Hesperian Health Guides
ບັນຫາອື່ນໆກ່ຽວກັບຫົວໃຈ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ພະຍາດຫົວໃຈ ແລະ ໂລກຄວາມດັນເລືອດສູງ > ບັນຫາອື່ນໆກ່ຽວກັບຫົວໃຈ
ເນື້ອໃນ
ຫົວໃຈເຕັ້ນໄວຜິດປົກກະຕິ (arrhythmia)
ຄົນເຮົາເກືອບໝົດທຸກຄົນສາມາດຮູ້ສຶກໄດ້ເຖິງການເຕັ້ນຂອງຫົວໃຈທີ່ໄວຫຼາຍ, ຫົວໃຈ “ເຕັ້ນລົວຕຶກຕັກຕຶກຕັກ” ໃນເອິກຂອງຕົນເອງ, ຫຼື ຕື່ນຕົກໃຈ ແລະຄິດວ່າຫົວໃຈຂອງພວກເຂົາເຈົ້າເຕັ້ນໄວຫຼາຍຈົນ “ຂ້າມບາດເຕັ້ນໄປ”. ການປ່ຽນແປງຂອງບາດເຕັ້ນຫົວໃນນີ້ເອີ້ນວ່າ ຫົວໃຈເຕັ້ນໄວຜິດປົກກະຕິ ຫຼື arrhythmia. ການປ່ຽນແປງຂອງບາດເຕັ້ນຫົວໃຈແມ່ນເປັນເລື່ອງທຳມະດາ, ໂດຍສະເພາະ ເມື່ອຄົນເຮົາອາຍຸແກ່ຂຶ້ນ, ແລະຕາມທຳມະດາແລ້ວ ການປ່ຽນແປງບາດເຕັ້ນຫົວໃຈດັ່ງກ່າວນັ້ນກໍ່ບໍ່ມີອັນຕະລາຍຫຍັງ. ແຕ່ພາວະຫົວໃຈເຕັ້ນໄວຜິດປົກກະຕິບາງຢ່າງເກີດຂຶ້ນເລື້ອຍຫຼາຍ ແມ່ນອັນຕະລາຍ ແລະຕ້ອງໄດ້ປິ່ນປົວ.
ຖ້າການເຕັ້ນຫົວໃຈໄວຜິດປົກກະຕິເກີດຂຶ້ນເລື້ອຍຫຼາຍເກີນໄປ, ພວກມັນອາດມີຜົນກະທົບຕໍ່ກັບຫົວໃຈຂອງເຈົ້າພໍທີ່ຈະພາໃຫ້ມີອາການຜິດປົກກະຕິທາງສຸຂະພາບອື່ນໆສະແດງອອກ. ໃຫ້ໄປພົບແພດຖ້າເຈົ້າຮູ້ສຶກໄດ້ເຖິງການເຕັ້ນຫົວໃຈສັ່ນ (ຄວາມຮູ້ສຶກວ່າ ຫົວໃຈ “ເຕັ້ນລົວຕຶກຕັກຕຶກຕັກ” ໃນເອິກ ຫຼື ໃນຄໍ), ຫົວໃຈເຕັ້ນໄວຈົນຂ້າມຈັງຫວະ, ຫຼື ຖ້າການເຕັ້ນຫົວໃຈທີ່ຜິດປົກກະຕິດັ່ງກ່າວນີ້ເກີດຮ່ວມກັບອາການໃດໜຶ່ງໃນຕໍ່ໄປນີ້:
- ບາດເຕັ້ນຫົວໃຈໄວ ຫຼື ຫົວໃຈຕີແຮງ
- ເມື່ອຍອ່ອນເພຍ
- ວິນວຽນຫົວ, ຮູ້ສຶກວິນຫົວຄ້າຍຈະເປັນລົມ
- ເປັນລົມ ຫຼື ໃກ້ຈະເປັນລົມ
- ຫາຍໃຈຍາກ
- ເຈັບເອິກ
ເຄື່ອງດື່ມບາງຢ່າງ, ຢາປົວພະຍາດບາງຊະນິດ, ຫຼື ຢາເສບຕິດສາມາດພາໃຫ້ຫົວໃຈເຕັ້ນໄວຜິດປົກກະຕິ ຫຼືເຮັດໃຫ້ຫົວໃຈທີ່ເຕັ້ນຜິດປົກກະຕິຢູ່ແລ້ວນັ້ນເປັນໜັກຕື່ມອີກ, ເຄື່ອງດື່ມແລະຢາດັ່ງກ່າວນັ້ນລວມມີ:
