Hesperian Health Guides

ຮູ້ສຶກດີຂຶ້ນຄືແນວໃດໃນຂະນະທີ່ທ່ານຫາຍຈາກການຕິດເຊື້ອທາງເພດສຳພັນ

ຢູ່ໃນພາກນີ້:

 ຜູ້ຍິງນັ່ງຢູ່ໃນຊາມອ່າງ
 ຜູ້ຍິງນັ່ງຢູ່ໃນຊາມອ່າງ

ຍິ່ງທ່ານເລີ້ມການປິ່ນປົວພະຍາດ ພຕພ ໄວເທົ່າໃດ, ທ່ານກໍ່ຈະຮູ້ສຶກວ່າດີຂຶ້ນໄວຂຶ້ນເທົ່ານັ້ນ. ກິນຢາທັງໝົດທີ່ທ່ານໄດ້ມາ ເຖິງວ່າທ່ານຈະຮູ້ສຶກດີຂຶ້ນແລ້ວກ່ອນຢາໝົດກໍ່ຕາມ. ເພື່ອຫຼຸດຜ່ອນຄວາມຮູ້ສຶກບໍ່ສະບາຍຂອງພະຍາດ ພຕພ ກ່ອນຈະເຊົານັ້ນ:

ຖ້າທ່ານມີບາດ ຫຼື ຄັນທີ່ອະໄວຍະວະເພດ, ໃຫ້ນັ່ງໃນຊາມນ້ຳສະອາດ, ນ້ຳອຸ່ນ ປະມານ 15 ນາທີ, 2 ຫຼື ຫຼາຍເທື່ອຕໍ່ມື້. ຖ້າທ່ານມີຕິດເຊື້ອລາ, ທ່ານສາມາດເອົານ້ຳໝາກນາວ, ນ້ຳສົ້ມສາຍຊູ, (ທີ່ບໍ່ມີນ້ຳຕານ ຫຼື ສານປຸງລົດຊາດ), ຫຼື ນົມສົ້ມ (ໝັກດອງ) ໃສ່ໃນນ້ຳໄດ້.

ຖ້າທ່ານມີຫູດທີ່ເຈັບປວດ ຫຼື ມີບາດແຜອື່ນໆຢູ່ອະໄວຍະວະເພດ, ລອງໃຊ້ໜຶ່ງໃນການປິ່ນປົວເຫຼົ່ານີ້:

  • ເອົາຜ້າສະອາດຫໍ່ນ້ຳກ້ອນ. ວາງໄວ້ເທິງບາດແຜໂດຍກົງເປັນເວລາ 20 ນາທີ ທັນທີທີ່ທ່ານຮູ້ສຶກເຈັບປວດຂຶ້ນມານັ້ນ.
  • ມັດຜ້າກອມແປດສ໌ໃຫ້ແໜ້ນແລ້ວເອົາຜ້ານັ້ນແຊ່ໃນນ້ຳຊາດໍາທີ່ເຢັນ ແລະ ວາງໄວ້ເທິງບາດທີ່ເຈັບນັ້ນ. ກ້ອນຜ້າກອມແປດສ໌ ມີ ອະລູມິນຽມ acetate ທີ່ເຮັດໃຫ້ສະບາຍ.
  • ນັ່ງຢູ່ໃນອ່າງ ຫຼື ອາບນໍ້າທີ່ສະອາດ ແລະ ເຢັນ.
  • ປະສົມນໍ້າກັບນໍ້າແບັກຄິ້ງໂຊດາ ຫຼື ແປ້ງເຂົ້າສາລີເຂົ້າໄປນຳ ແລະ ວາງໄວ້ເທິງບໍລິເວນບາດທີ່ເຈັບນັ້ນ.


ຖ້າທ່ານມີບາດແຜຢູ່ໃນອະໄວຍະວະເພດ ແລະ ມັນກໍ່ເປັນການເຈັບປວດທີ່ມີນ້ຳຍ່ຽວຜ່ານນັ້ນ, ໃຫ້ຫົດນໍ້າສະອາດ ໃນພື້ນທີ່ອະໄວຍະວະເພດຂອງທ່ານໃນຂະນະທີ່ທ່ານຍ່ຽວ. ຫຼື ນັ່ງຢູ່ໃນຊາມນໍ້າເຢັນໃນເວລາທີ່ທ່ານຍ່ຽວ.

NWTND sti Page 19-3.png

ຖ້າທ່ານມີອາການເຈັບປວດ, ໃຫ້ກິນຢາແກ້ເຈັບເຊັ່ນ: ຢາ aspirin, ibuprofen, ຫຼື paracetamol (acetaminophen).

ໃສ່ເສື້ອຜ້າ ແລະ ໂສ້ງທີ່ຫຼົມ. ນີ້ເຮັດໃຫ້ອາກາດໝູນວຽນໄປອ້ອມອະໄວຍະວະຂອງທ່ານ ເຊິ່ງຈະຊ່ວຍໃນການປິ່ນປົວ.

ຊັກເຄື່ອງນຸ່ງຂອງທ່ານໃນແຕ່ລະມື້ ແລະ ຕາກແດດໃຫ້ແຫ້ງ. ນີ້ຈະສາມາດຂ້າເຊື້ອພະຍາດ ທີ່ກໍ່ໃຫ້ເກີດການຕິດເຊື້ອໄດ້.

ຢ່າຮ່ວມເພດຈົນກວ່າທ່ານຈະຮູ້ສຶກດີຂຶ້ນ. ຖ້າທ່ານມີເພດສໍາພັນ, ໃຫ້ໃຊ້ຖົງຢາງອະນາໄມທີ່ມີສານຫຼໍ່ລື່ນ.


This page was updated: ໑໒ ມີຖຸນາ ໒໐໑໙