Hesperian Health Guides

ພະຍາດເບົາຫວານ

ຢູ່ໃນພາກນີ້:

ພະຍາດເບົາຫວານແມ່ນຫັຍງ?

ເມື່ອພວກເຮົາກິນອາຫານ ພວກເຮົາຈະໄດ້ທາດນຳ້ຕານເຂົາໃນກະແສເລືອດ. ທາດນຳ້ຕານນີ້ເອີ້ນວ່າ: ທາດນຳ້ຕານ ກູລໂກສ ແລະ ຮ່າງກາຍຂອງພວກເຮົາກໍນຳໃຊ້ນຳ້ຕານນີ້ເພື່ອເປັນພະລັງງານທີ່ເຮົາຕ້ອງການ. ອາຫານຫວານປ່ຽນໄປເປັນ ກູລໂກສ ແຕ່ອາຫານອື່ນໆກໍເຊັນດຽວກັນໂດຍສະເພາະແມ່ນອາຫານຈຳພວກທາດແປ້ງເຊັ່ນ: ເຂົ້າ, ສາລີ, ມັນ, ມັນຝຣັງ ແລະ ເຂົ້າຈີ່ ຫຼືອາຫານອື່ນໆທີ່ເຮັດຈາກເຂົ້າສາລີ.

ພະຍາດເບົາຫວານໝາຍຄວາມວ່າຮ່າງກາຍຂອງເຮົາມີທາດນຳ້ຕານໃນກະແສເລືອດຫຼາຍເກີນໄປ. ເມື່ອເປັນພະຍາດເບົາຫວານແລ້ວ ທາດນຳ້ຕານທີ່ສູງໃນເລືອດນັ້ນແທນທີ່ຈະໃຫ້ພະລັງງານ ຊຳ້ພັດເປັນສາເຫດເຮັດໃຫ້ທຳຮ້າຍຮ່າງກາຍ.

NWTND Diab Page 1-1.png ຊີມເຂົ້າຈີ່ຂາວເບິ່ງ. ທ່ານຮູ້ໄດ້ບໍ່ວ່າລົດຊາດມັນຫວານຊຳ່ໃດ?

ຊະນິດຂອງພະຍາດເບົາຫວານທີ່ພົບເລື້ອຍເອີ້ນວ່າ: ເບົາຫວານຊະນິດທີ 2. ເບົາຫວານຊະນິດທີ 2 ແມ່ນມີສາເຫດຫຼັກມາຈາກການບໍ່ອອກກຳລັງກາຍພຽງພໍ, ກິນອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບໂດຍສະເພາະແມ່ນອາຫານທີ່ຜ່ານຂະບວນການປຸງແຕ່ງເຊັ່ນ: ອາຫານກະປ໋ອງ, ມີຄວາມກັງວົນ ຫຼື ຕຶງຄຽດຫຼາຍ ແລະ ບໍ່ມີຄວາມສົມດູນໃນການດຳລົງຊີວິດ. ພະຍາດເບົາຫວານເປັນພະຍາດຊຳເຮື້ອ ໝາຍຄວາມວ່າມັນສາມາດດີຂື້ນ ແລະ ກໍຮ້າຍແຮງລົງໄດ້ແຕ່ມັນເປັນພະຍາດທີ່ປົວບໍ່ຫາຍຂາດ. ເພື່ອໃຊ້ຊີວິດກັບພະຍາດເບົາຫວານໃຫ້ມີສຸຂະພາບທີ່ດີແມ່ນມີຄວາມສຳຄັນຫຼາຍທີ່ຕ້ອງໄດ້ຄວບຄຸມທາດນຳ້ຕານໃນເລືອດ.