- ສານຄາເຟອິນ (caffeine), ເຊິ່ງມີໃນກາເຟ, ຊາບາງຊະນິດ, ແລະເຄື່ອງດື່ມຊະນິດຂວດ ຫຼື ເຄື່ອງດື່ມຊະນິດກະປ໋ອງບາງຊະນິດ
- ສານນີໂກຕິນ (nicotine), ເຊິ່ງມີໃນຢາສູບ ແລະຜະລິດຕະພັນຈາກຢາສູບຊະນິດຕ່າງໆ
- ເຫຼົ້າ (ແອລກໍຮໍ (alcohol))
- ຢາດີຫວັດ ແລະຢາດີໄອ
- ຢາປິ່ນປົວຫົວໃຈເຕັ້ນໄວຜິດປົກກະຕິ (anti-arrhthmias). ເຖິງວ່າຈະບໍ່ຄ່ອຍເກີດມີກໍ່ຕາມ, ແຕ່ບາງຄັ້ງຢາຊະນິດດຽວກັນກັບທີ່ໃຊ້ປິ່ນປົວຫົວໃຈເຕັ້ນໄວຜິດປົກກະຕິນັ້ນ ສາມາດພາໃຫ້ເກີດພາວະຫົວໃຈເຕັ້ນຜິດປົກກະຕິໄດ້! ບຸກຄະລາກອນທາງການແພດຄວນເອົາໃຈໃສ່ຕິດຕາມຄົນເຈັບທີ່ກິນຢາດັ່ງກ່າວນີ້ຢ່າງໃກ້ຊິດ.
- ຢາເສບຕິດຊະນິດຕ່າງໆ ເຊັ່ນ: ໂຄເຄນ, ກັນຊາ ແລະ ຢາມ້າ (ຢາບ້າ).
ຖ້າເຈົ້າກຳລັງຮັບການປິ່ນປົວອາການຫົວໃຈເຕັ້ນຜິດປົກກະຕິຢູ່ ແລະເຈົ້າໄດ້ດື່ມເຄື່ອງດື່ມ ຫຼືໃຊ້ຜະລິດຕະພັນ, ຫຼືສານໃດໜຶ່ງທີ່ໄດ້ກ່າວມານີ້, ແມ່ນໃຫ້ບອກບຸກຄະລາກອນທາງການແພດທີ່ປິ່ນປົວເຈົ້າໃຫ້ຮັບຊາບ. ເພາະວ່າ ພວກມັນອາດພາໃຫ້ເກີດບັນຫາ, ຫຼື ເຮັດໃຫ້ຢາທີ່ໃຊ້ປິ່ນປົວຫົວໃຈເຕັ້ນໄວຜິດປົກກະຕິ (arrhythmia) ອອກລິດ ຫຼື ໃຫ້ຜົນໃນທາງກົງກັນຂ້າມ.
ເຈັບໜ້າເອິກ (angina)
Angina ແມ່ນຊື່ຂອງອາການເຈັບ ຫຼື ແໜ້ນໜ້າເອິກ. ອາການເຈັບໜ້າເອິກ (angina) ອາດເກີດຂຶ້ນໃນເວລາທີ່ເຈົ້າອອກກຳລັງກາຍ ຫຼືໃຊ້ແຮງງານຫຼາຍເກີນໄປ ຫຼື ມີອາລົມຈິດປ່ຽນແປງຫຼາຍເກີນໄປ, ແລະມັນກໍ່ຈະເຊົາໄປເມື່ອເຈົ້າຜ່ອນຄາຍ ຫຼື ພັກຜ່ອນ. ອາການເຈັບໜ້າເອິກດັ່ງກ່າວນັ້ນແມ່ນເກີດມາຈາກການຕີບຫຼືຕັນຂອງເສັ້ນເລືອດທີ່ນຳເລືອດກັບສູ່ຫົວໃຈ.
ອາການເຈັບໜ້າເອິກ (angina) ອາດຮູ້ສຶກຄືກັບຖືກກົດທັບ ຫຼື ບີບແໜ້ນຕາມໜ້າເອິກ ຫຼື ບ່າໄຫຼ່, ແຂນ, ຄໍ, ຄາງກະໄຕ, ຫຼື ຫຼັງ. ບາງຄັ້ງ ອາການ angina ອາດມີຄວາມຮູ້ສຶກຄືກັນກັບອາການປວດແໜ້ນທ້ອງຄືອາຫານບໍ່ຍ່ອຍ. ອາການເຈັບແໜ້ນໜ້າເອິກນີ້ອາດຈະເປັນໜັກຂຶ້ນ ຫຼື ເຈົ້າອາດຈະຮູ້ສຶກຫາຍໃຈຍາກເວລາຍ່າງ, ໂດຍສະເພາະຍ່າງຂຶ້ນຄ້ອຍ.
