Hesperian Health Guides

ພະຍາດເບົາຫວານ: ຢາປິ່ນປົວ

ພະຍາດເບົາຫວານ: ຢາປິ່ນປົວ

ຢາປິ່ນປົວພະຍາດເບົາຫວານຊະນິດທີ 2 ຊະນິດກິນ

ຢາ ເມັດຟໍມິນ Metformin


ຢາ ເມັດຟໍມິນ Metformin ແມ່ນຢາປິ່ນປົວພະຍາດເບົາຫວານທີ່ຊ່ວຍໃຫ້ຮໍໂມນ ອິນຊຸລິນ ໃນຮ່າງກາຍເຮັດວຽກໄດ້ດີຂື້ນ ພ້ອມທັງຫຼຸດການຜະລິດຳ້ຕານຢູ່ໃນຕັບ. ມັນໄດ້ຜົນດີໃນຄົນເຈັບທີ່ເປັນພະຍາດເບົາຫວານຊະນິດທີ 2 ທີ່ບໍ່ສາມາດຄຸມພະຍາດເບົາຫວານໄດ້ໂດຍການປ່ຽນແປງພຶດຕິກຳການກິນ ແລະ ການອອກກຳລັງກາຍ ແຕ່ມັນໃຊ້ບໍ່ໄດ້ໃນພະຍາດເບົາຫວານຊະນິດທີ 1. ມັນມີລາຄາຖືກກວ່າຢາປິ່ນປົວພະຍາດເບົາຫວານຊະນິດອື່ນໆ ແລະ ຍັງບໍ່ເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງຫຼາຍ ແລະ ບໍ່ເຮັດໃຫ້ນຳ້ໜັກເພີ່ມຂື້ນ. ຢາ ເມັດຟໍມິນ Metformin ບາງຄັ້ງກໍໃຫ້ກິນຄຽງຄູກັບຢາຊະນິດອື່ນ (ຢາກຸ່ມ ຊັລໂຟນິນຢູເຣຍ Sulfonylurea ແລະ ອິນຊຸລິນ).

ຜົນ​ຂ້າງຄຽງGreen-effects.png

ຖອກທ້ອງ, ປວດຮາກ, ເຈັບປັ້ນກະເພາະ, ລົມໃນທ້ອງ ແລະ ຮູ້ສຶກມີລົດຊາດຄືໂລຫະ. ການກິນຢານີ້ພ້ອມກັບອາຫານຈະຊ່ວຍປ້ອງກັນກຳມະຜົນສຳຮອງເຫຼົ່ານີ້. ຕາມປົກກະຕິອາການເຫຼົ່ານີ້ຈະເປັນຂັ້ນເບົາບາງ ແລະ ກໍຈະຫາຍໄປຫຼັງຈາກ 1 ຫຼື 2 ອາທິດທີ່ເລີ່ມກິນຢາ ຫຼືຫຼັງເພີ່ມຂະໜາດຢາ. ຖ້າຫາກວ່າຍັງມີອາການແມ່ນໃຫ້ລົດຂະໜາດຢາລົງ ຫຼືປ່ຽນເປັນຢາໃໝ່.

ສິ່ງ​ສໍາຄັນNBgrnimportant.png

ຄົນທີ່ຂາດນຳ້ ຫຼືມີການຕິດເຊື້ອຮຸນແຮງຄວນຢຸດກກິນຢານີ້ ຈົນກວ່າອາການຈະດີຂື້ນ.

  • ຄົນທີມີບັນຫາໝາກໄຂ່ຫຼັງແມ່ນໃຫ້ກວດເລືອດເບິ່ງໜ້າທີ່ການຂອງໝາກໄຂ່ຫຼັງກ່ອນທີ່ຈະເລີ່ມກິນຢາ.
  • ຄົນທີ່ເປັນພະຍາດໝາກໄຂ່ຫຼັງຂັ້ນເບົາບາງຄວນເລີ່ມຢາໃນຂະໜາດຕໍ່າກ່ອນ (ບໍ່ໃຫ້ກາຍ 1000 ມກ ຕໍ່ມື້).
  • ຄົນທີ່ເປັນພະຍາດໝາກໄຂ່ຫຼັງຂັ້ນຮຸນແຮງບໍ່ຄວນກິນຢານີ້.


