Hesperian Health Guides

ຊີຟີລິດ ແລະ ແຜກາມມະໂລກ

ຢູ່ໃນພາກນີ້:

ຊີຟີລິດແມ່ນການຕິດເຊື້ອທາງເພດສຳພັນທີ່ຮ້າຍແຮງ ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍ. ອາການທຳອິດແມ່ນ ອາການ ເຈັບປວດບໍລິເວນບາດແຜທີ່ຫາຍຂາດໄປ. ຖ້າວ່າບຸກຄົນນັ້ນບໍ່ໄດ້ສັງເກດ ແລະ ບໍ່ໄດ້ປິ່ນປົວ, ຊີຟີລິດ ຈະຍັງຢູ່ໃນ ຮ່າງກາຍ. ຜູ້ຍິງຖືພາທຸກຄົນຄວນໄດ້ຮັບການກວດຊີຟີລິດ ແລະ ຮັບການປິ່ນປົວສະນັ້ນ ມັນຈຶ່ງບໍ່ ແຜ່ເຊື້ອໄປຫາລູກ ແລະ ເປັນສາເຫດເຮັດໃຫ້ເດັກເກີດກ່ອນກຳນົດ, ຜິດປົກກະຕິ ຫຼືເສຍຊີວິດ. ຖ້າວ່າທ່ານ ຕິດເຊື້ອ HIV ຫຼື ຕິດເຊື້ອ ທາງເພດສຳພັນອື່ນໆເລື້ອຍໆ, ພະນັກງານສາທາລະນະສຸກຈະກວດຫາການ ຕິດເຊື້ອຊີຟີລິດໃຫ້ທ່ານພ້ອມ.

ແຜກາມມະໂລກທີ່ ແມ່ນການຕິດເຊື້ອທາງເພດສຳພັນທີ່ມີສາເຫດມາຈາກເຊື້ອແບັກເທີເຣຍ, ທີ່ເປັນສາເຫດອາການ ເຈັບປວດບາດແຜຢູ່ອະໄວຍະວະເພດ ແລະອະໄວຍະວະເພດມີຂະໜາດໃຫ່ຍຂຶ້ນ, ມີອາການເຈັບ ຕ່ອມນ້ຳ ເຫຼືອງແຮງ. ຄືກັນກັບຊີຟີລິດ, ຖ້າປິ່ນປົວໄວຕັ້ງແຕ່ຕົ້ນໆມັນສາມາດຫາຍຂາດໄດ້.

ຖ້າຫາກວ່າທ່ານບໍ່ແນ່/ຈວ່າບຸກຄົນນັ້ນມີການຕິດເຊື້ອໃດໜຶ່ງ ຫຼື ຕິດເຊື້ອອື່ນ ຫຼື ຕິດທັງຊີຟີລິດ ແລະ ແຜຮີມອ່ອນ, ໃຫ້ປິ່ນປົວການຕິດເຊື້ອທັງສອງຢ່າງ. ຕ້ອງຮັກສາການຕິດເຊື້ອທັງສອງຢ່າງເຊັ່ນດຽວ ກັນຖ້າວ່າຜົນກວດຊີ້ໃຫ້ເຫັນ ວ່າຕິດເຊື້ອສອງຢ່າງ ຫຼື ຖ້າວ່າການຕິດເຊື້ອທັງສອງຢ່າງມັກພົບເຫັນເລື້ອຍໃນພື້ນທີ່ຂອງທ່ານ. ເບິ່ງຢາປິ່ນປົວ ແບບປະສົມປະສານເພື່ອປິ່ນປົວຊີຟີລິດ ແລະ ແຜກາມມະໂລກ. ປິ່ນປົວຄູ່ນອນ ຫຼື ຄູ່ຮ່ວມເພດ ດ້ວຍຢາຊະນິດດຽວກັນ.

ການຕິດເຊື້ອຊະນິດອື່ນໆສາມາດແຜ່ເຊື້ອໄດ້ງ່າຍໂດຍມີບາດແຜຢູ່ອະໄວຍະວະເພດ, ໂດຍສະເພາະອັກເສບຕັບ B, HIV ແລະ ການຕິດເຊື້ອທາງເພດສຳພັນອື່ນໆ. ເພື່ອປ້ອງກັນການແຜ່ເຊື້ອ ຫຼືຕິດເຊື້ອເຫຼົ່ານີ້, ໃຫ້ປິ່ນປົວ ແລະ ຫຼີກລ້ຽງການມີເພດສຳພັນຈົນກວ່າບາດແຜຈະຫາຍດີ.

ຮັກສາບາດແຜໃຫ້ສະອາດໃນຊ່ວງທີ່ມັນກຳລັງເຊົາ. ລ້າງອະນາໄມບາດແຜທຸກມື້ດ້ວຍສະບູ ແລະ ນໍ້າ, ແລະ ເຊັດໃຫ້ ແຫ້ງຢ່າງລະມັດລະວັງ. ຢ່າໃຫ້ຄົນອື່ນໃຊ້ເຄື່ອງນຸ່ງທີ່ທ່ານຕາກແຫ້ງດ້ວຍ.

