Hesperian Health Guides

ຢາປິ່ນປົວພະຍາດເບົາຫວານຊະນິດສັກ

ພະຍາດເບົາຫວານ: ຢາປິ່ນປົວ

ຢາ ອິນຊຸລິນ Insulin


ອິນຊຸລິນ ແມ່ນຮໍໂມນຜະລິດຈາກມ້າມທີ່ຊ່ວຍໃຫ້ຮ່າງກາຍມີການປ່ຽນທາດນຳ້ຕານທີ່ໄດ້ຈາກອາຫານ. ມັນມີຄວາມຈຳເປັນຕໍ່ຊີວິດ, ຖ້າຫາກວ່າຮ່າງກາຍບໍ່ສາມາດຜະລິດມັນໄດ້ ຈຳເປັນຕ້ອງໄດ້ໃຊ້ ອິນຊຸລິນ ທີ່ໃຊ້ສານເຄມີໃນການຜະລິດ. ຄົນທີ່ເປັນພະຍາດເບົາຫວານຊະນິດທີ 1 ຈະໃຊ້ຢາອິນຊຸລິນເພື່ອເຮັດໃຫ້ມີຊີວິດຢູ່ລອດ. ຄົນທີ່ເປັນພະຍາດເບົາຫວານຊະນິດທີ 2 ອາດຈະໄດ້ໃຊ້ຢາອິນຊຸລິນເຊັ່ນດຽວກັນ ຖ້າຫາກວ່າມ້າມບໍ່ສາມາດຜະລິດອິນຊຸລິນໄດ້ແລ້ວ. ເມື່ອເປັນເຊັ່ນນີ້ແລ້ວ ຢາປົວພະຍາດເບົາຫວານຊະນິດເມັດເຊັ່ນ: ຢາເມັດຟໍມິນ ຫຼືຢາໃນກຸ່ມຊັລໂຟນິນຢູເຣຍ ຈະໃຊ້ບໍ່ໄດ້ຜົນ ແລະ ອາດຈະໄດ້ໃຊ້ຢາອິນຊູລິນເພື່ອຄວບຄຸມທາດນຳ້ຕານໃນເລືອດ.

ຢາອິນຊູລິນແມ່ນຕ້ອງເປັນຊະນິດສັກ ມັນອາດຈະບັນຈຸຢູ່ໃນກວດແກ້ວ ແລະ ທ່ານກໍສາມາດໃຊ້ສະແລ້ງສັກຢາດູດເອົາຕາມປະລິມານທີ່ຖືກຕ້ອງ. ຢານີ້ອາດມີຮູບແບບຄືປາກກາເຊິ່ງມັນຈະວັດປະລິມານໄດ້ຖືກຕ້ອງ ແລະ ກໍໃຊ້ໄດ້ງ່າຍ.

ຢາອິນຊູລິນມີ 3 ຊະນິດ:

  • ຊະນິດອອກລິດສັ້ນ: ຊະນິດທີ່ໃຊ້ເລື້ອຍແມ່ນຢາອິນຊຸລິນທຳມະດາ (Regular insulin). ຢາ ລິສໂພຣ Lispro ແລະ ແອັສພາກ Aspart ກໍແມ່ນຢາອິນຊຸລິນທີ່ອອກລິດສັ້ນເຊັ່ນດຽວກັນ. ອິນຊຸລິນຊະນິດນີ້ແມ່ນສັກກ່ອນຄາບອາຫານ.
  • ຊະນິດອອກລິດຍາວ: ເອັນ-ພີ-ເອັສ NPH ເປັນຊະນິດທີ່ໃຊ້ເລື້ອຍ. ຄລາກີນ Glargine, ດິເທິເມີ Detemir ກໍແມ່ນຢາອິນຊຸລິນທີ່ອອກລິດຍາວເຊັ່ນດຽວກັນ. ອິນຊຸລິນຊະນິດນີ້ແມ່ນສັກ 1 ຫຼື 2 ເທື່ອຕໍ່ມື້.
  • ຊະນິດປະສົມ Mixed ຫຼື Pre-mixed: ຢາ ເອັນ-ພີ-ເອັສ/ປົກກະຕິ NPH/regular 30/70 ຊະນິດທີ່ໃຊ້ເລື້ອຍເຊິ່ງມັນປະສົມລະຫວ່າງອິນຊຸລິນທີ່ອອກລິດຍາວ ແລະ ອອກລິດສັ້ນ ເຊິ່ງໃຊ້ 2 ຄັ້ງຕໍ່ມື້. ອີກຊະນິດໜື່ງທີ່ໃຊ້ເລື້ອຍແມ່ນຢາ ເອັນ-ພີ-ເອັສ/ປົກກະຕິ NPH/regular 50/50.
ຜົນ​ຂ້າງຄຽງGreen-effects.png