ຄົນທີ່ມີບັນຫາຂອງຫົວໃຈຂັ້ນຮຸນແຮງ, ມີພະຍາດຕັບ ຫຼືຄົນທີ່ກິນເຫຼົ້າຫຼາຍບໍ່ຄວນກິນຢານີ້.

ຄົນທີ່ເປັນພະຍາດເບົາຫວານຊະນິດທີ 2 ທີ່ກຳລັງຈະຜ່າຕັດ ຫຼື ເອັກສະເຣທີ່ຕ້ອງໃຊ້ນຳ້ຢາກັນແສງອາດຢຸດກິນຢານີ້ກ່ອນເຮັດຫັດຖະການ 1 ວັນ ແລະ ຫຼັງເຮັດຫັດທະການ 2 ວັນ. ເຮັດແບບນີ້ເພື່ອບໍ່ໃຫ້ເກີດບັນຫາທີ່ອັນຕະລາຍທີ່ເອີ້ນວ່າ: ພາວະເລືອດເປັນກົດ Lactic acidosis ແຕ່ບັນຫານີ້ກໍພົບໜ້ອຍ.

ວິທີການນໍາໃຊ້NBgrnpill.png

ສຳລັບຄົນທີ່ກິນຢາປິ່ນປົວພະຍາດເບົາຫວານ ການກວດເລືອດເບີ່ງລະດັບທາດນຳ້ຕານໃນເລືອດ ສາມາດບອກໄດ້ວ່າໄດ້ຜົນດີຊຳ່ໃດ ຫຼືບອກໄດ້ວ່າຂະໜາດຢາເທົ່າໃດຈຶ່ງໄດ້ຜົນ. ຕາມປົກກະຕິແລ້ວຄົນຈະເລີ່ມກິນຢາຂະໜາດຕໍ່າໆແລ້ວເພີ່ມຂື້ນເທື່ອລະໜອຍ. ສະນັ້ນ ຈະໄດ້ກວດເລືອດເລື້ອຍກວ່າປົກກະຕິໃນກໍລະນີທີ່ເລີ່ມກິນຢາໃໝ່ ເພື່ອໃຫ້ຮູ້ວ່າຂະໜາດຂອງຢາເທົ່າໃດຈຶ່ງຈະໄດ້ຜົນດີທີ່ສຸດ.

ຢາ ເມັດຟໍມິນ Metformin ມີຂະໜາດ 850, 500 ແລະ 1000 ມກ ແລະ ຄວນກີນພ້ອມອາຫານ.

NWTND bag arrow.png
ສຳລັບຜູ້ໃຫ່ຍ ຕາມປົກກະຕິແມ່ນເລີ່ມ 500 ມກ ໜື່ງເທື່ອຕໍ່ມື້ ກິນພ້ອມອາຫານແລງ.

ຖ້າຫາກວ່າລະດັບທາດນຳ້ຕານໃນເລືອດຍັງສູງ ສາມາດເພີ່ມຂະໜາດຂອງຢາຂື້ນໃນອາທິດຕໍ່ມາ ໂດຍການເພີ່ມຄວາມແຮງຂອງຢາ ຫຼືໃຫ້ກິນຫຼາຍກວ່າໜື່ງຄັ້ງຕໍ່ມື້.