ບໍ່ແມ່ນການເຈັບໜ້າເອິກທຸກຢ່າງຈະແມ່ນອາການສະແດງອອກຂອງພະຍາດຫົວໃຈ. ມັນອາດເປັນບັນຫາສຸຂະພາບທີ່ບໍ່ຮ້າຍແຮງກໍ່ເປັນໄດ້, ເຊັ່ນ: ພາວະກົດໄຫຼຍ້ອນ ຫຼື ອາຫານບໍ່ຍ່ອຍ. ໃຫ້ກິນຢາລົດກົດລອງເບິ່ງ, ຖ້າຢາລົດກົດຊ່ວຍໃຫ້ອາການເຈັບເອິກຫາຍໄປກໍ່ໜ້າຈະເປັນໄປໄດ້ວ່າອາການເຈັບນັ້ນເກີດຈາກບັນຫາໃນຜົ້ງທ້ອງ.
ເອົາໃຈໃສ່ຕໍ່ອາການເຈັບເອິກ
ອາການເຈັບເອິກອາດສາມາດເປັນອາການສະແດງອອກຂອງໂລກຫົວໃຈວາຍກໍ່ອາດເປັນໄດ້, ເຖິງແມ່ນວ່າ ບໍ່ແມ່ນໂລກຫົວໃຈວາຍທຸກຄັ້ງສະເໝີໄປທີ່ພາໃຫ້ເຈັບເອິກ. ອາການເຈັບເອິກຍັງສາມາດເປັນອາການສະແດງອອກຂອງໂລກພະຍາດຮ້າຍແຮງຢ່າງອື່ນ ລວມທັງ ປອດຊຶມເຊື້ອ, ເສັ້ນເລືອດປອດອຸດຕັນ, ຫຼືເສັ້ນເລືອດແດງຫຼັກເກີດການສີກຂາດ.
ຍ້ອນວ່າອາການເຈັບເອິກອາດສາມາດເປັນອາການສະແດງອອກຢ່າງໜຶ່ງຂອງໂລກຫົວໃຈ, ການກວດໂລກຫົວໃຈຈິ່ງເປັນສິ່ງທີ່ຈຳເປັນເພື່ອໃຫ້ຮູ້ວ່າອາການທີ່ເປັນຢູ່ນັ້ນຢູ່ໃນຂັ້ນສຸກເສີນ (ຮ້າຍແຮງ) ຫຼາຍພຽງໃດ. ການກວດໂລກຫົວໃຈແມ່ນກວດໄດ້ຢູ່ຕາມຄຼີນິກສຸຂະພາບ ເຊິ່ງລວມມີການກວດເລືອດ, ກວດ x-rays ຜົ້ງເອິກ, ຫຼື ກວດ EKG (ກວດຄື້ນໄຟຟ້າຫົວໃຈ). ໃນການກວດ EKG, ແມ່ນຈະມີສາຍໄຟຕິດແປະຕາມໜ້າເອິກຂອງເຈົ້າເພື່ອວັດແທກເບິ່ງວ່າຫົວໃຈຂອງເຈົ້າເຮັດວຽກໄດ້ດີພຽງໃດ. ເຊິ່ງບັນດາການກວດທີ່ກ່າວມານີ້ ບໍ່ມີການກວດອັນໃດທີ່ເຈັບປວດ. ການປິ່ນປົວອາການເຈັບເອິກອາດມີທັງການປັບປ່ຽນໃນການກິນອາຫານ, ການໃຊ້ຢາປິ່ນປົວ, ຫຼື ການຜ່າຕັດ.
ຖ້າບາງຄັ້ງຄາວເຈົ້າເກີດມີອາການເຈັບໜ້າເອິກ ແລະຮັບຮູ້ແລ້ວວ່າມັນບໍ່ແມ່ນອາການຮຸນແຮງ ຫຼືສຸກເສີນ, ໃນແຕ່ລະຄັ້ງທີ່ມີອາການເຈັບເອິກນັ້ນແມ່ນໃຫ້ເຈົ້າຈົດບັນທຶກໄວ້. ໃຫ້ເອົາເຈັ້ຍທີ່ເຈົ້າໄດ້ບັນທຶກໄວ້ນັ້ນໃຫ້ບຸກຄະລາກອນທາງການແພດ ຫຼືທ່ານໝໍຂອງເຈົ້າເບິ່ງ. ຖ້າເຈົ້າກິນຢາປົວໂລກຫົວໃຈຢູ່ແລ້ວ, ຂໍ້ມູນທີ່ເຈົ້າຈົດບັນທຶກມານີ້ກໍ່ຈະຊ່ວຍໃຫ້ບຸກຄະລາກອນທາງການແພດໄດ້ຮູ້ວ່າຢາທີ່ໃຊ້ນັ້ນໄດ້ຜົນດີພຽງໃດ.
