Hesperian Health Guides

ພາວະສຸກເສີນຂອງພະຍາດເບົາຫວານ

ຢູ່ໃນພາກນີ້:

ມີ 2 ຊະນິດຂອງພາວະສຸກເສີນທີ່ເກີດຈາກພະຍາດເບົາຫວານ. ພາວະສຸກເສີນທີ່ເກີດຈາກລະດັບທາດນຳ້ຕານໃນເລືອດຕໍ່າແມ່ນເກີດນຳຄົນທີ່ຮູ້ວ່າເປັນພະຍາດເບົາຫວານແລ້ວ ແລະ ກໍກຳລັງກິນຢາ ຫຼືສັກຢາ ອິນຊຸລິນ ເພື່ອການປິ່ນປົວ. ພາວະສຸກເສີນນີ້ເກີດໄດ້ທັງຈາກການກິນຢາ ຫຼືສັກຢາ ອິນຊຸລິນຫຼາຍ ຫຼືວ່າກິນອາຫານໜ້ອຍກວ່າປົກກະຕິ. ພາວະສຸກເສີນທີ່ມີລະດັບທາດນຳ້ຕານໃນເລືອດຕໍ່ານັ້ນສາມາດເກີນຂື້ນທັນທີທັນໃດໂດຍທີ່ບໍ່ມີອາການເຕືອນ ແຕ່ການປິ່ນປົວໂດຍໄວນັ້ນສາມາດຊ່ວຍໃຫ້ຄົນກັບມາເປັນປົກກະຕິໄດ້.

ພາວະສຸກເສີນທີ່ເກີດຈາກລະດັບທາດນຳ້ຕານໃນເລືອດສູງຕາມປົກກະຕິແລ້ວມັນເກີດຫຼັງຈາກທີ່ມີອາການເຕືອນແມ້ກະທັ້ງວ່າຄົນຜູ້ນັ້ນບໍ່ຮູ້ວ່າຕົນເອງເປັນພະຍາດເບົາຫວານກໍຕາມ.

ຖ້າຫາກວ່າທ່ານເປັນພະຍາດເບົາຫວານໃຫ້ໃສ່ສາຍແຂນ ຫຼື ມີບັດທີ່ບອກວ່າທ່ານເປັນພະຍາດເບົາຫວານ. ໃຫ້ຂຽນຢາທີ່ທ່ານກິນໃສ່ໃນບັດ ຫຼືສາຍແຂນນຳ. ສິ່ງນີ້ຈະເຮັດໃຫ້ຄົນອື່ນຊ່ວຍທ່ານໄດ້ເມື່ອທ່ານບໍ່ສາມາດຊ່ວຍຕົວເອງໄດ້. ໃຫ້ສອນຄົນໃນຄອບຄົວ ຫຼືບຸກຄົນອື່ນໆກ່ຽວກັບອາການອັນຕະລາຍຂອງພະຍາດ ແລະ ຄວນປະຕິບັດແນວໃດ.

ຖ້າຫາກວ່າບາງຄົນມີບັນຫາຍ້ອນພະຍາດເບົາຫວານ ແຕ່ທ່ານບໍ່ໜັ້ນໃຈວ່ານັ້ນແມ່ນບັນຫາທີ່ເກີດຈາກລະດັບທາດນຳ້ຕານໃນເລືອດຕໍ່າ ຫຼືສູງກໍຕາມໃຫ້ປິ່ນປົວແບບລະດັບທາດນຳ້ຕານໃນເລືອດຕໍ່າກ່ອນ (ໃຫ້ກິນນຳ້ຕານເລັກໜ້ອຍ) ໃນຂະນະທີ່ກຳລັງໄປຂໍຄວາມຊ່ວຍເຫຼືອຈາກແພດ.