ຕົວຢ່າງ:

ອາທິດທີ 1: ກິນ 500 ມກ ຫຼື ກິນ ½ ຂອງເມັດ 850 ມກ ທຸກຕອນຄໍ່າ

ອາທິດທີ 2: ເພື່ອກິນ 850 ມກ ທຸກມື້ແມ່ນໃຫ້ກິນ ½ ຂອງເມັດ 850 ມກ ພ້ອມອາຫານເຊົ້າ ແລະ ½ ຂອງເມັດ 850 ມກ ພ້ອມອາຫານຄໍ່າ ຫຼື
ເພື່ອກິນ 1000 ມກ ທຸກມື້ແມ່ນໃຫ້ກິນ 500 ມກ ພ້ອມອາຫານເຊົ້າ ແລະ 500 ມກ ພ້ອມອາຫານຄໍ່າ.

ສ່ວນຫຼາຍແລ້ວຢານີ້ແມ່ນໄດ້ຜົນດີໃນຜູ້ໃຫ່ຍເມື່ອກິນ 1000 ມກ ຫາ 2000 ມກ ຕໍ່ມື້ ໂດຍກິນເຄິ່ງໜຶ່ງໃນຕອນເຊົ້າ ແລະ ເຄິ່ງໜຶ່ງໃນຕອນແລງ.

ກິນຢາ ເມັດຟໍມິນ Metformin ສາມຄັ້ງຕໍ່ມື້ກໍໄດ້ເຊັ່ນດຽວກັນ (ພ້ອມອາຫານເຊົ້າ, ອາຫານທ່ຽງ ແລະ ອາຫານຄໍ່າ).

ຕົວຢ່າງ:

ເພື່ອກິນທັງໝົດ 1500 ມກ ທຸກມື້ແມ່ນໃຫ້ກິນ 500 ມກ ພ້ອມກັບຄາບເຂົ້າແຕ່ລະຄາບ 3 ຄາບ.
ຕາມປົກກະຕິຖ້າກິນຫຼາຍກວ່າ 2000 ມກ ຕໍ່ມື້ຈະບໍ່ໄດ້ຜົນແລ້ວ.
ບໍ່ໃຫ້ຫຼາຍກວ່າ 2500 ມກ ຕໍ່ມື.
ເມື່ອໃຫ້ເດັກກິນຢານີ້ ທ່ານໝໍ ຫຼື ຜູ້ໃຫ້ບໍລິການດ້ານສຸຂະພາບທີ່ມີປະສົບການຄວນກຳໜົດ ແລະ ຕິດຕາມຂະໜາດຂອງຢາ

ຢາອື່ນທີ່ອາດໄດ້ຜົນດີ

ຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ແລະ ອິນຊຸລິນ ບາງຄັ້ງແມ່ນໃຊ້ແທນ ຫຼືໃຊ້ຮ່ວມກັນກັບຢາ ເມັດຟໍມິນ Metformin

ຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea


ຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ແມ່ນອີກກຸ່ມຢາຊະນິດໜຶ່ງທີ່ໃຊ້ກັບຄົນທີ່ເປັນພະຍາດເບົາຫວານຊະນິດທີ 2. ມັນຊ່ວຍໃຫ້ມ້າມຜະລິດຮໍໂມນ ອິນຊຸລິນ ແລະ ຊ່ວຍໃຫ້ຮ່າງກາຍນຳໃຊ້ຮໍໂມນ ອິນຊຸລິນ ໄດ້ດີຂື້ນ. ຢາທີ່ອອກລິດສັ້ນໃນກຸ່ມນີ້ຈະລົດທາດນຳ້ຕານໃນເລືອດໄດ້ໄວ ແຕ່ຕ້ອງໄດ້ກິນສອງຄັ້ງຕໍ່ມື້. ຢາທີ່ອອກລິດຍາວຈະອອກລິດຊ້າ ແຕ່ຈະຢູ່ໃນຮ່າງກາຍດົນ. ດັ່ງນັ້ນ ຖ້າຫາກວ່າທ່ານບໍ່ຕ້ອງການຢາໃນຂະໜາດສູງແລ້ວ ຕາມປົກກະຕິແມ່ນໃຫ້ກິນຄັ້ງດຽວຕໍ່ມື້.

