Hesperian Health Guides

ແມ່ນຫຍັງທີ່ເປັນສາເຫດຂອງພະຍາດເບົາຫວານຊະນິດທີ 2?

ຢູ່ໃນພາກນີ້:

ບັນດາສະພາບແວດລ້ອມທີ່ບໍ່ດີຕໍ່ສຸຂະພາບເປັນສາເຫດຫຼັກຂອງພະຍາດເບົາຫວານຊະນິດທີ 2. ຫຼາຍຄົນທີ່ບໍ່ສະບາຍຍ້ອນພະຍາດເບົາຫວານແມ່ນຍ້ອນບັນດາອາຫານທີ່ຜ່ານຂະບວນການປຸງແຕ່ງຈາງໂຮງງານໄດ້ເຂົ້າມາສູ່ຊຸມຊົນຂອງພວກເຂົາ ແລະ ປ່ຽນແປງວິທີການດຳລົງຊີວິດຂອງພວກເຂົາໃຫ້ມີຜົນຕໍ່ສຸຂະພາບ.

a child buying food from a store.
ແທນທີ່ຈະຊື້ອາຫານຫວານ,

ໃຫ້ກີນໝາກກ້ວຍໝາກມ່ວງແທນສະ

ສາເຫດຂອງພະຍາດເບົາຫວານປະກອບດ້ວຍ:

ອາຫານທີ່ບໍ່ດີຕໍ່ສຸຂະພາບ

ເຄື່ອງດື່ມທີ່ມີລົດຊາດຫວານ, ເຂົ້າໝົມຫວານ, ອາຫານທີ່ຜ່ານຂະບວກການປຸງແຕ່ງຈາງໂຮງງານ ແລະ ແປ້ງຂາວ ທັງໝົດນັ້ນເຮັດໃຫ້ເກີດມີທາດນຳ້ຕານໃນເລືອດສູງ ພ້ອມທັງເຮັດໃຫ້ມີໄຂມັນສ່ວນກີນ. ອາຫານທີ່ຜ່ານຂະບວນການປຸງແຕ່ງຈາງໂຮງງານ ແລະ ອາຫານກະປ໋ອງແມ່ນຍາກທີ່ຈະຫຼີກລ້ຽງ. ບາງຄັ້ງມັນກໍມີລາຄາຖືກກວ່າ ແລະ ຢູ່ໃນຕົວເມືອງມັນກໍຫາໄດ້ງ່າຍກວ່າອາຫານທີ່ສົດ ແລະ ດີຕໍ່ສຸຂະພາບ.

ບໍ່ເຄື່ອນເໜັງຮ່າງກາຍໄດ້ພຽງພໍ (ບໍ່ອອກແຮງງານ)

ຜູ້ຄົນທີ່ເຮັດວຽກຢູ່ຟາມ, ຍ່າງ, ເຮັດວຽກທີ່ຕ້ອງໄດ້ໃຊ້ກຳລັງແຮງຂອງຮ່າງກາຍ ຫຼືເຄື່ອນໄຫວຕະຫຼອດຈະເຜົາໃໝ້ທາດນຳ້ຕານສ່ວນເກີນເພື່ອເປັນພະລັງງານ. ຄົນທີ່ນັ່ງ ຫຼືຢືນເປັນປະຈຳຈະບໍ່ເຜົາໃໝ້ທາດນຳ້ຕານໄດ້ພຽງພໍ ດັ່ງນັ້ນ, ທາດນຳ້ຕານໃນເລືອດຈື່ງສູງ.

a man carrying boxes on his back labelled "boss yelling", "new place>
ເມື່ອທ່ານມີຄວາມຕຶງຄຽດຫຼາຍ ມັນສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງທ່ານ.

ພາວະຕຶງຄຽດ

ເມື່ອຄົນມີຄວາມຕຶງຄຽດຢູ່ຕະຫຼອດ ຮ່າງກາຍຂອງພວກເຂົາຈະເກັບທາດນຳ້ຕານໄວ້ແທນທີ່ຈະນຳໃຊ້ມັນ. ດັ່ງນັ້ນ, ມັນຈື່ງເປັນສາເຫດທີ່ເຮັດໃຫ້ທາດນຳ້ຕານໃນເລືອດສູງ.

