Hesperian Health Guides
ປ້ອງກັນ ແລະ ປິ່ນປົວອາການສົນທີ່ເກີດຈາກພະຍາດເບົາຫວານ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ພະຍາດເບົາຫວານ > ປ້ອງກັນ ແລະ ປິ່ນປົວອາການສົນທີ່ເກີດຈາກພະຍາດເບົາຫວານ
ເນື້ອໃນ
ເບິ່ງແຍງຕີນຂອງທ່ານ
ການເບິ່ງແຍງຕີນທີ່ດີແມ່ນມີຄວາມສຳຄັນທີ່ສຸດ. ເສັ້ນປະສາດທີ່ຖືກທຳລາຍຈາກພະຍາດເບົາຫວານເຮັດໃຫ້ເສຍຄວາມຮູ້ສຶກ (ຮູ້ສຶກມືນ) ຢູ່ຕີນເຮັດໃຫ້ບໍ່ຄ່ອຍຈະຮູ້ສຶກເມື່ອໄດ້ຮັບບາດເຈັບ. ນອກນັ້ນ, ພະຍາດເບົາຫວານຍັງເຮັດໃຫ້ບາດແຜຫາຍດີຊ້າອີກ ແລະ ຕິດເຊື້ອໄດ້ງ່າຍ. ເຊື້ອເຫັດຢູ່ຕີນ (ເບິ່ງບັນຫາກ່ຽວກັບຜິວໜັງ, ກຳລັງຂຽນຢູ່) ສາມາດເຮັດໃຫ້ເກີດການຊືມເຊື້ອໄດ້.
ຕິດເຊື້ອຢູ່ຕີນສາມາດເຮັດໃຫ້ເກີດການຕິດເຊື້ອແຜ່ລາມໄປທັງໝົດຂາ. ຂາສາມາດຕິດເຊື້ອຫຼາຍແລ້ວເຮັດໃຫ້ໄດ້ຕັດຂາ. ແຕ່ການເບິ່ງແຍງຕີນທີ່ດີ ແລະ ການຄຸ້ມຄອງລະດັບທາດນຳ້ຕານໃນເລືອດຂອງທ່ານສາມາດປ້ອງກັນການຕັດຂາໄດ້.
ກວດຕີນຂອງທ່ານທຸກວັນ
ມັນເປັນເລື່ອງທີ່ຍາກທີ່ຈະສັງເກດເຫັນວ່າຕີນໄດ້ຮັບບາດເຈັບໂດຍທີ່ບໍ່ມີຄວາມຮູ້ສຶກ. ຖ້າຫາກວ່າຮູ້ສຶກໄດ້ວ່າຕີນຂອງທ່ານເລີ່ມມີຄວາມຮູ້ສຶກມືນແມ່ນໃຫ້ກວດຕີນທ່ານໂດຍໃຊ້ໄຟແຍ່ງ ແລະ ລູບຄຳເບິ່ງທຸກວັນ.
ຖ້າຫາກທ່ານຮູ້ສຶກວ່າຕີນທ່ານກຳລັງມືນແມ່ນໃຫ້ສັງເກດ ແລະ ກວດຕີນທ່ານທຸກມື້. ຖ້າທ່ານບໍ່ສາມາດເຮັດເອງໄດ້ແມ່ນໃຫ້ຄົນອື່ນຊ່ວຍ. ບາງຄົນກໍໃຊ້ແວ່ນແຍງເບິ່ງພື້ນຕີນ. ຊອກຫາຕຸ່ມໂພງ, ສີແດງ, ຫຼື ບາດແຜ. ຈັບເບິ່ງອາການອຸ່ນ ຫຼືໃຄ່ບວມ ເຊິ່ງມັນສາມາດເປັນອາການເລີ່ມຕົ້ນຂອງການຕິດເຊື້ອໄດ້ພ້ອມທັງກວດເບິ່ງອ້ອມຮອບນິ້ວຕີນໃຫ້ຄົບ.
ໃຫ້ໄປພົບແພດເມື່ອມີບາດແຜທີ່ບໍ່ດີ ຫຼື ບໍລິເວນບາດແຜແດງ, ອຸ່ນ ຫຼືໃຄ່ບວມ. ສິ່ງທີ່ສຳຄັນແມ່ນໃຫ້ປິ່ນປົວບາດແຜແຕ່ເບື້ອງຕົ້ນເພື່ອຫຼີກລ້ຽງບໍ່ໃຫ້ມີອາການສົນທີ່ຮ້າຍແຮງ.