ພະຍາດເບົາຫວານແມ່ນມີຄວາມອັນຕະລາຍເພາະວ່າພາວະທີ່ທາດນຳ້ຕານສູງໃນເລືອດນັ້ນສາມາດເຮັດໃຫ້ເກີດບັນຫາເຊັນ: ຕາບອດ, ສູນເສຍແຂນ-ຂາ, ເຊື່ອມສະມັດຕະພາບທາງເພດ, ອຸບັດຕິເຫດເສັ້ນເລືອດໃນສະໝອງ ຫຼືເສຍຊີວິດໄດ້. ເມື່ອທ່ານຮັກສາທາດນຳ້ຕານໃນເລືອດໃຫ້ປົກກະຕິໄດ້ ບັນຫາເຫຼົ່ານີ້ກໍສາມາດຫຼີ້ກລ້ຽງໄດ້ ແລະທ່ານກໍສາມາດປະຕິບັດວຽກງານໄດ້ ແລະ ມີສຸຂະພາບທີ່ແຂງແຮງ. ສິ່ງນີ້ເອີ້ນວ່າການປິ່ນປົວພະຍາດເບົາຫວານ.

ເມື່ອທ່ານເປັນພະຍາດເບົາຫວານ ທ່ານສາມາດມີສຸຂະພາບທີ່ດີໄດ້ບໍ່?

ຢາ ແລະ ການປິ່ນປົວທາງການແພດແມ່ນບໍ່ສາມາດປິ່ນປົວພະຍາດເບົາຫວານໃຫ້ຫາຍຂາດໄດ້. ແຕ່ຄົນທີ່ເປັນພະຍາດເບົາຫວານສາມາດມີສຸຂະພາດທີ່ດີ ຖ້າຫາກວ່າພວກເຂົາຮຽນຮູ້ພະຍາດນີ້ ແລະ ເບິ່ງແຍ່ງ, ປິ່ນປົວສຸຂະພາບຂອງພວກເຂົາ. ສິ່ງທີ່ສຳຄັນທີ່ສຸດທີ່ຈະປະຕິບັດແມ່ນກິນອາຫານທີ່ມີປະໂຫຍດ, ອອກກຳລັງກາຍ, ຮັກສາແຂ້ວ ແລະ ເຫງືອກໃຫ້ສະອາດ, ເບິ່ງແຍງຕີນໃຫ້ດີ, ຊອກຫາວິທີເພື່ອຫຼຸດຜ່ອນຄວາມຕຶງຄຽດ ແລະ ພັກຜ່ອນໃຫ້ພຽງພໍ. ໃນບາງກໍລະນີກໍຕ້ອງການໃຊ້ຢາປິ່ນປົວເຊັນດຽວກັນ.

ຜູ້ໃຫ້ບໍລິການດ້ານສຸຂະພາບກໍປິ່ນປົວພະຍາດເບົາຫວານຄືກັນ ໂດຍເຕົ້າໂຮມຜູ້ຄົນເປັນກຸ່ມເພື່ອສອນໃຫ້ພວກເຂົາຮຽນຮູ້ພະຍາດທີ່ພວກເຂົາກຳລັງເປັນຢູ່ ພ້ອມທັງປິ່ນປົວຕົວເອງ.
a group of people talking.
ມັນເປັນເລື່ອງທີ່ຍາກຫຼາຍທີ່ຈະບອກກັບຄອບຄົວຂອງຂ້ອຍວ່າຂ້ອຍຕ້ອງການກິນອາຫານທີ່ດີຕໍ່ສຸຂະພາບ. ແຕ່ປັດຈຸບັນນີ້ພວກເຂົາເຫັນແລ້ວວ່າຂ້ອຍຮູ້ສືກດີຂື້ນ ແລະ ພວກເຂົາກໍເຂົ້າໃຈວ່າການປ່ຽນແປງພຶດຕິກຳການກິນກໍຊ່ວຍໃຫ້ສຸຂະພາບພວກເຂົາດີຂື້ນເຊັນດຽວກັນ.