ເຈັ້ຍບັນທຶກຂອງເຈົ້າແມ່ນໃຫ້ມີຂໍ້ມູນຕໍ່ໄປນີ້:
- ວັນທີ ແລະ ຈຳນວນຄັ້ງທີ່ເຈົ້າຮູ້ສຶກເຈັບເອິກໃນມື້ນັ້ນ.
- ສິ່ງທີ່ເກີດຂຶ້ນກ່ອນໜ້າຈະມີອາການເຈັບເອິກ, ເຊັ່ນ: ການອອກກຳລັງກາຍ, ມີອາລົມຮຸນແຮງ, ກິນອາຫານຫຼາຍ, ອອກໄປຂ້າງນອກທີ່ມີອາກາດໜາວ.
- ບັນທຶກລັກສະນະຂອງອາການເຈັບເອິກ: ອາການເຈັບຄ່ອຍໆ, ເຈັບຂ້ອນຂ້າງແຮງ, ຫຼື ເຈັບຮຸນແຮງບໍ.
- ອາການເຈັບໆດົນປານໃດ ແລະການພັກຜ່ອນຊ່ວຍໃຫ້ອາການເຈັບນັ້ນທຸເລົາລົງ ຫຼື ເຊົາບໍ.
ການປັບປ່ຽນໃນເລື່ອງອາຫານການກິນ ແລະວິຖີການດຳລົງຊີວິດທີ່ຄືກັນກັບຂອງຄົນເຈັບໂລກຫົວໃຈນັ້ນກໍ່ເປັນປະໂຫຍດຕໍ່ຄົນເຈັບທີ່ມີອາການເຈັບເອິກເຊັ່ນກັນ: ເຊົາສູບຢາ, ຫຼີກລ້ຽງການກິນອາຫານປະເພດຈືນຫຼືມັນຫຼາຍ, ດື່ມເຫຼົ້າໃຫ້ໜ້ອຍລົງ ຫຼື ບໍ່ດື່ມເຫຼົ້າເລີຍໄດ້ຍິ່ງດີ, ແລະໃຫ້ລົດຄວາມຕຶງຄຽດລົງ. ການອອກກຳລັງກາຍແມ່ນມີປະໂຫຍດ, ແຕ່ຖ້າເຈົ້າມີອາການເຈັບໜ້າເອິກໃນເວລາອອກກຳລັງກາຍ, ແມ່ນໃຫ້ໄປປຶກສານຳບຸກຄະລາກອນທາງການແພດວ່າການອອກກຳລັງກາຍແບບໃດ ແລະອອກກຳລັງກາຍຫຼາຍປານໃດທີ່ຖືວ່າປອດໄພສຳລັບເຈົ້າ. ບັນດາຢາສຳລັບໃຊ້ປິ່ນປົວອາການເຈັບເອິກລວມມີ: ຢາ calcium channel blocker, beta blockers, aspirin, ແລະ ຢາໃນກຸ່ມ nitrates.
ໂລກຫົວໃຈຊຸດໂຊມ (congestive heart failure)
ໂລກຫົວໃຈຊຸດໂຊມ (congestive heart failure) ແມ່ນສະພາວະກ້າມຊີ້ນຫົວໃຈຂອງເຈົ້າອ່ອນແອ ແລະມີກຳລັງໃນການສູບສີດເລືອດໄປລ້ຽງຮ່າງກາຍອ່ອນເກີນໄປ. ສະພາວະນີ້ເຮັດໃຫ້ມີຂອງແຫຼວເຫຼືອຄ້າງຢູ່ຕາມປອດ, ຂາ ແລະຕາມສ່ວນອື່ນໆຂອງຮ່າງກາຍ. ສິ່ງນີ້ເຮັດໃຫ້ເຈົ້າມີອາການອ່ອນເພຍ ແລະຖ້າບໍ່ໄດ້ຮັບການປິ່ນປົວ ກໍ່ສາມາດເຮັດໃຫ້ເສຍຊີວິດໄປໃນທີ່ສຸດ. ແຕ່ການປິ່ນປົວກໍ່ສາມາດຊ່ວຍໃຫ້ຫົວໃຈເຈົ້າກັບມາເຮັດວຽກໄດ້ດີຂຶ້ນ, ຮູ້ສຶກແຂງແຮງຂຶ້ນ ແລະຊ່ວຍໃຫ້ມີຊີວິດຍືນຍາວຕໍ່ໄປອີກ.