ການປິ່ນປົວບາດແຜຢູ່ຕີນ
ເຮັດໃຫ້ບໍລິເວນບາດແຜສະອາດ ແລະ ແຫ້ງ. ບໍ່ໃຫ້ຈັບ ຫຼືຕ້ອງບາດແຜເທົ່າທີ່ຈະເປັນໄປໄດ້. ໃຫ້ໃຊ້ໄມ້ຄຳຊູເພື່ອຍ່າງເພື່ອຫຼຸດຜ່ອນການກົດທັບຂອງບາດແຜ.
ບາດແຜ |
ບາດແຜຕິດເຊື້ອ |
ອະນາໄມບາດແຜດ້ວຍນຳ້ທີ່ສະອາດ ແລະ ອະເຊື້ອ. ໃຫ້ຕັດເນື້ອຕາຍອອກ (ເນື້ອຕາຍ ເວລາຈັບຈະເຢັນ ແລະ ມີສີເຂັ້ມ). ແຊ່ຕີນໃສ່ນຳ້ອຸ່ນ (ບໍ່ແມ່ນນຳ້ຮ້ອນ) ສາມາດເຮັດໃຫ້ເນື້ອຕາຍອອກໄດ້. ທາຢາຕານເຊື້ອ ແລະ ປິດບາດດ້ວຍຜາປິດບາດ ຫຼືຜ້າທີ່ນຸ້ມ ແລະ ສະອາດ. ໃຫ້ໃສ່ແນວປົກ.
ໃຫ້ສັ່ງເກດເບິ່ງອາການສະແດງຂອງການຕິດເຊື້ອເຊັ່ນ: ອາການໃຄ່ບວມ, ແດງ, ຮ້ອນ ຫຼືແດງອ້ອມບາດແຜກວ້າງອອກ. ໃຫ້ປິ່ນປົວການຕິດເຊື້ອດ້ວຍຢາຕ້ານເຊື້ອເຊັ່ນ: ຢາເຕທຣາໄຊຄລີນ tetracycline , ດ໊ອກຊີໄຊຄລີນ doxycycline, ເປນີຊີລີນ penicillin ຫຼື ເມໂທຣໄນດາໂຊລ metronidazole.
ຢາເຕທຣາໄຊຄລີນ tetracycline , ດ໊ອກຊີໄຊຄລີນ doxycycline, ເປນີຊີລີນ penicillin ຫຼື ເມໂທຣໄນດາໂຊລ metronidazole.
ປ້ອງກັນບໍ່ໃຫ້ຕີນໄດ້ຮັບບາດເຈັບ
ໃຫ້ໃສ່ເກີບ ເຖິງວ່າຈະຢູ່ໃນບ້ານກໍຕາມເພາະທ່ານອາດຈະຢຽບສິ່ງໃດໜື່ງທີແຫຼມຄົມ ແລະ ກໍບໍ່ຮູ້ສຶກ.
ລ້າງຕີນທຸກວັນ ແລະ ນວດເບົ່າໆ, ເຮັດໃຫ້ບໍລິເວນນິ້ວຕີນແຫ້ງສະເໝີ.
ໃຫ້ໃຊ້ມືກວດເບິ່ງທາງໃນເກີບເພື່ອຊອກຫາວັດຖຸທີ່ແຫຼມຄົມ ແລະ ຮອຍຂາດ (ບ່ອນທີ່ບໍ່ລຽບ) ໃນເກີບເປັນປະຈຳກ່ອນທີ່ທ່ານຈະໃສ່ເກີບ. ຖ້າມີຮອຍຂາດ (ບ່ອນທີ່ບໍ່ລຽບ) ແມ່ນຄວນປິດ ຫຼື ຕັດບ່ອນທີ່ບໍ່ລຽງອອກ.
ເລັບຕີນ
ເລັບທີ່ຝັກຢູ່ໃນ (ເລັບສັກ) ສາມາດເຮັດໃຫ້ເກີດບາດແຜ ແລະ ຕິດເຊື້ອໄດ້. ຖ້າເຫັນວ່າເລັບຕີນກຳລັງຈະສັກ ໃຫ້ເອົາຝ້າຍຮອງໃສ່ກ້ອງແຈເລັບເພື່ອໃຫ້ມັນງັດຂື້ນ. ຕັດເລັບຕີນໃຫ້ຢູ່ໃນແນວຊື່, ລະວັງບໍ່ໃຫ້ນິ້ວຕີນໄດ້ຮັບບາດເຈັບ ຫຼືໃຊ້ຕະໃບຖູບໍ່ໃຫ້ມັນຍາວຫຼາຍ. ການຕັດເລັບໃນແນວຊື່ແທນທີ່ຈະຕັດແບບໂຄ້ງສາມາດຊ່ວຍບໍ່ໃຫ້ມີເລັບສັກ.
