Hesperian Health Guides

ມະເຮັງໃນເດັກນ້ອຍ

ຢູ່ໃນພາກນີ້:

ມະເຮັງໃນເດັກແມ່ນບໍ່ຄ່ອຍພົບ. ມະເຮັງທີ່ພົບເລື້ອຍໃນເດັກແມ່ນມະເຮັງເມັດເລືອດຂາວ Leukemia ຫຼືມະເຮັງສະໝອງ. ໂດຍທົ່ວໄປແລ້ວມະເຮັງທີ່ພົບໃນເດັກນ້ອຍແມ່ນປິ່ນປົວໄດ້ງ່າຍ ແລະ ຫາຍຂາດຫຼາຍກວ່າມະເຮັງໃນຜູ້ໃຫ່ຍ.

ມະເຮັງໃນເດັກນ້ອຍສ່ວນໃຫ່ຍແມ່ນຮູ້ໄດ້ຍາກ. ຕາມປົກກະຕິອາການສະແດງແມ່ນບໍ່ຊັດເຈນເຊັ່ນວ່າມີນຳ້ໜັກຫຼຸດ, ເຈັບຫົວພ້ອມກັບມີອາການຮາກໃນຕອນເຊົ້າ, ມີອາການບວມແກ່ຍາວ ຫຼືເຈັບ, ໄຂ້ແກ່ຍາວ ຫຼືມີປ່າມຊຳ້ ຫຼືເລືອດອອກຜິດປົກກະຕິ. ອາການເຫຼົ່ານີ້ສາມາດເປັນອາການສະແດງຂອງບັນຫາອື່ນໆໄດ້ - ບາງຢ່າງເປັນອາການທີ່ຮຸນແຮງ ຫຼືບໍ່ຮຸນແຮງກໍໄດ້. ຖ້າຫາກວ່າເດັກມີບັນຫາສຸຂະພາບເປັນເວລາດົນ ລາວຄວນໄດ້ຮັບການກວດສຸຂະພາບກັບຜູ້ໃຫ້ບໍລິການ ດ້ານສຸຂະະພາບ.

a boy with a swollen cheek.

ມະເຮັງຕ່ອມນຳ້ເຫຼືອງ ເບີກິດ Burkitt’s lymphoma

ມະເຮັງທີ່ພົບເລື້ອຍໃນເດັກມແມ່ນມະເຮັງຕ່ອມນຳ້ເຫຼືອງ ເບີກິດ Burkitt’s lymphoma ໂດຍສະເພາະແມ່ນຢູ່ ອາຟຣິກາ. ມັນເລີ່ມມີກ້ອນຢູ່ໃບໜ້າ, ຢູ່ເທິງ ຫຼືລຸ່ມຄາງກະໄຕ. ບໍ່ຄືກັບພະຍາດໝາກເບີດ ຫຼືຕ່ອມນຳ້ເຫຼືອງທີ່ໃຄ່ສ່ວນໃຫ່ຍຈາກເຊື້ອ ເອັສ-ໄອ-ວີ ນັ້ນ, ມັນເປັນແຕ່ເບື້ອງໃດເບື້ອງໜື່ງ ແລະ ມັນກໍໃຄ່ຂື້ນຢ່າງໄວ. ມັນສາມາດໃຫ່ຍຂື້ນເປັນສອງເທົ່າພາຍໃນ 1 ມື້. ມັນບໍ່ເຮັດໃຫ້ມີອາການເຈັບ ພຽງແຕ່ວ່າມັນເຮັດໃຫ້ຢູ່ຍາກ. ສ່ວນໃຫ່ຍແຂ້ວທີ່ຢູ່ໃກ້ມັນຈະຖືກຍູ້ ຫຼືຄອນ. ມັນສາມາດເຮັດໃຫ້ເຂົ້າໃຈຜິດວ່າມັນເປັນຝີຢູ່ແຂ້ວ.

ມະເຮັງຕ່ອມນຳ້ເຫຼືອງ ເບີກິດ Burkitt’s lymphoma ແມ່ນປິ່ນປົວດ້ວຍເຄມີບຳບັດ. ເມື່ອໄດ້ຮັບການປິ່ນປົວໃນໄລຍະຕົ້ນແລ້ວ ຕາມປົກກະຕິມັນກໍໄດ້ຜົນດີ.


This page was updated: ໑໔ ມີນາ ໒໐໑໘