ຢາໃນກຸ່ມນີ້ສາມາດໃຊ້ດ່ຽວ ຫຼືໃຊ້ປະສົມກັບຢາປົວພະຍາດເບົາຫວານຊະນິດອື່ນໆ (ເມັດຟໍມິນ ຫຼື ອິນຊຸລິນ) ເພື່ອເຮັດໃຫ້ຄຸມລະດັບທາດນຳ້ຕານໃນເລືອດໄດ້ດີຂື້ນ. ຢາໃນກຸ່ມນີ້ອາດຈະບໍ່ໄດ້ຜົນດີປານໃດໃນຄົນເຈັບທີ່ເປັນພະຍາດເບົາຫວານຊະນິດທີ 2 ມາດົນແລ້ວ.

ຜົນ​ຂ້າງຄຽງGreen-effects.png

ຢາກຸ່ມນີ້ສາມາດເຮັດໃຫ້ທາດນຳ້ຕານໃນເລືອດຫຼຸດລົງຕໍ່າຫຼາຍໄດ້ຢ່າງໄວ ໂດຍສະເພາະແມ່ນຄົນທີ່ບໍ່ກິນອາຫານຫຼັງຈາກທີ່ກິນຢາໃນກຸ່ມນີ້ ຫຼືວ່າຍ້ອນອອກແຮງງານຫຼາຍກວ່າປົກກະຕິ. ສິ່ງອັນຕະລາຍນີ້ມີໂອກາດເກີດຂື້ນຫຼາຍໃນຢາທີ່ອອກລິດຍາວເຊັ່ນ: glibenclamide (glyburide) ແລະ chlorpropamide ເນື່ອງຈາກວ່າຢາຈຳພວກນີ້ຢູ່ໃນຮ່າງກາຍໄດ້ດົນ.

  • ກິນອາຫານຫຼາຍຂື້ນ ແລະ ນຳ້ໜັກເພີ່ມເປັນກຳມະຜົນທີ່ພົບໄດ້. ການກິນອາຫານທີ່ດີຕໍ່ສຸຂະພາບ ແລະ ອອກກຳລັງກາຍສາມາດຊ່ວຍປ້ອງກັນກຳມະຜົນນີ້ໄດ້.
  • ການດື່ມເຫຼົ່າເມື່ອກິນຢາໃນກຸ່ມນີ້ບາງຄັ້ງຈະເຮັດໃຫ້ຮາກ ໂດຍສະເພາະແມ່ນຢາ chlorpropamide.
  • ບາງຄົນຈະເກີດຜື່ນຕາມຜິວໜັງ ຫຼືແພ້ແສງແດດໄດ້ງ່າຍ.
ສິ່ງ​ສໍາຄັນNBgrnimportant.png

ຄົນທີ່ເປັນພະຍາດໄຂ່ຫຼັງ ຫຼືພະຍາດຕັບ ຫຼືດື່ມເຫຼົ້າຫຼາຍຄວນລະມັດລະວັງໃນການກິນຢາໃນກຸ່ມນີ້.

ຄົນສູງອາຍຸ (ອາຍຸຫຼາຍກວ່າ 65 ປີ) ຫຼືຄົນທີ່ເປັນພະຍາດໄຂ່ຫຼັງການໃຊ້ຢາທີ່ອອກລິດສັ້ນເຊັ່ນຢາ glipizide ແມ່ນມີຄວາມປອດໄພກວ່າ ແລະ ກໍເລີ່ມດ້ວຍຂະໜາດຕໍ່າໆເພື່ອປ້ອງກັນບໍ່ໃຫ້ລະດັບທາດນຳ້ຕານໃນເລືອດຫຼຸດລົງຕໍ່າຫຼາຍ.