ອາການ
ຂາທັງສອງຂ້າງໃຄ່ບວມ, ເອີ້ນວ່າ: ບວມນຳ້ (edema), ເຊິ່ງອາດເປັນອາການສະແດງອອກຂອງໂລກຫົວໃຈຊຸດໂຊມ. |
- ອາການເມື່ອຍ ແລະອ່ອນເພຍຫຼາຍເກີນໄປ. ເມື່ອຫົວໃຈຂອງເຈົ້າບໍ່ມີແຮງພໍໃນການສູບສີດເລືອດ, ກ້າມຊີ້ນຂອງເຈົ້າກໍ່ຈະບໍ່ໄດ້ຮັບອົກຊີພຽງພໍ. ເຈົ້າກໍ່ຈະຮູ້ສຶກເມື່ອຍຫຼາຍຂຶ້ນ.
- ຫາຍໃຈຍາກ. ການຫາຍໃຈຍິ່ງຍາກຫຼາຍຂຶ້ນເມື່ອມີຂອງແຫຼວຄ້າງຢູ່ໃນປອດຂອງເຈົ້າ. ເຈົ້າອາດຈະມີອາການຫາຍໃຈຍາກ, ໂດຍສະເພາະ ໃນເວລານອນຕອນກາງຄືນ, ແລະອາດຈະໄອຫຼາຍ. ການຫາຍໃຈຂອງເຈົ້າອາດມີສຽງດັງຄືກັບສຽງໝາກຫວີດ.
- ການບວມຈາກການມີຂອງແຫຼວຄ້າງໃນຮ່າງກາຍຫຼາຍເກີນໄປສາມາດເກີດຂຶ້ນໄດ້ໃນເວລາສອງສາມມື້, ຫຼື ບາງເທື່ອກໍ່ຄ່ອຍໆເປັນຂຶ້ນມາ. ເຈົ້າອາດຈະມີອາການບວມຕາມຕີນທັງສອງຂ້າງ ແລະ ຂໍ້ຕີນ, ແລະເຈົ້າຈະຮູ້ສຶກວ່າເຄື່ອງນຸ່ງ ຫຼືເກີບທີ່ໃສ່ນັ້ນຄັບຂຶ້ນ. ອາການບວມນີ້ບໍ່ເຊົາຫຼັງຈາກນອນພັກ.
- ທ້ອງໃຄ່. ບຸກຄະລາກອນທາງການແພດກວດເຫັນວ່າຕັບອາດໃຄ່ບວມແລະຮູ້ສຶກວ່າມັນໃຫຍ່ກວ່າປົກກະຕິ. ທ້ອງອາດມີແຕ່ນຳ້ (ຂອງແຫຼວ) ອັ່ງຢູ່.
- ຍ່ຽວເລື້ອຍ.
ການປິ່ນປົວ
- ບໍ່ກິນອາຫານເຄັມ. ແຕ່ງກິນໂດຍບໍ່ໃສ່ເກືອຫຼາຍ, ເມື່ອອາຫານປຸງແຕ່ງແລ້ວ ບໍ່ໃຫ້ໃສ່ເກືອຕື່ມ, ໃຫ້ຫຼີກລ້ຽງອາຫານກະປ໋ອງ ອາຫານສຳເລັດຮູບ ຫຼືອາຫານກິນຫຼິ້ນບໍ່ມີປະໂຫຍດ ເຊັ່ນ: ທອດມັນຝະລັ່ງ. ອາຫານສຳເລັດຮູບຕ່າງໆແມ່ນມັກມີສ່ວນປະສົມຂອງເກືອ (sodium) ຫຼາຍ ເຖິງວ່າພວກມັນມີລົດຊາດບໍ່ເຄັມກໍ່ຕາມ.