ວັດແທກຄວາມດັນເລືອດ
ທຸກຄົນທີ່ເປັນພະຍາດເບົາຫວານຄວນໄດ້ກວດຫາຄວາມດັນເລືອດສູງ ແລະ ທຸກຄົນທີ່ເປັນຄວາມດັນເລືອດສູງກໍຄວນໄດ້ກວດຊອກຫາພະຍາດເບົາຫວານ. ຄວາມດັນເລືອດສູງເຮັດໃຫ້ມີຜົນຮ້າຍຕໍ່ຫົວໃຈ, ເສັ້ນເລືອດ, ໄຂ່ຫຼັງ ແລະ ອະໄວຍະວະອື່ນໆໃນຮ່າງກາຍເຊັ່ນດຽວກັນກັບພະຍດເບົາຫວານ. ດັ່ງນັ້ນ, ຖ້າທ່ານມີທັງພະຍາດເບົາຫວານ ແລະ ຄວາມດັນເລືອດສູງໂອກາດທີ່ຈະເປັນພະຍາດຫົວໃຈ, ອຸບັດຕິເຫດເສັ້ນເລືອດໃນສະໝອງ, ພະຍາດໄຂ່ຫຼັງ ຫຼືບັນຫາອື່ນໆທີ່ຮ້າຍແຮງຫຼາຍກວ່າທີ່ທ່ານມີພຽງແຕ່ຄວາມດັນເລືອດສູງ ຫຼືພະຍາດເບົາຫວານຢ່າງດຽວ.
ຄວາມດັນເລືອດປົກກະຕິແມ່ນໜ້ອຍກວ່າ 140/90 mmHg (ເບິ່ງບົດພະຍາດຫົວໃຈ). ຖ້າຫາກວ່າມີຄວາມດັນເລືອດສູງໃຫ້ພະຍາຍາມລົດຄວາມດັນເລືອດໂດຍການອອກກຳລັງກາຍຫຼາຍຂື້ນ, ຫຼຸດຜ່ອນພາວະຕຶງຄຽດ ແລະ ກິນອາຫານໃຫ້ມີປະໂຫຍດຕໍ່ສຸຂະພາບຫຼາຍຂື້ນ. ການປ່ຽນແປງພຶດຕິກຳເຫຼົ່ານີ້ສາມາດຊ່ວຍໄດ້ທັງພະຍາດເບົາຫວານ ແລະ ຄວາມດັນເລືອດສູງ.
ໝວດຢາທີ່ມີຊີ່ວ່າ ເອຊີອີ ອິນຮິບິເທີ (ACE inhibitors) ລົດຄວາມດັນເລືອດ ແລະ ອາດຈະປ້ອງກັນໄຂ່ຫຼັງບໍ່ໃຫ້ຊຸດໂຊມນຳ. ກຸ່ມຢາອື່ນໆເຊັນ: ສະເຕຕິນ (Statins) ຊ່ວຍລົດທາດໄຂມັນ Cholesterol ໃນເລືອດ, ເຮັດໃຫ້ເກີດບັນຫາຫົວໃຈ ແລະ ອຸບັດຕິເຫດເສັ້ນເລືອດໃນສະໝອງຫຼຸດລົງສຳລັບຄົນທີ່ເປັນພະຍາດເບົາຫວານ. ສຳລັບຢາລົດຄວາມດັນເລືອດໝວດອື່ນໆ ແລະ ຢາລົດທາດໄຂມັນໃນເລືອດໃຫ້ເບິ່ງໃນບົດພະຍາດຫົວໃຈ.
ເຊົາສູບຢາ
ຄົນທີ່ສູບຢາເປັນພະຍາດເບົາຫວານຫຼາຍກວ່າຄົນທີ່ບໍ່ສູບຢາ ແລະ ຄົນທີ່ເປັນພະຍາດເບົາຫວານທີ່ສູບຢາມີບັນຫາສຸຂະພາບທີ່ຮ້າຍແຮງກວ່າຄົນທີ່ບໍ່ສູບຢາ. ການສູບຢາສູບບໍ່ໄດ້ທຳລາຍແຕ່ປອດແຕ່ມັນຍັງທຳລາຍຫຼາຍພາກສ່ວນຂອງຮ່າງກາຍ. ມັນເຮັດໃຫ້ມີການອຸດຕັນການໄຫຼວຽນຂອງເລືອດ ແລະ ເຮັດໃຫ້ຄວາມດັນເລືອດສູງ. ສຳລັບຄົນທີ່ເປັນພະຍາດເບົາຫວານແລ້ວການສູບຢາແມ່ນເປັນອັນຕະລາຍຫຼາຍ. ສະນັ້ນ ການເຊົາສູບຢາແມ່ນມີຄວາມສຳຄັນກວ່າການລົດລະດັບທາດນຳ້ຕານໃນເລືອດອີກ. ເບິ່ງບົດຢາເສບຕິດ, ເຫຼົ້າ ແລະ ຢາສູບ (ກຳລັງຂຽນຢູ່) ສຳລັບວິທີທີ່ຊ່ວຍໃຫ້ເຊົາສູບຢາ.
