ຮັບການປິ່ນປົວຢ່າງໄວ. ມະເຮັງຫຼາຍຊະນິດສາມາດປິ່ນປົວໄດ້ໃນກໍລະນີທີ່ພົບໃນໄລຍະເບື້ອງຕົ້ນ. ທາງເເລືອກການປິ່ນປົວແບບໃດທີ່ທ່ານມີ? ກຳມະຜົນສຳຮອງຂອງການປິ່ນປົວມີຫຍັງແດ່?
  • ລົມກັບຄົນອື່ນທີ່ເປັນມະເຮັງ, ພວກເຂົາມັກຈະມີຄຳແນະນຳທີ່ເປັນປະໂຫຍດ ແລະ ເປັນຜູ້ຟັງທີ່ເຂົ້າໃຈທ່ານໂດຍສະເພາະແມ່ນຄົນທີ່ເປັນມະເຮັງຊະນິດດຽວກັບທ່ານ ແລະ ພວກເຂົາກໍປະຕິບັດໄດ້ດີ.
  • ບໍ່ໃຫ້ເຊື່ອຟັງຂ່າວລື ຫຼືເລື່ອງທີ່ບໍ່ເປັນເລື່ອງຈາກໝູ່ຄູ່ ແລະ ຄອບຄົວ, ມັນມັກຈະບໍ່ແມ່ນຄວາມຈິງ.
  • ການກິນອາຫານທີ່ມີສານນອາຫານຄົບຖ້ວນເຮັດໃຫ້ທ່ານມີສຸຂະພາບແຂງແຮງ.
  • ອອກກຳລັງກາຍທຸກມື້. ເຖິ່ງຈະເປັນການຍ່າງໄລຍະສັ້ນໆກໍຕາມ. ຊອກຫາວິທີຜ່ອນຄາຍເຊັ່ນ: ຫຼີ້ນໂຍຄະ, ນັ່ງສະມາທິ ຫຼືໃຊ້ເວລາຢູ່ງຽບໆຜູ້ດຽວໄລຍະໃດໜື່ງ.
  • ຊອກຫາຄົນທີ່ສາມາດຊ່ວຍຍທ່ານໄດ້. ມະເຮັງ ແລະ ການປິ່ນປົວມະເຮັງສາມາດເຮັດໃຫ້ມີອາການອິດເມື່ອຍ, ປວດຮາກ ແລະ ເຈັບ. ມະເຮັງສາມາດເຮັດໃຫ້ບໍສາມາດເຮັດສິ່ງໃດໜື່ງໄດ້, ເຮັດໃຫ້ຫຍຸ້ງຍາກໃນການໄປມາ ແລະ ເຮັດວຽກ. ຜູ້ໃຫ້ບໍລິການ

ດ້ານສຸຂະພາບຊຸມຊົນອາດຈະຮູ້ການໃຊ້ສິ່ງທີ່ມີຢູ່ໃຫ້ເປັນປະໂຫຍດ.


ການສົ່ງເສີມສຸຂະພາບໂດຍທົ່ວໄປ ແລະ ການສົ່ງເສີມການເປັນຢູ່ທີ່ດີຕ້ອງເປັນຈຸດໃຈກາງໃຫ້ທຸກໆການປິ່ນປົວມະເຮັງ.

ການຮຽນຮູ້ວ່າທ່ານເປັນມະເຮັງ, ການເຂົ້າຮັບການປິ່ນປົວ ແລະ ການຍອມຮັບວ່າທ່ານບໍ່ສະບາຍເປັນຄວາມຮູ້ສຶກທີ່ຍາກຫຼາຍ. ຄວາມຮູ້ສຶກໝົດຫວັງ ແລະ ກັງວົນແມ່ນເລື່ອງປົກກະຕິ. ການເບິ່ງແຍ່ງສະພາບຈິດໃຈ ແລະ ຄວາມຮູ້ສຶກຂອງການເຈັບເປັນແມ່ນມີຄວາມສຳຄັນເທົ່າກັບການປິ່ນປົວຮ່າງກາຍ ຫຼືປິ່ນປົວດ້ວຍຢາ. ມີຫຼາຍວິທີການທີ່ຈະຊ່ວຍ.

people eating together.
  • ໃຊ້ເວລາກັບຄົນຮັກ
  • ສົນທະນາກ່ຽວກັບຄວາມຮູ້ສຶກ ແລະ ຄວາມຢ້ານກັບຄົນທີ່ທ່ານໄວ້ວາງໃຈ
  • ສູດມົນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆກັບກຸ່ມສາສະໜາຂອງທ່ານ.
  • ສືບຕໍ່ປະຕິບັດກິດຈະກຳທີ່ເຮັດໃຫ້ທ່ານມີຄວາມສຸກ.
  • ຜ່ອຍຄາຍກັບດົນຕີ, ການນັ່ງສະມາທິ ແລະ ການອອກກຳລັງກາຍເບົາໆ.


ສຳລັບຂໍ້ມູນວິທີການຊ່ວຍກ່ຽວກັບຄວາມຮູ້ສຶກຊືມເສົ້າ ຫຼື ວິຕົກກັງວົນ ໃຫ້ເບິ່ງບົດ ສຸຂະພາບຈິດ (ກຳລັງຂຽນຢູ່).


This page was updated: ໑໔ ມີນາ ໒໐໑໘