ຢາໃນກຸ່ມນີ້ບໍ່ສາມາດໃຊ້ໄດ້ໃນຄົນທີ່ເປັນພະຍາດເບົາຫວານຊະນິດທີ 1 ຫຼືຄົນທີ່ແພ້ຢາໃນກຸ່ມ ຊັລຟາ Sulfa drugs.

ຄົນຖືພາຄວນຫຼີກລ້ຽງການໃຊ້ຢາໃນກຸ່ມນີ້ ຍົກເວັ້ນຢາ glibenclamide (glyburide) ຖ້າຈະໃຊ້ກໍຕໍ່ເມື່ອບໍ່ມີຢາຊະນິດອື່ນແທ້.

ບໍ່ໃຫ້ຢາກຸ່ມນີ້ໃນເດັກທີ່ເປັນພະຍາດເບົາຫວານຊະນິດທີ 2.

ອາການສະແດງທີ່ເກີດຈາກການກິນຢາຫຼາຍ

ບັນດາອາການທີ່ອັນຕະລາຍຂອງພາວະທາດນຳ້ຕານໃນເລືອດຕໍ່າລວມມີຍ່າງຍາກ, ຮູ້ສືກອ່ອນເພຍ, ສາຍຕາບໍ່ເຫັນແຈ້ງ, ສັບສົນ, ເສຍສະຕິ ຫຼືຊັກ. ຖ້າຫາກວ່າຄົນເຈັບຍັງມີສະຕິແມ່ນໃຫ້ເອົາຂອງຫວານໃຫ້ລາວກິນທັນທີ ແລ້ວກໍໃຫ້ກິນອາຫານໃຫ້ອີມຢ່າງໄວເທົ່າທີ່ຈະເປັນໄປໄດ້. ຖ້າຫາກວ່າຄົນເຈັບເສຍສະຕິແມ່ນໃຫ້ຈັບນຳ້ຕານ ຫຼືນຳ້ເຜີ້ງໃສ່ກ້ອງລີ້ນລາວ ແລະ ໃຫ້ເທື່ອລະໜ້ອຍ, ໃຫ້ເລື້ອຍໆຈົນກະທັ້ງລາວຕື່ນ ແລະ ສາມາດກິນເອງໄດ້.

ການມີປະຕິກິລິຍາກັບຢາອື່ນ

ຢາຊະນິດອື່ນອາດຈະອອກລິດບໍ່ໄດ້ດີຖ້າຫາກວ່າກິນພ້ອມກັບຢາໃນກຸ່ມນີ້. ຖ້າຫາກວ່າຄົນທີ່ສັກຢາ ອິນຊຸລິນ ຢາກິນໃນກຸ່ມນີ້ອາດຈະບໍ່ໄດ້ປະໂຫຍດ. ໃຫ້ບອກກັບຜູ້ໃຫ້ບໍລິການດ້ານສຸຂະພາບວ່າທ່ານກຳລັງໄດ້ຮັບຢາຫຍັງຢູ່ແດ່.

ວິທີການນໍາໃຊ້NBgrnpill.png

ສະລັບທຸກຄົນທີ່ກິນຢາປົວພະຍາດເບົາຫວານ ການກວດເລືອດເບິ່ງລະດັບທາດນຳ້ຕານໃນເລືອດ ສາມາດບອກໄດ້ວ່າຢາໄດ້ຜົນດີເທົ່າໃດ ແລະ ຂະໜາດຢາເທົ່າໃດໄດ້ຜົນດີ. ຕາມປົກກະຕິແລ້ວໃຫ້ເລີ່ມຢາໃນຂະໜາດຕໍ່າໆ ແລ້ວຈື່ງເພີ່ມຂື້ນເທື່ອລະໜ້ອຍ. ດັ່ງນັ້ນ ການກວດເລືອດເລື້ອຍກວ່າປົກກະຕິເມື່ອເລີ່ມກິນຢາໃໝ່ແມ່ນຊ່ວຍໃຫ້ຮູ້ໄດ້ວ່າຂະໜາດຂອງຢາເທົ່າໃດໄດ້ຜົນດີທີ່ສຸດ.

ຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ແມ່ນໃຊ້ປິ່ນປົວຜູ້ໃຫ່ຍທີ່ເປັນພະຍາດເບົາຫວານຊະນິດທີ 2.

ຢາແຕ່ລະຕົວໃນກຸ່ມນີ້ແມ່ນມີຂະໜາດແຕກຕ່າງກັນ.
ໃຫ້ເລີ່ມກິນໃນຂະໜາດຕໍ່າໆເປັນເວລາຫຼາຍມື້ແລ້ວກໍກວດເບິ່ງທາດນຳ້ຕານໃນເລືອດຄືນວ່າມັນລົງມາໄດ້ພຽງພໍຫຼືບໍ່. ຖ້າຫາກວ່າຄົນເຈັບຕ້ອງການຢາຂະໜາດສູງ ກໍເພີ່ມຂະໜາດຂື້ນເທື່ອລະໜ້ອຍ. ຫຼັງຈາກນັ້ນ ອາທິດຕໍ່ມາກໍກວດລະດັບທາດນຳ້ຕານໃນເລືອດຄືນ ແລະ ຖ້າຫາກວ່າມັນຍັງສູງຢູ່ ກໍປັບຂະໜາດຂອງຢາອີກ. ການໃຫ້ຢາໃນຂະໜາດສູງບາດດຽວແມ່ນເປັນອັນຕະລາຍ. ດັ່ງນັ້ນ ການປັບຂະໜາດຢາແມ່ນໃຫ້ເພີ່ມເທື່ອລະໜ້ອຍໃນແຕ່ລະຄັ້ງ.


ຢາ ຄລິເບັນຄລາໄມດ໌ GLIBENCLAMIDE (GLYBURIDE)

ຢານີ້ເປັນຢາໃນກຸ່ມຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດຍາວ ແລະ ເມັດປົກກະຕິມີຄວາມແຮງ 1.25 ມກ, 2.5 ມກ ແລະ 5 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 1.25 ມກ ແລະ 5 ມກ ໃຫ້ຄັ້ງໜື່ງຕໍ່ມື້ກ່ອນອາຫານເຊົ້າ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 2.5 – 10 ມກ ຕໍ່ມື້. ຖ້າຫາກວ່າກິນ 10 ມກ ຫຼືຫຼາາຍກວ່ານັ້ນແມ່ນໃຫ້ແບ່ງກິນສອງຄັ້ງຄື: ເຄິ່ງໜື່ງກ່ອນອາຫານເຊົ້າ ແລະ ເຄີ່ງໜື່ງກ່ອນອາຫານຄຳ່.

ຕົວຢ່າງ:

NWTND bag arrow.png
ເພື່ອກິນ 10 ມກ ຕໍ່ມື້ແມ່ນໃຫ້ກິນ 5 ມກ ກ່ອນອາຫານເຊົ້າ ແລະ 5 ມກ ກ່ອນອາຫານຄຳ່..
NWTND bag arrow.png
ເພື່ອກິນ 15 ມກແມ່ນໃຫ້ກິນ 3 ເມັດຂອງຂະໜາດ 2.5 ມກ ກ່ອນອາຫານເຊົ້າ ແລະ 3 ເມັດຂອງຂອງຂະໜາດ 2.5 ມກ ກ່ອນອາຫານແລງ.

ບໍ່ໃຫ້ກິນເກີນ 20 ມກ ຕໍ່ມື້.


ຢາ ຄລິມິປິໄຣດ໌ Glimepiride

ຢານີ້ເປັນຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດຍາວ ແລະ ເມັດປົກກະຕິມີຄວາມແຮງ 1 ມກ, 2 ມກ ແລະ 4 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 1 ມກ ແລະ 2 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນກິນອາຫານເຊົ້າ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 1-4 ມກ ຕໍ່ມື້. ບໍ່ໃຫ້ກິນເກີນ 8 ມກ ຕໍ່ມື້.


