Hesperian Health Guides

ໂລກຄວາມດັນເລືອດສູງແມ່ນຫຍັງ?

ຢູ່ໃນພາກນີ້:

NWTND heart Page 5-1.png

ຫົວໃຈຄົນເຈັບຕ້ອງການກຳລັງແຮງຫຼາຍຊຳ່ໃດເພື່ອສູບສີດເລືອດໄປຫຼໍ່ລ້ຽງທົ່ວຮ່າງກາຍ ແລະກັບຄືນສູ່ຫົວໃຈ. ມັນເປັນເລື່ອງປົກກະຕິທີ່ຄວາມດັນເລືອດ ມີການປ່ຽນແປງຂຶ້ນລົງໃນລະຫວ່າງວັນ ການປ່ຽນແປງນີ້ແມ່ນຂຶ້ນຢູ່ກັບ ການອອກກຳລັງກາຍ, ການກິນອາຫານ, ຄວາມຮູ້ສຶກ, ແລະອື່ນໆ. ແຕ່ວ່າ ການມີຄວາມດັນເລືອດສູງຢູ່ເກືອບທຸກເວລານັ້ນ ບໍ່ແມ່ນເລື່ອງດີຕໍ່ສຸຂະພາບ. ຄວາມດັນເລືອດສູງ (hypertension) ເປັນອາການສະແດງບອກເຖິງວ່າ ຫົວໃຈຄົນເຮົາກຳລັງເຮັດວຽກໜັກເກີນໄປ.

ເມື່ອຄົນເຮົາເປັນໂລກຄວາມດັນເລືອດສູງ, ການຫຼຸດມັນລົງຈະຊ່ວຍໃຫ້ພວກເຂົາເຈົ້າມີຊີວິດໄດ້ຍືນຍາວຂຶ້ນຕື່ມ. ບາງຄັ້ງກໍ່ຈຳເປັນຕ້ອງໄດ້ໃຊ້ຢາເພື່ອລົດຄວາມດັນເລືອດລົງ ແຕ່ ຄວາມດັນເລືອດສູງແມ່ນສາມາດລົດລົງໄດ້ດ້ວຍການກິນອາຫານທີ່ມີປະໂຫຍດ, ບໍ່ກິນອາຫານເຄັມ, ແລະການອອກກຳລັງກາຍ. ການເຊົາສູບຢາ ແລະບໍ່ດື່ມເຄື່ອງດື່ມປະເພດເຫຼົ້າກໍ່ຊ່ວຍໄດ້ເຊັ່ນກັນ. ການປິ່ນປົວໂລກເບົາຫວານກໍ່ຈະຊ່ວຍໃຫ້ສຸຂະພາບຫົວໃຈຂອງພວກເຂົາເຈົ້າດີຂຶ້ນໄດ້ເຊັ່ນກັນ. ວິທີການລົດຄວາມດັນເລືອດສູງ ແມ່ນມີຫຼາຍວິທີ.

ບາງຄັ້ງ ຄວາມດັນເລືອດສູງ ກໍ່ບໍ່ມີເຫດຜົນຈະແຈ້ງວ່າຍ້ອນຫຍັງຄົນເຮົາຈິ່ງມີຄວາມດັນເລືອດສູງ. ເມື່ອຄົນເຮົາອາຍຸສູງຂຶ້ນ ຄວາມດັນເລືອດກໍ່ຄ່ອຍສູງຂຶ້ນໄປນຳ ຍ້ອນເສັ້ນເລືອດແດງເຊື່ອມແລະແຂງໄປຕາມອາຍຸໄຂຂອງພວກເຂົາເຈົ້າ. ສຳລັບແມ່ຍິງຈຳນວນໜຶ່ງ, ການຖືພາເຮັດໃຫ້ຄວາມດັນເລືອດສູງຂຶ້ນ. ຄວາມດັນເລືອດສູງກໍ່ສາມາດເປັນໂລກທາງກຳມະພັນ, ນັ້ນກໍ່ໝາຍຄວາມວ່າຖ້າພໍ່ແມ່ ຫຼື ພີ່ນ້ອງໃກ້ຊິດເປັນໂລກຄວາມດັນເລືອດສູງ, ເຈົ້າກໍ່ອາດຈະເປັນຄວາມດັນເລືອດສູງໄດ້ເຊັ່ນກັນ.