ພາວະທາດນຳ້ຕານໃນເລືອດຕໍ່າ

ກໍລະນີນີ້ແມ່ນສາມາດເກີດຂື້ນໄດ້ພຽງແຕ່ນຳຄົນເຈັບທີ່ເປັນພະຍາດເບົາຫວານ ແລະ ກຳລັງຮັບຢາປິ່ນປົວ. ທາດນຳ້ຕານໃນເລືອດສາມາດຕໍ່າຫຼາຍຖ້າຫາກວ່າລາວສັກຢາ ອິນຊຸລິນ ຫຼືກິນຢາປິ່ນປົວຫຼາຍເກີນໄປ, ບໍ່ໄດ້ກິນອາຫານພຽງພໍ, ອອກກຳລັງກາຍຫຼາຍເກີນໄປໃນຄັ້ງໜື່ງ, ໄດ້ຮັບຢາແລ້ວບໍ່ໄດ້ກິນອາຫານທັນທີ ຫຼືວ່າດື່ມເຫຼົ້າ. ຖ້າຫາກວ່າຄົນຜູ້ໜຶ່ງເຄີຍມີບັນຫາເລື່ອງທາດນຳ້ຕານໃນເລືອດຕໍ່າແມ່ນໃຫ້ຊອກຫາວິທີທາງທີ່ດີກວ່າໃນການປິ່ນປົວພະຍາດເບົາຫວານຂອງລາວ. ການກິນອາຫານເລື້ອຍໆ ຫຼືກິນອາຫານທີ່ດີຕໍ່ສຸຂະພາບຫຼາຍໆແມ່ນສາມາດປ້ອງກັນພາວະສຸກເສີນນີ້ໄດ້.

ບາງຄົນທີ່ມີທາດນຳ້ຕານໃນເລືອດຕໍ່າອາດເລີ່ມມີອາການກະວົນກະວາຍ, ເຫື່ອອອກ ຫຼືສັ່ນ ຫຼັງຈາກນັ້ນກໍຈະຂວ່າງເຄ, ສັບສົນ ຫຼືກະວົນກະວາຍ. ຖ້າຫາກມີອາການເບື້ອງຕົ້ນແບບນີ້ລາວຄວນຈະໄດ້ກິນອາຫານທັນທີ. ຖ້າຫາກວ່າລາວບໍ່ໄດ້ກິນ ອາການຂອງລາວຈະໜັກຂື້ນ. ເບິ່ງອາການສະແດງທີ່ອັນຕະລາຍເຫຼົ່ານີ້:

ອາການສະແດງທີ່ອັນຕະລາຍ
  • ຍ່າງບໍ່ຄ່ອງແຄ້ວ (ຍ່າງຍາກ)
  • ຮູ້ສືກອ່ອນເພຍ
  • ມີບັນຫາໃນການເບິ່ງເຫັນ
  • ສັບສົນ ຫຼື ສະແດງທ່າທາງແປກໆ (ທ່ານອາດເຂົ້າໃຈຜິດວ່າລາວເມົາ)
  • ເສຍສະຕິ
  • ຊັກ
ການປິ່ນປົວ

ຖ້າຫາກວ່າລາວຍັງມີສະຕິແມ່ນໃຫ້ລາວກິນນຳ້ຕານທັນທີເລີຍເຊັ່ນ: ນຳ້ໝາກໄມ້, ເຂົ້າໜົມອົມ ຫຼືນຳ້ທີ່ປົນນຳ້ຕານ ທັງໝົດນີ້ແມ່ນໄດ້ຜົນດີ. ລາວຄວນໄດ້ກິນອາຫານໃຫ້ອີ່ມເຊັ່ນດຽວກັນ. ຖ້າຫາກວ່າລາວຍັງມີອາການສັບສົນ ຫຼືບໍ່ຮູ້ສືກດີຂື້ນຫຼັງຈາກ 15 ນາທີແລ້ວແມ່ນໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ.

ຖ້າຫາກວ່າລາວເສຍສະຕິໃຫ້ຈັບນຳ້ຕານ ຫຼືນຳ້ເຜີ້ງໃສ່ກ້ອງລີ້ນລາວ. ໃຫ້ເລື່ອຍໆເທື່ອລະໜ້ອຍເນື່ອງຈາກວ່າມັນຈະໃຊ້ເວລາທີ່ຮ່າງກາຍຈະດູດຊືມທາດນຳ້ຕານ. ທ່ານສາມາດໃຫ້ລາວເພີ່ມເມືອລາວຕື່ນ. ໃຫ້ຜູ້ໃດຜູ້ໜື່ງຢູ່ນຳລາວ 3-4 ຊົ່ວໂມງເພື່ອໃຫ້ໜັ້ນໃຈວ່າອາການອັນຕະລາຍນັ້ນຈະບໍ່ກັບມາ.