ສາຍຕາ
ເມື່ອທາດນຳ້ຕານໃນເລືອດສູງຫຼາຍ ພະຍາດເບົາຫວານສາມາດເຮັດໃຫ້ມີສາຍຕາມົວໄດ້. ອາການນີ້ຈະຫາຍໄປຖ້າຫາກວ່າທາດນຳ້ຕານໃນເລືອດກັບມາເປັນປົະກກະຕິ. ເຖິງຢ່າງໃດກໍຕາມພະຍາດເບົາຫວານສາມາດເຮັດໃຫ້ມີການທຳລາຍເສັ້ນເລືອດຢູ່ຕາແບບຖາວອນໄດ້ເຮັດໃຫ້ເສຍສາຍຕາໄປເທື່ອລະໜ້ອຍ ຫຼືຕາບອດໄດ້. ຖ້າຫາກວ່າມັນມີການທຳລາຍຕາບາງສ່ວນແລ້ວຄົນທີ່ເປັນພະຍາດເບົາຫວານຄວນໄດ້ຮັບການກວດຕາປີລະຄັ້ງ ຫຼືຫຼາຍກວ່ານັ້ນ. ຖ້າຫາກວ່າພົບເຫັນມີການທຳລາຍເສັ້ນເລືອດຢູ່ຕາບາງສ່ວນໃນເບື້ອງຕົ້ນນັ້ນ ມັນສາມາດປິ່ນປົວດ້ວຍທ່ານໝໍຕາເພື່ອປ້ອງກັນບໍ່ໃຫ້ສູນເສຍການເບິ່ງເຫັນ.
ການເບິ່ງແຍງຜົ້ງປາກ
ພະຍາດເບົາຫວານເຮັດໃຫ້ເຫງືອກຕິດເຊື້ອຮຸນແຮງຂື້ນ ແລະ ເຫງືອກຕິດເຊື້ອກໍເຮັດໃຫ້ພະຍາດເບົາຫວານຮຸນແຮງຂື້ນ. ຄົນທີ່ເປັນພະຍາດເບົາຫວານຄວນຖູແຂ້ວຢ່າງຕໍ່າສອງຄັ້ງຕໍ່ມື້ ໂດຍໃຊ້ແປງຖູແຂ້ວ ແລະ ຢາຖູແຂ້ວທີມີຟລູອໍລາຍ Fluoride ຫຼືໄມ້ຫຍຳ້ (ໄມ້ທີ່ໃຊ້ໄວ້ຫຍຳ້ທຳຄວາມສະອາດແຂ້ວ). ຖ້າຫາກມີໄມ້ຈີບແຂ້ວ ຫຼືເສັ້ນໄໝກໍໃຫ້ໃຊ້ອະນາໄມອ້ອມຮອບແຂ້ວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການປ້ອງກັນເຫງືອກອັກເສບແມ່ນໃຫ້ເບິ່ງບົດແຂ້ວ, ເຫງືອກ ແລະ ຜົ້ງປາກ (ກຳລັງຂຽນຢູ່).
ສຳລັບຄົນທີ່ເປັນພະຍາດເບົາຫວານ ການໄປຫາໝໍປົວແຂ້ວແມ່ນເປັນຜົນດີ. ບອກໃຫ້ໝໍປົວແຂ້ວຮູ້ທຸກຄັ້ງວ່າທ່ານເປັນພະຍາດເບົາຫວານ.
ວັກຊີນ (ຢາປ້ອງກັນພະຍາດ)
ຄົນທີ່ເປັນພະຍາດເບົາຫວານຄວນໄດ້ຮັບວັກຊີນປ້ອງກັນພະຍາດຢ່າງສະໝຳ່ສະເໝີເພື່ອປ້ອງກັນພະຍາດຕ່າງໆເຊັ່ນ: ໄຂ້ຫວັດ Influenza ແລະ ອັກເສບປອດ ເຊິ່ງພະຍາດເຫຼົ່ານີ້ສາມາດຮຸນແຮງໃນຄົນທີ່ເປັນພະຍາດເບົາຫວານ.