ອາການສະແດງຂອງພະຍາດເບົາຫວານ

ອາການເບື້ອງຕົ້ນຂອງພະຍາດເບົາຫວານແມ່ນສະແດງອອກບໍ່ຊັດເຈນ. ບາງຄັ້ງມັນອາດຈະບໍ່ມີອາການຫຍັງເລີຍ. ສະນັ້ນ, ຫຼາຍຄົນທີ່ເປັນພະຍາດເບົາຫວານແມ່ນບໍ່ຮູ້ວ່າຕົນເອງເປັນ.

ອາການສະແດງທີ່ອາດຈະມາຈາກພະຍາດເບົາຫວານ
  • ຫິວນຳ້
  • ຍ່ຽວຫຼາຍ
  • ສາຍຕາມົວ
  • ບໍ່ມີເຫື່ອມີແຮງ ຫຼື ເມື່ອຍງ່າຍ
  • ເປັນບາດແຜທີ່ຫາຍດີຊ້າ
  • ຮູ້ສຶກມືນຕີນທັງສອງເບື້ອງ
  • ສຳລັບຜູ້ຍິງແມ່ນຕິດເຊື້ອເຫັດເປັນໆຫາຍໆ


ອາການເຫຼົ່ານີ້ແມ່ນພົບຫຼາຍໃນບັນຫາພະຍາດອື່ນໆ ສະນັ້ນ, ທ່ານບໍ່ສາມາດເວົ້າໄດ້ວ່າຄົນທີ່ມີແຕ່ອາການເຫຼົ່ານີ້ເປັນພະຍາດເບົາຫວານ ສະນັ້ນຕ້ອງໄດ້ກວດເລືອດເພື່ອຢັ້ງຢືນ.

a child reaching for a sick looking woman.
ອາການສະແດງທີ່ອັນຕະລາຍ

ເມື່ອທາດນຳ້ຕານໃນເລືອດສູງຫຼາຍຈະເຮັດໃຫ້

  • ຫິວນຳ້ແຮງ
  • ອ່ອນເພຍຫຼາຍ ແລະ ງ້ວງ ຫຼືສັບສົນ
  • ຫິວເຂົ້າ
  • ນຳ້ໜັກຫຼຸດເຖິງວ່າຈະກິນອາຫານໄດ້ພຽງພໍກໍຕາມ


ຄົນທີ່ມີອາການສະແດງທີ່ອັນຕະລາຍເຫຼົ່ານີ້ຄວນໄດ້ຮັບການກວດ ແລະ ປິ່ນປົວຢ່າງໄວ. ຄົນເຈັບສາມາດເສຍຊີວິດຈາກພາວະທີ່ທາດນຳ້ຕານໃນເລືອດສູງຫຼາຍ ຖ້າບໍ່ໄດ້ຮັບການປິ່ນປົວ, ເບິ່ງບົດພາວະນຳ້ຕານໃນເລືອດສູງ.

ບັນຫາທີ່ເກີດຈາກພະຍາດເບົາຫວານທີ່ບໍ່ໄດ້ຮັບການປິ່ນປົວ

ຖ້າພະຍາດເບົາຫວານບໍ່ໄດ້ຮັບການປິ່ນປົວເປັນໄລຍະເວລາຫຼາຍເດືອນ ຫຼືຫຼາຍປີ, ພາວະທາດນຳ້ຕານສູງໃນເລືອດສາມາດທຳລາຍອະໄວຍະວະຕ່າງໆໃນຮ່າງກາຍ, ທຳລາຍເສັ້ນປະສາດ ແລະ ເສັ້ນເລືອດ. ສິ່ງນີ້ເຮັດໃຫ້ເກີດບັນຫາຮ້າຍແຮງຕໍ່ຮ່າງກາຍ, ເຮັດໃຫ້ມີການທຳລາຍຢ່າງຖາວອນ ຫຼືຈົນກະທັ້ງເສຍຊີວິດໄດ້.