ເມື່ອຄວາມດັນເລືອດສູງເກີນໄປ

ຄ່າຄວາມດັນເລືອດທີ່ວັດແທກຕາມປົກກະຕິອອກມາສູງກວ່າ 140/90 ແມ່ນຖືວ່າເປັນຄວາມດັນເລືອດສູງ. ແຕ່ຖ້າຄົນເຈັບມີບັນຫາສຸຂະພາບອື່ນໆອີກ ລະດັບຄວາມດັນເລືອດສະເພາະຂອງລາວເອງ ອາດຈະສູງກວ່າ ຫຼື ຕຳ່ກວ່າ. ຕົວຢ່າງ: ມັນເປັນເລື່ອງປົກກະຕິ ເມື່ອຄົນເຮົາອາຍຸແກ່ຂຶ້ນ ຄວາມດັນເລືອດກໍ່ຈະສູງຂຶ້ນເລັກນ້ອຍ, ແລະການເພີ່ມຂຶ້ນຂອງຄວາມດັນເລືອດໃນກໍລະນີນີ້ ອາດຈະບໍ່ເປັນບັນຫາສຳລັບຄົນປົກກະຕິທົ່ວໄປທີ່ບໍ່ມີບັນຫາສຸຂະພາບຢ່າງອື່ນນຳ. ຖ້າຄວາມດັນເລືອດແທກຕາມປົກກະຕິຫາກສູງກວ່າ 130/80 ຫຼື ຄວາມດັນເລືອດສູງຂຶ້ນໄປເລື້ອຍໆເມື່ອເວລາຜ່ານໄປ, ໃຫ້ລອງປິ່ນປົວດ້ວຍວິທີການທີ່ແຕກຕ່າງກັນໄປເພື່ອລົດມັນລົງແລະໃຫ້ສືບຕໍ່ກວດຄວາມດັນເລືອດເພື່ອເບິ່ງວ່າວິທີການໃດທີ່ໄດ້ຜົນດີ.

ຕາມປົກກະຕິແລ້ວ, ຄົນເຈັບໂລກຄວາມດັນເລືອດສູງຈະບໍ່ສັງເກດເຫັນອາການໃດໆສະແດງອອກ ຈົນກວ່າຈະມີຄວາມດັນເລືອດສູງຫຼາຍແລ້ວ. ການທີ່ບໍ່ເຫັນອາການໃດໆສະແດງອອກ ກໍ່ບໍ່ໄດ້ໝາຍຄວາມວ່າມັນບໍ່ມີອັນຕະລາຍ. ວິທີທາງດຽວທີ່ຈະຮູ້ໄດ້ວ່າ ເຈົ້າເປັນຄວາມດັນເລືອດສູງຫຼືບໍ່ນັ້ນກໍ່ຄືໄປໃຫ້ແພດກວດ.

NWTND heart Page 7-1.png

ຄວາມດັນເລືອດສູງ ແລະການຖືພາ

ຕາມປົກກະຕິແລ້ວ ບຸກຄະລາກອນທາງການແພດ ແລະ ແພດພະດຸງຄັນຈະກວດວັດແທກຄວາມດັນເລືອດຂອງແມ່ຍິງຖືພາທຸກຄັ້ງທີ່ມາກວດ ຫຼື ປິ່ນປົວສຸຂະພາບ. ໃນຊ່ວງເວລາ 6 ເດືອນທຳອິດຂອງການຖືພາ, ແມ່ຍິງຈະມີຄວາມດັນເລືອດຕຳ່ກວ່າປົກກະຕິເລັກນ້ອຍ, ເຊິ່ງນີ້ກໍ່ຖືວ່າເປັນເລື່ອງທຳມະດາ ແລະ ແມ່ຍິງຖືພານັ້ນກໍ່ສຸຂະພາບແຂງແຮງດີ. ຄວາມດັນເລືອດຂອງຄົນທີ່ມີສຸຂະພາບແຂງແຮງດີແມ່ນຢູ່ລະຫວ່າງ 90/60 ແລະ 140/90 ແລະໃນເວລາຖືພາກໍ່ຈະບໍ່ເພີ່ມຂຶ້ນຫຼາຍ. ຄວາມດັນເລືອດສູງໃນເວລາຖືພາເຮັດໃຫ້ມີປະລິມານເລືອດໝູນວຽນໃນລະບົບໜ້ອຍລົງ; ເຊິ່ງຈະພາໃຫ້ມີອາຫານມາຫຼໍ່ລ້ຽງເດັກນ້ອຍໃນທ້ອງແມ່ໜ້ອຍລົງ, ເພາະເຫດນີ້ ເດັກນ້ອຍໃນທ້ອງແມ່ກໍ່ອາດຈະເລີນເຕີບໂຕຊ້າເກີນໄປ.