- ຢາປິ່ນປົວທີ່ຊ່ວຍລະບາຍນຳ້ທີ່ເຫຼືອໃນຮ່າງກາຍອອກມາ ເຊິ່ງລວມມີ: ຢາ “ຂັບຍ່ຽວ” (diuretics). ຄົນເຈັບທີ່ກິນຢາເຫຼົ່ານີ້ອາດຈະຕ້ອງໄດ້ກິນກ້ວຍ, ໝາກກ້ຽງ, ໝາກນາວ, ຫຼື ໝາກອາໂວຄາໂດ ປະຈຳທຸກມື້ ເພື່ອທົດແທນທາດໂພຕັດຊຽມ (potassium) ທີ່ຢາຂັບຍ່ຽວບາງຊະນິດຂັບອອກໄປຈາກຮ່າງກາຍ.
- ຢາ beta blockers ເຊັ່ນ: ຢາ metoprolol, bisoprolol ແລະ carvedilol ແມ່ນໃຊ້ປິ່ນປົວໂລກຫົວໃຈຊຸດໂຊມ. ການໃຊ້ຢາເຫຼົ່ານີ້ແມ່ນຈຳເປັນຕ້ອງເລີ່ມໃຊ້ຢາຂະໜາດຕຳ່ກ່ອນ ແລ້ວຈິ່ງຄ່ອຍໆເພີ່ມຂະໜາດຢາຂຶ້ນ, ໂດຍສະເພາະຖ້າຄວາມດັນເລືອດຂອງເຈົ້າຕຳ່ຫຼາຍ. ໃຫ້ເຮັດຕາມຄຳແນະນຳຂອງບຸກຄະລາກອນທາງການແພດຂອງເຈົ້າຢ່າງເຄັ່ງຂັດ.
- ຢາ ACE inhibitors, ເຊັ່ນ: ຢາ captopril, enalapril ຫຼື lisinopril ແມ່ນໃຊ້ປິ່ນປົວໂລກຫົວໃຈຊຸດໂຊມ. ຄົນເຈັບບາງຄົນເປັນໄອເນື່ອງຈາກການໃຊ້ຢາເຫຼົ່ານີ້ ແລະຄວນປຶກສານຳບຸກຄະລາກອນທາງການແພດ ເພື່ອເບິ່ງວ່າມີຢາອື່ນອີກບໍທີ່ໃຊ້ແທນແລະໃຫ້ຜົນດີກວ່າ.
ໂລກຫົວໃຈຣູມາຕິກ (rheumatic heart disease)
ໂລກຫົວໃຈຣູມາຕິກ (rheumatic heart disease) ມີຜົນກະທົບຕໍ່ເດັກນ້ອຍແລະໄວໜຸ່ມເປັນສ່ວນໃຫຍ່. ເຊິ່ງມັນມີສາເຫດມາຈາກຄໍອັກເສບ (strep throat) ທີ່ບໍ່ໄດ້ຮັບການປິ່ນປົວ ເຊິ່ງມັນຈະພັດທະນາໄປເປັນໄຂ້ຣູມາຕິກ (rheumatic fever).ໄຂ້ຣູມາຕິກມັກເລີ່ມດ້ວຍອາການເຈັບປວດຕາມຂໍ້ຕໍ່ຕ່າງໆ, ຫາຍໃຈຍາກ ຫຼື ເຈັບໜ້າເອິກ, ແລະມີການເຄື່ອນໄຫວຜິດປົກກະຕິ. ອາການໄຂ້ຣູມາຕິກນີ້ຈຳເປັນຕ້ອງໄດ້ປິ່ນປົວດ້ວຍຢາຕ້ານເຊື້ອທັນທີ. ຖ້າບໍ່ໄດ້ຮັບການປິ່ນປົວ, ໄຂ້ຣູມາຕິກກໍ່ຈະພາໃຫ້ລີ້ນຫົວໃຈເກີດການຊຶມເຊື້ອ ແລະເປັນບາດແຜ. ສະພາວະດັ່ງກ່າວນີ້ໄປປິດກັ້ນລີ້ນຫົວໃຈ ແລະມັນກໍ່ເຮັດວຽກບໍ່ໄດ້ດີຄືເກົ່າ, ມັນກໍ່ບໍ່ຕ່າງຫຍັງຈາກປະຕູບານນ້ອຍ ເຊິ່ງຈະເປີດອອກກວ້າງຫຼາຍບໍ່ໄດ້. ບາດເຕັ້ນຫົວໃຈກໍ່ຄ່ອຍອ່ອນແຮງລົງ ແລະຄົນເຈັບກໍ່ອ່ອນເພຍລົງເຊັ່ນດຽວກັນ. ຄວາມເສຍຫາຍຖາວອນທີ່ເກີດຂຶ້ນນີ້ເອີ້ນວ່າ ໂລກຫົວໃຈຣູມາຕິກ. ຖ້າລີ້ນຫົວໃຈທີ່ເສຍຫາຍນັ້ນບໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ, ຄົນເຈັບກໍ່ສາມາດເສຍຊີວິດໄດ້.