a woman.
ອຸບັດຕິເຫດເສັ້ນເລືອດໃນສະໝອງ (ເປັນອຳມະພາດ)
ຕາບອດ
ເຫງືອກຕິດເຊື້ອ, ສູນເສຍແຂ້ວ
ຫົວໃຈວາຍ
ໄຂ່ຫຼັງຊຸດໂຊມ
ເສຍຄວາມຮູ້ສຶກທາງເພດ, ມີອາການເຈັບເວລາມີເພດສຳພັນ
ສຳລັບຜູ້ຊາຍ: ອະໄວຍະວະເພດບໍ່ແຂງຕົວ
ສຳລັບຜູ້ຍິງ: ຕິດເຊື້ອເຫັດທາງຊ່ອງຄອດ
ຜິວໜັງຕິດເຊື້ອທີ່ປິ່ນປົວບໍ່ດີ, ເປັນບາດແຜ
numbness or pain (neuropathy)

ທາດນຳ້ຕານສູງໃນເລືອດສາມາດທຳລາຍເສັ້ນປະສາດ. ຫຼາຍຄົນທີ່ມີທາດນຳ້ຕານໃນເລືອດສູງໃນເລືອດຈະເລີ່ມຮູ້ສຶກເຈັບຕີນ ແລ້ວກໍຮູ້ສຶກມືນ. ທາດນຳ້ຕານສູງຫຼາຍເຮັດໃຫ້ເກີດບັນຫາຕໍ່ການໄຫຼວຽນຂອງເລືອດ ແລ້ວສາມາດເກີດບາດແຜທີ່ຫາຍດີຊ້າ. ຄົນທີ່ເປັນອາດມີອາການເມື່ອຍງ່າຍ. ນຳ້ຕານໃນເລືອດສູງສາມາດທຳລາຍຕາ ແລະ ໄຂ່ຫຼັງ ເຮັດໃຫ້ເສຍໜ້າທີ່ການ ຫຼືເຮັດວຽກບໍ່ໄດ້ເລີຍ.

ບັນຫາເຫຼົ່ານີ້ແມ່ນຮ້າຍແຮງຂື້ນດ້ວຍ

ການທີ່ມີຄວາມດັນເລືອດສູງແມ່ນເຮັດໃຫ້ຫົວໃຈເຮັດວຽກໜັກຂື້ນພ້ອມທັງສູບສີດເລືອດໜັກຂື້ນ ເປັນສາເຫດໃຫ້ມີການທຳລາຍອະໄວຍະວະອື່ນໆ ແລະ ຍັງເຮັດໃຫ້ທາດນຳ້ຕານໃນເລືອດສູງຫຼາຍ. ການສູບຢາເຮັດໃຫ້ມີຄວາມດັນເລືອດສູງ ແລະ ອຸບັດຕິເຫດເສັ້ນເລືອດໃນສະໝອງ ຫຼືຫົວໃຈວາຍ. ສະນັ້ນ ມັນສຳຄັນຫຼາຍທີ່ຈະບອກໃຫ້ຄົນທີ່ເປັນພະຍາດເບົາຫວານເຊົາສູບຢາ ແລະ ປິ່ນປົວຄວາມດັນເລືອດສູງ.

ແຕ່ວ່າພະຍາດເບົາຫວານກໍຈະບໍ່ເຮັດໃຫ້ເກີດບັນຫາເຫຼົ່ານີ້ໂດຍການກິນອາຫານທີ່ດີຕໍ່ສຸຂະພາບ, ອອກກຳລັງກາຍ, ຫຼຸດຜ່ອນພາວະຕຶງຄຽດທ່ານກໍຈະສາມາດຄວບຄຸມທາດນຳ້ຕານໃຫ້ຢູ່ປົກກະຕິໄດ້. ສຳລັບການຕິດເຊື້ອຢູ່ຜົ້ງປາກ ແລະ ຕີນແມ່ນສາມາດປ້ອງກັນໄດ້ພຽງແຕ່ຮຽນຮູ້ວິທີເບິ່ງແຍງຕີນ, ແຂ້ວ ແລະ ເຫງືອກ.