ຄລິປິໄຊດ໌ Glipizide

ຢານີ້ເປັນຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດສັ້ນ ແລະ ເມັດປົກກະຕິມີຄວາມແຮງ 5 ມກ ແລະ 10 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 2.5 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນກິນອາຫານເຊົ້າ. ເພື່ອໃຫ້ກິນ 2.5 ມກ ຕໍ່ມື້ແມ່ນໃຫ້ກິນເຄິ່ງເມັດຂອງເມັດ 5 ມກ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 2.5 – 20 ມກ ຕໍ່ມື້. ຖ້າຫາກວ່າກິນ 10 ມກ ຫຼືຫຼາາຍກວ່ານັ້ນແມ່ນໃຫ້ແບ່ງກິນສອງຄັ້ງຄື: ເຄິ່ງໜື່ງກ່ອນອາຫານເຊົ້າ ແລະ ເຄີ່ງໜື່ງກ່ອນອາຫານຄຳ່.

ຕົວຢ່າງ:

NWTND bag arrow.png
ເພື່ອກິນ 10 ມກ ຕໍ່ມື້ແມ່ນໃຫ້ກິນ 5 ມກ ກ່ອນອາຫານເຊົ້າ ແລະ 5 ມກ ກ່ອນອາຫານຄຳ່.


ບໍ່ໃຫ້ກິນເກີນ 20 ມກ ຕໍ່ມື້.


ຢາ ຄລິຄລາໄຊດ໌ Gliclazide and Gliclazide MR

ຢາ ຄິລຄລາໄຊດ໌ Gliclazide ມີ 2 ຮູບແບບ.

ຕາມປົກກະຕິຢານີ້ມີເມັດຂະໜາດ 80 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 40 ມກ ແລະ 80 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນກິນອາຫານເຊົ້າ. ເພື່ອໃຫ້ກິນ 40 ມກ ແມ່ນໃຫ້ກິນເຄິ່ງເມັດຂອງເມັດ 80 ມກ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 240-40 ມກ ຕໍ່ມື້. ຖ້າຫາກວ່າກິນ 160 ມກ ຫຼືຫຼາຍກວ່ານັ້ນແມ່ນໃຫ້ແບ່ງກິນສອງຄັ້ງຄື: ເຄິ່ງໜື່ງກ່ອນອາຫານເຊົ້າ ແລະ ເຄີ່ງໜື່ງກ່ອນອາຫານຄຳ່.

ຕົວຢ່າງ:

NWTND bag arrow.png
ເພື່ອກິນ 160 ມກ ຕໍ່ມື້ແມ່ນໃຫ້ກິນ 80 ມກ ກ່ອນອາຫານເຊົ້າ ແລະ 80 ມກ ກ່ອນອາຫານຄຳ່.


ບໍ່ໃຫ້ກິນເກີນ 320 ມກ ຕໍ່ມື້.

ຢາ ຄລິຄລາໄຊດ໌ Gliclazide MR (ອອກລິດຍາວ) ມີເມັດຂະໜາດ 30 ມກ ແລະ ມີຄວາມແຮງຕ່າງກັບ Gliclazide ທຳມະດາ. ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 30 ມກ ຕໍ່ມື້.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີຕໍ່ຂະໜາດຂອງຢາລະຫວ່າງ 120-30 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນອາຫານເຊົ້າ. ຖ້າໃຊ້ຢານີ້ແມ່ນບໍ່ໃຫ້ກິນເກີນ 120 ມກ ຕໍ່ມື້.


ຢາ ຄລໍໂພຣພາໄມດ໌ Chlorpropamide

ຢານີ້ເປັນຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດຍາວ ແລະ ເມັດປົກກະຕິມີຂະໜາດ 100 ມກ ແລະ 250 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 100 ມກ ແລະ 250 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນກິນອາຫານເຊົ້າ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 500-100 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນອາຫານເຊົ້າ.

