Hesperian Health Guides

ຜູ້ໃຫ້ບໍລິການດ້ານສຸຂະພາບສາມາດຊ່ວຍກ່ຽວກັບມະເຮັງຂອງທ່ານ

ຢູ່ໃນພາກນີ້:

ຜູ້ໃຫ້ບໍລິການດ້ານ ສຸຂະພາບຊຸມຊົນສາມາດຮຽນຮູ້ກ່ຽວກັບການປ້ອງກັນ ແລະ ການປິ່ນປົວມະເຮັງ ພ້ອມທັງແບ່ງປັນໃຫ້ບຸກຄົນອື່ນໆ.

ໃຫ້ຊ່ວຍຄົນທີ່ເປັນມະເຮັງ ແລະ ຄອບຄົວເຂົາເຈົ້າ:

  • ຊ່ວຍໃຫ້ພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ຢູ່ຜູ້ດຽວ.
  • ແນະນຳພວກເຂົາໃຫ້ບຸກຄົນອື່ນທີ່ມີປະສົບການຄ້າຍຄືກັນ.
  • ສົ່ງເສີມໃຫ້ພວກເຂົາໄດ້ຮັບອາຫານທີ່ມີປະໂຫຍດ, ການຄົມມະນາຄົມ ພ້ອມກັບຊ່ວຍໃນການຈັດການເຮືອນ ແລະ ລູກຂອງພວກເຂົາ ອາດຈະເປັນການເຂົາຮ່ວມໃນກຸ່ມຂອງຊຸມຊົນ, ໂບດ ຫຼື ການບໍລິການຂອງລັດຖະບານ.
  • ໃຫ້ລາຍການຂອງບ່ອນທີ່ໃຫ້ການບໍລິການສຸຂະພາບ, ທ່ານໝໍ ແລະ ອົງການທີ່ຊ່ວຍຄົນເປັນມະເຮັງຢູ່ໃນທ້ອງຖິ່ນ ຫຼືປະເທດຂອງທ່ານ.
  • ຊ່ວຍພວກໃນການປິ່ນປົວອາການເຈັບ, ຄວາມຮູ້ສຶກບໍ່ສະບາຍ ແລະ ຢ້ານ.
  • ຊ່ວຍຄົນທີ່ເປັນມະເຮັງ ແລະ ຄອບຄົວຂອງພວກເຂົາໃຫ້ຫຼີກລ້ຽງຄົນທີ່ຈະມາເອົາເງິນຂອງພວກເຂົາ ແລະ ໃຫ້ຄຳສັນຍາຕໍ່ການປິ່ນປົວທີ່ແປກໆ ທີ່ບໍ່ໄດ້ຜົນ ແລະ ເຮັດໃຫ້ມີອາການໜັກລົງຕື່ມອີກ.
health worker talking to a woman.

ປະຕິບັດໃຫ້ມີຄວາມຮັບຮູ້ກ່ຽວກັບມະເຮັງ ແລະ ການປ້ອງກັນມະເຮັງ

  • ສົ່ງເສີມໃຫ້ຄົນໄດ້ຮຽນຮູ້ອາການຂອງມະເຮັງໃນໄລຍະເລີ່ມຕົ້ນ ແລະ ບໍ່ໃຫ້ຢ້ານທີ່ຈະກວດ ແລະ ປິ່ນປົວ ເນື່ອງຈາກວ່າການກວດຊອກຫາ ແລະ ປິ່ນປົວໃນໄລຍະເບື້ອງຕົ້ນແມ່ນມີຄວາມສຳຄັນຫຼາຍ.
  • ມີຫ້ອງຮຽນສອນເພື່ອຊ່ວຍໃຫ້ຄົນເຊົາສູບຢາ
  • ສັກຢາວັກຊີນຕ້ານເຊື້ອໄວຣັສຕັບອັກເສບ ບີ 9Hepatitis B) ແລະ ເອັສ-ພີ-ວີ HPV
  • ຊອກຫາມະເຮັງປາກມົດລູກສຳລັບແມ່ຍິງ ແລະ ມະເຮັງອື່ນໆຖ້າຫາກວ່າການກວດຊອກຫານີ້ແມ່ນຜ່ານທາງເຈົ້າໜ້າທີ່ຮັບຜິດຊອບທາງດ້ານສຸຂະພາບ.
  • ຊອກຫາການຝຶກອົບຮົມໃຫ້ແກ່ຕົວທ່ານເອງ ແລະ ຜູ້ໃຫ້ບໍລິການດ້ານ ສຸຂະພາບຜູ້ອື່ນໆເພື່ອປິ່ນປົວມະເຮັງບາງຊະນິດ. ແພດພະດຸງຄັນສາມາດຮຽນຮູ້ວິທີການປ້ອງກັນ ແລະ ປິ່ນປົວມະເຮັງປາກມົດລູກ.
  • ຊ່ວຍໃຫ້ມີການຈັດຕັ້ງເພື່ອເອົາສານເຄມີ ແລະ ມົນລະພິດອອກຈາກນຳ້, ດິນ ແລະ ອາກາດຢູ່ໃນຊຸມຊົນ.
  • ກະຕຸ້ນໃຫ້ຊຸມຊົນຊ່ວຍ ແລະ ປະຕິບັດກັບຄົນທີ່ເປັນມະເຮັງເປັນຢ່າງດີ ພ້ອມທັງບໍ່ໃຫ້ຕຳນິບັນຫາການເຈັບເປັນຂອງເຂົາເຈົ້າ.



This page was updated: ໑໔ ມີນາ ໒໐໑໘