ຊະນິດຂອງພະຍາດເບົາຫວານ

ພະຍາດເບົາຫວານມີ 3 ຊະນິດ: ພະຍາດເບົາຫວານຊະນິດທີ 1 ຕາມປົກກະຕິແລ້ວເກີດກັບຄົນໜຸ່ມ ແລະ ມີອາການສະແດງອອກໄວ. ສ່ວນສາເຫດຂອງພະຍາດເບົາຫວານຊະນິດທີ 1 ແມ່ນບໍ່ຮູ້. ພະຍາດເບົາຫວານຊະນິດທີ 1 ແມ່ນພົບໜ້ອຍກວ່າພະຍາດເບົາຫວານຊະນິດທີ 2.

ຖ້າຫາກວ່າເດັກນ້ອຍ ຫຼື ຄົນໜຸ່ມຮູ້ສືກຫິວນຳ້ຫຼາຍຜິດປົກກະຕິ, ອ່ອນເພຍ ຫຼືນຳ້ໜັກຫຼຸດແມ້ກະທັ້ງກິນໄດ້ປົກກະຕິ ແມ່ນໃຫ້ກວດທາດນຳ້ຕານລາວເລີຍ. ຖ້າຫາກວ່າລາວມີພະຍາດເບົາຫວານຊະນິດທີ 1 ແມ່ນລາວຈະຕ້ອງການການປິ່ນປົວຢ່າງຮີບດ່ວນ.

ພະຍາດເບົາຫວານຊະນິດທີ 1 ໝາຍຄວາມວ່າຄົນທີ່ເປັນບໍ່ສາມາດເຜົາໃໝ້ທາດນຳ້ຕານໄດ້ດີ. ເພື່ອເຮັດໃຫ້ຄົນເຈັບມີຊີວິດຢູ່ໄດ້ ຕ້ອງໄດ້ສັກຢາປິ່ນປົວໃຫ້ລາວທຸກມື້, ຢານີ້ເອີ້ນວ່າຢາ ອິນຊູລີນ insulin. ລາວຈະຕ້ອງການຢາ ອິນຊູລີນ ແລະ ອຸປະກອນມັນ ພ້ອມທັງຄວາມຮູ້ ແລະ ຊ່ວຍໃຫ້ໃຊ້ໄດ້ຖືກຕ້ອງ.
a man giving himself an injection on his belly.
ບໍລິເວນທ້ອງແມ່ນບ່ອນຫຼັກທີ່ໃຊ້ໃນການສັກຢາອິນຊູລີນ.
2 women looking at a sign.
ທ່ານມີຄວາມກັງວົນກ່ຽວກັບພະຍາດເບົາຫວານບໍ່?
ໃຫ້ທ່ານມາລົມກັບຜູ້ໃຫ້ບໍລິການດ້ານສຸຂພາບຄືນນີ້ເດີ້.
ສະຖານທີ່ໃຫ້ການບໍລິການສຸຂະພາບຊຸມຊົນ

ພະຍາດເບົາຫວານຊະນິດທີ 2 ຕາມປົກກະຕິແລ້ວເລີ່ມເປັນໃນຜູ້ໃຫ່ຍ ແລະ ອາການກໍເກີດຂື້ນຊ້າໆ ແຕ່ມັນກໍສາມາດເກີດຂື້ນກັບຄົນໜຸ່ມໄດ້ເຊັນດຽວກັນ. ຄົນທີ່ເປັນພະຍາດເບົາຫວານສ່ວນໃຫ່ຍແມ່ນພະຍາດເບົາຫວານຊະນິດທີ 2 ດັ່ງນັ້ນ ບົດນີ້ຈື່ງເວົ້າກ່ຽວກັບພະຍາດເບົາຫວານຊະນິດທີ 2 ເປັນສ່ວນໃຫ່ຍ.