ບໍ່ໃຫ້ກິນເກີນ 750 ມກ ຕໍ່ມື້.


ຢາ ໂທລາຊາໄມດ໌ Tolazamide

ຢານີ້ເປັນຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດສັ້ນ ແລະ ເມັດປົກກະຕິມີຂະໜາດ 100 ມກ, 250 ມກ ແລະ 500 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 100 ມກ ແລະ 250 ມກ ໃຫ້ກິນໜື່ງຄັ້ງຕໍ່ມື້ກ່ອນກິນອາຫານເຊົ້າ.

ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຂອງຢາໄດ້. ຫຼາຍຄົນໄດ້ຜົນດີກັບຂະໜາດຂອງຢາລະຫວ່າງ 1000-100 ມກ ຕໍ່ມື້. ຖ້າຫາກວ່າກິນ 500 ມກ ຫຼືຫຼາາຍກວ່ານັ້ນແມ່ນໃຫ້ແບ່ງກິນສອງຄັ້ງຄື: ເຄິ່ງໜື່ງກ່ອນອາຫານເຊົ້າ ແລະ ເຄີ່ງໜື່ງກ່ອນອາຫານຄຳ່.

ຕົວຢ່າງ:

NWTND bag arrow.png
ເພື່ອກິນ 500 ມກ ຕໍ່ມື້ແມ່ນໃຫ້ກິນເມັດ 250 ມກ ກ່ອນອາຫານເຊົ້າ ແລະ 250 ມກ ກ່ອນອາຫານຄຳ່.
NWTND bag arrow.png
ເພື່ອກິນ 1000 ມກ ຕໍ່ມື້ແມ່ນໃຫ້ກິນເມັດ 500 ມກ ກ່ອນອາຫານເຊົ້າ ແລະ 500 ມກ ກ່ອນອາຫານຄຳ່.

ບໍ່ໃຫ້ກິນເກີນ 1000 ມກ ຕໍ່ມື້.


ຢາ ໂທບູທາໄມດ໌ Tolbutamide

ຢານີ້ເປັນຢາໃນກຸ່ມ ຊັລໂຟນິນຢູເຣຍ Sulfonylurea ທີ່ອອກລິດສັ້ນ ແລະ ເມັດປົກກະຕິມີຂະໜາດ 500 ມກ.

NWTND bag arrow.png
ຕາມປົກກະຕິແມ່ນເລີ່ມດ້ວຍຂະໜາດ 1000 ມກ ແລະ 2000 ມກ. ຕາມປົກກະຕິແມ່ນໃຫ້ແບ່ງກິນສອງຄັ້ງຄື: ເຄິ່ງໜື່ງກ່ອນອາຫານເຊົ້າ ແລະ ເຄີ່ງໜື່ງກ່ອນອາຫານຄຳ່.

ຕົວຢ່າງ:

NWTND bag arrow.png
ເພື່ອກິນ 1000 ມກ ຕໍ່ມື້ແມ່ນໃຫ້ກິນເມັດ 500 ມກ ກ່ອນອາຫານເຊົ້າ ແລະ 500 ມກ ກ່ອນອາຫານຄຳ່.
NWTND bag arrow.png
ເພື່ອກິນ 2000 ມກ ຕໍ່ມື້ແມ່ນໃຫ້ກິນເມັດ 1000 ມກ ກ່ອນອາຫານເຊົ້າ ແລະ 1000 ມກ ກ່ອນອາຫານຄຳ່.


ຖ້າຈຳເປັນແມ່ນສາມາດເພີ່ມຂະໜາດຢາໄດ້.

ບໍ່ໃຫ້ກິນເກີນ 3000 ມກ ຕໍ່ມື້..


This page was updated: ໐໕ ມັງກອນ ໒໐໒໔