ຄ່າຄວາມດັນເລືອດທີ່ວັດແທກອອກມາຢູ່ລະຫວ່າງ 140 ແລະ 150 ສຳລັບຕົວເລກຄວາມດັນເບື້ອງເທິງ ຫຼືຢູ່ລະຫວ່າງ 90 ແລະ 100 ສຳລັບຄ່າຕົວເລກເບື້ອງລຸ່ມ ຄວາມດັນເລືອດສູງໃນລະດັບດັ່ງກ່າວນີ້ ອາດປິ່ນປົວໄດ້ໂດຍບໍ່ຈຳເປັນຕ້ອງໃຊ້ຢາ. ການປິ່ນປົວນີ້ແມ່ນເຮັດໄດ້ໂດຍການໃຫ້ຄົນເຈັບຍິງນັ້ນພັກຜ່ອນໃຫ້ຫຼາຍຂຶ້ນ ແລະໃຫ້ລາວນອນສະແຄງຊ້າຍ. ອາການທີ່ສະແດງອອກເຖິງບັນຫາສຸຂະພາບຢູ່ໃນພາວະອັນຕະລາຍຮ້າຍແຮງຫຼາຍກວ່າແມ່ນ ອາການຫາຍໃຈຍາກ, ເຈັບໜ້າເອິກ, ຫຼື ມີຄວາມດັນເລືອດສູງຫຼາຍກວ່າ. ການມີຄວາມດັນເລືອດສູງໃນເວລາຖືພາອາດເປັນອາການສະແດງອອກຂອງອາການຄັນເປັນພິດ (pre-eclampsia), ເຊິ່ງຖືວ່າເປັນອາການສຸກເສີນ ທີ່ສາມາດພາໃຫ້ເດັກໃນທ້ອງເກີດກ່ອນກຳນົດ, ຕົກເລືອດ, ມີອາການຊັກ, ແລະອາດຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.

ເມື່ອໃດທີ່ຄວາມດັນເລືອດຕຳ່ເກີນໄປ?

ໂດຍທົ່ວໄປແລ້ວ ການມີຄ່າຄວາມດັນເລືອດ ຕຳ່ກວ່າ 90/60 (ຄວາມດັນ systolic / ຄວາມດັນ diastolic) ແມ່ນຖືວ່າເປັນຄວາມດັນເລືອດຕຳ່. ການມີພາວະຄວາມດັນເລືອດຕຳ່ ກໍ່ບໍ່ເປັນບັນຫາຫຍັງສຳລັບສຸຂະພາບຂອງບາງຄົນ. ແຕ່ຖ້າມີ ອາການວິນວຽນ ຫຼື ເປັນລົມ, ອາການຄວາມດັນເລືອດຕຳ່ດັ່ງກ່າວນີ້ອາດຈຳເປັນຕ້ອງໄດ້ປິ່ນປົວ. ອາການຄວາມດັນເລືອດຕຳ່ອາດສາມາດເປັນອາການສະແດງອອກຂອງພາວະຮ່າງກາຍຂາດນຳ້ ຫຼື ບັນຫາທາງດ້ານສຸຂະພາບອື່ນໆ. ສິ່ງທີ່ສຳຄັນແມ່ນໃຫ້ຊອກຫາຕົ້ນເຫດ (ຫຼືສາເຫດ) ທີ່ພາໃຫ້ເກີດຄວາມດັນເລືອດຕຳ່ ເພື່ອປິ່ນປົວມັນທີ່ຕົ້ນເຫດ.

ເມື່ອຄວາມດັນເລືອດຫຼຸດລົງຢ່າງໄວວາ ແລະ ມີອາການອື່ນໆສະແດງອອກມານຳ ເຊັ່ນ: ອາການສັບສົນ, ໜາວເຫື່ອອອກ, ຫຼື ອ່ອນເພຍ, ກຳມະຈອນເຕັ້ນໄວ, ເຊິ່ງສະພາວະດັ່ງກ່າວກໍ່ຖືວ່າເປັນສະພາວະສຸກເສີນ ທີ່ເອີ້ນວ່າ ອາການຊ໋ອກ. ເມື່ອອາການຕ່າງໆຂອງພາວະຊ໋ອກໄດ້ເລີ່ມສະແດງອອກມາ, ຕາມປົກກະຕິແລ້ວພາວະຊ໋ອກນັ້ນກໍ່ຈະຊຸດໜັກລົງຢ່າງໄວວາ ຈົນຮ່າງກາຍປິດຕົວເອງລົງໃນທີ່ສຸດ. ໃຫ້ປິ່ນປົວສະພາວະຊ໋ອກນັ້ນໂດຍໄວເພື່ອຊ່ວຍຊີວິດຄົນເຈັບໄວ້ (ເບິ່ງ ບົດ ການຊ່ວຍເຫຼືອຄົນເຈັບເບື້ອງຕົ້ນ ໃນຫົວຂໍ້ ຊ໋ອກ).