ຢາອິນຊູລິນສາມາດເຮັດໃຫ້ທາດນຳ້ຕານໃນເລືອດຕໍ່ລົງຫຼາຍແບບກະທັນຫັນໄດ້ (ເບິ່ງໜ້າ ພາວະສຸກເສີນຂອງພະຍາດເບົາຫວານ).

ນຳ້ໜັກເພີ່ມສາມາດປ້ອງກັນໄດ້ບາງສ່ວນໂດຍການກິນອາຫານທີ່ມີປະໂຫຍດ ແລະ ອອກແຮງງານຕະຫຼອດ ຫຼັງຈາກທີ່ໄດ້ເລີ່ມສັກຢາ.

ສິ່ງ​ສໍາຄັນNBgrnimportant.png

ຄວາມສ່ຽງຂອງການໃຊ້ຢານີ້ແມ່ນມັນຈະເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງຫຼາຍ ແລະ ກໍສາມາດມີອາການເຈັບເປັນພາວະສຸກເສີນ. ອາການນີ້ມີໂອກາດເກີດຂື້ນຫຼາຍໃນຄົນທີ່ສັກຢາແລ້ວບໍ່ໄດ້ກິນອາຫານ, ອອກກຳລັງກາຍຫຼາຍ ຫຼືສັກຢາບໍ່ຖືກຕາມຂະໜາດເຊັ່ນ: ສັກຫຼາຍເກີນຂະໜາດ.

ສິ່ງທີ່ສຳຄັນແມ່ນຄົນທີ່ສັກຢານີ້ໃຫ້ເຂົ້າໃຈວິທີການໃຊ້ຢ່າງປອດໄພ ແລະ ຮູ້ຈັກອາການສະແດງທີ່ອັນຕະລາຍຂອງພາວະນຳ້ຕານໃນເລືອດຕໍ່າ. ຖ້າບໍ່ດັ່ງນັ້ນ ລາວຕ້ອງໄດ້ມີຄົນຢູ່ເຮືອນເປັນຜູ້ຊ່ວຍ.

ຖ້າຄົນທີ່ໃຊ້ທັງຢາອິນຊຸລິນຊະນິດທີ່ອອກລິດຍາວ ແລະ ອອກລິດສັ້ນ, ມັນມີຄວາມສຳຄັນຫຼາຍທີ່ລາວຕ້ອງໄດ້ເຂົ້າໃຈຄວາມແຕກຕ່າງ ແລະ ການນຳໃຊ້ຂອງພວກມັນ.

ວິທີການນໍາໃຊ້NBgrninject.png

ຢາອິນຊຸລິນຄວນເກັບຮັກສາໄວ້ໃນຄວາມເຢັນ, ບໍ່ໃຫ້ຮ້ອນ ຫຼືເຢັນເກີນໄປ. ມັນສາມາດເກັບໄວ້ໃນຕູ້ເຢັນ ແຕ່ຫ້າມເກັບໄວ້ໃນຖ້ານແຊ່ແຂງ.