ໄຂມັນໜ້າທ້ອງ

ຄົນທີ່ມີທ້ອງ (ແອວ) ໃຫ່ຍແມ່ນມີໂອກາດທີ່ຈະເປັນພະຍາດເບົາຫວານຫຼາຍກວ່າ.

ຄົນໃນຄອບຄົວເປັນພະຍາດເບົາຫວານ

ພະຍາດເບົາຫວານຕິດຕໍ່ທາງກຳມະພັນ, ດັ່ງນັ້ນຄົນທີ່ມີຄອບຄົວເປັນພະຍາດເບົາຫວານແມ່ນໂອກາດທີ່ຈະເປັນພະຍາດເບົາຫວານຫຼາຍກວ່າ.

NWTND Diab Page 7-1.png

ພາວະຂາດສານອາຫານ

ຖ້າຫາກຄົນເຮົາບໍ່ໄດ້ກິນອາຫານພຽງພໍ, ຮ່າງກາຍຂອງພວກເຂົາຈະເກັບທາດນຳ້ຕານທີ່ພວກເຂົາກິນໄວ້. ສິ່ງນີ້ສາມາດເກີດຂື້ນແຕ່ຕອນຍັງນ້ອຍ ຫຼືກ່ອນເດັກຈະເກີດ.

ອາຍຸ

ຄົນສູງອາຍຸມີໂອກາດທີ່ຈະເປັນພະຍາດເບົາຫວານຫຼາຍກວ່າ.

ສານເຄມີຕ່າງໆ

ສານເຄມີບາງຢ່າງມີຜົນກະທົບຕໍ່ການນຳໃຊ້ທາດນຳ້ຕານຂອງຮ່າງກາຍ. ພວກເຮົາສາມາດໄດ້ຮັບສານເຄມີຕ່າາງໆຈາກສະຖານທີ່ເຮັດວຽກ, ມົນລະພິດຈາກຊຸມຊົນ ຫຼືຢູ່ໃນອາຫານ ຫຼືຜະລິດຕະພັນອື່ນໆ.

ສານເຄມີມີສ່ວນເຮັດໃຫ້ເກີດພະຍາດເບົາຫວານໄດ້ແນວໃດ

ຕາມອາຫານທີ່ພວກເຮົາບໍລິໂພກ ແລະ ວິທີການດຳລົງຊີວິດນີ້, ສານເຄມີບາງຢ່າງກໍເຮັດໃຫ້ເກີດເປັນພະຍາດເບົາຫວານ. ການທີ່ເຮັດວຽກ, ກິນອາຫານ, ດື່ມເຄື່ອງດື່ມ ຫຼືຫາຍໃຈເອົາສານເຄມີເຫຼົ່ານີ້້ແມ່ນເພີ່ມຄວາມສ່ຽງທີ່ຈະເປັນພະຍາດເບົາຫວານເຊັ່ນ:

  • ສານໄດອ໋ອກຊິນ (Dioxins) ແມ່ນໃຊ້ຜະລິດຢາຂ້າແມງໄມ້ ແລະ ເຈ້ຍ ແລະ ກໍຍັງໄດ້ຈາກການຈູດຢາງ.
  • ພີຊີບີ (PCBs) ແມ່ນສານເຄມີຊະນິດໜຶ່ງທີ່ໃຊ້ໃນໂຮງງານອຸດສາຫະກຳທີ່ໃຊ້ເພື່ອປ້ອງກັນ (ຄວາມເຢັນ ຫຼື ຮ້ອນ) ແລະ ສານລໍ່ຫຼໍ່ລື້ນ.
  • ທາເຮທ (Phthalates) ແມ່ນພົບເລື້ອຍຢູ່ໃນຄີມ ຫຼືນຳ້ມັນທາຜິວ.
  • ໄບສະເພໂນລ (Bisphenols) ແມ່ນພົບເລື້ອຍໃນກວດຢາງບັນຈຸນຳ້ດື່ມ, ນຳ້ໝາກໄມ້ ແລະ ໂຊດາ.
  • ໂລຫະແຂງ (Heavy metals) ເຊັ່ນ: ທອງແດງ, ບາຫຼອດ, ສານໜູ (arsenic) ແລະ ເຄດນ້ຽມ (cadmium) ແມ່ນຖືກປ່ອຍອອກມາຈາກໂຮງງານອຸດສາຫະກຳສູ່ສະພາບແວດລ້ອມເຊັ່ນ: ການຂຸດຄົ້ນນຳ້ມັນ, ການກັ່ນນຳ້ມັນ, ການຂຸດເໝືອງ ແລະ ອື່ນໆ.
  • ຢາຂ້າແມງໄມ້ແມ່ນໃຊ້ໄວເພື່ອຂ້າແມງໄມ້ ແລະ ພືດ.


ວິທີທີ່ດີທີ່ສຸດທີ່ທ່ານຈະປ້ອງກັນຕົວທ່ານເອງຈາກສານເຄມີເຫຼົ່ານີ້ແມ່ນບໍ່ນຳໃຊ້ມັນ. ຖ້າຫາກວ່າມີສານເຄມີເຫຼົ່ານີ້ຢູ່ບ່ອນທີ່ທ່ານເຮັດວຽກ ແລະ ທ່ານກໍບໍ່ສາມາດໂອລົມກັບຫົວໜ້າຂອງທ່ານໃຫ້ປ່ຽນເປັນສິ່ງທີ່ປອດໄພກວ່ານີ້ ທ່ານຕ້ອງພະຍາຍາມບໍ່ຫາຍໃຈເອົາ ຫຼືສຳພັດມັນ. ໃຫ້ໃສ່ຜາປິດປາກ-ດັງ ແລະ ເຄື່ອງນຸ່ງເພື່ອປ້ອງກັນພ້ອມທັງລ້າງມືເປັນປະຈຳເພື່ອບໍ່ໃຫ້ສານເຄມີນັ້ນປົນກັບອາຫານທີ່ທ່ານກິນ ຫຼື ເຂົ້າໄປໃນປາກທ່ານ.

ສານເຄມີແມ່ນຢູ່ອ້ອມຮອບຕົວເຮົາ. ໃຫ້ກິນອາຫານທີ່ບໍ່ໄດ້ສີດຢາຂ້າສັດຕູພືດໃສ່. ພະຍາຍາມໃຊ້ເຄື່ອງທຳຄວາມສະອາດບ້ານ ຫຼືຮ່າງກາຍທີ່ມີສ່ວນປະກອບຂອງສານເຄມີໜ້ອຍ ຫຼືບໍ່ມີເລີຍ.

a man wearing a mask spraying plants with pesticide.

ສານເຄມີທີ່ເປັນມົນລະພິດທາງນຳ້, ອາກາດ ແລະ ອາຫານຈາກບ່ອນເຮັດວຽກແມ່ນເປັນບັນຫາທີ່ຍາກຫຼາຍ. ສິ່ງນີ້້ຈະສາມາດແກ້ໄຂໄດ້ກໍຕໍ່ເມື່ອ ຊຸມຊົນກົດດັນເຈົ້າຂອງໂຮງງານອຸດສາຫະກຳ ແລະ ລັດຖະບານກໍມີກົດບັ່ງຄັບໃຊ້ໃຫ້ໂຮງງານອຸດສາຫະກຳ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການປົກປ້ອງອາຫານ, ນຳ້, ທີ່ດີນ ແລະ ອາກາດ ໃຫ້ເບິ່ງບົດ ແນວທາງຂອງຊຸມຊົນເພື່ອສຸຂະພາບຂອງສະພາບແວດລ້ອມ.


This page was updated: ໑໑ ພຶດສະພາ ໒໐໑໘