ອາການ
ເພື່ອປ້ອງກັນໄຂ້ຣູມາຕິກ (rheumatic fever) ໃຫ້ປິ່ນປົວຄໍອັກເສບ (strep throat) ດ້ວຍຢາຕ້ານເຊື້ອ. ຖ້າຫາກເດັກນ້ອຍເປັນໄຂ້ຣູມາຕິກ, ລາວຈຳເປັນຕ້ອງໄດ້ປິ່ນປົວທຸກໆເດືອນເພື່ອປ້ອງກັນຄວາມເສຍຫາຍທີ່ຈະເກີດຂຶ້ນກັບຫົວໃຈຂອງລາວ. |
- ເດັກນ້ອຍບໍ່ສາມາດຍ່າງໃນໄລຍະທາງ 100 ແມັດໄດ້ ໂດຍບໍ່ມີອາການຫາຍໃຈຫອບ.
- ເດັກນ້ອຍຈຳເປັນຕ້ອງໄດ້ນອນເທີ້ງໂດຍການເອົາໝອນຮອງໃຫ້ສ່ວນຫົວສູງຂຶ້ນ ຫຼືບໍ່ຊັ້ນລາວກໍ່ຫາຍໃຈບໍ່ໄດ້.
- ບຸກຄະລາກອນທາງການແພດຜູ້ຊຳນານໃຊ້ຫູຟັງ stethoscope ກວດຟັງສຽງເມີເມີ (murmur) ຂອງຫົວໃຈຜິດປົກກະຕິ ເຊິ່ງເປັນສຽງຈາກຂອງເລືອດທີ່ໄຫຼຜ່ານລີ້ນຫົວໃຈທີ່ເສຍຫາຍ.
ການປິ່ນປົວ
- ບຸກຄະລາກອນທາງການແພດຈະສັກຢາ benzathine penicillin G ເດືອນລະຄັ້ງ ເພື່ອປ້ອງກັນການຕິດເຊື້ອ ບໍ່ໃຫ້ກັບມາເປັນຄືນ ແລະເຮັດໃຫ້ຫົວໃຈເສຍຫາຍຕື່ມອີກ. ໃຫ້ການປິ່ນປົວແບບນີ້ໄປຢ່າງໜ້ອຍສຸດແມ່ນຈົນກວ່າເດັກຈະອາຍຸໄດ້ 18 ປີ.
- ຖ້າຫົວໃຈເສຍຫາຍ, ການຜ່າຕັດເພື່ອເປີດລີ້ນຫົວໃຈແບບທຳມະດາ (valvuloplasty) ໂດຍການສອດທໍ່ນ້ອຍໆບາງເຂົ້າໃນຫຼອດເລືອດທີ່ຜ່ານລີ້ນຫົວໃຈທີ່ແຄບຫຼືຕີບນັ້ນ ເພື່ອເປີດຂະຫຍາຍມັນໃຫ້ກວ້າງອອກໄດ້ໂດຍການສູບລົມເຂົ້າໃຫ້ບັນລູນຂະຫຍາຍຕົວໃຫຍ່ຂຶ້ນ. ຖ້າວ່າ ໂລກຫົວໃຈຣູມາຕິກເປັນໃນຂັ້ນຮຸນແຮງແລ້ວ, ກໍ່ມີແຕ່ການຜ່າຕັດທີ່ສະຫຼັບຊັບຊ້ອນຈິ່ງສາມາດປົວໄດ້.
ການຖືພາ ແລະ ການເກີດລູກເຮັດໃຫ້ຫົວໃຈເຮັດວຽກໜັກ. ຖ້າແມ່ຍິງຜູ້ທີ່ເຄີຍເປັນໄຂ້ຣູມາຕິກ ຫຼື ເປັນພະຍາດຫົວໃຈຣູມາຕິກຖືພາ, ບຸກຄະລາກອນທາງການແພດຜູ້ມີປະສົບການຄວນກວດຫົວໃຈລາວ ເພື່ອເບິ່ງວ່າການຖືພານັ້ນຈະເປັນອັນຕະລາຍຕໍ່ລາວຫຼືບໍ່. ພ້ອມດຽວກັນນັ້ນ ກໍ່ຍັງກວດເບິ່ງໃຫ້ແນ່ໃຈວ່າຢາປົວພະຍາດຫົວໃຈທີ່ລາວໃຊ້ນັ້ນບໍ່ເປັນອັນຕະລາຍຕໍ່ການຖືພາຂອງລາວ. ການເກີດລູກຢູ່ໂຮງໝໍມີຄວາມປອດໄພຫຼາຍກວ່າ.