ມັນເປັນສິ່ງສຳຄັນທີ່ຕ້ອງໄດ້ກວດຄວາມດັນເລືອດຂອງເຈົ້າ

Lo NWTND heart Page 8-1.png

ຜູ້ໃດກໍ່ຕາມທີ່ມີເຄື່ອງກວດຄວາມດັນເລືອດ ກໍ່ສາມາດກວດຄວາມດັນເລືອດຂອງຕົນເອງໄດ້. ຕາມປົກກະຕິແລ້ວ ບຸກຄະລາກອນທາງການແພດກໍ່ຈະກວດຄວາມດັນເລືອດຂອງເຈົ້າທຸກຄັ້ງທີ່ເຈົ້າເຂົ້າມາພົບແພດ, ແຕ່ເຈົ້າກໍ່ອາດຈະສາມາດກວດຄວາມດັນເລືອດຂອງເຈົ້າໄດ້ຢູ່ຕາມຮ້ານຂາຍຢາ ຫຼື ຕາມງານສົ່ງເສີມສຸຂະພາບທີ່ຈັດໃນຊຸມຊົນ ຫຼື ບ່ອນເຮັດວຽກຂອງທ່ານ. ເມື່ອແທກແລ້ວກໍ່ໃຫ້ບັນທຶກຜົນກວດໃນແຕ່ລະຄັ້ງນັ້ນໄວ້ເພື່ອຈະໄດ້ຮູ້ວ່າມັນມີການປ່ຽນແປງແນວໃດແດ່ໃນໄລຍະເວລາທີ່ຜ່ານມາ.

ຖ້າເຈົ້າມີເຄື່ອງແທກຄວາມດັນເລືອດ, ເຈົ້າກໍ່ສາມາດຈະຮຽນຮູ້ວິທີໃນການວັດແທກຄວາມດັນເລືອດຕົວເອງຢູ່ເຮືອນໄດ້. ເຄື່ອງວັດແທກຄວາມດັນເລືອດອັນໜຶ່ງແມ່ນສາມາດນຳໃຊ້ວັດແທກຮ່ວມກັນໄດ້ຢ່າງປອດໄພ.

ຄວາມດັນເລືອດສູງແມ່ນອາການເຕືອນວ່າພະຍາດຫົວໃຈອາດກຳລັງຈະກໍ່ຕົວຂຶ້ນ ຫຼື ເລີ່ມເປັນພະຍາດຫົວໃຈແລ້ວ. ເມື່ອເວລາດົນໄປ, ຄວາມດັນເລືອດທີ່ເພີ່ມສູງຂຶ້ນນັ້ນເຮັດໃຫ້ອະໄວຍະວະຕ່າງໆໃນຮ່າງກາຍຂອງເຈົ້າເກີດຄວາມເສຍຫາຍ (ຫຼື ຖືກທຳລາຍ) ແລະພາໃຫ້ເປັນໂລກຫົວໃຈວາຍ, ຫົວໃຈຊຸດໂຊມ, ເສັ້ນເລືອດສະໝອງແຕກ ຫຼື ຕີບຕັນ (stroke), ພະຍາດໝາກໄຂ່ຫຼັງ ແລະເກີດຄວາມເສຍຫາຍຕໍ່ກັບດວງຕາ. ເມື່ອເຈົ້າຮຽນຮູ້ວິທີການໃນການວັດແທກຄວາມດັນເລືອດຂອງຕົນເອງເປັນ, ເຈົ້າກໍ່ຈະສາມາດສັງເກດເຫັນໄດ້ວ່າ ການອອກກຳລັງກາຍ ແລະການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຊ່ວຍລົດຄວາມດັນເລືອດສູງໄດ້ແນວໃດ.


This page was updated: ໐໙ ພຶດສະພາ ໒໐໑໙