ພາວະທາດນຳ້ຕານໃນເລືອດສູງ

ຄົນທີ່ເປັນພະຍາດເບົາຫວານສາມາດມີທາດນຳ້ຕານໃນເລືອດສູງຫຼາຍຖ້າຫາກວ່າລາວກິນອາຫານຫຼາຍ, ບໍ່ເຄື່ອນເໜັງດັ່ງທີ່ເຄີຍປະຕິບັດ, ມີບັນຫາເຈັບເປັນທີ່ຮ້າຍແຮງ ຫຼືຕິດເຊື້ອ, ບໍ່ກິນຢາ ຫຼືບໍ່ສັກຢາ ຫຼືຂາດນຳ້. ອາການນີ້ສາມາດເກີດຂື້ນເຖິງແມ້ວ່າຜູ້ກ່ຽວຈະບໍ່ຮູ້ວ່າຕົນເອງເປັນເບົາຫວານມາກ່ອນກໍຕາມ. ກ່ອນທີ່ຈະມີອາການສຸກເສີນທີ່ເກີດຈາກພາວະທາດນຳ້ຕານໃນເລືອດສູງ ອາການເຫຼົ່ານີ້ອາດບົ່ງບອກວ່າພວກເຂົາເປັນພະຍາດເບົາຫວານ ຫຼືພະຍາດເບົາຫວານຂອງພວກເຂົານັ້ນຕ້ອງໄດ້ຮັບການປິ່ນປົວທີ່ສະເພາະ.

ອາການສະແດງ
  • ຮູ້ສືກຫິວນຳ້ ແລະ ດື່ມນຳ້ຫຼາຍ
  • ຍ່ຽວຫຼາຍ
  • ສາຍຕາມົວ
  • ນຳ້ໜັກຫຼຸດ


ຖ້າຫາກທ່ານບໍ່ໄດຮັບການປິ່ນປົວພາວະທາດນຳ້ຕານສູງໃນເລືອດ ມັນສາມາດເປັນອັນຕະລາຍຫຼາຍໄດ້ ແລະ ສາມາດໝົດສະຕິ ຫຼືເສຍຊີວິດໄດ້. ທ່ານສາມາດຊ່ວຍຊີວິດຄົນເຈັບໄດ້ໂດຍຂໍຄວາມຊ່ວຍເຫຼືອຈາກແພດສຳລັບອາການສະແດງທີ່ອັນຕະລາຍເຫຼົ່ານີ້:

ອາການສະແດງທີ່ອັນຕະລາຍ
  • ຫົວໃຈເຕັ້ນໄວ
  • ຫາຍໃຈມີກິ່ນຄືໝາກໄມ້
  • ຜິວໜັງແຫ້ງ
  • ເຈັບທ້ອງ, ປວດຮາກ, ຮາກ
  • ຄວາມດັນເລືອດຕໍ່າ
  • ສັບສົນ
  • ຫາຍໃຈໄວ ແລະ ເລີກ
  • ເສຍສະຕິ
ການປິ່ນປົວ

ໃຫ້ພາຄົນທີ່ມີອາການສະແດງອັນຕະລາຍເຫຼົ່ານີ້ໄປຫາສູນໃຫ້ບໍລິການດ້ານການແພດ (ສຸກສາລາ, ໂຮງໝໍ) ທັນທີ. ຖ້າຫາກວ່າຄົນເຈັບຍັງຮູ້ສະຕິແມ່ນໃຫ້ລາວດື່ມນຳ້ເທື່ອລະໜ້ອຍ ແລະ ດື່ມຫຼາຍໆ.

ຖ້າຫາກວ່າທ່ານໜັ້ນໃຈແລ້ວວ່າຄົນເຈັບມີທາດນຳ້ຕານໃນເລືອດສູງ ໂດຍໃຊ້ເຄື່ອງກວດນຳ້ຕານໃນເລືອດແລ້ວພ້ອມກັບຮູ້ປະລິມານຂອງຢາ ອິນຊຸລິນ ທີ່ຄົນເຈັບໃຊ້ແມ່ນໃຫ້ສັກຢາ ອິນຊຸລິນ ໃນປະລິມານໜ້ອຍໃນຂະນະທີ່ນຳສົ່ງຄົນເຈັບໄປຫາແພດ. ຖ້າຫາກວ່າທ່ານບໍ່ແນ່ໃຈວ່າຄົນເຈັບມີທາດນຳ້ຕານໃນເລືອດສູງແມ່ນຫ້າມໃຫ້ຢາ ອິນຊຸລິນ. ການທີ່ໃຫ້ຢາ ອິນຊຸລິນ ໃນກໍລະນີທີ່ຄົນເຈັບມີທາດນຳ້ຕານໃນເລືອດຕໍ່າສາມາດເຮັດໃຫ້ຄົນເຈັບເສຍຊີວິດໄດ້.



This page was updated: ໑໑ ພຶດສະພາ ໒໐໑໘