ສຳລັບທຸກຄົນທີ່ໃຊ້ຢາປິ່ນປົວພະຍາດເບົາຫວານ ການກວດເລືອດເບິ່ງລະດັບທາດນຳ້ຕານໃນເລືອດ ສາມາດສະແດງໃຫ້ເຫັນວ່າມັນຕອບສະໜອງຕໍ່ຢາໄດ້ດີປານໃດ ແລະ ຂະໜາດເທົ່າໃດທີ່ໄດ້ຜົນດີ. ຕາມປົກກະຕິແລ້ວແມ່ນໃຫ້ເລີ່ມຂະໜາດຕໍ່າ ແລະ ເພີ່ມຂື້ນເທື່ອລະໜ້ອຍ. ສະນັ້ນ ຈະໄດ້ກວດເລືອດເລື້ອຍກວ່າປົກກະຕິໃນເມື່ອເລີ່ມໃຫ້ຢາໃໝ່ເພື່ອຊ່ວຍໃຫ້ຮູ້ວ່າຂະໜາດຢາເທົ່າໃດທີ່ໄດ້ຜົນດີທີ່ສຸດ.

ສຳລັບພະຍາດເບົາຫວານຊະນິດທີ 1
ຄົນທີ່ເປັນພະຍາດເບົາຫວານຊະນິດທີ 1 ຕ້ອງໄດ້ສັກຢາອິນຊຸລິນທຸກໆມື້ເພື່ອໃຫ້ມີສຸຂະພາບທີ່ດີ. ຢາອິນຊຸລິນທີ່ອອກລິດຍາວແມ່ນມີຄວາມຈຳເປັນທີ່ຄຸມທາດນຳ້ຕານໃນເລືອດໃນຕອນກາງຄືນ ແລະ ຕະຫຼອດມື້ ພ້ອມກັນນັ້ນລາວກໍຕ້ອງໄດ້ຮຽນຮູ້ວິທີປັບຂະໜາດຂອງຢາອິນຊຸລິນທີ່ອອກລິດສັ້ນໂດຍຂື້ນກັບຄາບອາຫານ ແລະ ເວລາທີ່ມີການອອກແຮງງານ. ຜູ້ໃຫ້ບໍລິການດ້ານສຸຂະພາບທີ່ມີປະສົບການຈະຊ່ວຍຄົນເຈັບ ແລະ ຄອບຄົວໃນການເລືອກຊະນິດຂອງຢາອິນຊຸລິນ ແລະ ຂະໜາດຂອງຢາທີ່ຈະໄດ້ຜົນດີທີ່ສຸດ.

ສຳລັບພະຍາດເບົາຫວານຊະນິດທີ 2
ຄົນທີ່ເປັນພະຍາດເບົາຫວານຊະນິດທີ 2 ສ່ວນໃຫ່ຍຈະເລີ່ມສັກອິນຊຸລິນຊະນິດທີ່ອອກລິດຍາວຄັ້ງໜຶ່ງຕໍ່ມື້ ຫຼືສົມທົບກັບຢາກິນເຊັ່ນຢາ ເມັດຟໍມິນ ຫຼືຢາໃນກຸ່ມຊັລໂຟນິນຢູ່ເຣຍ.

ຂະໜາດຂອງຢາເລີ່ມຕົ້ນແມ່ນຄວນໃຫ້ໃນຂະໜາດຕໍ່າເຊັ່ນ: 10 ຢູນິດ. ຖ້າທ່ານເລີ່ມສັກຢາ ເອັນ-ພີ-ເອັສ NPH ແມ່ນຄວນສັກຕອນກາງຄືນ. ຍ້ອນວ່າຢານີ້ອອກລິດໄດ້ພຽງແຕ່ 12 ຊົ່ວໂມງ ຫຼາຍຄົນສັກສອງຄັ້ງຕໍ່ມື້ເພື່ອບໍ່ໃຫ້ລະດັບທາດນຳ້ຕານໃນເລືອດຂື້ນໆ-ລົງໆ.

ຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານອາດເພີ່ມຂະໜາດຢາອິນຊຸລິນທີ່ອອກລິດຍາວຂອງທ່ານຂື້ນຊ້າໆຈົນກະທັ້ງລະດັບທາດນຳ້ຕານໃນເລືອດລົງມາ. ເມື່ອລະດັບທາດນຳ້ຕານໃນເລືອດຢູ່ໃນຂອບເຂດທີ່ດີແລ້ວ ທ່ານກໍຈະໄດ້ສືບຕໍ່ສັກຢາໃນຂະໜາດເທົ່າເດີມທຸກມື້. ມັນອາດໃຊ້ເວລາຫຼາຍອາທິດທີ່ຈະໄດ້ຂະໜາດຢາທີ່ຖືກຕ້ອງເໝາະສົມ.

ລະດັບທາດນຳ້ຕານໃນເລືອດອາດຈະດີໃນຕອນເຊົ້າ ແຕ່ອາດຈະສູງຫຼັງຈາກກິນອາຫານ. ຖ້າຫາກວ່າມັນເປັນແບບນີ້ ຄົນເຈັບອາດຕ້ອງໄດ້ສັກຢາອິນຊຸລິນທີ່ອອກລິດສັ້ນເຊັ່ນ: ຢາ ອິນຊຸລິນທຳມະດາ regular ກ່ອນຄາບອາຫານ (ກິນເຂົ້າ). ຢາອິນຊຸລິນທີ່ອອກລິດສັ້ນຄວນເລີ່ມສັກໃນຂະໜາດຕໍ່າກ່ອນເຊັ່ນກັນ ປະມານ 4 ຢູນິດ. ສາມາດເລີ່ມສັກຄັ້ງໜື່ງຕໍ່ມື້ຫຼັງຈາກຄາບອາຫານໃຫ່ຍ. ຢາ ອິນຊຸລິນທຳມະດາ regular ຄວນສັກກ່ອນກິນອາຫານ 30 ນາທີ. ການກວດທາດນຳ້ຕານໃນເລືອດເປັນປະຈຳໃນຊ່ວງທຳອິດຈະຊ່ວຍໃຫ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານປັບຂະໜາດຂອງຢາໄດ້ຕາມທີ່ທ່ານຈະໄດ້ຮັບ.

ຢາອິນຊຸລິນຊະນິດປະສົມກໍແມ່ນອີກທາງເລືອກສຳລັບຄົນທີ່ຕ້ອງການຢາອິນຊຸລິນທີ່ອອກລິດຍາວຕື່ມ. ຕົວຢ່າງ: ຢາ ເອັນ-ພີ-ເອັສ/ປົກກະຕິ NPH/regular 70/30 ແມ່ນໃຫ້ 2 ຄັ້ງຕໍ່ມື້, 30 ນາທີກ່ອນອາຫານເຊົ້າ ແລະ 30 ນາທີກ່ອນອາຫານແລງ.

ອາການສະແດງທີ່ເກີດຈາກການໃຊ້ຢາອິນຊຸລິນຫຼາຍເກີນຂະໜາດ

ອາການສະແດງທີ່ອັນຕະລາຍຂອງພາວະທາດນຳ້ຕານໃນເລືອດຕໍ່າປະກອບມີ ຍ່າງຍາກ, ຮູ້ສຶກອ່ອນແຮງ, ສາຍຕາບໍ່ແຈ້ງ, ສັບສົນ, ເສຍສະຕິ ຫຼືຊັກ. ຖ້າຫາກວ່າລາວໄດ້ສະຕິແມ່ນໃຫ້ກິນອາຫານຫວານທັນທີ ແລະ ກໍໃຫ້ກີນອາຫານໃຫ້ອີມທັນທີເທົ່າທີ່ຈະສາມາດກິນໄດ້. ຖ້າຫາກວ່າລາວບໍ່ໄດ້ສະຕິແມ່ນໃຫ້ຈັບນຳ້ຕານ ຫຼືນຳ້ເຜີ້ງໃສ່ກ້ອງລີ້ນລາວ ແລະ ໃຫ້ເທື່ອລະໜ້ອຍຫຼາຍໆຄັ້ງຈົນກະທັ້ງລາວຕື່ນ ແລະ ສາມາດກິນເອງໄດ້.


This page was updated: ໐໕ ມັງກອນ ໒໐໒໔