ຄົນທີ່ກິນອາຫານທີ່ຜ່ານຂັ້ນຕອນການຜະລິດຈາກໂຮງງານ, ອາຫານທີ່ໃສ່ນຳ້ຕານ, ອາຫານທາດແປ້ງ ແລະ ຄົນທີ່ອອກກຳລັງກາຍໜ້ອຍແມ່ນມີໂອກາດທີ່ຈະເປັນພະຍາດເບົາຫວານຊະນິດທີ 2. ດັ່ງນັ້ນ, ຜູ້ທີ່ມີທ້ອງໃຫ່ຍ, ມີຄົນໃນຄອບຄົວເປັນພະຍາດເບົາຫວານ ຫຼືມີປະຫວັດຫິວຕະຫຼອດມາເປັນເວລາດົນກໍມີໂອກາດທີ່ຈະເປັນພະຍາດເບົາຫວານຊະນິດທີ 2 ເຊັ່ນກັນ.

ການປິ່ນປົວພະຍາດເບົາຫວານຊະນິດທີ 2 ແມ່ນເລີ່ມຈາກການກິນອາຫານທີ່ດີຕໍ່ສຸຂະພາບ, ເພີ່ມການອອກກຳລັງກາຍ ແລະ ຫຼຸດຜ່ອນຄວາມຕຶງຄຽດ. ຄົນທີ່ເປັນພະຍາດເບົາຫວານຊະນິດທີ 2 ກໍຍັງໄດ້ຜົນດີຕໍ່ການປິ່ນປົວດ້ວຍຢາ ຫຼື ຢາສະໝູນໄພ.

ພະຍາດເບົາຫວານໃນແມ່ຍິງຖືພາແມ່ນຊະນິດໜຶ່ງຂອງພະຍາດເບົາຫວານຊະນິດທີ 2 ທີ່ເກີດໃນຄົນຖືພາບາງຄົນ. ຜູ້ຍິງທີ່ເປັນພະຍາດເບົາຫວານໃນຂະນະຖືພາຈະມີທາດນຳ້ຕານໃນເລືອດສູງພ້ອມດຽວກັນນັ້ນລູກໃນທ້ອງກໍຈະມີທາດນຳ້ຕານສູງໃນເລືອດເຊັ່ນດຽວກັນ. ຫຼັງຈາກເກີດລູກແລ້ວ, ທາດນຳ້ຕານໃນເລືອດແມ່ກໍຈະກັບລົງມາເປັນປົກກະຕິ ຫຼືອາດຈະພັດທະນາກາຍເປັນເບົາຫວານຊະນິດທີ 2 ເລີຍ.

ແມ່ທີ່ເປັນພະຍາດເບົາຫວານໃນຂະນະຖືພາອາດຖືພາຍາກ ແລະ ລູກກໍມີແນວໂນ້ມທີ່ຈະໂຕໃຫ່ຍ ເຮັດໃຫ້ເກີດຍາກ. ແມ່ທີ່ເປັນເບົົາຫວານຄວນເກີດລູກຢູ່ໂຮງໝໍເພາະເຂົາອາດຕ້ອງໄດ້ຜ່າຕັດເອົາລູກອອກ. ເດັກທີ່ເກີດມາອາດມີບັນຫາທາດນຳ້ຕານໃນເລືອດຕຳ່ ຫຼື ສູງ ຫຼືບັນຫາຂອງການຫາຍໃຈ.

ພະຍາດເບົາຫວານໃນແມ່ຍິງຖືພາສ່ວນໃຫ່ຍແລ້ວປິ່ນປົວດ້ວຍການກິນອາຫານທີ່ດີຕໍ່ສຸຂະພາບ ແລະ ບາງຄັ້ງກໍປິ່ນປົວດ້ວຢາ ຫຼືຢາພື້ນເມືອງ.

NWTND Diab Page 5-2.png


This page was updated: ໒໐ ມີນາ ໒໐໒໔