ຊີຟີລິດ ຫຼື ບາດແຜກາມມະໂລກຢູ່ເທິງອະໄວຍະວະເພດຊາຍ ບາດແຜຊີຟີລິດ ຫຼື ແຜຮີມອ່ອນຢູ່ເທິງອະໄວຍະວະເພດຍິງ
ບາດແຜຂອງອະໄວຍະວະເພດຍິງ ແລະຊາຍ
ເຖິງແມ່ນວ່າຊີຟີລິດ ແລະ ແຜກາມມະໂລກເລີ່ມຕົ້ນໂດຍການມີບາດແຜ, ແຕ່ບາດແຜຂອງຊີຟີລິດມັກຈະບໍ່ມີອາການເຈັບ. ບາດແຜກາມມະໂລກມັກມີອາການເຈັບ
ອາການຂອງຊີຟີລິດ

ອາການທຳອິດມັກມີອາການໜ້ອຍໆ, ບໍ່ເຈັບບາດແຜ, ເຊິ່ງເອີ້ນກັນວ່າບາດແຜຊີຟີລິດ, ເຊິ່ງມັກປາກົດໃຫ້ ເຫັນໃນຊ່ວງ 2 ເຖິງ 5 ອາທິດຫຼັງຈາກມີເພດສຳພັນກັບຄົນທີ່ຕິດເຊື້ອຊີຟີລິດ. ແຜຊີຟີລິດໃນຊ່ວງທຳອິດ ຄ້າຍຄືຕຸ່ມ, ຈາກນັ້ນມັນ ຈະແຕກອອກກາຍເປັນບາດແຜ. ປົກກະຕິມັນມັກປາກົດໃຫ້ເຫັນຢູ່ບໍລິເວນ ອະໄວຍະວະ ເພດ ແຕ່ອາດປາກົດໃຫ້ເຫັນ ຢູ່ປາກ ຫຼື ຮູທະວານ. ໃນຜູ້ຍິງ, ບາດແຜອາດຈະຢູ່ໃນຊ່ອງຄອດ ແລະສັງເກດບໍ່ເຫັນ.

ບາດແຜຈະປາກົດໃຫ້ເຫັນສອງສາມມື້ຫາສອງສາມອາທິດ ແລະ ຫຼັງຈາກນັ້ນມັນຈະຫາຍໄປໂດຍບໍ່ໄດ້ປິ່ນົວ. ຖ້າເປັນອາທິດ ຫຼື ເປັນເດືອນ, ທ່ານອາດຈະມີຜື່ນ (ໂດຍສະເພາະຢູ່ຝາມື ແລະ ຝາຕີນ), ເຈັບຄໍ, ໄຂ້ເລັກໜ້ອຍ, ຫຼື ບາດແຜຢູ່ປາກ. ຜື່ນແປກໆ ຫຼື ສະພາບຜິວໜັງທີ່ປາກົດໃຫ້ເຫັນເປັນມື້ ຫຼື ອາທິດລັງຈາກທີ່ມີບາດແຜຢູ່ອະໄວຍະວະ ເພດອາດຈະເປັນຊີຟີລິດ. ໄປກວດ ແລະ ຮັບການປິ່ນປົວໄວໆ. ຖ້າບໍ່ໄດ້ ຮັບການປິ່ນປົວ, ຊີຟີລິດສາມາດ ແຜ່ເຊື້ອໄປສູ່ ພາກສ່ວນອື່ນຂອງຮ່າງກາຍ, ເຊິ່ງເປັນສາເຫດ ໃຫ້ເກີດ ພະຍາດຫົວໃຈ, ອາການລ່ອຍ, ລຄວາມຜິດປົກກະຕິທາງຈິດ, ແລະ ອາດເສຍຊີວິດໄດ້. ເພາະວ່າຊີຟີລິດເປັນອັນຕະລາຍ, ຫຼາຍ ປະເທດຈຶ່ງມີແຜນງານ ການກວດຊີຟີລິດ ໂດຍບໍ່ໄດ້ເສຍຄ່າ.

ການປິ່ນປົວຊີຟີລິດ

ການປິ່ນປົວທີ່ດີທີ່ສຸດແມ່ນໃຊ້ຢາ benzathine penicillin ສັກກ້າມຊີ້ນ. ຖ້າວ່າບໍ່ມີຢານີ້ ຫຼື ຄົນຜູ້ນັ້ນ ແພ້ຢາ penicillin , ແມ່ນກິນຢາ doxycycline. ຢາ erythromycin ສາມາດໃຊ້ໄດ້ ແຕ່ມັນ ບໍ່ມີປະສິດທິພາບ ແລະ ປະລິມານຢາອາດເຮັດໃຫ້ຖອກທ້ອງ. ຜູ້ຍິງທີ່ຖືພາຄວນຂໍຄວາມຊ່ວຍ ເຫຼືອເພື່ອປິ່ນປົວ ຮັກສາຢູ່ຄຼີນິກ ຫຼື ໂຮງໝໍ

ອາການຂອງແຜກາມມະໂລກ

ບາດແຜຈາກຊີຟີລິດ ແລະ ແຜກາມມະໂລກສາມາດເບິ່ງແລ້ວຄ້າຍຄືກັນ ແຕ່ຖ້າວ່າເຈັບບາດແຜ ແລະ ມີເລືອດໄຫຼງ່າຍ, ມັນອາດຈະແມ່ນແຜກາມມະໂລກ. ອາການອື່ນໆຂອງແຜກາມະໂລກແມ່ນອາການໄຄ່ບວມ ຂອງຕ່ອມຢູ່ຂາໜີບ ແລະ ໄຂ້ຕໍ່າໆ.

ການປິ່ນປົວແຜກາມມະໂລກ

ການປິ່ນປົວທີ່ດີທີ່ສຸດແມ່ນການກິນຢາ azithromycin. ຫຼື ໃຊ້ຢາໃດໜຶ່ງໃນບັນດາຢາເຫຼົ່ານີ້: ໃຊ້ຢາ ceftriaxone ສັກກ້າມຊີ້ນ, ຫຼື ກິນເອົາ, ໃຊ້ຢາ ciprofloxacin, ຫຼື ຢາ erythromycin.


This page was updated: ໑໒ ມີຖຸນາ ໒໐໑໙