ພະຍາດຫົວໃຈຣູມາຕິກສ່ວນໃຫຍ່ແມ່ນເກີດກັບເດັກນ້ອຍທີ່ຂາດສານອາຫານ ໃນເຂດຊົນນະບົດ ທີ່ທຸກຍາກ, ແລະ ໃນບ່ອນທີ່ມີຜູ້ຄົນອາໃສຢູ່ຢ່າງແອອັດ ບໍ່ສາມາດເຂົ້າເຖິງນຳ້ສະອາດ ຫຼື ສຸຂະອານາໄມ, ຢາປິ່ນປົວພະຍາດ, ຫຼື ການດູແລຮັກສາສຸຂະພາບທີ່ດີໄດ້. ໃນບັນດາປະເທດທີ່ໄດ້ແກ້ໄຂບັນຫາດັ່ງກ່າວນີ້ແລ້ວ ເຖິງວ່າແກ້ໄຂໄດ້ບາງສ່ວນກໍ່ຕາມ, ໂລກຫົວໃຈຣູມາຕິກກໍ່ເກືອບຈະບໍ່ເກີດມີໃຫ້ເຫັນ.
ເດັກເກີດອອກມາຫົວໃຈພິການ
ເດັກແດງທີ່ເກີດອອກມາມີຫົວໃຈພິການຮ້າຍແຮງຫຼາຍ ບາງຄັ້ງກໍ່ເສຍຊີວິດທັນທີທີ່ເກີດອອກມາ. ບັນຫາຫົວໃຈອື່ນໆ, ເຊັ່ນ: ມີຮູຮົ່ວນ້ອຍໆຢູ່ລະຫວ່າງຝາກັ້ນຫ້ອງຫົວໃຈ, ບາງຄັ້ງກໍ່ອາດຈະເຊົາໄປເອງໂດຍບໍ່ຕ້ອງໄດ້ປິ່ນປົວຫຍັງ. ບັນຫາຫົວໃຈພິການຫຼາຍອັນແມ່ນຮ້າຍແຮງ ແຕ່ກໍ່ສາມາດປິ່ນປົວໄດ້ດ້ວຍການຜ່າຕັດ ຫຼືໃຊ້ຢາປິ່ນປົວ. ໃນບາງປະເທດກໍ່ຈັດໃຫ້ມີໂຄງການຊ່ວຍເຫຼືອພິເສດໃນການໃຫ້ບໍລິການຜ່າຕັດຫົວໃຈໃຫ້ເດັກໂດຍບໍ່ຄິດຄ່າຫຍັງ.
ອາການສະແດງອອກທີ່ຊີ້ບອກວ່າເດັກອາດຈະມີບັນຫາຫົວໃຈພິການ ຫຼືຫົວໃຈບົກພ່ອງ
- ການຫາຍໃຈໄວຜິດປົກກະຕິ.
- ເດັກບໍ່ກິນອາຫານ ຫຼື ບໍ່ກິນນົມ.
- ຫົວໃຈເຕັ້ນໄວ ຫຼື ເຕັ້ນຊ້າເກີນໄປ.
ບຸກຄະລາກອນທາງການແພດໃຊ້ຫູຟັງ stethoscope ກວດຟັງສຽງເມີເມີ (murmur) ຂອງຫົວໃຈ ຫຼື ຫົວໃຈເຕັ້ນໄວເກີນໄປ. ອາດຈະກວດດ້ວຍການສ່ອງ x-ray ເພື່ອເບິ່ງຮູບຮ່າງຫົວໃຈເດັກ. ອາດຈຳເປັນກວດວັດແທກເບິ່ງຮູບແບບການເຕັ້ນຂອງຫົວໃຈເດັກ ໂດຍໃຊ້ການກວດຄື້ນໄຟຟ້າຫົວໃຈ EKG.
ບາງຄັ້ງບັນຫາຫົວໃຈກໍ່ພົບໃນເດັກໃຫຍ່ ຫຼື ໃນຊາວໜຸ່ມ. ສາເຫດຂອງບັນຫາດັ່ງກ່າວແມ່ນມັກເກີດຈາກຫົວໃຈພິການ (ຫົວໃຈບໍ່ສົມບູນ) ຫຼື ພະຍາດຫົວໃຈຣູມາຕິກທີ່ບໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ.